10 ອັນ​ດັບ​ເພງດັງ ປະຈຳປີ 2011 ແລະ Ronan David Parke

(GMT+08:00) 2012-03-31 15:37:17     cri



ນ: ເຂົ້າມາໄລຍະນີ້ ພວກເຮົາກໍ່ມີປະຫວັດຂອງໜຸ່ມນ້ອຍ Ronan David Parke, ທີ່ເຄີຍຜ່ານງານປະກວດຮ້ອງເພງໃນລາຍການ Britain's Got Talent ລະດູການທີ5 ທີ່ລ່າສຸດປິດລົງໃນເດືອນມິຖຸນາ2011ທີ່ຜ່ານມາ ! ກັບເຈົ້າຂອງຕຳແໜ່ງອັນດັບທີ2ໃນລາຍການດັ່ງກ່າວ, ໂດຍໄປເສຍໃຫ້ Jai McDowall ຜູ້ສະໝັກລຸ້ນອ້າຍ ທີ່ຄ້ວາຕຳແໜ່ງຊະນະເລີດຈາກການນຳເອົາເພງ To Where You Are ທີ່ເປັນເພງຕົ້ນສະບັບຂອງ Josh Groban ມາຮ້ອງໃນມື້ຊິງ !

ລ: Ronan David Parke ຫລືປັດຈຸບັນເປັນທີ່ຮູ້ຈັກໃນນາມຂອງ Ronan Parke ! ເປັນໜຶ່ງໃນຜູ້ສະໝັກອາຍຸນ້ອຍ ທີ່ຕັດສິນໃຈເຂົ້າຮ່ວມໃນລາຍການ Britain's Got Talent ປີ2011 ຈາກການສະໜັບສະໜູນຂອງຜູ້ເປັນແມ່ ! ໂດຍມີການຝຶກຊ້ອມຮ້ອງເພງດ້ວຍຕົນເອງເປັນຢ່າງດີ ກ່ອນທີ່ລາຍການດັ່ງກ່າວຈະເລີ່ມມີການຄັດເລືອກ ຈາກຜູ້ອາສະໝັກຫລາຍພັນຄົນ​ໃນທົ່ວລາຊະອານາຈັກ ໃນນັ້ນກໍ່ມີ4ປະເທດຄື: ອັງກິດ, ໄອແລນ, ສະກອດແລນ ແລະ ເວວ !

ນ: ໃນຂະນະທີ່ມີການຄັດເລືອກໃນມື້ແທ້ ກໍ່ມີຜູ້ສະໝັກຫລາຍຄົນທີ່ຕົກຮອບ ແລະຫລາຍຄົນກໍ່ໄດ້ຜ່ານເຂົ້າສູ່ຮອບຕໍ່ໄປ ! ເຊິ່ງໃນນັ້ນກໍ່ລວມມີໜຸ່ມນ້ອຍ Ronan Parke ຄົນນີ້ ທີ່ສະແດງຄວາມສາມາດຜ່ານການຮ້ອງເພງ: Feeling Good ທີ່ເປັນຜົນງານເພງດັງຂອງ Cy Grant ນັກຮ້ອງລຸ້ນອາວຸໂສຄົນອັງກິດ ທີ່ຫາກໍ່ເສຍຊີວິດໄປໃນປີ2010ທີ່ຜ່ານມາ ! ຈົນເຮັດໃຫ້ຜູ້ຊົມທັງໝົດທີ່ມາຮ່ວມງານລຸກຂື້ນ ຕົບມືໃຫ້ເພື່ອເປັນກຽດໃຫ້ກັບໜຸ່ມນ້ອຍຄົນນີ້ !

(ເພງ)

ນ: Ronan Parke ສິລະປິນອາຍຸນ້ອຍຂອງລັດນອກຟອກ ປະເທດອັງກິດ ! ພາຍຫລັງທີ່ໄປແຈ້ງເກີດໃນລາຍການ Britain's Got Talent ລະດູການທີ 5 ລ່າສຸດປີ2011ທີ່ຜ່ານມາ ! ກັບການນຳເອົາເພງ Feeling Good ມາຮ້ອງໃນມື້ຄັດເລືອກ ! ຈົນເປັນທີ່ຖືກໃຈຂອງຄົນທົ່ວງານ ເຊິ່ງລວມເຖິງກຳມະການທັງ3 ທີ່ເຫັນເປັນເອກະພາບກັນ ຕັດສິນໃຫ້ໜຸ່ມນ້ອຍຄົນນີ້ຜ່ານເຂົ້າສູ່ຮອບຕໍ່ໄປ !

ລ: ສ່ວນໃນຮອບກ່ອນຮອງຊະນະເລີດ Ronan Parke ໄດ້ຖ່າຍທອດຄວາມຮູ້ສຶກຂອງຕົນເອງອອກມາຜ່ານເພງ Make You Feel My Love ທີ່ເປັນເພງຕົ້ນສະບັບຂອງອາດີດນັກຮ້ອງຄົນອາເມຣິກາ: Bob Dylan, ຈົນກາຍເປັນຜູ້ສະໝັກທີ່ໄດ້ຮັບຄະ ແນນສູງທີ່ສຸດໃນມື້ນັ້ນ ແລະຜ່ານເຂົ້າສູ່ຮອບຊິງຊະນະເລີດຮ່ວມກັບຜູ້ສະໝັກຄົນອື່ນໆ ! ໂດຍມື້ສຸດທ້າຍ ໜຸ່ມນ້ອຍຄົນນີ້ກໍ່ໄດ້ນຳເອົາເພງ Because of You ຂອງKelly Clarkson ມາຮ້ອງ ! ແຕ່ສຸດທ້າຍກໍ່ໄປເສຍໃຫ້ນັກຮ້ອງລຸ້ນອ້າຍ Jai McDowall !

ນ: ແລະເຖິງວ່າ ງານປະກວດດັ່ງກ່າວຈະຈົບລົງ ກັບການພາດໄດ້ເປັນຜູ້ຊະນະເລີດໃນລະດູການລ່າສຸດນີ້ ! ແຕ່ໜຸ່ມນ້ອຍ Ronan ກໍ່ໄດ້ສ້າງສະຖິຕິໃໝ່ໃນການເປັນຜູ້ສະໝັກອາຍຸນ້ອຍທີ່ສຸດ ທີ່ຍາດໄດ້ຕຳແໜ່ງອັນດັບທີ່2ໃນລາຍການ Britain's Got Talent ! ແລະພາຍຫລັງງານດັ່ງກ່າວຈົບລົງໄດ້2ມື້, ຜູ້ບໍລິຫານຄ້າຍເພງ Sony Music ປະຈຳນະຄອນຫລວງນິວຍອກ, ກໍ່ໄດ້ສະເໜີເງິນມູນຄ່າ 1 ລ້ານໂດລາສະຫາລັດ ເພື່ອຂໍໜຸ່ມນ້ອຍຄົນນີ້ມາເປັນນັກຮ້ອງໃນສັງກັດ ! ແລະລ່າສຸດກໍ່ໄດ້ມີການປ່ອຍອະລາບ້ຳທຳອິດອອກມາໃນທ້າຍປີ2011ທີ່ຜ່ານມາ ກັບອະລາບ້ຳ: Ronan Parke !
1 2