Sun Yin Di  ແລະ Cameron

(GMT+08:00) 2012-03-31 15:45:55     cri

 
ນ: ພິເສດມື້ນີ້ ພວກເຮົາກໍ່ມີປະຫວັດຂອງນັກຮ້ອງທີ່ປະສົບຜົນສຳເລັດກັບແນວເພງ Hiphop ອີກຄົນໜຶ່ງມາແນະນຳໃຫ້ຮູ້ຈັກ ! ກັບໜຸ່ມຄົນນີ້: Cameron Jibril Thomaz ຫລືເປັນທີ່ຮູ້ຈັກໃນນາມຂອງ: Wiz Khalifa ນັກຮ້ອງທີ່ມີເຊື້ອສາຍອາຣັບ-ອາເມຣິກາ ! ທີ່ນອກຈາກຈະມີລີລາການເຕັ້ນ ແລະນ້ຳສຽງອັນເປັນເອກະລັກແລ້ວ ! ໜຸ່ມຄົນນີ້ຍັງໃຫ້ຄວາມສົນໃຈເປັນພິເສດໃນດ້ານການສັກລາຍທີ່ຖືເປັນເລື່ອງທຳມາດາ ຂອງວົງການເພງຢູ່ບ້ານເພິ່ນ !

ລ: Cameron ເປັນນັກຮ້ອງອີກຄົນໜຶ່ງ ທີ່ເກີດຢູ່ໃນຄອບຄົວທີ່ມີພໍ່ເປັນນາຍທະ ຫານປ້ອງກັນຊາດຂອງອາເມຣິກາ ແລະແມ່ເປັນຄົນອາຣັບ !  ເກີດໃນວັນທີ 8 ກັນຍາ 1987 ປັດຈຸບັນອາຍຸໄດ້25ປີ ! ແຕ່ວ່າກ່ອນທີ່ຈະມາເປັນສິລະປິນດັງໃນປັດຈຸບັນນີ້ ໜຸ່ມຄົນນີ້ ກໍ່ໄດ້ຜ່ານຜ່າອຸປະສັກມາຫລາຍຢ່າງ, ເນື່ອງຈາກພໍ່ແມ່ປະຫ້າງກັນ ແຕ່ຕອນ ລາວອາຍຸໄດ້ 3 ປີເທົ່ານັ້ນ ! ໂດຍຜູ້ເປັນພໍ່ອາສາສະໝັກຮັບລ້ຽງໜຸ່ມນ້ອຍຄົນນີ້ເອງ !

ນ:Cameron ມີປະຫວັດຄ້າຍຄືກັບນັກຮ້ອງດັງຂອງລັດເທັກຊັດສະຫາລັດອາເມຣິກາ: Ciana Harris ! ທີ່ພວກເຮົາເຄີຍເອົາມາແນະນຳກ່ອນໜ້ານີ້ທີ່ເກີດຢູ່ໃນຄອບຄົວ ຂອງນາຍທະຫານເຊັ່ນກັນ ! ໂດຍໜຸ່ມ Cameronເອງ ກໍ່ໄດ້ມີໂອກາດໄປຮຽນ ແລະໄປເຫັນສະພາບສັງຄົມໃນຫລາຍປະເທດທີ່ບໍ່ຄືກັນ ! ບໍ່ວ່າຈະເປັນການໄປຢູ່ ປະເທດອັງກິດ, ເຢຍລະມັນ, ຝຣັ່ງ, ລວມໄປເຖິງປະເທດໃນເຂດອາຊີບ້ານເຮົາ ນັ້ນກໍ່ຄື:ຍີ່ປຸ່ນ ! ແຕ່ພາຍຫລັງກັບມາຮຽນຕໍ່ຊັ້ນມັດທະຍົມຢູ່ອາເມຣິກາ, ໜຸ້ມນ້ອນຄົນນີ້ ກໍ່ໄດ້ສາຍແວວການເປັນນັກຮ້ອງເພງຈັງຫວະHiphop ອອກມາ !

(ເພງ)

ນ: Cameron Thomaz ນັກຮ້ອງດັງຂອງລັດນອດດາໂກຕ້າ ສະຫາລັດອາເມຣິກາ ! ກ່ອນໜ້ານີ້ ແມ່ນໄດ້ເລີ່ມຕົ້ນອາຊີບນັກຮ້ອງກັບຄ້າຍເພງ: Rostrum Records ທີ່ເປັນຄ້າຍເພງເອກະຊົນໃນອາເມຣິກາ ໂດຍມີ Benjy Grinberg ເປັນເຈົ້າຂອງກິດຈະ ການ ! ກັບຜົນງານເພງຊຸດທຳອິດ: Show and Prove ທີ່ລວມມີຫລາຍເຖິງ17ເພງໃນອະລາບ້ຳດັ່ງກ່າວ ! ກັບເພງເປີດໂຕທີ່ໃສ່ຊື່ວ່າ: Intro ແລະກໍ່ກາຍເປັນເພງທີ່ໄດ້ຮັບຄວາມນິຍົມສູງເວລານັ້ນ !

ລ: ນອກນັ້ນ Cameron ຍັງມີປະຫວັດການຍ້າຍຄ້າຍເພງຫລາຍເຖິງ3ຄັ້ງ! ໃນນັ້ນກໍ່ມີ: Rostrum Records ຄ້າຍເພງທຳອິດທີ່ສັງກັດຢູ່ເປັນເວລາ2ປີ ! ຈາກນັ້ນໃນປີ2007 ກໍ່ຍ້າຍມາຢູ່ກັບ: Warner Bros Record ແລະຢູ່ດົນເຖິງ4ປີ, ກ່ອນທີ່ຈະຍ້າຍມາຢູ່ກັບຄ້າຍ: Atlantic Records ທີ່ເປັນເຄືອຂ່າຍຂອງຄ້າຍເພງໃຫຍ່ໃນອາເມຣິກາ: Warner Music Group !!!  ແລະຄ້າຍເພງນີ້ເອງ ທີ່ສ້າງຊື່ສຽງໃຫ້ກັບໜຸ່ມຄົນນີ້ເປັນທີ່ຫລາຍທີ່ສຸດ, ກັບຜົນງານເພງ Black and Yellow ທີ່ເຄີຍຂື້ຢູ່ອັນດັບ1ຂອງ Billboards Chart ມາແລ້ວ !

ນ: ແລະປັດຈຸບັນ Cameron Thomaz ໄດ້ມີຜົນງານເພງອອກມາສູ່ຜູ້ຟັງ ລວມທັງໝົດ 4ອະລາບ້ຳ ໃນນັ້ນກໍ່ມີ: Show and Prove (2006), Deal or No Deal (2009), Rolling Papers (2011) ແລະອະລາບ້ຳລ່າສຸດທີ່ປ່ອຍອອກມາໃນປີ2012ນີ້ ທີ່ສະກົດດ້ວຍຕົວອັກສອນພາສາອັັງກິດ: O.N.I.F.C ທີ່ຫຍໍ້ມາຈາກຄຳວ່າ: One Night In The First Class ຊື່ເຕັມຂອງອະລາບ້ຳດັ່ງກ່າວ !
1 2