ລະ​ດູ​ບານ​ໃໝ່​ມາ​ເຖິງ​ແລ້ວ

(GMT+08:00) 2012-04-10 15:12:53     cri

    ຢູ່​ນະຄອນຫຼວງປັກ​ກິ່ງ​, ຄຽງ​ຄູ່​ກັບລະດູບານ​ໃໝ່​ໄດ້​ວຽນມາ​ເຖິງ, ອຸນຫະ​ພູມ​ກໍ​ຄ່ອຍໆ​ອຸ່ນ​ຂຶ້ນ. ດອກ​ຊະນິດ​ຕ່າງໆ​, ​ເປັນຕົ້ນ​ແມ່ນ​ດອກ​ຄາຍ, ດອກ​ຈຳປີ ​ແລະ ອື່ນໆອີກຫຼາຍໆ​ຊະນິດ ກໍ​ໄດ້​ເບັ່ງ​ບານ​ຢ່າງ​ສວຍ​ງາມທີ່​ສຸດ. ອະລຸນ​ໄດ້​ພັກ​ວຽກ​ມາ​4 ວັນ, ມື້​ນີ້​​​ໄປເຂົ້າການ, ພໍ​ຍ່າງ​ເຂົ້າ​ໃກ້ CRI ກໍ​ໄດ້​ເຫັນດອກ​ສະ​ກຸລະ​ໃນ​ເດີ່ນ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ CRI ​ກຳລັງ​ເບັ່ງ​ບານ​ຢູ່, ເບິ່ງແລ້ວງາມຕາ​ທີ່​ສຸດ. ອະລຸນ​ມັກ​ຖ່າຍຮູບຫຼາຍ, ກໍ​ເລີຍ​ຍາດ​ເວລາ​ໄປຖ່າຍຮູບ​ສອງ​ສາມ​​ໃບ​ໃນ​ຕອນ​ເລີກ​ການ.



ອາຄານຢູ່​ເບື້ອງຫຼັງຊຸມ​ດອກ​ໄມ້​ ແມ່ນຕຶກ​ຫ້ອງການ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ CRI

ງາມຈົນເຫຼືອຄຳພັນລະນາເລີຍ


1 2