ເພງ​ປະກອບ​ລະຄອນ​ "​ເຈົ້າ​ພໍ່​ຊຽງ​ໄຮ"​(ສຽງ)

(GMT+08:00) 2012-04-10 14:41:37     cri

"​ເຈົ້າ​ພໍ່​ຊຽງ​ໄຮ" ​ເປັນລະຄອນ TV ຂອງຮົງ​ກົງທີ່​ອອກ​ອາກາດຢູ່​ຈີນ​ໃນ​ຊຸມ​ປີ 1980, ​ໄດ້​ເວົ້າ​ເຖິງ​ເລື່ອງ​ລາວ​ກ່ຽວ​ກັບ​ຄວາມ​ຮັກ, ຄວາມຄຽດ​ແຄ້ນ​ແລະ​ການ​ພົວພັນ​ທີ່​ສັບສົນ​ລະຫວ່າງ​ບຸກຄົນ​ຂອງ​ກຸ່ມ​ສັງຄົມ​ມືດຢູ່​ນະຄອນ​ຊຽງ​ໄຮ​ໃນ​ຊຸມ​ປີ 1930. ​ລະ​ຄອນ​ໂທລະພາບ ​"ເຈົ້າ​ພໍ່​ຊຽງ​ໄຮ" ​ໄດ້ຮັບ​ຄວາມ​ນິຍົມຊົມ​ຊອບ​ຢູ່​ປະ​ເທດ​ຕ່າງໆ​ໃນ​ອາຊີ​ຢ່າງ​ວ່ອງ​ໄວ. ​ເວລານັ້ນ, ຢູ່​ແຜ່ນດິນ​ໃຫຍ່​ຈີນ, ​ເມື່ອຮອດ​ເວລາ​ອອກ​ອາກາດ​ລະຄອນ​ເລື່ອງ​ນີ້, ຢູ່​ຕາມ​ຖະໜົນ​ຫົນ​ທາງ​ຕ່າງໆ, ຄົນ​ໄປມາ​ກໍ່​ໜ້ອຍ​ທີ່​ສຸດ, ​ເພາະວ່າ, ຄົນ​ທັງຫຼາຍ​ກໍ່​ເຝົ້າ​ຢູ່​ໜ້າຈໍ​ໂທລະພາບ​ເພື່ອ​ເບິ່ງ​ລະຄອນ​ນີ້.

ລະຄອນ "​ເຈົ້າ​ພໍ່​ຊຽງ​ໄຮ" ​​ແມ່ນລະຄອນ TV ທີ່​ມີ​ຜົນ​ສະທ້ອນຫຼາຍ​ທີ່​ສຸດ​ຕໍ່ຄົນ​ຈີນ, ​ໄດ້​ປະ​ທັບ​ໃຈ​ຄົນ​ຈີນ​ນັບ​ບໍ່​ຖ້ວນ. ຈົນ​ມາຮອດ​ປະຈຸ​ບັນ, "​ເຈົ້າ​ພໍ່​ຊຽງ​ໄຮ" ​​ຍັງ​ເປັນ​ລະຄອນ TV ທີ່​ອຳ​ມະຕະ​ທີ່​ສຸດ, ​ໄດ້​ກາຍ​ເປັນ​ພາກສ່ວນ​ໜຶ່ງ​ໃນ​ຄວາມ​ຊົງ​ຈຳ​ຂອງ​ຄົນ​ຈີນລຸ້ນອາຍຸ 30 ປີ​ຂຶ້ນ​ຕໍ່​ໄປ. ສ່ວນ​ເພງ​ປະກອບ​ເລື່ອງ​ "​ເຈົ້າ​ພໍ່​ຊຽງ​ໄຮ" ​​ກໍ່​ໄດ້​ກາຍ​ເປັນ​ເພງ​ປະກອບ​ລະຄອນ​ທີ່​ອຳ​ມະຕະ​ທີ່​ສຸດ, ຄົນ​ຈີນຮ້ອງ​​ເປັນ​ເກືອບ​ທຸກ​ຄົນ, ​ແລະຍັງ​ໄດ້ຮັບ​ຄວາມ​ນິຍົມ​ຫຼາຍ​ຈາກ​ຜູ້​ຊົມ​ຂອງ​ປະ​ເທດ​ອາຊີ​ອາຄະ​ເນ. ທີ​ມງານພວກ​ເຮົາ​ກໍ່​ເຄີຍ​ໄດ້ຮັບ​ຄຳ​ຮ້ອງ​ຂໍ​ຈາກ​ຜູ້​ຟັງ​ລາວຫຼາຍ​ເທື່ອ​ວ່າ​ຢາກ​​ໃຫ້​ເປີດ​ເພງ​ນີ້​ໃນ​ລາຍການ CRI, ສະ​ນັ້ນ, ວິ​ໄລ​ວັນ​ຈຶ່ງ​ຢາກ​ແບ່ງປັນ​ສຽງ​ເພງ​ນີ້​ກັບ​​ເພື່ອນ​ຜູ້​ຟັງ​ຢູ່​ເວັບ​ໄຊ້ນີ້, ຫວັງ​ວ່າ, ​ຄົງ​ຈະ​ຖືກ​ໃຈ​ທ່ານ.











1 2 3 4 5