ງາມ​ແທ້! ນະຄອນຫຼວງວຽງ​ຈັນ!

(GMT+08:00) 2012-04-12 15:55:39     cri

    ການ​ໄປ​ທ່ຽວ​ນະຄອນຫຼວງວຽງ​ຈັນ​ເທື່ອ​ນັ້ນ ​ແມ່ນ​ໃນ​ຍາມ​ລະດູ​ແລ້ງ. ພໍ​ຍົນ​ບິນ​ຮອດນ່ານຟ້າ​ເທິງ​ສະ​ໜາມ​ບິນ​ວັດ​ໄຕ, ອະ​ລຸນ​ກໍ​ຮູ້ສຶກ​ວ່າ​ນະຄອນຫຼວງວຽງ​ຈັນ​ມີ​ສະ​ເໜດູດ​ດື່ມຢ່າງ​ໃດ​ຢ່າງ​ໜຶ່ງ, ​ແຕ່​ອະລຸນ​ເວົ້າບໍ່​ອອກ. ອະລຸນ​​ແນມ​ຈາກ​ຍົນ​ລົງ​​ໄປ…​ໂອ້, ງາມ​ແທ້! ຫຼັງຄາ​ເຮືອນ​ເປັນ​ສີ​ແດງ​ອ່ອນ, ປະດັບ​ປະດາ​​ເປັນ​ຈຸດໆຢູ່​ໃນ​ພາບວີ​ວທີ​ວທັດທີ່​ຂຽວ​ສົດ​ງົດ​ງາມ​ຂອງ​ຕົ້ນ​ໄມ້ຕົ້ນ​ຫຍ້າ, ງາມ​ອີຫຼີ!

ພະທາດຫຼວງງາມຫຼາຍ, ອະລຸນມີຄວາມປະທັບໃຈເລິກເຊິ່ງທີ່ສຸດ...

ຕໍ່​ມາຫຼາຍວັນ, ອະລຸນ​ກັບ​ໝູ່​ເພື່ອນ 3 ຄົນກໍ​ໄປ​ທ່ຽວ​ພະທາດຫຼວງ, ປະຕູ​ໄຊ, ວັດ​ພະ​ແກ້ວ, ວັດ​ສີສະ​ເກດ…ຍັງ​ໄດ້​ໄປ​ທ່ຽວ​ວັດ​ພະ​ບາດ--​ເຖິງ​ວ່າວັດ​ພະ​ບາດ​ຫ່າງຈາກນະຄອນຫຼວງ​ໄປ​ໄກ​ໜ້ອຍ​ໜຶ່ງ​, ແຕ່ອະລຸນ ​ແລະ ​ໝູ່​ເພື່ອນ​ກໍ​ບໍ່​ມີ​ໃຜ​ວ່າ​ອິດ​ເມື່ອຍ​ເລີຍ; ​ເຖິງ​ວ່າ​ອາກາດ​ກໍ​ຮ້ອນ​ພໍ​ສົມຄວນ, ​ແຕ່​ກໍ​ບໍ່​ມີ​ໃຜ​ຈົ່ມ​ວ່າຮ້ອນ, ​ເພາະ​ອະ​ລຸນ ​ແລະ ໝູ່​ເພື່ອນ​ໄດ້​ເພີດ​ເພີນ​ນຳ​ພາບ​ວີວ​ທີວ​ທັດ​ທີ່​ສວຍ​ງາມ​ຂອງ​ນະຄອນຫຼວງວຽງ​ຈັນ​ແລ້ວ…

ປະຕູໄຊ, ນັ່ງພັກຜ່ອນຢູ່ໃນ, ສາຍລົມພັດໂຊຍມາ, ເຢັນສະບາຍທີ່ສຸດເລີຍ...

ພາບຕົວເມືອງຂຽວສົດງົດງາມ, ທ້ອງຟ້າປອດໂປ່ງສົດໃສ, ງາມແທ້!


1 2 3