ຄວາມ​ແຕກ​ຕ່າງ​ກັນລະຫວ່າງ​ແດນ​ສະ​ຫວັນກັບ​ນາຮົກ

(GMT+08:00) 2012-04-12 11:03:28     cri

ມີ​ຄົນ​ໃຈ​ບຸນ​ຜູ້​ໜຶ່ງ​ທີ່​ມັກ​ບຳ​ເພັນ​ກຸສົນ​ໃນ​ຍາມ​ຍັງ​ມີ​ຊີວິດ​ຢູ່, ​ເມື່ອ​ເພິ່ນ​​ເສຍຊີວິດ​​ໄປແລ້ວ, ​ເພິ່ນ​ໄດ້​ພົບ​ກັບ​ພະ​ເຈົ້າ, ​ເພິ່ນ​ຖາມ​ພະ​ເຈົ້າ​ວ່າ, ສະຫວັນ​ກັບ​ນາ​ຮົກ​ແຕກ​ຕ່າງ​ກັນ​ແນວ​ໃດ? ພະ​ເຈົ້າ​ເລີຍ​ໃຫ້​ເທວະ​ດາ​ພາ​ເພິ່ນ​ໄປ​ເບິ່ງ​ສະຫວັນ​​ແລະ​ນາຮົກ.

ເມື່ອ​ໄປ​ຮອດ​ສະຫວັນ​ແລ້ວ, ​ເພິ່ນ​ໄດ້​ເຫັນ​ຄົນ​ທັງຫຼາຍນັ່ງ​ອ້ອມ​ໂຕະ​ໃຫຍ່ໆ​ໜ່ວຍ​ໜຶ່ງ, ​ຢູ່​ເທິງ​ໂຕະ​ເຕັມ​ໄປ​ດ້ວຍ​ອາຫານ​ແຊບໆຫຼາຍ​ເຍື່ອງ, ສ່ວນຜູ້​ນັ່ງ​ກິນ​ເຂົ້າ​ຢູ່​ອ້ອມໂຕະ, ມືຊ້າຍ​ຈັບ​ສ້ອມ​ຍາວໆ​ກ້ານ​ໜຶ່ງ, ​ແລະ​ມື​ຂວາ​ຈັບ​ມີດ​ຍາວໆ​ດວງ​ໜຶ່ງ, ຄື​ກັນ​ໝົດທຸກຄົນ, ຍ້ອນ​ສ້ອມ​ກັບ​ມີດ​ຍາວ​ເກີນ​ໄປ, ​ໃຜ​ກໍ​ບໍ່​ສາມາດ​ສົ່ງ​ອາຫານ​ເຂົ້າ​ປາກຕົນ​ເອງ​ໄດ້.

​ແຕ່​ສິ່ງ​ທີ່​​ໜ້າ​ງຶດງໍ້​ນັ້ນ​ກໍ່​ແມ່ນ, ຄົນ​ເຫຼົ່ານີ້​ຕ່າງ​ປ້ອນ​ອາຫານ​ໃຫ້​ຜູ້​ນັ່ງ​ຢູ່​ຕໍ່ໜ້າ​ຕົນ, ​ແລະ​ເຫັນ​ໄດ້​ວ່າ, ທຸກໆ​ຄົນ​ກິນ​ນົວ​ຫົວ​ມ່ວນ, ​ເບິ່ງ​ໜ້າ​ຕາ​ຜູ້​ໃດ​ກໍ່​ປະກົດ​ວ່າມີ​ຄວາມສຸກຫຼາຍ. ຄົນ​ຜູ້​ໄປ​ນຳ​ເທວະ​ດາ​ຜູ້​ນີ້​ຄຶດ​ວ່າ: ນີ້​ຫວະ, ສະຫວັນ? ມັນ​ຕ່າງ​ກັນຫຼາຍກັບ​ສະຫວັນ​ທີ່​ເພິ່ນ​ຄຶດ​ໄວ້​ກ່ອນ, ຈຶ່ງ​ຮູ້ສຶກ​ຜິດ​ຫວັງ​ໜ້ອຍ​ໜຶ່ງ.

ຕໍ່​ຈາກ​ນັ້ນ, ​ເທວະ​ດາ​ໄດ້​ພາ​ເພິ່ນ​ໄປ​ເບິ່ງ​ນາຮົກ. ຫາ​ກໍ່​ໄປ​ຮອດ, ​ເພິ່ນ​ຕົກ​ໃຈຫຼາຍ, ບໍ່​ຢາກ​ເຊື່ອ​ສາຍຕາ​ຕົນ​ເອງ​ເລີຍ, ​ເພາະວ່າ, ນາຮົກ​ບໍ່​ເປັນຕາ​ຢ້ານ​ຄື​ເພິ່ນ​ຄຶດ, ​ເພິ່ນ​ໄດ້​ເຫັນ​ຢູ່​ເທິງ​​ໂຕະ​ໃຫຍ່​ໃນ​ນາຮົກ ກໍ່​ມີ​ອາຫານ​ແຊບໆຫຼາຍຢ່າງ, ​ເຊັ່ນ​ດຽວ​ກັນ​ກັບ​ຢູ່​ເທິງ​ສະຫວັນ. ​ເພິ່ນ​ຄຶດ​​ແປກ​ໃນ​ໃຈ​ວ່າ, ນາຮົກ​ເປັນ​ຫຍັງ​ຄື​ກັບ​ສະຫວັນ​ແທ້. ​ເທວະ​ດາ​ເວົ້າ​ກັບ​ເພິ່ນ​ວ່າ, "ຢ່າ​ຟ້າວ, ຖ້າ​ບຶດດຽວ".

ບໍ່​ດົນ, ກໍ່​ຮອດ​ເວລາ​ກິນ​ເຂົ້າ, ​ເຫັນ​ຄົນ​ກຸ່ມໜຶ່ງ​ມາ​ນັ່ງ​ຂ້າງ​ໂຕະ. ​ແຕ່​ເຫັນ​ ​ເຂົາ​ເຈົ້າ​ບໍ່​ມ່ວນ​ໃຈ​ປານ​ໃດ, ທັງ​ຈ່ອຍ​ຜອມ​ປານ​ໄພ​ຫຍ້າ. ພວກ​ເຂົາ​ເຈົ້າ​ກໍ່​ຈັບສ້ອມ​ແລະ​ມີດ​ຍາວໆ​ຄື​ກັນ, ​ແຕ່​ສິ່ງ​ທີ່​ຕ່າງ​ກັບ​ຄົນ​ເທິງ​ສະຫວັນ​ນັ້ນ​ແມ່ນ, ​ເຂົາ​ເຈົ້າ​ບໍ່​ສາມາດ​ສົ່ງ​ອາຫານ​ເຂົ້າປາກ​ຕົນ​ເອງ, ​ແຕ່​ກໍ່​ບໍ່​ຮູ້​ປ້ອນຊຶ່ງ​ກັນ​ແລະ​ກັນ, ສະ​ນັ້ນ, ທຸກໆ​ຄົນ​ມີ​ແຕ່​ອຶດ​ຫີ​ວຈ່ອຍ​ໂຊ.

ນິທານ​ເລື່ອງ​ນີ້​ຢາກ​ບອກ​ເຮົາ​ວ່າ, ​ເມື່ອ​ຄົນ​ເຮົາ​ຮຽນ​ຮູ້​ຊ່ອຍ​ເຫຼືອ​ເຊິ່ງກັນ​ແລະ​ກັນ​​ແລ້ວ, ​​ເມືອງ​ຄົນ​ກໍ່​ເຕັມ​ໄປ​ດ້ວຍ​ຄວາມສຸກ​ຄື​ຢູ່​ແດນ​ສະຫວັນ, ​ເມື່ອ​ພວກ​ເຮົາ​ປະຕິ​ເສດ​ໃຫ້ການ​ຊ່ວຍ​ເຫຼືອ​ແກ່​ຜູ້​ອື່ນ, ທັງ​ປະຕິ​ເສດ​ຮັບ​ເອົາ​ການ​ຊ່ວຍ​ເຫຼືອຈາກ​ຜູ້​ອື່ນ, ​ໂລກ​ທີ່​ພວກ​ເຮົາ​ອາ​ໄສ​ຢູ່ ກໍ່​ອາດ​ຈະ​ທຸກທໍລະມານ​ດັ່ງ​ຢູ່​ນາຮົກ.

ຄົນ​ເຮົາ​ຜູ້​ໃດ​ກໍ່ຕາມ, ລ້ວນ​ແຕ່​ມີ​ຈຸດ​ດີ​ແລະ​ຈຸດ​ອ່ອນ​ຂອງ​ຕົນ, ບໍ່​ມີ​ຜູ້​ໃດ​ທີ່​ສົມບູນ​​ແບບໝົດ​ທຸກ​ຢ່າງ. ​ສິ່ງ​ທີ່​​ເຮົາ​ຂາດ​ນັ້ນ, ອາດ​ແມ່ນ​ດ້ານ​ເກ່ງ​ຂອງ​ຜູ້​ອື່ນ, ກົງກັນ​ຂ້າມ, ສິ່ງ​ທີ່​ຫຍຸ້ງຍາກຫຼາຍສຳລັບ​ຜູ້​ອື່ນ, ພັດ​ອາດ​ຈະ​ແມ່ນ​ເລື່ອງ​ງ່າຍດາຍ​ສຳລັບ​ເຮົາ, ສະ​ນັ້ນ, ຖ້າ​ຄົນ​ເຮົາ​ໃຜໆ​ກໍ່​ມັກ​ຊ່ວຍ​ຜູ້​ອື່ນ, ຄວາມ​ຫຍຸ້ງຍາກ​ໃນ​ໂລກ​ນີ້​ກໍ່​ຈະ​ໜ້ອຍ​ລົງ, ຊີວິດ​ຂອງ​ຄົນ​ເຮົາ​ກໍ່​ຈະ​ດີງາມ​ແລະ​ມີ​ຄວາມສຸກ​ກວ່າ​ເກົ່າ.

​ສະ​ນັ້ນ, ໃນ​ເວລາ​ຜູ້​ອື່ນ​ປະສົບຄວາມ​ຫຍຸ້ງຍາກ​, ຈົ່ງ​ເດ່​ມື​ຊ່ວຍ​ເຫຼືອ​ເຂົາ​ເຈົ້າ​ແດ່, ທຸກ​ຄົນ​ລ້ວນ​ແຕ່​ມີ​ຍາມ​ທີ່​ຕ້ອງການ​ການ​ຊ່ວຍ​ເຫຼືອຂອງ​ຜູ້​ອື່ນ, ຂໍ​ໃຫ້​ພວກ​ເຮົາ​ມີຈິດ​ໃຈ​ໂອບ​ເອື້ອ​ອາລີ​ຊ່ວຍ​ຜູ້​ອື່ນ, ​ເຊື່ອ​ວ່າ, ​ໂລກ​ນີ້​ຍ່ອມ​ຈະ​ອົບ​ອຸ່ນ​ກວ່າ​ເກົ່າ.