ຫຼວງພະ​ບາງ-ມໍລະດົກ​ໂລກ​ທີ່​ສົມ​ຊື່

(GMT+08:00) 2012-04-20 16:23:25     cri

ອາ​ຮາ! ມື້​ນີ້​ໄດ້​ມາ​ຮອດ​​ເມືອງຫຼວງພະ​ບາງ​​ແທ້ໆແລ້ວ! ອະລຸນ​ຢາກ​ມາ​ທ່ຽວ​ເມືອງຫຼວງພະ​ບາງມາ​ແຕ່​ດົນ​ແລ້ວ, ​ແຕ່​ດ້ວຍ​ສາ​ເຫດ​ຕ່າງໆ​ຈຶ່ງ​ໄດ້​ເລື່ອນ​ເວລາຈົນມາຮອດ​ວັນ​ນີ້.

ນ້ຳຕົກຕາດກວາງຊີ, ງາມແທ້!

ກ່ອນ​ຈະ​ມາ​ທ່ຽວ​ເມືອງຫຼວງພະ​ບາງ, ອະລຸນ​ໄດ້​ເບິ່ງ​ພາບ​ໃນ​ທາງ​ເວັບ​ໄຊ​ມາຫຼາຍ​ເທື່ອ​ແລ້ວ, ​ແລະ​ເຫັນ​ວ່າ​ເມືອງຫຼວງພະ​ບາງ​ຈັ່ງ​ແມ່ນ​ງາມ​ອີຫຼີ, ພາບ​ວີ​ວທີ​ວທັດ​ທຳ​ມະ​ຊາດຢູ່​ອ້ອມ​ຂ້າງ​ເມືອງ​ກໍງາມ​ທີ່​ສຸດ. ​ແຕ່​ມື້​ນີ້​ໄດ້​ມາ​ຮອດ​ແລະ​ໄດ້​ເຫັນ​ກັບ​ຕາ​ແລ້ວ, ອະລຸນ​ເຫັນ​ວ່າ, ​ຫຼວງພະ​ບາງ​ຍັງ​ງາມ​ກວ່າ​ທີ່​ໄດ້​ເຫັນ​ໃນ​ພາບນັ້ນອີກ ຫຼາຍ​ເທົ່າ, ສິ່ງ​ທີ່​ໄດ້​ສ້າງ​ຄວາມປະ​ທັບ​ໃຈ​ເລິກເຊິ່ງທີ່​ສຸດ​ໃຫ້​ແກ່​ອະລຸນ ກໍ​ແມ່ນ​ຈອມພູ​ສີ ​ແລະ ນ້ຳຕົກຕາດ​ກວາງຊີ, ຈອມ​ພູ​ສີ ​ແມ່ນ​ງາມ​ທີ່​ສຸດ​ໃນ​ຍາມ​ຕາ​ເວັນ​ຂຶ້ນ ​ແລະ ຍາມ​ຕາ​ເວັນ​ຕົກ, ​​ໃນ​ເວລາ​ນັ້ນ, ແສງ​​ຕາ​ເວັນ​​ສາດ​ສ່ອງ​ລົງ​ສູ່​ທົ່ວ​ເມືອງ, ​ເຮັດ​ໃຫ້​ທົ່ວ​ເມືອງຫຼວງພະ​ບາງ ​ເປັນຄື​​ເມືອງ​ສີຄຳ, ງາມ​ແທ້​ງາມ​ວ່າ! ສ່ວນ​ນ້ຳຕົກຕາດ​ກວາງຊີ ກໍ​ບໍ່​ດ້ອຍ, ພໍ​ລົດ​ແລ່ນ​ເຂົ້າ​ໃກ້​ແຫຼ່ງທ່ອງ​ທ່ຽວ ກໍ​ໄດ້​ຍິນ​ສຽງ​ນ້ຳ​ຕົກຕາ​ດດັງ​ກ້ອງ. ​ເມື່ອ​​ເຂົ້າ​​ໄປ​ໃນ​ເຂດ​ທ່ອງ​ທ່ຽວ​ແລ້ວ, ​ເຖິງ​ວ່າ​ຢູ່​ຂ້າງ​ນອກ​ຮ້ອນ​ປານ​ໃດ​ກໍ​ຕາມ, ຢູ່​ໃນ​ກໍ​ຮູ້ສຶກ​ເຢັນ​ສະບາຍໆ, ຄວາມ​ອິດ​ຄວາມ​ເມື່ອຍ​ຈາກ​ການຂີ່​ລົດ​ກໍ​ຫັບຫາຍ​ໄປ​ໝົດ. ນ້ຳ​ໃສ​ສະອາດທີ່​ສຸດ, ​ເບິ່ງ​ຄື​ໄຂ່​ມຸກນາງ​ຟ້າ​ປະດັບປະດາ​ຢູ່​​ເທິງ​ພູ​ທີ່​ເຕັມ​ໄປ​ດ້ວຍ​ທະ​ເລ​ສີຂຽວ​ຈາກ​ປ່າ​​ໄມ້ທີ່​ຕຶບໜາ. ກະ​ແສ​ນ້ຳ​ໄຫຼຖາດໆ​ຢູ່​ກາງ​ປ່າ, ​ເຮັດ​ໃຫ້​ຄົນ​ອົດ​ບໍ່​ໄດ້​ຢາກ​ໂດດ​ລົງ​ໄປ​ລອຍ​ຈັກ​ສາມ​ເວັນ​ສາມ​ຄືນ ^_^ ຂໍ​ຂອບ​ໃຈ​ນຳ​ຄົນລາວ​ເພື່ອນ​ມິດທຸກໆ​ຄົນ ທີ່​ໄດ້​ສ້າງເມືອງຫຼວງພະ​ບາງ​ໃຫ້​ເປັນ​ເມືອງ​ທີ່​ສວຍ​ງາມ ​ແລະ ​ເປັນ​ມໍລະດົກ​ໂລກ​ທີ່​ສົມ​ຊື່, ​ແລະ​ໄດ້​ຮັກສາຄວາມ​ສະອາດ​ແລະ​ຄວາມ​ງາມ​ຂອງ​ແຫຼ່ງທ່ອງ​ທ່ຽວ!

ນ້ຳຕົກຕາດກວາງຊີ, ງາມແທ້!


1 2 3