ຟັງເພງ MP3 ລະວັງຫູໜວກ

(GMT+08:00) 2012-04-26 10:16:21     cri
ປະຈຸບັນ, ເຄ່ືອງຫຼີ້ນ MP3 ພວມ ໄດ້ຮັບ ຄວາມນິຍົມ ຫຼາຍ ໃຜ ຈະ ຮູ້ບໍ່ ວ່າ ເຄື່ອງຫຼີ້ນ MP3 ເຫຼົ່ານີ້ ຈະ ເຮັດໃຫ້ ເດັກນ້ອຍ ແລະ ໄວ ໜຸ່ມ ພາກັນ ຫູໜວກຍ້ອນ ຟັງເພງ ທີ່ມີເຄື່ອງຂະ ຫຍາຍ ສຽງ ຂະໜາດ ດັງເກີນ ໄປ, ເຊິ່ງ ປະຈຸບັນ ນີ້ ພົບຄົນ ຫູໜວກ ຍ້ອນ ຟັງ ເພງ ເກີນໄປ ອ່າວ ຫຼາຍແລ້ວ.

ນັກວິຊາການ ພາກັນ ມາ ສະແດງ ຄວາມເປັນຫ່ວງ ເປັນໄຍ ວ່າ:  ຄົນສະໃໝນີ້ ຈະພາກັນ ຫູໜວກ ຫຼື ຫູອື້ ກັນ ຫຼາຍ ຂື້ນ. ເນື່ອງຈາກ ການເປີດ ເພງ ສຽງ ດັງ ເກີນ ໄປ..

ຜູ້ຊ່ຽວຊານ​ມະຫາວິ​ທະຍາ​ໄລ​ເຢລ​ໃນ​ສະຫະລັດ​ອາເມລິກາ​ກ່າວ​ວ່າ: ເຕັກ​ໂນ​ໂລຊີໃໝ່ໆ​ເປັນຕົ້ນ​ແມ່ນ​ເຄື່ອງ​ຫຼີ້ນ MP3 ທີ່ຕັ້ງ​ສຽງ​ໄວ້​ດັງ ແລະ ຫູຟັງ​ທີ່​ປ້ອງກັນ​ສຽງ​ພາຍ​ນອກ​ລົບກວນໄດ້ ແຮ່ງ​ເຮັດ​ໃຫ້​ໜ້າ​ເປັນຫ່ວງ​ຫຼາຍ​ຂື້ນ.

ສາດສະ​ດາຈານ​ປີເຕີ ຣາບີໂນວິດ ລະບຸວ່າ: ບາງຄົນ​ເປີດສຽງ​ດັງເທົ່າກັບ​ຂະໜາດ​ຂອງເຄື່ອງ​ຈັກເຮືອ​ບິນ​ໄອ​ພົ້ນ.ໃນ​ເມື່ອກ່ອນ​ຜູ້ທີ່​ຫູໜວກ​ແມ່ນ​ຜູ້ທີ່​ມີອາຊີບ​ກ່ຽວກັບ​ສຽງດັງ​ແລະ​ໃຊ້​ອາວຸດ​ປືນ, ແຕ່ສະ​ໄໝນີ້​ແຮງໜ້າ​ເປັນຫ່ວງ​ຫຼາຍ​ເດັກນ້ອຍ​ແລະ​ໄວໜຸ່ມ​ຈະພາກັນ​ຫູໜວກ​ຍ້ອນຟັງເພງ​ທີ່​ມີເຄື່ອງ​ຂະຫຍາຍ​ສຽງດັງ​ເກີນໄປ.

ໂດຍສະເພາະ​ແມ່ນ​ໂທລະສັບ​ມືຖື​ທີ່ມີ​ເຄື່ອງ​ຫຼີ້ນ MP3 ສ່ວນ​ໂຕ​ຫຼາຍຂື້ນ​ເຮັດໃຫ້​ສະດວກ​ສະບາຍ​ໃນ​ການ​ຟັງ, ເຊິ່ງ​ປະຈຸບັນ​ພວກເຮົາ​ຍັງ​ບໍ່​ສາມາດ​ຄໍານວນ​ຜົນເສຍ​ຕໍ່ສຸຂະພາບ​ໄດ້​ຢ່າງ​ທ່ວງທັນ ແລະ ທັງໄວ​ໜຸ່ມ​ໃນສະຫະລັດ​ອາເມ​ລິກາ ແລະ ເອີຣົບ​ກໍ່​ພາກັນ​ຟັງເພງ​ຈາກ​ເຄື່ອງຫຼີ້ນ MP3 ບໍ່ຕໍ່າກວ່າ 90%.   

ສະຖາບັນ​ປ້ອງກັນ​ການຫູໜວກ​ແຫ່ງຊາດ​ຂອງ​ອັງກິດ​ເຄີຍ​ກ່າວວ່າ: ຄົນ​ສ່ວນ​ຫຼາຍ 2 ໃນ 3 ມັກ​ຟັງເພງ​ໂດຍ​ສຽງດັງ​ບໍ່​ຕໍ່າ​ກວ່າ 85 ເດຊີເບວ. ເຊິ່ງ​ເປັນ​ລະດັບ​ທີ່ອົງການ​ອານາໄມໂລກ​ເຊື່ອວ່າ: ເຮັດໃຫ້​ຫູໜວກ​ຖາວອນ​ໄດ້​ເຊິ່ງ​ເພິ່ນ​ແນະນໍາ​ໄວ້ວ່າ: ວິທີ​ປ້ອງກັນ​ຫູໜວກ​ມີ 2 ທາງ​ຄື: ຢ່າ​ເປີດ​ສຽງ​ດັງຈົນ​ບໍ່ໄດ້​ຍິນສຽງ​ພາຍ​ນອກ ແລະ ຢ່າເປີດ​ສຽງດັງ​ຈົນຄົນ​ອ້ອມຂ້າງ​ໄດ້​ຍິນ​ສຽງນໍາ