ລາວ​ມີ​ຜູ້ຕິດ​ເຊື້ອ​ເອດ​ເກືອບ 5 ພັນ​ຄົນ​ແລ້ວ

(GMT+08:00) 2012-04-26 10:34:46     cri
ຜູ້​ຕິດ​ເຊື້ອ​ເອ​ດໃນ​ປະ​ເທດ​ລາວ​ຖື​ວ່າ​ມີ​ຕົວ​ເລກ​ເພີ່ມ​ສູງ​ຂື້ນທຸກໆປີ, ​ໃນ​ນັ້ນກຸ່ມ​ຊາຍ​ຮ່ວມ​ເພດ​ກັບ​ຊາຍ​ແມ່ນ​ມີ​ຄວາມ​ສ່ຽງສູງ​ທີ່​ສຸດ ສາ​ເຫດ​ຍ້ອນ​ມີ​ເພດ​ສຳພັນ​ທີ່​ບໍ່ປອດ​ໄພ.

   ອີງ​ຕາມ​ການ​ໃຫ້​ຂໍ້​ມູນ​ຂອງ​ສູນ​ຕ້ານ​ເອດ​​ແລະ​ພະຍາດ​ຕິດຕໍ່ທາງ​ເພດ​ສຳພັນ​ໃຫ້​ຮູ້​ວ່າ: ປັດຈຸບັນ​ມີ​ຜູ້​ຕິ​ເຊື້ອ​ເອດ​ແລ້ວ 4,942 ຄົນ​ໃນ​ທົ່ວ​ປະ​ເທດ, ສະ​ເພາະ​ປີ 2011 ມີ 670 ຄົນ​ເພີ່ມ​ຂື້ນ​ຈາກ​ປີ 2010 ມີ 58 ຄົນ, ​ເຊິ່ງ​ແຂວງ​ທີ່​ມີ​ຜູ້​ຕິດ​ເຊື້ອຫຼາຍກວ່າໝູ່​ແມ່ນ​ນະ ຄອນຫຼວງວຽງຈັນ 1,752 ຄົນ, ຮອງ​ລົງ​ມາ​ແມ່ນ​ແຂວງ​ສະຫວັນ​ນະ​ເຂດ1,719ຄົນ, ກຸ່ມ​ທີ່​ມີ​ຄວາມ​ສ່ຽງສູງ​ກວ່າໝູ່​ແມ່ນ​ຊາຍ​ຮ່ວມ​ເພດ​ກັບ​ຊາຍ, ສາວ​ບໍລິການ​ທາງ​ເພດ​ແລະ​ກຸ່ມ​ທີ່​ສັກ​ຢາ​ເສບ​ຕິດ​ເຂົ້າ​ທາງ​ເສັ້ນ​ເລືອດ.

  ​ເອດ​ແລະ​ພະຍາດ​ຕິດຕໍ່ທາງ​ເພດ​ສຳພັນ​ແມ່ນ​ພະຍາດໜຶ່ງທີ່​ຮ້າຍ​ແຮງ​ແລະ​ຍັງ​ບໍ່​ມີ​ຢາ​ຊະນິດ​ໃດ​ທີ່​ຈະ​ປິ່ນ​ປົ່ວ​ໃຫ້ຫາ​ຍຂາດ​ໄດ້​ມີ​ຢັບຢັ້ງ​ເທົ່າ​ນັ້ນ, ທາງ​ດ່ຽວທີ່​ຈະ​ເຮັດ​ໃຫ້​ປາສະ ຈາກ​ການ​ຕິດ​ເຊື້ອ​ເອດ​ແລະ​ພະຍາດ​ຕິດຕໍ່ທາງ​ເພດ​ສຳພັນ​ນັ້ນ​ກໍ​ມີ​ພຽງ​ແຕ່​ປ້ອງ​ກັນ​ເທົ່າ​ນັ້ນ,ເພາະວ່າ​ເຮົາ​ກໍ​ຮູ້​ດີ​ຢູ່​ແລ້ວ​ວ່າ: ​ເສັ້ນທາງການ​ຕິດຕໍ່ນັ້ນ​ກໍ​ມີ​ທາງ​ການ​ເພດ​ສຳພັນ, ທາງ​ເລືອດ​ແລະ​ຈາກ​ແມ່​ສູ​ລູກ. ​ແຕ່​ຖ້າ​ເຮົາ​ມາ​ເບິ່ງ​ປັດຈຸບັນ​ນີ້​ແລ້ວ​ເສັ້ນທາງ​ທີ່​ສາມາດ​ຕິດຕໍ່​ໄດ້​ງ່າຍ​ກວ່າໝູ່ນັ້ນ​ກໍ​ແມ່ນ​ທາງ​ເພດ​ສຳພັນ​ນີ້​ລະ, ທີ່​ເຮັດ​ເຮັດຕິ​ດ​ເຊື້ອ​ເອດ​ໄດ້​ໂດຍ​ບໍ່ຮູ້ສຶກ​ຕົວ​ໃນ​ເມື່ອ​ມີ​ເພດ​ສຳພັນ​ກັບຫຼາຍຄົນ, ມີ​ການ​ຮ່ວມ​ເພດ​ທີ່​ບໍ່ປອດ​ໄພ​ແລະ​ບໍ່​ໄດ້​ມີ​ການ​ປ້ອງ​ກັນຢ່າງ​ຖືກຕ້ອງ.  ຖັດຈາກ​ນັ້ນ​ມາ​ກໍ​ແມ່ນ​ການ​ຕິດຕໍ່ທາງ​ເລືອດ, ການ​ຕິດຕໍ່ທາງ​ເລືອດ​ນີ້​ເສັ້ນທາງ​ທີ່​ສ່ຽງທີ່​ສຸດ​ກໍຄື​ກຸ່ມ​ຄົນ​ທີ່​​ໃຊ້​ຢາ​ເສບ​ຕິດ​​ໂດຍ​ການ​ສັກ​ເຂົ້າ​ທາງ​ເສັ້ນ​ເລືອດ. ສ່ວນວ່າ​ຈາກ​ແມ່​ສູ່​ລູກ​ນັ້ນ​ມັນ​ກໍ​ເປັນ​ພຽງ​ແຕ່​ປາຍທາງ​ຂອງ​ການ​ນຳ​ສົ່ງ​ເຊື້ອ​ເທົ່າ​ນັ້ນ, ຖ້າບໍ່ມີ​ການ​ຕິດ​ເຊື້ອ​ຈາກ​ຕົ້ນ​ທາງ​ກໍ​ຄື​ທາງ​ເພດ​ສຳພັນ​ແລະ​ທາງ​ເລືອດ​ນັ້ນ, ການ​ຕິດ​ເຊື້ອ​ຈາກ​ແມ່​ສູ່​ລູກ​ແມ່ນ​ເກືອບ​ວ່າ​ຈະ​ບໍ່ມີ​ເລີຍ.

   ພວກ​ເຮົາ​ກໍ​ຄົງ​ຈະ​ຮູ້​ແລ້ວ​ວ່າ​ເອດຫຼືພະຍາດ​ຕິດຕໍ່ທາງ​ເພດ​ສຳພັນ​ນັ້ນ​ສາມາດ​ຕິດ​ຕໍ່​ໄດ້​ຄື​ແນວ​ໃດ? ບ່ອນ​ໃດ​ທີ່​ມີ​ຄວາມ​ສ່ຽງ?, ສະ​ນັ້ນ, ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ປາສະຈາກ​ສິ່ງ​ດັ່ງກ່າວ​ນັ້ນ? ບອກ​ໄດ້​ເລີ​ຍວ່າ​ສິ່ງ​ສຳຄັນ​ທີ່​ສຸດ​ມັນ​ຂື້ນ​ກັບ​ຕົວ​ເຮົາ​ເອງ!, ທ່ານຮູ້​ແລ້ວ​ແມ່ນ​ບໍ່ວ່າ​ເສັ້ນທາງ​ທີ່​ສ່ຽງຕໍ່ການ​ຕິດ​ເຊື້ອ​ນັ້ນຫຼາຍທີ່​ສຸດ​ກໍ​ຄື​ທາງ​ເພດ? ຖ້າ​ເຮົາຮູ້​ແລ້ວ​ກໍ​ບໍ່ມີ​ຮ່ວມ​ເພດ​ແບບ​ຊະຊາຍ, ບໍ່ຮ່ວມ​ເພດ​ກັບ​ຄົນ​ທີ່​ຕົນ​ເອງ​ບໍ່​ເຊື່ອໝັ້ນຫຼືບໍ່ກໍ​ໃຫ້​ມີ​ສະຕິ​ລະວັງ​ຕົວຢູ່ຕະຫຼອດວ່າ​ເຮົາ​ຄວນ​ປ້ອງ​ກັນ​ຕົວ​ເອງ​ດີກ​ວ່າ​ແລະ​ຄິດ​ໃນ​ໃຈ​ສະ​ເໝີວ່າຄວາມສຸກ​ ພຽງຄັ້ງໜຶ່ງຄັ້ງ​ດ່ຽວ​ແຕ່​ເຮັດ​ໃຫ້ເຮົາ​ເຈັບ​ປວດ​ໄປ​ຕະຫຼອດຊີວິດ. ປະ​ເພນີ​ລາວ​ບອກສອນ​ໄວ້​​ໃຫ້​ມີ​ຜົວໜຶ່ງ​ເມຍ​ດ່ຽວ​ເທົ່າ​ນັ້ນ​​ແມ່ນ​ບໍ່?

   ທີ່​​ເວົ້າ​ມາ​ນັ້ນ​ກໍ​ແມ່​ເສັ້ນທາງ​ຂອງ​ເອດ​ແລະ​ພະຍາດ​ຕິດຕໍ່ທາງ​ເພດ​ສຳພັນ​ທີ່​ຈະ​ເຂົ້າ​ໄປ​ໃນ​ຮ່າງ​ກ່າຍ​, ​ແລ້ວ​ເສັ້ນທາງ​ທີ່​ຕົວ​ເຮົາ​ຈະ​ເວົ້າ​ໄປ​ຫາ​ພະຍາດ​ເອດ​ແລະ​ພະຍາດ​ຕິດຕໍ່ທາງ​ເພດ​ສຳພັນັ້ນ​ລະ​ເປັນ​ສິ່ງ​ທີ່​ສຳຄັນ, ຖ້າ​ເຮົາ​ບໍ່ມົ້ວ​ສຸມທາງ​ເພດຫຼືມີ​ການ​ປ້ອງ​ກັນ​ທີ່​ປອດ​ໄພ​ກໍ​ຈະ​ເຮັດ​ໃຫ້ປອດ​ໄພ​ໄດ້. ​ແຕ່​ບາງ​ຄັ້ງ​ມັນ​ອາດ​ຈະ​ເກີດ​ຂື້ນ​ຈາກ​ການ​ຂາດ​ສະຕິ​ແມ່ນ​ບໍ່? ຖ້າ​ບາງ​ຄັ້ງ​ມັນ​​ເກີດ​ຂື້ນ​ຈາກ​ການ​ຂາດ​ສະຕິ, ​ແລ້ວ​ສິ່ງ​ທີ່​ເຮັດ​ໃຫ້​ຂາດ​ສະ​ຕິ​ແມ່ນ​ຫຍັງ? ສິ່ງ​ນັ້ນ​ກໍ​ຄື​ສິ່ງ​ມື່ນ​ເມົາ​ຕ່າງໆ​ເມື່ອ​ດື່ມຫຼາຍກໍ​ຈະ​ເຮັດ​ໃຫ້​ຂາດ​ສະຕິ, ​ເກີດ​ມີ​ການ​ຮ່ວມ​ເພດ​ແບບບໍ​ໄດ້​ປ້ອງ​ກັນ, ອີກ​ອັນໜຶ່ງກໍ​ແມ່ນ​ສິງ​ເສບ​ຕິ​ດປະ​ເພດ​ຕ່າງໆ​ທີ່​ຜູ້​ເສບ​ຮັບ​ເຂົ້າ​ໄປ​ໃນ​ຮ່າງ​ກາຍ​ແລ້ວ​ເຮັດ​ໃຫ້​ມີ​ຄວາມ​ຕ້ອງການ​ທາງ​ເພດ​ສູງ, ໜ້າມືດ​ຕາລາ​ຍສຸດ​ທ້າຍ​ບໍ່ຮູ້​ຮອດ​ວ່າ​ຕົນ​ເອງ​ເຮັດ​ຫຍັງ​ລົງ​ໄປ. ນອກຈາກ​ນັ້ນ​ກໍ​ແມ່ນ​ຄວາມ​ຮູ້​ເທົ້າ​ບໍ່​ເຖິງ​ການ​ຂອງ​​ໄວໜຸ່ມທີ່​ກຳລັງ​ຄຶກຄະນອງ, ການ​ບໍ່​ຮູ້ຈັກ​ຂໍ​ມູນ​ຂ່າວ​ສານກ່ຽວກັບ​ພະຍາດ​ດັ່ງກ່າວ​ກໍ​ຈະ​ເຮັດ​ໃຫ້​ມີ​ໂອກາດ​ເຊັ່ນ​ກັນ.