ຜົວເມຍ​ອາ​ຍຸ​ຫ່າງ​ກັນ​ເທົ່າໃດ​ຈຶ່ງ​ຈະ​ມີ​ຄວາມ​ສຸກ​ຫລາຍ​ທີ່ສຸດ

(GMT+08:00) 2012-04-26 10:36:25     cri
   ອາ​ຍຸ​ຂອງ​ຜົວເມຍ​ມີ​ຜົນ​ສຳຄັນ​ຕໍ່​ການ​ສົມ​ລົດ, ເມື່ອ​ມໍ່ໆມານີ້ນີ້ ນັກ​ວິທະຍາ​ສາດ​ເອີລົບ​ໄດ້​ສຳ​ລວດ​ປະຊາກອນ​ໂດຍ​ພົບ​ວ່າ ອາ​ຍຸ​ເປັນ​ສິ່ງ​ສຳຄັນ​ທີ່​ສົ່ງ​ຜົນ​ກະທົບ​ຕໍ່​ຄວາມຫມັ້ນຄົງ​ຂອງ​ຊີວິດ​ຄູ່, ນັກ​ວິທະຍາ​ສາດ​ຈາກ​ມະຫາ​ວິທະຍາ​ໄລ​ບາດ (University of Bath) ໄດ້​ຕິດ​ຕາມ​ສຳ​ຫລວດ​ການ​ຄອງ​ຄູ່​ຂອງ​ຄູ່​ສົມ​ລົດ 1 534 ຄູ່ ໂດຍ​ພົບ​ວ່າ ຄູ່​ຄອງ​ທີ່​ສາມາດ​ແຕ່ງ​ງານ​ແລະ​ຢູ່​ນຳກັນ​ຢ່າງ​ຍາວນານ​ທີ່ສຸດ​ກໍ​ຄື​ຄູ່​ທີ່​ຜູ້ຍິງ​ກັບ​ຜູ້​ຊາຍ​ຕ່າງ​ໄດ້ຮັບ​ການສຶກສາ​ລະ​ດັບ​ສູງ​ແລະ​ບໍ່​ເຄີຍ​ມີ​ປະຫວັດ​ຢ່າຮ້າງ​ກັນ​ມາ​ກ່ອນ, ໂດຍ​ຜູ້​ຊາຍ​ແກ່​ກວ່າ​ຜູ້ຍິງ​ກວ່າ 5 ປີ. ນັກ​ວິ​ໄຈ​ລະ​ບຸ​ວ່າການ​ທີ່​ເມຍ​ອາ​ຍຸ​ນ້ອຍ​ກວ່າ​ຜົວ​ຫລາຍກວ່າ 5 ປີ ມັກ​ບໍ່​ຄ່ອຍ​ເກີດ​ຂໍ້​ຂັດ​ແຍ້ງ​ໃນ​ການ​ຄອງ​ຊີວິດ​ຄູ່ ອັດຕາ​ການ​ຢ່າຮ້າງ​ຂອງ​ພວກ​ພວກເຂົາ​ຄື 1 ໃນ 6

   ນອກ​ຈາກ​ນີ້ ຜົນ​ການ​ວິ​ໄຈ​ຂອງ​ມະຫາ​ວິທະຍາ​ໄລ​ວຽນ​ນາ​ພົບ​ວ່າຫາກ​ຜົວ​ມີ​ອາ​ຍຸ​ຫລາຍກວ່າ​ເມຍ 4-6 ປີ ຈະ​ມີ​ລູກ​ຫລາຍ​ທີ່ສຸດ ຫາກ​ຜົວ​ອາ​ຍຸ​ຫລາຍກວ່າ​ເມຍ 15 ປີ ເຖິງວ່າ​ຈະ​ມີ​ລູກ​ບໍ່​ຫລາຍ ແຕ່​ຊີວິດ​ສົມ​ລົດ​ຈະ​ມີ​ຄວາມ​ສຸກ​ຫລາຍ​ທີ່ສຸດ

   ຕໍ່​ກໍລະນີ​ນີ້ ນາຍ​ຫວາງ ກົ໋ວ​ຫຍົງ ນັກ​ຈິດ​ວິທະຍາ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ​ກ່າວ​ວ່າ: ຄູ່​ສົມ​ລົດ​ທີ່​ທີີມຮລັກສະນະທີ່ກ່າວມານີ້​ມີ​ຄວາມ​ສຸກ​ຫລາຍ​ທີ່ສຸດ​ກໍ​ເພາະ​ເຫດຜົນ​ສາມ​ຢ່າງຊຶ່ງ​ເປັນ​ເສົາ​ຫລັກ​ທີ່​ເຮັດໃຫ້​ຄອບຄົວ​ມີ​ຄວາມຫມັ້ນຄົງ.

ໜຶ່ງ:  ຜູ້ຍິງ​ມັກ​ຝັນ​ທີ່​ຈະ​ມີ​ຜົວ​ທີ່​ມີ​ຄວາມ​ສຸ​ຂຸມ​ຮອບ​ຄອບ​ເໝືອນ​ພໍ່ ເບິ່ງແຍງ​ເໝືອນ​ພີ່   ແລະ​ມີ​ຊີວິດ​ຊີ​ວາ​ຄືກັບໝູ່ເພື່ອນ.

ສອງ:  ຜົວ​ທີ່​ອາ​ຍຸ​ຫລາຍກວ່າ​ມັກ​ຈະ​ມີ​ພື້ນ​ຖານ​ທາງ​ເສດຖະກິດ ຫຼຸດ​ອັດຕາ​ຂໍ້​ຂັດ​ແຍ້ງ​ທີ່​ຈະ​ເກີດ​ເນື່ອງ​ຈາກ​ເສດຖະກິດ.

ສາມ: ຜົວ​ອາ​ຍຸ​ຫລາຍກວ່າ ເມຍ​ມັກ​ຮູ້ສຶກ​ວ່າ​ເພິ່ງພາອາໃສ​ໄດ້​ແລະ​ເຊື່ອ​ຟັງຂໍ້​ຂັດ​ແຍ້ງ​ຈະ​ນ້ອຍ​ລົງ

    ແຕ່​ຄູ່​ສົມ​ລົດ​ທີ່​ມີ​ຊາຍ​ອາ​ຍຸ​ຫລາຍກວ່າ​ແບບ​ນີ້​ກໍ​ມີ​ຂໍ້​ເສຍ​ເຊັ່ນ​ກັນ. ສາດສະດາຈານ ​ເຈີ້ງ ຊີ​ຟູ່ ນັກ​ວິ​ຊາ​ການ​ດ້ານ​ຈິດ​ວິທະຍາ​ມະຫາ​ວິ​ທາ​ໄລ​ຄູ​ຫວາ​ຫະ​ໜານ​ເຫັນ​ວ່າໂດຍ​ທົ່ວ​ໄປ ອາ​ຍຸ​ສະເລ່ຍ​ຂອງ​ຜູ້​ຊາຍ​ຈະ​ສັ້ນ​ກວ່າ​ຜູ້ຍິງ ຫາກ​ຜົວ​ອາ​ຍຸ​ຫລາຍກວ່າ​ເມຍ​,  ຈະ​ມີ​ຄວາມ​ເປັນ​ໄປ​ໄດ້​ທີ່​ວ່າ​ຜົວ​ເຖິງ​ແກ່ມໍລະນາກຳກ່ອນ, ປ່ອຍ​ໃຫ້​ເມຍ​ຢູ່​ຢ່າງ​ດຽວ​ດາຍ.

ຄູ່​ສົມ​ລົດ​ມີ​ຫລາກ​ຫລາຍ​ຮູບ​ແບບ ນອກ​ຈາກ​ຜົວ​ອາ​ຍຸ​ຫລາຍກວ່າ​ເມຍ​ແລ້ວ ກໍ​ມີ​ເມຍ​ອາ​ຍຸ​ຫລາຍກວ່າ​ຜົວ ສຸ​ພາ​ສິດ​ຈີນ​ເລົ່າ​ວ່າ "ຝ່າຍ​ຍິງ​ອາ​ຍຸ​ຫລາຍກວ່າ​ຝ່າຍ​ຊາຍ 3 ປີ​ຈະ​ມີ​ຄວາມ​ສຸກ​ໃນ​ຄອບຄົວ" ໃນ​ສະໄໝ​ບູຮານ​ຈີນ ກໍ​ມີ​ປາກົດ​ການທີ່​ເມຍ​ອາ​ຍຸ​ຫລາຍກວ່າ​ຜົວ ຈົນ​ເຖິງ​ປະຈຸບັນ ຄູ່​ຮັກ​ທີ່​ຍິງ​ອາ​ຍຸ​ຫລາຍກວ່າ​ຊາຍ​ກໍ​ມີ​ຫລາຍ​ຂຶ້ນ​ໃນ​ສັງຄົມ

   ນາຍ​ຫວາງ ກົ໋ວ​ຫຍົງ ​ເຫັນ​ວ່າ ຄູ່​ສົມ​ລົດ​ທີ່​ຜົວ​ອາ​ຍຸ​ນ້ອຍ​ກວ່າ​ເມຍ​ມີ​ສອງ​ຢ່າງ ຢ່າງ​ທີ່​ໜຶ່ງ​ຄື ແມ່ນ​ຜົວ​ອາ​ຍຸ​ນ້ອຍ ແຕ່​ຄວາມ​ຄິດ​ຈິດ​ໃຈ​ເປັນ​ຜູ້ໃຫຍ່ ແລະ​ແມ່ນ​ເມຍ​ອາ​ຍຸ​ຫລາຍກວ່າແຕ່​ຈິດ​ໃຈ​ຍັງ​ເດັກ ຄູ່​ຄອງ​ລັກສະນະ​ນີ້ ແທ້ ໆ ແລ້ວ​ກໍ​ເໝືອນ​ກັບ​ກໍລະນີ​ຜົວ​ອາ​ຍຸ​ຫລາຍກວ່າ​ເມຍ ຊຶ່ງ​ມີ​ຄວາມ​ສຸກ​ເຊັ່ນ​ກັນ.

   ອີກ​ຢ່າງ​ກໍ​ຄື​ຜົວ​ມັກ​ຈະ​ເປັນ​ຄົນ​ບໍ່​ຄ່ອຍ​ເປັນ​ຕົວ​ຂອງ​ຕົວ​ເອງ ຫລື​ພວກ​ບໍ່​ຮູ້​ຈັກ​ຄວາມເປັນໃຫຍ່, ຢາກໃຫ້ເມຍເບິ່ງແຍງ​ເໝືອນ​ແມ່,  ຄູ່​ຄອງ​ແບບ​ນີ້​ຈະ​ມີ​ຂໍ້​ເສຍ ບໍ່​ວ່າ​ທາງ​ຈິດ​ໃຈ​ຫລື​ທາງ​ກາຍ ຜູ້ຍິງ​ຈະ​ແກ່​ໄວ​ກວ່າ​ຜູ້​ຊາຍ ຫາກ​ເມຍ​ມີ​ອາ​ຍຸ​ຫລາຍກວ່າ​ຜົວ​,  ເມຍ​ແກ່​ແລ້ວ ແຕ່​ຜົວ​ຍັງ​ໜຸ່ມ​ຢູ່ ອາດຈະ​ສັບສົນ​ເຮັດໃຫ້​ຄອບຄົວ​ບໍ່​ຫມັ້ນຄົງ​ໄດ້

     ນອກ​ຈາກ​ນີ້ ຄູ່​ຄອງ​ທີ່​ຜົວ​ອາ​ຍຸ​ນ້ອຍ​ກວ່າ​ເມຍ​ຍາດພີ່ນ້ອງ​ຫລື​ໝູ່ເພື່ອນ​ມັກ​ບໍ່​ຄ່ອຍ​ຍອມ​ຮັບເພາະ​ຕາມ​ຫລັກ ຜົວ​ຈະ​ມີ​ອາ​ຍຸ​ຫລາຍກວ່າ​ເມຍ, ການ​ທີ່​ຍາດພີ່ນ້ອງ​ຫລື​ໝູ່ເພື່ອນ​ບໍ່​ຍອມ​ຮັບອາດຈະ​ຕິ​ສິນ​ນິນ​ທາ​ສົ່ງ​ຜົນ​ກະທົບ​ຕໍ່​ການ​ຄອງ​ຄູ່