ກິດຈະກຳ​ການ​ອານຸລັກ​ນ້ຳ

(GMT+08:00) 2012-04-26 10:37:20     cri
ປ່າ​ໄມ່ຄື​ລົມ​ຫາຍ​ໃຈ​ຂອງ​ຊີວິດ ທຳລາຍ​ປ່າ​ໄມ້​ຄື​ທຳລາຍ​ຊີວິດ

1.    ລ້າງ​ລົດ​ແບບ​ປະ​ຫຍັດ​ນ້ຳ

ຖ້າ​ໃຊ້​ສາຍ​ສີດ​ສ້າງ​ລົດ 1 ຄັນ​ຈະ​ໃຊ້​ນ້ຳ​ປະມານ750 ລິດ​ຈຶ່ງ​ຈະ​ສະອາດ, ​ແຕ່​ຖ້າ​ລ້າງ​ລົດ 1ຄັນ​ດ້ວຍ​ຟອງ​ນ້ຳ​ແລະ​ໃຊ້​ນ້ຳ​ຈາກ​ຖັງ​ແທນ​ການ​ສີດ​ຈະ​ໃຊ້​ນ້ຳພຽງ​ແຕ່ 75 ລິດ​ເທົ່າ​ນັ້ນ

2.    ຮອບ​ຮູ້​ເລື່ອງ​ກ້ອກ​ນ້ຳ

ກ້ອກ​ນ້ຳ​ທີ່​ມີ​ນ້ຳ​ຮົ່ວ​ຊື່​ມ​ເຖິງ​ມັນ​ຈະໜ້ອຍ​ແຕ່​ອາດ​ຈະ​ເຮັດ​ໃຫ້​ເສຍ​ນ້ຳ​ໄດ້​ເຖິ່ງ 100 ລິດ​ຕໍ່ວັນ, ຊຶ່ງ​ຖ້າ​ເກີດ​ຂື້ນຫຼາຍໆຈຸດ​ໃນ​ເຮືອນ​ກໍ​ຈະ​ເຮັດ​ໃຫ້​ສູນ​ເສຍ​ນ້ຳ​ແບບ​ບໍ່ມີ​ປະ​ໂຫຍ​ດ.

3.    ​ເທັກນິກການ​ຫົດ​ຕົ້ນ​ໄມ້

ມີ​ການ​ສຶກສາ​ພົບ​ວ່າ​ຖ້າ​ຫົດ​ນ້ຳ​ຕົ້ນ​ໄມ້​ໃນ​ຕອນ​ເວລາ 9​ໂມງ​ເຊົ້າ​ຫາ 5 ​ໂມງ​ແລງ​ນັ້ນ, 60 ສ່ວນ​ຮ້ອນ​ຂອງ​ນ້ຳ​ທີ່​ຫົດ​ຈະລະ​ເຫີ​ຍສູ່​ອາກາດ​ໂດຍ​ຍຕົ້ນ​ໄມ້​ບໍ​ໄດ້​ຮັບປະ​​ໂຫຍ​ດ​ໃດໆ, ດັ່ງນັ້ນ, ​ເວລາ​ທີ່​ເໝາະສົມ​ໃນ​ການ​ຫົດ​ຕົ້ນ​ໄມ້​ແມ່ນ​ແຕ່​ເວລາຫຼັງ 5​ໂມງ​ແລງ ຫາ 9​ໂມງ​ເຊົ້າ.

4.    ອາບນ້ຳ​ໂດຍ​ໃຊ້​ນ້ຳ​ຈາກ​ອ່າງຫຼືຊາມ​ຈະ​ຊ່ວຍປະ​ຫຍັດ​ນ້ຳ

·     ຮູ​ຟັກ​ບົວ​ນ້ອຍ​ເທົ່າ​ໃດ​ກໍ​ຍິ່ງ​ຈະ​ຊ່ວຍ​ປະ​ຫຍັດ​ນ້ຳ​ໄດ້ຫຼາຍ​ເທົ່ານັ້ນ, ​ຖ້າ​ໃຊ້​ຫົວ ບົວ​ໃນ​ຂະນະ​ທີ່​ອາບ​ນ້ຳ​ແລະ​ປິດ​ເວລາ​ໃສ່​ສະບູ, ຈະ​ໃຊ້​ນ້ຳ​ໃນ​ເວລາ​ປະມານ 30 ລິດ, ​ແຕຖ້າ​ບໍ່ປິດ​ເວລາ​ໃສ່​ສະບູ​ຈະ​ໃຊ້​ນ້ຳ​ເຖິງ 90 ລິດ.

·     ຖ້າ​ອາບ​ນ້ຳ​ໃນ​ອ່າງ​ຈະ​ໃຊ້​ນ້ຳ​ສູງ​ເຖິງ 110-200 ລິດ

·     ຖ້າ​ອາບ​ນ້ຳ​ໂດຍ​ການ​ເປີດ​ກ້ອງ​ນ້ຳ​ປະ​ໄວ້​ແລະ​ໃຊ້​ເວລາ​ອາບ​ນ້ຳ​ປະມານ 10 ນາທີ​ກໍ​ຈະ​ໃຊະ​ນ້ຳ​ເຖິງ 90 ລິດ ​ເພາະ​ກ້ອກ​ນ້ຳ​ມີ​ອັດຕາ​ການ​ໄຫຼປະມານ 9 ລິດ​ຕໍ່ນາທີ

·     ຄວນ​ລ້າງ​ພື​ດພັກ​ຕ່າງໆດ້ວຍ​ນ້ຳ​ໃນ​ພາຊະນະ​ບັນ​ຈຸ​ເປັນ​ຕົ້ນ​ແມ່ນ​ຊາມ, ຄຸ​ແລະ​ອື່ນ​ເພາະ​ມັນ​ຈະ​ຊ່ວຍ​ປະ​ຫຍັດ​ນ້ຳ, ຖ້າ​ລ້າງ​ຜັກ​ແລະໝາກ​ໄມ້​ຕ່າງໆດ້ວຍ​ການ​ເປີດ​ນ້ຳ​ຕາກ​ກ້ອກ​ນ້ຳ​ໃສ່​ກໍ​ຈະ​ສີ້​ນ​ເປືອງ​ນ້ຳ​ຂື້ນ​ອີກ 2 ​ເທົ່າ ​ແລະ​ຄວນ​ເອົາ​ນ້ຳ​ຈາກ​ການ​ລ້າງ​ພືດ​ຜັກຫຼືໝາກ​ໄມ້​ນັ້ນ​ໄປ​ຫົດ​ຕົ້ນ​ໄມ້​ຍິ່ງ​ເປັນ​ການ​ດີ.

·     ຖ້າ​ສີ​ແຂ້ວ​ດ້ວຍ​ການ​ໃນ​ໂອ​ຕັກ​ນ້ຳ​ຈາກ​ອ່າງ​ຈະ​ໃຊ້​ນ້ຳ​ປະມານ 5 -10 ລິດ​ແຕ່​ຖ້າສີ​ແຂ້ວດ້ວຍ​ການ​ເປີດ​ກ້ອກ​ນ້ຳ​ໄວ້​ປະມານ 3 ນາທີ​ຈະ​ໃຊ້​ນ້ຳ​ສູງ​ເຖິງ 27 ລິດ