ແມ່ນ້ຳ 5 ສີ ທີ່​ໂຄ​ລົມ​ເບຍ ແມ່ນ້ຳ​ທີ່​ງາມ​ທີ່ສຸດ​ໃນ​ໂລກ

(GMT+08:00) 2012-04-26 10:38:02     cri
"The river of the five colors" ຫລື ແມ່ນ້ຳ 5 ສີ ຫລື ​ເອີ້ນ​ອີກ​ຢ່າງ​ໜຶ່ງວ່າ  "The river that run away to paradise" ຫລື​ແມ່ນ້ຳ​ສູ່​​ສະຫວັນ, ​ແມ່​ນໍ້າ​ນີ້​ຂຶ້ນ​ຊື່​ວ່າ​ເປັນ​ແມ່ນ້ຳ​ທີ່​ງາມ​ທີ່ສຸດ​ໃນ​ໂລກສຸດ,  ປົກກະຕິ​ເວລາ​ທີ່​ເຮົາ​ໄປ​ພົບແມ່ນ້ຳ​ທີ່​ໃສ​ສະ​ອາດ​ກໍ​ນັບ​ວ່າ​ງາມສົມ​ຄວນແລ້ວ, ແຕ່​ແມ່​ນ້ຳ​ແຫ່ງ​ນີ້!! ນ້ຳ​ມີ​​ເຖີງ 5 ສີ​​.

ແມ່ນ້ຳ 5 ສີ ເປັນ​ແມ່ນ້ຳ​ນີ້​ຢູ່​ທາງ​ຕອນ​ເໜືອ​ຂອງປະເທດ​ໂຄ​ລົມ​ເບຍ, ໃນ​ເມືອງ Macarena La ຊຶ່ງ​ເປັນ​ຕົ້ນ​ນ້ຳ ມີ​ລັກສະນະ​ເປັນ​ທານ​ຫິນ​ຕື້ນໆ ບໍ່​ມີ​ດິນ​ຕົມ, ນ້ຳ​ບ່ອນນີ້​ຈຶ່ງ​ໃສ​ສະອາດ, ພໍ​ແສງ​ແດດ​ສ່ອງລົງ​ຮອດ​ພື້ນ​ນ້ຳ, ເຮົາ​ກໍ​ຈະ​ເຫັນ​ປະ​ຕິ​ມາ​ກຳ​ໃຕ້​ນ້ຳ, ຕົ້ນ​ຫຍ້າ mosses ແລະ algae ທີ່​ມີ​ສີ​ນ້ຳ​ຕານ ຫລື ສີ​ຂຽວ ເກືອບ​ຕະຫລອດ​ທັງ​ປີ ແລະ​ຂໍ​ບອກວ່າ​ແມ່ນ້ຳ​ງາມ​ສາຍ​ນີ້ ເປັນ​ແມ່ນ້ຳ​ທີ່​ງາມ​ດ້ວຍ​ຕົວ​ເອງ ບໍ່​ໄດ້​ງາມ​ດ້ວຍ​ສະພາບ​ແວດ​ລ້ອມ​ຫລື​ທິວທັດ​ສອງ​ຟາກ​ຝັ່ງ​ແລະ​ພາບ​ທີ່​ເຫັນ​ເປັນ​ຂອງ​​ແທ້​ຂອງ​ເກີດ​ຂື້ນ​ເອງ.  ໂດຍ​ສິ່ງ​ທີ່​ແຕກ​ຕ່າງ​ຈາກ​ແມ່ນ້ຳ​ສາຍ​ອື່ນໆ ກໍ​ຄື ໂງ່ນ​ຫິນ​ທີ່​ປົກ​ຄຸມ​ດ້ວຍຫຍ້າສີ​ຂຽວ, ສີ​ມ່ວງ, ສີ​ແດ​ແລະ​ສີ​ຂຽວ ປະສົມ​ຜະ​ສານ​ກົມ​ກືນ​ຈົນ​ສາຍ​ນ້ຳ​ກາຍ​ເປັນ​ສີ​ຟ້າ​ເຂ້ມ, ​ເປັງ​ປະ​ກາຍ​ຄວາມ​ງາມ​ຫລາກ​ຫລາຍ​ໃຫ້​ໃຜ​ຕໍ່​ໃຜ​ຕ່າງ​ປະ​ທັບ​ໃຈ​ບໍ່​ຮູ້​ລືມ, ເພາະ​ເຮັດໃຫ້​ແມ່ນ້ຳ​ສາຍ​ນີ້​ງົດ​ງາມ​ດັ່ງ​ສາຍ​ຮຸ້ງ​ໃນ​ລະດູ​ຝົນ.

   ສ່ວນ​ລະດູ​ການ​ທີ່​ເໝາະ​ສົມ​ທີ່ສຸດ​ໃນ​ການ​ມາ​ທ່ຽວຈະ​ເປັນ​​​ໄລຍະຮອຍ​ຕໍ່​ສັ້ນໆ ລະຫວ່າງ​ລະດູ​ຝົນ ກັບ ລະດູ​ຮ້ອນ, ເພາະ​ລະ​ດັບ​ນ້ຳ​ກຳ​ລັງ​ພໍ​ດີ, ພືດ​ນ້ຳ​ແຕ່​ລະ​ຊະນິດ​ຈະ​ພາ​ກັນ​ຊູ​ຊໍ່​ອອກ​ດອກ​ຫລາຍ​ຫລາກ​ສີ​ສັນ, ຕັດ​ສະ​ຫລັບ​ສີ​ຟ້າ ສີ​ຂຽວ ສີ​ດຳ ສີ​ແດງ​ເຕັມ​ສອງ​ຟາກ​ຝັ່ງ ແລະ​ໃນ​ພື້ນ​ແມ່ນ້ຳ​ອີກດ້ວຍ, ບັນດາ​ນັກ​ທ່ອງ​ທ່ຽວ​ຈຶ່ງ​ໃຈ​ຈົດ​ໃຈ​ຈໍ່​ລໍ​ຄອຍດ້ວຍ​ໃຈ​ຢາກ​ມາ​ສຳ​ຜັດຊຶ່ງ​ຕະຫລອດ​​ໄລ​ຍະ​ຄວາມ​ກວ້າງ​ຂອງ​ແມ່ນ້ຳ 5 ສີ 20 ແມັດ ຄວາມ​ຍາວ​ກວ່າ 100 ກິ​ໂລ​ແມັດ, ນັບ​ເປັນ​ຄວາມ​ມະຫັດສະຈັນ​ຫລາຍ, ນອກ​ນັ້ນ​ຄວາມ​ງົດ​ງາມ​ນີ້​ຍັງ​ບໍ່​ໄດ້​ຖືກ​ກະທົບ​ກະ​ເທືອນ​, ເພາະ​ບໍ່​ມີ​ຖະໜົນ​ເສັ້ນ​ໃດໆເຂົ້າໄປ​ເຖິງ, ນອກ​ຈາກ​ເຮົາ​ຈະ​ຂີ່​ມ້າ​ຫລື​ຂີ່​ລາ​ຫລື​ຖ້າ​ຖຶກໆ​ກໍ​ສາມາດ​ຍ່າງ​ຕີນ​ໄດ້​, ດັ່ງ​ນັ້ນ​ສິ່ງ​ທີ່​ບໍລິສັດ​ທ່ອງ​ທ່ຽວ​ທົ່ວ​ໂລກ​ເຮັດ​ໄດ້​ກໍ​ຄືຕ້ອງ​ກຽມ​ຈັດ​ເສັ້ນ​ທາງ​ການ​ບິນ​ເພື່ອ​ນຳ​ນັກ​ທ່ອງ​ທ່ຽວ​ບິນ​ໄປ​ໃຫ້​ໃກ້​ເມືອງ La Macarena ຫລາຍ​ທີ່ສຸດ. ​