ຜົວເມຍ​ມີ​ອາ​ຍຸ​ໄລ່​ເລ່ຍ​ກັນ

(GMT+08:00) 2012-04-26 10:39:14     cri

   ໃນ​ສັງຄົມ​ຈີນ ສ່ວນ​ໃຫຍ່​ຜົວເມຍ​ມີ​ອາ​ຍຸ​ໄລ່​ເລ່ຍ​ກັນ, ຮອງ​ສາດສະດາຈານ ​ຍົວະ ສ່ຽວ​ຕົງ ຄະນະ​ວິທະຍາ​ສາດ​ສັງຄົມ​ມະຫາ​ວິທະຍາ​ໄລ​ພາສາ​ຈີນ​ຮົງ​ກົງ​ລະ​ບຸ​ວ່າ:  ຜົວເມຍ​ທີ່​ມີ​ອາ​ຍຸ​ໄລ່​ເລ່ຍ​ກັນ​ລວມ​ທັງ​ຜົວ​ທີ່​ອາ​ຍຸ​ຫລາຍກວ່າ​ເມຍ 3 ປີ ຊຶ່ງ​ຈະ​ເປັນ​ຄົນ​ລຸ້ນ​ດຽວ​ກັນ ຄູ່​ຄອງ​ແບບ​ນີ້​ມີ​ຂໍ້​ດີ 6 ປະ​ການ:

  ໜຶ່ງ: ງ່າຍ​ທີ່​ຈະ​ສ້າງ​ຄວາມ​ສຳພັນ​ໃຫ້​ໃກ້​ຊິດ

  ສອງ ສື່​ສານ​ກັນ​ງ່າຍ

  ສາມ:  ເຕີບໂຕ​ໄລ່​ເລ່ຍ​ກັນ

  ສີ່ : ມັກ​ມີ​ຄວາມ​ເຫັນທີ່ຖືກ​ຕ້ອງ​ນຳກັນ

  ຫ້າ: ໄດ້ຮັບ​ການ​ສະໜັບສະໜູນ​ຈາກ​ຍາດຕິພີ່ນ້ອງ

  ຫົກ: ເທົ່າ​ທຽມ​ກັນ​ແລະ​ເຊື່ອ​ໃຈ​ກັນ

  ຄູ່​ຄອງ​ທີ່​ມີ​ອາ​ຍຸ​ໄລ່​ເລ່ຍ​ກັນ​ຈະ​ມີ​ປະສົບການ​ທາງ​ສັງຄົມ​ຄ້າຍ​ໆ ກັນ ເມື່ອ​ພົບກັບ​ບັນ ຫາ​ອຸປະສັກ​ໃນ​ການ​ດຳ​ລົງ​ຊີວິດຈະ​ເຂົ້າໃຈ​ກັນ​ງ່າຍ ແລະ​ງ່າຍ​ທີ່​ຈະ​ຮ່ວມ​ທຸກ​ຮ່ວມ​ສຸກນຳກັນ

   ແຕ່​ເຖິງວ່າ​ຜົວເມຍ​ທີ່​ມີ​ອາ​ຍຸ​ໄລ່​ເລ່ຍ​ກັນ​ຈະ​ມີ​ຂໍ້​ດີ​ຫລາຍ​ຢ່າງ ແຕ່​ກໍ​ມີ​ບັນຫາ​ທີ່​ແກ້​ຍາກ​ເຊັ່ນ​ກັນ ຜົວເມຍ​ທີ່​ມີ​ອາ​ຍຸ​ໄລ່​ເລ່ຍ​ກັນ​ມັກ​ຈະ​ແຍ່ງ​ກັນ​ຕັດ​ສິນ​ໃຈ​ເນື່ອງ​ຈາກ​ໄວ​ບໍ່​ຕ່າງ​ກັນ​ຫລາຍ​ຮູ້ສຶກ​ເທົ່າ​ທຽມ​ກັນ, ຈະ​ມີ​ການ​ຜິດຖ່ຽງກັນເລື່ອຍເພື່ອ​ແຍ່ງ​ສິດ​ທິ​ການ​ເປັນ​ຫົວ​ໜ້າ​ຄອບຄົວ

ຄວາມຈິ່ງແລ້ວຄູ່​ສົມ​ລົດ​ບໍ່​ວ່າ​ໃນ​ຮູບ​ແບບໃດ ຕ່າງ​ກໍ​ມີ​ຂໍ້​ດີ​ຂໍ້​ເສຍ,  ທ່ານ ​ຫວາງ ກົ໋ວ​ຫຍົງ​, ລະ​ບຸ​ວ່າ: ຂໍ້​ສຳຄັນ​ໃນ​ການ​ຄອງ​ຊີວິດ​ຄູ່​ທັງ​ຜົວເມຍ​ບໍ່ຄວນຕັ້ງ​ເງື່ອນ​ໄຂ​ຫລາຍ​ໄປ,  ສົນ​ໃຈ​ຄວາມ​ຮູ້ສຶກ​ຂອງ​ກັນ​ແລະ​ກັນ​ເປັນ​ສິ່ງ​ສຳຄັນ​ທີ່ສຸດ

ຄວາມ​ຮັກ​ໃນ​ພາສາ​ອັງ​ກິດ​ຄື "Love" ຊຶ່ງ​ເປັນ​ຄຳ​ຫຍໍ້​ມາ​ຈາກ​ພາສາ​ລາ​ຕິນ​ປະ​ໂຍກ​ໜຶ່ງ ທີ່​ແປ​ຄວາມຫມາຍ​ໄດ້​ວ່າ "ຄວາມ​ຮັກ​ເປັນ​ຄວາມ​ສົນ​ໃຈ​ຢ່າງ​ຖາວອນ​ຕໍ່​ຊີວິດ​ຂອງ​ຄົນ​ອື່ນ"

ຄົນ​ຈີນ​ມັກ​ເວົ້າ​ວ່າ "ຄວາມ​ສູງ​ຂອງ​ຮ່າງກາຍ​ບໍ່ແມ່ນ​ບັນຫາ,  ອາ​ຍຸ​ບໍ່ແມ່ນ​ບັນຫາ,  ໜ້າ​ຕາ​ບໍ່ແມ່ນ​ບັນຫາ ຮັກ​ແທ້​ເປັນ​ສິ່ງ​ສຳຄັນ"
  ຢ່າງໃດ​ກໍ​ຕາມ ອາ​ຍຸ​ມີ​ຄວາມ​ສຳຄັນ​ຕໍ່​ຄວາມ​ຮັກ​ແລະ​ການ​ຄອງ​ຊີວິດ​ຄູ່ ແຕ່​ປັດ​ໄຈ​ສຳຄັນ​ທີ່​ເຮັດໃຫ້​ຊີວິດ​ຄູ່​ຫມັ້ນຄົງ​ຫລື​ບໍ່​ນັ້ນ ກໍ​ຄື​ຜົວເມຍ ມີ​ຄ່າ​ນິຍົມ​ທີ່​ຄ້າຍ​ຄຶງ​ກັນ ຈຶ່ງ​ຈະ​ມີ​ຄວາມ​ເຂົ້າໃຈ​ກັນ ແລະ​ເຮັດໃຫ້​ການ​ດຳລົງຊີວິດ​ຄູ່​ຫມັ້ນຄົງ​ຍືນ​ຍາວ