ການ​ພັດທະນາ​ຄວາມ​ສະຫຼາດ​ທາງ​ອາລົມ​ມີ​ຄວາມ​ສຳຄັນ​ຢ່າງຍິ່ງ

(GMT+08:00) 2012-04-26 10:50:19     cri
ຄົນເຮົາ​ຖ້າ​ມີ​ສຸ​ຂະ​ພາບ​ກາຍດີ , ໃຈດີ ແລະ ມີ​ສຸຂະພາບ​ຈິດ​ທີ່ດີ​ຊ່ວຍໃຫ້​ການ​ດຳເນີນ​ຊີວິດ​ເປັນໄປ​ໄດ້​ຢ່າງ​ສ້າງ ສັນ ມີ​ຄວາມ​ຜາສຸກ ບໍ່​ແມ່ນ​ສິ່ງ​ທີ່ຕິດໂຕ​ມາແຕ່​ກຳເນີດ, ​ເພາະ​ສິ່ງ​ເຫລົ່າ​ນັ້ນ​ສາມາດ ຝຶກຝົນ​ໃຫ້​ມີ​ທັກສະ​ທີ່​ດີ ມີ​ຄວາມ​ສະ​ຫລາດ , ມີໄຫວພິກ,  ໄວໃນດ້ານຄວາມຄິດ ເຊິ່ງ​ຜູ້​ຂຽນ​ໄດ້​ຮວບ​ຮວມ ຮຽບຮຽງ ການ​ຝຶກ​ທັກ​ສະ 4 ວິ​ທີ​ມາ ນຳ​ສະ​ເຫນີ  

ການ​ພັດ​ທະ​ນາ​ເຍົາວະ ຊົນ-ຊາວຫນຸ່ມ​ໃນໄລຍະ​ໄວ​ສຶກສາ​ຮຳ່ຮຽນ,  ນອກຈາກ​ການ​ຝຶກ​ທັກສະ​ຄວາມສະຫລາດ​ທາງ​ສະຫມອງ​ຫລື​ໄອ ຄິວ ( IQ )ແລ້ວ ຍັງ​ຕ້ອງ​ຝຶກ​ຄວາມສະ ຫລາດ​ທາງ​ອາລົມ ຫລືອີຄິວ (EQ) ຕື່ມອີກ. ອີຄິວ​ຖື​ໄດ້ວ່າ​ເປັນ​ສ່ວນ​ສຳຄັນ​ຕໍ່​ໄວຮຽນ​ຢ່າງຍິ່ງ​ຊຶ່ງ​ການ ເຂົ້າໃຈຮູ້ຈັດຈຳແນກ​ຄວບຄຸມ ແລະ ສະແດງ​ອາລົມ​ຖືກຕ້ອງ​ຕາມ​ກາລະ​ເທສະ​ໄດ້ນັ້ນ, ຈະ​ຊ່ວຍ​ເສີມ​ຄວາມສຸກສ້າງ​ຄວາມສົມດູນ​ຂອງ​ຊີວິດ​ທັງ​ຍັງສາມາດ​ປະເຊີນກັບ​ຄວາມຂັດ​ຂ້ອງ​ຫມອງໃຈ ແລະ ແກ້ໄຂ​ບັນຫາ​ຕ່າງໆ​ໄດ້ ຢ່າງຄ່ອງ​ແຄ້ວ​ໂດຍທັກສະ ດັ່ງກ່າວສາມາດ​ສ້າງ​ໄດ້​ງ່າຍໆ ດັ່ງນີ້:    

ໜຶ່ງ: ເລີ່ມຈາກ"ຝຶກ​ສະ​ມາທິ​"ຈະຊ່ວຍ​ຈັດ​ລະບຽບ​ຄວາມ​ຄິດສ່ົງ​ເສີມ​ສະມັດ​ຕະພາບ​ທາງໃຈ ເຮັດໃຫ້​ມີ​ຄວາມຫມັ້ນທ່ຽງ​ທາງອາລົມ​ສະຫງົບ​ຫນັກ​ແໜນ້ນ,​ ເຢືອກເຢັນ​ທັງຍັງ​ຄາຍຄຽດ​ເປັນ​ເຄື່ອງມື​ເສີມສ້າງ​ປະສິດ​ທິພາບ​ໃນ​ການສຶກສາ​ຮ່ຳຮຽນ, ​ນອກນັ້ນ​ການ​ອອກກຳ ລັງກາຍ ຫຼີ້ນ​ດົນຕີ ປູກ​ຕົ້ນ​ໄມ້ ກໍ່​ເປັນ​ຜົນດີ​ຕໍ່​ຈິດໃຈ​ຊາວ ຫນຸ່ມ-ໄວຮຽນ​ໄດ້​ເຊັ່ນກັນ.  

ສອງ: "ຝຶກລະ​ງັບ​ອາລົມ" ​ເມື່ອ​ຍາມ​ພົບ​ສະຖາ​ນະການ ຕຶງຄຽດ​ດ້ວຍ​ເຫດການ​ຕ່າງໆ​ສະມາທິ​ຈະ​ກຳນົດ​ລົມ​ຫາຍໃຈ​ໃຫ້​ສະຕິ​ຢູ່​ກັບ​ໂຕ ໂດຍຫາຍ ໃຈເຂົ້າ-ອອກ​ຍາວໆ, ນັບ 1-10 ຫລືນັບ​ຕໍ່ໄປ​ເລື້ອຍໆ​ຈົນ ຮູ້ສຶກ​ສະຫງົບ​ຫລື​ຫລີກ​ໂຕ​ອອກ​ມາ​ຊົ່ວຄາວ, ເຊິ່ງຫົວໃຈ ຫລັກ​ທີ່​ສຳຄັນ​ຄື: ຕ້ອງຮູ້​ເທົ່າທັນ​ອາລົມ​ຕົນເອງ ຄຽດ​ກໍ່​ຕ້ອງຮູ້​ວ່າຄຽດ, ແຕ່ສາມາດ​ຄວບຄຸມ​ຄວາມຄຽດ​ນັ້ນ​ໄດ້ ແລະ ຫາວິທີ​ທາງອອກ​ຢ່າງ ເຫມາະສົມ.   

ສາມ: "ປະຖີ້ມພຶດຕະກຳທີ່ສັງ ຄົມບໍ່​ຍອມຮັບ" ແລະ ຄ່ອຍໆ ປັບປຸງ​ຕົນເອງ ຮູ້ຈັກ​ເອົາໃຈ​ເພ່ິນ​ມາ​ໃສ່ໃຈເຮົາ ຝຶກ​ເປັນຜູ້ ເວົ້າ-ຜູ້ຟັງ​ທີ່ດີ​ແລະ​ບໍ່ລືມ​ທີ່ຈະ​ໃສ່ໃຈ​ຄວາມ​ຮູ້ສຶກ​ຂອງຜູ້ອື່ນ.

ສີ່: "ຍອມຮັບຄວາມ​ບົກພ່ອງ" ເນື່ອງ​ຈາກສິ່ງ​ທີ່​ຫວັງອາດ​ບໍ່ເປັນ​ດັ່ງທີ່ຄິດ 100% ດັ່ງນັ້ນ, ທັກສະ​ຂໍ້ນີ້​ຈະຊ່ວຍ​ໃຫ້​ບໍ່ມີ ຄວາມ​ຕຶງ​ຄຽດ ບໍ່ມີຄວາມທຸກ ບໍ່ຜິດຫວັງ​ຫລາຍເກີນ​ໄປ ຂະ ນະດຽວກັນ​ລອງ​ເບິ່ງເປັນ ຄວາມ​ທ້າທາຍ​ເພື່ອ​ສ້າງພະ ລັງໃຈ​ຕໍ່ສູ້ກັບ​ອຸປະ​ສັກ​ໃຫ້ ຜ່ານ​ພົ້ນ​ໄປໄດ້.