ຢາກສະຫຼາດຕ້ອງອ່ານຫຼາຍໆ
(GMT+08:00) 2012-04-26 10:51:11 cri
ທ່ານ ໄອສະໄຕ ນັກວິທະຍາສາດອະພິມະຫາອັດສະລິຍະຂອງໂລກກ່າວວ່າ: ຈິນຕະນາການສຳຄັນກວ່າຄວາມຮູ້ ເຊັ່ນ: ມີຜູ້ຄິດຄົ້ນທິດສະດີວິທະຍາສາດທີ 1, ເວລາຜ່ານໄປມີຜູ້ຄົ້ນຄິດທິດສະດີວິທະຍາສາດແບບທີ 2, ເມື່ອທິດສະດີແບບທີ 2ມາແທນບ່ອນທີ 1 ແນ່ນອນວ່າແບບທີ 1 ຈະມີຄ່າອີກຕໍ່ໄປ ເຖິງຈະມີຄວາມຮູ້ເລື່ອງທະດສະດີແບບທີ 1ເປັນຢ່າງດີກໍຕາມ, ແຕ່ຈິນຕະນາການແມ່ນລູກກຸນແຈຂອງການຄົ້ນຄິດທິດສະດີໃໝ່ໃຫ້ອອກມາຫັກລ້າງເຍາະເຍີ້ຍທິດສະດີເກົ່າໆ, ດັ່ງນັ້ນ, ຕຶ່ງເວົ້າໄດ້ວ່າ: ຈິນຕະນາການສຳຄັນກວ່າຄວາມຮູ້.
ການຟັງຄືປັດໃຈທີ່ສຳຄັນທີ່ເຮັດໃຫ້ເກີດຈິນຕະນາການ, ແຕ່ກໍຍັງມີຂີດຈຳກັດຕ້ອງມີສະມາທິຈົດຈໍ່, ຖ້າໄປເລັ່ງຄວາມໄວກໍຈະເປັນການຢາກຕໍ່ການຟັງ ໂດຍສະເພາະແມ່ນການບັນລະຍາຍສົດ, ການຟັງໂດຍສ່ວນໃຫ່ຍແມ່ນຈະຟັງຫຼາຍໆຄົນພ້ອມໆກັນແລະຫຼາຍຄົນທີ່ກຳລັງຟັງນຳກັນກໍມີຄວາມຮັບຮູ້ແຕກຕ່າງກັນດັ່ງນັ້ນຈຶ່ງເວົ້າໄດ້ວ່າອາດຈະບໍ່ໄດ້ຮັບຜົນເທົ່ທີຄວນ, ກົງກັນຂັ້ນກັບການອ່ານ ເຊິ່ງຈະໄດ້ຈິນຕະນາການແບບບໍ່ມີຂີດຈຳກັດຢ່າງແທ້ຈິ່ງ, ແຕ່ລະຄົນອ່ານຊ້າ-ໄວບໍ່ເທົ່ກັນ, ຄົນທີ່ຕ້ອງການອ່ານໄວກໍອ່ານແບບຜ່ານໆໄປແລະຊອກຫາແຕ່ປະເດັ່ທີ່ສຳຄັນຕາມເນື້ອໃນທີ່ຢາກຮູ້ ເຮັດໃຫ້ຈັບໄດ້ໃຈຄວາມໃນໄລຍະເວລາອັນສັ້ນ.
ແຕ່ຖ້າມີການບັນລະຍາຍແບບ CD ແລະແບບໜັງສື ຄົນທີຕ້ອງການຄວາມໄວ ຈະເລືອກອ່ານໜັງສື ເພາະໄວກວ່າ, ຂໍ້ມູນຂ່າວສານກໍມີຫຼາຍ, ທ່ານສາມາດຊອກອ່ານເອົາເນື້ອໃຈທີ່ກົງກັບຄວາມຕ້ອງການໄດ້ ການອ່ານຈຶ່ງເປັນວິທີການທີ່ໜ້າສົນໃຈກວ່າໃນການບັນທິກຂໍ້ມູນເຊັ່ນ: ຄົນທີ່ອ່ານເລື່ອງ ແຮລີ ພອ້ດເຕີ ຈິນຕະນາການຈະກວ້າງໄກ, ແຕ່ໄປເບິ່ງຮູບເງົາພັດບໍ່ມ່ວນເພາະບໍ່ໄດ້ຈິນຕະນາການເອົາເອງ.
ທ່ານກ່າວອີກວ່າ: ນັກຮຽນຕ້ອງອ່ານບົດຮຽແລະບົດຫັດແຕ່ງ, ນັກສຶກສາຕ້ອງອ່ານບົດລາຍງານ, ຄົນຫວ່າງງານຕ້ອງອ່ານປະກາດຮັບສະໝັກງານ, ຄົນເຮັດວຽກຕ້ອງອ່ານລາຍງານ, ນັກບໍລິຫານຕ້ອງອ່ານແຜນການ, ນັກການຕະຫຼາດຕ້ອງອ່ານໂຄສະນາ, CEO ຕ້ອງການນະໂຍບາຍ, ຄູອາຈານຕ້ອງອ່ານໜັງສືຕຳລາແລະຄົນຢາກຮູ້ຕ້ອງອ່ານປື້ມໃຫ້ຫຼາຍໆ