ກິດຈະກຳ​ການ​ອາ​ນະ​ລັກ​ອາກາດ

(GMT+08:00) 2012-04-26 10:52:31     cri

1.    ຖົງ​ຜ້າ, ​ໃບຕອງ, ​ໃບ​ບົວ​ດີ່ກວ່າ​ຖົງ​ຢ່າງ​ພຼາສະຕິ​ກ

   ທຸກໆ 1 ນາທີທົ່ວ​ໂລກ​ມີ​ການ​ໃຊ້​ຖົງ​ຢາງພຼາສຕິກ​ຢ່າງໜ້ອຍ 1ລ້ານ​ຖົງ,ທຸກໆກິ​ໂລ​ຕາ​ແມັດ​ຂອງ​ໂລກ​ມີ​ຂີ້​ເຫື້​ຍອ 46000 ອັນ​ແລະ​ເປັນ​ຂີ້​ເຫື້​ຍອທີ່​ຕ້ອງ​ໃຊ້​ເວລາ​ຍ່ອຍ​ສະ​ລາຍ​ຢ່າງໜ້ອຍ 450 ປີ. ດັ່ງ​ນັ້ນ, ຈຶ່ງ​ຖື​ວ່າ​ເປັນ​ອັນຕະລາຍ​ຕໍ່ສິ່ງ​ທີ່​ມີ​ຊີ ວິດ​ແລະ​ລະບົບ​ນິ​ເວດ. ຖ້າ​ທຸ​ຄົນ​ຫັນ​ມາ​ໃຊ້​ຖົງ​ຜ້າ, ​ໃບຕອງ, ​ໃບ​ບົວ ພຽງ​ແຕ່​ອາ ທິ​ລະ1ວັນ ກໍ​ຈະ​ຊ່ວຍຫຼຸດການ​ໃຊ້​ຖົງ​ຢ່າງ​ພຼາສະຕິ​ກ 100 ລ້ານ​ຖົງຕໍ່ປີ

2.    ອຸນຫະ​ພູ​ສູງ​ຂື້ນ-​ຍຸງ​ລາຍ​ເພີ່ມ​ຂື້ນ​ແລະ​ຮ້າຍ​ແຮງກວ່າ​ເກົ່າ

   ຈາກ​ການ​ສຶກສາ​ພົບ​ວ່າ​ໂລກ​ຮ້ອນ​ຂື້ນ​ໄດ້​ເອື້ອ​ອຳນວຍຕໍ່ການ​ດຳລົງ​ຊີວິດ​ຂອງ​ຍຸງ, ​ເຮັດ​ໃຫ້​ມັນ​ບິນ​ສູງ​ຂື້ນ​ກວ່າ​ເກົ່າ​ແລະ​ມີ​​ໄລຍະ​ເວລາ​ໃນ​ການ​ວາງ​ໄຂ່​ໄດ້​ງານ​ຂື້ນ 10 ​ເທົ່າ, ​ເຊື້ອ​ພະ​ຍາດ​ຕ່າງໆທີ່​ຍຸງ​ພພາຫະນະ​ນຳ​ເຊື້ອ​ເຊັ່ນ: ​ໄຂ້​ເລືອດ​ອອກ ກໍ​ມີ​ໂອກາດ​ຝັກ​ຕົວ​ແລະ​ແພ​ກະ​ຈ່າຍ​ໄດ້ຫຼາຍຂື້ນ. ​ເມື່ອ​ອຸນຫະພູມ​ສູງ​ຂື້ນ​ມັນ​ກໍ​ຈະ​ຈະ​ເລີ​ນ​ເຕີບ​​ໂຕ​ໄດ້​ດີ​ຂື້ນ​ແລະ​ແຜ່​ກະ​ຈ່າຍ​ສູ່​ແຫຼ່ງຕ່າງໆ​ໄດ້​ຢ່າງ​ໄວວາ.

3.    ການ​ປ່ຽນ​ແປງ​ຂອງ​ດິຟ້າ​ອາກາດ​ສົ່ງ​ຜົນ​ກະທົບ​ຕໍ່ການ​ດຳລົງ​ຊີວິດ​ຂອງ​ຄົນ​ເຮົາ

   ມີຫຼາຍຄົນ​ໃນ​ໂລກ​ນີ້​ໄດ້​ປະສົບ​ບັນຫາ​ທີ່​ມາ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ແລະ​​ໄດ້​ເວົ້າ​ອອກ​ມາ​ວ່າ:

1) ຊາວ​ກະສິກອນ: ພວກ​ເຮົາ​ຕ້ອງການ​ເຂົ້າ, ​ເຂົ້າ​ຕ້ອງການ​ຝົນ. ​ແຕ່​ປັດຈຸບັນ​ຝົນ​ບໍ່ຕົກຕາ​ມລະດູ​ການ

2) ຂ້ອຍ​ຄິດ​ເຖິງ​ວັນ​ທີ່​ພວກ​ເຮົາ​ໄປ​ເກັບ​ໄຄ​ນຳ​ກັນ​ຕອນ​ທີ່ຢູ່​ບ້າເພາະວ່າ ​ດຽວນີ້​ບໍ່ມີ​ໄຄ​ໃຫ້​ເຮົາ​ເກັບ​ອີກ​ແລ້ວ

3) ​ນັກທຸລະກິດ: ​ແມ່ນ​ຫຍັງ? ດິນ​ຟ້າ​ອາກາດ​ປ່ຽນ​ແປງ

4) ນັກ​ທ່ອງ​ທ່ຽວ: ​ໄພ​ນ້ຳ​ຖ້ວມ​ຮຸ່ນ​ແຮງ​ເຮັດ​ໃຫ້​ກິດຈະກການທ່ອງທ່ຽວ​ແບບ​ອານຸລັກ​ເຊັ່ນ: ການ​ພາຍ​ເຮືອ​ຄາ​ຍັກ, ການ​ເດີນ​ປ່າບໍ່ສາມາດ​ເກີດ​ຂື້ນ​ໄດ້

5) ອຸກ​ໃຈ​ແທ້ນໍ ​ເມື່ອຫຼານຂອງ​ຂ້ອຍ​ເຕີບ​ໃຫ່ຍຂື້ນ​ມາ​ອາດ​ຊິ​ບໍ່ມີ​ໂອກາດໄດ້​​ເຫັນ​ປາບຶກ, ປ່າ​ນ້ຳ​ຈືກທີ່​ໃຫ່ຍທີ່​ສຸດ​ໃນ​​ໂລກ

6) ການ​ເພີ່ມ​ຂື້ນ​ຂອງ​ລະດັບ​ນ້ຳ​ທະ​ເລ​ເຮັດ​ໃຫ້​ແມ່​ນ້ຳ​ເຄັມ​ຂື້ນ​ແລະ​ຂ້ອຍ​ກໍ​ບໍ່ສາມາດ​ນຳ​ໃຊ້​ນ້ຳ​ເພື່ອ​ການ​ອຸປະ​ໂພ​ກບໍລິ​ໂພ​ກ​ໄດ້

7) ລູກຫຼານໜຸ່ມສາວ​ໄດ້​ອອກ​ຈາກ​ບ້ານ​ເກີດ​ໄປ​ເຮັດ​ວຽກຢູ່​ຕາມ​ເມືອງ​ໃຫ່ຍ​ເນື່ອງ​ຈາກ​ການ​ປ່ຽນ​ແປງ​ຂອງ​ແມ່​ນ້ຳ, ​ເມື່ອ​ແມ່​ນ້ຳ​ປ່ຽນ ຊີວິດ​ເຂົາກໍປ່ຽນ.

8) ການ​ເຊາະ​ເຈື່ອນ​ຂອງ​ດິນ​ແຄມ​ນ້ຳ​ເຮັດ​ໃຫ້​ເຮືອນ​ພັກ​ຕາກ​ອາດ​ທີ່​ພໍ່ຂ້ອຍ​ຊື້​ໃຫ້​ປີ​ກາຍ​ແຕກ​ຫັກ

9) ວິ​ກິດ​ການ​ເລື່ອງ​ນ້ຳຂອງ​ປະ​ເທດ​ໄດ້​ກາຍ​ເປັນ​ບັນ​ລະດັບ​ພູມີພາກ

10)         ການ​ຂາດ​ແຄນ​ຊັບພະຍາກອນ​ທຳ​ມະ​ຊາດ ສາມາດ​ນຳ​ໄປ​ສູ່​ຄວາມ​ຂັດ​ແຍ່ງ​ລະຫວ່າງ​ປະ​ເທດ.

ການ​ປ່ຽນ​ແປງ​ສະພາບ​ດິນ​ຟ້າ​ອາກາດ​ມີ​ຜົນ​ກະທົບ​ໄປ​ທົ່ວ​ໂລກ: ການ​ປ່ອຍ​ອາຍ​ເຮືອນ​ແກ້ວ​ຈາ​ການ​ໃຊ້​ຍານພາຫະນະ​ຢູ່​ເອີ​ລົບ​ນັ້ນ ສາມາດ​ກໍ່​ໃຫ້​ເກີດ​ໄພ​ແຫ້ງ​ແລ້ງ​ແລະ​ອຸນຫະພູມ​ເພີ່​ຂື້ນ​ຢູ່​ອາຊີ.

ທັງໝົດນີ້​ຄື​ຜົນ​ກະທົບ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ​ເຖິງ​ເວລາ​ແລ້ວ​ທີ່​ທຸກ​ຄົນ​ມາ​ຮ່ວມ​ພະລັງ​ແບ່ງ​ໃຈ​ໃຫ້​ກັບ​ໂລກ​ຂອງ​ເຮົາ