ສຳ­ລັບ​ໂຄງ­ການ​ກໍ່­ສ້າງ​ທາງ T6

(GMT+08:00) 2012-04-26 10:53:49     cri
ສຳ­ລັບ​ໂຄງ­ການ​ກໍ່­ສ້າງ​ທາງ T6 ຄື: ​ເສັ້ນ­ທາງ​ຜັງ­ເມືອງ​ຂອງ​ນະ­ຄອນ­ຫຼວງ​ວຽງ​ຈັນນັບ​ແຕ່​ຖະ­ໜົນ 13 ໃຕ້ບ້ານ​ພະ​ຂາວ-ຄຳ​ຮຸ່ງ-ໜອງ​ພະ­ຍາ (ຖະ­ໜົນ​ສີ​ເກີດ-ດົງ​ໂດກ) ຄາດ​ວ່າ​ຈະ​ໃຫ້​ສຳ­ເລັດ​ພາຍ​ໃນ 2 ປີ ນັບ​ແຕ່​ປີ 2012 ນີ້​ເປັນ­ຕົ້ນ​ໄປ.

ວັນ​ທີ 13 ມີ­ນາ​ຜ່ານ​ມາ​ນີ້ກໍ​ໄດ້​ມີ​ການ​ເຊັນ​ສັນ­ຍາ​ກັນ​ຢ່າງ​ເປັນ​ທາງ​ການລະ­ຫວ່າງ​ຜູ້​ຮັບ​ເໝົາ​ກໍ່­ສ້າງກໍ​ຄື​ຜູ້​ລົງ­ທຶນ​ກ່ອນກັບ​ເຈົ້າ​ຂອງ​ໂຄງ­ການທີ່​ພະ​ແນກ​ໂຍ­ທາ​ທິ​ການແລະ ຂົນ­ສົ່ງ​ນະ­ຄອນ­ຫຼວງ​ວຽງ​ຈັນ. ຊຶ່ງ​ມີ​ທ່ານຮອງ​ຫົວ​ໜ້້າພະ​ແນກ​ໂຍ­ທາ​ທິ​ການແລະຂົນ­ສົ່ງ ນະ­ຄອນ­ຫຼວງ​ວຽງ​ຈັນຕາງ­ໜ້າ​ເຈົ້າ​ຂອງ​ໂຄງ­ການແລະຜູ້­ອຳ­ນວຍ­ການ​ບໍ­ລິ­ສັດ​ທະ­ນູ​ຄຳ​ຊະ­ນະກໍ່­ສ້າງຂົວ​ທາງ,  ຜູ້­ອຳ­ນວຍ­ການ​ບໍ­ລິ­ສັດ​ວຽງ​ຈັນມໍ​ເຕີ້ມາ​ເກັດແລະຫົວ­ໜ້າ​ພະ​ແນກ​ແຜນ­ການແລະການ​ລົງ­ທຶນນະ­ຄອນ­ຫຼວງ​ວຽງ​ຈັນໂດຍ​ມີ​ທ່ານສາຍ­ທອງ  ແກ້ວ​ດວງ​ດີ ຮອງ​ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນເຂົ້າ​ຮ່ວມ​ເປັນ​ສັກ­ຂີ​ພິ­ຍານ.

ສະ­ເພາະ​ເສັ້ນ­ທາງ T6 ມີ​ຄວາມ​ຍາວ​ທັງ​ໝົດ 6,2 ກິ­ໂລ­ແມັດໜ້າ​ທາງ​ກ້ວ​າງ 12 ແມັດ ແລະ ທາງ​ຄົນ​ຍ່າງ​ກ້ວ​າງ​ເບື້ອງ​ລະ 1,5 ແມັດ ປູ​ດ້ວຍ​ຢາງ​ຂົ້ວມີ​ຄວາ​ມໜາ 8 ຊັງ​ຕີ​ແມັດ ເປັນ​ທາງ​ໃນ​ຕົວ​ເມືອງ ຊຶ່ງ​ປະ­ກອບ​ດ້ວຍ​ສິ່ງ​ອຳ­ນວຍ​ຄວາມ​ສະ­ດວກ ຄື: ລະ­ບົບ​ເສົາ​ໄຟ­ຟ້າແສງ​ສະ­ຫວ່າງ​ເຍືອງ​ທາງປ້າຍ​ສັນ­ຍານ​ຈະ­ລາ­ຈອນ​ຄົບ​ຊຸດ ລວມ​ມູນ​ຄ່າ​ການ​ກໍ່­ສ້າງ​ທັງ​ໝົດ 147 ຕື້​ກ່ວ​າ​ກີບພາຍ­ຫຼັງ​ສ້າງ​ສຳ­ເລັດກໍ​ຈະ​ເຮັດ​ໃຫ້​ນະ­ຄອນ­ຫຼວງ​ວຽງ​ຈັນມີ​ໃບ​ໜ້າ​ອັນ​ໃໝ່​ແລະສາ­ມາດ​ຮອງ​ຮັບ​ການ​ສັນ­ຈອນ​ທີ່​ຈະ​ເພີ່ມ​ຂຶ້ນ​ໃນ­ຕໍ່­ໜ້າຊ່ວຍ​ຫຼຸດ­ຜ່ອນ​ຄວາມ​ແອ​ອັດ​ໃນ​ຕົວ​ເມືອງ​ຕື່ມ​ອີກ