ກິດຈະກຳ​ການ​ອານຸລັກ​ຕົ້ນ​ໄມ້

(GMT+08:00) 2012-04-26 10:54:41     cri
1.    ​ເຈ້ຍ​ຄື​ຕົ້ນ​ໄມ້
​   ເຈ້ຍ 1​ ​ໂຕນ ​ແປ​ຮູບ​ມາ​ຈາກ​ຕົ້ນ​ໄມ້​ຢ່າງໜ້ອຍ 17 ​ໂຕນ, ດັ່ງ​ນັ້ນ, ​ເຮົາ​ຈຶ່ງ​ຄວນ​ໃຊ້​ເຈ້ຍ​ໃຫ້​ກຸ້ມ​ຄ່າ​ໂດຍ​ການ​ໃຊ້​ເຈ້ຍ​ທັງ 2 ໜ້າ

2.    ຫົ່ມ​ເຢັນ​ໃນ​ເຮືອນ
       ການ​ປູ​ຕົ້ນ​ໄມ້​ທີ່​ສາມາດ​ໃຫ້​ຮົ່ມ​ເຫງົາ​ໄດ້​ໄວ້​ທາງ​ທິດ​ຕະ​ເວັນ​ຕົກ​ແລະ​ທາງ​ທິດຕາ​ເວັນ​ອອກ​ຂອງ​ເຮືອນ, ຮົ່ມ​ເງົາ​ຂອງ​ຕົ້າ​ໄມ້​ກໍ​ຈະ​ຊ່ວຍ​ບັງ​ແສງຕາ​ເວັນ​ທີ່​ທີ່​ສົ່ງ​ເຂົ້າ​ມາ​ໃຫ້​ຄວາມ​ຮ້ອນ​ກັບ​ເຮືອນ​ຂອງ​ເຮົາ​ຕະຫຼອດວັນ, ຈຶ່ງ​ສາມາດຫຼຸດຜ່ອນ​ການ​ໃຊ້​ເຄື່ອງ​ປັບ​ອາກາດ​ໃນ​ເຮືອນ, ຜົນ​ທີ່​ຕາມ​ມາ​ກໍ​ຄື​ຄ່າ​​ໄຟຟ້າຫຼຸດລົງ​ເຖິ່ງ 20 ສ່ວນ​ຮ້ອຍ​ຕໍ່ປີ.

3.    ປອດ​ຂອງ​​ໂລກ
     ຕະຫຼອດ 100 ປີ​ທີ​ຜ່ານ​ມາ​ມະນຸດ​ເຮົາ​ໄດ້​ຕັດ​ໄມ້​ທຳລາຍ​ປ່າ​ຢ່າງ​ຕໍ່​ເນື່ອງ, ​ເຮັດ​​​ໃຫ້​ປ່າ​ໄມ້​ຂອງ​​ໂລກ​ຖືກ​ທຳລາຍ​ໄປ​ປະມານ 13 ລ້ານ​ເຮັກຕາ, ຈາກ​ທີ່​ໂລກ​ເຄີຍ​ມີ​ປ່າ​ໄມ້​ປະມານ 4 ພັນ​ລ້ານ​ເຮັກຕາ. ຜົນ​ປະ​ໂຫຍ​ດຢ່າງ​ມະຫາສານ​ທີ່​ສູນ ເສຍ​ໄປ​ກັບການ​ສູນ​ເສຍ​ປ່າ​ໄມ້ກໍ​ຄື: ປອດ​ຂະໜາດ​ໃຫ່ຍຂອງ​ໂລກ​ທີ່​ຊ່ວຍ​ດູດ​ຊື່​ມ ກາກ​ບອນ​ດີ​ອົກ​ໄຊ​ແລະ​ຟອກ​ອົກ​ຊີ​ແຊນ. ​ໃນ​ແຕ່ລະ​ປີຕົ້ນ​ໄມ້1ຕົ້ນ​ຈະ​ດູດ​ຊື່​ມກາກ​ບອນ​ດີ​ອົກ​ໄຊ 1.18 ​ໂຕນ​ແລະ​ສັງ​ເຄາະ​ອົກ​ຊີ​ແຊນ​ອອກ​ມາ 1.32 ​ໂຕນ ທຽບ​ເທົ່າ​ກັບ​ເຄື່ອງ​ປັບ​ອາກາດ 12000 BTU ລວມກັບ​ເຄື່ອງ​ຟອກ​ອາກາດ 1 ​ເຄື່ອງ.

4.    ຕົ້ນ​ໄມ້​ກັບ​ການ​ດູດ​ກາກ​ບອນ​ດີ​ອົກ​ໄຊ
ຕົ້ນ​ໄມ້​ນອກຈາກ​ຈະ​ນຳ​ມາ​ເປັນ​ອາຫານ, ທີ່ຢູ່​ອາ​ໃສ, ​ເຄື່ອງນຸ່ງ​ຫົ່ມ​ແລະ​ຢາ​ປິ່ນ​ປົ່ວ​ພະຍາດ​ແລ້ວ, ຕົນ​ໄມ້​ຈຳນວນ​ມະຫາສານ​ທີ່​ລວມກັນ​ເປັນ​ປ່າ​ຍັງ​ຊ່ວຍ​ດູດ​ຊຶມອາຍ​ພິດ​ເຮືອນ​ແກ້ວ​ໃນ​ຊັ້ນ​ບັນຍາກາດ, ​ໂດຍ​ສະ​ເພາະ​ກາກ​ບອນ​ດີ​ອົກ​ໄຊ​ທີ່​ເປັນສາ​ເຫດຫຼັກຂອງ​ພາວະ​ໂລກ​ຮ້ອນ​ໃຫ້ຫຼຸດປະລິມານ​ລົງ, ​ເພາະວ່າ​ຕົ້ນ​ໄມ້ 1 ຕົ້ນ​ຈະ​ຊ່ວຍ​ດູດ​ຊືມ ກາສ ກາກ​ບອນ​ດີ​ອົກ​ໄຊ​ໄດ້​ເຖິງ​ປີ​ລະ 10-20 ກິ​​ໂລກຼາມ, ​ແຕ່​ວັນ​ນີ້​ພື້ນ​ທີ່​ປ່າ​ໄມ້​ພັດຫຼຸດລົງ​ໃນ​ເມື່ອ​ກ່ອນ​ແລະ​ພວກ​ເຮົາ​ຈຶ່ງ​ພະ​ເຊີນໜ​້າກັບ​ພາວະ​ໂລກ​ຮ້ອນ​​ໂດຍ​ຍບໍ່ມີ​ຕົວ​ຊ່ວຍ​ທີ່​ມີ​ປະສິດທິພາບ​ສູງ.