ວັນ​ນ້ຳ​ໂລກ ( World Day For Water or World Water Day )

(GMT+08:00) 2012-04-26 10:56:59     cri
ວັນ​ນ້ຳ​ໂລກ ( World Day For Water or World Water Day ) ​ແມ່ນ​ວັນ​ທີ 22 ມີນາ ຂອງ​ທຸກ​ໆປີ, ​ເນື່ອງ​ຈາກ​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ເອົາ​ໃຈ​ໃສ່​ເຖິງ​ບັນຫາ​ຂາດ​ແຄນ​ນ້ຳ​ທີ່​ນັບ​ມື້​ນັບ​ຮຸນ​ແຮງ​ຂື້ນ ​ແລະ ອາດ​ຈະ​ກໍ່​ໃຫ້​ເກີດ​ບັນຫາ​ການ​ຍາດ​ແຍ່ງ​ນ້ຳ​ຂື້ນ​ໃນ​ອານາ​ຄົດ, ດັ່ງ​ນັ້ນ ​ໃນ​ປີ 1992 ສະມັດ​ສະຫະ​ຫະປະຊາ​ຊາດ​ໄດ້​ປະກາດ​ໃຫ້​ວັນ​ທີ 22 ມີນາ ຂອງທຸກໆປີ​ເປັນ​ວັນ​ນ້ຳ​ໂລກ ( World Water Day ) ​ເພື່ອ​ລະນຶກ​ເຖິງ​ວັນ​ສຳຄັນ​ຂອງ​ນ້ຳ ​ເຊິ່ງຄວາມ​ຕ້ອງການ​ພື້ນຖານ​ຂອງ​ສິ່ງ​ທີ່​ມີ​ຊີວິດທຸກ​ສະ​ນິດ​ໃນ​ໂລກ, ທັງ​ເປັນ​ການ​ກະຕຸ້ນ​ໃຫ້​ເກີດ​ຄວາມ​ຕື່ນ​ຕົວ​ຂອງ​ມວນ​ມະນຸດ​ໃນ​ເລື່ອງ​ຂອງ​ການ​ອະນຸລັກ​ນ້ຳ ​ແລະ ການ​ພັດທະນາ​ແຫຼ່ງນ້ຳ ຕະຫຼອດຮອດ​ການ​ປະຕິບັດ​ຕາມ​ຂໍ້​ສະ​ເໜີ​ໃນ​ກອງ​ປະ​ຊຸມ​ສະຫະ​ປະຊາ​ຊາດ ປີ 1992 ວ່າ​ດ້ວຍ​ສິ່ງ​ແວດ​ລ້ອມ ​ແລ​ະ ການ​ພັດທະນາ.

   ປະລິມານ​ນ້ຳ​ໃນ​ໂລກ​ມີ​ປະມານ 1 ຕື້ 360 ລ້ານ km3 ​​ໃນ​ນັ້ນ​ມີ

-        ນ້ຳ​ທະ​ເລ 1 ຕື້ 320 ລ້ານ​ m3 ປະມານ 97,2%

-        25 ລ້ານ Km3 ກວມ​ເອົາ 1,8% ນ້ຳກ້ອນ

-        13 ລ້ານ km3 ກວມ​ເອົາ 0,9% ນ້ຳ​ໃນ​ດິນ

-        2 ​ແສນ 5 ໝື້ນ Km3 ກວມ​ເອົາ 0.02% ​ເປັນ​ນ້ຳ​ຈືດ

-        13.000 km3 ​ເທົ່າ​ກັບ 0,001% ​ເປັນ​ອາຍ​ນ້ຳ​ໃນ​ບັນຍາກາດ

-        ນ້ຳ​ຈືດ​ເປັນ​ຊັບພະຍາກອນ​ແບບໝູນວຽນ ທີ່​ສຳຄັນ​ຕໍ່ສິ່ງ​ທີ່​ມີ​ຊີວິດ​ເທິງໜ້າດິນ​ເປັນ​ສ່ວນ​ໃຫຍ່ ​ແລະ ​ເປັນ​ສິ່ງ​ທີ່​ຈຳ​ເປັນທີ່​ຂາດ​ບໍ່​ໄດ້ຕໍ່ມະນຸດ ​ໃນ​ການ​ດື່ມ ລວມ​ເຖິງ​ການ​ນຳ​ໃຊ້​ໃນ​ຊີວິດ​ປະຈຳ​ວັນ, ການ​ກະສິກຳ, ອຸດສາຫະກຳ​ເປັນ​ຕົ້ນ​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ຄາດ​ຄະ​ເນ​ວ່າ ປະຊາກອນ​ໂລກ 18 ຂາດ​ແຄນ​ນ້ຳ​ດື່ມ​ທີ່​ປອດ​ໄພ

ນ້ຳ​ແມ່ນ​ມີ​ຄວາມ​ສຳຄັນ​ຢ່າງ​ມະຫາສານ ຕໍ່ການ​ດຳ​ລົງ​ຊີວິດ​ເຊັ່ນ: ການ​ດື່ມ, ນຳ​ໃຊ້​ເຂົ້າ​ໃນ​ການ​ອຸປະ​ໂພ​ກ ບໍລິ​ໂພ​ກ ມີ​ຄວາມ​ສຳຄັນ​ຕໍ່ການ​ຜະລິດ​ກະສິກຳ​ເຊັ່ນ: ການ​ປູກຝັງ, ການລຽ້ງສັດ ​ໂດຍ​ສະ​ເພາະ​ແມ່ນ ນ້ຳ​ຈືດ ສ່ວນວ່າ​ນ້ຳ​ທະ​ເລ​ເປັນ​ເສັ້ນທາງ​ຄົມມະນາຄົມ​ທີ່​ສຳຄັນ, ​ເປີດ​ໂອກາດ​ໃຫ້​ມວນ​ມະນຸດ​ໄດ້​ທ່ອງ​ທ່ຽວ ການ​ທຳ​ມາ​ຄ້າຂາຍ ​ແລະ ອື່ນໆ