ກິດຈະ​ກຳ​ການຫຼຸດພາວະ​​ໂລກ​ຮ້ອນ

(GMT+08:00) 2012-04-26 10:57:46     cri
1.    ​ໃຊ້​ບໍລິການ​ສາທາລະນະ
ການ​ຂັບ​ລົດໜ້ອຍລົງ​ຈະ​ຊ່ວຍ​ຫຼຸດຜ່ອນ​ອຸປະຕິ​ເຫດ​ຕາມ​ທ້ອງ​ຖະໜົນ, ຊ່ວຍຫຼຸດຄວາມ​ແອ​ອັດ, ຊ່ວຍ​ປະ​ຫຍັດ​ນ້ຳມັນ​ກໍ​ຄື​ປະ​ຫຍັດ​ເງິ່ນ​ໃນ​ກະ​ເປົາ​ແລະ​ສິ່ງ​ສຳຄັນ​ຍັງ​ຊ່ວຍ​ໃນ​ການຫຼຸດຜ່ອນ​ກາກ​ບອນ​ດີ​ອົກ​ໄຊ

2.    ຂັບ​ລົດ​ດ້ວຍ​ຄວາມ​ໄວ​ບໍ່​ເກີນ 90 ກິ​​ໂລ​ແມັດຕໍ່ຊົ່ວ​​ໂມງ
ຂັບ​ລົດ​ດ້ວຍ​ຄວາມ​ໄວ​ບໍ່​ເກີນ 90 ກິ​​ໂລ​ແມັດຕໍ່ຊົ່ວ​​ໂມງຊ່ວຍ​ໃນ​ການ​ປະ​ຫຍັດ​ນ້ຳມັນ​ໄດ້​ເຖິງ 20% ຫຼືຫຼຸດຜ່ອນ​ປະລິມານ​ກາກ​ບອນ​ດີ​ອົກ​​ໄຊ​ໄດ້ 1 ​ໂຕນ​ຕໍ່ລົດ 1ຄັນ

3.    ຫຼຸດຜ່ອນ​ການ​ໃຊ້​ຖົງ​ຢ່າງ​ພຼາສະຕິ​ກ
ການ​ເຜົາ​ກຳຈັດ​ຖົງ​ຢາງພຼາສະຕິ​ກ​ໃນ​ເຕົາ​ເຜົ່າ​ຂີ້​ເຫຍື້ອ​ຢ່າງ​ຖືກ​ວິທີ​ຕ້ອງ​ໃຊ້​ພະລັງ ງານ​ຈຳນວນຫຼວງຫຼາຍ​ເຊິ່ງ​ເຮັດ​ໃຫ້​ມີ​ອາຍ​ພິດ​ເຮືອນ​ແກ້ວ​ໃນ​ອາກາດ​ແລະ​ການ​ສ້ອງ​ບໍ່ຂີ້​ເຫຍື້ອ​ນັ້ນ​ກໍ​ຈຳ​ເປັນ​ຕ້ອງ​ໃຊ້​ພື້ນ​ທີ່​ດິນ​ອັນ​ມະຫາສານ.

4.    ​ແຍ​ຍຂີ້​ເຫຍື້ອ​ພວກ​ອິນ​ຊີ
ຈັດ​ໃຫ້​ມີ​ການ​ແຍກ​ຂີ້​ເຫຍື້ອ​ຈຳພວກ​ສານ​ອິນ​ຊີ​ເຊ່ັນ: ອາຫານ​ເຫຼືອ, ພືດ​ຜັກ​ແລະ​ຂີ້​ເຫຍື້ອ​ອື່ນໆ​ເພື່ອຫຼຸດປະລິມານ​ການ​ປ່ອຍ​ກາສມີ​ເທ​ນສູ່​ອາກາດ.

5.    ສ້າງ​ນະ​ໂຍບາຍ 3 R
ສ້າງ​ນະ​ໂຍບາຍ 3 Rຄື: Reduce (ຫຼຸດລົງ), Reuse, Recycle ຢູ່​ໃນ​ເຮືອນ​ແລະ​ອາຄານສຳນັກງານຕ່າງໆ​ເພື່ອ​ໃຫ້​ມີ​ການ​ໃຊ້​ຊັບພະຍາກອນ​ໃຫ້​ເກີດ​ຜົນ​ປະ​ໂຫຍ​ດສູງ​ສຸດ, ທັງ​ເປັນ​ການຫຼຸດປະລິມານ​ການ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ.