ຜູ່​ເຖົ້າ​ເຮັດ​ແນວ​ໃດ​ຈິ່ງ​ນອນ​ຫຼັບ​ດີ

(GMT+08:00) 2012-04-26 10:59:44     cri
ຜູ້ເຖົ້າ​ມັກ​ນອນ​ບໍ່​ຫຼັບ, ນອນ​ບໍ່​ແຈບ​ຫຼື​ມັກ​ຕື່ນ,​ ເມື່ອ​ຕື່ນ​ແລ້ວນ​ອນຫຼັບ​ຍາກ​ຫຼື​ຕື່ນ​ເຊົ້າ​ໂພດ, ກາງ​ເວັນ​ມັກ​ເຫງົານອນ, ປະກົດ​ການ​ເຫຼົ່າ​ນີ້​ອາດ​ຈະ​​ແມ່ນ​ເລື່ອງ​ທີ່​ພາ​ໃຫ້​ຜູ້​ເຖົ້າ​ທັງຫຼາຍ​ອຸກ​ໃຈ.

ການ​ນອນ​ບໍ່​ຫຼັບ​ແມ່ນ​ບັນຫາ​ທີ່​ຜູ້​ເຖົ້າ​ຫຼາຍຄົນ​ມັກ​ເປັນ. ມີ​ຜູ້ເຖົ້າ​ຫຼາຍໆຄົນຕ້ອງ​ກິນ​ຢານອນຫຼັບ​ເລື້​ອຍໆ. ກິນ​ຫຼາຍ​ຂື້ນ​ເລື້ອຍໆ,​ ແຕ່​ຜົນ​ທີ່​ໄດ້​ຮັບ​ນັບ​ມື້​ນັບ​ບໍ່​ດີຕາມ​ສະຖິຕິ, ພຽງ​ແຕ່​ຢານອນ​ຫຼັບ​ຢ່າງ​​ດຽວ ​ຢູ່​ອາ​ເມ​ລິ​ກາ,​ ແຕ່ລະ​ປີ​ໄດ້​ຂາຍ 3​ ຕື້​ໂດ​ລາ​ສະຫະລັດ, ສ່ວນ​ຫຼາຍ​ແມ່ນ​ຜູ້ເຖົ້າ​ຊື້​ໄປ​ໃຊ້,​ ແຕ່​ປານ​ນັ້ນ, ບັນຫານ​ອນ​ບໍ່​ຫຼັບ​ກໍ​ຍັງ​ແກ້​ໄຂ​ບໍ່​ຕົກຫວ່າງ​ມໍ່ໆ​ນີ້, ນັກ​ວິທະຍາ​ສາດ​ອາ​ເມ​ລິ​ກາ​ໄດ້​ສະ​ເໜີ​ທັດສະນະ​ໃໝ່​ອ່ຽມຕໍ່​ບັນຫາ​ການ​ນອນ​ຂອງ​ຜູ້​ເຖົ້າ​ວ່າ,ຜູ່​ເຖົ້າ​ຢ່າ​ຖື​ການ​ນອນ​ໜ້ອຍ​ຫຼືນອນ​ບໍ່​ຫຼັບ, ຄວນ​ຖື​ເອົາ​ນອນ​ໜ້ອຍ​ແລະ​ຫຼັບບໍ່​ແຈບ​ເປັນ​ປະກົດ​ການ​ທາງ​ຮ່າງ​ກາ​ຍ,​ ໃຫ້​ນອນ​ເດິກ​ຕື່ນ​ເຊົ້າ, ຢານອນ​ຢູ່ເທິງ​ຕຽງ​ຫຼາຍ, ຢ່າ​ມີ​ຄວາ​ມຄຶດ​ແບບ​ເກົ່າ​ທີ່​ວ່າ​: ນອນ​ຫຼັບ​ດົນ​ນານ​ຈິ່ງ​ປົກກະຕິ.

ຕາມ​ເວົ້າ​ວ່າ,​ ໃນ​ການ​ຄົ້ນຄວ້ມລາຍ​ນີ້​ໄດ້​ເຊີນ​ຜູ້ເຖົ້າຍິງ​-ຊາຍ​ອາຍຸ​ສະ​ເລ່ຍ69 ປີ​ ຈຳນວນ​ຫຼວງ​ຫຼາຍ​ທີ່​ມີ​ບັນຫາ​ເລື່ອງ​ນອນ, ນັກວິທະຍາສາດ​ໄດ້​ແບ່າງ​ຜູ້ເຖົ້າ​ອອກ​ເປັນ​ສອງ​ຈຸ​ຄື​: ຈຸ ກ.​ແລະ​ ຈຸ​ ຂ.​ໃຫ້​ຜູ້​ເຖົ້າ​ຈຸ ກ.ປ່ຽນ​ຄວາມ​ຊິນ​ເຄີຍ​ໃນ​ການ​ນອນ​ຄື​: ໃຫ້​ນອນ​ເດິກ​ຕື່ນ​ເຊົ້າ ,ບໍ່​​ໃຫ້​ນອນ​ຢູ່ເທິງ​ຕຽງ​ດົນ​ຫຼາຍ. ຕໍ່​ຈຸ ຂ.ບໍ່​ຈຳກັດ​ເວລາ​ພວກ​ເພິ່ນ​ນອນ​ຢູ່ເທິງ​ຕຽງ,​ ໃຫ້​ພວກ​ເພິ່ນ​ຮັກສາ​ຄວາມ​ຊິນ​ເຄີ​ຍ​ຕາມເດີມ.  

ນອກ​ນີ້, ການ​ເຄື່ອນ​ໄຫວ​ອື່ນໆ​ຂອງ​ຄົນ​ສອງ​ຈຸ​ແມ່ນ​ຄື​ກັນ​ໝົດ,​ ແລ້ວ​ໃຫ້​ພວ​ກເພີ່ນ​ມາ​ໂຮມ​ກັນ, ຮຽນ​ວິທີ​ຜ່ອນຄາຍ​ຄວາມ​ເຄັ່ງ​ຕຶງ, ຫັດ​ກ້າມ​ເນື້ອ​ໃຫ້​ເໜັງ​ຕີງ​ບຶດໜຶ່ງ​ເຄັ່ງ​ບຶດ​ໜ່ຶງ​ຍານ, ພ້ອມ​ດ້ວຍ​ການ​ປິ່ນປົວ​ທາງ​ຈິດ​ໃຈ, ພາຍຫຼັງ6​ສັບປະດາ​ແລ້ວ, ຜູ້​ເຖົ້າ​ທັງ​ສອງ​ຈຸ​ຕ່າງ​ກໍນອນ​ດີ​ຂຶ້ນ, ແຕ່​ຈຸ ກ.ດີກ​ວ່າ​ຢ່າງ​ເດັ່ນ​ຊັດ. ນັກວິທະຍສາດ​ໄດ້​ຕິດຕາມ​ອີກ 3 ​ເດືອນ, ຜູ້​ເຖົ້າ​ຈຸ ຂ.ຍັງ​ນອນ​ບໍ່​ດີ​ປານ​ໃດ,​ແຕ່​ຈຸ ກ.ຍັງ​ດີ​ຢູ່​ຄື​ເກົ່າ.

ຜົນ​ການ​ຄົ້ນຄວ້າ​ລາຍ​ນີ້​ພິສູດ​ວ່າ: ໜຶ່ງ, ຄົນ​ເຮົາ​ບໍ່ແມ່ນ​ວ່າ​ນອນ​ຫຼາຍ​ທ່ໍ​ໃດ​ແຮ່ງ​ດີ, ທຳ​ມະ​ດານ​ອນມື້​ລະ 6 ຫາ 8​ ຊົ່ວ​ໂມງ​ກໍ​ພໍ​ແວ້​ວ, ສຳລັບ​ຜູ້ເຖົ້າ​ກໍ​ຍິ່ງ​ໜ້ອຍ​ກວ່າ, ກາ​ງຄືນ​ນອນ 5 ​ຊົ່ວ​ໂມງ, ຕອນ​ທ່ຽງ​ນອນ​ອີກ​ປະມານ​ 1 ​ຊົ່ວ​ໂມງ​ກໍ​ພໍ. ສອງ, ຜູ້​ເຖົ້າ​ສ່ວນ​ຫຼາຍ​ນອນ​ບໍ່​ຫຼັບ​ກໍ​ເປັນ​ຍ້ອນ​ປັດ​ໄຈ​ທາງ​ຈິດ​ໃຈ​ນຳ, ນອນ​ພິກ​ໄປ​ພິກ​ມາ​ດົນ​ຫຼາຍ,​ ແຮ່ງ​ນອນ​ກໍ​ແຮ່ງ​ອຸກ​ໃຈ. ຈົນ​ກາຍ​ເປັນ​ສິ່ງ​ຂັດຂ້ອງ​ທາງ​ຈິດ​ໃຈ, ກາຍ​ເປັນ​ການ​ໝູນວຽນ​​ໄປ​ທາງ​ຮ້າຍ​,​ ແລ້ວ​ແຮ່ງ​ນອນ​ບໍ່​ຫຼັບ,​ເວົ້າ​ລວມ​ແລ້ວ, ຍາມ​ເຊົ້າ​ພໍ​ຕື່ນ​ນອນ​ກໍ​ລຸກ​ໂລດ, ບໍ່​ຕ້ອງ​ໄປ​ຄິດ​ວ່າ​ໂຕ​ເອງ​ນອນ​ດົນ​ບໍ່​ດົນ, ລົບ​ລ້າງ​ຄວາມ​ແບກຫາບ​ທາງ​ຈິດ​ໃຈ, ຈິ່ງ​ປ່ຽນ​ແປງ​ການ​ໝູນວຽນ​ໄປ​ທາງ​ຮ້າຍ​ໄດ້,​ ແລ້ວ​ເຮັດ​ໃຫ້​ນອນ​ໄດ້​ດີ​ຂຶ້ນ.

ບັນດາ​ນັກວິທະຍາສາດ​ເຫັນ​ວ່າ: ຜູ້ເຖົ້າ​ສ່ວນ​ຫຼາຍທີ່​ນອນ​ບໍ່​ຫຼັບ​ບໍ່​ຕ້ອງ​ກິນ​ຢາ, ​ແຕ່​ໃຫ້​ປ່ຽນ​ແປງ​ຄວາມ​ຊິນ​ເຄີຍ​ແລະ​ດັດສົມ​ທາງ​ດ້ານ​ຈິດ​ໃຈ. ພວກ​ເພິ່ນ​ສະ​ເໜີ​ໃຫ້​ຜູ້​ເຖົ້າ​ໃຊ້​ວິທີ​ດ່ັງ​ຕໍ່​ໄປ​ນີ້​ມາ​ປ່ຽນ​ແປງ​ສະພາບ​ການ​ນອນ​ໃຫ້​ດີ​ຂຶ້ນຄື:

    ໜື່ງ: ຫັດ​ກາຍ​ທຸກ​ມື້​ຕາມ​ເວລາ​ອັນ​ແນ່ນອນ, ກ່ອນ​ນອນ​ໃຫ້​ອອກກຳລັງ​ກາຍ​ເບົາໆ 2​ ຮອດ 4​ ຊົ່ວ​ໂມງ, ຈະ​ຊ່ອຍ​ໃຫ້​ນອນ​ຫຼັບ.

    ສອງ: ປັບ​ໂມງ​ນອນ​ຂອງ​ຕົນ​ໃຫ້​ດີ​ແລະ​ຕື່ນ​ຕາມ​ເວລາ.

    ສາມ: ຕອນ​ບ່າຍ​ແຕ່​ລະ​ມື້,​ ໃຫ້​ຕາກ​ແດ​ດ​ໄລຍະ​ໜຶ່ງ, ຊົມ​ເບິ່ງ​ທິວ​ທັດ​ທຳ​ມະ​ຊາດ.

    ສີ່: ກິນ​ເຂົ້າ​ຄາບ​ຄຳ​ຢ່າ​ດື່ມ​ເຫຼົ້າ, ກ່ອນ​ນອນ​ຫຼາຍ​ຊົ່ວ​ໂມງ​ຢ່າ​ດື່ມ​ກາ​ເຟ, ນໍ້າຊາ​ປຸກ, ຢ່າ​ກິນ​ຂອງ​ກິນ​ຫຼິ້ນ​ຫຼາຍ,​ ໃຫ້​ດື່ມ​ນໍ້ານົມ​ຮ້ອນໆ​ຈອກ​ໜ່ຶງ​ຈະ​ຊ່ອຍ​ໃຫ້​ນອນ​ຫຼັບ​ດີ.

    ຫ້າ:  ຜູ້​ເຖົ້າ​ທີ່​ມັກ​ສູບຢາດີ​ທີ່​ສຸດ​ໃຫ້​ອອກ​ຢາ,​ ໂດຍ​ສະ​ເພາະ​ກ່ອນ​ນອນ​ຫຼື​ເວລານອນ​ບໍ່​ຫຼັບ​ຢ່າ​ສູບຢາ, ຖ້າ​ສູບຢາທາດ​ນິ​ໂກ​ຕີນ​ຈະ​ກະຕຸກ​ປະສາດລົບ​ກວນ​ການ​ນອນ​ເປັນ​ປົກກະຕິ.

    ຫົກ: ກ່ອນ​ນອນ​ແຕ່​ລະ​ມື້, ດີ​ທີ່​ສຸດ​ເຮັດ​ເລື່ອງ​ທີ່​ເຄີຍ​ເຮັດ​ຊູ່​ມື້​ເຊັ່ນ: ​ເບິ່ງ​ໂທລະພາບ, ຂຽນ​ໜັງສື,​ ແຕ້ມ​ຮູບ, ອ່ານໜັງ​ສື, ອາບ​ນໍ້າແລ້ວ​ນອນ, ຫຼື​ວ່າ​ເບິ່ງ​ໂທລະພາບ​ແລ້ວ​ອອກ​ໄປ​ຍ່າງ​ຫຼິ້ນ, ອ່ານໜັງສື.​ເຈັດ:  ກ່ອນ​ນອນ​ໃຫ້​ຄຶດ​ເລື່ອງ​ມ່ວນ​ໃຈ​ໃນ​ອະດີດ, ນອນ​ໃນ​ເວລາ​ທີ່​ມີ​ອາ​ລົມ​ດີ