ປະ​ເທດ​ທີ່​ປະຊາກອນ​ສຸຂະພາບ​ແຂງ​ແຮງ​ທີ່​ສຸດ​ໃນ​ໂລກ

(GMT+08:00) 2012-04-26 11:14:53     cri
ອັນ​ດັບ​ໜື່ງຍີ່ປຸ່ນ: ຄົນ​ຍີ່ປຸ່ນ​ມີຫຼັກການບໍ​ລິ​​ໂພ​ກຄື: ອາຫານ​ໜື່ງມື້​ຈ​ະຕ້​ອງຫຼາກຫຼາ​ຍ​ ແລ​​ະມີ​ຄຸນ​ຄ່າ. ດັ່ງ​ນັ້ນ, ​ໃນ​ໜື່ງຄາບ​​ຂອງ​ຄົນ​ຍີ່ປຸ່ນ​ຕ້ອງມີ​ເຂົ້າ​ໄວ້​ກິນ​ກັບປາ, ຊີ້ນ​ໝູ, ຜັກ​ໃບ​ຂຽວ​ຕ່າງໆ, ແລະນັດໂຕະ( ໝາກຖົ່ວໜັກ ) ພ້ອມທັງ​ມີແກງ​ມີໂຊະ​ໃສ່ສາລ່າຍ, ເຕົ້າ​ຮູ້​ແລະ​ເຮັດ​ເຂັມ​ທອງ ​ເພື່ອ​ໃຫ້​ໄດ້​ຄຸນຄ່າ​ທາງ​ໂພຊະ​ນາ​ການ​ຄົບ​ຖ້ວນ.

ອັນ​ດັບ​ສອງ​ສິງກະ​ໂປ: ຍ້ອນ​ອິດ​ທິພົນ​ປະສົມ​ລະຫວ່າງ​ຕາ​ເວັນ​ອອກ​ກັບ​ຕາ​ເວັນ​ຕົກ ຈື່ງ​ເຮັດ​ໃຫ້​ສິງກະໂປ​ມັກ​ອາ​ຫານ​ປະເພດ​ເຂົ້າ ແລະ​ເສັ້ນ​ນິຍົມ​ກິນ​ກັບຊີ້ນໝູ, ​ປາແລະໄກ່​ເຊິ່ງ​ມັກ​ເອົາມາ​ຂົ້ວ​ຫຼື​ແກງ​ໂດຍ​ໃນ​ຄາບເຊົ້າ​ຈະ​ຕ້ອງເປັນ​ເຂົ້າປຽກ​ຫຼື​ເຂົ້າ​ຕົ້ມ. ​ແຕ່ສິ່ງ​ໜື່ງ​ທີ່​ເຂົາເຈົ້າ​ມັກ​ບໍລິໂພກ​ເລື້ອຍໆ​ແມ່ນ​ອາຫານປະເພດ​ຈືນ​ທີ່​ມີ​ນໍ້າມັນຫຼາຍ.

ອັນດັບສາມຈີນ: ແຕ່ໃດ​ມາຄົນ​ຈີນ​ໃຫ້​ຄວາມສໍາຄັນ​ກັບ​ຄວາມ​ປານີດ​ຂອງ​ອາຫານ, ແຕ່​ເນື່ອງ​ຈາກ​ມີປະຊາກອນ​ຫຼາຍ​ທີສຸດໃນ​ໂລກ​ຕໍ່ມາ​ຈື່ງຈໍາເປັນຕ້ອງ​ດີ້ນລົນ​ຕໍ່ສູ້​ເພື່ອ​ຄວາມຢູ່ລອດ. ​ດັ່ງ​ນັ້ນ, ອາ​ຫານ​ທີ່​ຫາ​ງ່າຍ​ແລະ​ເຮັດ​ໄດ້​ງ່າ​ຍທີ່​ສຸດ​ກໍ່​ແມ່ນ​ອາຫານ​ທີ່ປຸງ​ແຕ່ງ​ຈາກ​ຜັກ​ເຮັດ​ໃຫ້​ເປັນ​ອາຫານ​ພື້ນຖານ​ໃນ​ປະຈຸ​ບັນ ຖ້າ​ຄິດ​ເຖິງ​ອາຫານ​ຈີນ​ຈັກ​ຈານ​ກໍ່ຕ້ອງ​ຄິດ​ເຖິງ​ເຂົ້າ​ຮ້ອນໆ,ກິນ​ກັບ​ຂົ້ວ​ຜັກ, ຂົ້ວ​ໝາກ​ຖົ່ວ​ທີ່​ອາດ​ມີ​ຊີ້ນ​ປະສົມ​ຢູ່​ໜື່ງຫຼື​ສອງ​ສ່ວນ​ເທົ່າ​ນັ້ນ.

ອັນ​ດັບ​ສີ່​ສະ​ວີ​ເດັນ: ປະ​ເທດ​ຕົ້ນ​ກໍາ​ເນີ​ດບຸບ​ເຟ້ມີ​ແນວ​ຄິດ​ມາ​ຈາກ​ພາສາ​ສະ​ວິດ​ສ " logom " ເຊິ່ງແປວ່າ: " ພຽງພໍ " ໂດຍ​ລັກຊະນະ​ການຈັດ​ງານ​ລ້ຽງ​ໂດຍ​ອາຫານ​ແຕ່ລະ​ຢ່າງ​ຈະ​ຖືກ​ຈັດວາງ​ໃນ​ຈານ​ໃບ​ດຽວ​ກັນ​ໃນ​ປະມານ​ທີ່​ພໍອີ່ມ, ເຊິ່ງ​ເປັນ​ຂໍ້​ດີຄື: ພວກ​ເຂົາ​ສາມາດ​ກໍານົດ​ປະລິມານ​ການບໍລິໂພກ​ໃນ​ແຕ່​ລະ​ຄາບ​ໂດຍ​ຕາມ​ທໍານຽມ​ດັ້ງ​ເດີມ​ແລ້ວ ອາຫານ​ສະວີ​ເດັນ​ຈະ​ເນັ້ນ​ອາຫານ​ທີ​ກິນ​ງ່າຍໆ ແລະ ເປັນ​ປະໂຫຍດ​ຫຼາຍ​ເຊັ່ນ: ໂຍເກີດ, ນົມ, ເຂົ້າໜົມປັງ, ທັນຍາ​ພືດ​ແລະ​ອາຫານ​ທີ່​ປຸງ​ແຕ່ງ​ຈາກ​ປາ.

ອັນດັບຫ້າຝຣັ່ງ: ​ຄົນຝຣັ່ງ​ເນັ້ນ​ວັດທະ​ນະທໍາ​ການກິນ​ທີ່​ຕ້ອງຈົບງາມ​ຮ່ວມ​ສະໄໝ,​ ມັກ​ຫາເວລາ​ຕໍ່​ລົດຊາດ​ແລະ​ການ​ກິນ​ອາຫານ​ດົນ​ເປັນ​ພິເສດ ໂດຍ​ສະເພາະ​ແມ່ນ​ຄາບແລງ ເຊິ່ງ​ຈະ​ແຕກຕ່າງ​ຈາກ​ຄາບເຊົ້າ​ເຊິ່ງຈະ​ດື່ມ​ກາເຟ​ພຽງ 1 ຈອກ​ຫຼື​ກິນ​ເຂົ້າ​ຈີ່​ທາເນີຍ​ໜື່ງ​ແຜ່​ແລ້ວ​ຄາບສວຍ​ຈື່ງ​ກິນ​ອາຫານ​ຈານ​ໃຫຍ່ໆ ເຊິ່ງແນວ​ໃດ​ອາຫານ​ກໍ່ບໍ່​ໄດ້​ເປັນ​ບັນຫາ​ຕໍ່​ຮູບຮ່າງ​ຂອງ​ເຂົາເຈົ້າ ເພາະ​ເຂົາເຈົ້າ​ຮັກສາ​ການຍ່າງ​ຫຼື​ຂີ່ລົດຖີບ ເຊິ່ງ​ກໍ່​ແມ່ນ​ວິທີ​ເຜົາຜານ​ໄຂມັນ​ຈາກ​ອາຫານ​ທີ່​ບໍໂພກ​ຢ່າງ​ໜັກມາ​ໝົດມື້.

ອັນດັບຫົກອີຕາລີ: ​ຄົນອີ່ຕາລຽນ​ເນັ້ນກິນ​ອາຫານ​ຮູບແບບ​ເມດີ​ເຕລາ​ນຽມ​ເຂົາເຈົ້າ​ຈະປຸງສົດ​ແລະ​ບໍລິໂພດ​ທັນທີ ເຊິ່ງ​ອາຫານ​ແບບນີ້​ໃຊ້ນໍ້າມັນ​ໝາກກອກ​ປຸງແຕ່ງ ແລະ​ເນັ້ນໜັກ​ໄປ​ທາງໝາກ​ໄມ້​ສົດ, ຜັກ​ສົດ, ທັນຍາພືດ,​ ແກ່ນຖົ່ວ, ​ຊີ້ນປາ​ແລະ​ອາດດື່ມ​ເຫຼົ້າແວງ​ໄປນໍາ. ໃນ​ຄວາມຈິງແລ້ວ​ຄົນອີ່ຕາລໜຮ​ຈໍານວນ​ໜ້ອຍ​ທີ່​ພາກັນ​ກິນ​ພາສຕ້າເປັນ​ອາຫານ​ຈານຫຼັກ ເພາະ​ຕາມຫຼັກ​ແລ້ວ​ອາຫານ​ພາສຕ້າຈະ​ເສີບໃນ​ປະລິມານ​ພໍອີ່ມ​ຖັດ​ຈາກ​ອາຫານ​ຈານ​ສະລັດ.

ອັນດັບເຈັດແອັດສະປາຍ: ​ແມນເຊໂກ້​ຖື​ເປັນ​ຊີດ​ທີ່​ດີ​ທີ່ສຸດ​ຂອງ​ແອັດ​ສະປາຍ ລວມທັງ​ຊີ້ນ​ເບຄອນ, ແຕ່​ແນວ​ໃດ​ເຂົາເຈົ້າ​ກໍ່ຈະ​ເອົາມາ​ດັບແປງ​ໃນ​ອາຫານ​ປະເພດ​ແກງ ຫຼື ເອາະ ເພີ່ມ​ໝາກຖົ່ວ​ອາວມອນ, ຜັກທຽມ, ໝາກ​ຖົ່ວ​ປາກອ້າ, ໝາກຖົ່ວ​ຍາວ​ແລະ​ຜັກສົດ​ຕາມລະດູ​ແລະ​ອາດລົງ​ທ້າຍ​ໂດຍ​ໝາກໄມ້​ທີ່​ມີ​ລົດສົ້ມ ເຊິ່ງຄົນ​ປະເທດນີ້​ເຊື່ອກັນວ່າ: ກິນ​ແລ້ວ​ນານ​ເຖົ້າ​ຊ່ວຍ​ຫຼຸດ​ຄໍເລສ​ເຕີໂຣນ ເພາະ​ມີ​ສານແອນ​ຕີ້ອອກ​ຊີແດນ ຫຼື​ສານ​ຕ້ານອະ​ນຸມູນ​ອິດສະຫຼະ​ຫຼາຍ.