ກຸ້ຍ​ຫຼິນ​ເມືອງ​ລາວ

(GMT+08:00) 2012-04-26 11:21:45     cri
ກຸ້ຍ​ຫຼິນ​ເມືອງ​ລາວຄື​ຄຳ​ນິຍາມ​ອັນ​ງົດ​ງາມ​ທີ່​ບໍ່​ເກີນ​ກວ່າ​ຄວາມ​ເປັນ​ຈິງ​ຂອງ​​ເມືອງ​ນ້ອຍໆ ທີ່​​ໂອບອ້ອມ​ດ້ວຍ​ພູ​ຜາແລະ​ສາຍ​ນ້ຳ​ແຫ່ງ​ນີ້. ວັງ​ວຽງໜຶ່ງ​ໃນ​ເມືອງ​ທ່ອງ​ທ່ຽວ​ຍອດ​ນິຍົມ​ຂອງ​ລາວ ​​ໄກ​ຈາກ​ນະຄອນຫຼວງວຽງ​ຈັນ​ໄປ​ທາງ​ທິດ​ເໜືອປະມານ 160 ກມ. ​ແລະ​​ໃຊ້​ເວລາ​​ເດີນ​ທາງ​ປະມານ 3 ຊົ່ວ​ໂມງ, ​ເຖິງ​ແມ່ນ​ວ່າ​ວັງ​ວຽງ​ຈະ​​ເປັນ​ພຽງ​ເມືອງ​ນ້ອຍໆຢູ່​ກາງ​ປ່າ​ເຂົາ​ລຳ​ເນົາ​ໄພແຕ່​ໃນ​ດ້ານ​ການ​ທ່ອງ​ທ່ຽວເມືອງ​ວັງ​ວຽງ​ຖື​​ໄດ້​ວ່າ​ມີ​ຊື່​ສຽງ​ໂດ່​ງດັງ​ແລະ​ເປັນ​ທີ່​ຮູ້​ຈັກ​ບໍ່​ນ້ອຍ​ໄປ​ກວ່າ​ເມືອງ​ອື່ນ​ໃນ​ລາວ​ເລີຍ.

    ດ້ວຍ​ພູມສັນຖານ​ແລະ​ບັນຍາກາດ​ຂອງ​ເມືອງ​ວັງ​ວຽງທີ່​ໂອ​ບອ້ອມ​ໄປ​ດ້ວຍ​ພູ​ຜາ​​ແລະ​ສາຍ​ນ້ຳ​ເຮັດ​ໃຫ້​ວັງ​ວຽງ​ຖືກ​ຍ້ອງ​ຍໍ​ໃຫ້​ຄ້າຍ​ຄື:​ ເມືອງ​ກຸ້ຍ​ຫຼິນຂອງ​ປະ​ເທດ​ຈີນ. ​ໂດຍ​ສະ​ເພາະ​ໃນ​ຕອນ​ເຊົ້າທີ່​ສາຍ​ໝອກລອຍ​ພາດ​ຜ່ານຂຸນ​ເຂົາ​ແລະ​ແມ່ນ້ຳຊອງອັນ​ກວ້າງ​ໃຫຍ່. ຖ້າ​ທ່ານ​ ໄດ້​ພັກ​ແຄມ​ນ້ຳຕ້ອງ​ຢ່າ​ພາດ​ໃນ​ການ​ຕື່ນ​ແຕ່​ເຊົ້າ​ເພື່ອ​ຊົມ​ຈັກ​ເທື່ອໜຶ່ງ, ​ເຊິ່ງ​​ເປັນ​ເລື່ອງ​ແ​ປກ​ແຕ່​ມີ​ຈິງ​ທີ່​ເມືອງ​ວັງ​ວຽງ​ຍັງ​ມີ​ຄູ່​ແຝດ​ທີ່ມີ​ພູມ​ສັນຖານ​ແລະ​ບັນຍາກາດ​ຄ້າຍ​ຄື​ເມືອງ​ກຸ້ຍ​ຫຼິນ​​.

    ປັດຈຸບັນ​ເມືອງ​ວັງ​ວຽງ​ໄດ້​ເປີດ​ຕົວ​ເປັນ​ສະຖານ​ທີ່​ຍອດ​ນິຍົມຂອງ​ບັນດາ​ນັກ​ທ່ອງທ່ຽວ​ເຊິ່ງປະກອບ​ມີກິດຈະ​ກຳ​ອັນ​ຫຼາຍໆ​ຢ່າງຂອງ​ເມືອງ​ວັງ​ວຽງບໍ່​ວ່າ​ຈະ​​ເປັນ​ແບບ​​ພະຈົນ​ໄພ, ບໍ່​ວ່າ​ຈະ​ເປັນ​ພາຍ​ຄາ​ຍັກ, ຂີ່​ກົງ​ເບັງ, ປິນ​ໄຕ່​ທ່ຽວ​ຖ້ຳງາມເປັນຕົ້ນ​. ແຕ່​ສຳລັບ​ຄົນ​ມັກ​ນອນ​ເອນ​ກາຍອີ່​ມ​ເອີ​ບ​ໄປ​ດ້ວຍ​ບັນຍາກາດ​ແລະທຳ​ມະ​ຊາດ​ເມືອງ​ວັງ​ວຽງ​ເປັນ​ດັ່ງ​ສະຫວັນບົນ​ດິນ​ຂອງ​ທ່ານ. ລ່ອງ​ນ້ຳຊອງດ້ວຍ​​ເຮືອຄາ​ຍັກຈຸດ​ເດັ່ນ​​ແມ່ນ້ຳຊອງ​ອາດ​ຈະ​ບໍ່​ມີ​ຄວາມ​ຍິ່ງ​​ໃຫຍ່​ແລະເປັນ​ທີ່​ຮູ້​ຈັກ​ດີ​ຂອງ​ຜູ້​ຄົນ​ທົ່ວ​ໄປ.

    ຖ້າ​ທຽບ​ກັບ​ແມ່ນ້ຳຂອງ​ແຕ່​ສຳລັບ​ນັກ​ພະຈົນ​ໄພທີ່​ມັກ​ຮັກ​ໃນ​ກາ​ນລ່ອງ​ແກ້ງສາຍ​ນ້ຳຊອງ​ແຫ່ງ​ນີ້ອາດ​ຈະ​ເປັນ​ສາຍ​ນ້ຳ​ແຫ່ງ​ສະ​ເໜ່​ແລະເປັນ​ທີ່​ນິຍົມຫຼາຍກວ່າ​ສາຍ​ນ້ຳອື່ນໆໃນ​ປະ​ເທດ​ລາວເພາະ​ສາຍ​ນ້ຳຊອງ​ເປັນ​ພຽງ​ສາຍ​ນ້ຳພຽງ​ແຫ່ງ​ດຽວ​ໃນ​ປະ​ເທດ​ລາວທີ່​ມີ​ບໍລິການ​ລ່ອງ​ແກ້ງ​ຢ່າງ​ຄົບ​ວົງ​ຈອນ​ນັກ​ເດີນ​ທາງ​ແບບ​ແບັກ​ແພັກ​ເກີ້ຈຳ​ນວນ​ບໍ່ໜ້ອຍ​ເລືອກ​ວັງ​ວຽງ​ເປັນ​ເມືອງ​ທ່ອງທ່ຽວ​ອັນ​ດັບໜຶ່ງຫຼາຍກວ່າ​ວຽງ​ຈັນຫຼືຫຼວງພະ​ບາງ​​ເສຍອີກ. ​ເພາະ​ເມືອງ​ນ້ອຍໆ​ກາງ​ຂຸນ​ເຂົາ​ແຫ່ງ​ນີ້ພວກ​ເຂົາ​ຈະ​ຮັບ​ທັງ​ຄວາມ​ສະໜຸກສະໜານຄວາມ​ຕື່ນ​ເຕັ້ນປະ​ທັບ​ໃຈ​ແລະຊື່ນ​ຊອບ​ທຳ​ມະ​ຊາດ​ອັນ​ສວຍ​ງາມ​ຂອງ​ກຸ້ຍ​ຫຼິນ​ແຫ່ງ​​ເມືອງ​ລາວທີ່​ມີ​ໃຫ້​ໄດ້​ສຳ​ຜັດ​ຕະຫຼອດໝົດທັງ​ປີ. ​ກິດຈະ​ກຳ​ລ່ອງ​ຄາ​ຍັກ​​ເທິງ​ແມ່ນ້ຳຊອງຈະ​ໃຊ້​ເວລາ​ປະ​ມານ 4-6 ຊົ່ວ​ໂມງ, ​ເຊິ່ງ​ຖ້າ​ໄປ​ລ່ອງ​ໃນ​​ໄລຍະ​ລະດູ​ແລ້ງ​ນີ້ຈະ​ໃຊ້​ເວລາ​ອ່າວ​ດົນ​ກວ່າ. ແຕ່​ສຳລັບ​ລະດູ​ຝົນ​ການ​ລ່ອງ​ຄາ​ຍັກ​ແມ່ນ​ຈະ​ມີ​ທັງ​ຄວາມ​ໄວ​ແລະ​ຄວາມ​ແຮງ​ເຊິ່ງຈະ​ມ່ວນ​ທີ່​ສຸດ​ເລີຍ.

    ການ​ລ່ອງ​ຄາ​ຍັກ​ແມ່ນ້ຳຊອງມີ​ໄລ​ຍະ​ທາງ​ປະມານ 20 ກິ​ໂລ​ແມັດ. ໃນ​​ໄລຍະ​ທຳ​ອິດ ​ເປັນ​ເສັ້ນທາງ​ຊົມ​ທຳ​ມະ​ຊາດ​ສອງ​ຝັ່ງ​ແມ່ນ້ຳຍັງ​ບໍ່​ມີ​​ແກ້ງ​ໃຫຍ່ໆ. ​ໃຫ້​ຄວາມ​ຮູ້​ສຶກຕື່ນ​ເຕັ້ນປາ​ນ​ໃດຈາກ​ນັ້ນຈະ​​ເຖິງ​ບ່ອນ​ພັກ​ບໍລິ​ເວນ​ປາກ​ຖ້ຳຊ້າງ, ​ເຊິ່ງນອກ​ຈາກ​ຈະ​ໄດ້​ແວ່​ພັກ​ຮັບ​ປະທານ​ອາຫານ​ແລ້ວຈະ​ໄດ້​ທ່ຽວ​ຊົມ​ບັນດາ​ຖ້ຳ​ໃນ​ບໍລິ​ເວນ​ນີ້ນໍາອີກ. ບໍ່​ວ່າ​ຈະ​ເປັນ​ຖ້ຳຊ້າງ, ຖ້ຳຫຼຸບ, ​ຖ້ຳຫອຍແລະ​ຖ້ຳນ້ຳ. ​ຈາກ​ນັ້ນລ່ອງ​ຕໍ່​ໄປ​ຍັງ​ບໍລິ​ເວນ​ຖ້ຳ​ນອນນັບ​ເປັນ​ຈຸດ​ແວ່​ພັກ​ອີກ​ແຫ່ງໜຶ່ງທີ່​ຄົນສ່ວນ​ຫຼາຍ. ​ເພາະ​ເປັນ​ຈຸດ​ຫ້ອຍ​ໂຫນ​ໂຕນ​ນ້ຳ​ເຮ​ຮາ​.   

    ຈາກ​ຖ້ຳ​ນອນ​ປະມານ 5 ກິ​ໂລ​ແມັດ. ​ເປັນ​ເສັ້ນທາງ​​ໄລຍະສຸດ​ທ້າຍ​ທີ່​ທ່ານ​ຈະ​ໄດ້​ສຳ​ຜັດ​ກັບ​ແກ້ງ​​ເລັກ​​ແກ້ງ​ນ້ອຍ​ແລະ​ບັນຍາກາດ​ອັນ​ງົດ​ງາມ​ຂອງ​ສາຍ​ນ້ຳຊອງ​ແລະເມືອງ​ວັງ​ວຽງ, ເຊິ່ງ​ເມື່ອ​ເຖິງ​ບໍລິ​ເວນ​ຕົວ​ເມືອງວັງ​ວຽງບໍລິ​ເວນຖາວອນ​ສຸກຣີສອດ​ເປັນອັນ​ສິ້ນສຸດ​ການ​ປະຈົນ​ໄພ​ເທິງ​ສາຍ​ນ້ຳຊອງສາຍ​ນ້ຳ​ແຫ່ງ​ຕຳນານ​ທີ່​ພ້ອມ​ຈະ​ສ້າງ​ເລື່ອງ​ລາວ​​ແຫ່ງ​ຄວາມ​ສຸກ​ໃຫ້​ແກ່​ຜູ້​ມາ​ຢ້ຽມ​ຢາມ​ເມືອງ​ວັງ​ວຽງ​ແຫ່ງ​ນີ້.

    ຈາກ​ນັ້ນ, ກໍ່​ທ່ຽວຊົມ​ຖ້ຳງາມ​ໃນ​ວັງ​ວຽງເມືອງ​ວັງ​ວຽງ​ນອກ​ຈາກ​ຈະ​ເປັນ​ເມືອງ​ທີ່​ສວຍ​ງາ​ມທີ່​ຖືກ​ໂອບອ້ອມ​ດ້ວຍ​ໜ່ວຍພູ​ແລະ​ຜາ​ຫິນ​ອັນ​ສະຫຼັບຊ້ອນ​ພ້ອມ​ທັງ​ສາຍ​ນ້ຳຊອງ​ທີ່​ແສນ​ງາມ​ແລ້ວຍັງ​ມີ​ຖ້ຳທີ່ໜ້າທ່ອງ​ທ່ຽວ​ຈຳນວນ​ຫຼວງຫຼາຍເຊັ່ນ: ຖ້ຳຈັງ, ຖ້ຳຊ້າງ, ຖ້ຳຫອຍ, ຖ້ຳພູ​ຄຳ, ຖ້ຳນ້ຳ, ​ຖ້ຳນອນ ​ແລະ​ຜາຕັ້ງ.

    ຖ້ຳຈັງ​ຕັ້ງຢູ່​ໄກ​ຈາກ​ສະໜາມບິນ​ເກົ່າ​ປະມານ 500 ​ແມັດ. ​ເພິ່ນ​ຈະ​ເປີດ​ໃຫ້​ເຂົ້າທ່ຽວ​ຊົມ​ແຕ່​ເວລາ 8:00 ​ 17:00 ​ໂມງ. ​ເປັນ​ຖ້ຳ​ແຫ່ງ​ດຽວ​ທີ່​ມີ​ໄຟຟ້າ​ຕິດ​ຕັ້ງຢູ່​ພາຍ​ໃນ​ຖ້ຳ, ​ໃນ​ອະດີດ​ປະ​ຊະ​ຊາ​ຊົນ​ເຊື່ອ​ວ່າ​ຖ້ຳ​ແຫ່ງ​ນີ້​ເປັນ​ຖ້ຳສັກສິດ. ຖ້າ​ໃຜ​ເຮັດ​ສິ່ງ​ທີ່​ບໍ່​ດີ​ບໍ່ງາມ​ໃນ​ຖ້ຳຈະ​ເກີດ​ອາການ​ຈັງເຊິ່ງອາການ​ຈັງ​ໄດ້​ກາຍ​ມາ​ເປັນ​ຊື່ວ່າ: "ຖ້ຳຈັງ".

    ຈາກ​ນັ້ນຕ້ອງ​ອອກ​ແຮງ​ຂຶ້ນຂັ້ນ​ໄດ 147 ຂັ້ນ, ​ເຊິ່ງທາງ​ຂ້າງ​ເທິງ​ນັ້ນມີ​ວິວທີ່​ງາມໆ​ຂອງ​ຂົວ​ແລະ​ເມືອງ​ວັງ​ວຽງ​ໃຫ້​ໄດ້​ເບິ່ງ​ເປັນ​ລາງ​ວັນ​ສຳລັບ​ຄົນ​ອົດ​ທົນ​ຂຶ້ນຂັ້ນ​ໄດ ນັບ​ວ່າ​ເປັນ​ຈຸດ​ຊົມ​ວິວທິວ​ທັດ​ທີ່​ສວຍ​ງາມ​ທີ່​ສຸດ​ຂອງ​ເມືອງ​ວັງ​ວຽງ​ ອີກ​ດ້ວຍ.

​    ເມື່ອ​ເຂົ້າ​ໄປ​ພາຍ​ໃນ​ຖ້ຳຈັງ​ຈະ​ໄດ້​ສຳ​ຜັດ​ກັບ​ອາກາດ​ເຢັນ​ສະບາຍທ່າມກາງ​ຫີນ​ຍ້ອຍ​ຫີນ​ງອກອັນ​ງົດ​ງາມ​ທີ່​ສຸດ. ​ເມື່ອ​ມີ​ແສງ​ໄຟຟ້າ​ສາດ​ສ່ອງ​​ເກີດມີ​ສີ​ສັນ​ເປັ່ງປະກາຍ​ເຮັດ​ໃຫ້​ພາຍ​ໃນ​ເບິ່ງ​ລຶກລັບ​ຄື​ດັ່ງ​ເມືອງ​ໃນ​ເທບ​ນິຍາຍ​ທີ່​ມີ​ສະ​ເໜ່ຊວນຫຼົງ​​ໄຫຼ. ​ໂດຍ​ທ່ານ​ສາມາດຍ່າງ​​ເລາະ​ຊົມ​ໄດ້​ຕາ​ມທາງ​ຊີ​ມັງ​ທີ່​ເຮັດ​ໄວ້​ຢ່າງ​ດີແລະ​ຖ້າ​ຍ່າງ​​ໄປ​ທາງ​ຊ້າຍ​ສຸດ​​ເສັ້ນທາງ​ຈະ​ພົບ​ກັບ​ຈຸດ​ຊົມ​ວິວທີ່ສວຍ​ງາມ​ ບໍ່​ນ້ອຍໜ້າບໍລິ​ເວນ​ປາກ​ທາງ​ເຂົ້າຖ້ຳ.

    ກຸ້ຍ​ຫຼິນ​ເມືອງ​ລາວ​ຄື​ຄຳ​ນິຍາມ​ອັນ​ງົດ​ງາມ​ທີ່​ບໍ່​ເກີນ​ກວ່າ​ຄວາມ​ເປັນ​ຈິງ​ຂອງ​​ເມືອງ​ນ້ອຍໆ. ທີ່​​ໂອບອ້ອມ​ດ້ວຍ​ພູ​ຜາ​ແລະ​ສາຍ​ນ້ຳ​ແຫ່ງ​ນີ້. ວັງ​ວຽງໜຶ່ງ​ໃນ​ເມືອງ​ທ່ອງ​ທ່ຽວ​ຍອດ​ນິຍົມ​ຂອງ​ລາວ​​ໄກ​ຈາກ​ນະຄອນຫຼວງວຽງ​ຈັນ​ໄປ​ທາງ​ທິດ​ເໜືອປະມານ 160 ກມ. ​ແລະ​​ ໃຊ້​ເວລາ​​ເດີນ​ທາງ​ປະມານ 3 ຊົ່ວ​ໂມງ, ​ເຖິງ​ແມ່ນ​ວ່າ: ​ວັງ​ວຽງ​ຈະ​​ເປັນ​ພຽງ​ເມືອງ​ນ້ອຍໆຢູ່​ກາງ​ປ່າ​ເຂົາ​ລຳ​ເນົາ​ໄພແຕ່​ໃນ​ດ້ານ​ການ​ທ່ອງ​ທ່ຽວເມືອງ​ວັງ​ວຽງ​ຖື​​ໄດ້​ວ່າ​ມີ​ຊື່​ສຽງ​ໂດ່​ງດັງ​ແລະ​ ເປັນ​ທີ່​ຮູ້​ຈັກ​ບໍ່​ນ້ອຍ​ໄປ​ກວ່າ​ເມືອງ​ອື່ນ​ໃນ​ລາວ​ເລີຍ.

    ການໄປ​ທ່ອງທ່ຽວ​ເມືອງ​ວັງວຽງ​ແມ່ນ​ຈະ​ຮັບ​ທັງ​ຄວາມ​ສະໜຸກ​ສະໜານ​ຄວາມ​ຕື່ນ​ເຕັ້ນປະ​ທັບ​ໃຈ​ແລະຊື່ນ​ຊອບ​ທຳ​ມະ​ຊາດ​ອັນ​ສວຍ​ງາມ​ຂອງ​ກຸ້ຍ​ຫຼິນ​ແຫ່ງ​​ເມືອງ​ລາວທີ່​ມີ​ໃຫ້​ໄດ້​ສຳ​ຜັດ​ຕະຫຼອດ​ໝົດ​ທັງ​ປີ​ທີ່​ສໍາຄັນ​ແມ່ນ​ກຽມພ້ອມ​ດ້ານ​ຮ່າງກາຍ​ເປັນ​ສໍາຄັນ.