do and don't

(GMT+08:00) 2012-04-26 11:23:03     cri
    " ສະບາຍດີ ​" ແມ່ນ​ປະ​ໂຫຍກທໍາ​ອິດ​ທີ່​ຄົນ​ລາວ​ໃຊ້​​ເປັນ​ການ​ທັກ​ທາຍ​ໃນຊີວິດ​ປະ​ຈໍາ​ວັນ​ດ້ວຍ​ຄວາມ​ຍີ້ມ​ແຍ້ມ​ແຈ່ມ​ໃສພ້ອມ​ທັງ​ຍໍ​ມື​ນົບ, ກອດ​ກັນ​ເພື່ອ​ສະ​ແດງ​ຄວາມ​ຮັກ​ແພງ​ກັນ​ໃນ​ສະຖານ​ທີ່​ສາທາລະນະ​ຈະ​ເປັນ​ສິ່ງ​ທີ່ບໍ່​ສຸພາ​ສໍາລັບຄົນ​ລາວ.

    ຄົນ​ລາວ​ຈະ​ຖື​ຫົວ​ຂອງ​ຕົນ​ເອງ​ເປັນສິ່ງ​ທີ່​ສູງ​ທີ່​ສຸດ​ແລະ​ຖື​ຕີນ​ເປັນ​ບ່ອນ​ທີ່​ຕໍ່າ​ທີ່​ສຸດ, ການ​ໃຊ້​ຕີນ​ເພື່ອ​ຊີ້​ແນະ​ຫຼື​ເຕະ​ສິ່ງ​ຂອງ​ເພື່ອ​ສະ​ແດງ​ທ່າ​ທີ​ຕ່າງໆ​ເປັນ​ສິ່ງ​ທີ່ຮັບ​ບໍ່​ໄດ້, ຖ້າ​ຜູ້​ໃດ​ປະພຶດ​ແນວ​ນີ້​ຄືວ່າ​ບໍ່​ຮູ້​ກະລະ​ເທສະຫຼື​ສໍາລັບ​ຄົນ​ລາວ​ແລ້ວ​ຖື​ວ່າ​ເປັນ​ການ​ບໍ່​ໃຫ້ກຽດ, ບໍ່​ສຸພາບ.

    ການ​ຈັບ​ຫົວ​ຄົນ​ໃດ​ໜື່ງ​ແມ່ນ​ຖື​ວ່າ​ຂາດ​ມາລະຍາດ​ທີ່​ສຸດ.

    ​ໃນ​ເວລາ​ເຂົ້າ​ເຮືອນ​ຄົນ​ລາວ​ກະລຸນາ​ປົດ​ເກີບ.

    ທຸກ​ຄັ້ງ​ທີ່​ຢ່າງ​ຜ່ານ​ໜ້າຫຼັງ​ຄົນ​ນັ່ງ​ຢູ່​ທ່ານ​ຢ່າ​ລືມ​ກົ້ມ​ໂຕ​ລົງ​ຕາມ​ສົມ​ຄວນ.

    ຫອມ​ແກ້ມ, ​ຈູບ​ກັນ​ແລະ​ກອດ​ກັນ​ໃນ​ສະຖານ​ທີ່​ສາທາລະນະ​ເປັນ​ສິ່ງ​ທີ່​ບໍ່​ສຸພາບ, ກະລຸນາ​ຢັບຍັ້ງອາລົມ​ຂອງ​ທ່ານ.

    ຄົນ​ລາວ​ເປັນ​ຄົນ​ທີ່​ມັກ​ຄ່ອຍ​ເວົ້າ, ​ຄ່ອຍ​ວ່າ​ແລະ​ຫຼີກ​ເວັ້ນການ​ປະ​ທະ​ກັນ, ​ບໍ່​ຄວນ​ໃຊ້​ສຽງ​ດັງ​ຫຼື​ຂື້ນ​ສຽງ​ເມື່ອ​ເວົ້າ​ກັບ​ຄົນ​ລາວ.

    ກ່ອນ​ທີ່​ຈະ​ຖ່າຍຮູບ​ຜູ້​ໃດ​ຜູ້​ໜື່ງ​ໃຫ້​ຂໍອະນຸຍາດ​ສາກ່ອນ.

    ກະລຸນາ​ບໍ່​ຄວນ​ແຈກ​ສິ່ງ​ຂອງ​ຫຼື​ເຂົ້າ​ໜົມ​ໃຫ້​ເດັກນ້ອຍ​ມັກ​ຈະ​ພາ​ໃຫ້​ເກີດ​ມີ​ການ​ຂໍທານ, ຖ້າ​ຕ້ອງການ​ຢາກ​ໃຫ້​ກໍ່​ຄວນ​ມອບ​ໃຫ້ການ​ຈັດ​ຕັ້ງ​ບ້ານ​ຫຼື​ການຈັດ​ຕັ້ງ​ມະຫາຊົນ​ເປັນ​ຜູ້​​ແຈກ​ຢາຍ.

​    ເວລາ​ນັກ​ທ່ອງ​ທ່ຽວ​ເຂົ້າ​ມາ​ທ່ຽວ​ລາວ​ຄວນ​ເລືອກ​ກິນ​ອາຫານ​ລາວ​ໃນ​ທຸກ​ແຫ່ງ​ເພື່ອ​ເປັນ​ການ​ສົ່ງ​ເສີມ​ການ​ຜະລິດ​ທ້ອງ​ຖິ່ນ​ແລະ​ຊາວ​ໄຮ່ນາ​ຜູ້​ໃຫ້ການ​ຜະລິດ.

    ພະ​ພຸດທະ​ຮູບ​ແມ່ນ​ສິ່ງ​ສັກສິດ​ຄວນ​ສັກກາລະ​ບູຊາ, ກະລຸນາ​ສະ​ແດງ​ງຄວາມ​ເຄົາລົບ​ດ້ວຍ​ການ​ນຸ່ງ​ຮົ່ມ​ທີ່ສຸພາບ, ​ໃນ​ເວລາ​ທ່ຽວຊົມ​ວັດວາອາ​ຮາມ​ແລະ​ການ​ຖ່າຍຮູບ.

    ປະ​ເທດ​ລາວ​ມີ​ສະຖານ​ທີ່​ສັກສິດ​ກາລະ​ບູຊາ​ໃນ​ສະຖາ​ທີ່​ຕ່າງ​ໆ​ເປັນ​ຈໍານວນ​ຫຼວງ​ຫຼາຍ​ກະລຸນາ​ຢ່າ​ແຕະຕ້ອງ​ຫຼື​ເຂົ້າ​ໄປ​ໃນ​ສະຖານ​ທີ່​ກ່ອນ​ໄດ້​ຮັບ​ອະນຸຍາດ.

    ພະສົງ​ສາມະ​ເນນ​ແມ່ນ​ບຸກຄົນ​ທີ່​ປະຊາຊົນ​ໃຫ້​ຄວາມ​ເຄົາລົບ​ນັບຖື​ຫ້າມ​ເພດ​ຍິງແຕະຕ້ອງ​ພະສົງ​ສໍາມະ​ເນນ.

    ກະລຸນາ​ຊ່ວຍ​ກັນ​ຮັກສາ​ຄວາມ​ສະອາດ​ແລະ​ຄວາມ​ສວຍ​ງາມ​ໃນ​ປະ​ເທດ​ລາວ, ບໍ່​ຄວນຖີ້ມສິ່ງ​ຂອງ​ຊະຊາຍ​ແລະ​​ຄວນເກັບ​ສິ່ງ​ຂອງ​ທີ່​ບໍ່ງາມ​ຕາ​ເພື່ອ​ເປັນ​ແບ​ບຢ່າງ​ໃຫ້​​ແກ່ເຍົາວະ​ຊົນ​ລາວ.

    ທ່ານ​ບໍ່ຄວນ​ກິນ,​ ບໍ່​ຄວນຊື້​ສັດປ່າ​ແລະ​ຜະລິດ​ຕະພັນ​ຕ່າງໆ​ຈາກ​ສັດປ່າ,​ ເພື່ອ​ຊ່ວຍ​ກັນ​ປົກ​ປັກ​ຮັກສາ​ສັດປ່າ.
    ທຸກ​ຄົນ​ຄວນຊ່ວຍ​ກັນ​ມີ​ສະຕິບໍ່​ໃຫ້​ເກີດ​ໄຟ​​ໄໝ້​ປ່າ.

    ທ່ານ​ບໍ່​ຄວນ​ຊື້​ວັດ​ຖຸບູຮານ​ອັນ​ເກົ່າ​ແກ່​ແລະ​ສິ່ງ​ຂອງທີ່​ເປັນ​ມໍລະດົກ​ອັນ​ມີຄ່າຂອງ​ຊາດ​ແລະ​ຂອງ​ປະຊາຊົນ​ລາວ, ກະລຸນາ​ຊື້ເຄື່ອງຫັດຖະ​ກໍາ​ອັນ​ສວຍ​ງາມ​ແລະ​ມີ​ຄຸນ​ນະພາ​ບຈະ​​ ຊ່ວຍ​ການສົ່ງ​ເສີມ​ສີ​ລະ​ປະ​ຫັດຖະ​ກໍາ​ລາວ.

    ການ​ຊື້-ຂາຍ, ​ເສບ​ແລະ​ມີ​ມີ​ຢາ​ເສບ​ຕິດ​ຢູ່​ໃນ​ການ​ຄອບ​ຄອງ​ແມ່ນ​ຜິດ​ຕໍ່​ກົດໝາຍ​ຂອງ ສປປ ລາວ.

    ພ້ອມ​ກັນ​ປົກ​ປ້ອງ​ເດັກນ້ອຍ​ແລະ​ແມ່ຍິງ​ລາວ​ຈາກ​ການທາລຸນ​ແລະ​ການ​ກົດ​ຂີ່​ຂູດ​ຮີດ, ກໍລະນີ​ເຫັນ​ພຶດຕິ​ກໍາ​ອັນ​ສົງ​​ໄສ​ກະລຸນາ​ແຈ້ງ​ເຈົ້າ​ໜ້າ​ທີ່.

    ການ​ມີ​ເພດ​ສໍາພັນ​ກັບ​ເດັກນ້ອຍ​ແມ່ນ​ຜິດ​ກົດ​ໝາຍຢ່າງ​ຮ້າຍ​ແຮງ.

    ບໍ່​ຄວນ​ເປືອຍ​ກາຍ​ຫຼື​ນຸ່ງ​ສັ້ນ​ເກີນ​ໄປ, ອາບ​ນໍ້າ​ໃນ​ສະຖານ​ທີ່​ສາທາລະນະ.