ນໍ້າ​ນົມ​ແມ່​ເປັນ​ຢາ​ຂ້າ​ມະ​ເຮັງ

(GMT+08:00) 2012-04-26 11:23:47     cri
    ທ່ານ​ອາດ​ເຄີຍ​ໄດ້​ຍິນ​ສັບພະ​ຄຸນ​ນໍ້ານົມ​ແມ່​ໃນ​ຫຼາຍ​ໆດ້ານມາ​ແລ້ວ, ຫຼ້າ​ສຸດ​ນັກວິ​ໄຈ​ພົບ​ຕື່ມ​ວ່າ: ​ໃນ​ນໍ້ານົມ​ແມ່​ມີ​ສານ​ຊະນິດ​ໜື່ງຊື່ວ່າ: ​ແຮມ​​ເລດ ເຊິ່ງມີ​ສັບພະ​ຄຸນ​ຂ້າ​ແຊນ​ພະຍາດ​ມະ​ເຮັງ​ໄດ້​. ໂດຍ​ການ​ຂ້າ​ແລະ​ໄລ່​ມັນ​ອອກ​ມາ​ທາງ​ນໍ້າ​ຍ່ຽວ​ ໂດຍ​ບໍ່​ເປັນ​ອັນຕະລາຍ​ໃດໆ​ຕໍ່​ແຊນ​ປົກກະຕິ​ໃນ​ຮ່າງກາຍ.

    ນັກວິ​​ໄຈ​ມະຫາວິທະຍາ​ໄລ​ລັນ​ ແລະ​ ໂກ​ແຕນ​ເປີກ​ ປະ​ເທດ​ສະ​ວີ​ເດັນ​. ໄດ້​ພົບ​ສານ​ຊະນິດ​ໜື່ງ​ໃນ​ນໍ້ານົມ​ແມ່​ມີ​ສັບພະ​ຄຸນ​ຊ່ວຍ​ຂ້າ​ແຊນ​ມະ​​ເຮັງ​ໄດ້​ເຊິ່ງສານ​ນີ້​ຖືກ​ຄົ້ນ​ພົບ​ມາ​ຫຼາຍ​ປີ​ແລ້ວ, ​ແຕ່​ຫາ​ກໍ່​ເອົາ​ມາ​ທົດ​ລອງ​ກັບ​ຄົນ​ເທື່ອ​ທໍາ​ອິດ​ໃນ​ປີ​ນີ້.

    ​ໃນ​ການ​ທົດ​ລອງ​ນັກວິ​ໄຈ​ໃຊ້​ສານ​ນີ້​ກັບ​ຄົນ​ເປັນ​ພະຍາດ​ມະ​ເຮັງ​ຜົກ​ຍ່ຽວ​ ໂດຍ​ບໍ່​ເປັນ​ອັນຕະລາຍ​ໃດໆ ​​ແລະ ​ບໍ່​ມີ​ຜົນ​ຂ້າງຄຽງ​ໃດໆ​ຕໍ່​ແຊນ​ດີ​ຫຼື​ແຊນ​ປົກກະຕິ​ຢູ່​ບໍລິ​ເວນ​ໄກ້​ຄຽງ​ຄື​ກັບ​ຢາ​ທີ່​ໃຊ້​ປະ​ເພດ​ອື່ນໆ.

    ສານ​ສໍາຄັນ​ໃນ​ນໍ້ານົມ​ແມ່​ນີ້​ສາມາດ​ຂ້າ​ແຊນ​ມະ​ເຮັງ​ຊະນິດ​ຕ່າງໆ​ໄດ້​ເຖິງ 40 ຊະນິດ. ​ໃນ​ຂະນະ​ນີ້, ພວມ​ມີ​ການ​ທົດ​ລອງ​​ໃຊ້​ປິ່ນປົວ​ພະຍາດ​ມະ​ເຮັງ​ຜີວ​ໜັງ​ແລະ​ມະ​ເຮັງ​ກ່ຽວ​ກັບ​ສະໝອງ​ເຊິ່ງຄາດ​ວ່າ​ອີກ​ບໍ່​ດົນ​ກໍ່​ຈະ​ໄດ້​ຮັບ​ຜົນ​ແລ້ວ.

    ​ແມ່ຍິງ​ທ່ານ​ໃດ​ເປັນ​ແມ່ລູກອ່ອນ​ກໍ່​ຄວນ​ຫັນ​ມາ​ລ້ຽງ​ລູກ​ດ້ວຍ​ນໍ້ານົມ​ແມ່​ດີ​ກວ່າ​ເພາະ​ນອກຈາກ​ຈະ​ດີ​ຕໍ່​ລູກ​ແລ້ວ​ຍັງ​ດີ​ຕໍ່​ແມ່​ນໍາ​ອີກ.