ຊາດທີ່ເປັນຄົນນີ້ໃຫ້ທຳພຽນຄືນັກເຈົ່າ ບາດວ່າບິນເພັ່ນພ້າຍ ຈຶ່ງຂ່າວແຈ້ງດັ່ງນົກຍາງ"——ປະເພນີກນແຕ່ງດອງຂອງຄົນລາວ
(GMT+08:00) 2012-04-26 11:25:30 cri
ຄຳວ່າ "ກິນດອງ" ໄດ້ແກ່ການເອົາຜົວຫຼືເມຍ, ການແຕ່ງງານຫຼືການສົມລົດທີ່ນິຍົມປະຕິບັດມາມີຢູ່ 2ແບບຄື: ແບບທີໜຶ່ງແມ່ນເມື່ອຊາຍ-ຍິງແຕ່ງງານກັນແລ້ວ ຊາຍໄປຢູ່ເຮືອນຂອງຜູ້ຍິງເພີ່ນເອີ້ນວ່າ: ອະວະຕະມຸງຄຸນ ຄືເອົາລູກເຂີຍໄປລ້ຽງພໍ່ເຖົ້າແມ່ເຖົ້າພິ ທີແບບນີ້ບູຮານເພີ່ນເວົ້າວ່າດີຫຼາຍ, ຈົນມີຄຳສຸພາສິດໄວ້ວ່າ: ເອົາລູກເຂີຍມາລ້ຽງພໍ່ເຖົ້າແມ່ເຖົ້າ ປານເອົາເຂົ້າມາໃສ່ເລົ້າໃສ່ເຍຍ. ອີກແບບໜຶ່ງເມື່ອຍິງຊາຍແຕ່ງງານກັນແລ້ວ ຍິງໄປຢູ່ເຮືອນຂອງຊາຍເອີ້ນວ່າ: ວິວາຫະມົງຄຸນ ຄືເອົາລູກໄພ້ໄປລ້ຽງພໍ່ປູ່-ແມ່ຍ່າ,ການ ເຮັດແບບນີ້ມີສຸພາສິດບູຮານບອກໄວ້ວ່າ: ເອົາລູກໄພ້ມາລ້ຽງຍ່າ ປານເອົາຜີຫ່າມາໃສ່ເຮືອນໃສ່ຊານ, ນັ້ນແມ່ນຄຳສຸພາສິດບູຮານ, ແຕ່ປັດຈຸບັນແມ່ນບໍ່ເປັນແນວນັ້ນເພາະວ່າ ລູກໄພ້ພາແມ່ຍ່າຮັ່ງມີແລະຊ່ວຍແມ່ຍ່າເຮັດຫຼາຍສິ່ງຫຼາຍຢ່າງນຳອີກ, ເລື່ອງດັ່ງກ່າວນັ້ນມັນເປັນເລື່ອງທີ່ຄົນສ້າງຂື້ນເອງ, ບາງເທື່ອກໍເປັນນຳລູກໄພ້ ບາງເທື່ອກໍເປັນນຳແມ່ຍ່າ.
ຍິງ-ຊາຍ ທີ່ຈະແຕ່ງງານກັນ, ຈະຢູ່ເປັນຄູ່ຄອງກັນຢ່າງມີຄວາມສຸກຕະຫຼອດຊີວິດນັ້ນຈະຕ້ອງເປັນຜູ້ທີ່ມີຄວາມຮັກໄຄ່ກັນ, ພໍ່ແມ່ຂອງທັງສອງຝ່າຍມີຄວາມຍິນຍອມພ້ອມໃຈກັນທັງຝ່າຍຍິງແລະຝ່າຍຊາຍແລ້ວຈຶ່ງແຕ່ງງານກັນໄດ້. ຕາມປະເພນີບູຮານລາວການເລືອກຄູ່ຄອງກ່ອນແຕ່ງງານນັ້ນເພີ່ນຈະເບິ່ງລັກສະນະຂອງຍິງ-ຊາຍຢູ່ບ່ອນວ່າ:
ລັກສະນະຂອງຊາຍ: ເປັນຄົນທີ່ມີຮູບໂສມບັດມີຮູບຮ່າງສົມປະກອບ, ມີຄຸນສົມບັດ, ມີຄວາມດີ, ມີຄວາມປະພຶດທີ່ດີ, ມີສິນທຳເຄົາລົບຕໍ່ກົດໝາຍບ້ານເມືອງແລະຮີດຄອງປະເພນີອັນດີງາມ, ມີພື້ນຖານສົມບັດຄື: ມີເຮືອນຊານບ້ານຊ່ອງ, ມີບ່ອນຢູ່ອາໃສ່-ພູລຳເນົາທີ່ແນ່ນອນ ຈຶ່ງສົມເປັນຊາຍທີ່ຍິງຈະເອົາເປັນຜົວ.
ລັກສະນະຂອງຍິງ: ຍິງທີ່ຄວນເປັນເມຍນັ້ນຕ້ອງປະກອບດ້ວຍລັກສະນະຄືກັນກັບຊາຍ,ແຕ່ເພາະຍິງຕ້ອງຕັ້ງຢູ່ໃນຖານະເປັນແມ່ເຮືອນ ຄືຕ້ອງມີອົງປະກອບອີກເປັນຕົ້ນວ່າ: ເປັນແມ່ຍິງນັ້ນໃຫ້ຮູ້ຈັກເຮືອນ 3 ນ້ຳ 4, ເຮືອນ 3 ຄື: ຮູ້ຈັກເຮືອນຜົມ, ເຮືອນໄຟ, ເຮືອນນອນ, ນ້ຳ 4 ຄື: ຮູ້ຈັກຮັກສານ້ຳດື່ມ, ນ້ຳໃຊ້, ນ້ຳເຕົ້າປູນ, ແລະນ້ຳໃຈຂອງຜົວ, ດັງຄຳເວົ້າທີ່ວ່າ: ຍິງໃດທີ່ສົມບູນດ້ວຍເຮືອນ 3 ນ້ຳ 4 ເປັນຍິງດີເລືອດລ້ຳສົມຄວນແທ້ແມ່ເຮືອນ, ຍິງທີ່ມີອົງປະກອບທີ່ເວົ້າມານັ້ນສົມຄວນແລ້ວທີ່ຊາຍຈະເອົາມາເປັນເມຍ ເພາະເປັນສະງ່າລາສີນຳເອົາຄວາມສຸກ, ສິລິມຸງຄຸນມາໃຫ້ຄອບຄົວຢ່າງມະຫາສານ.
ທີ່ເວົ້າມານັ້ນແມ່ນປະເພນີການເລືອກຄູ່ຄອງຂອງຄົນໃນເມື່ອກ່ອນ, ແຕ່ເຮົາກໍສາ ມາດເອົາມາພິນິດພິຈາລະນາໃຫ້ເຂົ້າກັບຍຸກສະໄໝປັດຈຸບັນ, ບໍ່ແມ່ນວ່າເປັນປະເພນີບູ ຮານຂອງລາວແລ້ວຊິຄິດວ່າມັນລ້າຫຼັງບໍ່ເຂົ້າກັບຍຸກສະໄໝ, ແຕ່ຖ້າເຮົາຮູ້ຈັກການປະຍຸກໃຊ້ແລະນຳໃຊ້ແບບປະສົມປະສານກັນທັງອັນເກົ່າກັບອັນໃໝ່ມັນອາດຈະໄດ້ຜົນຢ່າງມະ ຫາສານ, ແຕ່ຢ່າງໃດກໍດີ ການຕັດສິນໃຈເລືອກຄູ່ຮັກຫຼືຄູ່ສົມລົດນັ້ນບໍ່ໃຫ້ເບິ່ງພຽງແຕ່ກາຍພາຍນອກ, ບໍ່ໃຫ້ພຽງແຕ່ໜ້າຕາ, ຊັບສິນເງິ່ນຄຳ, ບູຮານເຄີຍເວົ້າວ່າ: "ງາມທາງນອກທາງໃນເປັນໝາກເດື່ອ ງາມປາກບັ້ງ ຄັ່ງຂໍ້ປາກກະທໍ". ເພາະວ່າສິ່ງທີ່ຈະຕັດສິນວ່າເຂົານັ້ນເໝາະສົມແທ້ບໍ່ນັ້ນຄວນຈະຢູ່ບ່ອນວ່າ: ຄວາມຮູ້, ຄວາມສາມາດ, ຄວາມດີ, ຄວາມຮັກທີ່ແທ້ຈິ່ງແລະຄວາມເຂົ້າໃຈເຊິ່ງກັນແລະກັນນັ້ນເອງ. ໃຫ້ເຮົາຄິດວ່າບາງເທື່ອພໍ່ແມ່ເຮົາແຕ່ງງານກັນມາ ດ້ວຍສອງຝາມືເປົາແຕ່ເພີ່ນກໍຍັງບຸກບື່ນມາຈົນນຊຳນີ້, ແລ້ວເຮົາເດ!!!!!!!!!!!!!!!!! ຊິເຮັດໄດ້ຫຼືບໍ່.
ສະນັ້ນແລ້ວ, ບູຮານເພີ່ນຈຶ່ງເວົ້າວ່າ: "ຍິງຮູບຮ້າຍ ຄອງວັດພາງາມ ຊາຍຮູບຊາມ ວິຊາພາຮຸ່ງ"