ຄອບຄົວ​ຍຸກ​ໃໝ່​ໃສ່​ໃຈ​ສິ່ງ​ແວດ​ລ້ອມ

(GMT+08:00) 2012-04-26 14:26:39     cri

1 ຫລີກ​ລ້ຽງ​ສານ​ເຄ​ມີ​ອັນຕະລາຍ​ທີ່​ມັກ​ພົບ​ເລື້ອຍໆ​ໃນ​ຊີວິດ​ປະຈຳ​ວັນ1. ແນະ​ນຳ​ເລື່ອງ​ການ​ຊື້​ອາຫານ​ສຳລັບ​ຮັບ​ປະ​ທານ​ໃຫ້​ເລືອກ​ອາຫານ​ທີ່​ມີ​ຄຸນນະພາບ​ມີ​ປະໂຫຍດ​ຖືກ​ລັກສະນະ​ຫລີກ​ລ້ຽງ​ການ​ຊື້​ອາຫານ​ແຄມທາງ​ເພາະ​ມີ​ສານ​ປົນເປື້ອນໃນ​ປະ​ລິ​ມານ​ຫລາຍ

2. ຄວນ​ເລືອກ​ໃຊ້​ເຄື່ອງ​ສຳ​ອາງ​ທີ່​ບໍ່​ປະສົມ​ສານ​ເຄມີແລະ​ຜະລິດ​ຕະພັນ​ທີ່​ຜ່ານ​ການ​ກວດ​ກາ​ຈາກ​ກົມ​ອາ​ຫານ​ແລະຢາ. ​ຕ້ອງ​ຄຳແນະນຳ​ກ່ອນ​ໃຊ້​ມີ​ການ​ກວດ​ມື້​ໝົດ​ອາ​ຍຸ​, ພະຍາຍາມ​ເລືອກ​ຜະລິດ​ຕະພັນ​ທີ່​ບໍ່​ປະສົມ​ສີ​, ອຸປະກອນ​ທີ່​ໃຊ້​ທີ່​ກ່ຽວ​ຂ້ອງ​ກັບ​ການ​ຮັບປະທານ​ກໍ​ຄວນ​ເລືອກ​ໃຊ້​ໃຫ້​ຖືກ​ປະ​ເພດເຊັ່ນ​: ອຸ່ນ​ອາຫານ​ໂດຍ​ໃຊ້​ຜະລິດ​ຕະພັນ​ທີ່ລະ​ບຸ​ວ່າ​ໃຫ້​ໃຊ້​ກັບ​ເຄື່ອງ​ໄມ​ໂຄ​ເວ​ບໄດ້​ເປັນ​ຕົ້ນ

3. ເລືອກ​ໃຊ້​ຜະລິດຕະພັນ​ທີ່​ມາ​ຈາກ​ທຳມະຊາດ​ເນື່ອງ​ຈາກ​ຜະລິດຕະພັນ​ປະ​ເພດ​ນີ້​ມີ​ຄວາມ​ປອດ​ໄພ​ແລະ​ບໍ່​ມີ​ອັນຕະລາຍ

4. ຫລີກ​ລ້ຽງ​ການ​ໃຊ້​ຕຸກນໍ້າ​ພຼາ​ສະຕິກ​ໃສ​ຊ້ຳ​ໆ ກັນ​ຫລາຍ​ເທື່ອ, ​ເພາະ​ພຼາສະຕິກ​ປະເພດ​ນີ້​ມີ​ອາ​ຍຸ​ການ​ໃຊ້​ງານ​ສັ້ນ​ອາດ​ເຮັດໃຫ້​ເກີດ​ສານ​ປົນ​ເປື້ອນ​ໄດ້

5. ຫລີກ​ລ້ຽງ​ການ​ຮັບປະທານ​ອາຫານ​ກະ​ປ໋ອງ​ໃຫ້​ພະຍາຍາມ​ກິນ​ອາຫານ​ສົດ​ຫລື​ອາຫານທີ່​ປຸງ​ເອງ

6. ຄວນ​ພິ​ຖີ​ພິ​ຖັນ​ພິຈາລະນາ​ເລືອກ​ຜັກ​ແລະ​ຫມາກໄມ້​ເນື່ອງ​ຈາກ​ປະຈຸບັນ​ຜັກ​ແລະ ຫມາກໄມ້​ມັກ​ມີ​ການ​ໃຊ້​ຢາ​ຂ້າ​ແມງໄມ້​ແລະ​ໃຊ້​ສານ​ເຄ​ມີ​, ​ເວລາ​ຮັບປະທານ​ກໍ​ຄວນ​ລ້າງ​ໃຫ້​ສະ​ອາດ​

7. ເລືອກ​ສິນ​ຄ້າ​ກະສິກຳ​ແລະ​ອາຫານ​ທີ່​ມີ​ຄຸນນະພາບ​ແລະ​ຄວາມ​ປອດ​ໄພ​ໂດຍ​ເລືອກ​ສິນ​ຄ້າ​ທີ່​ໄດ້ຮັບ​ເຄື່ອງ​ໝາຍຄຸນນະພາບ

8. ບໍ່​ໃຊ້​ປຸ໋ຍ​ເຄ​ມີ​ໃນ​ສວນ​ດອກໄມ້​ປະ​ດັບ​ທີ່​ເຮືອນ​ແຕ່​ຂໍ​ໃຫ້​ເລືອກ​ໃຊ້​ປຸ໋ຍ​ໝັກ​ຈາກ​ທຳມະຊາດ​ແທນ