ພໍ່​ແມ່​ຮູ້ຫລື​ບໍ່​ວ່າ ການ​ອ່ານ​ນິ​ທານ​ກ່ອນ​ນອນ​ໃຫ້​ລູກ​ຟັງ​ນັ້ນຈະ​ຊ່ວຍ​ສົ່ງ​ເສີມ​ພັດທະນາ​ການ​ທາງ​ພາສາ​ຂອງ​ລູກ​ໄດ້

(GMT+08:00) 2012-04-26 14:35:57     cri

ຈາກການ​ວິ​ໄຈ​ຂອງ​ຕ່າງ​ປະເທດ​ເປີດ​ເຜີຍ​ວ່າ: ພໍ່​ແມ່​ຕັ້ງ​ໃຈ​ຢາກ​ຈະ​ອ່ານ​ຫນັງສື​ໃຫ້​ລູກ​ຟັງ​ແຕ່​ສຸດ​ທ້າຍ​ພວກເຂົາ​ກໍ​ເຮັດ​ບໍ່​ໄດ້ເພາະ​ບໍ່​ມີ​ເວລາ​ພໍ, ເຖິງວ່າ​ໃນ​ໄວ​ເດັກ​ຂອງ​ພໍ່​ແມ່​ເອງ 60 % ຈະ​ເຄີຍ​ຟັງ​ນິ​ທານ​​ທຸກ​ຄົນ ແຕ່​ສະໄໝ​ນີ້​ພໍ​ເຖິງ​ເວລາ​ນອນຕ່າງ​ຄົນ​ຕ່າງ​ປິດ​ໄຟ, ປິດ​ປະ​ຕູ​ຫ້ອງ​ນອນ​ກັນ​ໝົດ​ແລ້ວ

ດ້ວຍກຸ່ມ​ຕົວ​ຢ່າງ​ພໍ່​ແມ່ 2,000 ຄົ ພົບ​ວ່າ ມີ​ການ​ອ່ານ​ນິ​ທານ​ກ່ອນ​ນອນ​ໃຫ້​ລູກ​ຟັງ 52%, ໃນ​ຂະນະ​ທີ່​ອີກ 48% ບອກວ່າ​ຊີວິດ​ຂອງ​ພວກເຂົາ​ວຸ້ນວາຍ​ເກີນ​ກວ່າ​ຈະ​ອ່ານ​ນິ​ທານ​ໃຫ້​ລູກ​ຟັງ​ໄດ້, ທັງ​ໆທີ່​ທຸກ​ຄົນ​ຕ່າງ​ຮູ້​ດີ​ວ່າການ​ອ່ານ​ນິ​ທານ​ຈະ​ຊ່ວຍ​ສົ່ງ​ເສີມ​ພັດທະ ນາ​ການ​ໃຫ້​ກັບ​ລູກ​ນ້ອຍ.

ໂດຍສະຖິຕິ​ພົບ​ວ່າເດັກນ້ອຍ​ທີ່​ພໍ່​ແມ່​ບໍ່​ເລົ່າ​ນິ​ທານ​ໃຫ້​ຟັງຈະ​ມີ​ພັດທະນາ​ການ​ທາງ​ການ​ເວົ້າ​ທີ່​ດ້ອຍ​ກວ່າ​ເດັກ​ຄົນ​ອື່ນໆ ແລະ​ສາ​ເຫດ​ຫລັກກໍ​ມາ​ຈາກ​ການ​ທີ່​ພໍ່​ແມ່​ໃຊ້​ການ​ເລົ່າ​ນິ​ທານ​ເພື່ອ​ຝຶກ​ທັກ​ສະ​ທາງ​ພາສາ​ໃຫ້​ລູກ​ນັ້ນ​ເອງ

ຮູ້ນຳກັນ​ຢ່າງ​ນີ້​ແລ້ວ​ພໍ່​​ແມ່​ທັງ​ຫລາຍກໍ​ຢ່າ​ລືມ​ແບ່ງ​ເວລາ​ມາ​ອ່ານ​ນິ​ທານ​ໃຫ້​ລູກ​ນ້ອຍ ນອກ​ຈາກ​ຈະ​ໄດ້​ໃກ້​ຊິດຕິດ​ແທດ​ສ້າງ​ຄວາມ​ອົບ​ອຸ່ນ​ແລ້ວ, ລູກ​ຂອງ​ທ່າ​ກໍ​ຈະ​ມີ​ພັດທະນາ​ການ​ທີ່​ຢ້ຽມ​ຍອດ​ອີກ​ດ້ວຍ​.

ລູກ​ສະຫມອງ​ດີ​ດ້ວຍປື້​ມ​ນິ​ທານທີ່​ແມ່​ອ່ານ

ປື້​ມນິ​ທານ​ເປັນ​ທາງ​ເລືອກ​ໜຶ່ງທີ່​ມີ​ຂໍ້​ມູນ​ວິ​ຊາ​ການ​ຢືນຢັນ​ເຖິງ​ຂໍ້​ດີ​ທີ່​ມີ​ຕໍ່​ຕົວ​ລູກ​ນ້ອຍ ທີ່​ຍັງ​ບໍ່​ຮູ້​ພາສາ​ຫລື​ຈະ​ນັບ​ຍ້ອນ​ໄປ​ຕັ້ງ​ແຕ່​ໃນ​ທ້ອງ​ກໍ​ໄດ້ ຖ້າ​ພໍ່​ແມ່​ໃຊ້​ຫນັງສື​ນິ​ທານ​ກັບ​ລູກ​ຢ່າ​ງສະໝໍ່າສະເໝີແລະ​ໃຊ້​ຢ່າງ​ຖືກ​ວິທີ

ເຮົາມາ​ກຽມ​ພ້ອມ​ກັບ​ການ​ໃຊ້​ຫນັງສື​ເປັນ​ສື່​ກາງເພື່ອ​ອ່ານ ເລົ່າ ແລະ​ຫລິ້ນ​ໄປ​ກັບ​ລູກ​ນ້ອຍ​ດ້ວຍ​ວິທີ​ງ່າຍ ໆ ແລະ​ຮັບ​ຮູ້​ເຖິງ​ຄວາມ​ມະຫັດສະຈັນ​ຂອງ​ນິ​ທານ​ກັນ​ດີກວ່າຫນັງສື​ນິ​ທານ​ດີ​ຕໍ່​ສະຫມອງ​ຢ່າງໃດ

ຂະນະ​ທີ່​ເຈົ້າ​ອ່ານ​ນິ​ທານ​ໃຫ້​ລູກ​ຟັງຈະ​ຊ່ວຍ​ສ້າງ​ຄວາມ​ສຸກ​ໃຫ້​ລູກສົ່ງ​ຜົນ​ຕໍ່​ສະພາ​ວະ​ອາລົມ​ທາງ​ບວກແລະ​ເມື່ອ​ລູກ​ມີ​ຄວາມ​ສຸກສະຫມອງ​ກໍ​ເຮັດວຽກ​ໄດ້​ດີ​ແລະ​ມີ​ປະ​ສິດ​ທິ​ພາບ​ຍິ່ງ​ຂຶ້ນ​ເລື່ອຍ​ໆ

ເມື່ອ​ລູກ​ໄດ້​ຟັງ​ນິ​ທານ​ເລື້ອຍໆ ຈະ​ຊ່ວຍ​ໃຫ້​ລູກ​ຈົດ​ຈຳ​ຄຳ​ສັບ​ໄວ​ຂຶ້ນເພາະ​ເສັ້ນ​ໃຍ​ປະສາດ​ໃນ​ສະຫມອງ​ທີ່​ກ່ຽວກັບ​ການ​ຈົດ​ຈຳຈະ​ພັດທະນາ​ໄປ​ພ້ອມ​ກັບ​ຄວາມ​ຊົງ​ຈຳ

ການ​ສຳ​ຜັດ​ຫນັງສື​ພາບ ​ຜ່ານ​ການ​​ເບິ່ງ​ຕັ້ງ​ແຕ່​ຍັງ​ນ້ອຍເປັນ​ການສ້າງ​ສັກກະ​ຍະ​ພາບ​ແລະ​ຈິ​ນຕະ​ນາ​ການ​ໃນ​ຕົວ​ເດັກ, ເພາະ​ມີ​ອິດທິພົນ​ຕໍ່​ຄວາມ​ຮູ້ສຶກ​ນຶກ​ຄິດ​ຂອງ​ເດັກ​ຢ່າງ​ສູງ

ເນື້ອ​ຫາ​ເລື່ອງ​ລາວ​ຈາກ​ປື້​ມ​ນິ​ທານເປັນ​ເຫມືອນ​ປະສົບການ​ການ​ຮຽນ​ຮູ້ທີ່​ບາງເທື່ອ​ເປັນ​ເໝືອນ​ສິ່ງ​ສົ່ງ​ເສີມ​ໃຫ້​ລູກ​ຢາກ​ຮູ້ ຢາກ​ເຮັດ​ຫລື​ເຫັນ​ເຖິງ​ຜົນ​ເສຍ​ຂອງພຶດຕິກຳ​ບາງຢ່າງທີ່​ລູກ​ຈະ​ບໍ່​ຮຽນ​ແບບ

ປື້​ມຍັງ​ເປັນ​ຂອງ​ຫລິ້ນ​ອັນ​ໜຶ່ງ ທີ່​ຊ່ວຍ​ໃຫ້​ລູ​ກສະໜຸກສະໜານ​ແລະ​ຮຽນ​ຮູ້​ຜ່ານ​ປະ ສາດ​ສຳ​ຜັດ​ທັງ 5 ຄື ຜ່ານ​ທາງ​ຕາ ຫູ ດັງ ລິ້ນ ສຳ​ຜັດ​ຜິວ​ກາຍ, ລູກ​ນ້ອຍ​ຈະ​ຄ່ອຍ​ໆ ຊຶມ​ຊັບ​ຮູບ​ຮ່າງ, ທ່າ​ທາງ ແລະ​ນ້ຳ​ສຽງ​ມີ​ຄວາມ​ຮູ້ສຶກ​ຮ່ວມ​ໄປ​ກັບ​ການ​ຟັງ, ນ້ຳ​ສຽງ​ທີ່​ພໍ່​​ແມ່​ເລົ່າ​ກໍ​ສື່​ສານ​ໄປ​ເຖິງ​ລູກ ແລະ​ເມື່ອ​ຈຸ​ລັງ​ສະຫມອງ​ໄດ້ຮັບ​ຂໍ້​ມູນມີ​ການ​ສົ່ງ​ຜ່ານ​ຂໍ້​ມູນ​ໄປ​ຫາສາຍ​ໃຍ​ປະສາດ​ຮັບ​ຂໍ້​ມູນໂດຍ​ມີ​ຈຸດ​ເຊື່ອມ​ຕໍ່​ລະຫວ່າງ​ກັນ, ຂໍ້​ມູນ​ທີ່​ມີ​ສົ່ງ​ຜ່ານມາ​ເລື້ອຍໆ, ຈະ​ເຮັດໃຫ້​ຈຸດ​ເຊື່ອມ​ໃຍ​ປະສາດ​ມີ​ຄວາມ​ແຂງ​ແຮງແລະ​ແຕກ​ຕົວ​ຫລາຍ​ຂຶ້ນ ເປັນ​ການ​ກະຕຸ້ນ​ພັດທະນາ​ການ​ທາງ​ສະຫມອງ, ເປັນ​ທີ່​ມາ​ຂອງ​ຄຳ​ຕອບ​ດ້ານ​ຄວາມ​ສະຫລາດ​ຂອງ​ລູກ​ຕົວ​ນ້ອຍ​ໆ ນັ້ນ​ເອງ​.

ກຽມ​ຕົວ​ກ່ອນການ​ອ່ານ

ກຽມ​ອາລົມ​ຂອງ​​ແມ່​ໃຫ້​ຜ່ອນ​ຄາຍ​ມີ​ຄວາມ​ສຸກ ແລະ​ສະ​ໜຸກ​ກັບ​ການ​ໄດ້​ອ່ານ​ໄດ້​ເລົ່າ​ໃຫ້​ລູກ​ຟັງ

ສ້າງ​ບັນ​ຍາ​ກາດ​ທີ່​ອຳນວຍ​ຄວາມສະດວກ​ຕໍ່​​ໄລຍະເວລາ​ຂອງ​ຄອບຄົວເປັນ​ເວລາ​ທີ່​ພໍ່​ແມ່​ໄດ້​ອຸ້ມ​ລູກ​ນັ່ງ​ຕັກສື່​ຮັກ​ດ້ວຍ​ຫນັງສື

ເລືອກປື້​ມ​ທີ່​ເໝາະ​ກັບ​ໄວ​ຂອງ​ລູກແລະ​ກຽມ​ນ້ຳ​ສຽງ​ທີ່​ອົບ​ອຸ່ນຊວນ​ລູກ​ເບິ່ງ​ແລະ​ຟັງ​ກໍ​ລ້ວນ​ສົ່ງ​ຜົນ​ເຮັດໃຫ້ຈຸ​ລັງສະຫມອງ​ຂອງ​ລູກ​ເຮັດ​ຫນ້າທີ່​ໄດ້​ສົມບູນຜ່ານ​ການ​ເບິ່ງເຫັນ ແລະໄດ້ຍິນນຳ​ໄປ​ສູ່​ຈິ​ນຕະ​ນາ​ການ​ແລະ​ຄວາມ​ຄິດ​ທີ່​ສ້າງສັນ
ວິທີ​ໃຊ້​ປື້ມ​ນິ​ທານ​ກັບ​ລູກ​ນ້ອຍ

ຊວນ​ລູກ​ຟັງ​ນິ​ທານດ້ວຍ​ການ​ອອກ​ສຽງ​ຮຽກ​ຄວາມ​ສົນ​ໃຈ​ພ້ອມໆ ກັບ​ອຸ້ມ​ລູກ​ນັ່ງ​ຕັກ​ແລ້ວ​ເລົ່າ​ນິ​ທານ​ໃຫ້​ລູກ​ຟັງ ເວົ້າ​ຄຸຍ​ກັບ​ລູກ​ເຖິງ​ພາບ​ທີ່​ເຫັນ​ໃນ​ຫນັງສື​ນິ​ທານ


ການ​ໃຊ້​ນ້ຳ​ສຽງຄຳ​ເວົ້າ​ທີ່​ສື່​ຄວາມຫມາຍ​ໃຫ້​ເຂົ້າໃຈ​ງ່າຍໆ ແລະ​ອອກ​ສຽງ​ຊັດເຈນ ເຊັ່ນ ສຽງ​ສູງສຽງຕ່ຳ​ໆ ຫລື​ໃຊ້​ສຽງ​ທຳມະຊາດ​ຂອງ​ພໍ່​ແມ່​ເລົ່າເລື່ອງກໍ​ສາມາດ​ເຮັດໃຫ້​ລູ​ກມ່ວນ​ຊື່ນ​ແລະ​ສະໜຸກສະໜານໄດ້​ຄືກັນ

ໄນ​ຄະນະ​ທີ່​ອ່ານ​ຄວນສົ່ງ​ສາຍ​ຕາ​​ໃຫ້​ກັບ​ລູກ ເພື່ອ​ຊ່ວຍ​ສື່​ໃຫ້​ລູກ​ຮັກ​ຮູ້​ເຖິງ​ຄວາມ​ຮັກ ຄວາມ​ອົບ​ອຸ່ນ, ໄປ​ກັບ​ຄວາ​ມສະໜຸກສະໜານ​ແລະ​ການ​ຮຽນ​ຮູ້​ທີ່​ດີ​ໄດ້


ທ່າ​ທາງ​ທີ່​ມີ​ຄວາມ​ສຸກ ສະ​ໜຸກ​ສະໜານ, ມ່ວນ​ຊື່ນຂອງ​​ແມ່​ປະກອບ​ການ​ເລົ່າເຊັ່ນ: ຮອຍ​ຍິ້ມ, ສຽງ​ຫົວ​. ໂດຍ​ສຳພັນ​ກັບ​ເນື້ອ​ເລື່ອງຫລື​ມີ​ອຸປະກອນ​ກອບ​ເປັນ​ຕົ້ນ​ເອົາ​ມີ​ເຮັດ​ຫຸ່ນ, ຫຼີ້ນສີໜ້າຫຼື​ເອົາ​ຜ້າ​ເຮັດ​ເປັນ​ຕຸກກະຕາ​ປະກອບ, ກໍ​ສາມາດ​ເຮັດໃຫ້​ການ​ເລົ່າ​ນິ​ທານ​ຂອງ​​ແມ່​ມີ​ສີ​ສັນ ​ເພີ່​ມຈິ​ນຕະ​ນາ​ການ​ຂອງ​ລູກ​ໄດ້​ຫລາຍ​ຂຶ້ນ.

ຄວນ​ສັງເກດ​ທ່າ​ທີ​ຂອງ​ລູກ ວ່າ​ຕ້ອງ​ການ​ຟັງ​ຫລື​ຕ້ອງ​ການເຮັດ​ກິດຈະກຳ​ອື່ນ ໆ ຫລື​ບໍ່ ເພາະ​ບໍ່​ຄວນ​ຝືນ​ອ່ານຈົນ​ລູກ​ຮູ້ສຶກ​ຫງຸດ​ຫງິດ​ບໍ່​ປະ​ທັບ​ໃຈ​ກັບ​ການ​ຟັງ​ເຈົ້າ​ເລົ່າ​ນິ​ທານ​.

ຖ້າ​ຢາກ​ໃຫ້​ລູກ​ເກີດ​ຄວາມ​ເຄີຍ​ຊິນກໍ​ຕ້ອງ​ອ່ານ​ໃຫ້​ຟັງ​ເປັນ​ປະຈຳເທົ່າ​ທີ່​ເຈົ້າ​ແລະ​ລູກ​ນ້ອຍ​ສະ​ດວກເຊັ່ນ: ​ເວລາ​ເວລາ​ກ່ອນ​ນອນ ເປັນ​ຕົ້ນເລີ່ມ​ຕົ້ນ​ອ່ານ​ໄດ້​ໄວ​ເທົ່າໃດ​ກໍ​ຍິ່ງ​ສົ່ງ​ຜົນດີ​ຕໍ່​ລູກ​ນ້ອຍ​.


ຖ້າ​ລູກ​ນ້ອຍ​ຂອງ​ເຈົ້າ​​ແກະ​ປື້​ມ​ຫລື​ຈີກ​ປື້​ມ​ໄປ​ນຳ ກໍ​ບໍ່ຄວນ​ກ່າວ​ຫລື​ເຖິງ​ກັບ​ລົງໂທດ​ລູກ ເພາະ​ຄວາມ​ສົນ​ໃຈ​ຂອງ​ລູກ​ເປັນພຽງ​​ໄລ​ຍະ​ເວລາ​ສັ້ນໆ ເປັນ​ເລື່ອງ​ປົກກະຕິ​ສຳລັບ​ເດັກ​ນ້ອຍ, ດັ່ງ​ນັ້ນ​ ຄວນ​ເລືອກ​ຫນັງສື​ທີ່​ເໝາະ​ກັບ​ໄວ​ຂອງ​ລູກທັງ​ເນື້ອ​​ໃນ, ຄຸນນະພາບ ຂອງ​ປື້​ມ ແລະ​ວັດ​ຖຸ​ດິບ​ໃນ​ການ​ນຳ​ມາ​ຜະລິດ.


ເລົ່າ​ນິ​ທານ​ຢ່າ​ງສະໝໍ່າສະເໝີເປັນ​ປະຈຳ​ຈົນ​ລູກ​ເກີດ​ຄວາມ​ເຄີຍ​ຊິນແລະ​ຮັກ​ການ​ອ່ານ.