ຮັກໃນ​ການ​ອ່ານ ສ້າງ​ໄດ້​ຕັ້ງ​ແຕ່​ໄວ​​ເດັກນ້ອຍ

(GMT+08:00) 2012-04-26 14:38:35     cri

"ຫາກ​ຈະ​ປັບ​ໃຫ້​ສັງຄົມ​ເປັນ​ແຫ່ງ​ປັນຍາ ຈຳ​ເປັນ​ຕ້ອງ​ເລັ່ງ​ສ້າງ​ວັດທະນະທຳ​ການ​ອ່ານ​ໃຫ້ເປັນ​ວັດທະນະທຳ​ຂອງ​ຊາດ ແລະ​ເຮັດໃຫ້​ເກີດ​ທົ່ວ​ແຜ່ນດິນ" ສ. ນົບ. ປະ​ເວດ ວະ​ສີ

ການ​ອ່ານປຽບເຫມືອນ​ປະ​ຕູ​ບານ​ໃຫຍ່ ທີ່​ເປີດ​ອອກ​ໄປ​ສູ່​ການ​ຮຽນ​ຮູ້​ໂລກ​ກວ້າງ, ​ສູ່​ການສ້າງ​ຈິ​ນຕະນາ​ການ ແລະ​ຄວາມ​ຄິດ​ສ້າງສັນ. ຊຶ່ງ​ຈຳ​ເປັນ​ຢ່າງຍິ່ງ​ຕໍ່​ການ​ພັດທະນາ​ສະຕິປັນຍາ​ເດັກນ້ອຍ, ດັ່ງ​ນັ້ນ​ບໍ່ຄວນ​ເບິ່ງຂ້າມ​ຄວາມ​ສຳຄັນ​ຂອງ​ການ​ອ່ານ​​ແລະ​ບໍ່ຄວນ​ທີ່​ຈະ​ຊັກ​ຊ້າ​​ໃນ​ການ​ປູກ​ຈິດ​ສຳນຶກ​ຮັກ​ໃນ​ການ​ອ່ານ​ໃຫ້​ກັບ​ເລັກ​ນ້ອຍ​, ​ເພື່ອ​ໃຫ້​ເດັກນ້ອຍ​ຮູ້​ຮັກ​ການ​ອ່ານ​ແຕ່​ມື້​ນີ້​ເປັນ​ຕົ້ນ​ໄປ.

​ເລີ່​ມສ້າງ​ນິ​ໃສການ​ອ່ານ​ແຕ່​ເດັກນ້ອຍ​ໄດ້ຜົນ​ແທ້ຫຼືບໍ່?

ປະສາດ​ສຳ​ຜັດ​ດີ: ເມື່ອ​ໄດ້​ເຫັນ​ຮູບພາບ, ລັກສະນະ​ຮູບ​ຊົງ ໄດ້ຍິນ​ສຽງ​ເວົ້າ​ໄດ້​ສຳ​ຜັດ​ຜິວ​ນິ​ທານ, ໄດ້​ຝຶກ​ມື​ຫຍິບ​ຈັບຫລື​ອື່ນໆ, ນອກ​ຈາກ​ຈະ​ໄດ້​ພັດທະນາ​ປະສາດ​ສຳ​ຜັດ​ແລ້ວຍັງ​ຊ່ວຍ​ໃຫ້​ລູກ​ໃກ້​ຊິດ​ຄຸ້ນ​ເຄີຍ​ກັບ​ຫນັງສື ກາຍ​ເປັນ​ຄວາມ​ມັກ​ໃນ​ທີ່ສຸດ.

ສະຫມອງ​ດີ: ເມື່ອ​ໄດ້​ຝຶກ​ການ​ຟັງ​ສຽງ​ອ່ານ​ຂອງ​ພໍ່​ແມ່ ໄດ້​ຮຽນ​ຮູ້​ຄຳ, ເມື່ອ​ເວົ້າ​ໄດ້ ກໍ​ສອນ​ຫັດ​ອ່ານ​ອອກ​ສຽງ​ພ້ອມ​ກັບ​ໄດ້​ເຫັນ​ຕົວ​ອັກສອນ​ເຖິງ​ຍັງ​ບໍ່​ຮູ້​ຄວາມຫມາຍ, ແຕ່​ກໍ​ຖື​ວ່າ​ໄດ້​ຝຶກ​ອອກ​ສຽງ​ເວົ້າ, ໄດ້​ຮຽນ​ຮູ້​ຄຳ​ສັບ ຈຶ່ງ​ຊ່ວຍ​ພັດທະນາ​ສະຫມອງ​ໄດ້​ດີ​ດ້ວຍ.

ຈິ​ນຕະນາ​ການ​ດີ: ຮູບພາບ​ສວຍງາມ ທີ່​ເຫັນ ເນື້ອ​ຫາສະໜຸກສະໜານ, ທີ່​ໄດ້​ຟັງ​ຈັງ​ຫວະ​ສຽງ​ໜ້າ​ຟັງ​ທີ່​ພໍ່​ແມ່​ອ່ານນ້ຳ​ສຽງ​ຂຶ້ນລົງ, ​ໄດ້ຍິນ​ເຫລົ່າ​ນີ້ຈະ​ຊ່ວຍ​ກະຕຸ້ນ​ຈິ​ນຕະນາ​ການ​ໄດ້​ດີ, ຍິ່ງ​ໄດ້​ຟັງ​ເລື້ອຍໆ ຍິ່ງ​ຊ່ວຍ​ໃຫ້​ຮຽນ​ຮູ້​ສິ່ງ​ຕ່າງໆ ແລະ​ຈິ​ນຕະ​ນາ​ການ​ເພີ່ມ​ຂຶ້ນ

ເຄື່ອງຫລິ້ນ​ທີ​ດີ: ປື້​ມນິ​ທານ​ເປັນ​ເຫມືອນ​ຂອງ​ຫລິ້ນ​ຊັ້ນ​ຢ້ຽມ​ອີກ​ອັນໜຶ່ງ​ຂອງ​ລູກ,ທົດລອງ​ໃຊ້​ນິ​ທານ​ເຊື່ອມ​ໂຍງ​ໄປ​ກັບ​ການ​ຫລິ້ນເຊັ່ນ: ອຸ້ມ​ລູກ​ນັ່ງ​ຕັກ​ເປີດ​ນິ​ທານ​ເລົ່າເລື່ອງ ພ້ອມ​ກັບ​ຊວນ​ລູກ​ຫລິ້ນ​ໄປ​ເລົ່ານິທານ​ໄປນຳ,  ລູກ​ກໍ​ຈະ​ຮູ້ສຶກ​ດີ ຮູ້​ຈັກ​ເຊື່ອມ​ໂຍງ​ສິ່ງ​ຕ່າງໆ ກັບ​ນິ​ທານ​ໄດ້​ດີ​.

ສະ​ມາ​ທິ​ດີ: ​ໄວ​ເດັກນ້ອຍ, ສຽງ​ທີ່​ໜ້າ​ຟັງ​ທີ່ສຸດຄື: ສຽງ​ພໍ່​ແມ່ ເມື່ອ​ໄດ້ຍິນ​ສຽງ​ພໍ່​ແມ່ ລູກ​ຈະ​ຕັ້ງ​ໃຈ​ຟັງ ຊຶ່ງ​ເປັນ​ການ​ສ້າ​ງສະ​ມາ​ທິ​ໃຫ້​ຈິດ​ໃຈ​ຈົດ​ຈໍ່​ຢູ່​ກັບ​ການ​ຟັງ, ສະ​ມາ​ທິ​ທີ່​ເພີ່ມ​ຂຶ້ນ​ເລື່ອຍ​ໆນີ້, ຈະ​ຊ່ວຍ​ໃຫ້​ລູກ​ເຮັດ​ກິດຈະກຳ​ອື່ນ​ສຳ​ເລັດ​ລຸ​ລ່ວງ​ໄປ​ໄດ້​ເຊັ່ນ​ກັນ.

ໄດ້​ທ່ອງ​ໂລກ​ກວ້າງ: ເມື່ອ​ໄດ້ຍິນ​ໄດ້​ຟັງ​ເລື່ອງ​ຕ່າງໆ ໄດ້​ພົບ​ເຫັນ​ພາບ​ທີ່​ລູກ​ບໍ່​ເຄີຍ​ເຫັນ, ບໍ່​ເຄີຍ​ໄປ ຖື​ເປັນ​ການ​ເປີດ​ໂລກ​ຮຽນ​ຮູ້​ຂອງ​ສະຫມອງ ຈຶ່ງ​ຊ່ວຍ​ເພີ່ມ​ປະສົບການ ​ໃໝ່​ໆ ໃຫ້​ລູກ​ເປັນ​ເດັກນ້ອຍ​ທີ່​ຮອບ​ຮູ້​ມີ​ວິທີ​ຄິດ​ທີ່​ດີ, ​ເບິ່ງ​ໂລກ​ທີ່​ກວ້າງ​ໄກ​ຂຶ້ນ.

ເລືອກ​ຫນັງສື​ອ່ານ​ທີ່​ດີ

ຫນັງສື​ສຳລັບ​ເດັກ​ນ້ອຍຄວນ​ມີ​ຮູບ​ຮ່າງ​ໂຄ້ງ​ມົນ, ບໍ່​ມີ​ມຸມ​ແຫລມ​ຄົມ ບໍ່​ວ່າ​ຈະ​ເປັນ​ປື້​ມ​ເຫຼັ້ມນ້ອຍ​ຫລື​ເຫຼັ້ມ​ໃຫຍ່, ເຮັດ​ຈາກ​ວັດສະ​ດຸ​ທີ່​ທົນທານແຂງ​ແຮງ, ເປັນ​ວັດ​ດຸ Non-Toxic, ຖ້າ​ລູກ​ນຳ​ເຂົ້າ​ປາກ​ກໍ​ບໍ່​ເປັນ​ອັນຕະລາຍ​, ເໝາະ​ສົມ​ກັບ​ໄວໂດຍ​ເລືອກ​​ເຫຼັ້ມ​ທີ່​ດຶງ​ດູດ​ຄວາມ​ສົນ​ໃຈ​ລູກ​, ມີ​ສີ​ສັນ​ສົດ​ໃສມີ​ເນື້ອ​ຫາ​ບໍ່​ຍາວ​ເກີນ​ໄປ, ເພາະ​ຄວາມ​ສົນ​ໃຈ​ຂອງ​ລູກ​ຍັງ​ຢູ່ໃນ​​ໄລຍະ​ສັ້ນໆ ຫາກ​ເລື່ອງ​ຍາວ ແຖມ​ຄົນ​ເລົ່າ​ບໍ່​ໄດ້​ສອດ​ແຊກ​ຄວາ​ມມ່ວນ​ຊື່ນ​ໄປ​ນຳ, ກໍ​ຈະ​ເຮັດໃຫ້​ລູກ​ເບື່ອ​ການ​ອ່ານ​ໄດ້​ງ່າຍໆຄືກັນ.