ການ​ປົກ​ປ້ອງ​ທີ່​ດິນ​ຢູ່​ຈີນ

(GMT+08:00) 2012-04-26 14:49:02     cri
 ສະບາຍດີ​ມິດ​ລາຍການ​ເບິ່ງ​ເມືອງ​ຈີນ​ທີ່​ຮັກ​ແພງ​ທຸກໆ​ທ່ານ! ພົບ​ກັນ​ອີກ​ແລ້ວກັບ​ລາຍການ​ເບິ່ງ​ເມືອງ​ຈີນ​ຂ​ອງ CRI Fm 93Mhz ທຸກ​ຄືນ​ໃນ​ເວລາ 19 ​ໂມງ​ຫາ 19:50! ພົບ​ກັນ​ມື້​ນີ້​ແມ່ນ​ວັນ​​ເສົາ ທີ 26 ກຸ​ມພາ 2012! ມື້​ນີ້​ວັນ​​ເສົາ​ໂດ​ຍສະ​ເພາະ​ຫົວ​ຄ່ຳ​ແນ​ວນີ້​ເວົ້າບໍ່​ໄດ້​ໄດ໋ ບາງ​ເທື່ອອາດ​ຈະ​ມີ​ໂຕະ​ວົງ​ຕາມ​ເຮືອນ​ຕາ​ມຊານ​ສັງ​ສັນ​ຊຸມ​ແຊ​ວກັນ​ກໍ່​ອາດ​ມີ​​ໄດເນາະ! ຈັ່ງ​ໃດ​ກໍ່​ຢ່າ​ໃຫ້​ມັນ​ເກີນ​ເລີຍ​ຫຼາຍ​ເນາະ! ອັນ​ໃດ​ເກີນ​ເລີຍ​ແລ້ວ​ລ້ວນ​ແຕ່​ບໍ່​ດີ! ມີ​ປະກົດ​ການ​ໜຶ່ງ​ໃນ​ເວລາ​ຊຸມ​ແຊວ​ຕຳ​ຈອກ​ກັນ​ນິລະ! ໜຸ່ມ​ໃຫຍ່​ຫຼື​ມິດ​ລາຍການ​ຫຼາຍ​ທ່ານ​​ເຫັນ​ແລ້ວ​ກໍ່​ຄື​ຊິ​ຄິດ​ບໍ່​ເຫັນ​ດີ​ນຳ​ໜຸ່ມ​ໃຫຍ່ ຄື​ມີ​ພໍ່​​ແມ່​ໜຸ່ມ​ຫຼື​ພໍ່​ແມ່​ຄົນ​ໄວ​ກາງຄົນ​ບາງ​ຄູ່​ເຮັດ​ໃນ​ສິ່ງ​ທີ່​ບໍ່​ຄວນ​ເຮັດ ​ໃນ​ເວລາ​ຊຸມ​ເຫຼົ້າຄື​ເພິ່ນ​ມີ​ລູກນ້ອຍ ອາຍຸ​ປະມານ 2-5 ປີ ​ໂດຍ​ສະ​ເພາະ​ແມ່ນ​ລູກ​ຜູ້​ຊາຍ​ກຳລັງ​ໜ້າ​ຮັກ​ກຳລັງ​ຂີ້​ດື້​ນິນ່າ! ຍ້ອນ​ເພິ່ນ​ຮັກ​ຫຼາຍ​ຈັ່ງ​ໃດ​ເວລາ​ນັ່ງ​ກິນ​ເບຍ​ນຳ​ໝູ່​ລູກຍ່າງ​ຈັ່ງ​ຈະ​ຈັ່ງ​ຈະ ​ເຂົ້າມາ​ຈັບ​ບ່າ​ມາກ​ອດ​ເພິ່ນ ​ເພິ່ນ​ກະ​ຫອມ​​ແກ້ມ​ໂລດ​ແລ້ວ! ຮັກ​ຫຼາຍ​ເດ​ຜູ້​ເປັນ​ພໍ່​ກະດາຍ ບາດ​ແລ້ວ​ອາ​​ດມີ​ສິ່ງ​ທີ່​ບໍ່​ຄາດ​ຄິດ​ວ່າ ​ເພິ່ນ​ເປັນ​ຜູ້​​ໃຫຍ່​ແລ້ວ ​ເປັນ​ພໍ່​ຄົນ​ແລ້ວ ຫຼື ​ເຄີ່ງ​ຄົນ​ແລ້ວ​ກະ​ເຫັນ​ກັບ​ຕາ! ສ່ວນ​ລູກນ້ອຍ​ທີ່​ຍັງ​ໄຮ້​ດຽງສາ​ຢູ່​ຫັ້ນນະ​ວ່າ​ຊິ​ມ​ເບາະ? ກິນ​ເ​ບຍກັບ​ພໍ່​ເບາະ? ບໍ່​ໄດ້​ເວົ້າລ້າ​ໄດ໋ ​ເອົາ​ເບຍ​​ແຈ​ະ​ໃສ່​ປາກ​ລູກ​ບາດ​ໜຶ່ງ ມາກໍ່ໜ້າ​ບິດ​ໄປ​ລະ​ເນາະ ​ເດັກນ້ອຍ​ມັນ​ຂົມ​ເດ! ​ເຮືອນ​ເພິ່ນ​ຊ້ຳພັດ​ຊຸມ​ດຸ ​ເທື່ອ​ໃດ​ກໍ່​ເຮັດໆ! ​ເດັກນ້ອຍ​ມັນ​ຕິດ​ໄດ​ບາດ​ນີ ຈາກ​ທີ່​ມັນ​ໜ້າ​ບິດ​ໜ້າ​ບ້ຽວ ມາ​ກາຍ​ເປັນ​ວົນ​ກິ​ນລັງ​ເບຍ​ນຳ​ໄດ​ບາດ​ນິ! ຜູ້​ເປັນ​ເມຍ​ທີ່​ຊິ​ຫ້າມ​ຜົວ​ເຮັດ​ແນວບໍ່​ຖືກ​ແຕ່​ທຳ​ອິດ​ພຸ້ນ​ຊ້ຳພັດ​ຫົວ​ສະອິກສະອອ້ຍ! ໜຸ່ມ​ໃຫຍ່​ເຫັນ​ແລ້ວ​ບໍ່​ຄິດ​ເລີຍວ່າ​ຜູ້​ໃຫຍ່​ຊ່ຳນີ້​ແລ້ວ ຍັງ​ບໍ່​ຮູ້​ອັນ​ຖືກ ອັນ​ຜິດ​ເລີຍ! ​​ເຮັດ​ໄດ້​ແນວ​ໃດ​ແອບ​ໃຫ້​ລູກ​ກິນ​ເບຍ​ຕັ້ງ​ແຕ່​ຫົວ​ທໍ່​ໝາກ​ຕ້ອງ ​ແຕ່​ຍັງ​ຍ່າງ​ບໍ່​ທ່ຽງ​ຊ້ຳ, ທັ້ງໆທີ່​ເຫຼົ້າ​ເບຍ​ນີ້​ມັນ​ອັນຕະລາຍ​ຕໍ່​ສຸພາບ ທຳລາຍ​ສະໝອງ, ທຳລາຍ​ຄວາມ​ຈຳ, ທຳລາຍ​ຕັບ, ທຳລາຍ​ປອດ​ຂອງ​ຄົນ​ເຮົາ​ທົ່ວ​ໄປ​ຢູ່​ແລ້​ວ! ອັນ​ນີ້​ເດັກນ້ອຍ​ໆ​ມັນ​ຊິ​ທຳລາຍ​ຊ່ຳ​ໃດ? ການ​ຮຽນ​ຊິ​ເປັນ​ແນວ​ໃດ? ກິລິຍາ​ມາລະຍາດ​ມັນ​ຊິ​ເປັນ​ແນວ​ໃດ? ບໍ່​ຄຶດ​ເລີຍ! ຜູ້​ໃດ​ເຫັນ​ແນວ​ນີ້​ຄັນ​ເປັນ​ເພື່ອນ​ສະໜິດ​ມິດ​ສະຫາຍ​ທີ່​ເວົ້າກັນ​ໄດ້​ກະ​ເຕືອນ​ເພິ່ນ​ແດ່​ວ່າ​ມັນ​ອັນຕະລາຍ​ຕໍ່​ສຸຂະພາບ​ລູກນ້ອຍ​ຂອງ​ເພິ່ນ​ແນວ​ໃດ? ດ້ວຍ​ຄວາມ​ເປັນ​ຫ່ວງ​ເນາະ! ສຳລັບ​ຄືນ​ວັນ​ເສົາ​ສະບາຍໆ​ແບບ​ນີ້ໜຸ່ມ​ໃຫ່ຍຈະ​ເອົາ​ເລື່ອງ​ສະພາບ​ແຫ້ງ​ແລ້ງ​ໜັກ​ຢູ່​ຈີນ​ມາ​ເວົ້າສູ່​ຟັງ! ​ແລະ​ຫຼັງ​ຈາກ​ນັ້ນກໍ່​ຈະ​ເວົ້າ​ເຖິງ​ລັດຖະບານ​ຈີນ​ພະຍາຍາມ​ປົກ​ປ້ອງ​ທີ່​ດິນ ​ເພື່ອ​ຜະລິດ​ລ້ຽງປະຊາຊົນ​ແນວ​​ໃດ? ຕອນ​ນີ້​ຟັງ​ເພງ​ກ່​ອນ!

 ເພງ
 
ເວົ້າ​ເຖິງ​ແຂວງ​ຢຸນນານ​ຂອງ​ຈີນ​ແລ້ວຄືນ​ວັນ​ສຸກ​ຜ່ານ​ມາ​ນີ້ໜຸ່ມ​ໃຫຍ່​ຫາ​ກໍ່​ຕອບ​ຂໍ້​ຂ້ອງ​ໃຈ​ຂອງ​ມິດ​ລາຍການ​ຜູ້​ໜຶ່ງ​ໄປ​ກ່ຽວ​ກັບນະຄອນ​ຄຸນ​ໝິງ ທີ່​ເປັນ​​ເມືອງ​ເອກ​ຂອງ​ແຂວງ​ຢຸນນານ​ໄປ! ​ແຕ່​ຄືນ​ນີ້​ຈະ​ເອົາ​ສະພາບ​ແຫ້ງ​ແລ້ງ​ທີ່​ເກີດ​ຂື້ນ​ໃໝ່​ໆ​ຢູ່​ແຂວງ​ຢຸນນານ​ມາ​ເວົ້າສູ່​ຟັງ! ຢຸນນານ​ແລ້ງ​ແຕ່​ຫົວ​ປິ​ປານ​ນີ້​ລາວ​ເຮົາ​ກໍ່​ລະວັງ​ແມ້ ກຽມ​ແຜນ​ຮັບ​ມື​ໄວ້​ທະ​ແມ້ ​ແຂວງ​ຢຸນນານ​ມັນ​ຕິດ​ກັບ​ລາວ ກັບ​ມຽນມາ​ໄດ໋! ຍັງ​ໃຊ້​ແມ່​ນ້ຳສາຍ​ດຽວ​ກັນ​ອີກ ມີ​ແຕ່​ເອີ້ນ​ຊື່​ຕ່າງ​ກັນ​ຊື່ໆ ຢູ່​ດິນ​ຈີນ​ເພິ່ນ​​ເອີ້ນ​ວ່າ: ​ແມ່ນ້ຳລ້ານ​ຊ້າງ ຢູ່​ລາວ​ເຮົາ​ເອີ້ນ​ວ່າ: ​ແມ່ນ້ຳຂອງ ​ແຕ່​ຄົນ​ລາວ​ເຜົ່າ​ລື້​ຂອງ​ຈີນ​ກໍ່​ເອີ້ນ​ວ່າ: ນ້ຳຂອງ ຄື​ຄົນ​ລາວ​ເຮົາ​ນິ​ໄດ໋ທ່ານ​ຜູ້​ຟັງ! ​ເອົາ, ກັບ​ເຂົ້າ​ເລື່ອງ​ແລ້ງ​ອີກ​ເນາະທ່ານ​ຜູ້​ຟັງ! ດຽວ​ນີ້​ຢູ່​ຢຸນນານ​ກຳລັງ​ແລ້ງ​ໜັກ ​ແລ້ງ​ລຽນ​ຕິດ​ມາ​ເປັນ​ປີ​ທີ 3 ​ແລ້ວ​ເດ​ຄັນ​ມາ​ຮອດ​ຍາມ​ນີ້​ນະ! ​ແຂວງ​ຢຸນນານ​ມີ​ພົນລະ​ເມືອງ​ທັງ​ໝົດ…………..ລ້ານ​ຄົນ, ​ແຕ່​ດຽວ​ນີ້​ຄວາມ​​ແຫ້ງ​ແລ້ງ​ກະທົບ​ຮອດ 6 ລ້ານ 3 ​ແສນ ຄົນ​ແລ້ວ, ​ໃນ​ວັນ​ອັງຄານ​ຜ່ານ​ມາ​ນີ້​ເຈົ້າໜ້າ​ທີ່​ທ້ອງ​ຖິ່ນ​ບອກ​ວ່າ ສ້າງ​ຜົນ​ເສຍ​ຫາຍ​ທາງ​ເສດຖະກິດ​ໂດຍ​ກົງ​ຂອງ​ແຂວງ​ຢຸນນານ​ໄປ​ແລ້ວ​ປະມານ 372 ລ້ານ​ໂດ​ລາ​ແລ້ວ! ​ແລະ​ຍັງ​ຊິ​ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ໄປ! ​ເນື້ອ​ທີ່​ທຳ​ການ​ຜະລິດ​ຫຼາຍກ່ວາ 651.000 ​ເຮັກຕາ​ກໍ່​ຖືກ​ເສຍ​ຫາຍ​ຫຼື​ໄດ້ຮັບ​ຜົນ​ກະທົບ! ປະຊາ​ຊົນຫຼາຍ​ກ່ວາ 2 ລ້ານ​ຄົນ​ກໍ່​ພວມ​ຂາດ​ນ້ຳດື່ມ ພາກ​ສ່ວນ​ກ່ຽວຂ້ອງ​ຕ້ອງ​ໄດ້​ເອົາ​ລົດ​ແກ່​ນ້ຳດື່ມ 5 ພັນ​ຄັນ, ​ເຈົ້າໜ້າ​ທີ່​ອີກ 18.000 ຄົນ, ຂົນ​ນ້ຳດື່ມ​ໄປ​ເລາະ​ສົ່ງ​ໃຫ້​ປະຊາຊົນ​ບ່ອນ​ທີ່​ຂາດ​ເຂີນ​ໜັກໆ! ​ໂອ່, ຟັງ​ແລ້ວ​ບໍ່​ແມ່ນ​ກະທົບຄ່​ອຍໆ​ເລີຍ​ເນາະທ່ານ​ຜູ້​ຟັງ! ອາກາດ​ມັນ​ກໍ່​ເຂົ້າຍາມ​ແລ້ງ​ແລ້ວ​ເດ໋! ​ເປັນ​ຫ່ວງ​ຢູ່​ລາວ​ນິກະດາຍ! ຫ່ວາງ​ກາງ​ເດືອນ​ແລ້ວນີ້ໜຸ່ມ​ໃຫຍ່​ເອົາ​ເຄື່ອງ​ການ​ກຸສົນ​ໄປ​ມອບ​ໃຫ້​ປະຊາຊົນ​ ​ເມືອງ: ​ໄຊ​ສະຖານ, ​ແຂວງ: ​ໄຊ​ຍະ​ບູລີ ກໍ່​ຂີ່​ລົດ​ໄປ​ຕາມ​ແຄມ​ມຂອງ ​ເກົ້າລ້ຽວ, ບ້ານ​ໃໝ່, ບ້ານ​ວ່າງ, ບ້ານ ສຳ​ພະ​ນາ ​ເມືອງ: ສັງ​ທອງ ຜ່ານ​​ເມືອງ​ໝື່ນ ຂື້ນ​ໄປ​ຈົນ​ໄປ​ຂ້າມ​ເຮືອ​ບັກ​ຂ້າມ​ຂອງ​ຈາກ​ ແຂວງ ​ວຽງ​ຈັນ​ ຂື້ນ​ ເມືອງ ປາກ​ລາຍ​ ຈຶ່ງ​​ໄປ​ຫາ​ໄຊ​ຍະ​ບູລີ, ​ໄປ​ສຸດ​ທີ່​ເມືອງ​ສະຖານ ນ້ຳຂອງ​ກໍ່​ຍັງ​ມີ​ຫຼາຍ​ຢູ່ ​ແ​ຕ່ວ່າ​ເດືອນ​ນີ້​ ​ເດືອ​ນໜ້າ ​ເດືອນ​ຕໍ່​ໄປ​ຈັກ​ຊິ​ເປັນ​ແນວ​ໃດ​ລະ​ເນາະ? ປີ 2009 ຕອນ​ໜຸ່ມ​ໃຫຍ່​ໄປ​ເຮັດ​ວຽກ​ຢູ່​ປັກ​ກິ່ງ​ພຸ້ນ ​ເບິ່ງ​ຂ່າວ​ວ່າ​ນ້ຳຂອງ​ແຫ້ງ​ແລ້ງ​ແທ້​ແຫ້ງ​ແລ້ງ​ວ່າ ຈົນ​ເຮືອຂົນ​ສົ່ງ​ສິນຄ້າ​ຜູ້​ໂດຍສານ ຈີນ, ມຽນມາ, ລາວ ​ແລະ ​ໄທ ຈົນ​ໄດ້​ຢຸດ​ແລ່ນ​ເຮືອ 2-3 ​ເດືອນ​ພຸ້ນຕວະ! ຢູ່​ວຽງ​ຈັນ​ນີ້​ກໍ່​ຈົນ​ໄດ້​ອອກ​ໄປ​ດູດ​ນ້ຳຢູ່​ກາງຂ​ອງມາ​ເຮັດ​ນ້ຳປະປາ​ຫັ້ນ​ແລ້ວ! ໜ້າ​ເປັນ​ຫ່ວງ​ເນາະຊັບພະຍາກອນ​ນ້ຳ ປະ​ຈະ​ບັນ​ນີ້! ໜຸ່ມ​ໃຫຍ່​ຊິ​ໄປ​ຊົນນະບົດ ບ່ອນ​ນອນ​ມີ​ແນວ​ໃດ​ກໍ່​ໄດ້ ​ໄຟຟ້າ​ບໍ່​ມີ​ກໍ່​ຢ່າ ​ໄຕ້​ທຽນ​ໄຕ້​ກະ​ຕຽງ​ໄຕ້​ກະບອງ​ຂີ້ຊີ​ນ້ຳມັນ​ຢາງ​ກໍ່​ໄດ້ ​ແຕ່​ຄັນ​ບໍ່​ມີນ້ຳອາບ ບໍ່​ມີນ້ຳສະອາດ​ໃຊ້​ຫຼື​ຕົ້ມດື່ມ​ນິຕິ ມັນ​ທໍລະມານຫຼາຍ! ທາງ​ໜຶ່ງ​ທີ່​ຊ່ວຍ​ໄດ້​ຄື​ຊ່ວຍ​ກັນ​ປະ​ຢັດ​ນ້ຳດື່ມນ້ຳ​ໃຊ້​ນິລະທ່ານ​ຜູ້​ຟັງ! ປະຢັດ​ໄດ້​ຊ່ຳ​ໃດ​ແຫ່ງ​ດີ ​ເລີ່​ມຈາກ​ຕົວ​ເຮົາ​ເອງ, ຄອບຄົວ​ເຮົາ​ນິລະ​ໄປ, ປະ​ຢັດ​ໄດ້​ທັງ​ນ້ຳ ທັງ​ເງິນ ທັງ​ຊັບພະຍາກອນ​ທຳ​ມະ​ຊາດ ​ເພື່ອ​ເອົາ​ໄວ້​ໃຊ້​ດົນໆ ບໍ່​ມີ​ນ້ຳກິນ​ນິຢູ່​ບໍ່​ໄດ້​ແທ້ໆ​ເດີ້ ທັງ​ຄົນ ທັງ​ສັດ ທັງ​ພືດ​ໝົດ​ເກາະ! ຮ່າງກາຍ​ຂອງ​ຄົນ​ເຮົາ​ນິ 70% ກໍ່​​ແມ່ນ​ນ້ຳ! ​ເອົາ, ຊ່ວຍ​ກັນ​ປະຢັດ​ນ້ຳ​ໄປ​ແຕ່ມື້​ນີ້​ເດີ້​ທ່ານ​ຜູ້​ຟັງ! ບໍ່​ແມ່ນ​ເລື່ອງ​ເວົ້າຫຼິ້ນ​ເວົ້າຊື່ນ​ໄດ​ນິ! ​ເອົາ, ຟັງ​ເພງ​ກ່ອນ​ເນາະ​ແລ້ວ​ຈະ​ກັບ​ມາ​ເວົ້າສູ່​ຟັງ​ກ່ຽວ​ກັບ​ການ​ປົກ​ປ້ອງ​ທີ່​ດີ​ນຂອງ​ລັດຖະບານ​ຈີນ ບໍ່​ວ່າ​ຢູ່​ສູນ​ກາງກໍ່​ຄື​ທ້ອງຖິ່ນ ​ເພື່ອ​ບໍ່​ໃຫ້​ທີ່​ດິນ​ທຳລາຍ​ການ​ຜະລິດ​ຖືກ​ຍຶດຈອງ​ເອົາ​ໄປ​ເຮັດ​ແນວ​ອື່ນ!

ເພງ

ບັດ​ນີ້​ຈະ​ມາ​ເວົ້າ​ເລື່ອງ​ລັດຖະບານ​ຈີນ ກໍ່ຄື​ອຳ​ນາດການ​ປົກຄອງທ້ອງ​ຖິ່ນ​ຂອງ​ຈີນ ​ເພິ່ນພະຍາຍາມ​ປົກ​ປ້ອງ​ດິນ​ທຳ​ການ​ຜະລິດ​ແນວ​ໃດ? ​ເພາະວ່າ​ໃນ​ຫຼາຍ​ປີ​ຫຼັງ​ມາ​ນີ້ ຍ້ອນ​ບ້ານ​ເມືອງ​ພັດທະນາ​ໄປ​ໄວ​ຫຼາຍ ​ໂຄງການ​ປຸກ​ສ້າງ​ເຮືອນ​ຊານ​ບ້ານ​ຊ່ອງ​ຕຶກ​ອາຄານ ຮ້ານ​ຄ້າ ຮ້ານ​ອາຫານ ​ໂຮງ​ແຮມ ລີ​ສອດ ສະໜາມ​ກັອບ ​ແລະ​ອື່ນໆ ​ເພິ່ນປົ່ງ​ຂື້ນ​ປານ​ດອກ​ເຫັດ​ເດ! ​ໂດຍ​ສະ​ເພາະ​ຢູ່​ຕາມ​ຊານເມືອງນ້ອຍ-​ໃຫຍ່​ທັງຫຼາຍ​ນິລະ! ພວກ​ໂຄງການ​ອະສັງຫາລິມະ​ຊັບ​ເລີ່​ມຄືບ​ຄານ​ເຂົ້າ​ໄປ​ຍຶດຈອງ​ດິນ​ປູກຝັງ​ທຳ​ການ​ຜະລິດ​ລະ​ໄດ​ບາດ​ນິ! ຈາກ​ທີ່​ເຄີຍ​ເປັນ​ໄຮ່, ນາ, ຮົ້ວ, ສວນ ​ເປັນ​ບ່ອນ​ລ້ຽງ​ສັດ ກໍ່​ກາຍ​ເປັນ​ຕຶກ​ອາຄານ​ປົ່ງ​​ຫຼາຍຂື້ນໆ​ຊັ້ນລະ​ເບາະ​ບາດ​ນິ! ຄັນ​ບໍ່​ສະກັດ​ກັ້ນຢ່າງ​ເອົາ​ຈິງ​ເອົາ​ຈັງ​ຊິ​ເອົາ​ດິນ​ໃສ​ມາ​ປູກຝັງ? ລ້ຽງສັດ? ລ້ຽງ​ຄົນ​ຈີນ​ຕັ້ງວ່າ 1 ຕື້ 300 ລ້ານ​ຄົນ​ນິນະ! ມາ​ສັງ​​ເກດ​ເບິ່ງ​ແລ້ວ​ການ​ນຳ​ໃຊ້​ທີ່ດິນ​ແບບ​ຜິດ​ກົດໝາຍ​ກໍ່​ນັບ​ມື້​ນັບ​ຫຼາຍ​ຂື້ນ​ໄດ​ບາດ​ນິ! ສະນັ້ນມັນ​ເປັນ​ສັນຍານ​ເຕືອນ​ໄພ​ວ່າ: ຕ້ອງ​ໄດ້​ສະກັດ​ກັ້ນ ​ເຈົ້າໜ້າ​ທີ່​ລັດ​ລະດັບ​ທ້ອງ​ຖິ່ນ​ຈຳນວນ​ໜຶ່ງ​ທີ່​ໃຊ້​ອຳ​ນາດ​ໜ້າ​ທີ່​ສວຍ​ໂອກາດ​ສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ຕົນ​ເອງ ຄອບຄົວ​ພວກ​ພ້ອງ ຈາກ​ໂຄງການ​ພັດທະນາ​ທີ່​ດິນ​ຕ່າງໆ​ນິ! ​ແຕ່ປີ 2008 ມາ​ນີ້​ກະຊວງ​ຊັບພະຍາກອນ​ແລະ​ທີ່​ດີິນຂອງ​ຈີນ ​ເພິ່ນ​ໄດ້​ໂອ້​ລົມ​ຕັກ​ເຕືອນ ​ແນ​ະນຳ​ບັນດາ​ການ​ນຳ​ລະດັບ​ທ້ອງ​ຖິ່ນ ທີ້​ເກີດ​ປະກົດ​ການ​ຍຶດຈອງ​ທີ່ດິນ​ທຳ​ການ​ຜະລິດ​ຢ່າງ​ຜິດ​ກົດໝາຍ​ອີກ. ​ແຕ່​ປານ​ນັ້ນມັນ​ກໍ່​ຍັງ​ມີ​ຜູ້​ຫັວງລວຍ​ທາງ​ລັດ​ຝ່າຝືນ​ຢູ່; ສະນັ້ນລະ​ໃນ​ກອງ​ປະຊຸມ​ປຶກສາ​ຫາລື​ເພື່ອ​ສ້າງຕັ້ງກົນ​ໄກ​ການຕ້ານ​ສະກັດ​ກັ້ນ​ການ​ນຳ​ໃຊ້​ດິນ​ທຳ​ການ​ຜະລິດ​ຢ່າງ​ຖືກ​ກົດໝາຍ ທີ່​ຈັດ​ຂື້ນ​ໃນ​ກາງ​ເດືອນ​ນີ້ ຢູ່​ນະຄອນ​ກວາງ​​ໂຈ່​ວ, ​ເມືອງ​ເອກ​ຂອງ​ແຂວງ ກວາງ​ຕຸ້ງກໍ່​ສົ່ງ​ສັນຍານ​ອ​ອກມາ​ແລ້ວ​ວ່າ: ມາດ​ຕະການ​ທີ່​ເດັດຂາດ​ແລະ​ຈິງ​ຈັງ ຈະ​ເຮັດ​ໄປ​ໃນ​ທົ່ວປະ​ເທດ​ຈີນ, ຟັງ​ເພ​ງກ່ອນ​ເນາະ​ແລ້ວ​ຈັ່ງ​ມາ​ຟັງ​ວ່າ ຢູ່​ກວາງ​ໂຈ່​ວ ​ເພິ່ນ​ຈັດການ​ກັບ​ເຈົ້າໜ້າ​ທີ່​ລັດ​ແນວ​ໃດ ຄັນ​ສວຍ​ໂອກາດ​ໃຊ້​ຖານະ​ຕຳ​ແໜ່​ງນຳ​ໃຊ້​ດິນ​ທຳ​ການ​ຜະລິດ​​ແບບ​ຜິດ​ກົດໝາຍ​ເພື່ອ​ໃຫ້​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ!

ເພງ​
 
ບົດຮຽນ​ຂອງ​ນະຄອນ​ກວາງ​ໂຈ່​ວ ​ແຂວງ ກວາງຕຸ້ງ ທີ່​ຕັ້ງຢູ່​ພາກ​ໃຕ້​ຂອງ​ຈີນ​ເພິ່ນ​ເຮັດ​ມາ​ແຕ່​ປີ 2008 ພຸ້ນ! ​ເພິ່ນ​ສ້າງຕັ້ງລະບົບ​ກົນ​ໄກ​ຄັກ​ແນ່ ຄື​ເພິ່ນ​ຈະ​ສົ່ງ​ປົກ​ເຈົ້າໜ້າ​ທີ່​ລັດ​ໂລດ ຖ້າ​ຮູ້​ວ່າ​ມີ​ສ່ວນ​ກ່ຽວຂ້ອງ​ກັບ​ການ​ຢຶດຄອງ​ທີ່​ດິນ​ທຳ​ການ​ຜະລິດ​ໂດຍ​ບໍ່​ໄດ້​ຮັບ​ການ​ເຫັນ​ດີ​ຈາກ​ລັດຖະບານ! ມັນ​ມີ​ແທ້​ໄດ​ເນາະທ່ານ​ຜູ້​ຟັງ ການ​ນຳ​ທ້ອງ​ຖິ່ນ​ບາງ​ຄົນນີ້​ຢູ່​ໄກ​ຫູ​ໄກ​ຕາ​ລັດຖະບານ ຢາກ​ໄດ້​ອຳ​ນາດ​ແນວ​ໃດ​ກໍ່​ໃຊ້​ກໍ່​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ຕົ​ນ​ເອງ​ຂອງ​ຄອບຄົວ ຍາດ​ພີ່ນ້ອງ​ໝູ່​ຄູ່​ຫັ້ນ​ແລ້ວ! ​ເວົ້າ​ແລ້ວ​ແຂວງ ກວາງຕຸ້ງ​ຂອງ​ຈີນ​ນີ້​ກໍ​ຖື​ວ່າ​ເປັນ​ແຂວງ​ບຸກ​ເບີກ​ໃນ​ການ​ປະຕິ​ຮູບ ​ແລະ ​ໄຂ​ປະຕູ​ສູ່​ນອກຂອງ​ຈີນ​ເລີຍ​ລະ! ຍ້ອນ​ແນວ​ນັ້ນ​ເສດ​ຖະກິດ​ພັດທະນາ​ໄປ​ແຮງ ກໍ່​ເສຍ​ດິນ​ທຳ​ມາ​ຫາ​ກິນ​ການ​ຜະລິດ​ໄປ​ຢ່າງ​ຫຼວງຫຼາຍ ນັບ​ແຕ່​ປີ 1980 ມາ​ນິນະ! ສະນັ້ນດຽວ​ນີ້​ກໍ່​ເລີຍ​ໄດ້​ນຳ​ເຂົ້າຜົນ​ຜະລິດ​ກະສິກຳ​ຈາກ​ແຂວງ​ອື່ນ ​ເພື່ອມາ​ລ້ຽງ​ພົນລະ​ເມືອງ​ແຂວງ​ຂອງ​ຕົນ​ເອງ ທີ່​ມີ​ປະມານ 100 ລ້ານ​ຄົນ ຕັ້ງວ່າ​ຫຼາຍ​ກ່ວາ 90% ​ແລະ​ສິ່ງ​ທີ່​ໜ້າ​ເປັນ​ຫ່ວງ​ກໍ່​ແມ່ນ ​ແຕ່​ປີ 1980 ມາ​ນີ້​ແຂວງ​ນີ້ ມັນ​ມີ​ແນວ​ກະ​ຕຸ້ນ ມີ​ແນວ​ຍຸ​ສົ່ງ​ເສີມ​ຫຼາຍ ​ໃນ​ການ​ຫັນ​ເອົາ​ດິນ​ທຳ​ການ​ຜະລິດ​ໄປ​ເຮັດ​ແນວ​ອື່ນທີ່​ຝ່າຝືນ​ກົດໝາຍ​ຫັ້ນ! ສະນັ້ນ​ໃຜ​ກໍ່​ບໍ່​ຢາກ​ເຫັນ​ບົດຮຽນ​ຂອງ​ແຂວງ​ກວາງຕຸ້ງ ທີ່​ປຽບ​ເໝືອນ​ຝັນ​ຮ້າຍ​ທີ່​ຍຶດ​ເຂົ້າຈອງ​ທຳລາຍ ດິນ​ທຳ​ການ​ຜະລິດ​ໃຫ້​ໜ້ອຍ​ເຂົ້າໆ ​ເພາະວ່າ​ຄັນ​ມາ​ທຽບ​ກັບ​ໂລກ​ແລ້ວ ດິນ​ທຳ​ການ​ຜະລິດ​ຂອງ​ຈີນ​ສະ​ເລ່ຍ​ໃນ​ທົ່ວ​ໂລກ​ແລ້ວ​ມີ​ໜ້ອຍ​ຫຼາຍ ທຽບ​ເນື້ອ​ທີ່​ດິນ​ຕໍ່​ຫົວ​ຄົນ​ແລ້ວ​ມັນ​ມີ​ພຽງ​ແຕ່ 40% ຂອງ​ຈຳນວນ​ສະ​ເລ່ຍຂອງ​ໂລກ! ​ແມ່ນ​ຢູ່​ວ່າ​ດຽວ​ນີ້​ວິທະຍາ​ສາດ ວິທະຍາ​ການ​ມາ​ຊ່ວຍ​ຍົກ​ສະມັດ​ຕະພາບຜົນ​ຜະລິດ​ໃຫ້​ໄດ້​ຫຼາຍ​ກ່ວາ​​ແຕ່​ກ່ອນ ​ໂດຍ​ສະ​ເພາະ 8 ປີ​ຫຼັງ ມາ​ນີ້​ແຮ່ງ​ໄດ້​ຫຼາຍ ​ແຕ່​ຄວາມ​ຫິວ​ໂຫຍ​ຂອງ​ການ​ນຳ​ລະດັບ​ທ້ອງ​ຖິ່ນ ບາງ​ຄົນ​ທີ່​ຢາກ​ຫາ​ຜົນ​ປະ​ໂຫຍ​ດຈາກ​ການ​ນຳ​ໃຊ້​ດິນ​ທຳ​ການ​ຜະລິດ​ແບບ​ຜິດ​ກົດໝາຍ​ຢູ່​ຈີນ ຍັງ​ເປັນ​ໄພ​ຂົ່ມຂູ່​ຕໍ່​ວຽກ​ງານ​ກະສິກຳ! ລັດຖະບານ​ບອກ​ວ່າ: ​ເສັ້ນ​ແດງ ຂອງ​ດິນ​ທຳ​ການ​ຜະລິດ​ເພື່ອ​ລ້ຽງ​ຄົນ​ຈີນ 1 ຕື້ 300 ລ້ານ​ຄົນ ຕ່ຳ​ສຸດ​ຕ້ອງ​ມີ 120 ລ້ານ​ເຮັກ​ຕ້າ ​ແຕ່​ມັນ​ກໍ່​ບໍ່​ແມ່ນ​ງ່າຍ​ເລີຍ​ທີ່​ຈະ​ປົກ​ປ້ອງ​ດິນ​ຈຳນວນ​ນີ້​ໄວ້ວ່າ​ຊັ້ນ! ນິລິ​ເນາະອຳ​ນາດ​ເງິນ! ​ແຕ່​ຈັ່ງ​ໃດ​ກໍ່​ຢ່າ ​ແຕ່​ນີ້​ໄປ​ພາກສ່ວນ​ກ່ຽວຂ້ອງຂອງ​ຈີນ​ເພິ່ນ​ສັນຍາ​ວ່າ ຈະ​ຈິງ​ຈັງ​ກ່ວາ​ເກົ່າ​ຕໍ່​ພວກ​ເຈົ້າໜ້າ​ທີ່​ທ້ອງ​ຖິ່ນ ທີ່​ສວຍ​ໃຊ້​ຖານະ​ຕຳ​ແໜ່​ງ​ເພື່ອ​ຫາ​ປະ​ໂຫຍ​ດ​ເຂົ້າຖົງ​ໂຕ​ເອງ ຈາກ​ການ​ນຳ​ໃຊ້​ທີ່​ດິນ​ຜະລິດ​ແບບ​ຜິດ​ກົດໝາຍ
ເພງ
ຈົບ