ຄວາມ​ບຸກບຶນ​ຂອງ​ເຂດ​ປົກຄອງ​ຕົນ​ເອງຕິ​ເບ​ດຂອງ​ຈີນ

(GMT+08:00) 2012-04-26 14:50:38     cri
ສະບາຍ​ດີ​ມິດ​ລາຍການ​ທຸກ​ທ່ານ! ພົບ​ກັບ​ອີກ​ແລ້ວ​ກັບ​ລາຍການ​ເບິ່ງ​ເມືອງ​ຈີນ​ທີ່​ໜຸ່ມ​ໃຫຍ່​ອາລົມ​ດີ​ເປັນ​ຜູ້​ຈັດ​ຢູ່ CRI FM 93Mhz ທຸ​ກຄືນ​ໃນ​ເວລາ​ດຽວ​ກັນ​ນີ້! ຄືນ​ນີ້​ກໍ່​ແມ່ນ​ວັນ​ທີ 10 ມັງກ​ອນ​ແລ້ວ​ເດ​ທ່ານ​ຜູ້​ຟັງ! ບຶດດຽວ​ໜຶ່ງ​ເດືອນ​ທຳ​ອິດ​ຂອງ​ປີ​ໃໝ່ 2012 ກໍ່​ຊິ​ຮອດ​ເຄິ່ງ​ເດືອນ​ແລ້ວ​ເດ​ນີ້! ປີ​ນີ້​ເວົ້າ​ແລ້ວ​ກໍ່​ມີ​ຫຼາຍ​ເຫດການ​ສຳຄັນ​ຢູ່​ໄດ໋! ອັນ​ທີ່​ຈະ​ໃຫຍ່​ທີ່​ສຸດ​ກໍ່​ແມ່ນ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ-​ເອີຣົບ ​ໃນ​ທ້າຍ​ປີ​ນີ້! ຜູ້ນຳ​ຈາກ​ອາຊີ-​ເອີຣົບ​ເກືອ​ບ 50 ປະ​ເທດ​ພຸ້ນນະ​ຈະ​ເດີນທາງ​ມາ​ວຽງ​ຈັນ​ນີ້! ກອງ​ປະຊຸມ​ລະດັບ​ນີ້​ບໍ່​ແມ່ນ​ປະ​ເທດ​ໃດ​ຢາກ​​ເປັນ​​ເຈົ້າພາບ​ກໍ່​ເປັນ​ໄດ້​ໄດ໋! ​ໂດຍ​ສະ​ເພາະ​ປະ​ເທດ​ດ້ອຍ​ພັດທະນາ​ຄື​ລາວ​ນີ້​ແຫ່ງ​ຍາກ​ແລ້ວ​ທີ່​ຈະ​ໄດ້​ຮັບ​ກຽດ​ເປັນ​ເຈົ້າພາບ​ແນວ​ນີ້! ຜູ້ນຳ​ຈາກ 50 ປະ​ເທດ​ທີ່​ຈະ​ມາ​ກໍ່​ມີ​ແຕ່​ປະ​ເທດ​ໃຫຍ່ໆ ມີ​ຊື່​ສຽງ ມີ​ອິດ​ທິພົນ​ໃນ​ໂລກ ຄັນ​ພວກ​ເພິ່ນ​ບໍ່​ໄວ້​ໃຈ​ຄວາມ​ປອດ​ໄພ​ເພິ່ນ​ກະ​ບໍ່​ເອົາ​ມາລະ​ເນາະ! ອັນ​ນີ້​ລະ​ຄື​ຄວາມ​ສຳ​ເລັດ​ນະ​ໂຍບາຍ​ຕ່າງປະ​ເທດ​ຂອງ​ລາວ ກໍ່​ເປັນຕາ​ດີ​ໃຈ​ນຳ​ແທ້​ໄດ໋! ນະ​ໂຍບາຍ​ເພີ່ມ​ມິດ ຫຼຸດຜ່ອນ​ສັດຕູ ຫັນ​ໜ້າ​ໄປ​ລົມ​ກັບ​ໃຜ​ໄດ້​ໝົດ​ ມີ​ແຕ່​ຄົນ​ຮັກ​ຄົນ​ແພງ ອັນ​ນີ້​ລະ​ບຸ​ກຄະ​ລິກທີ່​ເປັນ​ເອກ​ກະ​ລັກ​ຂອງ​ຄົນ​ລາວ ຂອງ​ປະ​ເທດ​ລາວ! ​ແຕ່​ກໍ່​ຢ່າ​ສຸ​ປະໝາດ​​ເດີ້ ​ໂດຍ​ສະ​ເພາະ​ປະກົດ​ການ​ຫຍໍ້​ທໍ້​ທາງ​ດ້ານ​ສັງຄົມ ​ໃນ​ນະຄອນ​ຫຼວງ​ວຽງ​ຈັນ​ນິ! ດຽວ​ນີ້​ໜ້າ​ເປັນ​ຫ່ວງ​ຫຼາຍ, ບໍ່​ວ່າ​ຈະ​ເປັນ​ອຸ​ປະຕິ​ເຫດ​ທາ​ງຖະໜົນ, ພວກ​ໄວ​ລຸ້ນຂັບ​ຂີ່​ລົດຈັກ ລົດ​ໃຫຍ່​ປ່ວນ​ເມືອງ; ​ໂດຍ​ສະ​ເພາະ​ຕອນ​ກາງຄືນ ພວກ​ເມົາ​ແລ້ວ​ຂັບ ພວກ​ມີ​ເງິນ​ເຫຼື​ອງຖົງ​ແລ້ວ​ຕາມ​ໃຈ​ລູກ ​ປັບປຸງ​ເສີມ​ແຕ່ງ​ລົດ​ໃຫຍ່​ໃສ່​ເຄື່ອງ​ສຽ​ງ​ເນືອງ​ນັນ​ຄັບທີບ! ຂັບ​ຂີ່​ລົດ​ໄວ​ຕາມ​ກຳນົດ ບໍ່​ເຄົາລົບ​ກົດ​ຈາ​ລະ​ຈອນ​ບໍ່​ເກງ​ກົວ​ຕໍ່​ເຈົ້າໜ້າ​ທີ່, ພວກ​ຄ້າ​ແລະ​ເສບ​ຢາ​ເສບ​ຕິດ, ພວກ​ຂີ້ລັກ​ມັ​ກສົກ​ປຸ້ນ​ຈີ້​ຂ້າ​ເຈົ້າ​ເອົາ​ຂອງ ງັດ​ແງະ ​ດຶງ​ກະ​ເປົາ ຈີ້​ເອົາ​ລົດ ​ເອົາ​ຊັບ​ສິນ​ແນວ​ນີ້​ລະ! ຄັນ​ບໍ່​ປາບ​ບໍ່​ດັບ​ໄຟ​ແຕ່​ຕົ້ນລົມ​ໄປ​ແຕ່​ດຽວ​ນີ້ ບາດ​ຈໍ້ໆ​ເຫດການ​ສຳຄັນ​ໃກ້​ກ​ອງປະ​ຊຸມ​ມາ​ມັນ​ຊິ​ປາບ​ຍາກ​​ເດີ້! ຄັນ​ເຮັດ​ແທ້ ວຽງ​ຈັນ​ທຽບ​ກັບ​ນະຄອນຫຼວງ​ຂອງ​ປະ​ເທດ​ອື່ນ​ກໍ່​ບໍ່​ໃຫຍ່​ເລີຍ! ຄັນ​ທຸກ​ຝ່າຍ​ເອົາ​ຈິງ​ບໍ່​ຫຼິ້ນພັກ​ຫຼິ້ນພວກ​ ບໍ່​ຫຼິ້ນ​ເສັ້ນ ບໍ່​ປົກ​ປ້ອງ​ຜູ້ນັ້ນກໍ່​ລູກ​ຂ້ອຍ ຜູ້​ນີ້​ກໍ່​ຫຼານ​​ເຈົ້າ ຄັນ​​ໃຫ້​ສິດ​ເຈົ້າໜ້າ​ທີ່​ປະຕິບັດ​ງານ​ຢ່າງ​ເຕັມທີ່ ພວກ​ອັນ​ຕະພານ​ກວນ​ເມືອງ​ທັງຫຼາຍ​ໄປ​ບໍ່​ມົ້ມດັອກ! ຂໍ​ນຳ​ຫຼາຍໆ ຢ່າ​ເຂົ້າຂ້າງ ຢ່າ​ພ້ອມ ຢ່າ​ໃຫ້​ທ້າຍ​ລູກ​ຫຼານ​ເຮັດ​ແນວ​ບໍ່​ດີ​ບໍ່​ງາມ​ຕໍ່​ສັງຄົມ​ສ່ວນ​ລວ​ມ​ເນາະ! ຄັນ​ຂືນປ່ອຍ​​ໃຫ້​ເຂົາ​ເຮັດ ຊື່​ສຽງ​ໜ້າ​ຕາ​ບັນດາ​ທ່ານຫັ້ນລະ​ຈະ​ເສຍ​ຫາຍ! ​ເອົາ, ຂໍ​ຝາກ​ໄວ້​ນຳ​ທຸກ​ທ່ານ ທຸກ​ຝ່າຍ ຊ່ວຍ​ກັນ​ເຮັດ​ໃຫ້​ປີ 2012 ​ເປັນ​ປີ​ທີ່​ສ້າງ​ຊື່​ສຽງ​ຄວາມ​ພາກພູມ​ໃຈ​ໃຫ້​ແກ່​ຄົນລາວ ​ແກ່​ປະ​ເທດ​ລາວ​ຊ່ວຍ​ກັນ​ເນາະ! ​ເອົາ, ຟັງ​ເພງ​ຊຸດ​ທຳ​ອິດ​ຈາກ​ລາຍການ​ສາ​ບາດ​ນິ ​ແລ້ວ​ໜຸ່ມ​ໃຫຍ່​ຈະ​ເວົ້າ​ເຖິງ​ຄວາມ​ບຸກບຶນ​ຂອງ​ເຂດ​ປົກຄອງ​ຕົນ​ເອງ​ຕິ​ເບ​ດຂອງ​ຈີນ ​ເພື່ອ​ຂື້ນ​ເປັນ​ຈຸດໝາຍ​ປາຍທາງ​ເພື່ອ​ການທ່ອງທ່ຽວ​ລະດັບ​ໂລກ​ສູ່​ຟັງ!

ເພງ

ສອງ​ເພງ​ມ່ວນໆ​ຈາກ​ລາຍການ​ຈົບ​ໄປ, ນີ້​ກໍ່​ຄື​ລາຍການ​ເບິ່ງ​ເມືອງ​ຈີນ ຢ່າ​ລືມ​ຢາກ​ມີ​ຄຳ​ເຫັນ​ຫຍັງ ຫຼື ຢາກ​ຮູ້​ຫຍັງ​ກ່​ຽວກັບ​ຈີນ​ກໍ່​ໂທມາ​​ເບີ 711477 ຫຼື ຂໍ້ຄວາມ​ສັ້ນກໍ່​ແມ່ນ 9300; ບັດ​ນີ້​ໜຸ່ມ​ໃຫຍ່​ຈະ​ເອົາ​ເລື່ອງ​ການ​ທ່ຽວ​ຢູ່​ຕິ​ເບ​ດມາ​ເວົ້າ​ໃຫ້​ຟັງ! ​ໂດຍ​ສະ​ເພາະ​ແມ່ນ​ນະ​ຄອນ​ລາຊາ ທີ່​ເປັນ​ເມືອງ​ເອກ​ຂອງ​ເຂດປົກຄອງ​ຕົນ​ເອງ​ຕິ​ເບ​ດ ທີ່​ຕັ້ງຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ ​ເພິ່ນ​ຕັ້ງ​ເປົ້າວ່າ​ຈ​ະ​ຫັນ​ເປັນ​ນະຄອນ​ລາຊາ​ໄປ​ເປັນ​ເມືອງ​ທ່ອງ​ທ່ຽວສາກົນ ​ແລະ ​ເປັນ​ຈຸດໝາຍ​ປາຍທາງ​ການທ່​ອງທ່ຽວ​ສຳຄັນ​ຂອງ​​ໂລກ​ເລີຍ​ໄດ໋! ວັນ​ເສົາ​ຜ່ານ​ມາ​ນີ້​ໂຄສົກ​ຂອງ​ຫ້​ອງການທ່ອງທ່ຽວ​ຂອງ​ຕິ​ເບ​ດ​ເພິ່ນ​ບອກ​ວ່າ: ຈະ​ພະຍາຍາມ​ເຮັດ​ໃຫ້​ນະຄອນ​ລາຊາ​ບັນ​ລຸ​ເປົ້າໝາຍ​ທີ່​ວາງ​ໄວ້​ນີ້ ດ້ວຍ​ການ​ຍົກ​ລະດັບ​ຜະລິດ​ຕະພັນ​ການທ່ອງທ່ຽວ ທັງ​ຂະຫຍາຍ​ຕະຫຼາດ​ການ​ທ່ອງທ່ຽວ​ໃນ​ໂລກ​​ໃນ​ປີນີ້​ໃຫ້​ກ້ວາງ​ຂື້ນ​ຕື່ມ​ອີກ! ປີ​ນີ້​ເພິ່ນ​ຈະ​ເຮັດ​ໃຫ້​ນະຄອນ​ລາຊາ​ໄດ້​ຂື້ນ​ໄປ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ​ລະດັບ 5A ​ເຊິ່ງ​ເປັນ​ລະດັບ​ສູງ​ສຸດ​ຂອງ​ຈີນ. ​ແລະ​ປັບປຸງ​ບ່ອນ​ອື່ນໆ​ອອ້ມຂ້າງ​ຕ່ຳ​ສຸດ​ກໍ່​ໃຫ້​ໄດ້​ລະດັບ 3A ວ່າ​ຊັ້ນ. ​ໂດຍ​ຈະ​ດຳ​ເນີນ​ໂຄງການ​ຍົກ​ລະດັບຄວາມ​ສາມາດ​ໃນ​ການທ່ອງທ່ຽວ ​ໂດຍ​ການ​ຝຶກ​ອົບຮົມ​ໃຫ້​ຜູ້​ເຮັດ​ວຽກບໍລິການ​ໃນ​ການ​ອຸດສ​ະຫະກຳ​ທ່ອງ​ທ່ຽວ​ໃຫ້​ເປັນ​ມື​ອາຊີບ​ຂື້ນ​ຕື່ມ ທັງ​ຊ່ວຍ​ໃຫ້​ຊາວ​ກະສິກອນ​ໃນ​ຊົນນະບົດ​ໄດ້​ມີ​ສ່ວນ​ຮ່ວມ​ເຂົ້າ​ໃນ​ອຸດ​ສະຫະ​ກຳ​ການທ່ອງທ່ຽວ​ພ້ອມ! ຟັງ​ເພງ​ມ່ວນໆ​ອີກ​ກ່ອນ​ເນາະ​ແລ້ວ​ຈັ່ງ​ກັບ​ມາ​ລົມ​ເລື່ອງ​ນີ້​ສູ່​ຟັງ​ອີກຈັກ​ໜ້ອຍ!

​ເພງ

​ໄລ​ຍະ​ນີ້​ອາກາດ​ຢູ່​ວຽງ​ຈັນ​ກໍ່​ປ່ຽນ​ໄປ​ປ່ຽນ​ມາ​ຢູ່​ເລື້ອຍໆ ບຶດ​ໜາວ​ບຶດ​ຮ້ອນ ຫຼາຍ​ຄົນ​ໄດ໋ທີ່​ເປັນຫວັດ​ເປັນ​ໄອ ​ໄລຍະ​ນີ້​ພະຍາດ​ທີ່​ມັກ​ເກີດ​ຫຼາ​ຍກໍ່​ແມ່ນ​ພະຍາດ​ທາງ​ເດີນ​ຫາຍ​ໃຈ​ນິລະ! ຄັນ​ຮັກສາ​ຄວາມ​ອົບ​ອຸ່ນ ຫົວ ຄໍ ໜ້າ​ເອິກ ຕີນ​ ​ໃຫ້​ດີໆ​ມັນ​ກໍ່​ບໍ່​ເປັນ​ຫຍັງ​ດັອກ! ​ໂດຍ​ສະ​ເພາະ​ເດັກນ້ອຍ​ກັບ​ຜູ້​ເຖົ້າ​ເດີ! ຊາວ​ໜຸ່ມ​ທີ່​ມັກ​ກິນນ້ຳ​ເຢັນໆ​ຫັ້ນຍາມ​ນີ້​ຫຼີກ​ໄດ້​ກະດີ ຄັນ​ບໍ່​ຢາກ​ເປັນຫວັດ ​ເຈັບຄໍ ​ເສຍ​ຮຽນ ​ເສຍ​ວຽກ ​ເສຍ​ຄ້າ​ເສຍ​ຂາຍ ຫຼື ​ເສຍ​ເວລາ​ປູກຝັງ​ລ້ຽງສັດ​ນະ​ເນາະ! ​ເອົາ, ມາ​ລົມ​ເລື່ອງ​ນະຄອນ​ລາຊາ​ເພິ່ນ​ວາງ​ແຜນ​ຍົກ​ລະດັບ​ຂື້ນ​ເປັນ​ເມືອງ​ທ່ອງ​ທ່ຽວ​ລະດັບ 5A ຂອງ​ຈີນ​ກັບ​ຈຸດໝາຍ​ປາຍທາງ​ສຳຄັນ​ຂອງ​ໂລກ​ຕໍ່​ເນາະ! ຄຳ​ຂັວນທ່ອງ​ທ່ຽວ​ປີ​ນີ້​ຂອງ​ຕິ​ເບ​ດ​ແມ່ນ: " ທ່ຽວ​ຍາມໜາວ​ທີ່​ຕິ​ເບ​ດ ​ແລະ ທິວ​ທັດ​ຂອງ​ລາຊາ " ອັນ​ນີ້​ກໍ່​ເພື່ອ​ກະ​ຕຸ້ນ​ຕະຫຼາດ​ທ່ອງ​ທ່ຽວ​ຂ​ອງຈີນ​ເອງ ​ແລະ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຈາກ​ຕ່າງ​ປະ​ເທດ​ໃຫ້​ຫຼາຍ​ຂື້ນ​ອີກ​ດ້ວຍ​ ​ໂດຍ​ສະ​ເພາະ​ຈາ​ກຍີ່​ປຸ່ນ, ​ເກົາຫຼີ, ອາ​ເມ​ລິກາ ​ແລະ​ບັນ​ດາ​ປະ​ເທດ​ໃນ​ເອີຣົບ! ປີ 2011 ຜ່ານ​ມາ​ນີ້​ຕິ​ເບ​ດຮັບ​ນັກ​ທ່ອງ​ທ່ຽວ​ຈາກ​ຕ່າງ​ປະ​ເທດ​ຈາກ​ທົ່ວ​ໂລກຕັ້ງວ່າ 8 ລ້ານ​ເຄີ່ງ​ພຸ້ນ​ໄດ​ທ່ານ​ຜູ້​ຟັງ! ຄົນ​ຕິ​ເບ​ດມີ​ແຕ່ 3-4 ລ້ານ ​ແຕ່​ວ່າ​ຮັບ​ນັກ​ທ່ອງ​ທ່ຽວ​ຈາກ​ຕ່າງປະ​ເທດປີ​ດຽວຕັ້ງວ່າ 8 ລ້ານ​ເຄິ່ງ ບໍ່​ແມ່ນ​ທຳ​ມະ​ດາ​ເນາະທ່ານ​ຜູ້​ຟັງ! ສ້າງ​ລາຍ​ຮັບ​ໄດ້​ຕັ້ງວ່າ 500 ລ້ານ​ຢວນ ຫຼື​ ປະມານ 1 ຕື້ 500 ລ້ານ​​ໂດ​ລາ​ພຸ້ນ​ໄດ໋! ​ແລ້ວ​ຕິ​ເບ​ດຍັງ​ຄາດ​ວ່າ​ຕັ້ງ​ແຕ່​ປີ​ນີ້​ຮອດ​ປີ 1015 ນິນະຈະ​ມີ​ນັກ​ທ່ອງ​ທ່ຽວ​ເຂົ້າຕິ​ເບ​ດປີ​ໜຶ່ງ​ປະມານ 15 ລ້ານ​ຄົນ ​ແລະ​ຈະ​ສ້າງ​ລາຍ​ຮັບ​ໃຫ້​ຕິ​ເບ​ດປີ​ໜຶ່ງ​ປະມານ 18 ຕື້​ຢວນ! ຟັງ​​ແລ້ວ​ເປັນຕາ​ສະອອນ​ເນ​າະ! ຄັນ​ທຸ້ມ​ເທ​ງົບປະມານ​ໃສ່​ເພື່ອ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ດ້ານ​ການ​ທ່ອງທ່ຽວ​ໃຫ້​ສະດວກ​ສະບາ​ຍ ຄຽງ​ຄູ່​ໄປ​ກັບ​ການ​ອະນຸລັກ​ຮັກສາ ວັດຖຸບູຮານ ຮ່ອງຮອຍ​ປະຫວັດສາດ ວັດທະນະທຳ ຮີດຄອງ​ປະ​ເພນີ​ທ້ອງ​ຖິ່ນ​ໄວ້​ໃຫ້​ດີໆ ​ແນ່ນອນ​ຄົນ​ຕ່າງປະ​ເທດ​ຢາກ​ໄປ​ໂລດ​ແລ້ວ! ບໍ່​ແມ່ນ​ມີ​ແຕ່​ຢາກ​ໄດ້​ເງິນ​ຈາກ​ການທ່​ອງທ່ຽວ​ແລ້ວ​ໄປ​ທຳລາຍ​ໝົດ​ຄວາມ​ງົດ​ງາມ​ທາງ​ດ້ານ​ວັດທະນະທຳ ທາງ​ທຳ​ມະ​ຊາດ ​ເອກ​ກະ​ລັກ​ຂອງ​ທ້ອງ​ຖິ່ນ ບໍ່​ດົນ​ບໍ່​ມີ​ໃຜ​ມາ​ທ່ຽວ​ດັອກ! ຄົນ​ເຮົາ​ໄປ​ທ່ຽວ​ບ້ານ​ອື່ນ​ເມືອງ​ອື່ນ​ກໍ່​ຕ້ອງການ​ຢາກ​ເຫັນ​ສຳຜັດ​ສິ່ງ​ທີ່​ແຕກ​ຕ່າງ​ແມ່ນ​ບໍ່​ລະ? ຕິ​ເບ​ດນິກະຊິ​ສາມາດ​ບັນ​ລຸ​ເປົ້າໝາຍ​ທີ່​ວາງ​ໄວ້​ໄດ້ ​ເພາະວ່າ​ຫຼາຍ​ຄົນ​ໃນ​ໂລກ​ນີ້​ລ້ວນ​ແຕ່​ຢາກ​ໄປ​ເຫັນ​ຕິ​ເບ​ດ ​ດິນ​ແດນ​ຫຼັງຄາ​ໂລກ ​ດິນ​ແດນ​ທີ່​ລຶກລັບ​ດ້ານ​ສາສະໜາ ວັດ​ທະນະ​ທຳ ຮີດຄອງ​ປະ​ເພນີ ​ແລະ ວິຖີ​ການ​ດຳລົງ​ຊີວິດ​ຂອງ​ຄົນ​ທ້ອງ​ຖິ່ນທີ່​ຫາ​ເບິ່ງ​ຍາກ​ໃນ​ໂລກ​ນີ້! ​ເອົາ, ​ເລື່ອງ​ນີ້​ກໍ່​ພໍ​ທໍ່​ນີ້​ກ່ອນ​ເນາະ! ຟັງ​ເພງ​ແລ້ວ​ຈະ​ເວົ້າ​ເລື່ອງ​ຈີນ​ພວມ​ຮັບ​ມື​ກັບ​ກະ​ແສ​ວັດທະນະທຳ​ຕາ​ເວັນ​ຕົກ​ເຂົ້າ​ມາ​ແຮງ​ແນວ​ໃດ?

ເພງ

ຢ່າ​ລືມ​ເວລາ 19​ໂມງ ຫາ 19:50 ນີ້​ຄື​ເວລາ​ຂອງ​ລາຍການ​ເບິ່​ງ​ເມືອງ​ຈີນ ທີ່​ອຸດົມສົມບູນ​ໄປ​ດ້ວຍ​ເນື້ອ​ຫາ​ສາລະ​ກ່ຽວ​ກັບ​ຈີນ​ທຸກ​ດ້ານ ພ້ອມ​ດ້ວຍ​ເພງ​ຈີນ​ທຸກ​ຮູບ​​ແບບ! ​ເອົາ, ບັດ​ນີ້​ຈະ​ເວົ້າສູ່ຟັງ​ວ່າ ດຽວ​ນີ້​ຈີນ​ພວມ​ຮັບ​ມື​ກັບ​ກະ​ແສ​ວັດທະນະທຳ​ຕາ​ເວັນ​ຕົກ​ທີ່​ບໍ່​ຄ່ອຍ​ດີ​ແນວ​ໃດ? ກະ​ແນ່ນອນ​ລະ​ເນາະທ່ານ​ຜູ້​ຟັງ ຍຸກ​ນີ້​ແມ່ນ​ຍຸກ​ໂລກາ​ພິວັດ ປະ​ເທດ​ໃດ​ຈະ​ອັດ​ປ​ະຕູ​ປ່ອງຢ້ຽມ​ແໜ້ນ​ຕຶບ​ບໍ່​ສົນ​ກັບ​ໃຜ​ກໍ່​ບໍ່​ໄດ້​ດັອກ! ບໍ່​ວ່າ​ຈະ​ເປັນ​ດ້ານ​ເສ​ດຖະກິດ ວັດທະນະທຳ​-ສັງຄົມ ​ມັນ​ກໍ່​ຕ້ອງ​ມີ​ການ​ຮ່ວມ​ມືແລກປ່ຽນ​ກັນ​ໝົດ ​ແຕ່​ວ່າ​ວັດທະນະທຳ​ນີ້​ແລກ​ປ່ຽນ​ກັນ​ກໍ່​ດີ​ ແຕ່​ຄັນ​ເຮົາ​ແລກປ່ຽນ​ເອົາ​ແນວ​ບໍ່​ດີ ວັດທະນະທຳ​ຂອງ​ເຮົາ​ທີ່​ປູ່ຍ່າ​ຕາ​ຍາຍ​ສ້າງ​ແລະ​ປົກ​ປ້ອງ​ສົ່ງ​ເສີມ​ອອກ​ມາ​ໄດ້​ຫຼາຍ​ຮ້ອຍ​ຫຼາຍ​ພັນ​ປີ ກໍ່​ດັບ​ມອດ​ຫາຍ​ສາບ​ສູນ​ໄປ​ໄດ້​ໄດ໋! ​ໂດຍ​ສະ​ເພາະ​ຍຸກ​ນີ້​ວັດທະນະທຳ​ຕາ​ເວັນ​ຕົກ​ບຸກ​ແຮງ​ຫຼາຍ​ໄປ​ທົ່ວ​ໂລກ​ເລີຍ​ລະ! ​ໃນ​ຫັ້ນບາງ​ອັນ​ມັນ​ກໍ່​ບໍ່​ເໝາະ​ກັບ​ຈີນຫຼາຍ ທັງ​ອັນຕະລາຍ​ອີກ​ໄດ໋ ​ໂດຍ​ສະ​ເພາະ​ຊາວ​ໜຸ່ມ​ຍິງ​ສາວ​ທັງຫຼາຍ​ຍຸກ​ນີ້​ຫຼາຍ​ຄົນ​ຢາກ​ເບິ່ງ​ຕ່ຳ​ວັດ​ທະນະທຳ​ຂອງ​ຕົນ​ເອງ ​​ແລ້ວ​ໄປ​ເຫີ່​ແລ່ນ​ຕາມ​ວັດທະນະທຳ​ຕາ​ເວັນ​ຕົກ ວັດທະນະທຳ​ປະ​ເທດ​ອື່ນ​ແລ້ວ, ປະກົດ​ການ​ນີ້​ກໍ່​ໜ້າ​ເປັນ​ຫ່ວງ​ໄດ໋! ຢ່າ​ລືມ​ວ່າ ​ເສຍ​ວັດທະນະທຳ​ແມ່ນ​ເສຍ​ຊາດ​ໄດ໋​ເນາະ! ຍ້ອນ​ແນວ​ນີ້​ລະ​ທັງ​ພັກ​ແລະ​ລັດຖະບາ​ນຈີນ​ເພິ່ນ​ຈຶ່ງ​ເປັນ​ຫ່ວງ​ຫຼາຍ​ຂື້ນ! ມັນສະ​ແດງ​ອອກ​ງ​ໃນຕົ້ນ​ເດືອນ​ນີ້ ຜູ້ນຳ​ສູງ​ສຸດ​ຂອງ​ຈີນຄື​ ທ່ານ ຫູ​ຈີນ​ທາວ ​ເພິ່ນ​ກໍ່​ໄດ້​ຂຽນ​ບົດ​ຄວາມ​ພິມ​ລົງ​ໃນ​ວາລະສານ ສິວ​ສື້ ທີ່​ແປ​ວ່າ ສະ​ແຫວ​ງຫາ​ສັດຈະທຳ ຂອງ​ສູນ​ກາງ​ພັກ​ກອມ​ມູນິດຈີນ; ບາງຕອນ​ເພິ່ນ​ຂຽນ​ວ່າ: ດຽວ​ນີ້​ປະ​ເທດ​ຕາ​ເວັນ​ຕົກ​ກຳລັງ​ປ່ຽນ​ຈີນ​ໃຫ້​ເປັນ​ຄື​ຕາ​ເວັນ​ຕົກ ​ແລະ ພະຍາຍາມ​ແບ່ງ​ແຍກ​ຈີນ​ດ້ວຍ​ອຸດົມ​ຄະ​ຕິ ​ແລິ ວັດ​ທະນະ​ທຳ! ຄັນ​ລາວ​ເຮົາ​ເວົ້າກະ​ຊິ​ແມ່ນ​ການ​ຫັນປ່ຽນ​ໂດຍ​ສັນຕິ​ຫັ້ນລະ​ເນາະ!​ ຫັນປ່ຽນ​ໂດຍ​ບໍ່​ໃຊ້​ອາວຸດ​ວ່າ​ຊັ້ນສາ! ​ເພິ່ນ​ເຕືອນ​ວ່າ ຈີນ​ຄວນ​ຮູ້​ເຖິງ​ໄພ​ທາງ​ດ້ານ​ນີ້​ຈາກ​ຕາ​ເວັນ​ຕົກທີ່​ກຳລັງ​ໃຊ້​ວັດທະນະທຳ​ເປັນ​ເຄື່ອງມື​ໃນ​ການ​ແບ່ງ​ແຍກ​ຈີນ.

ເພງ

ຟັງ​ເພງ​ໄປ​ແລ້ວ​ໜຸ່ມ​ໃຫຍ່​ກໍ່​ຈະ​ເວົ້າສູ່​ຟັງ​ຕໍ່​ກ່ຽວ​ກັບ​ການ​ເປັນ​ຫ່ວງ​ຂອງ​ຜູ້ນຳ​ຈີນ ທີ່​ຕາ​ເວັນ​ຕົກ​ໃຊ້​ວັດທະນະທຳ​ບຸກຈີນ​ເພື່ອ​ຫັນ​ປ່ຽນ​ຈີນ​ໃຫ້​ໄປ​ນິຍົມ​ວັດທະນະທຳ​ຕາ​ເວັນ​ຕົກ. ທ່ານ ຫູ​ຈີ​ນທາວ ​ເລຂາ​…….. ປະທານ​ປະ​ເທດ​ຈີນ ​ເພິ່ນ​ຂຽນ​ໃນ​ບົດ​ຄວາມ​ວ່າ: " ຕ້ອງ​ຮັບ​ຮູ້​ເຖິງ​ເລື່ອງ​ນີ້ ​ແລະ​ກຽມ​ຮັບ​ມື​ກັບ​ມັນ​ທີ່​ກຳລັງ​ມາ​ແຮງ ພ້ອມ​ທັງ​ຮັກສາ​ວັດທະນະທຳ​ຂອງ​ຊາດ ພ້ອມ​ທັງ​ເຜີຍ​ແຜ່​ຄ່າ​ນິຍົມ​ແຫ່ງ​ອຸດົມ​ການ​ສັງຄົມ​ນິຍົມ ສີສັນ​ຂອງ​ຈີນ​ໃຫ້​ໂລກ​ໄດ້ຮູ້ຈັກ " ສະພາບ​ຢູ່​ຈີນ​ດຽວ​ນີ້​ກໍ່​ຄື​ຜູ້ນຳ​ຈີນ​ເປັນ​ຫ່ວງ​​ແທ້​ໄດ໋ທ່ານ​ຜູ້​ຟັງ. ​​ໂດຍ​ສະ​ເພາະ​ຄົນ​ເກີດ​ຫຼັງ​ຊຸມ​ປີ 1980 ​ແລະ ຊຸມ​ປີ 1990 ຫຼັງ​ປະຕິ​ຮູບ​ແລະ​​​ໄຂ​ປະຕູ​ສູ່ພາຍ​ນ​ອກ​ໃນ 30 ປິ​ຜ່ານ​ມາ​ນີ້​ລະ ​ເລີ່​ມ​ເຫີ່​ນຳ​ວັດທະນະທຳ​ຕາ​ເວັນ​ຕົກ​ຫຼາຍ ນິ​ໄສ​ໃຈຄໍ​ການ​ນຸ່ງ​ຖື ​ແຟຊັນ ການ​ສະຫຼອງ​ຄຣິສມາດ ວັນ​ແຫ່ງ​ຄວາມ​ຮັກ ​ເພງ​ດົນ​ຕີ​ຮູບ​ເງົາ​ຕ່າງໆ​ນິລະ! ຕົວຢ່າງ​ໃນ​ມໍ່ໆ​ມາ​ນີ້​ຮູບ​ເງົາຮໍ​ລີ​ວູດສອງ​ເລື່ອງ​ກໍ່ສ້າງ​ລາຍ​ຮັບ​ຢູ່​ຈີນ​ແບບ​ທະ​ລົ່ມທະລາ​ຍ​ເລີຍຄື​ເລື່ອງ: ອາ​ວະ​ຕານ ກັບ​ເລື່ອງ ທຣານສະ​ຟໍ​ເມີ 3 ຄັນ​ແມ່ນ​ນັກ​ຮ້ອງ​ອາ​ເມ​ລິ​ກາ​ຊາວ​ໜຸ່ມ​ຈີນ​ກໍ່​ນິຍົມ ​ເລ​ດີ້​ກາກາ ທີ່​ມັກ​ເຕັ້ນ​ແບບ​ໂປ້​ແບບ​ເປືອຍ​ຫຼາຍ! ທ່າ​ເຕັ້ນກໍ່​ຢ້ວນຕັນຫາ​ໂດຍ​ສະ​ເພ​າະ! ຊາວ​ໜຸ່ມ​ຈີນ​ກໍ່​ເຮັດ​ນຳ​ຈົນ​ດຽວ​ນີ້​ຈີນ​ໄດ້​ຈຳກັດ​ຈຳນວນ​ຮູບ​ເງົາ​ຕາ​ເວັນ​ຕົກ ປີ​ໜຶ່ງ​ບໍ່​ໃຫ້​ເຂົ້າກາຍ 20 ​ເລື່ອງ ພ້ອມ​ທັງ​ກວດກາ​ສະພາບ​ແລະ​ເນື້ອ​ໃນ​ທີ່​ສ່ຽວ​ສູງ​ອີກ! ທັງ​ສະໜັບ​ສະ​ໜຸນ​ໃຫ້​ອຸດ​ສະຫະ​ກຳ​ຮູບ​ເງົາດົນຕີ​ຈີນ​ໃຫ້​ເຂັ້ມ​ແຂງ​ຂື້ນ​ກ່ວາ​ນີ້ ​ເພື່ອ​ຕີ​ໂຕ້​ຄືນ​ແລິ​ດຶງ​ດູດ​ຈິດ​ໃຈ​ຄົນ​ລຸ້ນ​ໃໝ່​ໃຫ້​ໄດ້, ສື່​ສິ່ງ​ພິມ​ແລະ​ປື້​ມຕ່າງໆ ລວມທັງ​ການສະ​ແດງ​ດົນຕີ​ຄອນ​​ເສີດ​ກໍ່​ຄື​ກັນ! ກະຊວງ​ຖະ​ແຫຼ​ງຂ່າວ ວັດທະນະທຳ​ຂອງ​ຈີນ​ດຽວ​ນີ້​ເຮັດ​ວຽກ​ໜັກ​ເພື່ອ​​ແກ້​ໄຂ​ເລື່ອງນີ້!
​ເພງ
ຈົບ