ສະຫຼອງ​ກຸດ​ຈີນ​ບາງອັນ​ບໍ່​ເປັນ​ຜົນ​ດີ​ຕໍ່​ສຸຂະພາບ

(GMT+08:00) 2012-04-26 14:51:36     cri
ສະບາຍ​ດີມິດ​ຮັກ​ແຟນລາຍກາ​ນ​ເບິ່ງ​ເມືອງ​ຈີນ​ທີ່​ຄິດ​ຮອດ​ແລະ​ຄິດ​ເຖິງທຸກ​ທ່ານ! 19​ໂມງ​ພົບ​ກັນ​ອີກ​ແລ້ວ​ກັບ​ໜຸ່ມ​ໃຫຍ່​ອາລົມ​ດີ​ທາງ CRI FM 93Mhz ​ເປັນ​ປະຈຳ​ທຸກ​ມື້! ວັນ​ອາທິດ​​ແນວ​ນີ້​ກໍ່​ບໍ​ເຄີຍ​ເວັ້ນ! ຍັງ​ຮັບ​ໃຊ້​ມິດ​ລາຍການ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ​ບໍ່​ໄດ້​ຂາດ!​ ມື້​ນີ້​ກໍ່​ເປັນວັນ​ອາທິດ,​ ທີ 12 ກຸ​ມພາລະ​ໄດ​ທ່ານ​ຜູ້​ຟັງ!​ ​ເຖິງວ່າ​ໄລຍ​ະຫຼິ້ນບຸນກຸດ​ຈີນ​ໝົດ​ໄປ​ແທ້ໆ​ແລ້ວ​ໃນ​ມື້​ວັນ​ຈັນ​ຜ່ານ​ມາ​ພຸ້ນ​ກໍ່ຕາມ! ​ແຕ່​ໃນ​ສັງຄົມ​ຈີນ ສື່​ມວນຊົນ​ຈີນກໍ່​ຍັງ​ມີ​ຫຼາຍ​ເລື່ອງທີ່​ເພິ່ນ​ຖອດ​ຖອນ​ບົດຮຽນ​ຈາກ​ການ​ຫຼິ້ນບຸນ​ກຸດ​ຈີນ​ມາ​ວິ​ເຄາະ​ວິ​ໄຈ​ກັນ​ວ່າ​ມີ​ອັນ​ໃດ​ດີ ທີ່​ຄວນ​ສົ່ງ​ເສີມ​ ​ແລະ​ມີ​ອັນ​ໃດ​ອ່ອນ​ທີ່​ຄວນ​ປັບ​ປຸງ​ແກ້​​ໄຂ, ຄືນ​ນີ້​ໜຸ່ມ​ໃຫຍ່​ຈະ​ຈັບ​ເອົາ​ປະ​ເດັນ​ກ່ຽວ​ກັບ​ການ​ຫຼິ້ນບຸນ​ກຸດ​ຈີນ​ຂອງ​ຄົນ​ຈີນ​ທີ່​ມີ​ບາງ​ອັນ​ສະທ້ອນຕໍ່ສຸຂະພາບ​ອອກ​ມາ​ເວົ້າສູ່​ຟັງ ​ໂດຍ​ສະ​ເພາະ​ກໍ່​ແມ່ນ​ເຮັດ​ໃຫ້​ເປັນ​ພະຍາດຫົວ​ໃຈ, ​ເຮັດ​ໃຫ້​ເຈັບກະ​ເພາະ​ຫຼື​ໄດ້​ຮັບ​ບາດ​ເຈັບ​ແລະ​ອື່ນໆ!​​ ​ໂດ​ຍສະ​ເພາະ​ການ​ດື່ມ​ໜັກ​ນິນະ ໜຸ່ມ​​ໃຫຍ່​ກໍ່​ຂໍ​ຍົກ​ຂື້ນ​ມ​າ​ເວົ້າສູ່​ຟັງ ​ເພາະວ່າ​ຄັນ​ຮອດ​ບຸນປີ​ໃໝ່​ແລ້ວ ບໍ່​ວ່າ​ຈີນ​ຫຼື​ລາວ​ກໍ່​ຢາ​ກຄ້າຍໆ​ກັນ. ດື່ມ​ໜັກ​ກ່ວາ​ທຳ​ມະ​ດາ ຈົນ​ອ​າດພາ​ໃຫ້​​ເສຍ​ສຸຂະ​ພາບ​ຫຼື​ເຈັບ​ໂຊ​ກໍ່​ມີ ຕາງ​ວ່າ​ເປັນ​ອຸທາຫອນ​ເຕືອນ​ໃຈ​ນໍ້ ​ເພາະ​ອີກບໍ່​ຮອດ 2 ​ເດືອນ​ເຕັມ​ກໍ່​ຮອດ​ບຸນປີ​ໃໝ່​ສົງການ​ຫົດ​ນ້ຳຂອງ​ລາວ​ກໍ່​ຊິ​ມາ​ຮອດ​ລະ​ເດ​ເນາະ! ​ແຕ່​ວ່າ​ຕອນ​ນີ້​ຟັງ​ເພງ​ມ່ວນໆ​ຈາກ​ລາຍການ​ກ່ອນ​ເນາະ!

​ເພງ

ສອງ​ເພງ​ທຳ​ອິດ​ຈາກ​ລາຍການ​ຜ່ານ​ໄປ, ​ເອົາ, ຢາກ​ມີ​ຄຳ​ເຫັນ​ຫຍັງ ຫຼື ຢາກ​ຮູ້​ຫຍັງ​ກ່ຽວ​ກັບ​ຈີນ​ກໍ່​ຕິດ​ຕໍ່​ມາ! ມີບາງ​ທ່ານ​ຢາກ​ຮູ້​ກ່ຽວ​ກັບ​ເທບພະ​ເຈົ້າອົງ​ຕ່າງໆ​ຂອງ​ຈີນ ​ເລື່ອງ​ນີ້​ກໍ່​ຢາກ​ຊອກ​ອ່າວ​ຍາກ​ແດ່ ຂໍ​ຕິດ​ຄ້າງ​ໄວ້​ກ່ອນ​ເນາະ! ​ເອົາ, ບັດ​ນີ້​ກໍ່​ກັບ​ເຂົ້າມາສູ່​ກິ່ນ​ອາຍ​ຂອງ​ບຸນ​ກຸດ​ຈີນ​ທີ່​ຍັງ​ມີ​ໃຫ້​ເວົ້າ​ເຖິງ​ເພື່ອ​ເປັນ​ອຸ​ທາຫອນ​ສອນ​ໃຈ ​ເຕືອນ​ສະຕິ​ວ່າການ​ສະຫຼອງ​ບຸນ​ປະ​ເພນີ​ແທ້ໆ​ແລ້ວ​ເກືອບ​ດີ​ໝົດ ​ແຕ່​ຄົນ​ເຮົາ​ຍຸ​ກ​ໃໝ່​ນີ້​ເອງ​ທີ່​ເຮັດ​ໃຫ້ມັນ​ໂລດ​ໂຜນ​ເຜີນ​​ເກີນ​ເລີຍ ຈົນ​ເຮັດ​ໃຫ້​ບາງ​ອັນ​ສະທ້ອນ ກະທົບ​ຕໍ່​ສຸຂະພາບ​ຮ່າງກາຍ! ​ໃນ​ປີ​​ໃໝ່​ຫຼື​ກຸດ​ຈີນ​ຜ່ານ​ມາ​ນີ້ ອີງ​ຕາມ​ຂໍ້​ມູນ​ຂອງ​ສູນ​ປະຖົມພະຍາ​ບານ​ເບື້ອງ​ຕົ້ນຂອງ​ນະຄອນ ​ເສິນ​ຢາງ ​ແຂ​ວງ ຫຼຽວ​ໝິງ ບອກວ່າ: ຢູ່​ນະຄອນ​ເສິນ​ຢາງ​ໃນ​ໄລຍະ​ບຸນ​ກຸດ​ຈີນ​ຜ່ານ​ມາ​ນີ້ ຄື​ໃນ​ລະ​ຫ່ວາງ 7 ມື້​ຂອງ​ການ​ສະຫຼອງ​ມີ​ຄົນ​ເສຍ​ຊີວິດ 259 ຄົນ. ຊື່​ງສ່ວນ​ໃຫຍ່​ແມ່ນ​ຍ້ອນ​ພະຍາດຫົວ​ໃຈ​ຫຼື​ເສັ້ນ​ເລືອດ​ໃນ​ສະໝອງ​ແຕກ, ຄັນ​ທຽບ​ໃສ່ 7 ມື້ຂອງ​ການ​ສະຫຼອງ​ປີ​ໃໝ່​ປີ​ກາຍ​ນີ້​ເພີ່ມຂື້ນ 4.1% ທ່ານ ຊູ​ຜິ​ງ ຜູ້ອຳ​ນວຍ​ການ​ໂຮງໝໍ ​ເສິນ​ໂຈ່​ວ ນະ​ຄອນ ​ເສິນ​ຢາງ ​ເມືອງ​ເອກ​ຂອງ​ແຂວງ ຫຼຽວ​ໝິງ ບອກວ່າ: ມັນ​ແມ່ນ​ຍາມ​ທີ່​ເກີດ​ພະຍາດຫົວ​ໃຈ​ວາຍ​ຫຼາຍ​ທີ່​ສຸດ ສາ​ເຫດຕົ້ນຕໍ​ແມ່ນ​ການ​ດື່ມ​ໜັກ​ເກີນ​ໄປ​ໃນ​ຍາມ​ບຸນ, ການ​ນັ່ງ​ຫຼິ້ນ​ໄພ້​ດົນ ການ​ຫຼິ້ນອື່ນໆ​ທັງ​​ເວັນ​ທັງ​ຄືນ​ກໍ່​ເປັນສ​າ​ເຫດ​ສຳຄັນ​ຄື​ກັນ! ບັນຫາ​ນີ້​ບໍ່​ແມ່ນ​ເກີດ​ຂື້ນ​ຫຼາ​ຍສະ​ເພາະ​ແຕ່​ນະຄອນ ​ເສິນ​ຢາງ ​ໄດ​ທ່ານ​ຜູ້​ຟັງ! ສູນ​ປະຖົມພະຍາບານ​ເບື້ອງ​ຕົ້ນຂອງ​ເມືອງ ປາວ​ຕິງ ​ແຂວງ ຫູ​ເປີ​ຍ ກໍ່​ໄດ້​ຮັບ​ຄົນ​ເຈັບ 125 ຄົນ ທີ່​ເປັນ​ພະຍາດຫົວ​ໃຈ​ກະທັນຫັນ ​ເພີ່ມ​ຂື້ນ​ເຖິງ 32% ທ້າວ ຈີ່ ກ່ວາງ​ຊົ່ງ ອາຍຸ 24 ປີ, ທີ່​ກັບ​ເມືອ​ບ້ານ​ເກີດ​ເພື່ອ​ສະຫຼອງ​ປີ​ໃໝ່​ຮ່ວມ​ກັບ​ຄອບຄົວ​​ແລະ​ຍາດ​ພີ່ນ້ອງ​ຢູ່​​ແຂວງ ຈີ້​ຫຼິນ 7 ມື້​ເວົ້າວ່າ: ​ດຽວ​ນີ້​ການ​ສະຫຼອງບຸນ​ກຸດ​ຈີນ​ກາຍ​ເປັນຄວາມ​ຫວານ​ຊື່ນ​ທີ່ທໍລະມານ, ​ເພາະວ່າ​ມີ​ຫຼາຍຄອບ​ຄົວ ທັງ​ເຕົ້າ​ໂຮມ ທັງມີ​ງານ​ລ້ຽງ​ນ້ອຍ​ງານ​ລ້ຽງ​ໃຫຍ່​ສັງ​ສັນ​ກັນ ລະ​ກະບັງ​ຄັບ​ໃຫ້​ຂ້ອຍ​ດື່ມ​ຫຼາຍ​ໝົດມື້​ຈົນ​ຮອດ​ທ່ຽງ​ຄືນ ສ່ວນ​ຫຼາຍ​ພາກັນ​ດື່ມ​ເຫຼົ້າ​ແວງ ​ແລະ​ບອກ​ໃຫ້​ຍົກ​ໝົດ​ຕະຫຼອດ ຂ້ອຍ​ກໍ່​ຈົນ​ໄດ້​ລັກ​ຖອກ​ຖິ້ມຫຼາຍ​ເທື່ອ. ຍາມ​ໃດ​ກໍ່​ໝົດໆ​ບໍ່​​ໄຫວ​ແທ້​ໄດ​ເນາະທ່ານ​ຜູ້​ຟັງ! ຄັນ​ຄ່ອຍ​ກິນ ​ຄ່ອຍ​ດື່ມ ​ຄ່ອຍ​ລົມ​ກັນ​ໄປ​ມ່ວນ​ກວ່າ​ດັອກໜຸ່ມ​​ໃຫຍ່​ວ່າ ບໍ່​ຕ້ອງ​ບັງຄັບ​ກັນ​ຫຼາຍ​ມັນ​ແພ້​ສຸຂະພາ​ບອີ່ຫຼີ​ໄດ໋! ຮູ້​ຢູ່ດັອກວ່າ​ເຈົ້າພາບ​ໃຈ​ໃຫຍ່ ຮັກ​ແຂກ​ແພງ​ຄົນ ​ແຕ່​ບໍ່ຄວນ​ບັງຄັບ​ກັນ​ຫຼາຍ ກໍ່​ປະ​ຢັດ​ທັງ​ເງິນ​ທັງ​ສຸຂະພາບ​ຕວະ​ເນາະ! ​ເອົາ, ຟັງ​ເພງ​ກ່ອນ​ແລ້ວ​ຈະ​ເອົາ​ຜົນສຳ​ຫຼວດການ​ດື່ມ​ໃນ​ປີ​ໃໝ່​ຜ່ານ​ມາ​ນີ້​ເວົ້າສູ່​ຟັງ ວ່າ​ຢູ່​​ໃສ​ດື່ມ​ໜັກ​ກ່ອນໝູ່​​ໃນ​ຈີນ

​ເພງ

ຕາມ​ທີ່​ເວ​ບ​ໄຊ​ດັງ​ຂອງ​ຈີນ sohu ສຳ​ຫຼວດການ​ດື່ມ​ເຫຼົ້າ​ໃນ​ໄລຍະ​ປີ​ໃໝ່ ບ່ອນ​ທີ່​ຄົນ​ມັກ​ດື່ມ​ຫຼາຍ ດື່ມໜັກ 3 ​ເມືອງ​ທຳ​ອິດ​ກໍ່​ແມ່ນ ນະຄອນ ປັກ​ກິ່ງ, ​ແຂ​ວງ ຊ່ານ​ຕົ່ງ ​ແລະ ​ແຂ​ຍ ​ເຫີ​ເປີ​ຍ. ນາງ ສາງ ສູ​ໝານ ອາຍຸ 29 ປີ ທີ່​ເປັນ​ຜູ້​ໜຶ່ງ​ທີ່​ຖືກ​ສຳ​ຫຼວດຄວາມ​ເຫັນ ​ແລະ ກໍ່​ເມົາ​ແທ້​ເມົາ​ວ່າ​ໃນ​ໄລຍະ​ສະຫຼອງ​ກຸດ​ຈີນ​ກໍ່​ເວົ້າວ່າ: ພວກ​ເຮົາ​ຫຼີກ​ການ​ດື່ມ​​ເຫຼົ້າ​ໃນ​ປີ​​ໃໝ່ບໍ່​ໄດ້ ​ເພາະວ່າ​ມັນ​ເປັນ​ປ​ະ​ເພນີ​ອັນ​ໜຶ່ງ! ການ​ດື່ມ​ໜັກ​ໃນ​ໂອກາດ​ປີ​ໃໝ່​ກໍ່​ເປັນສາ​ເຫດ​ເຮັດ​ໃຫ້​ຫຼາຍຄົນ​ເຈັບກະ​ເພາະ, ດຣ ຫົງ​ໂປ ຂອງ​ໂຮງໝໍ​ສູນ​ກາງ​ເລກ 4 ທຽນ​ສິນ​ເວົ້າວ່າ: ພະຍາດ​ກະ​ເພາະ​ສາ​ເຫດຕົ້ນຕໍ​ກໍ່​ມາ​ຈາກ​ການ​ດື່ມ​ເຫຼົ້າຫຼາຍ​ໂພດ, ກິນ​ບໍ່​ປົກກະຕິ ຫຼື  ການ​ກິນ​ອາຫານ​ບໍ່​ຖືກ​ຫຼັກ​ອະນາ​ໄມ. ສ່ວນ ທ້າວ ອູ​ຢາງ​ໝານ ຄົນ​ນະຄອນ​ທຽນ​ສິນ ຫຼື ຖິ່ນ​ຈິ່ນກໍ່​ວ່າ: ​ໃນ​ໄລຍະ​ສະຫຼອງ​ແຕ່​ລະ​ມື້​ຂ້ອຍ​ຕ້ອງ​ໄປ​ຢາມ​ເຮືອນ​ພີ່ນ້ອງ​ໝູ່ຄູ່ 4 ​ເຮືອນ ກິນ​ເຂົ້ານຳ​ເຂົາ​ເຈົ້າມື້ໜຶ່ງ 4 ຄາບ​ທີ່​ເຕັມ​ໄປ​ດ້ວຍ​ຊີ້ນ ​ແລ້ວ​ຈັ່ງ​ໃດ​ກະ​ເພາະ​ຂ້ອຍ​ຊິ​ຍ່ອຍ​ທັນວ່າ​ຊັ້ນ! ບັດ​ນີ້​ຜູ້​ເປັນ​ພະຍາດຫົວ​ໃຈ ການ​ຕື່ນ​ສຽງ​ຈູດ​ໝາກກະ​ໂພ​ກ ຫຼື ຍິງ​ດອກ​ໄມ້​ໄຟ​ສຽງ​ດັງ​ແຮງໆ​ກໍ່​ອັນຕະລາຍ​ຫຼາຍ. ສ່ວນ ລຸງ ຫຼີ ຊົ່ງຊ່ຽງ ອາຍຸ 62 ປີ​ ​ເວົ້າວ່າ: ຂ້ອຍ​ຊິ​ບໍ່​ຈູດ​ໝາກກະ​ໂພ​ກດອກ​ໄມ້​ໄຟ​ອີກ​ຈັກ​ເທື່ອ, ຂ້ອຍ​ຈູ​ດມາ​ໄດ້ 40 ປີ​ແລ້ວ ບໍ່​ຄິດ​ເລີຍວ່າ​ມັນ​ຈະ​ເຮັດ​ໃຫ້​ຂ້ອຍ​ໄດ້​ຮັບ​ບາ​ດ​ເຈັບ ລຸງ​ຫຼີ ​ເພິ່ນ​ຈູ​ດດອກ​ໄມ້​ໄຟ​ແລ້ວ​ຖືກ​ຕາ​ຊ້າ​ຍ​ເພິ່ນ ຄັນ​ບໍ່​ໄປ​ໂຮງໝໍ​ທັນຕາ​ບອດ​ແລ້ວ! ​ໃນ​ການ​ສະຫຼອງ​ປີ​ໃໝ່​ກຸດ​ຈີນ​ຜ່ານ​ມາ​ນີ້ ຢູ່​ນະຄອນ ​ເສິນ​ຢາງ ມີ​ຄົນ​ຕາບອດ​ຈາກ​ການ​ຈູດ​ໝາກກະ​ໂພ​ກ ຈູດ​ດອກ​ໄມ້​ໄຟ 8 ຄົນ​ພຸ້ນ​ໄດ໋ທ່ານ​ຜູ້​ຟັງ! ອັນ​ນີ້​ລະ​ເພິ່ນ​ວ່າ​ບຸນ​ປະ​ເພນີ​ກໍ່​ຄື​ບຸນ​ປະ​ເພນີ ຄັນຫຼິ້ນ ຄັນ​ສະຫຼອງ​ດຸ​ເດືອດ​ມັນ​ເມົາ​ເກີນ​ໄປ ​ເກີນ​ພໍດີ​ມັນ​ກໍ່​ອັນ​ຕະລາຍຕໍ່​ຕົນ​ເອງ​ຕໍ່​ຄອບຄົວ! ​ເອົາ, ມີ​ເລື່ອງ​ອຸທາຫອນ​ຈັ່ງ​ຊີ້​ໜຸ່ມ​ໃຫຍ່​ກໍ່​​ເອົາ​ມາ​ເວົ້າສູ່​ຟັງ! ​ເພື່ອ​ເປັນ​ການ​ເຕືອນ​ສະຕິ​ກັນ​ໄວ້​ແຕ່​ໄກ ​ເພາະວ່າ​ອີກ​ບໍ່​ຮອດສອງ​ເດືອນ​ກໍ່​ຈະ​ຮອດ​ບຸນປີ​ໃໝ່​ສົງການ​ແລ້ວ ​ເປັນ​ຫ່ວງ​ຫຼາຍ​ການ​ດື່ມ​ໜັກ​ເກີນ​ໄປ ຫຼື ຫົດ​ນ້ຳກັນ​ແບບ​ຮຸນ​ແຮງ​ເປີ​ເປື້ອນ, ບໍ່​ຖືກ​ກັບ​ຮີດຄອງ​ປະ​ເພນີ​ລາວ​ເຮົາ​ຫັ້ນນ່າ! ​ເອົາ, ຟັງ​ເພງ​ອີກ​ກ່ອນ​ແລ້ວ​ຈະ​ກັບ​ມາ​ເວົ້າ​ເຖິງ​ເລື່ອງ​ຮົງ​ກົງ​ເລີ່​ມວາງ​​ແຜນ​ຈຳ​ກັນ​ແມ່​ມານ​ຈາກ​ແຜ່ນດິນ​ໃຫ່ຍຈີນ​ຂ້າມ​ໄປ​ອອກລູກ

​ເພງ

ຄັນ​ມິດ​ລາຍການ​ທ່ານ​ໃດ​ໄດ້​ຟັງ​ລາຍການ​ເບິ່ງ​ເມືອງ​ຈີນ​ໃນ​ໄລຍະ​ອາທິດ​ກ່ອນ​ກໍ່​ອາ​ດ​ໄດ້ຍິນ​ໜຸ່ມ​ໃຫຍ່​ເອົາ​ເລື່ອງ​ແມ່​ມານ​ຈາກ​ແຜ່ນດິນ​ໃຫຍ່​ຈີນ​ລຸ​ລັ່ງກັນ​ໄປ​ເກີດ​ລູກ​ຢູ່​ຮົງ​ກົງ ​ເພື່ອ​ໃຫ້​ລູກ​ໄດ້​ສັນຊາດ​ຮົງ​ກົງ​ໂດຍ​ອັດຕະ​ໂນ​ມັດ ​ໄດ້​ຮຽນ​ລ້າ ​ເຖົ້າມາ​ກໍ່​ມີ​ສະຫວັດດີ​ການ​ດີ ອອກລູກ​ໄດ​ດ້ຫຼາຍ​ຄົນ​ອີກ ຈຳນວນ​ຫຼາຍ​ຂື້ນ​ຫຼາຍຂື້ນ​ຈົນ​ແມ່ຍິງ​ກັບ​ແພດ​ປະດຸ​ງຄັນ​ຂອງ​ຮົງ​ກົງ​ຫຼາຍຄົນ​ເກີດ​ຄວາມ​ບໍ່ພໍ​ໃຈ ​ເພາະວ່າ​ຄົນ​ຮົງ​ກົງ​ເສຍ​ພາສີ​ໃຫ້​ລັດ​ສູງ ​ແຕ່​ຄົນ​ຈີນ​ຈາກ​ແຜ່ນດິນ​ໃຫຍ່ ຫຼາຍ​ຄົນ​ຫາ​ວິທີ​ເຂົ້າມາ​ນຳ​ໃຊ້້​ສິດຜົນປະ​ໂຫຍ​ດທາງ​ສະຫວັດ​ດີກາ​ນສັງຄົມ​ຢູ່​ຮົງ​ກົງ ​ໂດຍ​ບໍ່​ໄດ້​ເສ​ຍພາສີ​ຈັກ​ໂດ​ລາ​ຮົງ​ກົງ​ເລີຍ! ຂ່າວ​ລ່າ​ສຸດ​ໃນຕົ້ນ​ເດືອນ​ນີ້ ທ່ານ ຢັອກ​ໂຈ​ວ ຜູ້​ຮັບຜິດຊອບ​ວຽກ​ງານ​ອາຫານ ​ແລະ​ ສຸຂະພາບ ຂອງ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ ອອກ​ມາ​ຖະ​ແຫຼ​ງຂ່າວ​ວ່າ: ອົງການ​ບໍລິຫານ​ຮົງ​ກົງ​ຈະ​ທົບ​ທວນ​ເພື່ອ​ປັບປຸງລະບຽບ​ກົດໝາຍ ນະ​ໂຍບາຍ​ກ່ຽວ​ກັບ​ເລື່ອງນີ້​ຄືນ. ທ່ານ ​ໂຈ່​ວ ຖະ​ແຫຼ​ງວ່າ: ອົງການ​ບໍລິຫານ​ຈະ​ປຶກສາ​ບັນຫາ​ນີ້​ກັບ​ເຈົ້າໜ້າ​ທີ່​ໂຮງໝໍລັດ ​ແລະ ​ໂຮງໝໍ​ເອກະ​ຊົນ​ຂອງ​ຮົງ​ກົງ ​ໃນ​ໄລຍະ​ເດືອນ​ນີ້​ເດືອນ​ໜ້າ​ນິລະ! ວ່າ​ຈະ​ປັບປຸງ​ແນວ​ໃດ? ຜ່ານ​ມາ​ຮົງ​ກົງກໍ່​ຕັດ​ຈຳນວນ​ແມ່​ມານ​ທີ່​ບໍໍ່ແມ່ນຄົນ​ຮົງ​ກົງ​ມາ​ອອກລູກ​ຢູ່​ຮົງ​ກົງ​ໄດ້​ແລ້ວ ຄື​ປີ​ນີ້​ໃຫ້​ແຕ່ 35.000 ຄົນ. ​ເພື່ອ​ຫຼຸດຜ່ອນ​ຄວາມ​ຕ້ອງການ​ໃນ​ການ​ບໍລິກາ​ນ ດຽວ​ນີ້​ເບິ່ງ​ຕົວ​ເລກ​ກໍ່​ສັງ​​ເກດ​ເຫັນ​ແມ່ນ​ມານ​ຄົນ​ຮົງ​ກົງ​ເອງ​ເກີດ​ລູກ​ຫຼາຍ​ຂື້ນ ຖື​ວ່າ​ເປັນ​ສັນຍານ​ທີ່​ດີ​ຫຼາຍ ​ແລະ​ຊາວ​ໜຸ່ມ​ຮົງ​ກົງ​ກໍ່​ແຕ່ງງານ​ກັນ​ຫຼາຍ​ຂື້ນ ສະນັ້ນກໍ່​ຕ້ອງ​ບໍລິການ​ຄົນ​ຮົງ​ກົງ​ຫຼາຍຂື້ນ! ທ່ານ ​ໂຈ​ວ ບອກ​ວ່າ: ຮົງ​ກົງ​ປັບ​ຈຳນວນ​ອະນຸຍາດ​​ໃຫ້​ແມ່ຍິງ​ຈາກ​ແຜ່ນດິນ​ໃຫຍ່​ຫຼື​ປະ​ເທດ​ອື່ນ​ມາ​ອອກລູກຢູ່​ຮົງ​ກົງ ​ເປັນ​ປີໆ​ໄປ ​ແລະ​ກໍ່​ປຶກສາ​ກັບ​​ເຈົ້າໜ້າ​ທີ່​ຈີນ​ແຜ່ນ​ດີ​ນ​ໃຫຍ່ ຫາ​ວິທີ​ເຂົ້າ​ມາ​ເກີດ​ລູກ​ຢູ່​ຮົງ​ກົງ. ຕາມ​ຕົວ​ເລກ​ໃນ​ປີ 2010 ມີ​ເດັກ​​ເກີດ​ໃໝ່​ຢູ່​ຮົງ​ກົງ​ປະມານ 88.000 ຄົນ. ​ໃນ​ຫັ້ນ​ແມ່ນ​ແມ່​ມານ​ຈາກ​ແຜ່ນດິນ​ໃຫຍ່​ປະມານ 41.000 ຄົນ. ​ເກືອບ​ເຄີ່ງ​ໜຶ່ງ​ເນາະ​ທ່ານ​ຜູ້​ຟັງ! ປົວ​ດີ ບໍລິການ​ດີ ສິດທິ​ໄລ​ຍະ​ຍາວ​ໃຫ້​ລູກ​ນຳ​ອີ ​ໃຜ​ຊິ​ບໍ່​ຢາ​ກ​ໄປ​ເນາະທ່ານ​ຜູ້​ຟັງ! ອອກລູກ​ໄດ້ຫຼາຍ​ຄົນ​ອີກ ຢູ່​ແຜ່ນດິນ​ໃຫຍ່​ໄດ້​ແຕ່​ຄົນດຽວ​ໄດ໋ ​ເປັນ​ແນວ​ນັ້ນຈັກ​ຖືກ​ກົດ​ໝາຍ​ບໍ່​ຖືກ​ກົດໝາຍ​ບໍ່​ສົນ. ຊອກ​ຊ່ອງ​ທາງ​ໄປ​ແລ້ວ​ບາດ​ນິ ບາງ​ເທື່ອ​ໄດ້​ຍັດ​ເງິນ​ໄດ້​ຈ້າງ​ຫຼາຍ​ເຕີບ​ກໍ່​ຍອມ​ລະ ​ໂດຍ​ສະ​ເພາະ​ຜູ້ມີ​ຖານະ​ອ່າວ​ດີ​ແດ່ ຈາກ​ແຜ່ນດິນ​ໃຫຍ່​ທີ່ຢູ່​ໃກ້​ຮົງ​ກົງຫັ້ນລະ! ຟັງ​ເພງ​ປ່ຽນ​ບັນຍາກາດກ່ອນ​ເນາະ! ​ແລ້ວ​ຈະ​ເອົາ​ມາດ​ຕະການ​ໃໝ່​ຂອງ​ຄອບຄົວ​ປອງ​ດອງ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ມາ​ເວົ້າສູ່​ຟັງ!

​ເພງ

711477, 9300 ບັດ​ນີ້​ຈະ​ເອົາ​ມາ​ດຕະການ​ໃໝ່​ຂອງ​ຄອບຄົວ​ປອງ​ດອງ​ທີ່​ສະຫະພັນ​ແມ່ຍິງ​ນະຄອນຫຼວງ​ປັກ​ກິ່ງ​ວາງ​ອອກ​ໃຫມ່​ໆ! ມາ​ຟັງ​ເບິ່ງ​ວ່າ​ຫາງ​ສຽງສັງຄົມ​ມີ​ຄຳ​ເຫັນ​ແນວ​ໃດ​ຕໍ່​ມາດ​ຕະການ​ໃໝ່​ນີ້? ສະຫະພັນ​ແມ່ຍິງ​ນະຄອນຫຼວງ​ປັກ​ກິ່ງ ຮ່ວມ​ກັບ​ສະ​ຖາ​ບັນ​ວິທະຍາສາດ​ສັງຄົມ ​ເພິ່ນ​ຮ່ວມ​ກັນ​ວາງ​ອອກ​ມາ ​ແລະ​ປະກາດ​ອອກ​ໃນ​ວັນ​ທີ 2 ​ເດືອນ​ນີ້​ລະ! ມີ​ນຳ​ກັນ​ທັງ​ໝົດ 27 ມາດຖານ​ເພື່ອ​ສ້າງ​ຄອບຄົວ​ປອງ​ດອງ! ອອກ​ມາ​ປັບ​ກໍ່​ຖືກ​ຕຳ​ນິຕິ​ຕຽນ​ຈາກ​ມວນ​ຊົນຊາວ​ປັກ​ກິ່ງ​ຫຼາຍ​ສົມຄວນ​ວ່າ​ມັນ​ເໝາະ​ແລ້ວ​ບໍ່​ກັບ​ຊີວິດ​ປະຈຳ​ວັນທີ່​ເປັນ​ປົກ​ກະຕິ​ຢູ່​ສູ່​ມື້​ນີ້​ຂອງ​ຄົນ​ປັກ​ກິ່ງ! ມັນ​ຖືກ​ກັບບຕົວ​ຈິງ​ບໍ່? ຄັນ​ບໍ່​ໄດ້​ມາດຖານ​ເພິ່ນ​ບໍ່​ແມ່ນ​ຄອບ​ຄົວ​ປອງ​ດອງ​ແມ່ນ​ບໍ່? ມີ​ຫາງ​ສຽງ​ແນວ​ນັ້ນລະ? ​ໃນ​ຈຳນວນ 27 ມາດຖານ​ວາງ​ອອກ​ມາ​ໃໝ່ ກໍ່​ມີ​ບາງ​ອັນ​ແນວ​ນີ້​ລະ! ຕ້ອງ​ຮູ້​ນຳ​ໃຊ້​ສິ່ງ​ເສດ​ເຫຼືອ​ຄືນ​ໃໝ່​ເພື່ອ​ຮັກ​ສາ​ສະພາບ​ແວດ​ລ້ອມ, ຕ້ອງ​ນຳ​​ໃຊ້​ລະບົບ​ຂົນ​ສົ່ງ​ສາ​ທາ​ລະນະຄື: ລົດ​ເມ, ລົດ​ໄຟ​ໃຕ້​ດິນ, ມີ​ສ່ວນ​ຮ່ວມ​ໃນ​ວຽກ​ງາ​ນອາສາ​ສະ​ໝັກ​ຂອງ​ຊຸມ​ຊົນ, ຕ້ອງ​ມີ​ປື້​ມອ່ານ​ໃນ​ເຮືອນຢ່າງ​ໜ້ອຍ 3000 ຫົວ​ແລະ​ອື່ນໆ! ບາງ​ມາດຖານ​ມວນ​ຊົນ​ຊາວ​ປັກ​ກິ່ງ​ກໍ່​ຖົກ​ຖຽງ​ກັນຫຼາຍ​ວ່າ: ມັນ​ບໍ່​ສູງ​​ເກີນ​ໄປ​ບໍ ມັນ​ຊິ​ເຮັດ​ໄດ້​ບໍ? ຄື​ປັກ​ກິ່ງ​ຜູ້​ໜຶ່ງ​ນາມສະກຸນ ​ໂຈ່​ວ, ອອກ​ຄວາມ​ເຫັນ​ແບບ​ຕະຫຼົກ​ວ່າ: ຄອບຄົວ​ລາວ​ບໍ່​​ແມ່ນ​ຄອບຄົວ​ສາມັກ​ຄີປອງ​ດອງ ​ເພາະວ່າ​ບໍ່​ໄດ້​ມາດຕະຖານ​ເພິ່ນ​ວາງ​ອອກ​​ໃໝ່​ຈັກ​ອັນ, ລາວ​ວ່າຄວາມ​ເຄົາລົບ​ຮັກ​ແພງ ​ເບິ່ງ​ແຍງ​ກັນ​ໃນ​ຄອບຄົວ​ພຸ້ນ​ຕິ​ສຳຄັນ​ກ່ວາ​ມາ​ດຕະການ​ເພິ່ນ​ວາງ​ອອກ? ລາວ​ວ່າ: ຄັນ​ຄອບຄົວ​ກຳມະກອນ​ເຄື່ອນຍ້າຍ​ເຮັດ​ວຽກ​ຫາ​ເງິນ​ໜັກ, ລູກ​ກໍ່​ຮຽນ​ໜັກ​ແລະ​ຄອບຄົວ​ກໍ່​ມີ​ຄວາມ​ຮັກ​ແພງ​ກັນ​ດີ ​ແຕ່​ບໍ່​ມີ​ເງິນ ຫຼື​ເວລາ​ພາ​ຄອບຄົວ​ໄປ​ທ່ຽວ ຫຼື​ໄປ​ຊື້​ເຄື່ອງ​ຕາມ​ຮ້ານ​ໃຫຍ່ໆ ຖື​ວ່າ​ບໍ່​​ແມ່ນ​ຄອບຄົວ​ທີ່​ປອງ​ດອງ​ວ່າ​ຊັ້ນຫວະ? ລາວ​ຖາມ​ຄືນ! ​ເງື່ອນ​ໄຂ​ຂອງ​ແຕ່​ລະ​ຄອບຄົວ​ມັນ​ຕ່າງ​ກັນ​ໄດ​ເນາະທ່ານ​ຜູ້​ຟັງ! ບໍ່​ວ່າ​ຄົນ​ຢູ່​ປັກ​ກິ່ງ​ຮັ່ງ​ໝົດ​ໄດ໋! ຕອນ​ທ່ຽງ​ກຳມະກອນ​ເຮັດ​ວຽກ​ເມື່ອຍ​ນຸ່ງ​ເຄື່ອງ​ເປື້ອນ​ເປິ ກິນ​ເຂົ້າ​ແບບ​ງ່າຍໆ​ແລ້ວ ນອນ​ຫຼັບ​ພັກຜ່ອນ​ຢູ່​ຕາມ​​ແຄມ​ທາງ​ກໍ່​ມີ​ໄດ! ກ່ຽວ​ກັບ​ເລື່ອງ​ນີ້​ສະຫະພັນ​ແມ່ຍິງ​ປັກ​ກິ່ງ​ຍັງ​ບໍ່​ໄດ້ອອກ​ມາ​ຕອບ​ຫຍັງ​ເທື່ອ! ​ແຜນການ​ຮັກສາ​ຄວາມ​ສາມັກ​ຄີ​ປອງ​ດອງ​ຄອບຄົວ​ໃໝ່​ນີ້, ທາງ​ສະຫະພັນ​ແມ່ຍິງ​ບອກ​ວ່າ: ປີ​ໜຶ່ງ​ຈະ​ຄັດ​ເລືອກ​ເອົາ​ 200 ຄອບຄົວ​ມາ​ເປັນ​ຄອບຄົວ​ຕົວ​ແບບ​ທັງ​ໝົດ ​ເກືອບ 5 ລ້ານ 2 ​ແສນ 5ໝື່ນ​ຄອບຄົວ​ໃນ​ປັກ​ກິ່ງ! ກໍ່​ເປັນ​ແນວ​ຄິດ​ລິ​ເລີ່​ມທີ່​ດີ​ຢູ່​ດັອກ ​ແຕ່​ມັນ​ກໍ່​ຕ້ອງ​ເບິ່ງ​ສະພາບ​ຕົວ​ຈິງ​ວ່າ​ບາງ​ມາດຖານ​ຄົນ​ທົ່ວ​ໄປ​ມັນ​ຊິ​ເຮັດ​ໄດ້​ບໍ່? ຄັນ​ຄອບຄົວ​ພວກ​ເງິນ​ເຫຼືອຖົງ​ມັນ​ບໍ່​ຍາກ​ດັອກ! ​ແຕ່​ກໍ່​ອາດ​ຈະ​ຍາກ​ຄືກັນ​ເດີ້! ຄອບຄົວ​ຮັ່ງ​​ເພິ່ນ​ບໍ່​ຄ່ອຍ​ຢາກ​ສົນ ຢາກ​ມີ​ສ່ວນ​ຮ່ວມ​ກັບ​ວຽ​ກຊຸມ​ຊົນ​ໄດ໋
​ເພງ
ຈົບ