ບຸນກຸດຈີນກັບເຫຼົ້າເໝົາຖາຍ
(GMT+08:00) 2012-04-26 14:53:13 cri
ສະບາຍດີທ່ານຜູ້ຟັງທຸກທ່ານ! ພໍເຖິງເວລານີ້ໜຸ່ມໃຫຍ່ຂໍຕ້ອນຮັບທຸກທ່ານເຂົ້າສູ່ລາຍການເບິ່ງເມືອງຈີນທາງ CRI FM 93Mhz ທີ່ມາພົບກັບທ່ານເປັນປະຈຳທຸກຄ່ຳຄືນ ເວລາ 19ໂມງ! ພົບກັບຄືນນີ້ແມ່ນວັນຈັນ ທີ 13 ກຸມພາ! ເລື່ອງທີ່ຈະເອົາມາເວົ້າສູ່ຟັງຄືນນີ້ແມ່ນເລື່ອງຕໍ່ເນື່ອງຈາກຄືນວານນີ້ ເພາະວ່າວານນີ້ໜຸ່ມໃຫຍ່ເວົ້າກ່ຽວກັບເລື່ອງບຸນກຸດຈີນຜ່ານມາ ຄົນຈີນບາງຄົນຈົນເຈັບໂຊ ຫຼື ບາງຄົນກໍ່ເສຍຊີວິດຍ້ອນພະຍາດຫົວໃຈ, ພະຍາດກະເພາະ ແລະ ພະຍາດອື່ນໆ; ອັນເນື່ອງມາຈາກການກິນເຫຼົ້າສະຫຼອງກັນໜັກເກີນໄປ ທັງອຶດນອນ ທັງພັກຜ່ອນບໍ່ພຽງພໍແດ່ ດື່ມເຫຼົ້າໜັກແດ່ກໍ່ເລີຍເຮັດໃຫ້ເສຍສຸຂະພາບຫຼາຍຄົນ! ຄືນນີ້ກໍ່ເລີຍເອົາເລື່ອງເຫຼົ້າດັງມີລະດັບຂອງຈີນມາເວົ້າສູ້ຟັງ! ແຕ່ຕ້ອງຂໍອອກຕົວກ່ອນເດີ້ວ່າບໍ່ໄດ້ໂຄສະນາໃຫ້ເຫຼົ້າ ແລະ ບໍ່ສະໜັບສະໜຸນໃຫ້ຄົນດື່ມສິ່ງມຶນເມົາ, ແຕ່ວ່າເຫຼົ້ານີ້ມີຊື່ວ່າ: ເຫຼົ້າ ເໝົາຖາຍ ຖ້າໃຜເຄີຍໄປຈີນຄົງຈະບໍ່ມີໃຜຮູ້ຊື່ນີ້ເພາະວ່າເປັນເຫຼົ້າຂາວທີ່ແພງ ມີລະດັບຫຼາຍ, ແຂກບໍ່ສຳຄັນ ໝູ່ບໍ່ຮັກບໍ່ແພງບໍ່ໃຫ້ກຽດກັນແທ້ໆ ບໍ່ໄດ້ກິນດັອກເຫຼົ້ານີ້ ລົດຊາດໜຸ້ມ ກິ່ນຫອມ ກິນງ່າຍ ແຕ່ປຸກ! ກິນຫຼາຍກໍ່ເມົາໜັກຄືກັນຫັ້ນແລ້ວ! ເອົາ, ຟັງເພງຊຸດທຳອິດກ່ອນ ແລ້ວຈຶ່ງຈະມາເວົ້າສູ່ຟັງວ່າ ເຫຼົ້າ ເໝົາຖາຍ ແລະເຫຼົ້າຂາວທີ່ມີລະດັບຂອງຈີນ ການຈຳໜ່າຍໃນໂອກາດບຸນກຸດຈີນຜ່ານມານີ້ເປັນແນວໃດ?ສ
ເພງ
ເອົາ, ຟັງເພງມ່ວນໆຜ່ານໄປແລ້ວກໍ່ມາເຂົ້າສູ່ເລື່ອງທີ່ຈະມາເວົ້າສູ່ຟັງຄືນນີ້ເລີຍເນາະ! ຈະເວົ້າເຖິງບັນຍາກາດບຸນກຸດຈີນປີໃໝ່ຜ່ານມານີ້ກັບເຫຼົ້າຂາວ ປາຍຈິວ ທີ່ມີລະດັບ. ນັ້ນກໍ່ຄືເຫຼົ້າ ເໝົາຖາຍ ເຫຼົ້ານີ້ໂຮງງານຜະລິດຢູ່ແຂວງ ກຸ້ຍໂຈ່ວ ພຸ້ນໄດທ່ານຜູ້ຟັງ! ເມືອງເອກກໍ່ແມ່ນ ກຸຍຢາງ ເມືອງນີ້ອາກາດກໍ່ດີຕະຫຼອດປີ ບໍ່ຮ້ອນບໍ່ໜາວເກີນໄປ, ຈົນໄດ້ຊື່ເປັນເມືອງທີ່ອາກາດດີຫຼາຍ ຄົນເຈັບ ຄົນໂຊ ໄປພັກຜ່ອນ ພັກຟື້ນຢູ່ກຸ້ຍໂຈ່ວດີທີ່ສຸດລະ! ພູຜາປ່າໄມ້ ຫ້ວຍນ້ຳລຳເຊຢູ່ຄູ່ກັນ ໜຸ່ມໃຫຍ່ໄປປີ 2009 ຂັ້ນວ່າເປັນນະຄອນທີ່ເປັນເມືອງເອກຂອງແຂວງ ກຸ້ຍຢາງ ກໍ່ຍັງຂຽວງາມ ປ່າໄມ້ຮົ່ມເຢັນຢູ່ຄຽງຄູ່ກັບຕົວເມືອງເລີຍ! ອາກາດດີອີ່ຫຼີ! ຈົນມີຄຳວ່າ: ປ່າກັບເມືອງແຍກກັນບໍ່ອອກຫັ້ນແລ້ວ! ເວົ້າເຖິງເຫຼົ້າ ເໝົາຖາຍ ແລ້ວຖືວ່າມີຊື່ສຽງທີ່ສຸດໃນປະເທດຈີນ ຄັນທຽບກັບເຫຼົ້າຂາວຍີ່ຫໍ່ອື່ນກໍ່ແພງກ່ວາໝູ່ຫຼາຍ, ຕ່ຳສຸດແກ້ວໜຶ່ງກໍ່ບໍ່ຫຼຸດ 7-800 ຢວນຂື້ນໄປຈົນຮອດ ພັນສອງພັນຢວນພຸ້ນແລ້ວ! ພັນຢວນກໍ່ລ້ານສອງແສນກີບພຸ້ນແລ້ວ! ຍາມທຳມະດາກໍ່ຍັງຂາຍດີແລ້ວ ຍາມບຸນກຸດຈີນແຮ່ງເກືອບຂາດຕະຫຼາດພຸ້ນແລ້ວ! ຂັ້ນວ່າແພງປານນີ້ໄດນິ! ຜູ້ໄດ້ຮັບເປັນຂອງຂັວນກໍ່ດີໃຈວ່າໄດ້ຮັບເຫຼົ້າມີລະດັບ! ສະເພາະຮ້ານຂາຍເຫຼົ້າ ເໝົາຖາຍ ທີ່ມີລະດັບແລະເຊື່ອຖືໄດ້ບໍ່ວ່າຈະຖືກເຫຼົ້າແທ້-ປອມ ຢູ່ນະຄອນປັກກິ່ງ ກໍ່ຈະມີລູກຄ້າອ່າວຖົງໜັກແດ່ເຂົ້າ-ອອກຢ່າງບໍ່ຂາດສາຍ! ໂດຍສະເພາະກ່ອນແລະໄລຍະບຸນກຸດຈີນຜ່ານມານີ້ ການລຽງລຳດັບຂອງມັນກໍ່ນັບແຕ່ຍີ່ຫໍ້ ເໝົາຖາຍ ເຟີຍທຽນ 53 ໄປຈົນຮອດ ເໝົາຖາຍ 15 ປີ ພຸ້ນລະ! ໂຕທຳອິດລາຄາກໍ່ 2.180 ຢວນ ກໍ່ປະມານ ສອງລ້ານຫົກແສນກີບພຸ້ນລະ! ຄົນຂາຍບອກວ່າ: ກ່ອນແລະໄລຍະປີໃໝ່ແມ່ນຂາຍດີຂະໜາດ, ບາງມື້ຂາຍດີກ່ວາມື້ທົ່ວໄປຕັ້ງວ່າສອງເທົ່າ! ການຂາຍດີກໍ່ແກ່ຍາວມາຮອດມື້ສຸດທ້າຍຂອງບຸນກຸດຈີນພີ້ແລ້ວ! ຄືວັນຈັນຜ່ານມານີ້ລະທີ່ເປັນມື້ບຸນໂຄມໄຟຫຼືບຸນຂະໜົມບົວລອຍ! ເຫຼົ້າດັງຍີ່ຫໍ່ອື່ນຫຼຸດລົງມາກໍ່ຂາຍດີຄືກັນວ່າຊັ້ນ? ກໍ່ໝາຍຄວາມວ່າຄົນຈີນດື່ມເຫຼົ້າຂາວເກັ່ງບໍ່ແມ່ນທຳມະດາເດີ້ທ່ານຜູ້ຟັງ! ສອງຍີ່ຫໍ້ດັງຫຼຸດຈາກ ເໝົາຖາຍກໍ່ມີ: Wuliangye and Luzhou Laojiao ໄດ້ຂາຍດີກ່ວາປີກາຍນີ້ຕັ້ງວ່າ 60% ຟັງເພງກ່ອນແລ້ວຈະມາລົມເລື່ອງລາຄົມລາຄາຂອງເຫຼົ້າດັງມີລະດັບຂອງຈີນສູ່ຟັງ!
ເພງ
ຂະນະນີ້…………… ໃນໄລຍະບຸນກຸດຈີນຜ່ານມານີ້ເປັນເວລາເງິນເວລາທອງຂອງຜູ້ຂາຍເຫຼົ້າຂາວມີລະດັບຂອງຈີນອີ່ຫຼີໄດທ່ານຜູ້ຟັງ! ລາຄາຂື້ນສູງຂະໜາດ ເພາະວ່າມັນບໍ່ພໍກັບຄວາມຕ້ອງການເດ! ລາຄາຍ່ອຍຂອງເຫຼົ້າWuliangye 1618 ປະມານ 1399 ຢວນ ແລະ Wuliangye 52 ຂາຍດີທີ່ສຸດແມ່ນລາຄາ 1.199 ຢວນ. ລາຄານີ້ເລີ່ມມາແຕ່ຕົ້ນເດືອນແລ້ວນີ້ ກ່ອນໜ້າບຸນກຸດຈີນພຸ້ນລະ! ສ່ວນເຫຼົ້າ Luzhou Laojiao 1575 ກໍ່ຂື້ນຮອດ 1.389 ຢວນ ນີ້ແມ່ນລາຄາຢູ່ປັກກິ່ງ! ທ່ານ ມາ ເວິນເຟິງ ນັກວິເຄາະຂອງບໍລິສັດທີ່ປຶກສາທຸລະກິດກະສິກຳຢູ່ປັກກິ່ງບອກວ່າ: ລາຄາເຫຼົ້າດັງລະດັບໜຶ່ງລາຄາຂື້ນ 20% ແລະລະດັບສອງຂື້ນ 15% ມາແຕ່ເລີ່ມຕົ້ນປີນີ້ເລີຍ. ເພິ່ນວ່າຄວາມຈິງແລ້ວຜູ້ຜະລິດເຫຼົ້າດັງຂອງຈີນ ບໍ່ເຄີຍຢຸດຂື້ນລາຄາເລີຍສອງປີມານີ້ ໂດຍສະເພາະເຫຼົ້າເໝົາຖາຍ! ຕົວຢ່າງຍີ່ຫໍ້ທີ່ຂາຍດີທີ່ສຸດຂອງເໝົາຖາຍຄື: ເຟີຍທ່ຽນ 53 ໃນເດືອນມັງກອນປີກາຍນີ້ແມ່ນ 1.280 ຢວນ ບາດເດືອນມັງກອນຜ່ານມານີ້ແມ່ນ 2.480 ຢວນ ກໍ່ປະມານເກືອບ 3ລ້ານກີບ. ໂອ່ ລາຄາຂະໜາດນີ້ໃຜຊິສະອອນກໍ່ສະອອນເທາະເນາະ! ໜຸ່ມໃຫຍ່ແທ້ບໍ່ສະອອນນຳ ມັນຊິເຫຼົ້າຂາວດັງຂອງຈີນແນວນີ້ຫຼືເຫຼົ້າແວງຫຼືອີ່ຫຍັງຫຼາຍໆອັນຫັ້ນກະຢ່າ ກິນແລ້ວບໍ່ໄດ້ຂື້ນສະຫວັນດັອກ ມີແຕ່ໄປໄໝ້ຕັບໄໝ້ປອດ ໄໝ້ກະເພາະຄືກັນໝົດ! ມີແຕ່ຈະນຳເອົາພະຍາດເຂົ້າມາສູ່ຮ່າງກາຍໝົດ! ເງິນຕັ້ງ 3-4 ລ້ານແພງໄວ້ເຮັດອັນອື່ນທີ່ຈຳເປັນມີປະໂຫຍດຕໍ່ຄອບຄົວຊິບໍ່ດີກ່ວາບໍ່ເນາະ! ເອົາຕໍ່ວ່າແພງຊ່ຳໃດ? ທ້າວ ຫຼີ ສິ່ງຈຽວ ວິສະວະກອນ IT ຢູ່ປັກກິ່ງອາຍຸ 35 ປີ ທັງເວົ້າວ່າ: ເໝົາຖາຍ ເຟີຍທຽນ 53 ລາຄາຂື້ນປານຈະຫຼວດວ່າຊັ້ນ! ລາຄາຊື້ສອງແກ້ວໃນ5ປີກ່ອນເພື່ອເປັນຂອງຕ້ອນເອົາໃຈພໍ່ແຟນ, ຕອນນັ້ນລາຄາແກ້ວລະ 500 ຢວນ 6 ແສນກີບ. ມາຖືກກ່ວາດຽວນີ້ຕັ້ງວ່າ 5 ທົບ! ເຖິງຮູ້ສຶກວ່າຖືກບັງຄັບໃຫ້ຊື້ເຫຼົ້າລາຄາແພງຫຼາຍໃຫ້ພໍ່ຜູ້ສາວ ແຕ່ກໍ່ຄຸ້ມຄ່າເພາະວ່າແຟນຜູ້ນັ້ນກໍ່ແມ່ນເມຍຂ້ອຍແລ້ວ ດຽວນີ້ກໍ່ບໍ່ຕ້ອງຊື້ເໝົາຖາຍໃຫ້ພໍ່ເຖົ້າເລື້ອຍໆ ຮ່າຮ່າຮ່າ! ໂອ, ຢາກໄດ້ລູກສາວເພິ່ນລົງທຶນຂະໜາດເນາະທ້າວຫຼີ! ພໍ່ເຖົ້າຊ້ຳພັດມັກເຫຼົ້າແດ່ ເຫັນຍີ່ຫໍ່ເໝົາຖາຍກໍ່ຕາຕີ່ຂື້ນໂລດແລ້ວ! ບໍ່ຮູ້ສະວ່າທີ່ລູກເຂີຍເປັນຕອນນັ້ນຫັ້ນກັດແຂ້ວຍຸ້ມກົ້ນຊື້ ຊື້ດ້ວຍຄວາມຂື່ນຂົມ ທ້ອນເງິນເກືອບຕາຍຈຶ່ງໄດ້ຊື້ສອງແກ້ວ ຍ້ອນຢາກໄດ້ລູກສາວເພິ່ນ! ຮ່າຮ່າຮ່າ! ເອົາ, ຟັງເພງກ່ອນເນາະ! ແລ້ວຈະລົມເລື່ອງນີ້ສູ່ຟັງຕໍ່
ເພງ
ຂໍຂອບໃຈ…………… ທ່ານ ສູ່ ໂກວຫົວ, ຜູ້ຊ່ຽວຊານດ້ານການຕະຫຼາດເຫຼົ້າຂາວບອກວ່າ: ລາຄາຂາຍຍ່ອຍຂອງເຫຼົ້າເໝົາຖາຍ ກໍ່ສະແດງໃຫ້ຮູ້ວ່າຄຸມບໍ່ໄດ້ ເພາະວ່າລາຄາຈາກໂຮງງານຂອງ ເຟີຍທ່ຽນ 53 ມີແຕ່ 619 ຢວນ, ບາດລາຄາຍ່ອຍໃນປີ 2010 ໂດຍທົ່ວໄປກໍ່ປະມານ 2.010 ຢວນ. ຖືວ່າຜູ້ຂາຍຍ່ອຍໄດ້ກຳໄລຫຼາຍກ່ວາ ພັນຢວນ! ສາເຫດຕົ້ນຕໍກໍ່ແມ່ນການສະໜອງບໍ່ພຽງພໍນິລະຈຶ່ງເຮັດໃຫ້ລາຄາມັນສູງຂື້ນຫຼາຍ! ບັດນີ້ເມື່ອມັນແພງຫຼາຍແລ້ວແນວນີ້ ຄຳຖາມທີ່ຕັ້ງຂື້ນມາກໍ່ແມ່ນ ເຫຼົ້ານີ້ມັນຈະໄປສູ່ສິນຄ້າຫຼູຫຼາຟຸມເຟືອຍຫຼືບໍ່? ອັນນີ້ມັນກໍ່ແມ່ນຍ້ອນຄວາມນິຍົມຂອງຄົນຈີນຕໍ່ສິນຄ້າຈີນ ນັກດື່ມຈີນກໍ່ດື່ມເກັ່ງກໍ່ເລີຍຊ່ວຍໃຫ້ລາຄາມັນແພງຈົນກາຍເປັນຍີ່ຫໍ້ຫຼູຫຼາໄປແລ້ວໃນຊຸມປີມໍ່ໆມານີ້ ໃນຕົ້ນເດືອນມັງກອນຜ່ານມານີ້ ຢູ່ແຂວງ ກຸ້ຍໂຈ່ວ ບ່ອນຜະລິດເຫຼົ້າເໝົາຖາຍມີການປະມູນ ໜຶ່ງແກ້ວທີ່ຜະລິດໃນປີ 1953 ທ່ານຜູ້ຟັງຮູ້ບໍ່ວ່າລາຄາປະມູນໄດ້ໄປເທົ່າໃດ? 1 ລ້ານ 5 ແສນຢວນເທົ່າກັບ 1 ຕື້ 800 ລ້ານກີບ! ສະນັ້ນລະໃນເດືອນແລ້ວນີ້ສະຖາບັນສຳຫຼວດ Hurun ທີ່ສຳຫຼວດເສດຖີໃນແຕ່ລະປີກໍ່ຈັດເຫຼົ້າເໝົາຖາຍ ເຂົ້າໃນບັນຊີເຫຼົ້າທີ່ແພງແລະຫຼູຫຼາທີ່ສຸດຂອງໂລກ ເປັນອັນດັບ 4 ເລີຍໄດ໋! ແລະເປັນອັນດັບ 5 ສຳລັບຂອງຂັວນທີ່ບັນດາເສດຖີມັກຊື້ຕ້ອນບຸກຄົນສຳຄັນເພື່ອທວງຜົນປະໂຫຍດ! ເຫຼົ້າເໝົາຖາຍ ກ່ອນສິມີຊື່ສຽງດັງແຮງກໍ່ຍ້ອນໃນສະໄໝ ທ່ານ ໂຈວ ເອີນຫຼາຍ ນາຍົກທີ່ປະຊາຊົນຈີນຮັກຫຼາຍໃນອະດີດ ເພິ່ນເອົາເຫຼົ້ານິລະຕ້ອນຮັບປະທານາທິບໍດີ ຣີຊາດ ນິກສັນ ຂອງອາເມລິກາ ທີ່ໄປຢ້ຽມຢາມປັກກິ່ງຕອນນັ້ນ ກໍ່ເລີຍຖືວ່າເປັນເຫຼົ້າຮັບແຂກບ້ານແຂກເມືອງທີ່ສຳຄັນມີກຽດເລີຍ! ຄັນລົດຊາດບໍ່ດີແທ້ເພິ່ນບໍ່ກ້າເອົາມາຮັບຕ້ອນແຂກບ້ານແຂກເມືອງແທ້ໄດ໋! ແຕ່ວ່າກ່ອນບຸນກຸດຈີນປີນີ້ ກໍ່ມີຜູ້ແທນປະຊາຊົນຜູ້ໜຶ່ງຂອງນະຄອນຊຽງໄຮ ອອກມາຮຽກຮ້ອງວ່າ: ງານລ້ຽງຂອງລັດບໍ່ຄວນເອົາເຫຼົ້າເໝົາຖາຍມາເສີບ! ຍ້ອນຫຍັງ? ຈັກໜ້ອຍຈະເວົ້າສູ່ຟັງ
ເພງ
ເວລາຕອນນີ້…………… ທ່ານ ເສິນ ຫາຍຊົ່ງ, ຮອງປະທານສະພາປະຊາຊົນຂອງກຳແພງນະຄອນຊຽງໄຮເວົ້າວ່າ: ລາຄາຂອງເຫຼົ້າເໝົາຖາຍມັນແພງຫຼາຍ ແລະເປັນເຫຼົ້າທີ່ຫຼູຫຼາແລ້ວ ຄັນເອົາມາເສີບໃນງານລ້ຽງ ຫຼື ຕ້ອນຮັບແຂກຂອງລັດມັນກໍ່ອາດຈະນຳໄປສູ່ການໃຊ້ງົບປະມານລັດແບບຊະຊາຍ! ສ່ວນ ທ່ານ ສີ ຊິວຊິ່ນ, ຜູ້ແທນປະຊາຊົນອີກຜູ້ໜຶ່ງເວົ້າວ່າ: ດຽວນີ້ເໝົາຖາຍລາຄາສອງພັນກ່ວາຢວນ ມັນບໍ່ແມ່ນເຫຼົ້າທຳມະດາທີ່ທຸກຄົນສາມາດຊື້ມາດື່ມໄດ້ແລ້ວ! ແຕ່ທ່ານ ຢວນ ເຣິນໂກວ່ ປະທານກຸ່ມເຫຼົ້າເໝົາຖາຍກໍ່ໂຕ້ແຍ້ງວ່າ: ເນື້ອທີ່ທີ່ກາໝາຍພາຍໃນປະເທດຈະຢູ່ລອດ ດຽວນີ້ມີຈຳກັດຫຼາຍ, ສະນັ້ນເຫຼົ້າພາຍໃນປະເທດດ້າມ 2-3 ຍີ່ຫໍ້ຢູ່ລອດກໍ່ຕ້ອງການຄວາມສະໜັບສະໜຸນແລະສົນໃຈຈາກຜູ້ບໍລິໂພກພາຍໃນຄືກັນ! ສ່ວນ ທ່ານ ຈີ ເກີລຽງ ປະທານກິຕິມະສັກຂອງກຸ່ມບໍລິສັດເໝົາຖາຍ ກໍ່ເວົ້າໃນປີກາຍນີ້ວ່າ: ພວກເຮົາບໍ່ເຄີຍຍົກລະດັບຂອງເຫຼົ້າເໝົາຖາຍຂື້ນເປັນສິນຄ້າເຄື່ອງດື່ມຫຼູຫຼາ, ລາຄາເຫຼົ້າເຮົາກໍ່ຖືກກ່ວາເຫຼົ້າແວງຫຼືເຫຼົ້າຂາວຈາກຕ່າງປະເທດຫຼາຍພັນຢວນ. ສະພາບຂອງຄົນຈີນປະຈະບັນຄັນເຂົາເຈົ້າບໍ່ດື່ມທຸກມື້ ກໍ່ພໍຊື້ເໝົາຖາຍມາດື່ມໄດ້ຢູ່ວ່າຊັ້ນ! ສ່ວນ ທ່ານ ເສິນ ຫາຍຈາວ ນັກສຳຫຼວດຂອງສະຖາບັນສຳຫຼວດຍີ່ຫໍ່ສິນຄ້າຈີນ ກໍ່ມີຄຳເຫັນວ່າ: ສິນຄ້າຫຼູຫຼາໃນຕົວຂອງມັນເອງກໍ່ບໍ່ມີບັນຫາດັອກ ຄັນບໍ່ຖືກນຳໃຊ້ໃຫ້ເປັນເປົ້າໝາຍທີ່ເຊື່ອມໂຍງໄປຫາການສໍ້ລາດບັງຫຼວງ ສະນັ້ນຜູ້ຜະລິດເຫຼົ້າທີ່ມີຄຸນນະພາບສູງຄວນຕັ້ງໃຈຫຼາຍຂື້ນ ເພື່ອເຮັດການຕະຫຼາດແລະນຳພາແນວຄິດຂອງມວນຊົນໄປໃນທາງທີ່ດີ, ເໝົາຖາຍຄວນແລະຕ້ອງນະໜ້າເພື່ອໄປສູ່ສາກົນແລະໃຫ້ກາຍເປັນຕົວແທນຂອງເຫຼົ້າຂາວຈີນ. ລອງເບິ່ງແມ້ຖ້າລົມກັນກ່ຽວກັບເຫຼົ້າແວງ ຍີ່ຫໍ້ທຳອິດທີ່ຄົນຕ້ອງຄິດເຖິງ Lafite ລາຟີເຕຍ, ສະນັ້ນເຫຼົ້າຂາວຈີນຈະບຸກຕະຫຼາດສາກົນໄດ້ຫຼືບໍ່? ອີກດົນປານໃດຈະແຂ່ງຂັນກັບຍີ່ຫໍ່ດັງຂອງໂລກໄດ້ຫຼືບໍ່? ມັນກໍ່ຂື້ນກັບວ່າໂລກພ້ອມຈະຍອມຮັບວັດທະນະທຳເຫຼົ້າຂາວຂອງຈີນຫຼືບໍ່? ອື່, ກໍ່ມາຫຼາຍຄຳຄິດຄຳເຫັນເນາະ! ເອົາ, ໃຜຈະຄິດແນວໃດກໍ່ສິດທິສ່ວນຕົວເນາະ! ໃຜມີເງິນເຫຼືອຖົງບໍ່ຮູ້ຊິເຮັດບໍ່ຮູ້ຊິໃຊ້ ບໍ່ຮູ້ບ່ອນໄປບໍລິຈາກເພື່ອການກຸສົນ ຢາກຊື້ກໍ່ຊື້! ແຕ່ໜຸ່ມໃຫຍ່ນິບໍ່ຊື້ແນ່ນອນ ຄືວ່າຫັ້ນລະວ່າແພງຊ່ຳໃດກໍ່ແພງເທາະ ແຕ່ມັນກໍ່ໄໝ້ຕັບທຳລາຍໃຕຄືເກົ່າ! ໄດ້ຍິນຂ່າວວ່າຫຼາຍລາຍລະເດກິນແຕ່ເຫຼົ້າ ກິນແຕ່ວິສກີ້ແພງໆ ສຸດທ້າຍກໍ່ເຂົ້າໂຮງໝໍເປັນພະຍາດຮ້າຍແຮງ! ທຸລະກິດພວມໄປໄດ້ດີ ໜ້າທີ່ການງານພວມໄປໄດ້ດີ ແຕ່ກໍ່ມາຕົກຕ່ຳຍ້ອນເຫຼົ້າ ມາເຮັດໃຫ້ສຸຂະພາບອ່ອນເພຍ ຫຼືເສຍຊີວິດໄປເລີຍກໍ່ມີ! ຄືນນີ້ໜຸ່ມໃຫຍ່ກໍ່ເອົາເລື່ອງເຫຼົ້າຂາວລາຄາແພງໆມາເວົ້າສູ່ຟັງ! ກໍ່ມີທັງດ້ານບວກແລະດ້ານລົບ ລະກະມີຫຼາຍຄຳເຫັນຕໍ່ເລື່ອງນີ້! ເຫຼົ້າຂາວເມືອງຄົງຄັນເຮັດດີໆ ກໍ່ຊິຍົກລະດັບໄດ້ຄືກັນໄດເນາະທ່ານຜູ້ຟັງ! ຢູ່ແຂວງວຽງຈັນແຕ່ກີ້ເຫຼົ້ານາຊູ ກໍ່ດັງບໍ່ແມ່ນທຳມະດາ ແຕ່ວ່າດຽວນີ້ຈັກເປັນແນວໃດບຸ ຄຸນນະພາບຄວາມເຂັ້ມຈຶ່ງຫຼຸດລົງ! ເອົາພໍທໍ່ນີ້ກ່ອນເລື່ອງເຫຼົ້າເລື່ອງຢາ. ຂໍຝາກຂໍເຕືອນສະຕິໄວ້ວ່າ: ເຫຼົ້າຄັນກິນເປັນແມ່ນເຮົາກິນມັນ ຄັນກິນບໍ່ເປັນແມ່ນມັນກິນເຮົາຄືນ!
ເພງ
ຈົບ