ວັນ​ແຫ່ງ​ຄວາມ​ຮັກ​ຢູ່​ຈີນ

(GMT+08:00) 2012-04-26 14:54:03     cri
ສະບາຍດີ​ມິດ​ຮັກ​ແຟນລາ​ຍກາ​ນ​ເບິ່ງ​ເມືອງ​ຈີນ​ທຸກໆ​ທ່ານ! 19 ​ໂມງ​ປັບ​ພົບ​ກັບ​ໜຸ່ມ​ໃຫຍ່​ອາລົມ​ດີ​ທີ່​ນຳ​​ເອົາ​ລາຍການ​ເບິ່ງ​ເມືອງ​ຈີນ​ມາ​ພົບ​ກັບ​ທ່ານ​ທຸກ​ມື້​ທາງ​ຄື້ນ CRI FM 93Mhz! ພົບ​ກັນມື້​ນີ້​ກໍ່​​ແມ່ນ​ຄືນ​ວັນ​ອັງຄານ, ທີ 14 ກຸມພາ 2012 ​ເດືອນ​ນີ້ມີ​ແຕ່ 29 ມື້​ໄດ​ທ່ານ​ຜູ້​ຟັງ! ບາງ​ທ່ານ​ລືມ​ແລ້ວ​ບໍ່​ຈັກ ມື້​ສອງ​ມື້​ມາ​ເບິ່ງ, ມາຟັງຂ່າວ​ຄາວ​ຂອງປະ​ເທດ​ຕາ​ເວັນ​ຕົກ​ຫຼື​ບາງ​ປະ​ເທດ​ອອ້ມ​ແອ້ມ​ລາວ​ເຮົາ​ນິກໍ່​ຄື​ວ່າ​ຟົດ​ຟື້ນ​ສະ​ອິ່ນ​ສະອອນ​ນຳ​ແທ້ໆ ກັບ​ວັນ​ແຫ່ງ​ຄວາມ​ຮັກ ຫຼື​ເພິ່ນ​ເອີ້ນ​ເປັນ​ພາສາ​ອັງກິດ​ວ່າ: Valentine's day, ຊາວໜຸ່ມລາວ​ບ່າວ-ສາວ​ນ້ອຍ​ໃຫຍ່ຈຳນວນ​ໜຶ່ງ​ກໍ່​ຫ້າວ​ຂະໜາດ ​ເພື່ອ​ສະຫຼອງ​ກັນ​ໃນ​ມື້​ນີ້ ຮ້ານ​ດອກ​ໄມ້​ນ້ອຍ​ແຄມ​ທາງ​ປົ່ງ​ຂື້ນ​ປານ​ດອກ​ເຫັດ ກຸຫຼາບ​ແດງ​ຢູ່​ວຽງ​ຈັນ​ນີ້​ໄປ​ເສັ້ນ​ໃດ​ກໍ່​ເຫັນ​ໝົດ ຂອງ​ຂັວນຕຸກກະຕາ​ຕິດ​ຄຳ​ວ່າ LOVE ມີ​ຂາຍ​ໄປ​ທົ່ວ! ​ເວົ້າ​ແທ້​ແລ້ວ​ເວົ້າ​ເຖິງ​ຄຳ​ວ່າ​ຮັກ​ມັນ​ກໍ່​ດີ​ໝົດ​ຫັ້ນລະ​ເນາະທ່ານ​ຜູ້​ຟັງ! ຮັກ​ກັນ​ມັນ​ດີ​ກ່ວາ​ຊັງ​ກັນ​ຢູ່​​ແລ້ວ ​ເພາະວ່າ​ຄັນ​ສ້າງ​ຮັກ​ມັນ​ກໍ່​ໝາຍ​ຄວາມ​ວ່າ​ສ້າງ​ມິດ ຄັນ​ສ້າງ​ຄວາມ​ກຽດ​ຊັງ​ມັນ​ກໍ່​ໝາຍ​ຄວາມ​ວ່າ​ສ້າງສັດຕູ​ແມ່ນ​ບໍ່​ລະ? ​ແຕ່​ວ່າ​ອັນ​ທີ່​ໜ້າ​ເປັນ​ຫ່ວງ​ນັ້ນລະ​ແມ່ນ ອັນ​ໜຶ່ງ​ມັນ​ບໍ່​ແມ່ນ​ວັດທະນະທຳ​ເຮົາ ​ແຕ່​ບ່າ​ວ-ສາວ​ຈຳນວນ​ໜຶ່ງ​ໄປ​ເຫີ່​ນຳ​ແຮງ​ໂພດ ​ໄປ​ຕາມ​ກະ​ແສ​ຂອງ​ສື່​ຕາ​ເວັນ​ຕົກ ​ແລະ​ສື່​ຂອງ​ບາງ​ປະ​ເທດ​ໃກ້​ຄຽງ​ທີ່​ຫຼົງ​ໄຫຼ​ນຳ​ວັດທະນະທຳ​ຕາ​ເວັນ​ຕົກ!​ ອັນ​ສອງ​ກໍ່​ແມ່ນ​ພວກ​ທຸລະ​ກິດ​ຫົວ​ໃສ​ຈຳນວນ​ໜຶ່ງ​ ​ໂດຍ​ສະ​ເພາະ​ແມ່ນ​ທຸລະ​ກິດ​ບັນ​ເທີ​ງນິລະ! ບໍ່​ວ່າ​ຈະ​ເປັນ Night cub, bar, Karaoke, ຮ້ານ​ອາຫານ, ​ໂຮງ​ແຮມ ບາງ​ແຫ່ງ​ກໍ່​ສວຍ​ໂອກາດສ້າງ​ກິດຈະກຳ​ບາງ​ອັນ​ທີ່​ກະ​ຕຸ້ນ​ໃຫ້​ຊາວ​ໜຸ່ມຫຼົງ​​ໄຫຼ​ນຳ​ວັດທະນະທຳ​ຕາ​ເວັນ​ຕົກນີ້​ຢ່າງ​ຮຸນ​ແຮງ! ບໍ່​ວ່າ​ຈະ​ເປັນ​ການ​ຫຼຸດ​ແລກ​ແຈກ​ແຖມ ຊັກ​ຊວນ​ກັນ​ສະຫຼອງ ດື່ມ​ຈົນ​ມຶນ​ເມົາ​ຂາດ​ສະ​ຕິ​ສະຕາງ ​ໂດຍ​ສະ​ເພາະ​ຜູ້​ສາວ​ນ້ອຍ​ສາວ​ໃຫຍ່​ຈົນ​ເສຍ​ຄວາມ​ບໍລິ​ສຸດ​ໃນ​ມື້​ນີ້​ກໍ່​ອາດ​ມີ! ຂໍ​ນຳ​​ເດີ້​ນ້ອງ​ນຸ່ງ​ຍິງ​ສາວ​ທີ່​ລົງ​ເຮືອນ​ໃນ​ມື້​ນີ້ ຢ່າ​ໄປ​ຫຼົງ​ນຳ​ກະ​ແສ​ນິຍົມ​ທີ່​ຜິດໆ ​ໄປ​ໄດ້​ດອກ​ກຸຫຼາບ​ງາມໆ ​ດື່ມ​ເຫຼົ້າ​ເຂົ້າ​ໄປ ​ແລ້ວ​ໄປ​ມອບ​ຄວາ​ວສາວ​ໃຫ້​ຄູ່​ຮັກ​ແບບ​ໃຈງ່າຍ​ໃນ​ມື້​ນີ້ ຢ່າ​ເຮັດ​​ແທ້ໆ ມັນ​ມີ​ແຕ່​ຈະ​ສ້າງ​ຜົນ​ສະທ້ອນ​ທາງ​ລົບ​ມາ​ເດີ້! ພໍ່-​ແມ່ ຜູ້​ປົກຄອງ​ຄືກັນ ລູກ​ລົງ​ເຮືອນ​ຄືນ​ນີ້​ໄດ້​ເຕືອນ​ສະຕິ​ລູກ​ດີ​ລະ​ບໍ່? ​ໂດຍ​ສະ​ເພາະ​ລູກ​ສາວ​ຫັ້ນ! ​ເປັນ​ໄປ​​ໄດ້​ບໍ່​ໃຫ້​ລົງ​ເຮືອນ​ເລີຍ​ແຮ່ງ​ດີ ​ໂດຍ​ສະ​ເພາະ​ຜູ້ທີ່​ຍັງ​ບໍ່​ຮູ້​ອີ່​ໂນ​ອີ່​ເນ​ຫັຍ​ງຫັ້ນນະ! ​ໂດຍ​ສະ​ເພາະ​ຜູ້​ສາວ​ທີ່​ອາຍຸ​ຕ່ຳ​ກ່ວາ 20 ປີ​ແນວ​ນີ້​ສ່ຽງ​ຫຼາຍ ທີ່​ຈະ​ຕົກ​ເປັນ​ເຫ​ຍື່ອຂອງ​ບັນດາ​ຜູ້​ບ່າວ​​ໃຫຍ່ ບ່າວນ້ອຍ ທີ່​ຈະ​ສວຍ​ໂອກາດ​ໃນ​ຄືນ​ທີ່​ພາກັນ​ວ່າ ​ໂຣ​ແມນ​ຕິກ​ທີ່​ສຸດ​ເລີຍ​ໃນ​ຄືນ​ນີ້! ​ເອົາ, ​ເຕືອນ​ມາ​ດ້ວຍຄວາມ​ເປັນ​ຫ່ວງ​ເປັນ​ໄຍອີ່ຫຼີ! ​ຟັງ​ເພງ​ຊຸດ​ທຳ​ອິດ​ກ່ອນ​ເນາະ! ​ແຕ່​ບໍ່​ຕ້ອງ​ແປກ​ໃຈ​ເດີ້​ມິດ​ລາຍການ, ຄືນ​ນີ້​ໜຸ່ມ​ໃຫຍ່​ຈະ​ເປີດ​ເພງ​ຈີນ​ກັບ​ເພງ​ອັງກິດ​ສະ​ຫຼັບ​ສັບ​ປ່ຽນ​ກັນ​ໄປ! ມາ​ຟັງ​ເພງ​ຊຸດ​ທຳ​ອິດສາ​ກ່ອນ​ແລ້ວ​ຈະ​ມາ​ເວົ້າ​ເລື່ອງ​ບັນຍາກາດ​ການ​ສະຫຼອງ​ວັນ​ແຫ່ງ​ຄວາມ​ຮັກ​ຢູ່​ຈີນ​ສູ່​ຟັງ​ວ່າ​ເປັນ​ແນວ​ໃດ?

​ເພງ

ສ​ອງ​ເພງ​ທຳ​ອິດ​ມ່ວນ​ໆ​ຊື້​ງໆ​ຜ່ານ​ໄປ​ເຂົ້າ​ກັບ​ບັນຍາກາດ​ວັນ​ວາ​ເລນ​ທາຍ​ຂອງ​ຕາ​ເວັນ​ຕົກ​ດີ! ​ເວົ້າ​ເຖິງ​ມື້​ນີ້​ແລ້ວ​ບ່າວ​ສາວ​ຈີນ​ກໍ່​ເຫີ່​ບໍ່​ແມ່ນ​ທຳ​ມະ​ດາ​ໄດ​ທ່ານ​ຜູ້​ຟັງ! ບ່າວ​ສາວຫຼາຍ​ຄົນ​ກໍ່​ເຈັບຫົວ​ຍ້ອນ​ຊື້ຂອງ​ຂັວນ​ແພງໆ​ໃຫ້​ແຟນສາວ! ​ແຕ່​ຫຼາຍ​ຄົນ​ກໍ່​ຫາ​ປະ​ຢັດດີ ບໍ່​ຕ້ອງ​ອອກ​ໄປ​ກິນ​ເຂົ້າຄ່ຳ, ບໍ່​ຕ້ອງ​ໄປ​ເບິ່ງ​ຮູບ​ເງົາ, ບໍ່​ຕ້ອງ​ໄປ​ເທັກ​ໄປ​ບາ! ຝາກ​ຄວາມ​ຈາກ​ໃຈ​ຜ່ານ​ອິນ​ເຕີ​ເນັດ​ກໍ່​ໄດ້ ປະຢັດ​ດີ! ດຽວ​ນີ້​ເຄືອ​ຂ່າຍ​ສັງຄົມ​ອອນ​ລາຍ​ມີປະ​ໂຫຍ​ດຫຼາຍບໍ່​ວ່າ​ຈະ​ເປັນ Facebook, MSN, Twiter, Skype ​ແລະ​ອື່ນໆ! ສົ່ງ​ສຽງ, ຮູບ​, ຕົວ​ໜັງສື​ງາ​ມໆ​ໄດ້ໝົດ ຊິ​ເອົາ​ໂຣ​ແມນ​ຕິກ​ຊ່ຳ​ໃດ? ຢູ່​ຈີນ​ເວັບ​ໄຊ ທຽນ​ຍາ.cn​ໄດ້​ຮັບ​ຄວາມ​ນິຍົມ​ຫຼາຍ! ຜູ້​ບ່າວ​ຜູ້​ສາວ​ຈີນ​ສົ່ງ​ຄວາມ​ໃນ​ໃຈ​ຫວານໆ​ຫາ​ກັນ​ອຶກ​ກະ​ທຶກ, ນັບ​ມາ​ຮອດ 7​ໂມງ​ແລງ​ວານ​ນີ້​ມີ​ບ່າວ​ສາວ​ຫຼື​ຜູ້​ອື່ນໆ​ສົ່ງ​ຄຳຫວາ​ນໆ​ໃຫ້​ກັນ​ຜ່ານ​ເວັບ​ໄຊ​ນີ້​ຕັ້ງວ່າ 527.731 ຂໍ້​ຄວາມ. ມື້​ນີ້​ໝົດ​ມື້​ແຮ່ງ​ຊິ​ເຕັມ​ແລ້ວ! ​ແຕ່​ເວັບ​ນີ້​ຈຳກັດ​ຄຳ​ເວົ້າ​ເທື່ອໜຶ່ງ​ໄດ້ 140 ຄຳ​ເທົ່າ​ນັ້ນ, ກໍ່​ຍາວ​ເຕີບ​ແລ້ວ​ເນາະ! ສ່ວນ​ຫຼາຍ​ຄົນ​ເຮົາ​ສົ່ງ​ຄຳ​ເວົ້າດີໆ​ງາມໆ​ໃຫ້​ກັນ​ສັ້ນໆ​ແຕ່​ຄົມ​ຄາຍ​ກິນ​ໃຈ​ກໍ່​ໄດ້​ແລ້ວ! ຄຳຫວາ​ນໆ​ຢູ່​ຂອກ​ແຄ​ແຈ​ຮົ້ວ​ໃດ​ກໍ່​​ໄປແງະ​ໄປ​ໂງ້​ເອົາ​ມາ​ໃຊ້​ມື້​ນີ້​ໝົດ​ລະນໍ້! ຜູ້​ຊື່ວ່າ ສຽວສຽວ​ໝີ ຂຽນ​ຂື້ນ​ວ່າ: ມື້​ນີ້​ແລະ​ມື້​ອື່ນ! ຖ້າ​ໄດ້ພຽງ​ສອງ​ມື້ ມັນ​ຈະ​ແມ່ນ​ມື້ກາງ​ເວັນ​ແລະ​ກາງຄືນ, ຖ້າ​ໄດ້​ແຕ່​ມື້​ດຽວ​ມັນ​ຈະ​ແມ່ນ​ທຸ​ກໆ​ມື້​ພຸ້ນ​ຕວະ! ຫວານ​ຈົນ​ມົດ​ຕອມ​ຍຶໆເນາະ! ຜູ້​ໃສ່​ລະຫັດ​ຕົວ​ເອງ​ວ່າ​ 2204371701 ກໍ່​ຂຽນ​ວ່າ: ຂ້ອຍ​ເຫັນ​ຊື່​ເຈົ້າຢູ່​ເທິງ​ເວັບ​ໄຊ ​ແລະ​ຂ້ອຍ​ຄິດ​ຮອດ​ເຈົ້າທີ່​ສຸດ​ເລີຍ! ຄວາ​ມຮັກ​ຄັ້ງທຳ​ອິດ​ຂອງ​ຂ້ອຍ! ຂ້ອຍ​ຄິດ​ຮອດ​ມື້​ທີ່​ພວກ​ເຮົາ​ຢູ່​ນຳ​ກັນ​ແລະ​ຂໍ​ອວຍພອນ​ໃຫ້​ເຈົ້າຈົ່ງ​ມີ​ຄວາມສຸກ​ຕະຫຼອດ​ໄປ! ຜູ້​ຊື່ວ່າ ສູ້​ເຝີ​ຍ ຈູ​ຊື ກໍ​ຂຽນ​ວ່າ: ຄວາມ​ເສຍດາຍ​ທີ່​ບໍ່​ມີ​ເວລາ​ຢູ່​ກັບ​ແຟນ​ໃນ​ວັນ​ແຫ່ງ​ຄວາມ​ຮັກ​ວ່າ: ຂ້ອຍ​ຕ້ອງການ​ໃຊ້​ເວລາ​ທີ່​ເຫຼືອ​ທັງ​ໝົດ​ຊີວິດ​ຢູ່​ກັບ​ເຈົ້າ! ອື່, ຊື້​ງຂະໜາດ​ເນາະ! ບໍ່​ອຶດ​ແຕ່​ຄຳ​ເວົ້າຫວານໆ​ສົ່ງ​ຫາ​ກັນ​ຈີບ​ກັນ. ທ່ານ ທັນ ​ເກີ​ຈຽງ ນັກ​ສຳ​ຫຼວດຂອງ​ສະ​ຖາ​ບັນ​ສຳ​ຫຼວດວິທະຍາສາດ-ສັງຄົມ​ແຂວງ ຊ່ານ​ຊີ ​ເວົ້າວ່າ: ການ​ສົ່ງ​ຄຳ​ຮັກ​ຜ່ານ​ທາງ​ອິນ​ເຕີ​ເນັດ ທຽບ​ກັບ​ການ​ສົ່ງ​ຈົດໝາຍ​ຮັກ​ໃນ​ເມື່ອກ່ອນ​ມັນ​ກໍ່​ຄື​ກັນ ​ເພາະວ່າ​ທັງ​ສອງ​ວິທີ​ມັນ​ກໍ່​ແມ່ນ​ການ​ນຳ​ສົ່ງ​ອາລົມ​ຄວາ​ມຮູ້​ສຶກ​ເຖິງ​ກັນ ​ແຕ່​ຄວາມ​ແຕກ​ຕ່າງ​ຂອງ​ມັນ​ກໍ່​ຄື​ຈົດໝາຍ​ເປັນ​ສ່ວນ​ຕົວ​ກ່ວາ! ​ແຕ່​ຄັນ​ເຮົາ​ພິມ Post ຂື້ນ​ເທິງ​ເວັບ​ໄຊ​ມັນອາດ​ຈະ​ສາມາດ​ສົ່ງ​ຕໍ່​ໄປ​ໃຫ້​ຜູ້​ອື່ນ​ໆ​ອ່ານ​ໄດ້​ນຳ​ຢ່າງ​ກ້ວາງ​ຂວາງ ສະນັ້ນຄັນ​ເນື້ອ​ໃນ​ທີ່​ສົ່ງ​ຂື້ນ​ເວ​ບມັນ​ບໍ່​ເກີນ​ຂອບ​ເຂດ ​ແລະ​ບໍ່​ໄປ​ແຕະຕ້ອງ​ສິດ​ສ່ວນ​ຕົວ​ຂອງ​ຜູ້​ອື່ນ ມັນ​ກໍ່​ເປັນ​ວິທີ​ທາງ​ທີ່​ດີ​ຄື​ກັນ! ​ເພິ່ນ​​ເວົ້າກໍ່​ໜ້າ​ຄິດ ສະນັ້ນລະວັງ​ກັນ​ແດ່​ຊາວ​ໜຸ່ມ​ທີ່​ໃຊ້ Social Network ທັງຫຼາຍ​ຈະ Post ຫັຍ​ງຂື້ນ​ໄປ ບໍ່​ວ່າ​ຈະ​ເປັນ​ຮູບ​ນິ້ງ ຮູບ​ວີ​ດີ​ໂອ ຫຼື ​ເນື້ອ​ໃນ​ຕ່າງໆ ຄຶດ​ແດ່ວ່າ​ມັນ​ຈະ​ມີ​ຜົນ​ດີ​ຫຼື​ບໍ່? ອັນ​ໃດ​ແດ່​ທີ່​ຈະ​ຕາມ​ມາ​ພາຍຫຼັງ ບໍ່​ແມ່ນ​ຄິດ​ຫາ​ແຕ່​ຄວາມ​ມ່ວນ​ຄວາມ​ຊື່ນ ບາງ​ເທື່ອ​ມັນ​ອາດ​ທຳລາຍ​ຊື່ສຽງ ​ໃບ​ໜ້າ​ໃບ​ຕາ​ເຮົາ ຕໍ່​ໄປ​ເຖິງ​ພໍ່​ແມ່​ຍາດ​ພີ່​ນ້ອງ​ໃນ​ໄລຍະ​ຍາວ​ກໍ່​ໄດ້​ໄດ໋! ຄຶດ​ກ່ອນ​ເຮັດ ບໍ່​ແມ່ນ Post ຂື້ນ​ໄປ​ແລ້ວ​ຈັ່ງ​ມາ​ຄຶດ ມັນ​ແກ້​ໄຂ​ຫຍັງ​ບໍ່​ໄດ້​ແທ້​ໄດ! ອະ! ຟັງ​ເພງ​ກ່ອນ​ເນາະ​​ແລ້ວ​ຈະ​ມາ​ລົມ​ສູ່​ຟັງ​ວ່າ​ຢູ່​ຈີນ​ມີ​ຄົນ​ກຸ່ມ​ໜຶ່ງ​ທີ່​ມີ​ແນວ​ຄິດ​ສັງ​ສັນ ​ເພື່ອ​ຕໍ່ຕ້ານ​ການ​ມີ​ຊູ້​ມີ​ກິກ ຕໍ່ຕ້ານ​ການ​ນອກ​ໃຈ​ໃນ​ວັນ​ແຫ່ງຄວາ​ມຮັກ ​ແລ​ະ ຕໍ່ຕ້ານ​ກະ​ແສ​ນິຍົມ​ທີ່​ບໍ່​ດີ​ຂອງ​ຊາວ​ໜຸ່ມ​ທີ່​ມັກ​ໄປ​ນອນ​ນຳ​ກັນ​ໃນ​ວັນ​ວາ​ເລນ​ທາຍ!

​ເພງ

ສອງ​ເພງ​ຊຶ້ງໆ​ຜ່ານ​ໄປ! ​ໂດຍ​ສະ​ເພາະ​ເພງ​ຈີນ​ທີ່​ຫາ​ກໍ່​ຈົບ​ໄປ​ກີ້​ນີ້​ແມ່ນ ກຸຫຼາບ​ແດງ 999 ດອກ! ​ໃນ​ຄວາມ​ໝາຍ​ຂອງ​ຈີນ​ເລກ 9 ສາມ​​ໂຕ​ແມ່ນ​ໝາຍ​ເຖິງ: ນິລັນດອນ ​ໄດ​ທ່ານ​ຜູ້​ຟັງ! ດອກ​ກຸຫຼາບ​ແດງ 999 ດອກ ໝາຍ​ເຖິງ ຄວາມ​ຮັກ​ທີ່​ນິລັນດອນ ຫຼື Forever Love ນັ້ນລະ! ຄວາມ​ໝາຍ​ດີ​ຂະໜາດ​ເນາະ! ຢາກ​ໃຫ້​ແຟນຫຼື​ຜົວ-​ເມຍ​ທຸກ​ຄູ່​ເປັນ​ແນວ​ນີ້​ເດ້! ສັງຄົມ​ຄື​ຊິ​ສະຫງົບ​ຜາ​ສຸກ​ອົບ​ອຸ່ນດີ! ​ມາ​ຟັງ​ກ່ຽວ​ກັບ​ຢູ່​ຈີນ​ມີ​ກຸ່ມ​ຄົນ​ທີ່​ມີ​ແນວ​ຄິດ​ສັງ​ສັນ​ດີ​ຫຼາຍ​ກຸ່ມ​ໜຶ່ງ! ​ເຂົາ​ເຈົ້າ​ເຮັດ​ປ້າຍ​ໂຄສະນາ​ບັກ​ໃຫຍ່​ໄປ​ຕິດ​ຕັ້ງ​ໄວ້​ແຄມຖະໜົນ​ທີ່​ສຳຄັນ​ວ່າ: ຂໍ​ຢ່າ​ໃຫ້​ວັນ​ແຫ່ງ​ຄວາມ​ຮັກ​ກາຍ​ເປັນ​ວັນ​ບຸນ​ແຫ່ງ​ການ​ນອກ​ໃຈ ​ແລະ ຂໍ​ໃຫ້​ຄວາ​ມຮັກ​ກັບ​ເຮືອນ ! ​ເຂົາ​ເຈົ້າຕິດ​ຢູ່​ແຄມ​ທາງ​ດ່ວນ ສື​ຫວງ ​ໃນ​ນະຄອນ ຈື້ຢ່າ​ຈ່ວງ ​ແຂວງ ​ເຫີ​ເປີ​ຍ. ຊື່​ແທ້ໆ​ຂອງ​ກຸ່ມ​ຄົນ​ທີ່​ມີ​ແນວ​ຄິດ​ສັງ​ສັນ​ນີ້​ແມ່ນ: ກຸ່ມ​ເຄືອ​ຂ່າຍ​ຕໍ່ຕ້ານ​ການ​ມີ​ຊູ້! ​ເຂົາ​ເຈົ້າ​ເປັນ​ກຸ່ມ​ຜູ້​ຍິງ​ທີ່​ໃຊ້​ອິນ​ເຕີ​ເນັດ​ໃນ​ນະຄອນ ຈື້ຢ່າ​ຈ່ວງ ​ເຂົາ​ເຈົ້າ​ເຫັນ​ເຖິງຄວາມ​ອັນຕະລາຍ​ຂອງ​ການ​ມີ​ຊູ້ ນອກ​ໃຈ​ຜົວ​ນອກ​ໃຈ​ເມຍ​ວ່າ​ຊັ້ນ​ສະ! ລວມ​ໄປ​ເຖິງ​ຊາວ​ໜຸ່ມ​ທີ່​ມັກ​ສະຫຼະ​ຄວາມ​ສົດ​ໃຫ້​ກັນ​ກ່ອນ​ໄວ​ອັນ​ຄວນ​ໃນ​ມື້​ວັນ​ແຫ່ງ​ຄວາມ​ຮັກ ທີ່​ເປັນ​ກາ​ນກະທຳ​ທີ່​ບໍ່​ດີ​ເລີຍ! ​ເຂົາ​ເຈົ້າກໍ່​ເລີຍ​ຮ່ວມ​ກັນ​ເປີດ​ເວັບ​​ໄຊ​ຕໍ່ຕ້ານ​ການ​ມີ​ຊູ້​ຂື້ນ​ມາ. ​ໂດຍ​ໃສ່​ຄຳ​ຂັວນຂອງ​ເວັບ​​ໄຊ​ວ່າ: " ຫ່າງ​ໄກ​ກັນ​ຫຼາຍ​ມັກ​ມີ​ຊູ້ ຈົ່ງ​ຖະໜອມ​ຮັກ​ທີ່​ມີຄຸນຄ່າ " ຖື​ວ່າ​ເວັບ​ຂອງ​ເຂົາ​ເຈົ້າ​ໄດ້​ຮັບ​ການ​ຕອບ​ຮັບ​ທີ່​ດີ​ຫຼາຍ​ຈາກ​ຜູ້​ໃຊ້​ອິນ​ເຕີ​ເນັດທັງຫຼາຍ​ໃນ​​ເວລາ​ບໍ່ພໍ​​ເທົ່າ​ໃດ​ເດືອນ​ຜ່ານ​ມາ​ນີ້! ​ເວັບ​ໄຊ​ນີ້ຍັງ​ແຈ້ງ​ໃຫ້​ຕຳຫຼວດ​ຈັບ​ເວັບ​ໄຊ​ທີ່​ລາມົກ​ອະນາ​ຈານ ຈົນ​ໄດ້​ຮັບ​ລາງວັນ​ຈາກ​ລັດຖະບານ 10.000 ຢວນ​ໃນ​ປີ​ກາຍນີ້! ​ແຕ່​ວ່າ​ກໍ່​ຖືກ​ຂົ່ມຂູ່​ຈາກ​ກຸ່ມ​ມື​ມືດ​ຄື​ກັນ​ໄດ໋! ຜູ້​ອຸປະຖຳ​ເວັບ​ນີ້​ແມ່ນ​ທ່ານ ຢາ​ໄຫ່ຊິ່ນ ບອກ​ວ່າ​ໃນ​ບໍ່​ພໍ​ເທົ່າ​ໃດ​ໃນ​ປີຜ່ານ​ມາ​ນີ້ ກຸ່ມ​ທຸລະ​ກິດ​ໄດ້​ທຸ້ມການ​ໂຄສະນາ​ຈັດ​ກິດຈະກຳ​ຕ່າງໆ​ເພື່ອ​ກະ​ຕຸ້ນ​ໃຫ້​ຄົນ​ຈີນ​ມາສະ​ຫຼອງ​ວັນ​ວາ​ເລ​ນທາຍ ຈົນ​ນິຍົມ​ກັນ​ໄປ​ໝົດ​ໃນ​ໝູ່​ຊາວ​ໜຸ່ມ​ຈີນ ທັງໆ​ທີ່​ບໍ່​ແມ່ນ​ວັດທະນະທຳ​ຈີນ​ເລີຍ! ມັນ​ໄດ້​ສ້າງ​ເລື່ອງ​ທາງ​ລົບ​ຂື້ນ​ຫຼາຍ​ໃນ​ສັງຄົມ​ຈີນ​ໃນ​ລະ​ຫ່ວາງ​ວັນ​ແຫ່ງ​ຄວາມ​ຮັກ 14 ກຸມພາ​ນີ້! ທາງ​ເວັບ​ນີ້​ໄດ້​ທຳ​ການ​ສຳ​ຫຼວດຄວາມ​ເຫັນ ​ແລະ ພົບ​ວ່າ​ໃນ​ໄລຍະ​ວັນ​ແຫ່ງ​ຄວາມ​ຮັກ ວັນ​ວາ​ເລນ​ທາຍ​ເດ່ 14 ກຸມພາ​ນີ້ ການ​ບໍລິການທີ່​ຂາຍ​ດີ​ແບບ​ເທ​ນ້ຳ​ເທ​ທ່າ​ໄດ້​ດີ​ແມ່ນ ​ໂຮງ​ແຮມ, ​ເຮືອນ​ພັກ ມີ​ຄົນ​ຍາດ​ກັນ​ຈອງ​ລ່ວງ​ໜ້າ, ຮ້ານ​ບັນ​ເທີ​ງ, ຮ້ານ​ຂາຍ​ດອກ​ໄມ້​ສົດ​, ຮ້ານ​ເຊັກ​ຊັອບ, ຮ້ານ​ຂາຍ​ເຄື່ອງປະ​ດັບ! ​ແຕ່​ວ່າມີ​ຄູ່ຜົວ-​ເມຍ ພາກັນ​ໄປ​ສະຫຼອງ​ຈັກ​ຄູ່​​ແດ່? ​ເພິ່ນ​ຕັ້ງ​ຄຳ​ຖາມ​ທີ່​ໜ້າ​ຄຶດ​ຂື້ນ​ມາ! ຈົນ​ມີ​ຄົນ​ໃຊ້​ອິນ​ເຕີ​ເນັດ​ຢູ່​ຈີນ​ຈຳນວນ​ໜຶ່ງ​ເອີ້ນ​ວັນ​ວາ​ເລນ​ທາຍວ່າ: " ບຸນ​ຫຼິ້ນຊູ້ ຫຼິ້ນກິກ " ​ເວັບ​ໄຊ​ແນວ​ຄິດ​ສັງ​ສັນ​ກຸ່ມ​ນີ້​ຢູ່​ຈີນ​ຈຶ່ງ​ເຮັດ​ປ້າຍ​ໂຄສະນາ​ຂະໜາດ​ໃຫຍ່​ຂື້ນ​ມາ​ແລ້ວ​ເອົາ​ໄປ​ຕິດຕັ້ງ​ໄວ້​ຂ້າງ​ຖະໜົນ​ສຳຄັນ​ຂອງ​ນະຄອນ ຈື້ຢ່າ​ຈ່ວງ ​ແຂວງ ​ເຫີ​ເປີ​ຍ ​ເພື່ອ​ເຕືອນ​ສະຕິ​ກຸ່ມ​ຄົນ​ທີ່​ຫຼົງ​ໄຫຼ​ໃນ​ກາມ​ໂລກີ ທາງ​ເພດ​ທັງຫຼາຍ. ​ເຂົາ​ເຈົ້າ​ເຮັດ​ປ້າຍ​ຂະໜາດ​ໃຫຍ່​ທັງ​ໝົດ 4 ປ້າຍ ຂະໜາດ 18x6 ​ແມັດ ຢາຍ​ໄປ​ຕິດຕັ້ງຕາມ​ຖະໜົນ​ສາຍ​ສຳຄັນ​ກ່ອນ​ວັນ​ວາ​ເລນ​ທາຍ! ບໍລິສັດ​ເຮັດ​ປ້າຍ​ໂຄສະນາ​ກໍ່​ສະໜັບສະໜູນ​ແນວ​ຄິດ​ສັງ​ສັນ​ຂອງ​ເຂົາ​ເຈົ້າ ​ເລີຍ​ຫຼຸດ​ລາຄາ​ຄ່າ​ເຮັດ​ປ້າຍ​ໃຫ້​ເປັນ​ພິ​ເສດ! ຟັງ​ເພງ​ກ່ອນ​ແລ້ວ​ຄ່ອຍລົມ​ກັນ​ຕໍ່!

​ເພງ

ຂະນະ​ນີ້………… ຄືນ​ນີ້​ໜຸ່ມ​ໃຫຍ່​ພວມ​ລົມ​ເຖິງ​ກິ​ດຈະ​ກຳ​ສັງ​ສັນ​ຂອງ​ກຸ່ມ​ຜູ້ຍິງ​ຈີນ ຢູ່​ນະຄອນ ຈື້ຢ່າ​ຈ່ວງ ​ແຂວງ ​ເຫີ​ເປີ​ຍ ທີ່​ມີ​ທັງ​ເວັບ​ໄຊຕໍ່ຕ້າ​ນການ​ມີ​ຊູ້​ມີ​ກິກ ນອກ​ໃຈ​ຜົວ ນອກ​ໃຈ​ເມຍ ​ແລະ​ຕໍ່ຕ້ານ​ຊາວ​ໜຸ່ມ​ທີ່​ເສຍ​ຕົວ ​ເສຍ​ຄວາມ​ສາວ​ກ່ອນ​ໄວ​ອັນ​ຄວນ, ​ໃກ້​ວັນ​ແຫ່ງ​ຄວາມ​ຮັກ​ເຂົາ​ເຈົ້າກໍ່​ເຮັດ​ປ້າຍ​ບັກ​ໃຫຍ່ ​ໄປ​ຕັ້ງ​ໄວ້​ແຄມ​ຖະໜົນ​ເພື່ອ​ຕໍ່ຕ້ານ​ເລື່ອງ​ນີ້! ສະມາ​ຊິກ​ຜູ້​ໜຶ່ງ​ຂອງ​ກຸ່ມ​ນີ້ ນາມສະກຸນ ​ເຈົ້າ ​ເວົ້າວ່າ: ​ໃນ​ຖານະ​ທີ່​ເປັນ​ແມ່ຍິງ​ຜູ້​ໜຶ່ງ​ທີ່​ມີ​ລູກ​ສາວ​ຮຽນ​ຢູ່​ມັດທະຍົມ ​ເວລາ​ເຫັນ​ປ້າຍ​ໂຄສະນາ​ເອົາ​ລູກ​ອອກ ຢູ່​ໃກ້​ປະຕູ​ເຂົ້າ​ໂຮງຮຽນ ກໍ່​ອຸກ​ໃຈ​ວ່າ ລູກ​ສາວ​ຈະ​ເຕີບ​ໂຕ​ເປັນ​ສາວ​ຂື້ນ​ມາ​ແນວ​ໃດ? ​ແລະ​ຫວັງ​ວ່າ​ຄົນ​ໃນ​ສັງຄົມ​ຈະ​ຊ່ວຍ​ກັນ​ຕໍ່ຕ້າ​ນການ​ມີ​ຊູ້​ມີ​ກິກ ​ແລະ​ຕ້ານ​ຊາວ​ໜຸ່ມ​ທີ​ຫຼົງ​ລະ​ເລີງ​ກັບ​ກະ​ແສ​ສັງຄົມ​ຕາ​ເວັນ​ຕົກ ທີ່​ມັກ​ກັນ​ໄປທ່ຽວ​ຫຼິ້ນກິນ ຈົນ​ເມົາ​ມັນ ​ແລ້ວ​ກໍ່​ໄປ​ຈົບ​ທີ່​​ໂຮງ​ແຮມ, ​ເຮືອນ​ພັກ​ໃນ​ຄືນ​ວັນ​ວາ​ເລນ​ທາຍ! ອື່, ອັນ​ນີ້​ລະ​ເນາະຈິດ​ໃຈ​ຂອງ​ຜູ້​ເປັນ​ພໍ່-​ແມ່ ທີ່​ຫ່ວງ​ໄຍລູກ ​ໂດຍ​ສະ​ເພາະ​ລູກ​ສາວ. ບໍ່​ວ່າ​ຄົນ​ຈີນ, ຄົນ​ລາວ ຄົນ​ອາຊີ​ກໍ່​ຫ່ວງ​ລູກ​ໝົດ​ຊູ່​ຄົນຫັ້ນລະ! ຫ່ວງ​ນຳ​ກະ​ແສ​ວັດທະນະທຳ​ທີ່​ເປື່ອຍ​ເຍື່ອຍ​ບາງ​ອັນ​ຂອງ​ຕາ​ເວັນ​ຕົກບຸກ​ເຂົ້າມາ​ແຮງ​ໂພດ, ດ້ານ​ໜຶ່ງ​ຄົນ​ລຸ້ນ​ໃໝ່​ຈຳນວນ​ໜຶ່ງ​ກໍ່​ຫຼົງ​ໄຫຼ​ນຳ​ຈົນ​ບໍ່​ຮູ້​ຈຳ​ແນ​ກວ່າອັນ​ໃດ​ຖືກ ອັນ​ໃດ​ຜິດ ອັນ​ໃດ​ຄວນ ອັນ​ໃດ​ບໍ່​ຄວນ? ​ເວົ້າ​ເຖິງ​ຄວາມ​ຮັກ​ມັນ​ຫ້າ​ມກັນ​ບໍ່​ໄດ້​ນ້ອງ​ນຸ່ງ​ເອີ້​ຍ! ​ແຕ່​ວ່າ​ເຮົາ​ຈະ​ເຮັດ​ແນວ​ໃດ​ໃຫ້​ຖືກຕ້ອງ​ຕາມ​ຮີດຄອງ​ປະ​ເພນີ! ບໍ່​ທຳລາຍ​ອະນາຄົດ​ຂອງ​ຕົນ​ເອງ ບໍ່​ທຳລາຍ​ຊື່​ສຽງ​ໜ້າ​ຕາ​ຂອງ​ພໍ່-​ແມ່​ຍາດ​ພີ່​ນ້ອງ! ຢ່າ​ລືມ​ວ່າ ຖ້າ​ເວົ້າ​ເຖິງ​ຄວາມ​ຮັກ ມັນ​ບໍ່​ແມ່ນ​ມີ​ແຕ່​ສຳລັບ​ແຟນ​ເທົ່ານັ້ນ ຄວາມ​ຮັກ​ມັນ​ຄວນ​ມີ​ໄວ້​ໃຫ້ ພໍ່​-​ແມ່ ອ້າຍ​ເອື້ອຍ​ນ້ອງ​ຄອບຄົວ, ຍາດ​ພີ່ນ້ອງ​ຜູ້​ທີ່​ເພິ່ນ​ຮັກ​ເຮົາ​ຫ່ວງ​ເຮົາ​ນຳ! ຢ່າ​ລື​ມວ່າຄວາມ​ຮັກ​ທີ່​ບໍລິສຸດ​ທີ່​ສຸດ ຄວາ​ມຮັກ​ທີ່​ບໍ່​ຫວັງ​ສິ່ງ​ຕອບ​ແທນ​ກໍ່​ຄື​ຄວາມ​ຮັກ​ຈາກ​ພໍ່-​ແມ່ນັ້ນ​ເອງ.
​ເພງ
ຈົບ