ຂອງຂັວນປີໃໝ່ມີຫຍັງແດ່?
(GMT+08:00) 2012-04-26 14:55:07 cri
ສະບາຍດີມິດລາຍການທີ່ຮັກແພງ! ພົບກັນອີກແລ້ວກັບໜຸ່ມໃຫຍ່ອາລົມດີທາງຄື້ນ CRI FM 93Mhz ແຫ່ງນີ້! 19 ໂມງທຸກຄືນໜຸ່ມໃຫຍ່ນຳເອົາລາຍການເບິ່ງເມືອງຈີນມາພົບກັບທ່ານຜູ້ຟັງໂລດ! ມື້ນີ້ກໍ່ແມ່ນວັນພະຫັດ, ທີ 16 ກຸມພາແລ້ວ! ກາງເດືອນແລ້ວເດບຶດດຽວໜຶ່ງບໍ່ມີຫຍັງເວລາແລ່ນໄວແທ້ໆ! ຄັນແມ່ນເດືອນລາວກໍ່ແມ່ນມື້ແຮມ 9 ຄ່ຳ ເດືອນ 3 ລະໄດນິ! ສັງເກດເຫັນບໍ່ທ່ານຜູ້ຟັງຕື່ນເຊົ້າມາ ບັນຍາກາດຍາມຮ້ອນເລີ່ມມາລະເດີ້, ຕາເວັນກໍ່ບໍ່ກ້າປານໃດໄດ໋ຕອນເຊົ້າຈົນຮອດທ່ຽງນິລະ ມີໝອກແຫ້ງໆບາງໆບົດບັງຄວາມກ້າຂອງແສງແດດໄວ້ຊັ້ນໄດ໋! ກາງຄືນແນວນີ້ກໍ່ພໍເຢັນໜ້ອຍໜຶ່ງຢູ່ ແຕ່ຕໍ່ໄປກໍ່ຊິຮ້ອນຂື້ນຮ້ອນຂື້ນແລ້ວ 5-6 ໂມງແລງເດືອນກ່ອນມືດແລ້ວ ແຕ່ວ່າດຽວນີ້ 6 ໂມງປາຍກໍ່ຍັງບແລງເດືອນກ່ອນມືດແລ້ວ ແຕ່ວ່າດຽວນີ້ 6 ໂມງປາຍກໍ່ຍັງບແລງເດືອນກ່ອນມືດແລ້ວ ແຕ່ວ່າດຽວນີ້ 6 ໂມງປາຍກໍ່ຍັງບໍ່ໄດ້ໄຕ້ໄຟຕາລົດເທື່ອ! ກໍ່ແນວນີ້ລະທຳມະຊາດໝູນວຽນປ່ຽນໄປຕາມກາລະເວລາ ຕາມລະດູການ ຄົນເຮົາກໍ່ປ່ຽນໄປຕາມຍຸກຕາມສະໄໝຄືກັນ ບໍ່ວ່າຈະເປັນຈິດໃຈນິໄສໃຈຄໍ ການນຸ່ງຖື ແຕ່ວ່າຊິປ່ຽນແນວໃດກໍ່ປ່ຽນເນາະ ຂໍໃຫ້ປ່ຽນໄປໃນທາງທີ່ດີກ່ວາເກົ່າເທົ່ານັ້ນກໍ່ພໍນໍ້! ປ່ຽນຂີ້ຮ້າຍກ່ວາເກົ່າບໍ່ປ່ຽນຍັງດີກ່ວາ ແມ່ນບໍ່ທ່ານຜູ້ຟັງ! ເອົາ, ທັກທາຍກັນຊ່ຳນີ້ກ່ອນເນາະ! ແຕ່ສຳລັບເລື່ອງເມືອງຈີນທີ່ຈະຍົກຂື້ນມາເວົ້າສູ່ຟັງໃນມື້ນີ້ເຖິງແມ່ນວ່າບຸນກຸດຈີນຈະສິ້ນສຸດໄປແລ້ວແຕ່ທ້າຍເດືອນແລ້ວນີ້ ແຕ່ວ່າກໍ່ຍັງມີຫຼາຍເລື່ອງທີ່ກ່ຽວພັນ ແລະ ໜ້າສົນໃຈທີ່ເປັນຕາເອົາມາເວົ້າມາລົມສູ່ຟັງໄດທ່ານຜູ້ຟັງ! ຄືນນີ້ຈະເອົາເລື່ອງຂອງການໃຫ້ ການຮັບຂອງຂັວນປີໃໝ່ຫຼືໃນໂອກາດສຳຄັນຕ່າງໆຕາມປະເພນີຂອງຈີນວ່າມັນມີຜົນດີ ຜົນເສຍແນວໃດແດ່? ຈັກໜ້ອຍຈະກັບມາ! ຕອນນີ້ມ່ວນກັບເພງຈີນສອງເພງສາກ່ອນ!
ເພງ
ຜ່ານໄປສອງເພງຟັງແບບສະບາຍ ສະບາຍເຂົ້າກັບບັນຍາກາດຫົວຄ່ຳແນວນີ້! ຢ່າລືມຢາກຮູ້ຢາກເຫັນ ມີຄຳຄິດຄຳເຫັນກໍ່ໂທມາ 7114177 ຂໍ້ຄວາມສັ້ນກໍ່ແມ່ນ 9300 ຍິນດີຮັບທຸກຄຳຕຳນິສົ່ງຂ່າວ! ບັດນີ້ກໍ່ມາເຂົ້າຫາເລື່ອງທີ່ຈະຍົກມາເວົ້າສູ່ຟັງຄືນນີ້ກ່ຽວກັບການໃຫ້ ການຮັບຂອງຂັວນໃນໂອກາດບຸນກຸດຈີນ ຫຼື ໂອກາດວັນສຳຄັນຕ່າງໆຂອງຈີນວ່າມີຜົນດີ ຜົນເສຍແນວໃດ? ຄັນເວົ້າເຖິງເລື່ອງນີ້ແລ້ວໃນໂອກາດບຸນກຸດຈີນນີ້ນັ້ນ ຖືວ່າເປັນໄລຍະເວລາແພງທີ່ສຸດລະສຳລັບຄົນຈີນ! ເປັນຫັຍງຈຶ່ງວ່າຊັ້ນ? ກໍ່ຍ້ອນວ່າການຫ້າງຫາກະກຽມຊື້ອາຫານການກິນ ເພື່ອເຕົ້າໂຮມຄອບຄົວ ຕ້ອນຮັບຍາດພີ່ນ້ອງກໍ່ແພງແລ້ວ ຍັງມີການຊື້ເຄື່ອງນຸ່ງຂອງຖື ແລະໂດຍສະເພາະເຄື່ອງຕ້ອນຂອງຝາກນິີ້ກໍ່ບໍ່ແມ່ນທຳມະດາ ໂດຍສະເພາະສິ່ງທີ່ຈະຊື້ໄປເປັນຂອງຂັວນໃຫ້ຜູ້ຮັກຜູ້ເຄົາລົບນັບຖື ກໍ່ຢາກໃຫ້ຜູ້ຮັບເຫັນແລ້ວ ຮັບແລ້ວ ເປີດອອກເບິ່ງແລ້ວ ຍິ້ມໄດ້ວ່າເປັນຂອງຂັວນບໍ່ກະຈອກວ່າຊັ້ນສະ! ເວົ້າເຖິງບຸນກຸດຈີນແລ້ວຖືວ່າເປັນບຸນມອບ-ຮັບຂອງຂັວນກັນແທ້ໆລະ! ສະຖາບັນຕຳຫຼວດອຸດສະຫະກຳຂອງຈີນທີ່ຕັ້ງຢູ່ນະຄອນຫຼວງປັກກິ່ງ ເພິ່ນປະມານວ່າໃນແຕ່ລະປີຄົນຈີນຈ່າຍເງິນຊື້ຂອງຂັວນໃຫ້ກັນປະມານ 800ຕື້ຢວນ. ຫຼືປະມານ 127ຕື້ໂດລາພຸ້ນລະ! ເປັນເງິນມະຫາສານໄດເນາະທ່ານຜູ້ຟັງ! ມັນຫຼາຍກ່ວາ GDP ຂອງບາງປະເທດຊ້ຳ ເຊັ່ນວ່າ: ມຽນມາ ຫຼື ໂຊມາລີ ແນວນີ້! ກະຄືເວົ້າຫັ້ນລະວ່າຄົນຈີນໃຫ້ຂອງຂັວນກັນບໍ່ແມ່ນສະເພາະແຕ່ບຸນກຸດຈີນດັອກ ຕະຫຼອດປີຍັງມີໂອກາດບຸນສຳຄັນຕ່າງໆອີກ! ເອົາ, ສົມມຸດວ່າ ໝູ່ອອກລູກໃໝ່ກໍ່ຊື້ໃຫ້, ແຕ່ງງານກໍ່ຊື້ໃຫ້, ຂື້ນເຮືອນໃໝ່ກໍ່ຊື້ໃຫ້, ບຸນທາງການບຸນປະເພນີຕື່ມອີກ ໂອ໊ຍ, ຫຼວງຫຼາຍພາຍມາກ! ຂອງຂັວນທີ່ໃຫ້ກັນກໍ່ນັບແຕ່ຊື້ໝາກໄມ້ໃຫ້ກັນພີ້ລະຂື້ນໄປຈົນຮອດຂອງຂັວນຫຼູໆແພງໆ ເຫັນລາຄາແລ້ວຜູ້ມີລາຍຮັບປານກາງກໍ່ຈົນຂົນຫົວລຸກພຸ້ນແລ້ວ! ແຕ່ວ່າຊິເປັນຂອງຂັວນທຳມະດາຂອງຂັວນລາຄາສູງໆກໍ່ຕາມ ສິ່ງສຳຄັນຄົນຈີນຈະຫຼີກລ້ຽງການໃຫ້ຂອງຂັວນຜູ້ອື່ນທີ່ເຮັດໃຫ້ຕົນເອງຂາຍໜ້າ ຫຼື ເຮັດໃຫ້ຜູ້ຮັບບໍ່ພໍໃຈ! ຍົກຕົວຢ່າງສຳຄັນເດີ້ທ່ານຜູ້ຟັງ! ຄົນຈີນຈະບໍ່ຊື້ໂມງໃຫ້ເປັນຂອງຂັວນຜູ້ອື່ນຈັກເທື່ອ ບໍ່ວ່າຈະເປັນໂມງໃສ່ແຂນ ໂມງຫ້ອຍຝາກໍ່ແລ້ວແຕ່ລະ! ເພາະວ່າຄຳສັບຂອງຄຳວ່າໂມງໃນພາສາຈີນ ມັນໄປອອກສຽງຄ້າຍໆກັບຄຳວ່າຕາຍ ຫຼື ສົ່ງສະການ! ຈື່ໄວ້ເດີ້ມິດລາຍການລາວ! ຊື້ໂມງບັກແພງໆໄປໃຫ້ຄົນຈີນແທນທີ່ເຂົາເຈົ້າຊິດີໃຈ ຊ້ຳພັດຄຽດຊ້ຳໄດ໋! ສຳລັບຄົນລາວເຮົາບໍ່ຖືເນາະ! ເອົາໂມງຄຸນນະພາບດີມາໃຫ້ເປັນຂອງຂັວນຄົນລາວເຮົາແຮ່ງດີໃຈແລ້ວ ຊິໄດ້ໃຊ້ດົນໆອ້າງໝູ່ອີກ, ແມ່ນລະບໍ? ນິລະຄືຄວາມແຕກຕ່າງ! ແຜ່ນດິນ ແມ່ນ້ຳຕິດຈອດກັນຢູ່ ແຕ່ວັດທະນະທຳຮີດຄອງປະເພນີ ຄວາມເຊື່ອຫຼືນິໄສໃຈຄໍຫຼາຍອັນບໍ່ຄືກັບກັນຄົນຈີນກັບຄົນລາວເຮົານິ! ບໍ່ແມ່ນຊິຄືກັນໝົດໄດ໋! ຟັງເພງອີກກ່ອນເນາະ!
ເພງ
ຂະນະນີ້…………… ຢ່າລືມຢາກຟັງລາຍການນີ້ເວລາ 19 ໂມງທຸກມື້ປັບຄື້ນວິທະຍຸຂອງທ່ານມາທີ FM 93Mhz ພົບກັບໜຸ່ມໃຫຍ່ໂລດ! ລົມກັນຕໍ່ເລື່ອງຮັບຂອງຂັວນຂອງຄົນຈີນ! ເວົ້າແລ້ວຄົນຈີນກໍ່ຄ້າຍກັບຄົນອາຊີທົ່ວໄປນິລະ! ການໃຫ້ຂອງຂັວນກັນກໍ່ຖືວ່າເປັນວັດທະນະທຳອັນໜຶ່ງ ເພາະວ່າມັນຊ່ວຍພັດທະນາ ຫຼື ເສີມສ້າງສົ່ງເສີມມິດຕະພາບລະຫວ່າງກັນເດ! ມີຫຼາຍໆເທື່ອເດ່ ຄົນຈີນກໍ່ເຊີນຄົນທີ່ຮັກ ທີ່ເຄົາລົບນັບຖືໄປກິນເຂົ້າແລງ ລະກະມອບຂອງຂັວນໃຫ້ກັນພ້ອມ ເພື່ອສະແດງຄວາມເຄົາລົບ ໃຫ້ກຽດ ທັງສ້າງຄວາມຮັກແພງສະໜິດສະໜົມກັນເດ່! ແຕ່ວ່າຄັນເວົ້າເຖິງວົງການທຸລະກິດແລ້ວຊ້ຳພັດມັກໃຫ້ຂອງຂັວນກັນທີ່ຫຼູຫຼາ ລາຄາແພງໆແທ້ໄດ໋ລະ! ໃນການສຳຫຼວດຫວ່າງບໍ່ດົນມານີ້ ທ່ານ Bruno Lannes ປະທານບໍລິສັດ Bain and Company ທີ່ເຮັດທຸຸລະກິດກ່ຽວກັບຜະລິດຕະພັນບໍລິໂພກ ແລະ ຂາຍຍ່ອຍໃນຈີນບອກວ່າ: ໃນບໍ່ຮອດ 5 ປີ ມານີ້ຊ້ຳ ຜູ້ບໍລິໂພກຈີນຫັນຈາກຕະຫຼາດສິນຄ້າທີ່ຈຳເປັນຕໍ່ຊີວິດການເປັນຢູ່ອອກສູ່ສິນຄ້າຫຼູຫຼາຂອງໂລກແລ້ວ! ການສຳຫຼວດສິນຄ້າຫຼູຫຼາຂອງບໍລິສັດນີ້ບອກວ່າ: ຜູ້ບໍລິໂພກຈີນຊື້ສິນຄ້າຫຼູຫຼາໃນປີກາຍນີ້ມູນຄ່າຕັ້ງວ່າ 212 ຕື້ຢວນ ແລະການສຳຫຼວດຍັງພົບອີກວ່າ ໃນການຊື້ສິນຄ້າຫຼູຫຼາຟຸມເຟືອຍລາຄາແພງໆຂອງຄົນຈີນທັງໝົດໃນປີ 2010 ກັບ 2011 ຜ່ານມານີ້ຫຼາຍກ່ວາ 30% ແມ່ນຊື້ໄປເປັນຂອງຂັວນ! ຄັນຊິເວົ້າແລ້ວການໃຫ້ຂອງຂັວນໃນວົງການທຸລະກິດກໍ່ແມ່ນເພື່ອສ້າງເຄືອຄ່າຍຕິດຕໍ່ທຸລະກິດນຳກັນນີ້ແລ້ວ ເພື່ອຜົນສຳເລັດເດ! ແຕ່ກໍ່ຈ່າຍໜັກໄດລະ! ບໍ່ວ່າຈະເປັນງານລ້ຽງອາຫານຄ່ຳ, ການໃຫ້ຄວາມບັນເທີງແກ່ແຂກ ທັງຂອງຂັວນແພງໆອີກ! ເວົ້າແລ້ວຂອງຂັວນກໍ່ແມ່ນວິທີທາງທີ່ສຳຄັນຫຼາຍ ອັນໜຶ່ງເພື່ອສ້າງຄວາມເຊື່ອໝັ້ນ ແລະ ໄດ້ຮັບຄວາມເຄົາລົບໃນວົງການທຸລະກິດ! ໂດຍທົ່ວໄປແລ້ວ ນັກທຸລະກິດທີ່ປະສົບຜົນສຳເລັດໃນດ້ານນີ້ ກໍ່ຍ່ອມມີເຄືອຄ່າຍໝູ່ຄູ່ຍາດພີ່ນ້ອງໃນວົງການທຸລະກິດນຳກັນ ແລະ ວົງການອື່ນໆທີ່ກ່ຽວພັນກັບທຸລະກິດຂອງເຂົາເຈົ້າຫຼາຍ! ເພາະວ່າມັນເປັນປະໂຫຍດຫຼາຍຕໍ່ທຸລະກິດ! ຟັງເພງກ່ອນເນາະແລ້ວຈະເວົ້າສູ່ຟັງວ່າການໃຫ້ແລະຮັບຂອງຂັວນໃນວົງການທຸລະກິດຈີນ ມັນເກີດຄຳຖາມຂື້ນມາແນວໃດ?
ເພງ
ຂໍຂອບໃຈ……………. ຄືນນີ້ໜຸ່ມໃຫຍ່ອາລົມດີພວມລົມເລື່ອງປະເພນີການໃຫ້ຂອງຂັວນແກ່ກັນຂອງຄົນຈີນ! ມື້ກີ້ກ່ອນເປີດເພງກໍ່ລົມກ່ຽວກັບການໃຫ້ຂອງຂັວນໃນວົງການທຸລະກິດຈີນ ແຕ່ຄຳຖາມມັນກໍ່ຖືກຕັ້ງຂື້ນມາວ່າ: ໃນວົງການທຸລະກິດເຂົາເຈົ້າເອີ້ນຂອງຂັວນກັນວ່າແມ່ນຫຍັງແທ້? ເອີ້ນວ່າຂອງຂັວນ, ເອີ້ນວ່າສິ່ງຍ້ອມໃຈຫຼືເອີ້ນວ່າ ສິນບົນແທ້? ບັນດານັກທຸລະກິດມອບຂອງຂັວນໃຫ້ກັນດ້ວຍສິ່ງທີ່ມີລາຄາແພງໆ ທີ່ປຽບຄືກັບຂອງຂັວນທາງທຸລະກິດ ເພື່ອສະແດງໃຫ້ເຫັນລົດນິຍົມແລະຖານະຂອງເຂົາເຈົ້າ! ບັດນີ້ຜູ້ໄດ້ຮັບກໍ່ຮູ້ສຶກວ່າໄດ້ຮັບຄວາມເຄົາລົບຢ່າງສູງ ລະກະບໍ່ຕ້ອງສົງໄສເລີຍວ່າ ບັນດານັກທຸລະກິດທັງຫຼາຍເຊື່ອວ່າ ຂອງຂັວນແມ່ນວິທີທາງທີ່ດີ ເພື່ອເຮັດໃຫ້ທຸລະກິດຂອງເຂົາເຈົ້າໝູນວຽນໄປໄດ້ດີໄດ້ໄວ! ຢູ່ຈີນຜູ້ເກີດໃນຊຸມປີ 1950 ແລະ 1960 ແມ່ນເປັນກຸ່ມຄົນໃຫຍ່ທີ່ສຸດທີ່ໄດ້ຮັບຂອງຂັວນປະເພດນີ້. ແລະກໍ່ຖືກຟ້ອງຂື້ນສານຫຼາຍອີກ ຍ້ອນເຂົາເຈົ້າສ່ວນຫຼາຍແມ່ນມີຖານະຕຳແໜ່ງສູງໃນທຸກລະດັບຂອງລັດຖະບານຈີນ ບໍ່ວ່າສູນກາງຫຼືທ້ອງຖິ່ນ! ຢູ່ຈີນ ພັກ-ລັດຖະບານແມ່ນເຮັດວຽກຢ່າງຈິງຈັງຫຼາຍ ເພື່ອຕ້ານການໃຫ້ຮັບສິນບົນ ແລະ ສໍ້ລາດບັງຫຼວງ ຈົນໄດ້ວາງລະບຽບອອກມາກ່ຽວກັບການຮັບຂອງຂັວນລາຄາແພງຂອງເຈົ້າໜ້າທີ່ລັດ. ແຕ່ວ່າຍັງບໍ່ໄດ້ລະບຸແຈ້ງວ່າມູນຄ່າຂອງ ຂອງຂັວນຄວນເປັນທໍ່ໃດ? ອັນນີ້ຍັງຢູ່ໃນການປຶກສາຄົ້ນຄ້ວາກັນເພື່ອຈະກຳນົດອອກມາລະອຽດຕື່ມ! ໃນລະຫວ່າງປີ 2005 - 2007 ຢູ່ປັກກິ່ງໃນຈຳນວນເຈົ້າໜ້າທີ່ລັດທີ່ຖືກດຳເນີນຄະດີຢູ່ສານມີທັງໝົດ 100 ກໍລະນີ ທີ່ຮັບສິນບົນຢູ່ເຂດຕົງເຊິ່ງ, ເຂດ ຫາຍຕ່ຽນ ແລະ ສານຊັ້ນກາງເລກ 1 ນັ້ນ 78 ກໍລະນີ ແມ່ນຮັບສິນບົນໂດຍຜ່ານການຮັບຂອງຂັວນກຸດຈີນນິລະ! ກໍລະນີໃຫ້ຂອງຂັວນລາຄາແພງໆແກ່ເຈົ້າໜ້າທີ່ລັດຢູ່ຈີນພວມຖືກຈັບຕາຈາກພາກສ່ວນກວດກາ ພັກ-ລັດ ແລະໜ່ວຍງານຕ້ານສິນບົນ ແລະສໍ້ລາດບັງຫຼວງຢ່າງໃກ້ຊິດ ເພາະວ່າມັນມີຊ່ອງຫ່ວາງຫຼາຍ ແລະ ນັກທຸລະກິດກັບເຈົ້າໜ້າທີ່ລັດ ລະດັບສູງບາງຄົນກໍ່ຮ່ວມຫົວກັນ ຫາຊ່ອງທາງໃໝ່ໆໃຫ້ຂອງຂັວນກັນແບບບໍ່ຜິດກົດໝາຍ ແລະບໍ່ໃຫ້ໜ່ວຍງານຕ້ານການສໍ້ລາດບັງຫຼວງຈັບໄດ້! ຍົກຕົວຢ່າງຢູ່ນະຄອນ ອູ້ຫານ ແຂວງ ຫູເປີຍ! ນັກທຸລະກິດກໍ່ເອົາເຫຼົ້າຂາວດັງເໝົາຖາຍທີ່ຊື້ລາຄາ 800 ຢວນ ມອບໃຫ້ເຈົ້າໜ້າທີ່ລັດເປັນຂອງຂັວນປີໃໝ່. ແລ້ວເຈົ້າໜ້າທີ່ຜູ້ນັ້ນໄດ້ເຫຼົ້າຫຼາຍໆ ກໍ່ເອົາໄປຂາຍຕໍ່ໃຫ້ຮ້ານທີ່ນັດກັນໄວ້ໃນລາຄາ 1.200 ຢວນ ນີ້ກໍ່ເປັນພຽງຕິກຕັກໜຶ່ງຂອງການຮ່ວມຫົວກັນ! ສະນັ້ນນັກຂ່າວອາວຸໂສຜູ້ໜຶ່ງຂອງໜັງສືພິມ China Daily ຈຶ່ງຂຽນບົດຄວາມໜຶ່ງກ່ຽວກັບເລື່ອງນີ້ວ່າ: ລັດຖະບານຫຼືອຳນາດການປົກຄອງທ້ອງຖິ່ນຄວນບໍ່ອະນຸຍາດໃຫ້ເຈົ້າໜ້າທີ່ລັດທີ່ມີຖານະຕຳແໜ່ງຮັບຂອງຂັວນຈາກນັກທຸລະກິດ ທຸກຊະນິດ ຈະຖືກຫຼືແພງກໍ່ຕາມ ເພື່ອອັດຊ່ອງຫ່ວາງ! ຖ້າຢາກສະແດງຄຳອວຍພອນເຄົາລົບໃຫ້ກຽດ ສົ່ງໄປຊະນີຍະບັດອວຍພອນ ຫຼື ກາກກໍ່ໄດ້ແລ້ວ ແຕ່ໃນຊອງນັ້ນກໍ່ຕ້ອງມີແຕ່ບັດອວຍພອນອີ່ຫຼີ ຢ່າມີການຍັດໄສ້! ເອີ! ກໍ່ໜັກໃຈນຳຢູ່ເນາະ ແນວຜູ້ໜຶ່ງຊອກຫາແຕ່ວິທີ ແຕ່ຊ່ອງຫວ່າງເພື່ອໃຫ້ ເພື່ອຮັບສິນບົນນຳກັນ! ແຕ່ວ່າຄັນເຈົ້າໜ້າທີ່ກວດກາເຂັ້ມແຂງ ສານ ຫຼື ໄອຍະການ ຫຼື ເຈົ້າໜ້າທີ່ສືບສວນໄດ້ຮັບສິດມອບໝາຍຢ່າງເຕັມທີ່ ມັນບໍ່ເໜືອບ່າກ່ວາແຮງໄປໃສດອກ! ຄັນອຳນາດມືດບໍ່ຢູ່ເໜືອກົດໝາຍແລ້ວ ພວກນັກທຸລະກິດທີ່ຮ່ວມຫົວກັບເຈົ້າໜ້າທີ່ລັດ ເພື່ອຊອກຊ່ອງທາງກິນສິນບົນ ຫຼື ສໍ້ລາດບັງຫຼວງໄປບໍ່ໄດ້ຮອດໃສດອກ ເສັດໃຫ້ກົດໝາຍໂລດລະ!
ເພງ
ຈົບ