ຈີນ​ນຳ​ເຂົ້າຊ່ຽວຊານ​ຕ່າງປະ​ເທດ

(GMT+08:00) 2012-04-26 14:56:05     cri
ສະບາຍດີ​ມິດ​ລາຍການ​ເບິ່ງ​ເມືອງ​ຈີນ​ທີ່​ຄິດ​ຮອດ​ຄິດ​ເຖິງ​ທຸກໆ​ທ່ານ! 19 ​ໂມງ​ພົບ​ກັນ​ອີກ​ແລ້ວກັບ​ລາຍການ​ນີ້​ເປັນ​ປະຈຳ​ທຸກ​ມື້​ທາງ CRI FM 93Mhz. ພົບ​ກັນ​ຄືນນີ້​ແມ່ນ​ວັນ​ເສົາ ທີ 18 ​ແລ້ວ! ວັນ​ເສົາ​ແນວ​ນີ້​ຫຼາຍ​ຜູ້​ຫຼາຍ​ຄົນ​ໄດ​ທີ່​ເພິ່ນ​ມັກ​ໄປ​ຫຼິ້ນ​ໄປ​ສັງ​ສັນ​ກັນ​ທ້າຍ​ອາທິດ​ແນວ​ນີ້​ນະ! ຈັ່ງ​ໃດ​ກໍ່​ຢ່າ​ໜັກ​ເກີນ​ໄປ​ກໍ່​ແລ້ວ​ກັນ​ເນາະ! ສັງ​ສັນ​ກັນ​ພໍ​ສົມ​ມາ​ພາ​ຄວນ ພໍ​ຫອມ​ປາກ​ຫອມ​ຄໍ​ແລ້ວ​ກໍ່​ກັບ​ຫາ​ຄອບຄົວ, ຢ່າ​ສຸ​ເຮັດ​ເທາະ​ປະ​ເພ​ດວ່າ​ຈົນ​ບໍ່​ຈື່​ໜ້າ​ກັນຫັ້ນນະ! ບໍ່​ມີ​ສະຕິ​ສຳ​ປະຊັນ​ຍະ ຈົນ​ລືມ​ທາງ​ເມືອ​ບ້ານ! ​ເປັນຫ່ວງ​ນຳ​ແທ້ໆ​ເວລາ​ເມົາ​ໜັກ​ແລ້ວ​ພາກັນ​ໄປ​ຂັບ​ລົດ​ໃຫຍ່, ລົດຈັກ​ເມືອ​ເຮືອນ ​ແຮ່ງກາງ​ຄ່ຳ​ກາງຄືນ​ແນວ​ນີ້​ອີກ. ຖະໜົນ​ບາງ​ສາຍ​ສຳຄັນ​ກໍ່​ຍັງ​ປະ​ຢັດ​ໄຟ​ຟ້າ​​ໂພດຢູ່ ຫຼາຍ​ບ່ອນ​ຍັງ​ມື​​ດ​ເປັນຕາ​ຢ້ານ! 1; ສໍ ສະ​ຫ່ວາງ​ຂອງ​ນະຄອນຫຼວງ​ວຽງ​ຈັນ​ນິ​ເປັນ​ແນວ​ໃດ​ນໍ້? ຂັ້ນ​ວ່າ​ຖະໜົນ​ອາ​ຊຽນ​ແທ້ໆ​ບາງ​ບ່ອນ​ກໍ່​ຍັງ​ມື​ດ ທາງ​ດົງ​ໂດກ​ອອກ​ໄປ​ຊອດ​ໜອງ​ບຶກ ຊອດ​ທາງ 13 ​ເໜືອ​ແຮ່ງ​ຮ້າຍ 8-9 ​ໂມງ​ກາງຄືນ​ແລ້ວ​ຜູ້​ຂັບ​ຂີ່​ລົດຈັກ​ຫຼາຍ​ຄົນ ​ໂດຍ​ສະ​ເພາະ​ຜູ້ຍິງ​​ແຮ່ງ​ຢ້ານ​ບໍ່​ປອດ​ໄພ​ແລ້ວ ​ເພາະວ່າ​ບາງ​ຄົນ​ບ່ອນ​ປ່ຽວ ຊ້ຳພັດ​ມືດ​ອີກ! ທາງ​ບາງ​ບ່ອນ​ກໍ່​ສັບສົນ​ເອົາ​ແທ້​ເອົາ​ວ່າ ​ໂດ​ຍສະ​ເພາະ​ໜ້າ​ໂຮງຮຽນ ໜ້າ​ຕະຫຼາດ​ແນວ​ນີ້ ຕອນ​ແລງ 5-6 ​ໂມງ​ຈັ່ງ​ແມ່ນ​ສັບສົນ​ເອົາ​ແທ້​ເອົາ​ວ່າ ຈັກ​ຜູ້​ຊິ​ອອກ ຈັກ​ຜູ້​ຊິ​ເຂົ້າ ຈັກ​ຊິ​ໄປ​ຊ້າຍ ຈັກ​ຊິ​ມາ​ຂວາ ​ໂດ​ຍສະ​ເພາະ​ໜ້າ​ຕະຫຼາດ​ໂພນ​ຕ້ອງ​ສະຫວາ​ດນິ ບ່ອນ​ຂື້ນ​ຄ້ອຍ​ຊິ​ມາ​ໜ້າ​ຕະຫຼາດ ລະ​ກະສີ່​ແຍກຕະຫຼາດ​ຫັ້ນ ບໍ່​ເຊື່ອ​ຜູ້​ຢູ່​ບ່ອນ​ອື່ນ ຕອນ​ລະ​ຫ່ວາງ 6 ​ໂມງ​ແລງ​ນິຂີ່​ລົດ​ມາ​ຈອບ​ເບິ່ງ​ສຸດ​​ແສນ​ຈະ​ຫຍຸ້ງຍາກ​ສັບສົນ ຢູ່​ໜ້າ​ຕະຫຼາດ​ຫັ້ນຕຳຫຼວດ​ຈາລະ​ຈອນ​ກໍ່​ບໍ່​ມີ ​ໄຟ​ສັນຍານ​ກໍ່​ບໍ່ມີ ຂ້ອຍ​ກໍ່​ຢາກ​ໄ​ປ ​ເຈົ້າກໍ່​ຢາກ​ໄປ ບາງ​ຄົນ​ໃຈຮ້ອນ​ກໍ່​ໝົ້ນສູ່​ລູ່​ສູ່​ລູ່​​ໄປ ​ເລີຍ​ໄປ​ຄາ​ກັນ​ອ່າງ​ຍ່າງ! ລົດ​ມາ​ທາງ​ຫຼັງ​ກໍ່​ຄາ​ກັນ​ເປັນ​ແຖວ​ອ່າວ​ໄປ ​ໂອ່, ໜ້າ​ຕະຫຼາດ​ໂພນ​ຕ້ອງ​ສັບສົນ​ອີ່ຫຼີ! ຝາກ​ໃຫ້​ພາກສ່ວນ​ກ່ຽວຂ້ອງ​ຮີບ​ຮ້ອນ​ເຂົ້າມາ​ແກ້​​ໄຂ​ແດ່! ອຸປະຕິ​ເຫດ​ກໍ່​ເກີດ​ຂື້ນ​ເລື້ອຍໆ. ​ເອົາ, ຕິ​ເພື່ອ​ແນະ​ເດີ​ຢ່າ​ສຸ​ວ່າ​ຊັ້ນວ່າ​ຊີ້​​ເດີ້ ​ເພື່ອ​ສ້າງ​ສັງຄົມ​ໃຫ້​ໜ້າ​ຢູ່ ປີ​ນີ້​ວຽງ​ຈັນ​ແຮ່ງ​ຊິ​ເປັນ​ເຈົ້າພາບ​ຈັດ​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ເຊັມ ລະ​ກະປີ​ນີ້​ແມ່ນ​ປີ​ທ່​ອງທ່ຽວ​ລາວ​ອີ​ກ! ​ເອົາ, ສຳລັບ​ເລື່ອງ​ກ່ຽວ​ກັບ​ຈີນ​ທີ່​ຈະ​ເອົາ​ມາ​ເວົ້າສູ່​ຟັງ​ມື້​ນີ້​ແມ່ນ​ກ່ຽວ​ກັບ​ຈີນ​ນຳ​ເຂົ້າຊ່ຽວຊານ ນັກວິຊາການ​ທີ່​ມີ​ຄວາມ​ຮູ້​ຄວາມ​ສາມາດ​ສູງ ຈັກ​ໜ້ອຍ​ຈັ່ງ​ຟັງ​ວ່າ​ເລື່ອງ​ນີ້​ຈະ​ເປັນ​ແນວ​ໃດ?

ເພງ

ຜ່ານ​ໄປ​ແລ້ວ​ສອງ​ເພງ​ມ່ວນໆ​ຈາກ​ລາຍການ ​ແລງ​ວັນ​ສຸກ​ທີ່​ສະບາຍ ສະບາຍ​ແນວ​ນີ້​ໜຸ່ມ​ໃຫຍ່​ກໍ່​ພະຍາຍາມ​ເລືອກ​ເອົາ​ແຕ່​ເພງຈີນ​ມ່ວນໆ​ມາ​ເປີ​ດ​ໃຫ້​ຟັງ ຫຼັງ​ຈາກ​ເຮັດ​ວຽກ​ ຮຽນ​ໜັກ​ກັນ​ມາ 5 ມື້​ແລ້ວ ກໍ່​ພັກຜ່ອນ​ສະບາຍໆ​ແດ່​ເນາະ! 711477, 9300 ​ມາ​ເຂົ້າສູ່​ເລື່ອງ​ທີ່​ຈະ​ລົມ​ມື້​ນີ້​ເລີຍ​ເນາະ ກ່ຽວ​ກັບ​ການ​ນຳ​ເຂົ້າສະໜອງ​ກໍ່​ວ່າ​ໄດ້! ຈີນ​ນັບ​​ແຕ່​ເລີ່​ມນຳ​​ໃຊ້​ນະ​ໂຍບາຍ​ປະຕິ​ຮູບ​ແລະ​ແກ້​ໄຂ​ປະຕູ​ສູ່​ພາຍ​ນອກ​ມາ​ແຕ່​ປີ 1987 ພຸ້ນ​ກໍ່​ຖື​ວ່າ 30 ກ່ວ​າປີ​ແລ້ວ! ​ແລະ 30 ກ່ວາປີ​ນີ້​ແມ່ນ​ໄລ​ຍະທີ່​ຈີນ​ເຮັດ​ໃຫ້​ໂລກ​ງຶດ​ງໍ້​ໃນ​ການ​ພັດທະນາ​ແບບ​ກ້າວ​ກະ​ໂດດ​ເລີຍ​ລະ! ຈົນ​ດຽວ​ນີ້​ກາຍ​ເປັນ​ຂະໜາ​ດ​ເສດຖະກິດ​ໃຫຍ່ ​ເປັນອັນ​ດັບ 2 ຂອງ​ໂລກລະ​ເດ! ການ​ພັດທະນາ​ໄວ​ແນວ​ນີ້​ສ​າ​ເຫດ​ຂອງ​ມັນ​ກໍ່​ບໍ່​ແມ່ນ​ຫຍັງ​ອື່ນ​ໄກ​ດັອກ ກໍ່​ແມ່ນ​ສະໝອງ​ຂອງ​ຄົນ​ນິລະ! ຄັນ​ມີ​ຄົນ​ເກັ່ງຄົນ​ສະຫຼາດ ມີ​ຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບ ການ​ພັດທະນາ​​ມັນ​ກໍ່​ໄປ​ໄວ​ໂລດ​ລະ​ເນາະທ່ານ​ຜູ້​ຟັງ! ​ເລື່ອງ​ນີ້​ຄົນ​ຈີນ​ກໍ່​ມັກ​ຮ່ຳຮຽນ​​ແຂ່ງຂັນ​ກັນ​ຢູ່​ແລ້ວ ບາງ​ຂະ​ແໜງ​ການ​ທີ່​ຄົນ​ຈີນ​ຍັງ​ບໍ່​ເກັ່ງ​ຫຼາຍ ປະສົບ​ການ​ຄວາມ​ຊຳ​ນານ​ຍັງ​ບໍ່​ທັນ​ສູງ ລັດຖະບານ​ຈີນ​ກໍ່​ນຳ​ເຂົ້າຊ່ຽວຊານ​ຈາກ​ຕ່າງປະ​ເທດມາ​ໄດ້ຫຼາຍ​ປີ​ແລ້ວ​ໄດ໋ທ່ານ​ຜູ້​ຟັງ! ການ​ພັດທະນາ​ນີ້​ຈີນ​ບໍ່​ໄດ້​ປິດກັ້ນຕົວ​ເອງ​ຄື 30 ກ່ວາປີ​ກ່ອນ​ໄດ໋! ຄັນ​ເງິນ​ເດືອນ​ສູ​ງສິງ​ອຳ​ນວຍ​ຄວາມ​ສະດວກ​ພຽບພ້ອມ ຫົວ​ກະທິ​ຂອງ​ຕ່າງປະ​ເທດ​ກໍ່​ຢາກ​ມາ​ເຮັດ​ວຽກ​​ໃຫ້​ໂລດ​ແລ້ວ! ຊື້​ສະໝອງ​ຊື້​ຫົວ​ກະທິ​ຈາກ​ຕ່າງປະ​ເທດ​ນິບໍ່​ໄດ້​ວ່າ​ງ່າຍ​ປານ​ໃດ​ກໍ້​ທ່ານ​ຜູ້​ຟັງ! ບາງ​ຂະ​ແໜງ​ການ​ຄົນ​ໃນ​ປະ​ເທດ​ກໍ່​ຍັງ​​ເກັ່ງ​ຢູ່ ​ແຕ່​ບໍ່​ເກັ່ງ​ແທ້ ຈີນ​ກໍ່​ພະຍາຍາມ​ນຳ​ເຂົ້າ ທັງ​ມາ​ເຮັດ​ວຽກ​ໃຫ້ ທັງ​ນັກວິຊາການ​ຈີນ​ກໍ່​ຂ້ຽວ​ຮ່ຳຮຽນ ຖອດ​ຖອນ​ບົດຮຽນ​ນຳ​ແນວ​ນັ້ນລະ! ດຽວ​ນີ້​ຈີນ​ອ້າ​ແຂນ​ຮັບ​ຫົວ​ສະໝອງ​ຈາກ​ຕ່າງປະ​ເທດ​ຢູ່ ​ໂດຍ​ສະ​ເພາະ​ກໍ່​​ແມ່ນ​ຜູ້​ທີ່​ເຮັດ​ການຄົ້ນຄ້ວາ​ເກັ່ງ​ແລະ​ຜູ້​ດຳ​ເນີນ​ວິ​ສະຫະ​ກິດ​​ເກັ່ງ. ທ່ານ ຫຼີ ຢວນຈາວ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ອິນດູຈີນ ​ເພິ່ນ​ເວົ້າ​ໃນ​ວັນ​ພຸດ​ຜ່ານ​ມາ​ນີ້​ໃນ​ການ​ພົບ​ປະ​ກັບ​ ທ່ານ ​ໂຮ ຫວາງ​ໝາ​ວ ນັກວິທະຍາສາດ​ຂອງ​ສະ​ຖາ​ບັນ​ການ​ທົດ​ລອງ​ທໍລະນີ​ຟີ​ຊິກ ຄາ​ເນ​ຈີ ຂອງ​ວໍ​ຊິງ​ຕັນ ຂອງ​ອາ​ເມ​ລິ​ກາ​ວ່າ: ການ​ສ້າງ​ການ​ປ່ຽນ​ແປງ​ໃໝ່​ໃນ​ຈີນ ຈະ​ສືບ​ຕໍ່​ຮັກສາ​ເປົ້າໝາຍ​ທີ່​ເປັນ​ກຸນ​ແຈ​ເພື່ອ​ການ​ພັດທະນາ​ໃນ​ອະນາຄົດ​ຂອງ​ຈີນ. ນັກ​ວິຊາ​ການ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ສູງ ກໍ່​ຈະ​ເປັນ​ຊັບພະຍາກອນ​ໃນ​ການ​ພັດທະນາ​ວິທະຍາສາດ ​ແລະ ພັດທະນາ​ປະ​ເທ​ດຊາດ. ທ່ານ ຫຼີ ຢວນຈາວ ​ເພິ່ນ​ຍັງ​​ເປັນຫົວໜ້າ​ຈັດຕັ້ງຂອງ​ສູນ​ກາງ​ພັກ​ກອມ​ມູນິດອິນດູຈີນ​ອີກ​ໄດ໋ທ່ານ​ຜູ້​ຟັງ! ​ເພິ່ນ​ວ່າ​ດຽວ​ນີ້​ຈີນ​ຕ້ອງການ​ຊ່ຽວຊານ​ທີ່​ເປັນ​ມື​ອາຊີບ​ແທ້ໆ​ຈາກ​ຕ່າງປະ​ເທດ​ຫຼາຍ ​ໂດຍ​ສະ​ເພາະ​ກໍ່​ແມ່ນ​ຄົນ​ເຊື້ອສາຍ​ຈີນ ​ເພາະວ່າ​ຈີນ​ດຽວ​ນີ້​ຈະ​ສືບ​ຕໍ່​ປັບປຸງ​ເງື່ອນ​ໄຂ​ການ​ອຳ​ນວຍ​ຄວາມ​ສະດວກ​ທຸກ​ຢ່າງ​ໃຫ້​ແກ່​ການຄົ້ນຄ້ວາ ​ແລະ ການ​ດຳ​ເນີນ​ວິ​ສະຫະ​ກິດ​ຂອງ​ເຂົາ​ເຈົ້າ! ​ເອົາ, ຟັງ​ເພງ​ກ່ອນ​ແລ້ວ​ຈະ​ມາ​ແນະນຳ​ໃຫ້​ຟັງ​ກ່ຽວ​ກັບ​ ທ່ານ ​ໂຮ​ຫວາງ​ໝາ​ວ ວ່າ​ເພິ່ນ​ມີ​ຄວາມ​ສຳຄັນ​ຊ່ຳ​ໃດ​ໃນ​ອາ​​ເມ​ລິ​ກາ?

ເພງ

ຂະນະ​ນີ້​ທ່ານ…………………… 711477, 9300 ບັດ​ນີ້​ກໍ່​ຂໍ​ແນະນຳ​ ທ່ານ ​ໂຮ ຫວາງ​ໝາ​ວ ທີ່ ທ່ານ ຫຼີ ຢວນຈາວ ພົບ​ປະ​ໂອ້​ລົມ​ໃນ​ວັນ​ພຸດ​ຜ່ານ​ມາ​ນີ້​ສູ່​ຟັງ​ຈັກ​ໜ້ອຍ! ຟັງ​ຊື່​ທ່ານ​ຜູ້​ຟັງ​ກໍ່​ພໍ​ຈະ​ເດົາ​ອອກ​ຢູ່​ວ່າ​ຢູ່​ອາ​ເມ​ລິ​ກາຢູ່​ແຕ່​ຕ້ອງ​ແມ່ນ​ເຊື້ອສາຍ​ຈີນ​ແນ່ນອນ, ທ່ານ ​ໂຮ​ ຫວາງ​ໝາ​ວ ອາຍຸ 71 ປີ ​ແລ້ວ​ໄດ໋ທ່ານ​ຜູ້​ຟັງ! ​ເປັນ​ນັກວິທະຍາສາດ​ທີ່​ເກັ່ງ​ແລະ​ມີ​ຊື່ສຽງ​ຫຼາຍ​ຢູ່​ອາ​ເມ​ລິ​ກາ, ​ເພິ່ນ​ເປັນ​ສະມາຊິກ​ຂອງ​ສະ​ຖາ​ບັນ​ວິທະຍາສາດ​ແ​ຫ່ງຊາດ​ຂອງ​ອາ​ເມ​ລິ​ກາ​ພຸ້ນ​ໄດ໋! ​ເພິ່ນ​ຄົ້ນຄ້ວາ​ກ່ຽວ​ກັບ​ວິທະຍາ​ສາດ ທີ່​ມີ​ຄວາມ​ກົດ​ດັນ​ສູງ​ບໍ່​ວ່າ​ຈະ​ເປັນ​ດ້ານ ຟີ​ຊິກ, ​ເຄມີ, ວັດຖຸ, ໜ່ວຍ​ໂລກ ​ແລະ ດວງ​ດາວ! ​ພຸ້ນ​ບໍ່​​ແມ່ນ​ວິທະຍາສາດ​ສາຂາ​ທຳ​ມະ​ດາ​ເລີຍ​ນໍ້! ​ເພິ່ນ​ຮັບຜິດຊອບ​ວຽກ​ພັດທະນາ​ວຽກ​ງານ​ດ້ານ​ເຕັກນິກ​ທີ່​ສຳຄັນ​ຫຼາຍ! ນັບ​ແຕ່​ຈີນ​ປະຕິ​ຮູບ​ແລະ​ເປີດ​ປະຕູ​ສູ່​ພາຍ​ນອກ​ມາ​ໄດ້ 30 ປີ​ແລ້ວ​ນີ້! ທ່ານ ​ໂຮ ຫວາງ​ໝາ​ວ ກໍ່​ເດີນທາງ​ໄປ​ຈີນ​ເລື້ອຍໆ​ໄດ໋ ​ເພື່ອ​ຂື້ນ​ປາຖະ​ກະຖາ, ສອນ​ນັກ​ສຶກສາ ລະ​ກະ​ເປັນ​ສາດສະດາຈານ​ກິ​ຕິ​ມະ​ສັກ​ໃຫ້​ຫຼາຍ​ມະຫາ​ວິທະຍາ​ໄລ​ຂອງ​ຈີນ​ໄດ໋! ທັງ​ຮ່ວມ​ກັບ​ນັກວິຊາການ​ຈີນ​ຄົ້ນຄ້ວາ​ວິທະຍາສາດ​ໃນ​ຂະ​ແໜງ​ທີ່​ທ່ານ​ຊຳນານ​ອີກ​ດ້ວຍ! ອັນ​ນີ້​ລະ​ເນາະທ່ານ​ຜູ້​ຟັງ ​ເພິ່ນ​ວ່າ: " ​ເລືອດ​ຂຸ້ນ​ກ່ວານ້ຳ " ​ເຖິງ​ຊິ​ໄປ​ຢູ່​ໃສ ກໍ່​ຍັງ​ບໍ່​ລືມ​ແຜ່ນດິນ​ແມ່ ບໍ່​ລືມ​ພີ່ນ້ອງ​ຮ່ວມ​​ເຊື້ອ​ຊາດ​ດຽວ​ກັນ ​ໄດ້​ຮ່ຳ​ໄດ້​ຮຽນ​ໄດ້​ເຮັດ​ວຽກ​ທີ່​ມີ​ຄວາມ​ຮູ້​ຄວາມ​ສາມາດ​ສູງໆ​ຢູ່​ຕ່າງປະ​ເທດ​ແລ້ວ ກໍ່​ບໍ່​ເຄີຍ​ລືມ​ແຜ່ນດິນ​ແມ່ ຫາ​ວິທີ​ເອົາ​ຄວາມ​ຮູ້​ຄວາມ​ສາມ​າດທີ່​ຕົນ​ເອງ​ມີ​ເຂົ້າມາ​ຊ່ວຍ​ພັດທະນາ ໜ້າ​ສັນລະ​ເສີນ​ຈິດ​ໃຈ​ຫຼາຍ! ບໍ່​ຄື​ຄົນ​ບາງ​ກຸ່ມ​ບາ​ງພວກ​ໄດ໋ ຢູ່​ຕ່າງປະ​ເທດ​ນອກຈາກ​ບໍ່​ມາ​ຊ່ວຍ​ບ້ານ​ເກີດ​ຕົນ​ແລ້ວ ຍັງ​ຫາ​ວິທີ​ໃສ່​ຮ້າຍ​ປ້າຍ​ສີ ສ້າງ​ຄວາມ​ບໍ່​ສະຫງົບ​ອີກ!​ ຄັນ​ເປັນ​ແນວ​ນັ້ນບໍ່​ມາ​​ໃກ້​ກໍ່​ດີ​! ທ່ານ ຫຼີ ຢວນຈາວ ທີ່​ເປັນ​ຫົວໜ້າ​ຈັດຕັ້ງຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ອິນດູຈີນ ​ເພິ່ນ​ກໍ່​ຫວັງ​ວ່າ​ຜູ້​ຊ່ຽວຊານ ນັກວິຊາການ ທີ່​ເກັ່ງໆ​ຈາກ​ຕ່າງປະ​ເທດ ​ໂດຍ​ສະ​ເພາະ​ແມ່ນ​ຄົນ​ເຊື້​ອສາຍ​ຈີນ ຈະ​ກັບ​ມາ​ເຮັດ​ວຽກ​ຢູ່​ຈີນ​ເພື່ອ​ຄົ້ນຄ້ວາ​ວິທະຍາສາດ​ແລະ​ດຳ​ເນີນ​ວິ​ສະຫະ​ກິດ​ໃຫຍ່ໆ​ຫຼາຍ​ຂື້ນ. ທາງ​ການ​ຈີນ​ກໍ່​ຈະ​ພະຍາຍາມ​ອຳນວຍ​ຄວາມ​ສະດວກ​ທຸກ​ຢ່າງ​ໃຫ້! ຄັນ​ມີ​ໂຄງການ​ສຳ​ຫຼວດຄົ້ນຄ້ວາ​ຢື່ນອອກ​ມາ ລັດຖະບານ​ຈີນ​ກໍ່​ຈະ​ສະໜັບສະໜຸນ​ຊ່ວຍ​ເຫຼືອ ບໍ່​ວ່າ​ຈະ​ເປັນ​ການ​ຂໍອະນຸ​ຍາດ​, ຈັດ​ຄົນ​ເຂົ້າຮ່ວ​​ມທຶນຮອນ! ​ໃນ​ກາງ​ເດືອນ​ສິງຫາ​ປີ​ກາຍ​ນີ້ ທ່ານ ຫຼີ ຢວນຈາວ ​ເພິ່ນ​ກໍ່​ຕ້ອນຮັບ​ພົບ​ປະ​ກັບ ທ່ານ ສຽວ​ຫຼຽງ ຊັນ​ນີຊີ່ ສະມາຊິກ​ອີກ​ຜູ້​ໜຶ່ງ​ຂອງ​ສະ​ຖາ​ບັນ​ວິທະຍາສາດ​ແຫ່ງ​ຊາດ​ອາ​ເມ​ລິ​ກາ ທີ່​ເພິ່ນ​ມາ​ຢາມ​ຈີນ. ທ່ານ ຊັນ​ນີຊີ່ ​ເກີດ​ຢູ່​ຈີນ, ດຽວ​ນີ້​ເພິ່ນ​ເປັນ​ສາດ​ສະ​ດາ​ຈານ​ຂອງ​ມະຫາວິທະຍາ​​ໄລ ຮາ​ເວີ​ດ ຂອງ​ອາ​ເມ​ລິ​ກາ ພາກ​ວິຊາ ​ເຄມີ​ແລະ​ຊີວະ​ພາບ. ຖື​ວ່າ​ເພິ່ນ​ກໍ່​ເປັນ​ຜູ້​ໜຶ່ງ​ທີ່​ຂະ​ຫຍັນ​ຂັນ​ແຂງ ຊຸກຍູ້​ການ​ຮ່ວ​ມມື​ດ້ານ​ວິທະຍາສາດ​ລະ​ຫ່ວາງ​ຈີນ-ອາ​ເມ​ລິ​ກາ. 2-3 ປີຜ່ານມາ​ນີ້​ຈີນ​ກໍ່​ມັກ​ຈັດຕະຫຼາ​ດຫາ​ວຽກ​ເຮັດ​ງານ​ທຳ​ສຳລັບ​ຄົນ​ຕ່າງປະ​ເທດ​ຂື້ນ​ເລື້ອຍໆ​ໄດ໋ທ່ານ​ຜູ້​ຟັງ! ​ເດືອນສິງຫາ​ປີ​ກາຍ​ນີ້​ກໍ່​ຈັດ​ຢູ່​ປັກ​ກິ່ງ ມີ​ຄົນ​ຕ່າງປະ​ເທດ​ທີ່​ເກັ່ງ​ໃນ​ສາຂາ​ຕ່າງໆ​ມາ​ເຂົ້າຮ່ວມ​ຕັ້ງວ່າ​ເກືອບ​ພັນ​ຄົນ​ພຸ້ນ​ໄດ໋! ຕະຫຼາດນັດ​ຫາ​ງານ​ເທື່ອ​ນີ້​ກໍ່​ມີ​ຫຼາຍ​ກ່ວາ 800 ຕຳ​ແໜ່​ງ​ໃນ​ຂະ​ແໜງ​ສື່ສານ​ໂທລະ​ຄົມ​ມະ​ນາ​ຄົມ, ສື່​ມວນ​ຊົນ​, ສຳ​ຫຼວດຄົ້ນຄ້ວາ​ດ້ານ​ວິທະຍາສາດ​ແລະ​ການ​ສຶກສາ, ທີ່​ປຶກສາ, ການ​ຮັກສາ​ສຸຂະພາບ​, ກາ​ນ​ເງິນ ການ​ລົງທຶນ ​ລະ​ກະ​ອຸດ​ສະຫະ​ກຳ​ອື່ນໆ​ອີກ, ສ່ວນ​ຫຼາຍ​ວຽກ​ນີ້​ເໝາະ​ກັບ​ຜູ້​ຈັດການ​ລະດັບ​ກາງ ​ແລະ ອາວຸ​ໂສ, ​ແລະ​ນັກຄົ້ນຄ້ວາ​ວິທະຍາສາດ​​ແມ່ນ​ຂະ​ແໜງ​ການ​ທີ່​ເນັ້ນໜັກ​ວ່າ​ຊັ້ນສະ! ຟັງ​ເພງ​ອີກ​ກ່ອນ​ແລ້ວ​ຈະ​ກັບ​ມາ​ລົມ​ສູ່​ຟັງຕໍ່!

ເພງ

ຂໍ​ຂອບ​ໃຈ…………..​ເວລາ! ມາ​ລົມ​ກັນ​ຕໍ່​ກ່ຽວ​ກັບ​ການ​ນຳ​ເຂົ້າສະໝອງ​ນຳ​ເຂົ້າຫົວ​ກະທິ​ຈາກ​ຕ່າງປະ​ເທດ​ຂອງ​ຈີນ​ເນາະ! ​ເວົ້າ​ແທ້​ດຽວ​ນີ້​ຄົນ​ຕ່າງປະ​ເທດ​ເກັ່ງໆ​ໄປ​ເຮັດ​ວຽກ​ຢູ່​ຈີນ​ຫຼາ​ຍ​ໄດ໋! ​ເພາະວ່າ​ຄັນ​ແມ່ນ​ຂະ​ແໜງ​ທີ່​ຈີນ​ຂາດ​ແທ້ໆ​ຄ່າ​ຕົວ​ເງິນ​ເ​ດືອນນີ້​ບໍ່​ອັ້ນດັອກ! ​ເພາະວ່າ​ເສດຖະກິດ​ຈີນ​ດີ​ຫຼາຍ​ເດ໋! ປີ 2008-2009 ທົ່ວ​ໂລກ​ປະສົບ​ກັບ​ວິ​ກິດ​ການ​ໜັກ​ເຕີບ ​ແຕ່​ຈີນ​ກະທົບ​ໜ້ອຍ​ດຽວ​ເທົ່າ​ນັ້ນ ບຶດດຽວ​ກໍ່​ຟື້ນ​ຕົວ​ໄດ້​ດ້ວຍ​ການ​ກະ​ຕຸ້ນ​ການ​ບໍລິ​ໂພ​ກພາຍ​ໃນ! ປີ 2009 ຍ້ອນ​ວິ​ກິດ​ການ​ເສດຖະກິດ​ໂລກ​ແຮງ​ເຕີບ ຫຼາຍ​ບໍລິສັດ​ຫຼາຍ​ອົງການ​ອື່ນ​ກໍ່​ລົ້ມລະລາຍ ບັນດາ​ຫົວ​ສະໝອງ​ດີໆ​ເກັ່ງໆ​ແລ່ນ​ໄປ​ຊອກ​ວຽກ​ເຮັດ​ຢູ່​ຈີນ​ຫຼາຍ​ເຕີບ​ໄດ໋ທ່ານ​ຜູ້​ຟັງ! ປີ 2009 ມີ​ຮອດ 480.000 ຄົນ​ພຸ້ນ​​ໄດ໋! ​ເອົາ​​ໄປ​ຊ່ວຍ​ພັດທະນາ​ກະສິກຳ​ຢູ່​ທ້ອງ​ຖິ່ນ​ພຸ້ນ​ແລ້ວ! ຄັນ​ເງິນ​ເດືອນ​ສູງ ສິ່ງ​ອຳ​ນວຍຄວາມ​ສະດວກ​ດີ​ໄປ​ໃສ​ກໍ່​ໄປ​ລະ​ເນາະທ່ານ​ຜູ້​ຟັງ! ນອກ​ນັ້ນກໍ່​ມີ​ອີກ 3.164 ຄົນ ທີ່​ໄປ​ເຮັດ​ວຽກ​ຢູ່ 900 ​ໂຄງການ ທີ່​ອອກ​ແບບ​ມາ​ເພື່ອ​ຊຸກຍູ້​ພັດທະນາ​ໃນ​ເຂດ​ແຂວງ​ທີ່​ຍັງ​ດ້ອຍ​ພັດທະນາ​ຂອງ​ຈີນ ​ໂດຍ​ສະ​ເພາະ​ກໍ່​ແມ່ນ​ພາກ​ຕາ​ເວັນ​ຕົກ​ກັບ​ພາກ​ເໜືອ​ຫັ້ນລະ! ດຽວ​ນີ້​ຈີນ​ຍັງ​ເຊີນຊວນ​ຊ່ຽວຊານ​ຈາກ​ຕ່າ​ງປະ​ເທດ​ໃນ​ຂະ​ແໜງ​ການ​ທີ່​ຢາກ​ພັດທະນາ​ແທ້ໆ ​ໂດຍ​ສະ​ເພາະ​ຂ​ະ​ແໜງ​ກາ​ນພະລັງງານ​ໃໝ່, ​ເຄື່ອງ​ຈັກ​ເຄື່ອງ​ລາງ​ໃໝ່, ​ເຄືອ​ຄ່າ​ຍຂໍ້​ມູນ​ຂ່າວສານ, ສາລິ​ລະວິ​ທະ​ຍຸ, ຂະ​​ແໜງ​ສ້າງ​ຍົນ​ຂະໜາດ​ໃຫຍ່​ແລະ​ອື່ນໆ! ປີ 2009 ຍັງ​ມີ​ຫຼາຍ​ຊ່ຳນັ້ນ ມາ​ຮອດ​ດຽວ​ນີ້​ຊ່ຽວຊານ​ຈາກ​ຕ່າງປະ​ເທດ​ທີ່​ໄປ​ເຮັດ​ວຽກ​ຢູ່​ຈີນ​ມັນ​ບໍ່​ແມ່ນ​ມີ​ເກືອບ​ລ້ານ​ແລ້ວ​ບໍ? ຢາກ​ໄດ້​ຫົວ​ກະ​ທິ​ແທ້ໆ​ມັນ​ກໍ່​ຕ້ອງ​ໄດ້ຈົກ​ຈັກ​ໜ້ອຍ​ແດ່​ຫັ້ນລະ​ເນາະທ່ານ​ຜູ້​ຟັງ! ​ແຕ່​ເລື່ອງ​ຈົກ​ນິລັດຖະບານ​ຈີນ​ບໍ່​ຢ້ານ​ດັອກຂໍ​ແຕ່​ວ່າ​ເກັ່ງ​ແທ້​ບໍ່​ທໍ່​ນັ້ນລະ!
ເພງ
ຈົບ