ຈີນ​ຕ້ອງການ​ຊ່ຽວຊານ​ຕ່າງປະ​ເທດ 2

(GMT+08:00) 2012-04-26 14:58:49     cri
ສະ​ບາຍ​ດີ​ມິດ​ລາຍການ​ທຸກ​ທ່ານ! ຮອດ 19 ​ໂມງ​ໜຸ່ມ​ໃຫຍ່​ນຳ​ເອົາ​ລາຍການ​ເບິ່ງ​ເມືອງ​ຈີນ​ມາ​ພົບ​ພໍ້ກັບ​ມິດ​ລາຍການ​ອີກ​ແລ້ວ​ທາງ CRI FM 93Mhz ພົບ​ກັນ​ມື້​ນີ້​ແມ່ນ​ວັນ​ອາທິດ ທີ 19 ກຸ​ມພາ, ຄັນ​ແມ່ນ​​ເດືອນ​ລາວ​ກໍ່​​ແມ່ນ​ມື້​ແຮມ 12 ຄ່ຳ ​ເດືອນ 3 ​ແລ້ວ! ດຽວ​ນີ້​ເວົ້າ​ແລ້ວ​ຄົນ​ລາວ​ກໍ່​ມີ​ຊີວິດ​ດີ​ຂື້ນ​ຫຼາຍ​ໄດ​ເນາະທ່ານ​ຜູ້​ຟັງ! ສັງ​ເກດ​ເບິ່ງ​ຕາມ​ຖະໜົນ​ຫົນທາງ​ວຽງ​ຈັນ​ນິ​ແມ້! ລົດ​ໃຫຍ່ ລົດ​ເກັງ ຈັກ​ມື​ໜຶ່ງ​ມື​ສອງ​ຈົນ​ຊິ​ລົ້ນຖະໜົນ​ແລ້ວ​ເດ​ດຽວນີ້! ​ໃຜ​ພໍ​ມີ​ພໍ​ຊື້​ກໍ່​ຊື້ ຍ້ອນ​ບໍ່​ຢາກ​ຕາກ​ແດດ​ຕາກ​ຝົນ ດົມຂີ້ຝຸ່ນ​ເດ​ເນາະ! ​ເລື່ອງ​ນີ້​ກໍ່​ດີ​ໃຈ​ນຳ​ຢູ່​ດັອກ! ​ແຕ່​ບາດ​ມາ​ເບິ່ງ​ລົດ​ຕິດ​ແລ້ວ ​ໂອ່! ດຽວ​ນີ້​ຜູ້​ມີ​ລົດ​ໃຫຍ່​ຫຼາຍ​ຄົນ​ກໍ່ຈົ່ມ​ອອ່ຍໆ​ແລ້ວ!​ ​ແທນ​ທີ່ມີ​ລົດ​ໃຫຍ່​ແລ້ວ​ຊິສະດວກ​ສະບາຍ ຊ້ຳພັດ​ມາ​ທໍລະມານ ມາ​ເສຍ​ເວລາ​ນຳ​ລົດ​ຕິດ​​ໄດ໋ບາດ​ນິ! ດີບໍ່ດີ​ໄປ​ບໍ່​ທັນ​ປະຊຸມ ບໍ່​ທັນ​ນັດ​ໝາຍ​ຊ້ຳ! ທາງ​​ແກ້​ກໍ່​ມີ​ແຕ່ ຄັນ​ມີ​ວຽກ​ດ່ວນ​ກໍ່ຕ້ອງອອກ​ເຮືອນ​ແຕ່ 6:30 - 7:00 ພີ້​ແລ້ວ ຄັນ 7:30 ຕອນ​ເຊົ້າຈັ່ງ​ອອກ ລອງ​ເບິ່ງ​ບໍ່​ຄາ​ອ່າງ​ຍ່າງ​ໂລດ ​ເສັ້ນ​ໃດ​ກໍ່​ຄ້າຍໆ​ກັນ​ແລ້ວ​ດຽວ​ນີ້ ຕອນ​ເຊົ້າ ຕອນ​ທ່ຽງ ຕອນ​ແລງ ຕິດ​ອຶກ​ກະ​ທຶກ ​ເສຍ​ທັງ​​ເວລາ ​ເສຍ​ທັງ​ອາລົມ ​ເສຍ​ທັງ​ນ້ຳມັນ​ລົດ​ອີກ! ໜຸ່ມ​ໃຫຍ່​ກໍ່​ຄຶດ​ແນວ​ນັ້ນຄື​ກັນ​ເກາະ! ຖະໜົນ​ຂະຫຍາຍ​ບໍ່​ທັນ ສ້າງ​ບໍ່​ທັນ ຖະໜົນ​ກໍ່​ແ​ຄບລົດຊ້ຳພັດ​ເພີ່ມ​ຂື້ນ​ໄວ​ເກີນ​ຄາດ​ບາດ​ນີ້ ມັນ​ກໍ່​ຄາ​ອ່າງ​ຍ່າງປານ​ເສັ້ນ​ເຂົ້າປຸ້ນ​ພຸ້ນ​ແລ້ວ! ອັນ​ພໍ​ຊິ​ຊ່ວຍ​ແກ້​​ໄຂ​ໄດ້​ກໍ່​ມີ​ແຕ່​ເຈົ້າໜ້າ​ທີ່​ຕຳຫຼວດ​ຈາລະ​ຈອນ​ໄປ​ຊ່ວຍ​ສັນຍານ​ຢູ່​ຕາມ​ຈຸດ​ທີ່​ລົດ​ຫຼາຍ ​ແລະ ສັບສົນ​ເປັນ​ພິ​ເສດ​ໃນ​ຊົ່ວ​ໂມງ​ທີ່​ຮີບ​ດ່ວນ​ໃຫ້​ຫຼາຍ​ຕື່ມ! ອີກ​ອັນ​ໜຶ່ງ​ຜູ້​ຂັບ​ຂີ່​ກໍ່​ຕ້ອງ​ໃຈ​ເຍັນ​ຕື່ມ ​ໂດຍ​ສະ​ເພາະ​ລົດ​ໃຫຍ່ ​ໃຈ​ເຢັນ​ບວກ​ກັບ​ປະຕິບັດ​ກົດ​ລະບຽບ​ຈາລະ​ຈອນ​ຢ່າງ​ເຄັ່ງ​ຄັດ ຄ່ອຍ​ໄປ​ຄ່ອຍ​ມາ​ຕາມ​ເລນ​ຕາມ​ຊ່ອງ​ຂອງ​ຕົນ​ເອງ ຢ່າ​ໃຈຮ້ອນ​ແລ້ວໝົ້ນ​ແຫຍ້​ໄປ​ທົ່ວທີບ ​ເອົາ​ໄປ​ເອົາ​ມາ​​ແທນ​ທີ່​ຈະ​ໄດ້​ຄ່ອຍ​ໄປ​ ພັດ​ຄາ​ອ່າງ​ຍ່າງ​ໝົດ​ຊ້ຳ! ​ແຮ່ງ​ຊ້າ​ຕື່ມ, ​ເອົາ, ຄັນ​ທຸກ​ຄົນ​ຊ່ວຍ​ກັນ​ມັນ​ກໍ່​ໄປ​ຮອດ​ຈຸດໝາຍ​ປາຍທາງ​ທັນ​ເວລາ ​ແລະ​ປອດ​ໄພ​ພ້ອມ​ເນາະ! ​ເອົາ, ຊ່ວຍ​ກັນໆ! ດ້ວຍ​ຄວາມ​ເປັນ​ຫ່ວງ​ເປັນ​ໄຍຈາກ CRIS; ​ແຕ່​ວ່າ​ສຳລັບ​ເລື່ອງຈີນ​ທີ່​ຈະ​ເອົາ​ມາ​ເວົ້າສູ່ຟັງ​ຄືນ​ນີ້​ແມ່ນ​ຕໍ່​ເນື່ອງ​ຈາກ​ລາຍການ​ຄືນ​ວານ​ນີ້​ກ່ຽວ​ກັບ​ຈີນ​ຕ້ອງການ​ຊ່ຽວຊານ​ຕ່າ​ງປະ​ເທດ​ຫຼາຍ​ຂື້ນ​ນິລະ! ໜຸ່ມ​ໃຫຍ່​ໄດ້​ອ່ານ​ພົບ​ຂໍ້​ມູນ​ຂ່າວສານ​ທີ່​​ໃໝ່ໆ​ແລະ​ຕໍ່​ເນື່ອງ​ກັນ​ເລີຍ​ເອົາ​ມາ​ເວົ້າສູ່​ຟັງ​ຕື່ມ!

ເພງ

ຜ່ານ​ໄປ………………….. ມາ​ເຂົ້າ​ເລື່ອງ​ເລີຍ​ເນາະກ່ຽວ​ກັບ​ຈີນ​ນຳ​ເຂົ້າຊ່ຽວຊານ​ຈາກ​ຕ່າງປະ​ເທດ​ທີ່​ມີ​ອາຊີບ​ແທ້ໆ​ໃຫ້​ຫຼາຍ​ຂື້ນ​ຕື່ມ! ລັດຖະບານ​ຈີນ​ວາງ​ແຜນ​ວ່າ​ໃນ 10 ປີ​ຕໍ່ໜ້າ​ຈະ​ນຳ​ເຂົ້າ​ຊ່ຽວຊານ​ຕ່າງປະ​ເທດ​ໃຫ້​ໄດ້​ປະມານ 500-1.000ຄົນ. ​ເພື່ອ​ກະ​ຕຸ້ນ​ການ​ປ່ຽນ​ແປງ​ໃໝ່​ແລະ​ຍົກ​ລະດັບ​ການຄົ້ນຄ້ວາ​ວິທະຍາສາດ! ​ໂ​ຄງການ​ນຳ​ເຂົ້າຊ່ຽວຊານ​ຕ່າງປະ​ເທດ 1.000 ຄົນ​ເລີ່​ມດຳ​ເນີນ​ໃນ​ທ້າຍ​ປີ​ກາຍ​ນີ້​ແລະ​ກໍ່ສາມາດ​ດຶງ​ດູດ​ຄວາມ​ສົນ​ໃຈ​​ໃຫ້​ຜູ້​ສະ​ໝັກ​ເຖິງ 214 ຄົນ ຈາກ​ອາ​ເມ​ລິ​ກາ, ຍີ່ປຸ່ນ​ແລະ​ເຢຍລະ​ມັນ! ​ໂຄງການ​ນີ້​ເລີ່​ມຮັບ​ສະໝັກ​ຊຸດ​ທຳ​ອິດ​ເລີ່​ມ​ແຕ່​ເດືອນ​ພະຈິກ​ປີ​ກາຍ​ນີ້ ​​ໂດຍ​ທ້ອນ​ໂຮມ​ຄວາມ​ຕ້ອງການ​ຊ່ຽວຊານ​ຕ່າງປະ​ເທດ​ຈາກ 214 ມະຫາວິທະຍາ​ໄລ, ສະ​ຖາ​ບັນ​ຄົ້ນຄ້ວາ​ວິທະຍາສາດ ​ແລະ ບໍລິ​ສັດ​ໃຫຍ່​ໆ​ໃນ​ທົ່ວ​ປະ​ເທດ! ຜູ້​ທີ່​ຈະ​ເປັນ​ຜູ້​ຈ້າງ ຄັນ​ຢາກ​ໄດ້​ຊ່ຽວຊານ​ຕ່າງປະ​ເທດ​ກໍ່​ສະ​ແດງ​ເຈ​ດຈຳນົງ ​ແລະ​ເງຶ່​ອນ​ໄຂ​ທີ່​ຕົນ​ເອງ​ຢາກ​ໄດ້​ໄປ​ຫາ​ໂຄງການ​ຕ່າງ​ປະ​ເທດ​ພັນ​ຄົນ! ຜູ້​ຊ່ຽວຊານ​ທີ່​ເກັ່ງໆ ລັດຖະບານ​ຈີນ​ຈະ​ຈ່າຍ​ເງິນ​ໃຫ້​ຄ່າ​ຄົ້ນຄ້ວາ​ປະມານ 1 ລ້ານ​ຢວນພຸ້ນ​ໄດ໋! ປະມານ 159.000 ​ໂດ​ລາ. ​ແລ້ວ​ຜູ້​ທີ່​ຈະ​ມາ​ເຮັດ​ການຄົ້ນຄ້ວາ​ວິທະຍາ​ສາດ​ໃຫ້​ຈີນ​ກໍ່​ຈະ​ໄດ້​ເສຍ​ຄ່າ​ສະໜັບສະໜູນ​ຄົ້ນຄ້ວາ​ອີກ 3 ລ້ານ​ຢວນ. ລວມ​ເປັນ 4 ລ້ານ​ຢວນພຸ້ນລະ​ຕໍ່​ການຄົ້ນຄ້ວາ​ທີ່​ສຳຄັນ​ເທື່ອ​ໜຶ່ງ! 4 ລ້ານ​ຢວນກໍ່​ເກືອບ 5 ຕື້​ກີບ​ພຸ້ນ​ແລ້ວ! ນອກ​ນັ້ນກໍ່​ຍັງ​ຈະ​ອຳ​ນວຍ​ຄວາມ​ສະດວກ​ໃຫ້​ນັກຄົ້ນຄ້ວາ​ວິທະຍາສາດ​ອີກ​ຫຼາຍ​ອັນ ​ເປັນຕົ້ນວ່າ ອອກ​ວິຊາ​ພິ​ເສດ​ໃຫ້, ຍົກ​ເວັ້ນພາສີ, ມີ​ເງິນ​ເດືອນ​ສູງ, ທີ່​ພັກ​ທີ່​ສະດວກ​ສະບາຍ, ການ​ເບິ່ງ​ແຍງ​ດ້ານ​ສຸຂະພາບ ​ແລະ ນະ​ໂຍບາຍປະກັນ​ໄພ​ທີ່​ພິ​ເສດອີ​ກດ້ວຍ! ​ເອົາ, ຟັງ​ເພງ​ກ່ອນ​ແລ້ວ​ຈະ​ມາ​ລົມ​ສູ່​ຟັງ​ຕໍ່!

ເພງ

ຂະນະ​ນີ້………….. 711477, 9300 ມາ​ລົມ​ກັນ​ຕໍ່​ເນາະກ່​ຽວກັບ​ການ​ນຳ​ເຂົ້າຊ່ຽວຊານ​ຕ່າງປະ​ເທດ​ຂອງ​ຈີນ, ມາ​ເບິ່ງ​ແລ້ວ​ຈີນ​ຕ້ອງກາ​ນ​ແມ່ນ​ນັກວິຊາການ​ຫຼື​ຊ່ຽວຊານ​ທີ່​ເກັ່ງ​ທີ່​ມີ​ຊື່​ສຽງ​ລະດັບ​ອາຈານ​ອີ່ຫຼີ​ໄດ໋ທ່ານ​ຜູ້​ຟັງ! ບໍ່​ແມ່ນ​ອາຈານ​ທີ່​ເອີ້ນ​ກັນ​ໄປ​ທົ່ວທີບ​ຊື່ໆ​ໄດ໋! ​ເພາະວ່າ​ພາກສ່ວນ​ທີ່​ສະ​ແດງ​ຄວາມຕ້ອງການ​ມາ ສ່ວນ​ຫຼາຍ​ກໍ່​ແມ່ນ​ມາ​ຈາກ​ມະຫາວິທະຍາ​ໄລ, ສະ​ຖາ​ບັນ​ວິທະຍາສາດ, ວິ​ສະຫະ​ກິດ​ການ​ລົງທຶນ ຫຼື ລັດ​ວິ​ສະຫະ​ກິດ​ຮຸ້ນ​ສ່ວນ ທີ່​ມີ​ທຶນ​ຈີນ​ຕ່ຳ​ສຸດ 50% ຂື້ນ​ໄປ ສະນັ້ນລະ​ເປົ້າໝາຍ​ຍທີ່​ຈີນ​ຢາກ​ໄດ້​ຫຼາຍກໍ່​ແມ່ນ​ ສາດສະດາຈານ​ຈາກ​ມະຫາວິທະຍາ​ໄລ​ທີ່​ມີ​ຊື່​ສຽງ​ຂ​ອງ​ໂລກ, ຈາກ​ສະ​ຖາ​ບັນ​ຄົ້ນຄ້ວາ​ວິທະຍາສາດ ຫຼື ມື​ອາຊີບ​ໃນ​ລະດັບ​ອາວຸ​ໂສ ດ້ານ​ເຕັກ​ໂນ​ໂລ​ຊີ ການ​ບໍລິຫານ, ຫຼື ຈາກ​ບໍ​ລິ​ສັດ​ໃຫຍ່ໆ ຫຼື ຈາກ​ສະ​ຖາ​ບັນ​ການ​ເງິນ​ໃຫຍ່​ໆ​ຂອງ​ໂລກ​ໄປ​ຈັ່ງຊັ້ນລະ! ຢູ່​ລາວ​ນິບໍ່​ມີ​ໃຜ​ສົນ​ໃຈ​ບໍ່​ນໍ້? ຄັນ​ໝັ້ນ​ໃຈ​ວ່າ​ຕົນ​ເອງ​ໄດ້​ຕາມ​ມ​າດຖານ​ຫຼື​ເງື່ອນ​ໄຂ ກໍ່​ລອງ​ໄປ​ສະໝັກ​ເບິ່ງ​ເນາະ! ຜູ້​ຊ່ຽວຊານ​ດ້ານ​ກາ​ນຄຸ້ມ​ຄອງ​ລິ​ຂະ​ສິດທາ​ງປັນຍາ ຫຼື ຊຳ​ນານ​ດ້ານ​ບໍລິຫານ​ຈັດການ​ທຸລະ​ກິດ​ໃນ​ລະດັບ​ໂລກ ​ເພິ່ນ​ຕ້ອງການ​ຫຼາຍ​ຄື​ກັນ! ​ເງື່ອນ​ໄຂ​ເພິ່ນ​ກໍ່​ແມ່ນ​ຕ້ອງ​ບໍ່​ແມ່ນຄົນ​ຈີນ ອາຍຸ​ຕ່ຳ​ກ່ວາ 65 ປິິ, ປະ​ຈຸ​ບັນ​ກໍ່​ບໍ່​ໄດ້​ເຮັດ​ວຽກ​ເຕັມ​ເວລາ ຢູ່​ບ່ອນ​ໃດ​ໃນ​ປະ​ເທດ​ຈີນ, ຜູ້​ກຳລັງ​ເຮັດ​ວຽກ​ຢູ່​ໃນ​ປະ​ເທດ​ຈີນ​ກໍ່​ສາມາດ​ສະໝັກ​ໄດ້​ໄດ​ນິ! ​ແຕ່​ວ່າ​ຕ້ອງ​ແມ່ນ​ຜູ້​ທີ່​ຫາກໍ່​ເຮັດ​ວຽກ​ມາ​ໄດ້​ບໍ່​ທັນ​ຮອດ 6 ​ເດືອນກ່ອນ​ມື້​ສະໝັກ! ການ​ເປີດ​ຮັບ​ຊຸດ​ທີ​ສອງ​ເພິ່ນ​ເລີ່​ມ​ໃນ​ວັນ​ສຸກ 13/2/2012 ຜ່ານ​ມາ​ນີ້​ລະ! ​ແລະ​ຈະ​ປິດ​ໃນ​ວັນ​ທີ 12 ​ເດືອນ​ໜ້າ! ຊ່ຽວຊານ​ເຫຼົ່ານີ້​ຢ່າງ​ໜ້ອຍ​ຕ້ອງ​ເຮັດ​ວຽກ​ມາ​ແລ້ວ 3 ປີ ​ແລະ​ສາມາດ​ຢູ່​ຈີນ​ໄດ້​ຢ່າງ​ຕ່ຳ 9 ​ເດືອນ​ຕໍ່​ປີ! ພາກສ່ວນ​ກ່ຽວຂ້ອງ​ຂອງ​ຈີນ​ເພິ່ນ​ກໍ່​ຈັດຕັ້ງທີ​ມງານ 40 ຄົນ​ພຸ້ນ​ໄດ໋! ​ເ​ພື່ອຄັດ​ເລືອ​ກວ່າ​ຖືກ​ກັບ​ເງື່ອນ​ໄຂ ​ແລະ​ມີຄຸນ​ວຸດ​ທິພຽງພໍ​ຫຼືບໍ່? ລວມທັງ​ຜົນງານ​ທີ່​ເດັ່ນໆ​ຜ່ານ​ມາ​ວ່າ​ເໝາະທີ່​ຈະ​ຈ້າງ​ບໍ່? ຫຼາຍ​ບໍລິສັດ​ຢູ່​ປັກ​ກິ່ງກໍ່​ສະ​ແດງ​ຄວາມ​ຕ້ອງການ​ຊ່ຽວຊານ​ທີ່​ເກັ່ງໆ​ຫຼາຍ​ໄດ໋​ເພື່ອ​ມາ​ຊ່ວຍ​ພັດທະນາ​ທຸລະ​ກິດ​ຂອງ​ເຂົາ​ເຈົ້າ! ທ່ານ ​ເຢ້ ຈິ່ງ ຜູ້​ຈັດການ​ຝ່າຍ​ຊັບພະຍາກອນ​ມະນຸດ​ຂອງ​ບໍ​ລິ​ສັດ ອຸດ​ສະຫະ​ກຳ​ເຕັກ​ໂນ​ໂລ​ຊີ​ທີ່​ຜະລິດ​ເຄື່ອງຈັກ ​ເຄື່ອງ​ລານ​ໃໝ່ ​ແລະ ພັດທະນາ​ພະລັງງານ​​ໃໝ່​ຂອງ​ປັກ​ກິ່ງບອກ​ວ່າ: ບໍລິສັດ​ລາວ​ມີ​ຊ່ຽວຊານ ​ເຢຍລະ​ມັນ​ຄົນ​ໜຶ່ງ​ແລ້ວ ​ແຕ່​ຕ້ອງກາ​ນອີກ 2-3 ຄົນ ຈາກ​ອາ​ເມ​ລິ​ກາ ​ແລະ ຍີ່ປຸ່ນ​ໃນ​ປີ​ນີ້ ​ເພາະວ່າ​ຊ່ຽວຊານ​ຈາກ​ປະ​ເທດ​ເຫຼົ່ານີ້ ​ແມ່ນ​ນຳ​ໜ້າ​ຢູ່​ແລ້ວ​ດ້ານ​ອຸດ​ສະຫະ​ກຳ! ​ສະ​ເພາະ​ຢູ່​ປັກ​ກິ່ງ​ຊື່ໆ ​ແຕ່ລະ​ປີ​ກໍ່​ມີ​ຕ່າງປະ​ເທດ​ມາ​ເຮັດ​ວຽກ​ຫຼາຍ​ກ່ວາ 40.000 ຄົນ​ແລ້ວ​ທ່ານ​ຜູ້​ຟັງ! ​ເອົາ, ຟັງ​ເພງ​ກ່ອນ​ເນາະ ​ແລ້ວ​ຈະ​ມາ​ເວົ້າສູ່​ຟັງ​ວ່າ​ຈີນ​ບໍ່​ແມ່ນ​ມີ​ແຕ່​ຢາກ​ໄດ້​ໄດ໋ ຈຳນວນ​ໜຶ່ງ​ກໍ່​ຈຳກັດ​ບໍ່​ໃຫ້​ເຂົ້າມາ​ຄື​ກັນ​ໄດ໋! ລາຍ​ລະອຽດ​ຈະ​ເປັນ​ແນວ​​ໃດ​ຟັງ​ເພງ​ປ່ຽນ​ບັນຍາກາດ​ກ່​ອນ!

ເພງ

ຂອບ​ໃຈ………….. ກໍ່​ຄື​ເວົ້າກ່ອນ​ເປີ​ດ​ເພງ​ຫັ້ນລະ​ວ່າ​ຈີນ​ດຽວ​ນີ້​ພວມ​ຕ້ອງກາ​ນນັກວິຊາການ ຊ່ຽວຊານ​ທີ່​ເກັ່ງໆຈາກ​ຕ່າງປະ​ເທດ ມາ​ບັນຈຸ​ເຂົ້າ​ໃນ​ຂະ​ແໜງ​ການ​ທີ່​ຈີນ​ຈຳ​ເປັນ ​ແລະ​ຕ້ອງການ​ດ່ວນ ດ້ວຍ​ການ​ອຳ​ນວຍ​ຄວາມ​ສະດວກ​ໃຫ້​ທຸກ​ຢ່າງ! ​ເງິນ​ຄ່າ​ຈ້າງ​ກໍ່​ສູງ! ​ແຕ່​ວ່າ​ໃນ​ຂະນະ​ດຽວ​ກັນ ສະພາ​ແຫ່ງ​ລັດ​ຈີນ​ກໍ່​ຮ່າງ​ກົດໝາຍ ສະບັບ​ດັ​ດ​ແກ້​ອອກ​ມ​າ​ແລ້ວ ​ແລະ​ສົ່ງ​ໃຫ້​ສະພາປະຊາຊົນ​ແຫ່ງ​ຊາດ​ຈີນ​ແລ້ວ ​ເພື່ອ​ຄົ້ນຄ້ວາ​ພິຈາລະນາ​ເປັນ​ເທື່ອ​ທຳ​ອິດ ຮ່າງ​ກົດໝາຍ​ນີ້​ມີ​ຈຸດປະສົງ​ຄຸ້ມ​ຄອງ ກວດກາ ຄົນ​ຕ່າງປະ​ເທດ​ທີ່​ເຂົ້າ​ມາ​ຢູ່​​ແລ​ະ​ເຮັດ​ວຽກ​ຢ່າງ​ຜິດ​ກົດໝາຍ​ຢູ່​ຈີນ! ທີ່​ກຳລັງ​ມີ​ບັນຫາ​ຫຼາຍ​ຂື້ນ​ ເພາະວ່ານີ້​ກໍ່​ຄື​ຮູ້​ຫັ້ນລະ​ວ່າ​ຈີນ​ເປັນ​ເສດຖະກິດ​ໃຫຍ່​ອັນ​ດັບ 2 ຂອງ​ໂລກ​ແລ້ວ​ແລະ​ຄ່າ​ຈ້າງ​ກໍ່​ສູງ​ຂື້ນ! ຄົນ​ຕ່າງປະ​ເທດ​ຫຼາຍ​ຄົນ​ໂດຍ​ສະ​ເພາະ​ຜູ້​ທີ່​ບໍ່​ມີຄວາມ​ຮູ້​ ຄວາມ​ສາມາດ​ສູ​ງ ບໍ່​ພໍ​ເທົ່າ​ໃດ​ກໍ່​ຫາ​ວິທີ​ເຂົ້າ​ໄປ​ຊອກ​ວຽກ​ເຮັດ​ງານ​ທຳ​ຢູ່​ຈີນ. ກົດ​ໝາຍ​ຄຸ້ມ​ຄອງ​ການ​ເຂົ້າອອກ​ຈີນ ຂອງ​ຄົນ​ຕ່າງປະ​ເທດ​ສະບັບ​ທີ່​ໃຊ້​ຢູ່​ດຽວ​ນີ້ ​ໃຊ້​ມາ​ໄດ້ 26 ປີ​ແລ້ວ! ມັນ​ຈຶ່ງ​ສ້າງ​ຊ່ອງ​ຫ່ວາງ​ໃຫ້​ຄົນ​ຕ່າງປະ​ເທດ​ເຂົ້າມາ​ເຮັດ​ວຽກ​ຢູ່​ຈີນ​ແບບ​ຜິດ​ກົດໝາຍ​ຢູ່​ຈີນ​ຫຼາຍ​ຂື້ນ! ສະນັ້ນຮ່າງ​ກົດ​ໝາຍ​ໃໝ່​ນີ້​ບອກ​ວ່າ ຄົນ​ຕ່າ​ງປະ​ເທ​ດກ່ອນ​ຈະ​ເຂົ້າມາ​ເຮັດ​ວຽກ​ຢູ່​ຈີນ​ຕ້ອງ​ມີ​ທັງ​ໃບຢັ້ງຢືນທີ່ຢູ່ ​ແລ​ແ ​ໃບ​ອະນຸຍາດ​ໃຫ້​ເຮັດ​ວຽກ​ຈຶ່ງ​ເຮັດ​ໄດ້ ຄັນ​ບໍ່​ມີ​ສອງ​ໃບ​ນີ້​ຈະ​ຖືກ​ປັບ​ໃໝ 5000-20.000 ຢວນ. ຄັນ​ເປັນ​ເງິນ​ກີບ​ກໍ່ 20 ລ້ານ​ກ່ວາ​ກີ​ບພຸ້ນ​ແລ້ວ! ຄັນ​ຝ່າຝືນ​ໜັກ​ບາງ​ເທື່ອ​ອາດ​ຈະ​ຖືກ​ກັກ​ຕົວ​ 5-15 ມື້​ພຸ້ນ​ໄດ໋! ຜູ້​ຮັບ​ເຮັດ​ວຽກ​ກໍ່​ຈະ​ຖືກ​ປັບ​ໃໝ​ຄື​ກັນ! ວາງ​ກົດໝາຍ​ນີ້​ອອກ​ມາ​ກໍ່​ເພື່ອ​ຄວບ​ຄຸມ​ຕະຫຼາດ​ແຮງ​ງານ​ໃນ​ປະ​ເທດ​ຈີນ​ນິລະ​ທ່ານ​ຜູ້​ຟັງ! ​ເພາະວ່າ​ຈີນ​ມີ​ພົນລະ​ເມືອງ​ຫຼາຍ​ຢູ່​ແລ້ວ ​ເກືອບ​ທຸກ​ອາຊີບ ​ເກືອບ​ທຸກ​ວຽກ ຄົນຈີນ​ເຮັດ​ໄດ້​ດີ​ຢູ່​ແລ້ວ! ຊິ​ຈຳ​ເປັນ​ຫຍັງ​ເອົາ​ຄົນຕ່າງປະ​ເທດ​ໄປ​ຍາດ​ວຽກ​ເຮັດ​ງານ​ທຳ ອາຊີບ​ຂອງ​ຕົນ​ເອງ​ອີກ! ສະນັ້ນ​ເພິ່ນ​ຈຶ່ງ​ຢາກ​ຈຳກັດ ​ແຕ່​ຢາກ​ສົ່ງ​ເສີມ ຢາກ​ໄດ້​ຄົນ​ຕ່າງປະ​ເທດ​ທີ່​ເກັ່ງ​ອີ່ຫຼີ​ພຸ້ນ! ຄົນ​ຕ່າງປະ​ເທດ​ທີ່​ເຂົ້າຈີນ​ທົ່ວ​​ໄປ ວິຊາ​ຈະ​ອະນຸຍາດ​ໃຫ້​ຢູ່​ໄດ້​ສູ​ງສຸດ​ແມ່ນ 180 ມື້, ຄັນ​ຢູ່​ຊ່ຳນີ້​ບໍ່​ຈຳ​ເປັນ​ຂໍ​ໃບຢັ້ງຢືນ​ການ​ພັກ​ເຊົາ​ກໍ່​ໄດ້! ​ແຕ່​ວ່າ​ຄັນ​ກາຍ​ນີ້​ແລ້ວ​ກໍ່​ຕ້ອງ​ມີ​ໃບຢັ້ງຢືນ​ທີ່ຢູ່​ອາ​ໄສ​ພ້ອມ ​ແລະ​ກໍ່ຕ້ອງ​ເຮັດ​​ໃບ​ສະ​ເໜີ​ຂໍ​ຢັ້ງຢືນ​ພັກ​ເຊົາ​ແຕ່ 180 ວັນ​ຈົນ​ຮອດ 5 ປີ​ພຸ້ນ​ແລ້ວ! ​ແລ້ວ​ແຕ່​ຕົວ​ຈິງ! ​ແລ້ວ​ແຕ່​ເວລາ​ຢູ່​ຈີນ ຄົນ​ຕ່າງປະ​ເທດ​ກໍ່​ຕ້ອງ​ຖື​ບັດ​ພັກ​ເຊົາ​ຕິດ​ໂຕ​ຕະຫຼອດ​ໄດ໋ ​ເພື່ອ​ວ່າ​ເວລາ​ເຈົ້າໜ້າ​ທີ່ກວດກາ! ​ເຄັ່ງ​ແນວ​ນັ້ນ​ໄດ໋ທ່ານ​ຜູ້​ຟັງ​ຢູ່ຈີນ​ນະ! ຕອນ​ໜຸ່ມ​​ໃຫຍ່​ເຮັດ​ວຽກ​ເປັນ​ຊ່ຽວຊານ​ຢູ່​ປັກ​ກິ່ງ​ເກືອບ 5ປີ ຕ້ອງ​ເອົາ​​ໃບ​ອະນຸຍາດ​ພັກ​ເຊົາ​ແຈ້ງທັງ​ຕຳຫຼວດ​ຄຸ້ມ​ຊຸມ​ຊົນ ​ເພື່ອ​ຂື້ນ​ບັນຊີ​ໃນ​ຄັອມພິວ​ເຕີ​ໄວ້! ​ກັອບປີ​ມາ​ໃຫ້​ຄົນ​ຍາມ​ອາພາດ​ເມັ້ນອີກ! ຄັນ​ມີ​ໝູ່ຄູ່​ຍາດ​ພີ່ນ້ອງ​ມາ​ຢາມ​ກໍ່​ຕ້ອງ​ພາ​ໄປ​ແຈ້ງ​ຫ້ອງການ​ຕຳຫຼວດ​ອີກ ພາຍ​ໃນ 24 ຊົ່ວ​ໂມງ​ໄດ໋! ການຄຸ້ມ​ຄອງ​ຄົນ​ຕ່າ​ງປະ​ເທດ​ຢູ່​ຈີນ​ເຄັ່ງ​ຄັດ ​ເປັນ​ລະບຽບ​ແທ້ໆ​​ໄດ໋! ບາ​ເມາ​ເບິ່ງ​ຢູ່​ລາວ​ຈັກ​ຜູ້​ຊິ​ເປີດ​ຮ້ານ​ຂາຍ​ເຄື່ອງ ຈັກ​ຜູ້​ຊິ​ຫາບ​ເຄື່ອງຂາຍ ຈັກ​ກຳມະກອນ ​ເຕັມ​ຍ່າວໆ​ຢູ່ ​ແຕ່​ຜົ້ງສາລີ​ຈົນ​ຮອດ ຈຳປາ​ສັກ ອັດ​ຕະປື! ຈັກ​ມີ​ໜັງສື​ຖືກຕ້ອງ​ຫຼື​ບໍ່? ຈັກ​ໜັງສື​ໝົດ​ກຳນົດ​ແລ້ວ​ຫຼື​ບໍ່?ກໍ່​ບໍ່​ແນ່​ໃຈ! ນາຍບ້ານ​ນິລະ​ຕ້ອງ​ເປັນ​ເຈົ້າ​ການ​ວ່າ​ໃຜ​ເຂົ້າມາ​ບ້ານ​ໂຕ​ຖືກ​ລະບຽບ​ກົດໝາຍ​ຫຼື​ບໍ່? ​ເພາະວ່າ​ຢູ່​ໃກ້ຊິດ​ທີ່​ສຸດ​ເດ ສົມທົບ​ກັບ​ເຈົ້າໜ້າ​ທີ່​ຄຸ້ມ​ຄອງ​ຄົນ​ຕ່າງ​ດ້າວ! ຄັນ​ບໍ່​ຈິງ​ຈັງ​ແທ້​ບັນຫາ​ນ້ອຍ​ອາດ​ເປັນ​ບັນຫາ​ໃຫຍ່​ໃນ​ອະນາຄົດ​ອັນ​ໃກ້ໆ​ນີ້​ເດີ້! ຄັນ​ລະ​ເຫີ​ງຫຼາຍ​ໜ້າ​ເປັນ​ຫ່ວງ​ນຳ​ຢູ່! ຢູ່​​ໃນ​ຮ່າງ​ກົດໝາຍ​ໃໝ່​ຂອງ​ຈີນ​ທີ່​ສະພາ​ປະຊາຊົນ​ແຫ່ງ​ຊາດ ພວມ​ຄົ້ນຄ້ວາ​ພິຈາລະນາ​ຢູ່​ນີ້ ຍັງ​ມີ​ຂໍ້​ທີ່​ບອກ​ວ່າ: ຄົນ​ຕ່າງປະ​ເທດ​ສາມາດ​ຂໍ​ໃບຢັ້ງຢືນ​ຢູ່​ຈີນ​ຖາວອນ​ໄດ້​ອີກ​ໄດ໋! ​ແຕ່​ເງື່ອນ​​ໄຂ​ຄົນ​ຕ່າງປະ​ເທດ​ຜູ້ນັ້ນຕ້ອງ​ເປັນ​ຜູ້​ທີ່​ປະກອບສ່ວນ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ຈີນ​ໄດ້​ດີ​ຫ້າວຫັນ​ທໍ່​ນັ້ນ​ໄດ໋! ໝາຍຄວາມ​ວ່າ​ເປັນຜູ້​ທີ່​ມີ​ຄວາມ​ຮູ້​ຄວາມ​ສາມາດ​ສູງ ​ເປັນ​ຄົນ​ດີ​ມີ​ຄຸນ​ນະພາ​ບວ່າ​ຊັ້ນສາ! ຄັນ​ຄົນ​ທົ່ວ​ໄປ​ຫຼື​ຄົນ​ອີ​ເນ​​ເກ​ນັງ ຢາກ​ເຂົ້າ​ໄປ​ຢູ່​ຈີນ​ເລີຍ​ຢ່າ​ຄຶດ​ໃຫ້​ມັນ​ຈ່ອຍ! ຄັນ​ຄົນ​ເກັ່ງ​ບໍ່​​ແມ່ນ​ຈີນ​ຍິນ​ດີ​ຕ້ອນຮັບ​ລ້າໆ​ອີກ ບາງ​ເທື່ອຍັງ​ເຊີນຊວນ​ອີກ​ພຸ້ນ​ລະ! ພວກ​ຫົວ​ກະທິ​ທັງຫຼາຍ​ທົ່ວ​ໂລກ​ນິ, ອີງ​ຕາມ​ຂໍ້ມູນ​ຂອງ​ລັດຖະບານ​ຈີນ​ແລ້ວ​ຈຳນວນ​ຄົນ​ເຂົ້າ-ອອກ​ຈີນ​ໃນ​ແຕ່ລະ​ປີ ​ເລີ່​ມມ​າ​ແຕ່ 1990 ​ເພີ່​ມຂື້ນ​ຕັ້ງວ່າ 10% ພຸ້ນ​ໄດ໋ທ່ານ​ຜູ້​ຟັງ! ສະ​ເພາະ​ແຕ່​ປີ 2010 ມານ​ນີ້ ມີ​ຮອດ 382 ລ້ານ​ຄົນ, ​ໃນ​ຫັ້ນຄົນ​ຕ່າ​ງປະ​ເທດ 52 ລ້ານ​ຄົນ. ​ເຫັນ​ບໍ່​ທ່ານ​ຜູ້​ຟັງ​ຕົວ​ເລກ​ຂອງ​ເຂົາ​ເຈົ້າລະອຽດ​ປານ​ໃດ​? ຄົນ​ເຂົ້າອອກ​ຈີນ​ຮູ້​ໝົດ ລະ​ບົບ​ເຄືອ​ຂ່າຍ​ຂໍ້​ມູນ​ຄຸ້ມ​ຄອງ​ຄົນ ກໍ່​ເຊື່ອມ​ຕໍ່​ກັນ​ໄປ​ໝົດ​ໃນ​ທົ່ວ​ປະ​ເທດ ​ແຕ່​ໃນ​ເມືອງ​ໃຫຍ່​ຈົນ​ຮອດ​ຊົນນະບົດ​ຊາຍ​​ແດນ ​ເພາະວ່າ​ມັນ​ກ່ຽວ​ພັນ​ເຖິງ​ການ​ຄຸ້ມຄອງ​ການ​​ເຂົ້າອອກ​ຊາຍ​ແດ​ນ ລະ​ກະ​ຄວາມ​ໝັ້ນຄົງ​ປອດ​ໄພຂອງ​ປະ​ເທດ​ອີກ​ໄດ໋ ​ເລື່ອງ​ມີ​ຂໍ້​ມູນ​ລະອຽດ​ແນວ​ນີ້​ນະ!
​ເພງ
ຈົບ