ລົດ​ທີ່​ລົງທະບຽນ​ຢູ່​ປັກ​ກິ່ງ ​ແລະ ລົງ​ບັນຊີ​ດຳ​ບໍລິສັດ​ບໍ່​ດີ​ເທິງ​ເວັບ​ໄຊ

(GMT+08:00) 2012-04-26 15:00:00     cri
ສະບາ​ຍດີ​ມິດ​ລາຍການ​ທີ່​ຮັກ​ແພງ! ມາ​ອີກ​ແລ້ວ​ໜຸ່ມ​ໃຫຍ່​ກັບ​ລາຍການ​ເບິ່ງ​ເມືອງ​ຈີນ! 19 ​ໂມງທຸກ​ມື້​ທາງ CRI FM 93Mhz ​ແຫ່ງ​ນີ້​ບໍ່​ເຄີຍ​ຂາດ! ມື້​ນີ້​ວັນ​ອັງຄານ ທີ 21 ກຸ​ມພາ​ແລ້ວ​ໄດ໋ທ່າ​ນຜູ້​ຟັງ! ອີກ 6 ມື້​ເດືອນ​ກຸມພາ​ກໍ່​ໝົດ​ແລ້ວ​ໄດ໋ນິບຶດດຽວ​ໜຶ່ງ ປີ 2012 ກໍ່​ຊິ​ໝົດ​​ໄປ​ສອງ​​ເດືອນ​ແລ້ວ! ອັນ​ເວລານິຕັ້ງວ່ອງ​ໄວ ​ແລ່ນ​ໄປ​ແບບ​ບໍ່​ຖ້າ​ໃຜ​ອີ່ຫຼີ! ບຸນ​ຊ້າງ​ໄຊ​ຍະ​​ບຸລີ​ກໍ່​ຫາ​ກໍ່​ຜ່ານ​ໄປ​ໄດ້​ດ້ວຍ​ຄວາມ​ເບີກບານ​ມ່ວນ​ຊື່ນ​ເນາະທ່ານ​ຜູ້​ຟັງ! ​ທັງນັກ​ທ່ອງ​ທ່ຽວ​ພາຍ​ໃນ​ແລະ​ຕ່າງປະ​ເທດ​ກໍ່​ບັກ​ຫຼາຍໆ​ໃນ​ວັນ​ສຸກ​ຜ່ານ​ມາ​ນີ້ ມີ​ຊ້າງ​ເຂົ້າຮ່ວມ​ງານ​ເຂົ້າຮ່ວມ​ສະ​ແດງ​ຕັ້ງວ່າ 63 ​ໂຕພຸ້ນ​ນະ! ​ແຕ່ວ່າ​ມັນ​ເປັນຕາ​ໜ່າຍ​ຫັ້ນລະ​ແມ່ນ ມີ​ຄົນ​ບໍ່​ດີ​ສ້າ​ງຂ່າວ​ລື​ອະກຸສົນ​ຂື້ນ​ມາ​ວ່າ​ມີ​ຊ້າງ​ຢຽບ​ເດັກນ້ອຍ 5 ປິ​ຕາຍ​ໃນ​ງານ​ວ່າ​ຊັ້ນ! ລະ​ກະ​ຊ່າ​ກັນ​ຂື້ນ​ບັກ​ໄວໆ​​ໃນ​ວັນ​ເສົາ​ວັນ​ທິດ​ຜ່ານ​ມາ​ນີ້​ນ່າ! ບາງ​ຄົນ​ກໍ່​ໂທ​ຖາມ​ກັນ​ອຶກ​ກະ​ທຶກ! ​ໜຸ່ມ​ໃຫຍ່​ບໍ່​ຮູ້​ຫຍັງ​ດັອກ ວັນ​ອາທິດ​ຜ່ານ​ມານີ້ກໍ່​ພັກຜ່ອນ​ຢູ່​ເຮືອນ​ນຳ​ຄອບ​ນຳ​ຄົວ, ລະ​ມີ​ໝູ່​ຢູ່​ໄຊ​ຍະ​ພຸ້ນ​ໂທ​ມາ​ຫາ ​ເພິ່ນ​ກໍ່​ເປັນ​ຜູ້​ໜຶ່ງ​ທີ່​ຮັບຜິດຊອບ​ໃນ​ງານ ​ລະ​ກະ​ຮັບຜິດຊອບ​ເລື່ອງຊ້າງ​ໂດຍ​ສະ​ເພາະ ​ເພິ່ນ​ກໍ່​ວ່າ​ຊ່ວຍ​ແກ້​ຂ່າວ​ອະ​ກຸສົນ​ໃຫ້​ແດ່​ເດີ້ ມີ​ພວກ​ບໍ່​ດີ​ປ່າວ​ຂ່າວ​ວ່າ ມີ​ຊ້າງ​ຢຽບ​ເດັກນ້ອຍຕາຍ​ໃນ​ງານ​ຊ້າງ​ມັນ​ບໍ່​ມີ​ເດີ້ວ່າ​ຊັ້ນ! ພວກ​ເຮົາ​ຜູ້​ເຮັດ​ວຽກ​ສື່​ມວນ​ຊົນ​ກໍ່​ມາ​ແກ້​ຂ່າວ​ຊ່ວຍ​ກັນ​ແນວ​ນີ້​ລະ! ລ​າຍການ​ຂ່າວ​ຍາມ​ເຊົ້າ​ໂທລະພາບ​ເພິ່ນ​ກໍ່​ແກ້​ໄປ​ແລ້ວ! ຈາກ​ເຫດການ​ນີ້​ນິ ມັນ​ບອກ​ໃຫ້​ພວກ​ເຮົາ​ຮູ້​ວ່າ​ໃນ​ສັງຄົມ​ລາວ​ຍັງ​ມີ​ກຸ່ມ​ຄົນ​ບໍ່​ດີ​ຈຳນວນ​ໜຶ່ງ​ລີ້​ຊ່ອນ​ປ່ອນ​ຕົວ​ຢູ່​ໄດ໋ທ່ານ​ຜູ້​ຟັງ! ມີ​ງານ​ບຸນ​ມີ​ໂອກາດ​ໃດ​ສຳຄັນ​ມັນ​ພະຍາຍາມ​ສ້າງ​ຂ່າວ​ລື​ທີ່​ບໍ່​ມີ​ມູນ​ຖານ​ຄວາມ​ຈິງ​ຂື້ນ​ມາ​ໂລດ ​ເພື່ອ​ໃຫ້​ຄົນ​ແຕກ​ຕື່ນ​ລະ​ກະ​ເວົ້າປາກ​ຕໍ່ປາກ​ກັນ​ໄປ​ແບບ​ບໍ່​ຮູ້​ຄວາມ​ຈິງ​ຫັ້ນນະ! ສະນັ້ນລະ​ປີ​ນີ້​ເປັນ​ປີ​ສຳຄັນ​ເປັນ​ປີ​ທ່ອງ​ທ່ຽວ​ລາວ ​ເປັນ​ປີ​ທີ່​ລາວ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ອາຊີ-​ເອີຣົບ! ທຸກ​ຄົນ​ຊ່ວຍ​ກັນ​ເປັນ​ຫູ​ເປັນຕາ​ຊ່ວຍ​ເຈົ້າໜ້າ​ທີ່​ບ້ານ​ເມືອງ​ເດີ້! ​ໄດ້​ເຫັນ​ ​ໄດ້​ຍິນ ແນວບໍ່​ດີ​ບໍ່​ຄັກ​ທີ່​ຄົນ​ບໍ່​ດີ​ມັກ​ຈະ​ທຳລາຍ​ຄວາມ​ສະຫງົບ​ສຸກ ຂ້ຽວ​ແຈ້ງ​ເຈົ້າ​ໜ້າ​ທີ່​ບ້ານ​ເມືອງ​ຜູ້​ຢູ່​ໃກ້​ທີ່​ສຸດ​ໂລດ ​ເພື່ອ​ຈັດການ​ມັນ! ບໍ່​ຊ່ວຍ​ກັນ​ແທ້​ລະວັງ​ພາ​ດ​ໄດ໋ ​ເພາະວ່າ​ພວກ​ນີ້​ມັນ​ພະຍາຍາມ​ຫາ​ທຸກ​ຊ່ອງ​ຫ່ວາງ ຫາ​ຍາມ​ເຮົາ​ເຜີ​ຕົວ ກໍ່​ຄວາມ​ວຸ້ນວາຍຂື້ື້ນ​ໄດ໋! ​ເອົາ, ທຸກ​ຄົນ​ເປັນ​ເຈົ້າຊ່ວຍ​ກັນ​ເພາະວ່າ​ບ້ານ​ເມືອງສະຫງົບ ​ເຮົາ​ທຸກ​ຄົນ​ນີ້​ກໍ່​ມີ​ຄວາມສຸກ, ​ແມ່ນ​ບໍ່​ລະ! ​ເອົາ, ບັດ​ນີ້​ມາ​ຟັງ​ເພງ​ຊຸດ​ທຳ​ອິດ​ຈາກ​ລາຍການ​ເບິ່ງ​ເມືອງຈີນ​ເນາະ! ​ເພງ​ຈົບ​ແລ້ວ​ຈະ​ກັບ​ມາ​ເວົ້າສູ່​ຟັງ​ວ່າ​ດຽວ​ນີ້​ຢູ່​ນະຄອນຫຼວງ​ປັກ​ກິ່ງດຽວ​ນີ້​ມີ​ລົດ​ມາ​ລົງທະບຽນ​ໜ້ອຍ​ຫຼາຍ​ຊ່ຳ​ໃດ? ຫຼັງ​ຈາກ​ນັ້ນຈະ​ເອົາ​ເລື່ອງ​ເຈົ້າໜ້າ​ທີ່​ຈີນ​ເພິ່ນ​ເອົາ​ຊື່​ຂອງ​ບັນດາ​ບໍ​ລິສັດ​ທີ່​ບໍ່ໂປ່​ງ​ໃສ​ບໍ່​ຈະ​ແຈ້ງ​ເຂົ້າ​ໃນ​ບັນຊີ​ດຳ ​ແລ້ວ​ເຜີຍ​ແຜ່​ຂື້ນ​ໃນ​ເວັບ​ໄຊ​ໃຫ້​ທົ່ວ​ປະ​ເ​ທດຮູ້! ​ເລື່ອງ​ລາວ​ຈະ​ເປັນ​ແນວ​ໃດ​ຈັກ​ໜ້ອຍ​ໜຸ່ມ​ໃຫຍ່​ກັບ​ມາ!

ເພງ

ຜ່ານ​ໄປ​ແລ້ວ​ສອງ​ເພງ​ຈາກ​ລາຍການ. ຢ່າ​ລືມ 711477, 9300! 2-3 ມື້ກ່ອນ​ໜຸ່ມ​ໃຫຍ່​ກໍ່​ເວົ້າ​ເລື່ອງ​ລົດ​ຕິດ​ແທ້​ຕິດ​ວ່າ​ຢູ່​ວຽງ​ຈັນ​ນິ​ເນາະ! ​ແຕ່​ວ່າ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນ​ພຸ້ນ​ເລື່ອງ​ນີ້​ກໍ່​ບໍ່​ແມ່ນ​ທຳ​ມະ​ດາ​ເລີຍ​ເປັນ​ໜຶ່ງ​ໃນ​ນະຄອນ​ໃຫຍ່ໆ​ຂອງ​ໂລກ​ທີ່​ລົດ​ຕິດ​ຫຼາຍ​ເລີຍ​ລະ! ອັນ​ນີ້​ກໍ່​ຍ້ອນ​ລົດ​ນັບ​ມື້​ນັບ​ຫຼາຍ​ຂື້ນ ຄົນ​ມີ​ເງິ​ນຊື້​ລົດ​ຫຼາຍ​ເລີຍລະ! ຂະໜາດ​ວ່າ​ມີ​ມາດ​ຕະການ​ຈຳກັດ​ຈຳນວນ​ລົດ​ໃຫມ່​ແລ້ວ​​ໄດ​ນິຍັງ​ຫຼາຍ​ຢູ່! ຫຼ້າ​ສຸດ​ມາ​ຮອດ​ວັນ​ທີ 15 ​ເດືອນນີ້​ຫຼື​ວ່າ​ວັນ​ພຸ​ດຜ່ານ​ມາ​ນີ້​ນ່າ! ລົດ​ໃຫຍ່​ທີ່​ຂື້ນ​ທະບຽນນະຄອນຫຼວງ​ປັກ​ກິ່ງ​ມີ​ຮອດ 5 ລ້ານ ກັບ 1ໝື່ນ 7 ພັນ​ກ່ວາ​ຄັນ​ແລ້ວ​ທ່ານ​ຜູ້​ຟັງ! ​ໃນ​ນີ້​ເພີ່ມ​ຂື້ນ​ໃນ​ປີ 2011 ຜ່ານ​ມາ​ນີ້ 173.000 ຄັນ. ຄື​ເວົ້າຫັ້ນລະ​ວ່າ​ຄັນ​ບໍ່​ມີ​ມາດ​ຕະການ​ກຳ​ຈັດ​ຈຳນວນ​ລົດ​ໃຫຍ່​ທີ່​ເພິ່ນ​ເລີ່​ມນຳ​ໃຊ້​ມາ​ແຕ່​ປີກາຍ​ນີ້​ແຮ່ງຊິ​​ເພີ່ມ​ຂື້ນ​ໄວ​ກ່ວາ​ນີ້! ມາດ​ຕະການ​ນັ້ນ​ແມ່ນ​ຫຍັງ? ກໍ່​ແມ່ນ​ການ​ຈັບ​ສະຫຼາກ​ເອົາ​ປ້າຍ​ທະບຽນ​ລົດ​ໄດ້​ກ່ອນ​ແລ້ວ​ເຈົ້າຈັ່ງ​ມີ​ສິດ​ໄປ​ຊື້​ລົດ! ມາ​ເບິ່ງ​ຕົວ​ເລ​ກປີ 2010 ທີ່​ເພິ່ນ​ຍັງ​ບໍ່​ທັນ​ນຳ​​ໃຊ້​ມາ​ດຕະການ​ນີ້ ​ແຕ່ລະ​ເດືອນ​ລົດ​ເພີ່ມຂື້ນສະ​ເລ່ຍ 66.000 ຄັນ​ຕໍ່​ເດືອນ​ໄດ໋ທ່ານ​ຜູ້​ຟັງ! ສະນັ້ນລະ​ຄັນ​ບໍ່​ມີ​ມາດ​ຕະການ​ໃໝ່​ນີ້ ​ແລະ​ລົດ​ໃໝ່​ຢູ່​ປັກ​ກິ່ງ​ກໍ່​ຈະ​ເພີ່ມ​ຂື້ນ​ທຸກ​ເດືອນ​ໃນ​ຈຳນວນ 66.000ຄັນ​ນີ້! ລົດ​ຢູ່​ປັກ​ກິ່ງຂື້ນ​ເປັນ 5 ລ້ານ​ຄັນ​ມາ​ແຕ່​ເດືອນ​ມີນາ​ປີ​ກາຍ​ນີ້​ແລ້ວ! ກະຖື​ວ່າ​ມາດ​ຕະການ​​ໃໝ່​ນີ້​ເພີ່ມ​ຂື້ນ​ຊ້າ​ລົງ​ຫຼາ​ຍ​ເຕີບ ມາດ​ຕະການ​​ໃໝ່​ນີ້​ເພິ່ນ​ເລີ່​ມ​ໃຊ້​ແຕ່​ເດືອນ​ມັງກອນ​ປີ​ກາຍ​ນີ້​ພຸ້ນ​ລະມານະ! ຄື​ເພິ່ນ​ວາງ​ໂຄ​ຕ້າ​ອອກ​ວ່າ​ເດືອນ​ໜຶ່ງ​ອະ​ນຸຍາດ​ໃຫ້​ຄົນ​ປັກ​ກິ່ງ​ຊື້ລົດ​ໃໝ່​ຈັກ​ຄັນ? ປີ​ກາຍ​ນີ້​ໝົດ​ປີ​ເພິ່ນ​ອະນຸຍາດ​ແຕ່ 240.000 ຄັນ​ທໍ່​ນັ້ນ ຄື​ເພິ່ນ​ເຮັດ​ແນວ​ນີ້! ຄອບຄົວ​ໜຶ່ງ​ອະນຸຍາດ​ໃຫ້​ມີ​ລົດ​ເກງ​ແຕ່​ຄັນ​ດຽວ! ພວກ​ມີ​ແລ້ວ​ບໍ່​ໃຫ້​ຮ່ວມ​ຈັບ​ສະຫຼາກ! ​ໃຜ​ບໍ່​ທັນ​ມີ​ກໍ່​ໄປ​ເຂົ້າ​ຮ່ວມ​ຈັບ​ສະຫຼາກ ຄັນ​ໂຊກ​ດີ​ຈົກ​ໄດ້​ປ້າຍ​ທະບຽນ​ລົດ​ແລ້ວ​ກໍ່​ສາມາດ​ໄປ​ຊື້​ລົດ​ໃໝ່​ໄດ້! ຄັນ​ໂຊກ​ບໍ່​ດີ​ກໍ່​ລໍຖ້າ​ຈົກ​ເດືອນ​ຕໍ່​ໄປ​ເລື້ອຍໆ​ຈົນ​ກ່ວາ​ຈະ​ໂຊກ​ດີ​ພຸ້ນ​ແລ້ວ! ​ໄລຍະ​ໂຊກ​ບໍ່​ທັນ​ດີ​ມີ​ເງິນ​ກໍ່​ຊື້​ບໍ່​ໄດ້! ກໍ່​ອົດ​ໃຈ​ຂີ່​ລົດ​ໄຟ​​ໃຕ້​ດິນ, ລົດ​ເມ, ລົດ​​ແທັກ​ຊີ ຫຼື ລົດຖີບ​ໄປ​ກ່ອນ! ​ເຫັນ​ບໍ່​ຢູ່​ເມື​ອງຈີນ​ບໍ່​ແມ່ນ​ວ່າ​ມີ​ເງິນ​ແລ້ວ​ຊິ​ເຮັດ​ໄດ້​ທຸກ​ຢ່າງ​ໄດ​ທ່ານ​ຜູ້​ຟັງ! ຍ້ອນ​ມາດ​ຕະການ​ກຳຈັດ​ຈຳນວນ​ໂຄ​ຕ້າ​ລົດ​ໃໝ່​​ໃນ​ປັກ​ກິ່ງ​ຕໍ່​ປີ​ນີ້​ລະ! ​ເຈົ້າໜ້າ​ທີ່​ກ່ຽວຂ້ອງ​ກໍ່​ຄາດ​ວ່າ​ຮອດ​ປີ 2016 ຈຳນວນ​ລົດ​ຢູ່​ປັກ​ກິ່ງ​ຈັ່ງ​ຊິ​ຂື້ນ​ຮອດ 6 ລ້ານ​ຄັນ. ​ເປັນ​ຈັ່ງ​ໃດ​ດີ​ບໍ່? ຄັນ​ດີ​ທາງ​ນະຄອນຫຼວງ​ວຽງ​ຈັນ​ຈະ​ເອົາ​ມາ​​ໃຊ້ ​ເພິ່ນ​ກໍ່​ບໍ່​ໄດ້​ຫວງ​ລິ​ຂະ​ສິດ​ດັອກ ​ເພິ່ນ​​ແກ້​ໄຂ​ການ​ຈະລາຈອນ​ຕິດ​ຂັດ​ໜັກ ​ແລະ​ມົນ​ລະ​ພິດ​ທາງ​ອາກາດ​ຊ່ວຍ​ກັນ! ​ເອົາ, ມາ​ມ່ວນ​ກັບ​ເພງ​ອີກ​ສອງ​ເພງ​ກ່ອນ​ແລ້ວ​ຈັ່ງ​ຊິ​ກັບ​ມາ​ເວົ້າສູ່​ຟັງ​ວ່າ ​ເຈົ້າໜ້າ​ທີ່​ຈີນ​ເພິ່ນ​ນຳ​ເອົາ​ລາຍ​ຊື່​ຂອງ​ບໍລິສັດ​ທີ່ຢູ່​ໃນ​ບັນຊີ​ດຳ Black List ຂື້ນ​ເວັບ​ໄຊ​ນັ້ນ​ເພິ່ນ​ເຮັດ​ແນວ​ໃດ? ​ເພື່ອ​ຫັຍ​ງ?

ເພງ

ຂະນະ​ນີ້…….. ບັດ​ນີ້​ຈະ​ລົມ​ເລື່ອງ​ກ່ຽວ​ກັບ​ມາດຕະການ​ອີກ​ອັນ​ໜຶ່ງ​ຂອງ​ຈີນ​ໃນ​ການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ແລະ ການ​ໃຫ້-ຮັບ​ສິນ​ບົນ! ​ໄອ​ຍະ​ການ​ປະຊາຊົນ​ຈີນ​ແຈ້ງ​ໃຫ້​ຊາບ​ໃນ​ວັນ​ພະ​ຫັນ​ຜ່ານ​ມາ​ນີ້​ລະ​ວ່າ! ສ້າງ​ຂໍ້​ມູນ​ການ​ອອນ​ລາຍ​ແຫ່ງ​ຊາດ​ທີ່​ຮັກສາ​ຂໍ້​ມູນ​ຂອງ​ບຸກຄົນ​ແລະ​ບໍ​ລິ​ສັດ​ເອກ​ກະ​ຊົນ​ທີ່​ມັກ​ມີ​ພຶດຕິ​ກຳ​ໃຫ້​ສິນ​ບົນ​ແກ່​ເຈົ້າໜ້າ​ທີ່​ເພື່ອ​ໃຫ້​ໄດ້​ໂຄງການ ​ແມ່ນ​ຖືກ​ບັນຈຸ​ເຂົ້າ​ໃນ​ບັນຊີ​ດຳ​ແລ້ວ! ອັນ​ນີ້​ກໍ່​ເພື່ອ​ເພີ່ມ​ກົນ​ໄກ​​ໃນ​ການ​ສໍ້​ລາດ​ບັນ​ຫຼວງ​ໃຫ້​ໄດ້​ດີ​ຂື້ນ​ຕື່ມອີກ​ບາດ​ກ້າວ​ໜຶ່ງ! ສ້າງ​ຂໍ້​ມູນ​ນີ້​ສາມາດ​ເຊື່​ອມຕໍ່​ກັບ​ທຸກ​ທ່ານ​ຂໍ້​ມູນ​ທຸກ​ທ້ອງ​ຖິ່ນ​ ​ແຕ່ຕົວ​ເມືອງ​ຈົນ​ຮອດ​ຊົນນະບົດ ​ເພື່ອ​ຈະ​ໄດ້​ສອດສ່ອງ​ຈັບ​ຕາ ພວກ​ນັກທຸລະກິດ​ທີ່​ມັກ​ໃຫ້​ສິນ​ບົນ​ແກ່​ເຈົ້າໜ້າ​ທີ່​ລັດ! ​ເປີດ​ອອນ​ລາຍ​ຂື້ນ​ມາ​ປັບ​ກໍ່​ເຫັນ​ຊື່​ປະຫວັດ​ຂອງ​ບໍ​ລິ​ສັດ​ນັ້ນໆ​ໂລດ​ລະ​ເພື່ອ​ຈະ​ໄດ້​ລະວັງ! ທ່ານ ຫູ ​ເຈີ້​ຈຸ​ນ ທີ່​ຮັກສາ​ການ​ໄອ​ຍະ​ການ​ໃຫຍ່​ບອກ​ວ່າ: ລະບົບ​ອອນ​ລາຍ​ແຫ່ງ​ຊາດ​​ໃໝ່​ນີ້ ມັນ​ຈະ​ຊ່ວຍ​ໃຫ້​ເຈົ້າໜ້າ​ທີ່​ສື​ບສວນ ສອບ​ສວນ ຜູ້​ພິພາກສາ ທະນາຍຄວາມ​ສຳ​ຫຼວດ ສາມາ​​ດ​ເອົາ​ໄປ​ເປັນ​ຂໍ້​ມູນ​ໃນ​ການ​ສືບສວນ​ຄະດີ​ກ່ຽວ​ກັບ​ການ​ໃຫ້​ແລະ​ຮັບ​ສິນ​ບົນ​ໄດ້, ​ໃຜ​ຢາກ​ໄດ້​ຂໍ້​ມູນ​ດ້ານ​ນີ້​ກໍ່​ຈະ​ສະດວກ​ວ່ອງ​ໄວ​ຂື້ນ​ກ່ວາ​​ເກົ່າ ​ເຂົ້າ​ໄປ​ຫາ​ລະບົບ​ກໍ່​ຊອກ​ໄດ້​ໂລດ​ແລ້ວ, ສົມມຸດ​ບໍລິສັດ​ໜຶ່ງ​ເພິ່ນ​ເຮັດ​ທຸລະ​ກິດ​ບໍ່​ໂປ່​ງ​ໃສ ​ໃຫ້​ສິນ​ບົນ​​ແກ່​ເຈົ້າໜ້າ​ທີ່ຢູ່​ເຂດ​ແຂ​ວງທາງ​ເໜືອ​ທີ່​ຕິດ​ກັບ​ມົງ​ໂກນ, ຣັດ​ເຊຍ ຫຼື ​ເກົາຫຼີ​ພຸ້ນ! ​ເຮັດ​ຜິດ​ແລ້ວ​ກໍ່​ຫອບ​ຈ້ອງ​ມາ​ຊອກ​ໃຫ້​ສິນ​ບົນ​ເພື່ອ​ໃຫ້​ໄດ້​ໂຄງການ​ຢູ່​ທາງ​ໃຕ້​ແຂວງ​ຢູນນານ ຊານ​ແດນ ລາວ-ມຽນມາ ພີ້, ຫຼື​ເຂດ​ກວາງຊີ​ທີ່​ຕິດ​ກັບ​ຫວຽດນາມ​ພຸ້ນ! ​ເຈົ້າໜ້າ​ທີ່​ເຂດ​ແຂ​ວງ​ເຫຼົ່າ​ນີ້ ຫຼື ຜູ້​ທີ່​ຈະ​ຮ່ວມ​ມື​ຮ່ວມ​ຫຸ້ນ ຫຼື​ຄູ່​ທຸລະ​ກິດ​ກໍ່​ເຂົ້າ​ໄປ​ໃນ​ລະບົບ​ຂອງ​ອະທິ​ໄອ​ຍະ​ການ​ແຫ່ງ​ຊາດ​ໂລດ ກໍ່​ຮູ້​ໂລດ​ວ່າ ​ໂອ່, ນັກທຸ​ລະ​ກິດ​ຜູ້​ນີ້ ບໍລິສັດ​ນີ້ ບໍ່ໜ້າ​ຄົບ ​ເພາະ​ມັນ​ອາດ​ຈະ​ທຳລາຍ​ຊື່​ສຽງ​ຖານະ​ຕຳ​ແໜ່​ງ​ເຮົາ​ໃນ​ອະນາ​ຄົດ ​ເປັນ​ຈັ່ງຊັ້ນ​ໄດ໋! ​ເອົາ, ປ່ຽນ​ບັນ​ຍາ​ກາດ​ຟັງ​ເພງ​ມ່ວນໆ​ແລ້ວ​ຈັ່ງ​ມາ​ລົມ​ກັນ​ຕໍ່!

ເພງ

ທ່າ​ນພວມ​ຟັງ​ລາຍການ​ເບິ່ງ​ເມືອງ​ຈີ​ນທີ່​ໜຸ່ມ​ໃຫຍ່​ຈັດ​ຢູ່! ຄືນ​ນີ້​ໜຸ່ມ​ໃຫຍ່​ພວມ​ລົມ​ເລື່ອງ​ຈີນ​ເອົາລາຍ​ຍຊື່​ນັກທຸລະກິດ​ແລະ​ບໍ​ລິ​ສັດ​ທີ່​ມັກ​ໃຫ້​ສິນ​ບົນ​ຈົດ​ເຂົ້າບັນຊີ​ດຳ ​ແລ້ວ​ເອົາ​ຂື້ນ​ລະ​ບົບ ​ເຄືອ​ຂ່າຍ​ອອນ​ລາຍ ທີ່​ສາມາດ​ໄດ້​ກວດກາ​ໄດ້​ໃນ​ທົ່ວປະ​ເທດ! ພາກສ່ວນ​ກ່ຽວຂ້ອງ​ຂອງ​ຈີນ​ເພິ່ນ​ບອກ​ວ່າ: ສະ​ຖາ​ບັນ, ໜ່ວຍ​ງານ, ອົງການ ຫຼື ບຸກຄົນ​ຕ້ອງການ​ຂໍ້​ມູນ​ພວກ​ນີ້ ສາມາ​ດຂໍ​ຮູ້​ຂໍ້​ມູນ​ຂອງ​ນັກທຸ​ລະ​ກິດ ​ແລະ ບໍລິສັດ​ທີ່ກຳລັງ​ດຳ​ເນີນ​ທຸລະ​ກິດ​ແບບ​ບໍ່​ຈະ​ບໍ່​ແຈ້ງ​ພວກ​ນີ້​ໄດ້! ພວກ​ທີ່​ມັກ​ໃຫ້​ສິນ​ບົນ​ແກ່​ເຈົ້າໜ້າ​ທີ່​​ໃນ​ການ​ເປີດ​ຊອງ​ປະມູນ​ໂຄງການ​ໃຫຍ່ໆ​ກໍ່​ຢູ່​ໃນ​ບັນຊີ​ນີ້​ລະ! ຂໍ້​ມູນ​ນີ້​ອອກ​ແບບ​ມາ​ເພື່ອ​ໃຫ້​ຄວາມ​ສະດວກ​ແກ່​ເຈົ້າໜ້າ​ທີ່​ສືບສວນ ສອບ​ສວນ ​ເພາະວ່າ​​ໃນຫຼາຍ​ປີ​ຫຼັງໆ​ມາ​ນີ້ ກໍລະນີ​ຄະດີ​ໃຫ້​ແລະ​ຮັບ​ສິນ​ບົນ​ມັນ​ເພີ່ມ​ຂື້ນ​ຫຼາຍ! ການ​ໃຫ້​ສິນ​ບົນ​ເຂົາ​ກໍ່​ມີ​ການ​ປັບ​ຫຼາຍ​ຮູບ​ຫຼາຍ​ແບບ ສະຫຼັບ​ສັບ​ຊ້ອນ​ກ່ວາ​ເກົ່າ! ​ໂດຍ​ສະ​ເພາະ​ແມ່ນ​ເຂດ​ທີ່​ມີ​ການ​ພັດ​ທະ​ນາ​ຫຼາຍ ​ເຂດ​ຈະ​ເລີ​ນ​ໄວ! ພວກ​ບໍລິສັດ​ທີ່ຢູ່​ໃນ​ບັນຊີ​ດຳ​ນີ້​ໄປ​ໃສ​ກໍ່​ຈະ​ຖືກ​ເຈົ້າໜ້າ​ທີ່ ຫຼື ຄູ່​ຮ່ວມ​ຈັບ​ຕາ​ໄດ​ບາດ​ນີ້​ນະ ​ໄປ​ໃສ​ກໍ່​ຊິ​ໄດ້​ຈອບ​ໄປ​ປານ​ແມວ​ຊິ​ລັກ​ກິນ​ປາ​ຢ້າງ​ພຸ້ນ​ແລ້ວ! ນອກ​ນັ້ນກໍ່​ຍັງ​ຖືກ​ກີດ​ກັ້ນບໍ່​ໃຫ້​ເຂົ້າຮ່ວມ​ການ​ປະ​ມູນ​ໂຄງການ ລະ​ກະຈະ​ບໍ່​ໄດ້ຮັບ​ການ​ຮ່ວມ​ມື ​ແລະ​ອຳ​ນວຍ​ຄວາມ​ສະດວກ​ໄດ​ບາດ​ນີ້​ນະ! ນັບ​ແຕ່​ປີ 2006 ມາ​ນີ້ ອະທິ​ໄອ​ຍະ​ການ​ທຸກ​ລະດັບ​ຂອງ​ຈີນ​ໄດ້​ຂໍ້​ມູນ​ທັງ​ໝົດ 1 ລ້ານ 3 ​ແສນ 9 ໝືື່ນ​ຂໍ້​ມູນ​ຂອງ​ບໍ​ລິ​ສັດ ​ແລະ​ນັກທຸລະກິດ 3.075 ຄົນ ຖືກ​ຈັດ​ເຂົ້າ​ໃນ​ບັນຊີ​ດຳ. ​ໂອ່, ຄັນ​ຖືກ​ຈັດ​​ເຂົ້າ​ແລ້ວ​ກໍ່​ຫາ​ກິນ​ຍາກ ດຳ​ເນີນ​ທຸລະ​ກິດ​ຍາກ​ລະ​ເນາະບາດ​ນີ້! ​ແຕ່​ກໍ່​ດີ! ຄັນ​ບໍ່​ເຮັດ​ແນວ​ນີ້ ນັກທຸລະກິດ​ທີ່​ບໍ່​ດີ ບໍ່​ຊື່ສັດ​ປອດ​ໂປ່​ງ​ໃສ​ພວກ​ນີ້​ລະ ທີ່​​ໄປ​ເຮັດ​ໃຫ້​​ເຈົ້າໜ້າ​ທີ່​ລັດ​ທີ່​ມີ​ຖານະ​ຕຳ​ແໜ່​ງມີ​ປະຫວັດ​ດີໆ​ເສຍ​ຄົນ​ຍ້ອນ​ທົນ​ຕໍ່​ອຳນາດ​ເງິນ​ມາ​ຫຼາຍ​ລາຍ​ແລ້ວ! ຄົນ​ພັກ​ຄົນ​ລັດ​ສ້າງ​ອອກ​ມາ ປັ້ນອອກ​ມາ​ເພື່ອ​ຮັບ​ໃຊ້​ຊາດ ຮັບ​ໃຊ້​ປະຊາຊົນ ຢ່າງ​ບໍລິສຸດ​ຜຸດ​ຜ່ອງ ​ແລ້ວ​ມາ​ເສຍ​ທາດ​ຂາດ​ຄຸນ​ຍ້ອນ​ນັກທຸລະກິດ​ພວກ​ນີ້​ຕະຫຼອດ ​ແລ້ວ​ເຮັດ​ແນວ​ໃດ​ມັນ​ຊິ​ສ້າງ​ທັນ​ເນາະ?
ເພງ
ຈົບ