ຜູ້​ຍິງ​ຈີນ​ຮຽກຮ້ອງ​ສິດ​ໃຊ້​ຫ້ອງ​ນ້ຳສາທາ​ລະນະ

(GMT+08:00) 2012-04-26 15:01:28     cri
ສະບາຍດີ​ມິດ​ລາຍການ​ທຸ​ກໆ​ທ່ານ! 19 ​ໂມງ​ພົບ​ກັນ​ທຸກ​ມື້​ກັບ​ລາຍການ​ເບິ່ງ​ເມືອງ​ຈີນ​ທາງ CRI FM 93Mhz ​ແຫ່ງ​ນີ້! ພົບ​ກັນ​ມື້​ນີ້​ແມ່ນ​ວັນ​ອັງຄານ​ ທີ 28 ກຸມພາ!​ ມື້​ອື່ນ​ເດືອນ​ກຸມພາ​ກະ​ໝົດ​ລະ​ໄດ​ທ່ານ​ຜູ້ຟັງ! ມື້ຮື​ກໍ່​ແມ່ນ​ວັນ​ທີ 1 ມີນາ​ລະ​ເດ! ວັນ​ເວລາ​ຜ່ານ​ໄປ​ຄື​ສາຍ​ນ້ຳບໍ່​ເຄີຍ​ຖ້າ​ໃຜ, ສະນັ້ນລະ​​ໃຜ​ຢາກ​ພັດທະນາ​ຕົວ​ເອງ​ກໍ່​ຄື​ຄອບ​ຄົວ​ໃຫ້​ກ້າວໜ້າ ​ໃຫ້​ມີ​ຢູ່​ມີ​ກິນ​ໃຫ້​ລ້ຳ​ໃຫ້​ລວຍ​ຄື​ບ້ານ​ຄື​ເມືອງ​ເພິ່ນ ຢ່າ​ຜັດ​ວັນ​ປະກັນ​ມື້​ເດີ ວຽກ​ພໍ​ແລ້ວ​ມື້​ນີ້ ອີກ​ອາທິດ​ໜຶ່ງ​ຈັ່ງ​ແລ້ວວບໍ່​ເປັນ​ໄດ​ເນາະ! ​ເອົາ, ສຳລັບ​ເລື່ອງ​ທີ່​ຈະ​ເອົາ​ມາ​ລົມ​ສູ່​ຟັງ​ມື້​ນີ້ ຂໍ​ໂທດ​ທ່ານ​ຜູ້​ຟັງ​ໄວ້​ລ່ວງໜ້າ ​ເພາະວ່າ​ເວົ້າ​ເຖິງ​ເລື່ອງ​ຫ້ອງ​ນ້ຳ; ​ແຕ່​ບໍ່​ແມ່ນ​ເລື່ອງ​ເປີ​ເລື່ອງ​ເປື້ອນອີ່​ຫຍັງ​ດັອກ! ຈ​ະ​ເວົ້າ​ເລື່ອງ​ແມ່ຍິງ​ຈີນ​ເຂົາ​ເຈົ້າຮຽກຮ້ອງ​ສິດ​ໃຊ້​ຫ້ອງ​ນ້ຳສາທາ​ລະນະ​ໃຫ້​ສະດວກ​ສະບາຍ​ແລະ​ວ່ອງ​ໄວ​ຂື້ນ​ຕື່ມ ​ເພາະ​ເຂົາ​ເຈົ້າວ່າ​ເວລາ​ປວດ​ຖ່າຍໜັກ ຖ່າຍ​ເບົາ​ແຮງໆ ​ໂອ່ຍ, ຈັ່ງ​ແມ່ນ​ທໍລະມານ​ວ່າ​ຊັ້ນຕ້ອງ​ໄດ້​ລຽນ​ແຖວ​ຍາວ​ຊາບ​ລາບ ບາດ​ຜູ້​ຊາຍ​ລະສະ​ບາຍ​ເພາະ​ມັນ​ງ່າຍ​ກ່ວາ​ຜູ້ຍິງ​ເດ! ຖື​ເປັນ​ເລື່ອງ​ເບົາໆ​ເວົ້າສູ່​ກັນ​ຟັງ​ກໍ່​​ແລ້ວ​ກັນ​ເນາະທ່ານ​ຜູ້​ຟັງ! ​ເອົາ, ລາຍ​ລະອຽດ​ຈ​ະ​ເປັນ​ແນວ​ໃດ​ຈົບ​ເພງ​ແລ້ວ​ຈະ​ເວົ້າສູ່​ຟັງ!

ເພງ

    ສອງ​ເພງ​ທຳ​ອິດ​ຜ່ານ​ໄປ. 711477, 9300 ບັດ​ນີ້​ກໍ່​ຈະມ​າ​ເຂົ້າ​ເລື່ອງ​ກ່ຽວ​ກັບ​ແມ່ຍິງ​ຈີນ​ເຂົາ​ເຈົ້າ​ຮຽກຮ້ອງ​ສິດ​ໃນ​ການ​ໃຊ້​ຫ້ອງ​ນ້ຳສາທາລະນະ ຄົນ​ຈີນ​ຫຼາ​ຍພິລຶກ​ໄດ​ເນາະ! ​ເວລາ​ຢາກ​ເຂົ້າຫ້​ອງນ້ຳ ມັນ​ທໍລະມານ​ແທ້​ໄດ໋ ​ໂດຍ​ສະ​ເພາະ​ຜູ້ຍິງ ສິ່ງ​ເສ​​ດ​ເຫຼືອ​ໃນ​ຮ່າງກາຍ​ມັນ​ອອກ​ຊ້າ​ກ່ວາ​ຜູ້​ຊາຍ​ໄດ໋​ເນາະ!  ຈຳນວນ​ຫ້ອງ​ນ້ຳຍິງ​ຊາຍ​ກໍ່​ມີ​ເທົ່າ​ກັນ ມັນ​ກໍ່​ເລີຍ​ສ້າງ​ຄວາມ​ຫຍຸ້ງຍາກ​ທໍລະມານ​ໃຫ້​ຜູ້​ຍິງ​ຫຼາຍ​ກ່ວາ​ຜູ້​ຊາຍ! ​ໃນ​ວັນ​ອາທິດ​ຜ່ານ​ມາ​ນີ້​ນະ ຍ້ອນ​ອົດ​ບໍ່​ລົນ ທົນ​ບໍ່​ໄດ້ ນັກ​ສຶກສາສາ​ວຢູ່​ປັກ​ກິ່ງ​ກຸ່ມ​ໜຶ່ງ​ກໍ່​ເລີຍ​ເຂົ້າຍຶດຫ້ອງ​ນ້ຳຜູ້​ຊາຍ​ຢູ່​ໃກ້​ກັບ ​ເຕີ​ເຊິ່ງ​ເໝີ​ນ. ​ເພື່ອ​ຮຽກຮ້ອງ​ວ່າ​ຜູ້ຍິງ​ຄວນ​ໄດ້​​ໃຊ້​ຫ້ອງ​ນ້ຳກ່ອນ​ວ່າ​ຊັ້ນ! ນາງ ຫວາງ ​ໄລ​ຫຼິນ ອາຍຸ 20 ປີ, ນັກ​ສຶກຢູ່​ປັກ​ກິ່ງ​ລາວ​ມາ​ແຕ່​ແຂວງ ​ເຫີ​ໝານ ກໍ່​ຮູ້ສຶກ​ດີ​ໃຈ​ທີ່​ໄດ້​​ໃຊ້​ສິດ​ເຂົ້າຍຶດຫ້ອງ​ນ້ຳຜູ້​ຊາຍ​ໄດ້​ເປັນ​ເທື່ອ​ທຳ​ອິດ​ວ່າ​ຊັ້ນ​ເດ! ລາວ​ວ່າ: ຜູ້ຍິງ​ຫຼາຍ​ຄົນ​ຢືນ​ລຽນ​ແຖວ​ຢູ່​ດ້ານ​ນອກ​ຫ້ອງ​ນ້ຳ ອີກ​ຈຳນວນ​ໜຶ່ງ​ກໍ່​ພວມ​ໃຊ້​ຫ້ອງ​ນ້ຳຜູ້ຊາຍ ຂ້ອຍ​ກໍ່​ເຮັດ​ຕາມ​ເຂົາ​ເຈົ້າ ​ເພາະວ່າ​ມັນ​ໄວ​ກ່ວາ! ປະຢັດ​ເວລາ​ກ່ວາ ​ແລ້ວ​ຂ້ອຍ​ກໍ່​ຢ້ານ​ບໍ່​ທັນ​ລົດ​ໄຟ​ແດ່!​ ນາງ ຫວາງ ​ແມ່ນ​ໜຶ່ງ​​ໃນ​ແມ່ຍິງ​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ການ​ເຂົ້າຍຶດຫ້ອງ​ນ້ຳຊາຍ ​ໃນ​ວັນ​ອາທິດ​ຜ່ານ​ມາ​ນີ້!​​ ​ເຂົາ​ເຈົ້າຈັບ​ກຸ່ມ​ກັນ​ຢູ່​ໜ້າ​ຫ້ອງ​ນ້ຳ ທັງ​ຖື​ປ້າຍ​ທີ່​ຂຽນ​ວ່າ: ຂໍ​ຄວາມ​ສະດວກ​ສຳລັບ​ຜູ້ຍິງ​ຂື້ນ​ຕື່ມ, ຂໍ​ຄວາມ​ສະ​ເໝີ​ພາບ​ຂື້ນ​ຕື່ມ! ຖ້າ​ເຈົ້າ​ຮັກ​ນາງ​ກໍ່​ຢ່າ​ປ່ອຍ​ໃຫ້​ນາງ​ລໍຖ້າ​ຢູ່​ແຖວ​ດົນ ວ່າ​ຊັ້ນ! ອັນ​ປ້າຍ​ປະ​ທ້ວງ​ຂອງ​ເຂົາ​ເຈົ້າຫັ້ນ! ຢູ່​ລາວ​ກໍ່​ບໍ່​ຄ່ອຍ​ມີ​ບັນຫາ​ປານ​ໃດ​ດັອກອັນ​ເລື່ອງ​ຢືນ​ຖ້າ​ເຂົ້າຫ້ອງ​ນ້ຳນິ ​ແຕ່​ຢູ່​ຈີນ​ໂດຍ​ສະ​ເພາະ​ຢູ່​ຕາມ​ຕົວ​ເມືອງ​ໃຫຍ່ ຕາມ​ແຫຼ່ງທ່ອງ​ທ່ຽວ, ຕາມ​ສູນ​ການ​ຄ້າ ຄົນ​ລຽນ​ແຖວ​ຍາວ​ອີ່ຫຼີ​ໄດ໋ທ່ານ​ຜູ້​ຟັງ!​​ ໂດຍສະ​ເພາະ​ຜູ້ຍິງ​ນະ! ຢູ່​ລາວ​ນິ​ໃຜ​ບໍ່​ເຄີຍ​ເຈັບທ້ອງ ຫຼື ປວດ​ຖ່າຍ​ເບົາ​ຢູ່​ເທິງ​ລົດ​ເມ ທີ່​ເດີນທາງ​ໄກ​ແລ້ວ​ຜູ້​ຂັບ​ບໍ່​ຈອດ​ໃຫ້​ຈັກ​ເທື່ອ ຍາມ​ໃດ​ກະ​ວ່າ​ໃຫ້​ຫວິດ​ບ້ານ​ຄົນ​ກ່ອນ!​ ຄັນ​ບໍ່​ເຄີຍ​ຖືກ​ແນວ​ນີ້​ບໍ່​ຮູ້​ຄວາມ​ທໍ​ລະ​ມານ​ດັອກ! ບາງ​ຄົນ​ຈົນ​ເຫື່ອ​ຊືມ ​ໄຄ​ຄ້າວ ໜ້າ​ຈືດ ຂົນໜາວ​ແຕກ​ຍາບໆ​ພຸ້ນ​ແລ້ວອັນ​ຄວາມ​ອົດທົນ​ນະ! ໜ້າ​ເຫັນ​ໃຈ​ເດີ້!​ ນາງ ຫຼີ ທິງໆ ອາຍຸ 23 ປີ ນັກ​ສຶກສາ​ຈາກ​ປັກ​ກິ່ງ​ທີ່​ນຳພາ​ຈັບ​ປ້າຍ​ປະ​ທ້ວງ​ໃນ​ວັນ​ອາທິດ​ຜ່ານ​ມາ​ນີ້​ບອກ​ວ່າ: ຢ່າ​ລືມ​ວ່າ​ຜູ້ຍິງ​ໃຊ້​ເວລາ​ໃນ​ຫ້ອງ​ນ້ຳດົນ​ກ່ວາ​ຜູ້​ຊາຍ 2-3 ​ເທົ່າ ຍ້ອນ​ຈຸດ​ພິ​ເສດ​ຂອງ​ຮ່າງກາຍ​ມັນ​ບໍ່​ຄື​ກັນ ສະນັ້ນຄວນ​ອຳນວຍ​ຄວາມ​ສະດວກ​ໃຫ້​ພວກ​ເຮົາ​ເພີ່ມຂື້ນວ່າ​ຊັ້ນ! ​ເອົາ, ຟັງ​ເພງ​ກ່ອນ​ເ​ນາະ ​ແລ້ວ​ຈະ​ລົມ​ເລື່ອງ​ນີ້​ສູ່​ຟັງ​ຕື່ມ!

ເພງ

​    ເທື່ອທຳ​ອິດ​ທີ່​ເກີດ​ເຫດການ​ຜູ້ຍິງ​ຖື​ປ້າຍ​ເຂົ້າຍຶດຫ້ອງ​ນ້ຳຜູ້​ຊາຍ ​ເກີດ​ຂື້ນ​ໃນ​ວັນ​ທີ 19 ​ເດືອນ​ນີ້​ນິລະ ຢູ່​ຫ້ອງ​ນ້ຳສາ​ທາ​ລະນະ ຢູ່​ນະຄອນ​ ກວາງ​ໂຈ​ວ, ຈົນ​ເກີດ​ເປັນ​​ເລື່ອງ​ທີ່​ສົມ​ກັນ​ແລກປ່ຽນ​ຄວາມ​ເຫັນ​ກັນ​ຢ່າງ​ໜາ​ຫູ​ໃນ​ວົງ​ສັງຄົມ​ອອນ​ລາຍ! ຄະນະ​ກຳມະການ​ຄຸ້ມ​ຄອງ​ບໍລິຫານ​ຕົວ​ເມືອງຂອງ​ນະຄອນ​ ກວາງ​ໂຈ​ວ ກໍ່​ໄດ້​ເຮັດ​ຫ້ອງ​ນ້ຳຜູ້ຍິງ​ໃຫ້​ກ້ວາງ​ຂວາງ​ກ່ວາ​ຫ້ອງ​ນ້ຳຜູ້​ຊາຍ​ຕັ້ງວ່າໜຶ່ງ​ເທົ່າ​ເຄິ່ງ​ແລ້ວ, ຕາມ​ວິທະຍາ​ໄລ ຫຼື ມະຫ​າວິທະຍາ​ໄລ ກໍ່​ໄດ້​ປັບປຸງ​ແນວ​ນີ້​ຄື​ກັນ! ​ເຫ​ດການ​ແນວ​ນີ້​ກໍ່​ເຄີຍ​ເກີດ​ຂື້ນ​ຢູ່​ແຂວງ​​ໃຕ້​ຫວັນ​ຂອງ​ຈີນ​ເທື່ອ​ໜຶ່ງ​ໃນ​ປີ 1996. ​ແລ້ວ​ຫ້ອງ​ນ້ຳຍິງ​ກໍ່​ໄດ້​ຮັບ​ການ​ຂະຫຍາຍຫຼາຍ​ຂື້ນ ກ້ວາງ​ຂື້ນ​ກ່ວາ​ຂອງ​ຜູ້​ຊາຍ! ຕໍ່​ເລື່ອງ​ນີ້​ເວັບ​ໄຊ​ດັງ​ຂອງ​ຈີນ​ຄື Sina Weibo ກໍ່​ເຮັດ​ການ​ສຳ​ຫຼວດຄວາມ​​ເຫັນ​ຂອງ​ຜູ້​ໃຊ້​ເນັດ 2.824 ຄົນ, ​ໃນ​ນີ້ 84% ຕອບ​ວ່າ​ຄວນ​ປັບປຸງ​ຫ້ອງ​ນ້ຳສຳ​ລັບ​ຜູ້ຍິງ, ​ແຕ່ 9% ບອກ​ວ່າ​ບໍ່​ຈຳ​ເປັນ. ນາງ ຫຼີ ທິງໆ ທີ່​ພາ​ຜູ້​ສາວ​ເຂົ້າ​ຍຶດຫ້ອງ​ນ້ຳຜູ້​ຊາຍ​ຢູ່​ປັກ​ກິ່ງ​ໃນ​ວັນ​ອາທິດ​ຜ່ານ​ມາ​ນີ້​ບອກ​ວ່າ: ພວກ​ເຮົາ​ເຂົ້າຍຶດພຽງ​ແຕ່ 3 ນາທີ ​ເພື່ອ​ຊ່ວຍ​ຜູ້ຍິງ​ທີ່​ປວດ ຫຼື ຟ້າວ​ແຮງໆ​ແທ້ໆ​ເທົ່າ​ນັ້ນ ​ແລ້ວ​ຫຼັງ​ຈາກ​ນັ້ນ 10 ນາທີ ພວກ​ເຮົາ​ກໍ່​ເຮັດ​ອີກ! ຜູ້​ຮັກສາ​ຫ້ອງ​ນ້ຳກໍ່​ວ່າ: ຜູ້​ຊາຍ​ກໍ່​ມີ​ຄວາມ​ຈຳ​ເປັນ​ໃຊ້​ຫ້ອງ​ນ້ຳຄື​ກັນ ພວກ​ເຮົາ​ຍຶດຊົ່ວ​ຄາວ​ແນວ​ນີ້​ບໍ່​ແມ່ນ​ຕໍ່ຕ້ານ​ຜູ້​ຊາຍ​ວ່າ​ຊັ້ນ! ​ແຕ່​ຜູ້​ຊາຍ​ກໍ່​ມີ ​ແມ່ ມີ​ເມຍ ມີ​ລູກ​ສາວ ສະນັ້ນກໍ່​ຄວນ​ອົດ​ຖ້າ​ໃຫ້​ຄົນທີ່​ເຂົາ​ເຈົ້າຮັກ​ກ່ອນ, ​ເອີ່! ຜູ້ຍິງ​ກໍ່​ເວົ້າ​ເອົາ​​ແຕ່​ຜູ້ຍິງ​ເນາະ! ສິດ​ຂອງ​ຜູ້​ຍິງ​ຈີ​ນທຸ​ກມື້​ນີ້​ຕາມ​ທີ່​ໜຸ່ມ​ໃຫຍ່​ໄປ​ເຫັນ ​ໂດຍ​ສະ​ເພາະ​ຢູ່​ຕາມ​ຕົວ​ເມືອງ​ໃຫຍ່ ກໍ່​ຢ້ານ​ວ່າ​ລົ້ນຟ້າ​ພໍ​​ແຮງ​ແລ້ວ​ລະ ຜູ້​ຊາຍ​ປາກ​ເກືອບ​ບໍ່​ໄດ້​ແລ້ວ! ຜູ້ຍິງ​ຈີນ​ແຮ່ງ​ໜ້ອຍ​ອີກ ​ແຮ່ງ​ມີ​ສິດ​ຫຼາຍ​ໃຫ້​ຜູ້​ຊາຍ​ງໍ້ຕະຫຼອດ! ​ແຕ່​ວ່າ​ມີ​ພໍ່ຕູ້​ໜຶ່ງ​ອາຍຸ​ປະມານ 70 ປີ ນິລະ! ຢູ່​ໃກ້​ຫ້ອງ​ນ້ຳທີ່​ກຸ່ມ​ສາວ​ຍຶດ ລາວ​ກໍ່​ຮູ້​ສຶກ​ໃຈ​ຮ້າຍ​ແຮງ, ລາວ​ວ່າ: ​ເຮັດ​ແນວ​ນີ້​ໄດ້​ຈັ່ງ​ໃດ? ຫ້ອງ​ນ້ຳຜູ້​ຊາຍ​ເຂົາ​ກໍ່​ອອກ​ແບບ​ເພື່ອ​ຜູ້​ຊາຍ ບໍ່​ແມ່ນ​ເພື່ອ​ຜູ້ຍິງ! ຜູ້​ຊາຍ​ກໍ່​ປວດ​ແຮງ​ຄືກັນ​ຊິ​ເຮັດ​ຈັ່ງ​ໃດ​ຊັ້ນນະ? ສ່ວນ ນາງ ​ໂກວຈ້ຽນ​ເໝີ​ຍ ນັກ​ກົດໝາຍ​ທີ່​ປົກ​ປ້ອງ​ສິດທິ​ຂອງ​ແມ່ຍິງ​ແລະ​​ເດັກນ້ອຍ​ກໍ່​ມີ​ຄວາມ​ເຫັນ​ແນວ​ໜຶ່ງ​ອີກ! ລາວ​ວ່າ: ຄວນ​ເຄົາລົບ​ສິດທິ​ຂອງ​ຜູ້ຍິງ​ຫັ້ນ​ແລ້ວ, ຈີນ​ກໍ່​ມີ​ລະບຽບສຳລັບ​ຫ້ອງ​ນ້ຳຢູ່​​ແຕ່​ມັນ​ກໍ່​ປະຕິບັດ​ຍາກ! ນາງ ​ໂກ່​ວ ບອກ​ວ່າ​: ພວມ​ຮ່າງ​ຂໍ້​ສະ​ເໜີ​ກ່ຽວ​ກັບ​ການ​ປະຕິບັດ​ລະບຽບຫ້ອງ​ນ້ຳສາທາລະນະ​ຢູ່ ​ແລະ​ຈະ​​ໄປ​ປຶກ​ສາ​ກັບ​ຜູ້​ອອກ​ຮ່າງ​ກົດໝາຍ ​ແລະ​ທີ່​ປຶກສາ​ການ​ເມືອງ​ລະດັບ​ຊາດ​ອີກ​ຕື່ມ​ວ່າ​ຊັ້ນ! ຢູ່​ປັກ​ກິ່ງ​ອັດຕາ​ຄວາມ​ທຽບ​ເທົ່າ​ຂອງ​ຫ້ອງ​ນ້ຳຍິງ-ຊາຍ ​ແມ່ນ​ຫ້ອງ​ນ້ຳຊາຍ​ໜຶ່ງ​ຫ້ອງ​ຕໍ່​ຂອງ​ຜູ້ຍິງ​ເຄິ່ງ​ຫ້ອງ. ນາງ ຫຼີ ບອກ​ວ່າ: ມັນ​ຄວນ​ແມ່ນ​ໜຶ່ງ​ຕໍ່​ສອງ​ວ່າ​ຊັ້ນ​ແລະ​ຄວນ​ວາງ​ເປັນ​ເອກ​ກະພາບ​ກັນ​ໃນ​ທົ່ວ​ປະ​ເທດ ບໍ່​ສະ​ເພາະ​ແຕ່​ປັກ​ກິ່ງ! ລະ​ກະ​ຄວນ​ມີ​ຫ້ອງ​ນ້ຳທີ່​ບໍ່​ຈຳກັດ​ເພດ​ຫຼາຍ​ຂື້ນ​ພ້ອມ! ສາດສະດາຈານ ຈຽນ ຈົງ​ກວາງ ຂອງ​ສູນ​ຄົ້ນຄ້ວາ​ຕົວ​ເມືອງ​ຂອງ​ມະຫາວິທະຍາ​ໄລ ວິສະວະກອນ ​ແລະ ການ​ອອກ​ແບບ​ກໍ່​ມີ​ຄຳ​ເຫັນ​ວ່າ: ຜູ້​ອອກ​ແບບ​ຫ້ອງ​ນ້ຳກໍ່​ຄວນ​ມີ​ການ​ປະ​ເມີນ​ວ່າ​ຫ້ອງ​ນ້ຳສາ​ທະ​ຫ້ອງ​ໜຶ່ງ​ມັນ​ມີ​ຄົນ​ໃຊ້​ຈັກ​ຄົນ? ​ເວລາ​ຮີບ​ດ່ວນ ຫຼື ​ເວລາ​ຄົນ​ຫຼາຍ​ສຸດ​ເດ ມັນ​ເປັນ​ແນວ​ໃດ? ການ​ເພີ່ມ​ຄວາມ​ກ້ວາງ​ຂວາງ​ຂອງ​ຫ້ອງ​ນ້ຳກໍ່​ໝາຍ​ເຖິງ​ການ​ເພີ່ມ​ງົບປະມານ​ຂື້ນ​ຄື​ກັນ! ​ເອົາ, ຟັງ​ເພງ​ອີກ​ກ່ອນ​ເ​ນາະ​ແລ້ວ​ຈຶ່ງ​ມາ​ຟັງ​ຄວາມ​ເຫັນ​ຂ​ອງອີກ​ບາງ​ຄົນ​ທີ່​ມີ​ຕໍ່​ບັນຫາ​ນ້ອຍໆ​ນີ້!

ເພງ

    ຂະນະ​ນີ້……………..ຄື​ນນີ້​ໜຸ່ມ​ໃຫຍ່​ກໍ່​ເອົາ​ເລື່ອ​ງ​ເບົາໆ​ມາ​ລົມ​ສູ່​ຟັງ​ກ່ຽວ​ກັບ​ກຸ່ມ​ແມ່ຍິງ​ຈີນ​ເຂົ້າຍຶດຫ້ອງ​ນ້ຳຜູ້​ຊາຍ​ເພື່ອ​ຮຽກຮ້ອງ​ໃນ​ການ​ໃຊ້​ຫ້ອງ​ນ້ຳທີ່​ທໍລະ​ມານ​ຫຼາຍສຳລັບ​ຜູ້ຍິງ​ວ່າ​ຊັ້ນ! ສາດສະດາຈານ ຈຽງ ​ເພິ່ນ​ກໍ່​ມີ​ຄຳ​ເຫັນ​ຕື່ມ​ວ່າ: ຈຳນວນ​ຫ້ອງ​ນ້ຳຜູ້ຍິງ​ກໍ່​ຄວນ​ເພີ່ມ​ຂື້ນ​ຢູ່​ບາງ​ບ່ອນ ​ໂດ​ຍສະ​ເພາະ​ບ່ອນ​ທີ່​ຜູ້ຍິງ​ມັກ​ໄປ​ຫຼາຍ​ກ່ວາ​ຜູ້​ຊາຍ! ຄັນ​ເວົ້າ​ເຖິງ​ງົບ​ປັບ​ຫ້ອງ​ນ້ຳ​ໃຫ້​ເປັນ​ຫ້ອງ​ນ້ຳບໍ່​ຈຳ​ແນ​ກ​ເພດ​ກໍ່​ບໍ່​ແພງ ​ແຕ່​ຫ້ອງ​ນ້ຳທີ່​ໃຊ້​ໄດ້​ທັງ​ເພດ​ຍິງ-​ເພດ​ຊາຍ ມັນ​ກໍ່​ເໝາະ​ແຕ່​ບາງ​ບ່ອນ​ທໍ່​ນັ້ນ​ໄດ! ມັນ​ຕ້ອງ​ໄດ້​ຄຳນຶງ​ເຖິງ​ຄວາມ​ປອດ​ໄພ​ຂອງ​ຜູ້ຍິງ​ອີກ! ​ໃຕ້​ຫັວນກໍ່​ສົ່ງ​ເສີມ​ໃຫ້​ເຮັດ​ຫ້ອງ​ນ້ຳບໍ່​ຈຳ​ແນ​ກ​ເພ​ດຢູ່ ​ແຕ່​ເຂົາ​ເຈົ້າກໍ່​ມີ​ຄຳ​ເຕືອນ​ລ່ວງ​ໜ້າ ​ເລື່ອງ​ອາດ​ຈະ​ຖືກ​ລວນ​ລາມ​ທາງ​ເພ​ດ​ໄວ້​ພ້ອມ ມັນ​ກໍ່​ເປັນ​ການ​ກະທຳ​ທີ່​ດີ​ຄື​ກັນ​ວ່າ​ຊັ້ນ! ​ແລະ​ອີກ​ຫຼາຍ​ຄົນ​ກໍ່​ສະໜັບສະໜູນ​ແນວ​ຄິດ​ເຮັດ​ຫ້ອງ​ນ້ຳທີ່​ນຳ​​ໃຊ້​ໄດ້​ທັງ​ເພດ​ຍິງ​ແລະ​ເພດ​ຊາຍ​ໂດຍ​ສະ​ເພາະຢູ່​ໃນ​ເມືອງ! ອື່, ​ໃຜ​ວ່າ​ເລື່ອງ​ຫ້ອງ​ນ້ຳນີ້​ບໍ່​ສຳຄັນ​ເນາະທ່ານ​ຜູ້​ຟັງ! ລອງ​ເບິ່ງ​ແມ້ຄັນ​ແຂກ​ຄົນ​ໄປ​ເຮືອນ​ໃດ​ທີ່​ອ່າວ​ມີ​ເຮືອນ​ງາມ​ໆ ຄົນ​ໃນ​ເຮືອນ​ກໍ່​ມີ​ແຕ່​ຄົນ​ຈົບງາມ ​ແຕ່​ບາດ​ຂໍ​ເຂົ້າຫ້ອງ​ນ້ຳປະ​ເພດ​ວ່າ​​ໄດ້​ແລ່ນ​ກັບ​ອອກ​ມາ​ໂລດ​ນີ້ ສັດທາ​ທີ່​ມີ​ຕໍ່​ຄອບຄົວ​ນັ້ນຕອນ​ທຳ​ອິດ ຫາຍ​ວັບ​ໄປ​ກັບ​ຕາ​ໂລດ​ແລ້ວ! ຈັກ​ສຳຄັນ​ບໍ່​ສຳຄັນ​ແລ້ວ! ຈົນ​ມີ​ອົງການ​ຫ້ອງ​ນ້ຳ​ໂລກ​ຫັ້ນ​ແລ້ວ! ​ແລະ​ແຕ່ລະ​ປີ​ໃນ​ວັນ​ທີ 19 ພະ​ຈິກ ​ເພິ່ນ​ກໍ່​ກຳນົດ​ໃຫ້​ເປັນ​ວັນ​ຫ້ອງ​ນ້ຳ​ໂລກ​ພຸ້ນ​ແລ້ວ! ​ເພິ່ນ​ຮັບຮອງ​ເອົາ​ມາ​ໄດ້ 10 ປີ ​ແລ້ວ​ເດ່! ຄັນ​ລະ​ລຶກ​ໃນ​ທ້າຍ​ປີ​ນີ້​ກໍ່​ເປັນ​ປີ​ທີ 11 ​ແລ້ວ! ຄັນຊັ້ນຟັງ​ເພງ​ກ່ອນ​ເນາະ​ແລ້ວ​ຈະ​ເອົາ​ເລື່ອງ​ນີ້​ມາ​ເວົ້າສູ່​ຟັງ​ຕື່ມ!

ເພງ

    ຂໍ​ຂອບ​ໃຈ…………..711477, 9300 ​ເວົ້າ​ເລື່ອ​ງຄວາມສຳຄັນ​ແລະກາ​ນປູກ​ຈິ​ດສຳນຶກ​ໃຫ້​​ເປັນຄວາມ​ສໍາຄັນ​ຂອງ​ຫ້ອງ​ນ້ຳນີ້ ​ໃນ​ເດືອນ​ພະຈິກ​ປີ​ກາຍ​ນີ້​ຢູ່​​ເມືອງ ​ຫາຍ​ກູ ​ແຂ​ວງ ​ໄຫ​ຫຼຳ/ ​ໄຫ​ໝານ ຂອງ​ຈີນ ​ເພິ່ນ​ກໍ່​ຈັດ​ຊຸດ​ອົບຮົມ​ກ່ຽວ​ກັບ​ການ​ອະນາ​ໄມ​ຫ້ອງ​ນ້ຳທີ່​ໄດ້​ມາດຕະຖານ​ສາກົນ​ຂື້ນ​​ໃນ​ລະຫວ່າງ​ວັນ​ທີ 22-24 ພະ​ຈິກ​ປີ​ກາຍ​ນີ້​ລະ! ​ໂດຍ​ການ​ເປັນ​ເຈົ້າພາບ​ຮ່ວມ​ຂອງ​ອົງການ​ສາກົນ, ​ແຂວງ ​ໄຫ​ຫຼຳ ລະ​ກະ​ກຸ່ມ​ວັດ​ທະນະ​ທຳ​ຫ້ອງນ້ຳຂອງ​ສິງກະ​ໂ​ປ ​ເພິ່ນ​ຮ່ວມ​ກັນ​ຈັດ​ຂື້ນ ​ໂດຍ​ມີ​ສຳ​ມະ​ນາກ​ອນອອກ​ຈາກ​ເມືອງ ຫາຍ​ກູ ກັບ​ນະຄອນ ຊັນ​ຍາ 20 ຄົນ. ທີ່​ເປັນ​ສອງ​ເມືອງ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ແຂວງ ​ໄຫ​ຫຼຳ, ​ແຂວງ ​ໄຫ​ຫຼຳ ​ແມ່ນ​ເປັນ​ແຂວງກາງ​ທະ​ເລ ຢູ່​ພາກ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຂອງ​ຈີນ ​ເປັນ​ເກາະ​ທີ່​ງາມ​ຫຼາຍ ມີ​ຫາດ​ຊາຍ​ທີ່​ງົດ​ງາມ ລັດຖະບານ​ຈີນ​ຕັ້ງ​ເປົ້າສ້າງ​ເມືອງ​ນີ້​ເປັນ​ຈຸດໝາຍ​ປາຍທາງ​ທ່ອງ​ລະ​ດັບ​ໂລກ! ສະນັ້ນ ວຽກ​ໜຶ່ງ​ທີ່​ສຳຄັນ​ຂອງ​ແຂວງ​ນີ້​ກໍ່​ຄື​ການ ປັບປຸງ​ສະພາບ​ແວດ​ລ້ອມ​ແລະ​ຄວາມ​ສະອາດ​ຂອງ​ຫ້ອງ​ນ້ຳ ​ໂດຍ​ສະ​ເພາະ​ຫ້ອງ​ນ້ຳສາທາລະນະ​ໃຫ້​ໄດ້​ມາດຕະຖານ​ສາກົນ! ​ເພາະວ່າ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ໄປ​ຈີນ​ສິ່ງ​ທີ່​ມັກ​ຕຳ​ນິກໍ່​ແມ່ນ​ເລື່ອງ​ຄວາມ​ເປິ​ເປື້ອນຂອງ​ຫ້ອງ​ນ້ຳນິລະ! ​ໂດຍ​ສະ​ເພາະ​​ແມ່ນ​ຫ້ອງ​ນ້ຳສາທາລະນະ​ນິລະ! ຄົນລາວ​ໃຜ​ໄປ​ຈີນ​ກໍ່​ຄື​ຊິ​ຮູ້​ສະພາບ​ດີ ບໍ່​ຢາກ​ເວົ້າຫຼາຍ! ​ແຂວງ ​ໄຫ​ຫຼຳຈະ​ເຮັດ​ໃຫ້​ໄດ້​ມາດຕະຖານ​ສາກົນ​ດ້ານ​ຄວາມ​ສະອາດ, ຄວາ​ມສະດວກ​ສະບາຍ​ແລະ​ຄວາມ​ເຂົ້​າ​ເຖິງ​ຫ້ອງ​ນ້ຳສາທາລະນະ​ໃຫ້​ສະດວກ! ບໍ່​ແມ່ນ​ໄປ​ທ່ຽວ​ແລ້ວ​ປວດ​ຖ່າຍໜັກ ຖ່າຍ​​ເບົາ​ຈົນ​ໜ້າ​ຈືດ​ໜ້າ​ຂຽວ​ຫ້ອງ​ນ້ຳກໍ່​ຢູ່​ບັກ​ໄກໆ ​ໄປ​ຮອດ​​ແລ້ວ​ເຫັນ​ຈົນ​ແລ່ນ​ອອກ​ມາ​ເກືອບ​ບໍ​ທັນ ກໍ່​ບໍ່​ເປັນ​ເອົາ​ແທ້​ໄດ​ເນາະ! ອັນ​ນີ້​ກໍ່​ເປັນ​ການສະ​ແດງ​ໃຫ້​ເຫັນ​ລະດັບ​ວັດທະນະທຳ ການ​ສຶກສາ​ຂອງ​ຄົນ​ເຮົາ​ອັນ​ໜຶ່ງ​ໄດ໋! ທົ່ວ​ປະ​ເທດ​ຈີ​ນຍັງ​ຕ້ອງ​ປັບປຸງ​ຫຼາຍ​ເລື່ອງ​ຫ້ອງ​ນ້ຳນິ, ຢູ່​ປັກ​ກິ່ງ​ຍັງ​ບັນຈຸ​ເຂົ້າ​ໃນ​​ແຜນການ​ເສດຖະກິດ​ສັງຄົມ 5 ປີ ຄັ້ງທີ 12 ອີກ​ໄດ໋ ຄື​ແຕ່​ປີ 2011-2015 ​ເພິ່ນ​ວ່າ​ຮອດ​ປີ 2015 ນັກ​ທ່ອງ​ທ່ຽວ​ໄປ​ປັກ​ກິ່ງ​ຈະ​ສາມາດ​ໃຊ້​ຫ້ອງ​ນ້ຳ​ໄດ້​ສະດວກ ​ແລະ​ສະອາດ​ຂື້ນ​ກ່ວາ​ເກົ່າ​ວ່າ​ຊັ້ນ! ຢູ່​ນະຄອນ ກວາງ​ໂຈ່​ວ ທີ່​ເປັນ​ເມືອງ​ໃຫຍ່​ສຸດ​ທາງ​ພາກ​ໃຕ້​ຂອງ​ຈີນ ມີ​ພົນລະ​ເມືອງ 12 ລ້ານ​ຄົນ. ​ແຕ່​ວ່າ​ມີ​ຫ້ອງ​ນ້ຳສາທາລະນະ​​ໃນ​ເມືອງ​​ແຕ່ 907 ແຫ່ງທໍ່​ນັ້ນ ​ເພິ່ນ​ຈຶ່ງ​ມີ​ແຜນ​ຈະ​ສ້າງ​ອີກ​ຫຼາຍ​ກ່ວາ 5 ພັນ​ແຫ່ງ​ໃນ 195 ​ເຂດ​ຊຸມ​ຊົນ. ​ແລະ​ອັນ​​ເກົ່າ​ກໍ່​ຈະ​ປັບປຸງ​ອີກ ​ເພື່ອ​ໃຫ້​ພຽງພໍ​ສະດວກ​​ແກ່​ປະຊາຊົນ 4 ​ແສນ 5 ໝື່ນ​ກ່ວາ​ຄົນ, ​ເອົາ, ກໍ່​ເປັນ​​ແຜນການ​ທີ່​ດີ​ເນາະ! ທ່ານ​ຜູ້​ຟັງ​ຮູ້​ບໍ່​ວ່າ​ທົ່ວ​ໂລກ​ດຽວ​ນີ້​ມີ​ຄົນ​ທີ່​ຍັງ​ບໍ່​ເຂົ້າ​ເຖິງ​ຫ້ອງ​ນ້ຳທີ່​ສະອາດ ຖືກ​ສຸຂະ​ອະນາ​ໄມຕັ້ງວ່າ 2 ຕື້ 6 ລ້ານ ຄົນ. ນຳພາ​ພະຍາດ​ພະ​ເຍົາ​ມາ​ຫຼາຍ​ໄດ໋!
ເພງ
ຈົບ