ເຫີ່​ເກີ​ດລູກ​ໃນ​ປີ​ມັງກອນ

(GMT+08:00) 2012-04-26 15:02:42     cri
ສະບາຍດີ​ມິດ​ຮັກ​ແຟນລາຍການ​ເບິ່ງ​ເມື​ອງຈີນ​ທຸກ​ທ່ານ! ຈົບ​ຂ່າວ​ກິລາ​ກັບ​ ​ເອກ​ກະສັນ ກັບ ກະຕ່າຍ ກໍ່​ແມ່ນ​ໜ້າ​ທີ່​ຂອງ​ໜຸ່ມ​ໃຫຍ່​ອາລົມ​ດີ​ມາສະ​ເໜີ​ເລື່ອງ​ລາວ​ຕ່າງໆ​ກ່ຽວ​ກັບປະ​ເທດ​ຈີນສູ່​ທ່ານ​ຟັງ​ໂລດ​ ທຸກ​ຄືນ​ໃນ​ເວລາ 19 ​ໂມງ! ພົບ​ກັນ​ຄືນ​ນີ້​ແມ່ນ​ມື້​ສຸດ​ທ້າຍ​ຂອງ​ເດືອນ​ກຸມພາ​ແລ້ວ ​ເລີ່​ມ​ເຊົ້າມື້​ອື່ນ​ກໍ່​ແມ່ນ​​ເດືອນ ມີນາ​ແລ້ວ ​ເປັນ​ເດືອນ​ທີ 3 ຂອງ​ປີ 2012​ແລ້ວ! ຄັນ​ແມ່ນ​ເດືອນ​ລາວ​ມື້​ນີ້​ແມ່ນ​ມື້​ຂື້ນ 8 ຄ່ຳ ​ເດືອນ 4​ ລະ​ໄດ໋! ຄືນ​ນີ້​ໜຸ່ມ​ໃຫຍ່​ຈະ​ເອົາ​ເລື່ອງ​ການ​ເຫີ່​ເກີດ​ລູກ​ປີ​ມັງກອນ ປີ​ໃໝ່​ຂອງ​ຈີ​ນປີ​ນີ້! ​ເປັນຫຍັງ​ຄື​ມາ​ເຫີ່​ກັນ​ເອົາ​ແທ້​ເອົາ​ວ່າ​​ແທ້? ກໍ່​ຍ້ອນ​ຄວາມ​ເຊື່ອ​ນີ້​ລະ! ​ເພາະວ່າ​ກ້າວ​ເຂົ້າວັນ​ທີ 23 ມັງກອນ ປີ​ນີ້​ປັບ ຕາມ​ປະຕິທິນ​ຂອງ​ຈີນ​ກໍ່​​ແມ່ນ​ມື້​ຂື້ນ​ປີ​ໃໝ່ທີ່​ເປັນ​ປີ​ມັງກອນ! ທ່ານ​ຜູ້​ຟັງ​ບາງ​ທ່ານ​ກໍ່​ອາດ​ຈະ​ຮູ້​ແລ້ວ​ວ່າ​ມັງກອນ​ນີ້​ຄົນ​ຈີນ​ເຊື່ອ​ຖື​ກັນ​ເອົາ​ແທ້​ເອົາ​ວ່າ ​ເປັນ​ສັດ​ທີ່​ສະຫຼາດ ​ເຂັ້ມ​ແຂງ ກ້າຫານ ຍິ່ງ​ໃຫຍ່! ສະນັ້ນບັນດາ​ພໍ່-​ແມ່ ​ໃໝ່​ທັງຫຼາຍ​ກໍ່​ເລີຍ​ພາກັນ​ວາງ​ແຜນ​ເກີດ​ລູກ​ປີ​ມັງກອນ​ໃນ​ປີ​ນີ້​ອຶກ​ກະທຶກ ​ເພື່ອ​ໃຫ້​ລູ​ກ​ເພິ່ນ​ເປັນ​ລູກ​ມັງກອນ​ເດ! ​ເອົາ, ຄັນຊັ້ນ​ເລື່ອງ​ລາວ​ຈ​ະ​ເປັນ​ແນວ​ໃດ? ຈັກ​ໜ້ອຍ​ໜຸ່ມ​ໃຫຍ່​ຈະ​ກັບ​ມ​າ​ເວົ້າສູ່​ຟັງ!

ເພງ

    ຜ່ານ​ໄປ​ສອງ​ເພງ​ທຳ​ອິດ​ຈາກ​ລາຍການ 711477, 9300 ​ເອົາ, ບັດ​ນີ້​ມາ​ຟັງ​ເລື່ອງທີ່​ປີ​ນີ້ຄົນ​ຈີນ ​ໂດຍ​ສະ​ເພ​າະພໍ່-​ແມ່ ໜຸ່ມ​ເຫີ່​ຫຼາຍ​ໃນ​ການ​ເອົາ​ລູກ​ໃຫ້​ຖືກ​ກັບ​ປີ​ນີ້​ທີ່​ເປັນ​ປີ​ມັງກອນ Dragon ​ທີ່​ເປັນ​ສັດ​ສັນຍາ​ລັກ​ຂອງ​ຈີນ ຂອງ​ປະ​ເທດ​ຈີ​ນ​ເລີຍ​ກໍ່​ວ່າ​ໄດ້! ບັນ​ຫາ​ມັນ​ກໍ່ຕັ້ງຂື້ນ​ວ່າ: ຖ້າ​ປີ​ໃດ​ເດັກນ້ອຍ​ເກີດ​ປີ​ດຽວ​ກັນ​ຫຼາຍ ບາດ​ອະນາຄົດ​ຕໍ່​ໄປ​ຫຼາຍ​ປີ​ຂ້າງ​ໜ້າ ​ເດັກນ້ອຍ​ເຫຼົ່ານັ້ນລວມທັງ​ພໍ່-​ແມ່​ຈະ​ໄດ້ຮັບ​ການ​ກົດ​ດັນ​ຫຼາຍ​ສົມຄວນ ​ໂດຍ​ສະ​ເພາະ​ແມ່ນ​ຄ່າ​ເບິ່ງ​ແຍງ ລ້ຽງ​ດູ​ທີ່​ແພງ​ກ່ວາ​ເດັກນ້ອຍ​ທົ່ວ​ໄປ ການ​ເຂົ້າ​ໂຮງຮຽນ​ກໍ່​ອາດ​ຈະ​ຍາກ​ກ່ວາ​ເດັກນ້ອຍ​ທີ່​ເກີດ​ໃນ​ປີ​ອື່ນ ​ເພາະວ່າ​ຕ້ອງ​ໄດ້​ຍາດ​ຊິງ​ກັນ​ເຂົ້າ​ເດ! ​ແຕ່​ພໍ່-​ແມ່​ໜຸ່ມ​ຂອງຈີນ​ບໍ່​ສົນ ອັນ​ນັ້ນຈັ່ງ​ຫາ​ວິທີ​ແກ້​​ໄຂ​ທີ​ຫຼັງ ຕອນ​ນີ້​ຂໍ​ໃຫ້​ລູກ​ຜູ້​ດຽວ​ຂອງ​ຂ້ອຍ​ໄດ້​ເກີດ​ເປັນ​ສິຣິມຸງຄຸນ​ນີ້​ກ່ອນ​ວ່າ​ຊັ້ນສະ! ດັອກ​ເຕີ​ຜູ້​ໜຶ່ງ​ຢູ່​ຮົງ​ກົງ​ລາ​ວຄາດ​ວ່າ: ປີ​ນີ້​ການ​​ເກີດ​ລູກ​ໃໝ່​ຕ້ອງ​ເພີ່ມ​ຂື້ນ 5% ​ແນ່ນອນ, ສະ​ເພາະ​ຢູ່​ຊຽງ​ໄຮ ທີ່​ເປັນ​ນະຄອນ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ຈີນ ກໍ່​ຄາດ​ວ່າ ປີ​ນີ້​ຈະ​ມີ​ເດັກ​ເກີດ​ໃໝ່​ປະມານ 180.000 ຄົນ. ​ໃນ​ໄລຍະ​ປີ​ໃໝ່​ຈີນ​ປີ​ນີ້​ຢູ່​ຕາມ​ໂຮງໝໍ​ແມ່​ແລະ​ເດັກ​ຂ​ອງນະຄອນ​ຊຽງ​ໄຮ ​ເຕັມ​ໄປ​ດ້ວຍ​ບັນດາ​​ແມ່​ທີ່​ມາກ​ວດທ້ອງ ມາກ​ວດສຸຂະພາບ ​ມາ​ວາງ​ແຜນ​ລູກ! ສະ​ເພ​າະ 5 ມື້​ທຳ​ອິດ​ຂອງ​ປີ​ໃໝ່​ຈີນ​ປີ​ນີ້ ຢູ່​ໂຮງໝໍ​ປະຊາຊົນ​ເລກ 10 ຂ​ອງຊຽງ​ໄຮ​ກໍ່​ມີ​ເດັກ​ເກີດ​ໃໝ່ 40 ຄົນ​ແລ້ວ! ນາຍ​ໝໍ​ກໍ່​ຈົນ​ໄດ້​ເສີມ​ຕຽງ​ເກີດ​ລູກ​ໃໝ່! ນາງ ​ໂຈ​ວ​ເຫວີ​ນ ​ເວົ້າວ່າ: ລູກ​ຊາຍ​ລາວ​ເກີດ​ໃນ​ປີ​ມັງກອນ ຕື່ນ​ເຕັ້ນຂະໜາດ​ວ່າ​ຊັ້ນ! ລູກ​ຂ້ອຍ​ຄົບ​ເດືອນ​ອອກ​ກ່ອນ​ປີ​ໃໝ່ 1 ອາທິດ ​ແລະ​ກໍ່​ອອກ​ມາ​ໃສ່​ປີ​ໃໝ່​ເລີຍ, ຂ້ອຍ​ຄິດ​ວ່າ​ລາວ​ຕ້ອງ​ນຳ​ຄວາມ​ໂຊກ​ດີ​ມາ​ໃຫ້​ພວກ​ເຮົາ ​ເພາະວ່າ​ມັງກອນ​ເປັນ​ສັດ​ສັນຍາ​ລັກ​ຂອງ​ຄວາມ​ສະຫຼາດ ​ແລະ ກ້າຫານ​ວ່າ​ຊັ້ນ! ນາງ ​ໂຈ່​ວ​​ເຫວີ​ນ ​ແລະ ຜົວ​ຂອງ​ນາງ​ຮ່ວມ​ກັນ​ຕັ້ງຊື່​ໃຫ້​ລູກ​ຊາຍ​ວ່າ: ຫວາງ​ໂຈ່​ວຫຼິນ ​ເພາະ​ຄຳ​ວ່າ ຫຼິນ ກໍ່​ໝາຍ​ເຖິງ​ມັງກອນ ​ແລະ​ຄຳ​ວ່າ ຫຼິນ ກໍ່​ມີ​ຫຼາຍ​ຄົນ​ອີກ​ຕັ້ງ​ເປັນ​ຊື່​ລູກ ທີ່​ເກີດ​ໃນ​ໂຮງ​ໝໍ​ດຽວ​ກັນ​ນີ້! ​ເອົາ, ຟັງ​ເພງ​ກ່ອນ​ເນາະ ​ແລ້ວ​ຈັ່ງ​ມາ​ລົມ​ກັນ​ຕໍ່!

ເພງ

    ຂະນະ​ນີ້…….. ຄື​ນນີ້​ໜຸ່ມ​ໃຫຍ່​ພວມ​ລົມ​ເລື່ອງ​ພໍ່​ແມ່​ໃໝ່​ຂອງ​ຈີນ​ເຫີ່​ກັນ​ເອົາ​ລູກ​ປີ​ນີ້​ຫຼາຍ ​ເພາະວ່າ​ເປັນ​ປີ​ມັງກອນ ຢູ່​ນະຄອນຫຼວງ​ປັກ​ກິ່ງ ​ໂຮງໝໍ​ປະດຸ​ງຄັງ​ແຕ່​ລະ​ຕຽງ​ຖືກ​ຈອງ​ໄວ້​ໝົດ​ແລ້ວ ຍາວ​ໄປ​ຈົນ​ຮອດ​ເດືອນສິງຫາ​ພຸ້ນ​ລະ! ສະນັ້ນທ່ານໝໍ​ກໍ່​ເລີຍ​ຕັດສິນ​ໃຈ​ຮັບ​ເກີດ​ລູກ​ໃໝ່​ສູງ​ສຸດ​ເດືອນ​ໜຶ່ງ 1 ພັນ​ຄົນ​ເທົ່າ​ນັ້ນ ​ແລະ​ກໍ່​ຈະ​ໃຫ້​ບຸລິມະສິດ​ແກ່​ແມ່​ມານ​ທີ່​ເກີດ​ລູກ​ຄົບ​ກຳນົດ​ອອກ​ກ່ອນ! ມີ​ໄດ໋ ພໍ່-​ແມ່ ບາງ​ຄົນ​ລູກ​ບໍ່​ທັນ​ຄົບ​ເດືອນ​ແທ້ 7 ​ເດືອ​ນປາຍ 8 ​ເດືອນ​ແນວ​ນີ້ ​ເພິ່ນ​ກໍ່​ໃຫ້​ແພດ​ຜ່າຕັດ​ອອກ​ໃຫ້​ຖືກ​ກັບ​ມື້​ດີ ​ເດືອນ​ດີ ປີ​ດີ ກໍ່​ມີ​ໄດ໋! ຄວາມ​ເຊື່ອ​ນີ້​ຫ້າມ​ກັນຍາ​ກ​ເນາະ! ບາງ​ຄົນ​ເຊື່ອ​ແບບ​ຫຼັບ​ຫູ​ຫຼັບ​ຕາ​ເກີນ​ໄປ ກໍ່​ຈົນ​ກາຍ​ເປັນ​ຄົນ​ງົມ​ງາຍ ດີ​ບໍ່​ດີ​ອັນຕະລາຍ​ຕໍ່​ລູກ ຕໍ່​ແມ່​ອີກ​ຊ້ຳ! ມີ​ແມ່​ໃໝ່​ຜູ້ໜຶ່ງ ຄື​ນາງ ຫຼີຈົ່ງ, ຖືພາ​ມາກ​ວດທ້ອງ ລາວ​ນັ່ງ​ຖ້າ​ກວດ​ດ້ວຍ​ສີ​ໜ້າ​ທີ່​ລຳ​ຄານ​ເບື່ອ​ໜ່າຍ! ລາວ​ເປັນ​ຄົນ​ນະຄອນ ຈີ້​ໝານ, ​ແຂວງ ຊ່ານ​ຕົ່ງ! ລາວ​ເບື່ອ​ຍ້ອນ​ຕ້ອງ​ໄດ້​ຖ້າ​ເປັນ​ຫຼາຍ​ຊົ່ວ​ໂມງ! ຕາມ​ກຳນົດ​ແມ່ນ​ລາວ​ຈະ​ອອກລູກ​ຜູ້​ນີ້​ໃນ​ເດືອນ​ເມສາ. ລາວ​ວ່າ: ​ໄດ້​ວາງ​ແຜນ​ໃຫ້​ເກີດ​ລູກ​ໃນ​ປີ​ນີ້​ກໍ່​ຍ້ອນ​ໝົດ​ຄອບຄົວ ຈັກ​ຜົວ ຈັກ​ພໍ່ ຈັກ​ແມ່ ຈັກ​ປູ່ ຈັກ​ຍ່າ ​ເຊື່ອ​ວ່າ​ເດັກ​ເກີ​ດປີ​ມັງກອນ​ແມ່ນ​ຈະ​ນຳ​ຄວາມ​ເປັນ​ສິຣິມຸງ​ຄຸນ​ມາ​ໃຫ້​ວ່າ​ຊັ້ນ! ລາ​ວວ່າ: ​ແຕ່​ວ່າ​ປີ​ນີ້​ລູກນ້ອຍ​ມັງກອນ​ມັນ​ຈະ​ເກີດ​ໃໝ່​ຫຼາຍ​​ແທ້ໆ ບັນຫາ​ກໍ່​ຄື​ມັນ​ຈະ​ເຮັດ​ໃຫ້​​ເດັກພວກ​ນີ້​ເຂົ້າ​ໂຮງຮຽນ​ອະນຸບານ​, ປະຖົມ, ມັດທະຍົມ ມະຫາວິທະຍາ​ໄລ ຍາກ​ໃນ​ຫຼາຍ​ປີ​ຕໍ່ໜ້າ!​ ຟັງ​ເຫດຜົນ​ຂອງ​ນາງ ຫຼີ ທີ່​ກັງວົນ​ກໍ່​ແມ່ນ​ເຫດຜົນ​ທີ່​ດີ​ໄດ​ທ່ານ​ຜູ້​ຟັງ! ​ເພາະວ່າ​ມັນ​ກໍ່​ເຄີຍ​ເກີດ​ປະກົດ​ການ​ດັ່ງ​ທີ່​ນາງ ຫຼີ ກັງວົນ​ມາ​ແລ້ວ! ຄື​ໃນ​ປີ 2000 ປີນັ້ນ​ເປັນ​ປີ​ມັງກອນ, ຕໍ່​ມາ​ແມ່ນ​ປີ 2007 ປີນັ້ນ​ແມ່ນ​ປີ​ໝູ, ​ແລະ​ໃນ​ປີ 2008 ຈີນ​ກໍ່​ເປັນ​ເຈົ້າພາບ​ຈັດ​ກິລາ​ໂອ​​ເລັມ​ປິກ ທັງ 3 ປີນັ້ນຕຽງ​ໂຮງ​ໝໍ​ຢູ່​ພະ​ແນ​ກປະດຸ​ງຄັນ​ຈົນ​ຂາດ ​ແລ້ວ​ພວກ​ເດັກນ້ອຍ​ທີ່​ເກີດ​ປີນັ້ນໆ​ ຕໍ່​ມາ​ກໍ່​ເຂົ້າອະນຸ​ບານ ​ເຂົ້າປະຖົມ​ຍາກ​ຄື​ຄວາມ​ນາງ ຫຼີ ​ເວົ້າ​ແທ້ ​ເພາະວ່າ​ປີ​ມັງກອນ ກັບ ປີ​ໝູ ຄົນ​ຈີນ​ມັກ​ສຸດ​ໃຈ​ລະ ​ເພາະວ່າ​ໝູ​ແມ່ນ​ປີ​ທີ​ຄົນ​ຈີນ​ເຊື່ອວ່າ​ເປັນ​ປີ​ທີ່​ອຸດົມສົມບູນ​ດ້ວຍ​ອາຫານ​ການ​ກິນ ​ຊັບ​ສິນ​ເງິນ​ຄຳ​ວ່າ​ຊັ້ນສະ! ທ້າວ ຢ່າງຊິ່ນ ພະນັກງານ​ຫ້ອງການ ​ເມືອງ ຈີ້​ໝານ ຍັງ​ຈື່​ໄດ້​ຢູ່​ວ່າ ລາວ​ຈົນ​ໄດ້​ມີ​ເຄື່ອງ​ຕ້ອນ​ຂອງ​ຝາກ​ພິ​ເສດ​ໃຫ້ ຜູ້ອຳນວຍການ​ໂຮງຮຽນ​ອະນຸບານ ​ແລະ ຕໍ່ມາ​ກໍ່​ໂຮງຮຽນ​ປະຖົມ ຍ້ອນ​ລູກ​ສາວ​ລາວ​ເກີດ​ໃນ​ປີ 2000 ທີ່​ເປັນ​ປີ​ມັງກອນ. ລາວ​ເວົ້າ​ໃຫ້​ຟັງ​ວ່າ: ຕອນ​ລູກ​ສາວ​ຂ້ອຍ​ເຂົ້າ​ໂຮງຮຽນ​ອະນຸບານ ​ແຕ່​ລະ​ຫ້ອງ​ມີ​ນັກຮຽນ 25 ຄົນ, ຄັນ​ແມ່ນ​ພວກ​ເກີດ​ໃນ​ປີ​ອື່ນ​ຫ້ອງ​ໜຶ່ງ​ມີ​ແຕ່ 18 ຄົນ, ບາດ​ລູກ​ສາວ​ເຂົ້າປະຖົມ​ກໍ່​ມີ​ເດັກນ້ອຍ​ຕັ້ງວ່າ 500 ຄົນ ​ເສັງ​ແຂ່ງຂັນ​ເຂົ້າ​ເອົາ​ ບ່ອນ​ນັ່ງ​ທີ່​ມີ​ແຕ່ 160 ບ່ອນ​ນັ່ງ! ຢູ່​ປັກ​ກິ່ງ​ຄື​ກັນ ລູກ​ໂອ​ເລັມ​ປິກ​ບາງ​ຄົນ ຕ້ອງ​ໄດ້​ລໍຖ້າ​ເຂົ້າ​ໂຮງຮຽນ​ອະນຸບານ ທັ້ງໆ​ທີ່​ໃນ 2 ປີ​ມາ​ນີ້ ລັດ​ຖະບານ​ກໍ່​ໄດ້​ເປີດ​ໂຮງຮຽນ​ອະນະ​ບານ​ໃໝ່​ຂື້ນ​ຫຼາຍ ​ເພື່ອ​ຮອງ​ຮັບ​ເດັກ​ທີ່ເກີດ​ໃນ​ປີ 2008​ ​ແຕ່ປານ​ນັ້ນກໍ່​ຍັງ​ບໍ່ພໍ! ມາ​ຟັງ​ເພງ​ມ່ວນໆ​ປ່ຽນ​ບັນຍາກາດ​ກ່ອນ​ເນາະ​ແລ້ວ​ຈັ່ງ​ຊິ​ກັບ​ມາ​ເວົ້າສູ່​ຟັງ​ຕໍ່ ກ່ຽວ​ກັບ​ການ​ກົດ​ດັນ​ທາງ​ດ້ານ​ການ​ເງິນ​ຂອງ​ພໍ່​​ແມ່​ທີ່​ເຫີ່​ກັນ​ເກີດ​ລູກ​ໃນ​ປີ​ມັງກອນ​ນີ້!

ເພງ

    ຂະນະ​ນີ້………….ໜຸ່ມ​ໃຫຍ່​ຂໍ​ລົມ​ຕໍ່​ກ່ອນ​ເປີດ​ເພງ​ກໍ່​ລົມ​ສູ່​ຟັງ​ເລື່ອງ​ຄວາມ​ກົດ​ດັນ​ຂອງ​ພໍ່​ແມ່​ຈີນ ທີ່​ມັກ​ເກີດ​ລູກ​ໃນ​ປີສຳ​ຄັນ ຍ້ອນ​ຄວາມ​ເຊື່ອ​ຖື​ວ່າ​ເປັນປີ​ສິຣິມຸງຄຸນ​ແລະ​ນຳ​ໂຊກ​ນຳ​​ໄຊ​ມາ​ໃຫ້ ​ແຕ່​ສຸດ​ທ້າຍ​ກໍ່​ຈົນ​ເຂົ້າຮຽນ​ໂຮງຮຽນ​ປະຖົມ ມັດທະຍົມ​ຍາກ ຍ້ອນ​ເດັກ​ເກີດພ້ອມ​ກັນ​ຫຼາຍ! ບັດ​ນີ້​ພໍ່-​ແມ່​ທີ​ເຫີ່​ປີ​ເກີດ​ເຫຼົ່າ​ນີ້​ກໍ່​ມີ​ຄວາມ​ກົດ​ດັນ​ດ້ານ​ການ​ໃຊ້​ຈ່າຍ​ອີກ​ໄດ໋! ສື່​ມວນ​ຊົນ​ທ້ອງ​ຖິ່ນ​ກໍ່​ໄດ້​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ການ​ບໍລິການ​ຂອງ​ແມ່ລ້ຽງ​ເດັກ​ທີ່​ສູງ​ຂື້ນ​ຫຼາຍ​ຢູ່​ປັກ​ກິ່ງ ​ແລະ ນະຄອນ ທຽນ​ສິນ. ຄື​ຢູ່​ທຽນ​ສິນ​ພໍ່-​ແມ່​ໃໝ່ຕ້ອງ​ໄດ້​ຈ່າຍ​ປະມານ 6-8 ພັນ​ຢວນ, ກໍ່​ປະມານ 9 ລ້ານ​ກີບ​ພຸ້ນ​ແລ້ວ ​ເພື່ອ​ຈ່າຍ​ໃຫ້​ແກ່​ນາງ​ລ້ຽງ​ເດັກ ທີ່​ໄດ້​ຜ່ານ​ການ​ຝຶກ​ອົບຮົມ​ມາ​ເປັນ​ຢ່າງ​ດີ, ​ເພາະວ່າ​ໃນ​ເດືອນ​ທຳ​ອິດ​ຄົນ​ຈີນ​ໃນ​ເມືອງ​ທີ່​ອ່າວ​ມີ​ເງິນ​ແດ່​ເພິ່ນ​ມັກ​ຈ້າງນາງ​ລ້ຽງ​ເດັກ​ທີ່​ໄດ້​ມາດຕະຖານ​ມາ​ລ້ຽງ​ລູກ​ໃຫ້! ​ເພື່ອ​ລູກ​ຈະ​ໄດ້​ມີ​ສຸຂະພາບ​ແຂງ​ແຮງ​ວ່າ​ຊັ້ນ! ຊຶ່ງ​ຄ່າ​ຈ້າງ​ນີ້​ມັນ​ອາດ​ສູງ​ກ່ວາ​ເງິນ​ເດືອນຂອງ​ສອງຜົວ​ເມຍ​ບວກ​ກັນ​ອີກ​ຊ້ຳ! ​ເຖິງວ່າ​ຄ່າ​ຈ້າງ​ສູງ​ປານ​ນີ້ ນາງ ກຸ່ຍຢິງ, ​ທີ່​ເປັນ​ນາງ​ລ້ຽງ​ເດັກ​ເກີດ​ໃໝ່ ກໍ່​ຍັງ​ເຊັນ​ສັນຍາ​ກັບ​ພໍ່​ແມ່​ເດັກຕັ້ງວ່າ 7 ຄົນ ​ເຮັດ​ໃຫ້​ວຽກ​ລ້ຽງ​ເດັກ​ຂອງ​ລາວ​ຫຍຸ້ງ​ຫຼາຍ ​ໄປ​ຈົນ​ຮອດ​ຍຍາມ​ຮ້ອນ​ພຸ້ນ​ລະ! ດຽວ​ນີ້​ຢູ່​ຈີນ​ຍັງ​ເປັນ​ຍາມໜາວ​ຢູ່​ໄດ໋ທ່ານ​ຜູ້​ຟັງ! ສ່ວນ​ສາດສະດາຈານ ຫວາງ ຈົ່ງ​ອູ ຂອງ​ມະຫາວິທະຍາ​ໄລ ຊ່ານ​ຕົ່ງ ກໍ່​ເຫັນ​ອີກ​ວ່າ: ການ​ເຫີ່​ເກີດ​ລູກ​ໃນ​ປີ​ດີໆ ກໍ່​ສົ່ງ​ຜົນ​ໃຫ້​ພໍ່​ແມ່​ເຫຼົ່າ​ນີ້​ຄາດ​ຫວັງ​ກັບ​ລູກ​ຜູ້​ນີ້​ສູງ​ຫຼາຍ! ​ເພາະວ່າ​ພໍ່​ແມ່​ໜຸ່ມ​ດຽວ​ນີ້​ເກືອບ​ທັງ​ໝົດ​ແມ່ນ​ເກີດ​ໃນ​ຊຸມ​ປີ 1980 ​ແລະ​ເຕີບ​ໃຫຍ່​ຂື້ນ​ໃນ​ສະພາບ​ແວດ​ລ້ອມ​ທີ່​ຄອບຄົວ​ມີ​ລູກ​ຜູ້​ດຽວ, ສະນັ້ນ​ເມື່ອ​ເຂົາ​ເຈົ້າມີ​ລູກ ມີ​ຫຍັງ​ດີໆ​ກໍ່​ຈະ​ເທີ​ດທູນ​ໃຫ້ໝົດ ລວມທັງ​ວັນ​, ​ເດືອນ, ປີເກີດ​ ຜົວ​ເມຍ​ຕ້ອງ​ໄດ້​ເລືອກ​ເຟັ້ນວາງ​ແຜນ​ຮ່ວມ​ກັນ​ຄັກ​ແນ່​ຊັ້ນ​ແລ້ວ! ຜົນ​ສະທ້ອນ​ຂອງ​ມັນ​ແມ່ນ​ຫຍັງ? ພໍ່​ແມ່​ເຫຼົ່າ​ນີ້​ເມື່ອຕັ້ງຄວາມ​ຫວັງ​ຕໍ່​ລູກ​ຜູ້​ທີ່​ເກີດ​​ໃນ​ປີ​ທີ່​ດີໆ​ນີ້​ສູ​ງ ກໍ່​ຍ່ອມ​ອາດ​ຈະ​ສ້າງ​ອຸປະສັກ​ຄວາມ​ຫຍຸ້ງຍາກ​ຕໍ່​ລູກ​ຂອງ​ເຂົາ​ເຈົ້າ​ເອງ! ​ເປັນຕົ້ນວ່າ​ຕ້ອງ​ເປັນ​ຄົນ​ເກັ່ງ, ຄົນ​ສະຫຼາດ​ຫຼັກ​ແຫຼມ ​​ເຂັ້ມ​ແຂງ​ກ່ວາ​ຜູ້​ອື່ນ​ນ ​ແລ້ວ​ຄວາມ​ກົດ​ດັນ​ນັ້ນກໍ່​ຈະ​ຕົກ​ໄປ​ໃສ່​ເດັກນ້ອຍ​ແລະ​ຊາວ​ໜຸ່ມ​ຜູ້​ເປັນ​ລູກ ​ເພາະວ່າ​ພໍ່​ແມ່ຕັ້ງຄວາມ​ຫວັງ​ໄວ້​ສູງ​ຫຼາຍ​ເກີນ​ໄປ! ຕ້ອງ​ເຮັດ​ໃຫ້​ໄດ້​ໃຈ​ພໍ່​ແມ່ ຮຽນ​ໃຫ້​ເກັ່ງ​ໃຫ້​ໄດ້​ຄະ​ແນນ​ດີໆ ສູງ​ໆ​ບໍ່​ໄດ້​ຫຼັບ ບໍ່​ໄດ້​ນອນ ພັກຜ່ອນ​ບໍ່​ພຽງພໍ​ແລ້ວ​ບາດ​ນີ້! ສຸ​ດທ້າຍ​ກໍ່​ສະທ້ອນ​ຕໍ່​ສັງຄົມ! ໜຸ່ມ​ໃຫຍ່​ເຄີຍ​ເຫັນ​ກັບ​ຕາ​ມາ​ແລ້ວ​ຢູ່​ປັກ​ກິ່ງ ທັງໆ​ທີ່​ລູກຊາຍກໍ່​ເປັນ​ຄົນ​ດີ​ແລ້ວ ​ເຂັ້ມ​ແຂງ, ຮຽນ​ເກັ່ງ, ​ໄດ້​ຄະ​ແນນ​ດີ​ສົມຄວນ​ແລ້ວ ບາດ​ສອບ​ເສັງ​ມາ​ກໍ່​ໄດ້​ຄະ​ແນນສູງ​ສົມຄວນ​ແລ້ວ ​ແຕ່​ແມ່​ຖືກ​ແມ່​ຂອງ​​ເດັກນ້ອຍ​ທີ່​ໄດ້​ຄະ​ແນນ​ສູງ​ກ່ວາ​ໃນ​ຫ້ອງ​ມາ​ເວົ້າ​ເຢາະ​ເຢີ້ຍ ​ແມ່​ຜູ້​ນີ້​ກໍ່​ເສຍປຽບ​ເສຍ​ຍົດ ​ແລ້ວ​ກໍ່​ມາ​ລົງ​ທີ່​ລູກ ມາ​ຮ້າຍ​ມາ​ດ່າ​ລູກ ດີ​ບໍ່​ດີ​ອາດ​ຈະ​ຕີ​ພຸ​ນ້​ແລ້ວ ​ແຕ່​ໜຸ່ມ​ໃຫຍ່​ກໍ່​ບໍ່​ເຫັນ​ດັອກ! ​ແມ່​​ເດັກນ້ອຍ​ຜູ້ນັ້ນອາລົມ​ບໍ່​ດີ​ຍ້ອນ​ເລື່ອງ​ນີ້​ເກືອບ​ເປັນ​ອາທິດ​ແລ້ວ, ​ເບິ່ງ​ແມ້​ເລື່ອງ​ນ້ອຍໆ​ຊ່ຳນີ້​ຍັງ​ຂົ່ມ​ເຫງຈິດ​ໃຈ ຮ່າງ​ກາຍ ສະໝອງ​ລູກ​ປານ​ນັ້ນ. ລູກ​ກໍ່​ບໍ່​ໄດ້​ເສັງ​ຕົກ ຍັງ​ໄດ້​ຄະ​ແນນ​ແນວ​ຢູ່​ແຖວ​ໜ້າ​ຂອງ​ຫ້ອງ​ແລ້ວ ​ແມ່​ກໍ່​ຍັງ​ບໍ່ພໍ​ໃຈ ມີ​ແຕ່​ບອກ​ວ່າ​ຕ້ອງ​ຊະນະ​ຜູ້​ອື່ນ​ທໍ່​ນັ້ນ! ​ໂອ່, ຄັນ​ໃຜ​ຊະນະ​ໝົດ ມັນ​ຊິ​ມີ​ຜູ້​ບໍ່​ຊະນະ​ຕວະຊັ້ນ​ເນາະ? ມັນ​ເປັນ​ໄປ​ບໍ່​ໄດ້! ​ເອົາ, ມ່ວນ​ຊື່ນ​ກັບ​ສຽງ​ເພງ​ຈີນ​ອີກ​ກ່ອນ​ແລ້ວ​ຈັ່ງ​ກັບ​ມາ​ລົມ​ກັນ​ຕໍ່

ເພງ

   ຂໍ​ຂອບ​ໃຈ……………. ຄືນ​ນີ້​ໜຸ່ມ​ໃຫຍ່​ພວມ​ລົມ​ສູ່​ຟັງ​ກ່ຽວ​ກັບ​ຄົນ​ຈີນ​ມັກ​ເຫີ່​ເກີດ​ລູກ​ໃນ​ປີ​ດີ ປີ​ທີ່​ເປັນ​ສິຣິມຸງ​ຄຸນ​ປີ​ນຳ​ໂຊກ! ນີ້​ຄື​ຄວາມ​ເຊື່ອ​ມາ​ແຕ່​ບູຮານ​ນະ​ການ ມາ​ຮອດ​ສັດຕະວັດ​ທີ 21 ​ແລ້ວ​ຍັງ​ຕິດ​ຕ້ອຍ​ຫ້ອຍ​ຕາມ​ມາ​ຢູ່ ຍັງ​ແກະ​ບໍ່​ອອກ! ​ເລື່ອງ​ຄວາມ​ເຊື່​ອມັນ​ກໍ່​​ເປັນ​ສິດທິ​ຂອງ​ໃຜ​ມັນ​ດອັກ​ເນາະທ່ານ​ຜູ້​ຟັງ! ​ແຕ່​ກໍ່​ຄື​ເວົ້າ​ຫັ້ນລະ ​ເລື່ອງ​ໃດ​ຄື​ກັນ​ຄັນ​ເຊື່ອ​ຖື​ຫຼາຍ​ເກີນ​ໄປ ​ແບບ​ຫຼັບ​ຫູ​ຫຼັບ​ຕາ​ມັນ​ກໍ່​ກາຍ​ເປັນ​ງົມ​ງາຍ​ຫຼ້າ​ຫຼັງ. ​ເວົ້າ​ເລື່ອງ​ລູກ​ມັນ​ຈະ​ເປັນ​ຄົນ​ດີ​ຫຼືບໍ່​ດີ? ມັນ​ບໍ່​ໄດ້​ຂື້ນ​ກັບ​ປີ​ເກີດ​ດັອກ ຕາມ​ທັດສະນະ​ສ່ວນ​ຕົວ​ຂອງ​ໜຸ່ມ​ໃຫຍ່​ໄດ໋! ​ເດັກ​ເກີດ​ປີ​ໃດ​ມັນ​ກໍ່​ຄື​ແພ​ຂາວ​ບໍ​ລິ​ສຸດ ​ແພ​ຜືນ​ນັ້ນຈະ​ງາມ​ຫຼາຍ​ໜ້ອຍ​ຊ່ຳ​ໃດ ມັນ​ຂື້ນ​ກັບ​ພໍ່​ແມ່ ຜູ້​ປົກຄອງ​ແຕ່ງ​ແຕ້ມ​ສີສັນ​ເຂົ້າ​ໄປ ສະພາບ​ແວ​ດລ້ອມ​ກໍ່​ມີ​ສ່ວນ ​ແຕ່​ບໍ່​ຫຼາຍ​ດັອກ ຖ້າ​ພໍ່​ແມ່​ສາມັກຄີ​ກັນ ຮ່ວມ​ມື​ຮ່ວມ​ແຮງ​ກັນ​ສຶກສາ​ອົບຮົມ​ລູກ​ໃຫ້​ເປັນ​ຄົນ​ດີ​ມາ​ແຕ່​ນ້ອຍ, ຄວາມ​ຮັກ ຄວາມ​ອົບ​ອຸ່ນ ຄວາມ​ໃກ້ຊິດ ສຳຄັນ​ຫຼາຍ​ສຳລັບ​ສອນ​ລູກ! ຖ້າ​ໃຜ​ຫ່າງ​ເຫີ​ນລູກ​ຫຼາຍ​ມີ​ແຕ່​ຄາ​ວຽກ ​ແລ້ວ​ຊິ​ເອົາ​ເງິນ​ລ້ຽງ​ລູກ ຫຼື ຮັກ​ລູກ​ເກີນ​ໄປ ຕາມ​ໃຈ​ໝົດ​ທຸກ​ຢ່າງ​ຈົນ​ຈຳ​ແນ​ກບໍ່​ໄດ້ ມາ​ແຕ່​ນ້ອຍໆ​ເລີຍ​ວ່າ​ອັນ​​ໃດ​ຖືກ ອັນ​​ໃດ​ຜິດ ອັນ​ໃດ​ຄວນ ອັນ​ໃດ​ບໍ່​ຄວນ ຈຳ​ແນ​ກບໍ່​ໄດ້​ເລີຍ! ​ເພາະ​ເຮັດບໍ່​ດີ​ຫຼາຍ​ເທື່ອ ​ແທນ​ທີ່​ພໍ່​ແມ່​ຈະ​ບອກ​ກ່າວ​ເຕືອນ​ ຊ້ຳພັດ​ໃຫ້​ທ້າຍ​ຊ້ຳ! ຢ້ານ​ລູກ​ຄຽດ ຍ້ອນ​ຮັກ​ລູກ​ຫຼາຍ​ເກີນ​ໄປ; ສຸດ​ທ້າ​ຍມື້​​ໃດ​ມື້ໜຶ່ງ​ທ່ານ​ຈະ​ກິນ​ແໜງ​ໃຈ ​​ເມື່ອລູກ​ຂອງ​ທ່ານ​ກາຍ​ເປັນ​ຄົນ​ຊົ່ວ ກາຍ​ເ​ປັນ​ມານ​ສັງຄົມ ການ​ເປັນ​ບຸກຄົນ​ທີ່​ສັງຄົມ ໝູ່ຄູ່ ບໍ່​ເພິ່ງ​ປະ​ຖາ​ໜາ! ​ເຖິງ​ລູກ​ຂອງ​ທ່ານ​ຈະ​ເກີດ​ປີ​ເສືອ ປີໝູ ປີມັງ​ກອນ ຫຼື ມື້​ດີ​ມື້​ງາມ​ຫຍັງ​ກໍ່​ແລ້ວ​ແຕ່ ກໍ່​ເປັນ​ຄົນ​ບໍ່​ດີ​ໄດ້​ຄືກັນ ​ເຮັດ​ໃຫ້​ພໍ່​ແມ່​ເສຍ​ໃຈ ​ເສຍ​ນ້ຳຕາ ​ເດືອດຮ້ອນ ​ເກີ​ດ​ເລື່ອງ​ໄດ້​ຄື​ກັນ ຖ້າ​ພໍ່​ແມ່​ບໍ່​ຊ່ວຍ​ກັນ​ເບັດ​ມາຕັ້ງ​ແຕ່​ນ້ອຍໆ
​ເພງ
ຈົບ