ມາ​ຮູ້​ກັບ​ສະພາ​ສຶກສາ​ການ​ເມືອງ​ປະຊາຊົນ​ຈີນ​ທີ່​ຈະ​ໄຂ​ກອງ​ປະຊຸມ​ໃນ​ມື້​ອື່ນ

(GMT+08:00) 2012-04-26 15:14:01     cri
ສະບາຍດີມິດ​ລາຍການ​ທີ່​ຮັກ​ແພງ​ທຸກໆ​ທ່ານ! ຮອດ 19 ​ໂມງ​ທຸກ​ມື້​ໜຸ່ມ​ໃຫຍ່​ອາລົມ​ດີ​ນຳ​ເອົາ​ລາຍການ​ເບິ່ງ​ເມືອງ​ຈີນ​ມາ​ພົບ​ພໍ້​ກັບ​ທ່ານ​ຜູ້​ຟັງ​ທຸກ​ມື້! ມື້​ນີ້​ແມ່ນ​ວັນ​ສຸກ, ທີ 2 ມີນາ; ຄັນ​ແມ່ນ​ເດືອນລາວ​ກໍ່​ແມ່ນ​ມື້​ຂື້ນ 10 ຄ່ຳ ​ເດື​ອນ 4 ​ແລ້ວ​ເດ! ຍັງ​ບໍ່​ຮອດ 2 ​ເດືອນ​ກະຊິ​ໄດ້​ຫົດ​ນ້ຳກັນລະ​ໄດ໋​ເນາະທ່ານ​ຜູ້​ຟັງ!​ ອາກາດ​ເລີ່​ມຮ້ອນ​ເອົ້າ​ແນວ​ນີ້​ຄົນ​ທົ່ວ​ໄປ​ມັກ​ກິນນ້ຳ​ເຢັນໆ ​ໂດ​ຍສະ​ເພາະ​ເດັກນ້ອຍ​ຊາວ​ໜຸ່ມ ລະວັງ​ຮ້ອນ​ກະທົບ​ເຢັນ​ຫຼາຍ ຊິ​ເປັນຫວັດ, ​ເຈັບຄໍ, ​ເຈັບ​ອະມີ​ດານ​ເດີ້! ອາກ​າດຮ້ອນ​ແນວ​ນີ້​ອາຫານ​ມັກ​ບູດ​ໄວ ​ແມງວັນ​ກໍ່​ຫຼາຍ ລະວັງ​ແທ້ໆ ຄວາມ​ສະອາດ​ຂອງ​ອາຫານ​ການ​ກິນ ຮ້ອນ​ແນວ​ນີ້​ມັກ​ເຈັບທ້​ອງງ່າຍ​​ໄດ໋, ໝາກສົ້ມໝາກ​ແສວ ໝາ​ກມ່ວງ​ອ່ອນ ໝາກ​ຫຼອດ ໝາກ​ຜາງ ສົ້ມໆ​ແນວ​ນີ້ ຈ້ຳ​ແຈ່ວ​ເດັ​ດໆ ​ເຜັດ​ໆ ​ເຄັມໆ ​ເພິ່ນ​ວ່າ​ຄັກ​ໃຈ​ຂະໜາດ ​ແຕ່​ລະວັງ​ແຊບ​ປາກ​ມັນ​ຊິ​ຍາກ​ທ້ອງຫັ້ນລະ​ເດີ້ ການ​ກິນ​ຫຼາຍ​ໂພດ​ຫຼື​ວ່າ​ລ້າງ​ມັນບໍ່​ສະອາດ​ຫັ້ນນະ​ເນາະ! ​ເອົາ, ​ເຕືອນ​ມາ​ດ້ວຍ​ຄວາມ​ເປັນ​ຫ່ວງ​ເປັນ​ໄຍຈາກ CRI FM 93Mhz ຄືນ​ວານ​ນີ້​ໜຸ່ມ​ໃຫຍ່​ເວົ້າສູ່​ຟັງ​ກ່ຽວ​ກັບ​ການ​ຫ້າງ​ຫາ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ສະພາ​ຂອງ​ຈີນ ທີ່​ໄຂ​ຂື້ນ​ຢູ່​ປັກ​ກິ່ງ! ສະພາ​ທີ່​ຈະ​ໄຂ​ກ່ອນ​ກໍ່​ແມ່ນ ສະພາ​ສຶກສາ​ການ​ເມືອງ​ປະຊາຊົນ​ຕາມ​ແຜນ​ກໍ່​ຈະ​ໄຂ​ເວລາ 15 ​ໂມງບ່າຍ​ມື້​ອື່ນ ທີ່​ຫໍ​ສະພາ​ປະຊາຊົນ. ຟັງ​ເພງ​ກ່ອນ​ເນາະ​ແລ້ວ​ຈະ​ເວົ້າສູ່​ຟັງ​ວ່າ​ມາ​ຮອດ​ມື້​ນີ້​ຜູ້​​ແທນຮອດ​ປັກ​ກິ່ງ​ຄົບ​ລະ​ເບາະ? ​ແລະ​ຄືນ​ນີ້​ກໍ່​ຈະ​ເວົ້າ​ໃຫ້​ຟັງ​ລະອຽດ​ຕື່ມ​ວ່າ ສະພາ​ປຶກ​ສາ​ການ​ເມືອງ​ປະຊາຊົນ​ຈີນ​ມີໜ້າ​ທີ່​ພາລະ​ບົດບາດ​ແນວ​ໃດ? ​ແຕ່​ວ່າ​ຕອນ​ນີ້​ຟັງ​ເພງ​ຊຸດ​ທຳ​ອິດ​ຈາກ​ລາຍການ​ກ່ອນ​ເນາະ!

ເພງ

    ຜ່ານ​ໄປ​ສອງ​ເພງ! ​ເວົ້າ​ເຖິງ​ຜູ້​ແທນ​ສະພາ​ການ​​ເມືອງ​ປະຊາຊົນ​ຈີນ ທີ່​ຈະ​ເຂົ້າຮ່ວມ​ກອງ​ປະຊຸມ​ທີ່​ຈະ​ເລີ່​ມ​ໃນ​ຕອນ​ບ່າຍ​ມື້​ອື່ນ​ເວລາ 15 ​ໂມງ ທີ່​ນະຄອນຫຼວງ​ປັກ​ກິ່ງ​ເທື່ອ​ນີ້ ທົ່ວປະ​ເທດ​ຈີນ​ກໍ່​ມີ 2.262 ທ່ານ​ພຸ້ນ​ໄດ໋! ມາ​ຮອດ​ຕອນ​ທ່ຽງ​ມື້​ນີ້ ຜູ້​ແທນ​ມາ​ລົງທະບຽນ​ແລ້ວ 1.501 ຄົນ​ແລ້ວ. ​ເຫຼືອ​ນັ້ນກໍ່​ຄົງ​ຈະ​ສືບ​ຕໍ່​ເດີນທາງ​ມານະ​ຄອນ​ຫຼວງ​ປັກ​ກິ່ງ ​ແລະ ລົງທະບຽນ​ໃນ​ຕອນ​ບ່າຍ ຕອນ​ແລງ​ມື້​ນີ້​ກັບ​ຕອນ​ເຊົ້າມື້​ອື່ນ​ນີ້​ລະ! ມາ​ຮອດ​ມື້​ນີ້​ກ​ອງ​ເລຂາ​ກອງ​ປະຊຸມ​ໄດ້​ຮັບ​ຄຳ​ສະ​ເໜີ 792 ອັນ​ແລ້ວ, ທັງ​ໄດ້​ຮັບ​ຮ່າງ​ຄຳ​ປະ​ໄສ​ຂອງ​ຜູ້​ແທນ 429 ສະບັບ​ແລ້ວ! ກອງ​ເລ​ຂາ​ກວດກາ​ເບິ່ງ ຄຳ​ສະ​ເໜີ​ທີ່​ຜູ້​ແທນ​ຖື​ມາ​ນຳ​ຫັ້ນ ສ່ວນ​ຫຼາຍ​ກໍ່​ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ​-ສັງຄົມ​ນິລະ!  ​ໂດຍ​ສະ​ເພາະ​ກໍ່​ແມ່ນ​ການ​ພັດທະນາ​ເສດຖະກິດ​ຕົວ​ຈິງ. ສົ່ງ​ເສີມ​ວິ​ສະຫະ​ກິດ​ຂະໜາດ​ກາງ​ແລະ​ຂະໜາດ​ນ້ອຍ, ກະ​ຕຸ້ນ​ການ​ບໍລິ​ໂພ​ກພາຍ​ໃນ, ປັບປຸງ​ສະພາບ​ແວດ​ລ້ອມ ​ແລະ ຄຸນ​ນະພາ​ບຂອງ​ອາກາດ, ນອກ​ນັ້ນກໍ່​ມີ​ກ່ຽວ​ກັບ​ການ​ປອດ​ໄພ​ດ້ານ​ອາຫານ ​ແລະ ຢາ. ປັບປຸງ​ລະບົບ​ການ​ເບິ່ງ​ແຍງ ປິ່ນ​ປົວ​ສຸຂະພາບ ​ໂດຍ​ສະ​ເພາະ​ກໍ່​ແມ່ນ​ລະດັບ​ທ້ອງ​ຖິ່ນ, ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ດ້ານ​ການ​ບໍລິຫານ​ຄຸ້ມ​ຄອງ​ສັງຄົມ, ສົ່ງ​ເສີມ​ວັດທະນະທຳ​ແລະ​ບັນຫາ​ອື່ນໆ! ດຽວ​ນີ້​ຜູ້​ເປັນ​ຜູ້​ແທນ​ປະທານ​ສະພາ​ປຶກສາ​ການ​ເມືອງປະ​ຊາ​ຊົນ​ຂອງ​ຈີນ​ກໍ່​ແມ່ນ ທ່ານ ​ເຈຍ​ຊິ່ງຫຼິນ. ສະພາ​ນີ້​ຄັນ​ເອີ້ນ​ຫຍໍ້​ກໍ່​ແມ່ນ ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ. ຖື​ວ່າ​ເປັນ​ອົງການ​ແນວ​ໂຮມ​ຮັກ​ຊາດຂ​ອງປະຊາຊົນ​ຈີນ ຖືວ່າ​ເປັນ​ອົງການ​ສຳຄັນ​ໃນ​ການ​ຮ່ວມ​ມື​ກັບ​ຫຼາຍ​ພັກ. ​ແລະ​ການ​ປຶກສາ​ຫາລື​ກັນທາງ​ດ້ານ​ການ​ເມືອງ​ທີ່​ນຳ​ໂດຍ​ພັກ​ກອມ​ມູນິດ​ອິນດູຈີນ ຖື​ວ່າ​ເປັນ​ຮູບ​ແບບ​ສຳຄັນ​ຫຼາຍ ທີ່​ສົ່ງ​ເສີມ​ປະຊາທິປະ​ໄຕ​ຂອງ​ສັງຄົມ​ນິຍົມ​ໃນ​ຊີ​ວິດ​ການ​ເມືອງ​ຂອງ​ຈີນ. ຄວາມ​ສາມັກຄີ​ແລະ​ປະຊາທິປະ​ໄຕ ​ເປັນ​ຫົວ​ຂໍ້​ສຳຄັນ​ສອງ​ອັນ​ຂອງ​ການ​ປະຊຸມ​ຂອງ​ສະພາ​ນີ້​ໃນ​ແຕ່ລະ​ປີ. ​ເພາະວ່າ​ສະພາ​ນີ້​ຈະ​ປະຊຸມ​ປີ​ລະ​ເທື່ອ! ​ເອົາ, ຟັງ​ເພງ​ກ່ອນ​ເນາະ ​ແລ້ວ​ຈະ​ກັບ​ມາ​ເວົ້າສູ່​ຟັງ​ວ່າ ສະມາຊິກ​ຂອງ​ສະພາ​ນີ້​ແມ່ນ​ຕົວ​ແທນ​ມາ​ຈາກ​​ໃສ​ແດ່?

ເພງ

    ຂະນະ​ນີ້…………….711477, …………. ​ເວົ້າ​ເຖິງ​ສະມາຊິກ​ຂອງ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ ທີ່​ຈະ​ໄຂ​ຂື້ນ​ໃນ​ຕອນ​ບ່າຍ​ຂອງ​ມື້​ອື່ນ​ນີ້ ທີ່​ຫໍ​ສະພາ​ປະຊາຊົນ ທີ່​ນະຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນ ກໍ່​ແມ່ນ​ຜູ້​ມາ​ຈາ​ກຫຼາຍ​ພາກສ່ວນ, ຄື​ເປັນ​ສະມາຊິກ​ຂອງ​ພັກ​ກອມ​ມູນິດ​ອິນດູຈີນ, ຈາກ​ອົງການ​ປະຊາຊົນ, ​ຊົນ​ເຜົ່າ​ຕ່າງໆ, ວົງ​ການ​ຕ່າງໆ, ນອກ​ນັ້ນ ກໍ່​ຍັງ​ມີ​ຜູ້​ແທນ​ພີ່ນ້ອງ​ຮ່ວມ​ຊາດ ຈາກ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ ​ແລະ ມາ​ເກົາ, ພີ່ນ້ອງ​ຮ່ວມ​ຊາດ​ຈາກ​ໃຕ້​ຫັວນ, ຈາກ​ຄົນ​ຈີ​ນທີ່​ເຄີຍ​ດຳລົງ​ຊີວິດ​ຢູ່​ຕ່າງປະ​ເທດ ​ແລະ ກັບປະ​ເທດ​ຈີນ​ແລ້ວ ລວມທັງ​ບຸກຄົນທີ່​ໄດ້​ຮັບ​ຄຳ​ເຊີນ​ເປັນ​ພິ​ເສດ! ສະພາ​ປຶກ​ສາ​ການ​ເມືອງ​ປະຊາຊົນ​ມີ​ອາຍຸ 5 ປີ. ພາລະ​ບົດບາດ​ຕົ້ນຕໍ​ຂອງ​ສະພາ​ນີ້​ທັງ​ຢູ່​ສູນ​ກາງ​ແລ​ະທ້ອງ​ຖິ່ນ ກໍ່​ແມ່ນ​ການ​ໃຫ້​ຄຳ​ປຶກສາ​ຫາລື​ກັນ​ທາງ​ດ້ານ​ການ​ເມືອງ ຄວບ​ຄຸມ​ການ​ກວດກາ​ແບບ​ປະຊາທິປະ​ໄຕ ​ເຂົ້າຮ່ວມ​ການ​ບໍລິຫານ​ແລະ​ຮ່ວມ​ກັນ​ປຶກສາ​ຫາລື​ບັນຫາ​ບ້ານ​ເມືອງ, ການ​ປຶກສາ​ຫາລື​ກັນ​ທາງ​ດ້ານ​ການ​ເມືອງ ​ແມ່ນ​ປຶກສາ​ຫາລື​ກັນ​ກ່ຽວ​ກັບ​ຫຼັກ​ນະ​ໂຍບາຍ​ສຳຄັນ​ຕ່າງໆ​ຂອງ​ລັດ​ຖະບານ​ກໍ່​ຄື​ທ້ອງ​ຖິ່ນ. ຈົນ​ຮອດ​ບັນຫາ​ສຳຄັນ​ທາງ​ດ້ານ​​ ການ​ເມືອງ ເສດ​ຖະກິດ ວັດທະນະທຳ ​ແລະ​ຊີວິດ​ທາງ​ສັງຄົມ​ກ່ອນ​ຈະ​ວາງ​ນະ​ໂຍບາຍ; ທັງ​ປຶກ​ສາ​ກັນ​ກ່ຽວ​ກັບ​ບັນຫາ​ສຳຄັນ​ໃນ​ຂະ​ບວນການວາງ​ນະ​ໂຍບາຍ​ແລະ​ປະຕິບັດ​ຕາມ​ນະ​ໂຍບາຍ, ສະພາ​ລະດັບ​ທ້ອງຖິ່ນ​ຈະ​ຮິບ​ໂຮມ​ຂໍ້​ສະ​ເໜີ ຄວາມ​ມູ່ງ​ມາດ​ປະ​ຖາ​ໜາ​ຂອງ​ປະຊາຊົນ​ໃນ​ແຕ່ລະ​ເຂດ​ແຂວງ ​ແລະ​ປະຊຸມ​ກັນ​ເພື່ອຄັດ​ໂຕ​ໃດ​ສຳຄັນ​ກ່ອນ ສຳຄັນ​ລຸນ ​ແລ້ວ​ກໍ່​ນຳ​ມາສະ​ເໜີ​ຕໍ່​ກອງ​ປະຊຸມ​ໃຫຍ່​ທີ່​ປັກ​ກິ່ງ! ອັນ​ນີ້​ກໍ່​ແມ່ນ​ຂັ້ນຕອນ​ວິ​ທີ​ການ​ເຮັດ​ວຽກ​ຂອງ​ສະພາ​ປຶ​ກສາ​ການ​ເມືອງ​ປະຊາຊົນ! ຟັງ​ເພງ​ອີກ​ກ່ອນ​ແລ້ວ​ຈະ​ມາ​ເວົ້າສູ່​ຟັງ​ວ່າການ​ມີ​ສ່ວນ​ຮ່ວມ​ຄວບ​ຄຸມກວດກາ ​ແບບ​ປະຊາທິ​ປະ​ໄຕ​ຂອງ​ສະພາ​ນີ້​ແມ່ນ​ເພິ່ນ​ເຮັດ​ແນວ​​ໃດ?

ເພງ

    ຂໍ​ຂອບ​ໃຈ……………. ​ເວົ້າ​ເຖິງ​ບົດບາດ​ໃນ​ການ​ຊ່ວຍ​ຄວບ​ຄຸມກວດກາ​ແບບ​ປະຊາ​ທິປະ​ໄຕ​ຂອງ​ສະພາ​ທີ່​ປຶກສາ​ການ​ເມືອງ​ປະຊາຊົນ​ຈີນ​ນີ້ ໝາຍ​ເຖິງ​ດຳ​ເນີນ​ການ​ຄວບ​ຄູ​ມກວດກາ​ຕໍ່​ການ​ປະຕິບັດ​ຕາມ​ລັດ​ຖະທຳ​ມະນູນ ກົດໝາຍ ຂໍ້​ກຳນົດ​ລະບຽບ ມະຕິ​ຄຳ​ສັ່ງ​ຕ່າງໆ, ການ​ປະຕິ​ບັດ​ຕາມ​ຫຼັກ​ນະ​​ໂຍບາຍ​ອັນ​ສຳຄັນ ​ແລະ ກວດກາ​ວຽກ​ງານ​ຂອງ​ໜ່ວຍ​ງານ ລັດຖະບານ​ແລະ​​ເຈົ້າໜ້າ​ທີ່​ໃນ​ໜ່ວຍ​ງານ​ລັດຖະບານ ​ໂດຍ​ຜ່ານ​ການສະ​ເໜີ​ຂໍ້​ສະ​ເໜີ ​ແລະ​ຄຳວິຈານ​ຕ່າງໆ​ນິລະ! ບັດ​ນີ້​ສຳລັບ​ການ​ເຂົ້າຮ່ວມ​ບໍລິຫານ​ແລະ ຮ່ວມ​ກັນ​ປຶກສາ​ຫາລື​ ບັນຫາ​ບ້ານ​ເມືອງ​ກໍ່​ໝາຍ​ເຖິງ​ການ​ດຳ​ເນີນ​ການ​ສຳ​ຫຼວດການ​ສຶກສາ, ລາຍ​ງານ​ສະພາບ​ທາງ​ສັງຄົມ ​ແລະ ຄວາມ​ມຸ່ງ​ມ​າ​ດປາຖະໜາ​ຂອງ​ປະຊາຊົນ ​ແລະ​ເອົາ​ມາ​ປຶກສາ​ຫາລື ລວມທັງ​ການ​ຊີ້​ແຈງ​ອະທິບາຍ​ຕໍ່​ບັນຫາ​ສຳຄັນ ທາງ​ການ​ເມືອງ ​ເສດ​ຖະກິດ ສັງຄົມ ຕະຫຼອດ​ຈົນ​ເຖິງ​ບັນຫາ​ທີ່​ປະຊາຊົນ​ສ່ວນ​ໃຫຍ່​ໃຫ້ການ​ສົນ​ໃຈ ​ເພື່ອ​ສະ​ເໜີ​ຄຳ​ຄິດ​ເຫັນ​ຕໍ່​ພັກ​ກອມ​ມຸນິ​ດອິນດູຈີນ ​ແລະ ລັດ​ຖະບານ​ຈີນ ດ້ວຍ​ວິທີ​ຍື່ນ​ລາຍ​ງານ​ຜົນສຳ​ຫຼວດສຶກສາ ​ເປັນ​ຍັດຕິ​ແລະ​ວິທີ​ອື່ນໆ!

​ໃນ​ເດືອນ​ກັນຍາ 1949 ການ​ປະຊຸມ​ເຕັມ​ຄະນະ​ຄັ້ງທຳ​ອິດ​ຂອງ​ສະພາ​ນີ້​ໄດ້​ໃຊ້​ສິດ​ແລະ​ອຳ​ນາດ ​ແທນ​ການ​ປະຊຸມ​ສະພາ​ປະຊາຊົນ​ແຫ່ງ​ຊາດ ປະກາດ​ສະຖາປະນາ​ ສາທາລະນະ​ລັດ​ປະຊາຊົນ​ຈີນຂື້ນ ​ໂດຍ​ໃນ​ນາມ​ຂອງ​ຄວາມ​ມຸ່ງ​ມາດ​ປາ​ຖາ​ໜາ​ຂອງ​ປະຊາຊົນ​ຈີນ​ໃນ​ທົ່ວ​ປະ​ເທດ! ຫຼັງ​ຈາກ​ມີ​ການ​ປະຊຸມ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຂອງ​ຈີນຄັ້ງທຳ​ອິດ ​ໃນ​ປີ 1949​ ແລ້ວ, ກອງ​ປະຊຸມ​ສະພາ​ທີ່​ປຶ​ກສາ​ການ​ເມືອງ​ປະຊາຊົນ​ຈີນ ກໍ່​ບໍ່​ໄດ້​ໃຊ້​ສິດ​ແລະ​ອຳນາດ​ແທນ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ອີກ. ​ແຕ່​ຍັງ​ຄົງ​ຕົວ​ຢູ່​ຕໍ່​ໄປ ​ໃນ​ຖານະ​ທີ່​ເປັນ​ອົງການ​ແນ​ວ​ໂຮມ​ຮັກ​ຊາດ ທີ່​ກ້ວາງ​ຂວາງ​ຂອງ​ຈີນ. ຟັງ​ເພງ​ອີກ​ຊຸດ​ໜຶ່ງ​ສາກ່ອນ​ເນາະ ​ເພາະວ່າ​ໄລ​ຍະ​ນີ້​ເວົ້າ​ແຕ່​ເລື່ອງ​ການ​ເມືອງ​ຫຼາຍ​ມັນ​ອ່າວ​ເຄັ່ງ​ຕຶງ​ໄດ໋​ເນາະ! ປ່ຽນ​ບັນຍາ​ກາດ​ຟັງ​ເພງ​ກ່ອນ​ແລ້ວ​ຈະ​ກັບ​ມາ​ເວົ້າ​ໃຫ້​ຟັງ​ວ່າ ບົດບາດ​ຂ​ອງສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ຈີນ​ປະຈຸ​ບັນ​ນີ້​ກ້ວາງ​ຂວາງ​ຊ່ຳ​ໃດ?

ເພງ

ເວົ້າ​ເຖິງ​ບົດບາດ​ຂອງ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ປະ​ຈຸ​ບັນ​ນີ້​ແລ້ວກໍ່​ຖື​ວ່າ​ກ້ວາງ​ຂວາງ​ແລະ​ສຳຄັນ​ຫຼາຍ ​ເຮັດ​ວຽກ​ໜັກ​ຫຼາຍ​ໃນ​ທາງ​ຊີວິດ​ການ​ເມືອງ ຊ່ວຍ​ພັກ​ຊ່ວຍ​ລັດຖະບານ​ຈີນ ທາງ​ສັງຄົມ​ຍິ່ງ​ໃກ້​ຊິດ​ກັບ​ປະຊາຊົນ​ຂົງ​ເຂດ​ຕ່າງໆ ​ແລ້ວ​ກໍ່​ຍັງ​ພົວພັນ​ກັບ​ອົງການ​ຕ່າງປະ​ເທດ ທີ່​ມີ​ບົດບາດ​ໃກ້​ຄຽງ​ກັນ​ອີກ​​ໄດ໋! ຮອດ​ເດືອນ ມີນາ 2004 ສະພາ​ປຶກສາ​ການ​ເມືອງ​ຂອງ​ຈີນ ​ໄດ້​ສ້າງ​ຄວາມ​ສຳພັນ​ກັບ 170 ອົງການ ​ໃນ 101 ປະ​ເທດ​ທົ່ວ​ໂລກ ຕະຫຼອດ​ຮອດ​ອົງການ​ຈັດຕັ້ງສາກົນ ຫຼື ອົງການ​ພາກ​ພື້ນ 8 ອົງການ ​ໂດຍ​ມີ​ການ​ໄປມາຫາສູ່​ແລກ​ປ່ຽນ​ບົດຮຽນ​ນຳ​ກັນ​ເລື້ອຍໆ! ຖື​ວ່າ​ສະພາ​ປຶ​ກສາ​ການ​ເມືອງ​ຈີນ​ມີ​ຄວາມ​ສຳຄັນ​ຫຼາຍ​ໃນ​ການ​ປະກອບສ່ວນ​ພັດທະນາ​ຊາດ ​ເພາະວ່າ​ຜູ້​ແທນ​ກໍ່​ຄື​ເວົ້າຫັ້ນລະ​ວ່າ ມາ​ຈາກ​ທຸກຂະ​ແໜງ​ການ ທຸກ​ທ້​ອງຖິ່ນ ທຸ​ກສາຂາ​ອາຊີບ ທຸກ​ເພດ​ທຸກ​ໄວ ທຸກ​ຊົນ​ເຜົ່າ ​ເພື່ອ​ເຮັດ​ໃຫ້​ກວມ​ໝົດ​ທຸກຂະ​ແໜງ​ການ​ທ້ອງ​ຖິ່ນ​ອີ່ຫຼີ, ດາລາ ຫຼື ນັກ​ກິລາ​ດັງໆ​ຂອງ​ຈີນ​ກໍ່​ເປັນ​ສະມາຊິກ​ຂອງ​ສະພາ​ນີ້​ຫຼາຍ​ສົມຄວນ​ໄດ໋! ​ໃນ​ມື້​ອື່ນ​ນີ້​ຈະ​ເປັນມື້​ທຳ​ອິດ​ຂ​ອງການ​ດຳ​ເນີນ​ກອງ​ປະຊຸມ ​ແລະ ກໍ່​ຈະ​ດຳ​ເນີນ​ໄປ​ປະມານ 10 ວັນ ຕໍ່ໜ້າ​ນີ້​ມີ​ຫຼາຍ​ຫົວ​ຂໍ້​ທີ່​ໜ້າ​ສົນ​ໃຈ ​ແລະ ຄິດ​ວ່າ​ທ່ານ​ຜູ້​ຟັງ​ລາວ​ກໍ່​ອາດ​ຈະ​ສົນ​ໃຈ​ຄືກັນ! ໜຸ່ມ​ໃຫຍ່​ກໍ່​ຈະ​ພະຍາຍາມ​ຕິດຕາມ​ວ່າ​ເພິ່ນ​ສະ​ເໜີ​ເລື່ອງ​ໃດ​ທີ່​ໜ້າ​ສົນ​ໃຈ​ແດ່ຕໍ່​ລັດຖະບານ​ຈີນ ​ແລະ​ກໍ່​ຈະ​ຄັດສັນ​ມາ​ເວົ້າສູ່​ຟັງ!
​ເພງ
ຈົບ