ຫ້າມ​ຍົນ​ນ້ອຍ​ບິນ​ໃນ​ໄລຍະ​ກອງ​ປະຊຸມ 2 ສະພາ

(GMT+08:00) 2012-04-26 15:15:22     cri
ສະບາຍ​ດີ​ມິດ​ລາຍການ​ທຸກໆ​ທ່ານ! 19 ​ໂມງ​ປັບ​ໜຸ່ມ​ໃຫຍ່​ອາ​ລົມ​ດີ​ສົ່ງ​ສຽງ​ມາ​ທັກ​ທາຍ​ມິດ​ລາຍການ​ຕາມ​ເຄີຍ ທາງ CRI FM 93Mhz. ​ເປັນ​ປະຈຳ​ທຸກ​ມື້! ນີ້​ຄື​ລາຍການ​ເບິ່ງ​ເມືອງ​ຈີນ! ພົບ​ກັນ​ມື້​ນີ້​ແມ່ນ​ມື້​ທຳ​ອິດ​ຂອງ​ເດືອນ ມີນາ 2012! ​ເດືອນນີ້​ຄັນ​ເວົ້າ​​ເຫດການ​ສຳຄັນ​ຂອງ​ສ​າກົນ​ກໍ່​ແມ່ນ ວັນ​ທີ 8 ມີນາ, ວັນ​ແມ່ຍິງ​ສາ​ກົນ. ຄັນ​ລາວ​ກໍ່​ແມ່ນວັນ​ທີ 22 ວັນ​ສ້າງຕັ້ງພັກ​ປະຊາຊົນ​ປະຕິວັດ​ລາວ. ຄັນວັນ​ສຳຄັນ​ຂອງ​ຈີນ ວັນ​ທີ 12 ​ເດືອນ​ນີ້​ແມ່ນ​ວັນ​ປູກ​ຕົ້ນ​ໄມ້​ແຫ່ງ​ຊາດ​ຂອງ​ຈີນ​ໄດ໋! ວັນ​ທີ 22 ຄັນ​ວັນ​ສຳຄັນ​ຂອງ​ໂລກ​ກໍ່​ແມ່ນ​ວັນນ້ຳ​ໂລກ​ໄດ໋ນິທ່ານ​ຜູ້​ຟັງ! ​ແຕ່​ວ່າ​ເດືອນ​ນີ້​ເຫ​ດການ​ທີ່​ສຳຄັນ​ທາງ​ການ​ເມືອງຂອງ​ຈີນ​ກໍ່​ແມ່ນ​ໃນ​ວັນ​ທີ 3 ຫຼື​ມື້​ວັນ​​ເສົາ​ທີ່​ຈະ​ມາ​ຮອດ​ນິລະ ກອງ​ປະຊຸມ​ສະພາ​ທີ່​ປຶກສາ ການ​ເມືອງ​ປະຊາຊົນ​ຈີນ ກໍ່​ຈະ​​ໄຂ​ຂື້ນ ຫຼັງ​ຈາກ​ນັ້ນພຽງ​ສອງ​ມື້​ຄື​ວັນ​ທີ 5 ກອງ​ປະຊຸມ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ກໍ່​ຈະ​ໄຂ​ຂື້ນ. ຖື​ວ່າ​ສອງ​ກອງ​ປະຊຸມ​ສະພາ​ນີ້​ສຳຄັນ​ຫຼາຍ​ຕໍ່​ຊີ​ວິດ​ການ​ເມື​ອງ ການ​ພັດທະນາ​ເສດຖະກິດ​-ສັງ​ຄົມ​ຂອງ​ຈີນ! ສະນັ້ນນັບ​ແຕ່​ມື້​ນີ້​ໄປ​ໜຸມ​ໃຫຍ່​ກໍ່​ຈະ​ເອົາ​ເລື່ອງ​ລາວ​ຕ່າງໆ​ທີ່​ກ່ຽວຂ້ອງ​ກັບ​ສອງ​ກອງ​ປະຊຸມ​ສະພາ​ຂອງ​ຈີນ​ມາ​ເວົ້າສູ່​ຟັງ! ​ເພື່ອ​ໃຫ້​ທ່ານ​ເຂົ້າ​ໃຈ​ລະບົບ​ການ​ເມື​ອງຂອງ​ຈີນ​ໃຫ້​ດີ​ຂື້ນ​ຕື່ມ! ​ເອົາ, ຈັກ​ໜ້ອຍ​ຈະ​ກັບ​ມາ​ເວົ້າສູ່​ຟັງ​ວ່າ​ສອງ​ສະພາ​ຂອງ​ຈີນ​ນີ້​ມີ​ພາລະ​ບົດບາດ​ຕ່າງ​ກັນ​ແນວ​ໃດ? ຕອນ​ນີ້​ຟັງ​ເພງ​ຊຸດ​ທຳ​ອິດ​ຈາກ​ລາຍການ​ສາກ່ອນ!

ເພງ

ສອງ​ເພງ​ຜ່ານ​ໄປ ບັດ​ນີ້​ກ່ອນ​ທີ່​ກອງ​ປະຊຸມ​ສະພາ​ຂອງ​ຈີນ​ຈະ​ໄຂ​ຂື້ນ​ໃນ​ວັນ​ທີ 3 ​ແລະ​ວັນ​ທີ 5 ​ເດືອນ​ນີ້​ໜຸ່ມ​ໃຫຍ່​ກໍ່​ຂໍ​​ແນະນຳ​ໃຫ້​ມິດ​ລາຍການ​ຟັງ​ໂດຍ​ຫຍໍ້​ສາກ່ອນ​ວ່າ​ສອງ​ສະພາ​ນີ້​ມີ​ພາລະ​ບົດບາດ​ຕ່າງ​ກັນ​ແນວ​ໃດ? ການ​ດຳ​ເນີນ​ກອງ​ປະຊຸມ​ຂອງ​ສອງ​ສະພາ​ນີ້ ຈະ​ຢູ່​​ໃກ້ໆ​ຫຼື​ພ້ອມ​ກັນ​ເລີຍ​ມີ​ແຕ່​ໄຂ​ກັບ​ອັດ​ຫ່າງ​ກັນ​ບໍ່ພໍ​ທໍ່​ໃດ​ມື້ ​ແລະ​ຈະ​ຈັດ​ຂື້ນ​ປີ​ລະ​ເທື່ອ! ບໍ່​ຄື​ກັບ​ລາວ​ ​ເພາະວ່າ​ກ​ອງປະຊຸມ​ສະພາ​ແຫ່ງ​ຊາດ​ຂ​​ອງລາວຈັດ​ຂື້ນ​ປີ​ລະ 2 ​ເທື່ອ. ​ແຕ່​ຂອງ​ຈີນປີ​ລະ​ເທື່ອ​ແລະ​ກໍ່​ແມ່ນ​ໃນ​ເດືອນ​ ມີ​ນາ ຂອງ​ແຕ່ລະ​ປີນີ້ລະ! ​ແນ່ນອນ​ລະ​ວ່າ​ມາ​ຮອດ​ມື້​ນີ້​ຜູ້​ແທນ​ຂອງ​ສອງ​ສະພາ ຈາກ​ເຂດ​ແຂວງ​ຂ​ອງຈີນ​ກໍ່​ເດີນທາງ​ໄປ​ຮອດ​ນະຄອນຫຼວງ​ປັກ​ກິ່ງ​ເກືອບ​ໝົດ​ແລ້ວ​ລະ! ​ເພິ່ນ​ດຳ​ເນີນ​ກອງ​ປະຊຸມ​ກໍ່​ປະມານ 10 ມື້​ນິລະ! ສະພາ​ປຶກສາ​ການ​ເມືອງປະຊາຊົນ​ຈີນ ທີ່​ເພິ່ນ​ຈະ​ໄຂ​ກ​ອງປະ​ຊຸມ​ໃນ​ວັນ​ເສົາ​ທີ່​ຈະ​ມາ​ຮອດ​ນີ້​ມີ​ພາລະ​ໜ້າ​ທີ່​ແນວ​ໃດ? ຄັນ​ຈະ​ເວົ້າ​ແລ້ວ​ບົດບາດ​ຂ​ອງສອງ​ສະພາ​ນີ້ ຟັງ​ຊື່​ກໍ່​ພໍ​ຈະ​ຮູ້​ໜ້ອຍ​ໜຶ່ງ​ແລ້ວ​ວ່າ​ມີໜ້າ​ທີ່​ໃຫ້​ຄຳ​ປຶກສາ​ມີ​ຄຳ​ຄິດ​ເຫັນ ນຳ​ຂໍ້​ສະ​ເໜີ​ຕ່າງໆ​ຂອງ​ປະຊາຊົນ​ມາ​ແຈ້ງ​ໃຫ້​ລັດ​ຖະບານ​ຊາບ! ໜ້າ​ທີ່​ກໍ່​ຄ້າຍໆ​ກັບ​ວຽກ​ແນວ​ໂຮ​ມຂອງ​ລາວ​ນິລະ! ສະມາຊິກ​ຂອງ​ສະພາ​ນີ້​ກໍ່​ເປັນ​ຕົວ​​ແທນ​ຂອງ​ທຸ​ກຊັ້ນຄົນ. ທຸກ​ຊົນ​ເຜົ່າ ທຸກ​ສາຂາ​ອາຊີ​ບ ທຸ​ກ​ເພດ​ທຸກ​ໄວ ທັງ​ລັດ​ແລະ​ເອກ​ກະ​ຊົນ! ​ແມ່ນ​ບ່ອນ​ເຕົ້າ​ໂຮມ​ຄວາມ​ຄິດ​ມັນສະໝອງ ຂ​ອງຕົວ​ແທນ​ຈາກ​ຄົນ​ຈີນ​ທົ່ວ​ປະ​ເທດ ​ເພືື່ອ​ມາສະ​ເໜີ​ຕໍ່​ລັດ​ຖະບານ​ອີ່ຫຼີ. ​ໃນ​ຫັ້ນກໍ່​ຍັງ​ມີ 8 ພັກ​ການ​ເມື​ອງທີ່​ມາສະ​ໜັບສະ​ໜູນ ​ແລະ​ມາ​ຮ່ວມ​ມື​ກັບ​ພັກ​ກອມ​ມູນິດ​ອິນດູຈີນ​ອີກ! ອັນ​ນີ້​ກໍ່​ຄື​ໜ້າ​ທີ່​ພາລະ​ບົດບາດ​ຂອງ​ສະພາປຶກສາ​ການ​ເມືອງປະຊາຊົນ​ຈີນ! ຈັກ​ໜ້ອຍ​ຈະ​ເວົ້າ​ເຖິງ​ພາລະ​ບົດບາດ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ສູ່​ຟັງ!

ເພງ

ຄັນ​ເວົ້າ​ເຖິງ​ບົດບາດ​ໜ້າ​ທີ່​ຂອງ​ປະຊາຊົນ​​ແຫ່ງ​ຊາດ​ຈີນ​ທີ່​ຈະ​ໄຂ​ກອງ​ປະຊຸມ​ປະຈຳ​ປີ​ຂອງ​ຕົນ​ຂື້ນ​ໃນ​ວັນ​ທີ 5 ຫຼື​ວັນ​ຈັນ​ທີ່​ຈະມ​າ​ເຖິງ​ນີ້ກໍ່​ທຳ​ໜ້າ​ທີ່​ຄ້າຍໆ​ກັບ ສະພາ​ແຫ່ງຊາດ​ຂ​ອງລາວ​ນິລະ! ຄື​ພິຈາລະນາ​ຮັບຮອງ​ເອົາ​ການ​ພັດທະນາ​ເສດຖະກິດ-ການ​ເມືອງ​ຂອງ​ລັດ​ຖະບານ​ໃນ​ຜ່ານ​ມາ! ຄົ້ນຄ້ວາ​ພິຈາລະນາ​ຮັບຮອງ​​ແຜນ​ຕໍ່​ໄປ! ລວມທັງ​ການຄົ້ນຄ້ວາ​ແລະ​ຮັບຮອງ​ເອົາ​ການ​ປັບປຸງ​ແລະ​ສ້າງ​ກົດໝາຍ​ໃໝ່! ​ແລະ​ແຜນ​ງົບປະມານ​ການ​ເງິນ​ນິລະ! ອັນ​ນີ້​ຄື​ບົດບາດ​ຫຍໍ້ໆ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ! ມື້​ໜ້າ​ໜຸ່ມ​ໃຫຍ່​ຈະ​ມາ​ເວົ້າລະອຽດ​ຕື່ມ ​ເພາະວ່າ​ມື້​ນີ້​ເລື່ອງຕົ້ນຕໍ​ທີ່​ຈະ​ເອົາ​ມາ​ເວົ້າສູ່​ຟັງ​ບໍ່​ແມ່ນ​ໜ້າ​ທີ່ ພາລະ​ບົດບາດ​ຂອງ​ສອງ​ສະພາ​ນີ້ ​ແຕ່​ແມ່ນ​ການ​ຫ້າງ​ຫາ​ກະກຽມ​ຮັບຮອງ​ກອງ​ປະຊຸມ​ ໂດຍ​ສະ​ເພາະ​ກໍ່​ແມ່ນການ​ຮັກສາ​ຄວາມ​ສະຫງົບ​ປອດ​ໄພ​ໃຫ້​ກອງ​ປະຊຸມ! ​ເລື່ອງ​ນີ້​ບໍ່​ວ່າ​ປະ​ເທດ​ໃດ​ກໍ່​ຄື​ກັນ​ໝົດ​ຫັ້ນລະ​ເນາະທ່ານ​ຜູ້​ຟັງ! ຄັນ​ມີ​ພິທີ, ມີ​ກອງ​ປະຊຸມ, ມີ​ງານ​ສຳຄັນ​ລະດັບ​ຊາດ ຫຼື ລະດັບ​ພາກ​ພື້ນ ຫຼື ລະດັບ​ໂລກ ທີ່​ມາ​ຈັດ​ໃນ​ປະ​ເທດ​ເຮົາ ກໍ່​ຕ້ອງ​ໄດ້​ເຄັ່ງ​ການ​ຮັກສາ​ຄວາມ​ສະຫງົບ​ປອດ​ໄພ​ຂື້ນ​ຕື່ມ​ເລື່ອງ​ທຳ​ມະ​ດາ! ຄື​ເທື່ອ​ນີ້​ຄື​ກັນ​ສອງ​ກ​ອງປະຊຸມ​ສຳຄັນ​ທີ່​ສຸດ​ຂອງ​ຊາດ ​ໃນ​ດ້ານ​ລັດ​ກໍ່​ຈະ​ໄຂ​ຂື້ນ​ໃນ​ມື້ຮື ກັບ​ວັນ​ຈັນ​ນີ້​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ ກໍ່​ມີ​ການ​ກະກຽມ​ປ້ອງ​ກັນ​ໄວ້​ເປັນ​ທຳ​ມະ​ດາ​ຂະໜາດ​ວ່າ​ຈີນ​ເຂັ້ມ​ແຂງ​ຊ່ຳ​ໃດ ​ເພິ່ນ​ກໍ່ຍັງ​ບໍ່​ປະໝາດ ​ແລ້ວ​ວຽງ​ຈັນ​ເດ? ກອງ​ປະຊຸມ​ອາ​ເຊັມທີ່​ຈະ​ຈັດ​ຂື້ນ​ໃນ​ທ້າຍ​ປີ​ນີ້​ແຜນການ​ຮັກສາ​ຄວາມ​ປອດ​ໄພ ປະຕິບັດ​ໄວ້​ແຕ່​ໄກ​ໄດ້​ດີ​ຊ່ຳ​ໃດ​ແລ້ວ? ການ​ປາບ​ປາມ​ພວກ​ບໍ່​ດີ ນັກ​ເລງ​ອັນ​ຕະພານ ​ໄພ​ສັງຄົມ ຂີ້ລັກ ງັດ​​ແງະ ດຶງ​ລົດ ​ດຶງ​ກະ​ເປົາ ພວກ​ຄ້າພວກ​ເສບ ຢາ​ເສບ​ຕິດ ຫຼື ພວກ​ອັນ​ຕະພານ​ກວນ​ເມືອງ ຈັດການ​ໄດ້​ຊ່ຳ​ໃດ​ແລ້ວ? ອັນ​ນີ້​ເປັນ​ເລື່ອງ​ທີ່ໜ້າ​ເປັນ​ຫ່ວງ​ນຳ​ຢູ່! ຄັນ​ປ່ອຍ​ໃຫ້​ພວກ​ນີ້​ໄດ້​ເດີ້ມ​ ອັນຕະລາຍ​ແນ່ນອນ! ມີ​ຄວາມ​ສ່ຽງ​ທີ່​ຈະ​ກໍ່​ຄວາມ​ບໍ່​ສະຫງົບ​ແນ່ນອນ! ຢູ່​ນະຄອນຫຼວງ​ປັກ​ກິ່ງ​ຂ​ອງຈີນ​ໃນ​ອາທິດ​ສອງ​ອາທິດ​ຜ່ານ​ມາ​ນີ້ ​ເພິ່ນ​ເຮັດ​ສອງ​ອັນ​ທີ່​ເຂັ້ມງວດ​ຂື້ນ ​ເພາະວ່າ​ໂດຍ​ພື້ນຖານ​ແລ້ວ ນະຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນ​ມີ​ຄວາມ​ປອດ​ໄພ​ສູງ​ຢູ່​ແລ້ວ! ຄື​ເພິ່ນ​ສັ່ງ​ຫ້າມ​ຍົນ​ນ້ອຍ ​ເອກະ​ຊົນ​ຂື້ນ​ບິນ​ໃນ​ໄລຍະ​ກອງ​ປະຊຸມ ​ແລະ​ເຄັ່ງ​ຄັດ​ການ​ກວດກາ​ລົດ​ທີ່​ເຂົ້າມາ​ແຕ່​ຕ່າງ​ແຂວງ ລາຍ​ລະອຽດ​ຈະ​ເປັນ​ແນວ​​ໃດ​ນັ້ນອີກ​ຈັກ​ໜ້ອຍ​ຈະ​ກັບ​ມາ​ເວົ້າສູ່​ຟັງ!

ເພງ

ມາດ​ຕະການ​ຮັກສາ​ຄວາມ​ສະຫງົບ ປອດ​ໄພ ອັນ​ທີ​ໜຶ່ງ​ທີ່​ຈະ​ເວົ້າສູ່​ຟັງ​ໃນ​ຄືນ​ນີ້ ​​ເພື່ອ​ຕ້ອນຮັບ​ສອງ​ກອງປະຊຸມ​ສະພາ​ຂອງ​ຈີນ​ທີ່​ຈະ​ໄຂ​ຂື້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ ​ໃນ​ວັນ​ເສົາ ​ແລະ​ ວັນ​ຈັນ ທີ່​ຈະ​ມາ​ຮອດ​ນີ້ ​ແມ່ນ​ເພິ່ນ​ຫ້າມ​ຍົນ​ນ້ອຍ​ເອກ​ກະ​ຊົນ​ບິນ​ຢູ່​ນານ​ຟ້າ​ປັກ​ກິ່ງ! ຍົນ​ນ້ອຍ​ນີ້​ບໍ່​ແມ່ນ​ຍົນ​ນ້ອຍ​ທີ່​ມີ​ຄົນ​ຂັບ​ໄດ​ທ່ານ​ຜູ້​ຟັງ! ​ແມ່ນ​ຍົນ​ນ້ອຍ​ທີ່​ໃຊ້​ລີ​ໂມ​ດ ບັນຊາ​ບິນ​ຂື້ນ​ບິນ​ລົງ ​ເພື່ອ​ສະ​ແດງ​ຜາດ​ໂຜນ​ຫັ້ນນ່າ! ​ແມ່ນ​ພວກ​ມີ​ເງິນ​ຫຼາຍ ຫຼື ພວກ​ເສດ​ຖີມັກ​ຊື້​ມາ​ຫຼິ້ນ​ໃນ​ຍາມ​ຫວ່າງ​ດັອກ! ຍົນ​ບິນ​ຂື້ນ​ໄປ ຜູ້​ເຈົ້າຂອງ​ຍົນ​ກໍ່​ບີບ​ເຄື່ອງ​ບັນຊາ​ຢູ່​ພື້ນ​ດິນ​ພີ້ ​ແພງ​ຫຼາຍ​ໄດ໋ຍົນ​ນິ ໜັກ​ກໍ່​ປະມານ 2-3 ກິ​ໂລຂື້ນ​ໄປ​ຈົນ​ຮອດ 10-20 ກິ​ໂລພຸ້ນລະ! ບິນ​ໄວ​ບິນ​ຊ້າ​ກໍ່​ມີ ​ເປັນ​ຍົນ​ແບບ​ແລ່ນ​ຂື້ນ ຫຼື ​ແບບ​ເຮ​ລີ​ຄັອບ​ແດ່​ກໍ່​ມີ ​ເຂົາ​​ເຈົ້າມີ​ສະມາຄົມ​ຂອງ​ເຂົາ​ເຈົ້າຄັກ​ແນ່​ໄດ໋!​ ລະ​ກະ​ມີ​ໃບ​ອະນຸຍາດ​ຄັກ​ແນ່​ໄດ໋ ບໍ່​ແມ່ນ​ຫ່າວ​ໄດ້ຫ່າວ​ຊື້​ມາ​ຫຼິ້ນ​ໄດ໋ ມີ​ການ​ຄວບ​ຄຸມ​ຈາກ​ເຈົ້າໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພຂອງ​ຕົວ​ເມືອງ ຂອງ​ນະຄອນ​ຄັກ​ແນ່! ຄັນ​ບໍ່​ມີ​ການ​ຄວບ​ຄຸມ ຄົນ​ບໍ່​ດີ​ສາມາດ​ນຳ​ຍົນ​ນີ້​ໄປ​ກໍ່​ຄວາມ​ບໍ່​ສະຫງົບ​ວຸ້ນວາຍ​ກໍ່​ໄດ້​ໄດ໋! ຢູ່​ປັກ​ກິ່ງ​ດຽວ​ນີ້​ຈຳນວນ​ຍົນ​ນ້ອຍ​ລົງທະບຽນ​ມີ​ທັງ​ໝົດ 2.134 ຄັນ​ພຸ້ນ​ໄດ໋! ​ເພິ່ນ​ຫ້າມ​ບໍ່​ໃຫ້​ຂື້ນ​ບິນ​​ເລີ່​ມ​ແຕ່​ມື້​ອື່ນ​ນິລະ​ໄປ​ຈົນ​ຮອດ​ວັນ​ທີ 15 ​ເດືອນ​ນີ້; ​ເພາະວ່າ​ແມ່ນ​ໄລ​ຍະ​ດຳ​ເນີນກອງ​ປ​ະຊຸມ​ສອງ​ສະພາ​ຂອງ​ຈີນ ຢູ່​ນະຄອນຫຼວງ​ປັກ​ກິ່ງ ຄື​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ ​ແລະ​ສະພາ​ປະຊາຊົນ​ຈີນ! ຕຳຫຼວດ​ກຳນົດ​ໂລດ​ວ່າ​ໃນ​ໄລຍະ​ຫ້າມ​ບິນນີ້ ​ແມ່ນ​ບໍ່​ໃຫ້​ມີ​ຍົນ​ນ້ອຍ​ຈຳພວກ​ນິ້ບິນ​ເຂົ້າມາ​ໃກ້​ສະໜາມ​ຫຼວງ ທຽນອ້າ​ນ​ເໝີ​ນ ທີ່​ເປັນ​ໃຈກາງ​ຂອງ​ນະຄອນຫຼວງ​ປັກ​ກິ່ງ​ແທ້ໆ 200Km, ​ໃນ​ລັດສະໝີ​ນັບ​ຈາກ​ສະໜາມ​ຫຼວງ ທຽນ​ອ້ານ​ເໝີ​ນອອກ​ໄປ 200KM, ຫ້າມ​ບິນ​ແທ້ໆ, ບໍ່​ວ່າ​ເປັນ​ການບິນ​ແທ້ ບິນ​ຊ້ອມ ຫຼື ​ເປັນ​ການ​ໂຄສະນາ​ຂາຍ​ກໍ່ຕາມ, ​ເພິ່ນ​ຍັງ​ຮຽກ​ຮ້ອງ​ປະ​ຊາ​ຊົນ​ເປັນ​ຫູ​ເປັນຕາ ຄັນ​ຍັງ​ເຫັນ​ຢູ່​ໃຫ້​ຂ້ຽວ​ແຈ້ງ​ຕຳ​ຫຼວດປັກ​ກິ່ງ​ໂລດ! ມີ​ໃຜ​ກ້າ​ອໍ້​ແອ້​ກັບ​ຕຳຫຼວດ​ຈີນ​ບໍ່​ນໍ້? ​ເບິ່ງ​ທ່າ​ທາງ​ກໍ່​ເປັນຕາ​ຢ້ານ​ແລ້ວ! ຈຶກ​ຈັກ, ​ເຂັ້ມ​ແຂງ ​ເອົາ​ຈິງ​ເອົາ​ຈັງ​ໃນ​ເວລາ​ປະຕິ​ບັນ​ໜ້າ​ທີ່ ຖື​ກຄື​ຖືກ ຜິດ​ຄື​ຜິດ ​ເອົາ​ສິນ​ບົນ​ໃຫ້​ກໍ່​ຖືກ​ຈັບ​ອີກ! ​ເອີ; ທ່ານ​ໃດ​ໄດ້​ໄປ​ປັກ​ກິ່ງ​ກໍ່​ຄື​ຊິ​ໄດ້​ເຫັນ​ແລ້ວ​ລະ​ນໍ້! ມື້ວານ​ນີ້​ຕຳຫຼວດ​ປະມານ 10 ຄົນ ກໍ່​ໄປ​ພົບ​ປະ ​ໂອ້​ລົມ​ກັບ​ສະມາຄົມ​ສະ​ໂມ​ສອນ​ເຮືອບິນ​ນ້ອຍ ຢູ່​ເຂດ ສາງ​ຜິ​ງ ຂອງ​ນະ​ຄອນ​ຫຼວງ​ປັກ​ກິ່ງ ຮຽບຮ້ອຍ​ແລ້ວ! ສະ​ໂມ​ສອນ​ນີ້​ເປັນ​ສະ​ໂມ​ສອນ​ເຮືອບິນ​ນ້ອຍ​ທຳ​ອິດ​ສ້າງ​ມາ​ແຕ່​ປີ 1987 ພຸ້ນ​ລະ! ຟັງ​​ເພງ​ມ່ວນໆ​ອີກ​ກ່ອນ​ເນາະ​ແລ້ວ​ຈະ​ລົມ​ສູ່​ຟັງ​ຕໍ່!

ເພງ

ກ່ອນ​ເປີດ​ເພງ​ກໍ່​ເວົ້າສູ່​ຟັງ​ວ່າ ມື້ວານ​ນີ້​ຕຳຫຼວດ​ປັກ​ກິ່ງ 10 ຄົນ. ​ໄດ້​ລົງ​ໄປ​ໂອ້​ລົມ ​ແນະນຳ​ສະ​ໂມ​ສອນ​ເຮືອບິນ​ນ້ອຍ​ຢູ່​ເຂດ​ສາງ​ຜິ​ງ ຂອງ​ນະຄອນຫຼວງ​ປັກ​ກິ່ງ ​ເພື່ອ​ແຈ້ງ​ໃຫ້​ເຂົາ​ເຈົ້າຊາບ​ວ່າ ບໍ່​ໃຫ້​ບິນ​ນັບ​ແຕ່​ມື້​ອື່ນ​​ໄປ​ຈົນ​ຮອດ​ວັນ​ທີ 15 ​ເດືອ​ນນີ້​ທີ່​​ເ​ປັນ​ໄລຍະ​ດຳ​ເນີນ​ກອງ​ປະຊຸມສອງ​ສະພາ ​ເພື່ອ​ຮັບ​ປະ​ກັນຄວາມ​ປອດ​ໄພຕຳຫຼວດ ​ແນະນຳ​ໃຫ້​ເຂົາ​​ເຈົ້າຮູ້ວ່າ ​ໃນ​ໄລຍະ​ນີ້​ໃຫ້​ເອົາ​ເຄື່ອງ​ຈັກ​ອອກ​ຈາກ​ຍົນ ລະ​ກະ​ບໍ່​ໃຫ້​ມີນ້ຳມັນ ທັງ​ໄດ້​ເຊັນ​ສັນຍາ​ກັບ​ເຈົ້າຂອງ​ຍົນ​ໃນ​ການ​ປະຕິ​ບັດ​ລະບຽບນີ້! ການ​ຫ້າມ​​ແນວ​ນີ້​ກໍ່​ບໍ່​ແມ່ນ​ແຕ່​ໃນ​ໂອກາດ​ສອງ​ກອງ​ປະຊຸມ​ສະພາ​ນີ້​ດັອກ! ​ໂອກາດ​ສຳຄັນ​ຕ່າງໆ​ກໍ່​ຫ້າມ​ຄື​ກັນ​ເຊັ່ນ​ວ່າ: ວັນຊາດ, ຫຼື​ວ່າ​ໂອ​ແລັມປິກ​ປັກ​ກິ່ງ​ປີ 2008 ກໍ່​ສັ່ງ​ຫ້າມ​ຄືກັນ! ຍົນ​ນ້ອຍ​ທີ່​ເຂົາ​ເຈົ້າບິນ​ທາງ​ການ​ອະນຸມັດ ບໍ່​ໃຫ້​ບິນ​ສູງ​ກ່ວາ 300 ​ແມັດ ​ໄດ໋ທ່ານ​ຜູ້​ຟັງ! ທາງ​ສະ​ໂມ​ສອນ​ກໍ່​ໃຫ້ການ​ຮ່ວມ​ມື​ດີ ​ໂດຍ​ເຂົາ​ເຈົ້າຈະ​ປິດ​ລານ​ແລ່ນ​ຂື້ນ​ຂອງ​ຍົນ​ນ້ອຍ​ໃນ 2 ອາທິດ​ນັບ​ຈາກ​ນີ້​ໄປ! ທ່ານ ຫວາງ ຫົງ​ຈຸ່ນ ຫົວໜ້າ​ຫ້ອງການ​ຄົ້ນຄ້ວາ​ກ່ຽວ​ກັບ​ຂໍ້​ກຳນົດ ກົດ​ລະບຽບສາທາລະນະ​ຊົນ ຂອງ​ມະຫາວິທະຍາ​ໄລ ຄວາມ​ປອດ​ໄພ​ສາທາລະນະ ກໍ່​ມີ​ຄຳ​ເຫັນ​ວ່າ:  ​ໃນ​ອະນາຄົດ​ນີ້ ​ເລື່ອງ​ການ​ຫຼິ້ນຍົນ​ນ້ອຍ​ຕ້ອງ​ມີ​ລະບຽບ​ທີ່​ຮັດກຸມ​ກ່ວາ​ນີ້ ​ເພື່ອ​ຮັກສາ​ຄວາມ​ປອດ​ໄພ, ​ເພິ່ນ​ວ່າ​ດຽວ​ນີ້​ຍັງ​ມີ​ບາງ​ຄົນ ມີ​ຍົນ​ລຸ້ນ​ໃຫຍ່​ເຕີບ​ທີ່​ບັງຄັບ​ດ້ວຍ​ລີ​ໂມ​ດ ​ແຕ່​ກໍ່​ຍັງ​ບໍ່​ມີ​ໃບ​ອະນຸຍາດ ຕໍ່​ໄປ​ມັນ​ອາດ​ເປັນຄວາມ​ສ່ຽງ​ກ່ຽວ​ກັບ​ການ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ເຈົ້າໜ້າ​ທີ່. ​ເພາະ​ມັນ​ອາດ​ສ້າງ​ຄວາມ​ອັນຕະລາຍ​ໄດ້ ຫຼື ຄັນ​ຄົນ​ບໍ່​ດີ​ສວຍ​ໃຊ້​ສ້າງ​ສິ່ງ​ບໍ່​ດີ​ແຮ່ງ​ອັນ​ຕະລາຍ ​ເວລາ​ຄົນ​ທົ່ວ​ໄປ​ຫຼຽວ​ເຫັນ​ຍົນ​ນ້ອຍ​ບິນ​ຕ່ຳ​ກໍ່​ຮູ້ສຶກ​ບໍ່​ດີ​ເລີຍ ຢ້ານ​ມັນ​ບິນ​ມາ​ຕຳ! ​ເອົາ, ອັນ​ນັ້ນກໍ່​ເລື່ອງ​ຍົນ ບັດ​ນີ້ຄັນ​ລົດ​ເດ? ຕໍາຫຼວດ​ປັກ​ກິ່ງ​ມີ​ມາດ​ຕະການ​ແນວ​ໃດ?​ ​ໃນ​ວັນ​ອາທິດ​ຜ່າ​ນມາ​ນີ້​ຕຳຫຼວດ​ປັກ​ກິ່ງ​ປະກາດ​ວ່າ: ນັບ​ແຕ່​ວັນ​ອັງຄານ​ຜ່ານ​ມາ​ນີ້ ຈົນ​ໄປ​ຮອດ​ວັນ​ທີ 17 ​ເດືອ​ນນີ້​ຈະ​ກວດ​ເຄັ່ງ​ຄັດ​ກັບ​ລົດ​ທີ່​ບໍ່​ແມ່ນ​ປ້າຍ​ທະບຽນ​ຂອງ​ນະຄອນຫຼວງ​ປັກ​ກິ່ງ​ທີ່​ເຂົ້າອອກ​ໃຈກາງ​ເມື​ອງ! ​ໂດຍ​ສະ​ເພາະ​ນັບ​ແຕ່​ວົງ​ແຫວນ​ທີ​ຫາ​ເຂົ້າມາ! ​ໂດຍ​ເພິ່ນ​ໄດ້​ອອກ​ໃ​ບອະນຸຍາດ​ຊົ່ວຄາວ ທີ່​ໝົດ​ອາຍຸ​ພາຍ​ໃນ 1 ອາທິດ. ​ໃຫ້​ລົດ​ທີ່​ຂົນ​ສົ່ງ​ຜູ້​ໂດຍສານ​ແລະ​ອະນຸຍາດ 3 ມື້​ໃຫ້​ລົດ​ຕູ້​ຂົນ. ​ແຕ່​ວ່າ​ລົດ​ພິ​ເສດ​ເຊັ່ນ​ວ່າ: ລົດ​ໂຮງໝໍ, ລົດ​ຕຳຫຼວດ ກໍ່​ຈະ​ບໍ່​ຢູ່​ໃນ​ການ​ຄວບ​ຄຸມ​ນີ້! ຖືວ່າ​ເຂັ້ມງວດ​ຂື້ນ​ວ່າ​ຊັ້ນສະ!​ ບໍ່​ແມ່ນ​ຈະ​ປ່ອຍ​ໃຫ້​ລົດ​ຈາກ​ເຂດ​ແຂວງ​ອື່ນ​ແລ່ນ​ເຂົ້າ-ອອກ​ໃຈກາງ​ເມືອງ​ຢ່າງ​ຕາມ​ໃຈ​ໃນ​ໄລຍະ​ມີ​ກອງ​ປະຊຸມ​ສຳຄັນ! ກໍ່​ເປັນ​ມາດ​ຕະການ​ທີ່ດີ​ເນາະທ່ານ​ຜູ້​ຟັງ! ​ເຖິງ​ວ່າ​ບາງ​ມາດ​ຕະການ​ມັນ​ອາດ​ຈະ​ຂັດ​ໃຈ​ຄົນ​ບາງ​ຄົນ ບາງ​ກຸ່ມ ​ແຕ່ມັນ​ກໍ່​ຕ້ອງ​ໄດ້​ເຮັດ ​ເພື່ອ​ຄວາມ​ປອດ​ໄພ​ຂອງ​ສ່ວນ​ລວມ ​ເພື່ອ​ໃບ​ໜ້າ​ໃບ​ຕາ​ຂອງ​ປະ​ເທດ​ບ້ານ​ເມືອງ​ເດ໋! ​ເອົາ, ນັບ​ແຕ່​ມື້​ນີ້​ໄປ​ໜຸ່ມ​ໃຫຍ່​ກໍ່​ຈະ​ຕິດຕາມ​ຂ່າວ​ຄາວ​ຂອງ​ກອງ​ປະ​ຊຸມ​ສະພາ​ຂອງ​ຈີນ​ວ່າ​ເພິ່ນ​ຈະ​ປຶກສາ​ຫາລື​ບັນຫາ​ໃດ​ແດ່? ທີ່​ສຳຄັນ​ແລະ​ໜ້າ​ສົນ​ໃຈ​ສຳລັບ​ຜູ້​ຟັງ​ລາວ​ມາ​ເວົ້າສູ່​ຟັງ!
​ເພງ
ຈົບ