ລະບົບ​ລັດ​ຂອງ​ ສ.ປ ຈີນ

(GMT+08:00) 2012-04-26 15:16:44     cri
ສະບາຍດີ​ມິດ​ລາຍການ​ທີ່​ເຄົາລົບ! ຂໍ​ຕ້ອນຮັບ​ທ່ານ​ເຂົ້າສູ່​ລາຍການ​ເບິ່ງ​ເມືອງ​ຈີນ​ຂອງ CRI FM 93Mhz ພົບ​ກັນ​ມື້​ນີ້​ກໍ່​ແມ່ນ​ວັນ​ທີ 4 ມີນາ 2012! ​ເປັນ​ແນວ​ໃດ​ຄືນວານ​ນີ້​ຄື​ຊິ​ຊຸ່ມ​ເຢັນ​ກັນ​​ໄປ​ຫຼາຍ​ເຕີບ​ເນາະ! ​ເພາະວ່າ​ຝົນ​ລົມ​ມາ​ແຮງ​ເຕີບ​ເນາະ ຕອນ 16 ​ໂມງ​ໜ້ອຍ​ໜຶ່ງ ບາດ ຕອນ 20-21 ​ໂມງ 22 ​ໂມງ ກໍ່​ລົງ​ມາ​ແບບ​ຕົກ​ລິນ​ອ່າວ​ແຮງ​ແກ່ຍາວ​ອີກ. ຕື່ນ​ເຊົ້າມາ​ມື້​ນີ້​ຕົ້ນ​ໄມ້​ໃບຫຍ້າ​ສົດ​ຊື່ນ​ດີ​ລະ​ເນາະ!​​ ໂດຍສະ​ເພາະ​ຜູ້​ໃດ​ເຮືອນ​ຢູ່​ແຄມ​ທາງ ທີ່ມັກ​ມີ​ຂີ້ຝຸ່ນ​ຄື​ຊິ​ມີ​ແຮ​ງ​ເຕີບ​ລະ​ເນາະ! ຖະໜົນ​ບາງ​ເສັ້ນບາງ​ຍ່ານ ຫຼື ບາງ​ຮ່ອມ​ຢູ່​ນະຄອນຫຼວງ​ວຽງ​ຈັນ​ນິ ​ໂອ່! ຍັງ​ຂີ້ຮ້າຍ​ຫຼາຍ ລົດ​ພື້ນ​ຕ່ຳ​ນິ​ໄປ​ຢາກ​ຍາກ​ລະ! ລົດຈັກ​ ລົດຖີບ ກໍ່​ຕ້ອງ​ຄ່ອຍ​ໄປ ຫຼີກ​ຂຸມ ຫຼີກ​ຊ້າຍ ຫຼີກ​ຂວາ ​​ໄປ​ຊັ້ນ​ແລ້ວ!​ ຈັ່ງ​ໃດ​ກໍ່​ຄ່ອຍ​ອົດ​ເອົາ​ກ່ອນ​ເນາະ ​ເກົ້າອົດ​ເກົ້າ​ເຍື້ອນ​ຫາກ​ຊິ​ໄດ້​ທ່ອນ​ຄຳ!​ ອົດສົ້ມ​ໄດ້​ກິນ​ຫວານ ຜູ້​ເຖົ້າ​ເພິ່ນ​ຍັງ​ເວົ້າຈັ່ງຊັ້ນ​ເດ​ເນາະ!​ ທ້າຍ​ປີ​ນີ້​ແມ່ນ​ກ​ອງປະຊຸມ​ອາ​ເຊັມ ​ແນ່​ໃຈ​ວ່າ​ຈະ​ມີຫຼາຍ​ອັນ ດີໆ ງາມ​ໆ​ເກີດຂື້ນ​ແນ່ນອນ ​ເອົາ, ບັດ​ນີ້​ກໍ່​ເຂົ້າມາ​ຫາ​ເລື່ອງ​ເມືອງ​ຈີນ​ສາ​ເນາະບາດນິ! ຢູ່​ປັກ​ກິ່ງຕອນ​ບ່າຍ​ວານ​ນີ້​ກອງ​ປະຊຸມ​ສອງ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ ກໍ່​ຫາ​ກໍ່​ໄຂ​ຂື້ນ ​ແລະ​ມື້​ອື່ນ ກອງ​ປະຊຸມ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ກໍ່​ໄຂ​ຂື້ນ​ແລ້ວ. ຕາມ​ຫຼັງ​ກັນ​ຖີ່ໆ​ແນວ​ນີ້​ລະ! ​ແຕ່ລະ​ປີ​ກໍ່​ເປັນ​ແນວ​ນີ້​ເພາະວ່າ​ທັງ​ສອງ​ສະພາ​ນີ້​​ມີ​ອາຍຸ 5 ປີ. ​ແລະ​ຈັດ​ກອງ​ປະຊຸມ​ໃຫຍ່​ປະຈຳ​ປີ ປີ​ລະ​ເທື່ອ​ໃນ​ເດືອນ​ມີ​ນາ​​ແນວ​ນີ້​ລະ! ​ຖືວ່າ​ສອງ​ກອງ​ປະຊຸມ​ສະພາ​ນີ້​ສຳຄັນ​ສຸດ​ດ້ານ​ວຽກ​ງານ​ລັດ ວຽກ​ງານຂອງ​ປະ​ເທດ ​ເພາະວ່າ​ສະພາ​ທີ່​ປອກສາ​ການ​ເມືອງ​ປະຊາ​ຊົນ ກໍ່​ເຮັດ​ໜ້າ​ທີ່​ໃຫ້​ຄຳ​ປຶກສາ​​ແກ່​ລັດຖະບານ ​​ເປັນ​ອົງການ​ແນວ​ໂຮມ​ທີ່​ຮັກ​ຊາດ, ສ່ວນ​ສະພາ​ແຫ່ງ​ຊາດ​ກໍ່​ເປັນ​ອົງການ​ນິຕິບັນຍັດ​ສູງ​ສຸດ​ຂອງ​ປະ​ເທດ. ໜ້າ​ທີ່​ບົດບາດ​ກໍ່​ຄື​ກັບ​ສະພາ​ແຫ່ງ​ຊາດ​ຂອງ​ລາວ​ນິລະ! ສະນັ້ນໜຸ່​ມ​ໃຫຍ່​ຄິດ​ວ່າ ​ໂອກາດ​ນີ້​ຖື​ວ່າ​ເປັນ​ໂອກາດ​ທີ່​ດີ​ຫຼາຍ​ທ່ານ​ຜູ້​ຟັງ​ລາວ​ຈະ​ໄດ້​ຊອກ​ຮູ້ກ່ຽວ​ກັບ​ລະບົບ​ລັດ​ຂອງ ​ສ.ປ ຈີນ! ຄືນ​ນີ້​ໜຸ່ມ​ໃຫຍ່​ຈະ​​ເວົ້າສູ່​ຟັງ​ແຈ້ງ​ເຕີບ ທັງ​ປະຫວັດ ທັງ​ຄວາມ​ສຳຄັນ ພາລະ​ບົດບາດ ​ໂຄງ​ສ້າງ​ຂອງ​ລະ​ບົບລັດ​ຂ​ອງຈີນ​ສູ່​ຟັງ! ​ແຕ່​ວ່າ​ຕອນ​ນີ້​ຟັງ​ເພງ​ມ່ວນໆ​ຊຸດ​ທຳ​ອິດສາ​ກ່ອນ​ເນາະ!

ເພງ

ສອງ​ເພງ​ຜ່ານ​ໄປ…..ຜູ້​ໃດ​ທີ່​ບໍ່​ມັກ​ເລື່ອງ​ໜັກໆ​ກ່ຽວ​ກັບ​ວຽກ​ບ້ານ​ການ​ເມືອງ​ແນວ​ນີ້​ກໍ່​ຕ້ອງ​ຂໍ​ໂທດ​ເດີ້ ​ແຕ່​ວ່າ​ສຳລັບ​ຜູ້​ທີ່​ມັກ​ຊອກ​ຮູ້ສົນ​ໃຈ​ກ່ຽວ​ກັບ​ລະບົບ​ການ​ເມືອງ​ຂອງ​ຕ່າງ​ປະ​ເທດ. ​ໂດຍ​ສະ​ເພາະ​ປະ​ເທດ​ຈີ​ນທີ່​ເປັນ​ປະ​ເທດ​ໃຫຍ່​ທີ່​ສຸດ​ອັນ​ດັບ 3 ຂອງ​​ໂລກ, ພົນລະ​ເມື​ອງຫຼາຍ​ທີ່​ສຸດ​ໃນ​ໂລກ ​ແລະ ​ເປັນ​ປະ​ເທດ​ທີ່​ຂະໜາດ​ເສດ​ຖະກິດ​ໃຫຍ່​ອັນ​ດັບ 2 ຂອງ​ໂລກ​ແລ້ວ. ຄືນ​ນີ້​ບໍ່​ຜິດ​ຫວັງ​ແນ່ນອນ, ​ເພາະວ່າ​ໂດຍ​ທົ່ວ​ໄປ​ໜຸ່ມ​ໃຫຍ່​ກໍ່​ຈະ​ບໍ່​ເອົາ​ມາ​ເວົ້າສູ່​ຟັງ ​ແຕ່​ມື້​ນີ້​ເປັນ​ໂອກາດ​ດີ​ທີ່​ສອງ​ກອງ​ປະຊຸມ​ສະພາ​ຈີນ ກອງ​ປະຊຸມ​ໜຶ່ງ​ໄຂ​ຂື້ນມື້ວານ​ນີ້ ​ແລະ​ອີກ​ກອງ​ປະຊຸມ​ໜຶ່ງ​ກຳລັງ​ຈະ​ໄຂ​ຂື້ນ​ມື້​ອື່ນ ​ເພື່ອ​ປຶກສາ​ຫາລື​ຄົ້ນຄ້ວາ​ພິຈາລະນາ​ຮັບຮອງ​ເອົາ​ຫຼາຍ​ວຽກ​ງານ​ທີ່​ສຳຄັນ​ຂອງ​ປະ​ເທດ​ຈີນ! ມາ​ເວົ້າ​ເຖິງ​ລະບົບ​ລັດ​ຂອງ​ຈີນ​ເລີຍ​ເນາະ! ສ.ປ ຈີນ ​ເປັນ​ປະ​ເທດ​ສັງຄົມ​ນິຍົມ​ທີ່​ນຳ​ໂດຍ​ຊົນ​ຊັ້ນກຳມະກອນ​ແລະ​ມີ​ພັນທະ​ມິດ ກຳມະກອນ+​ຊາວນາ ​ເປັນຮາກ​ຖານ, ລະບອບ​ສັງຄົມ​ນິຍົມ​ເປັນ​ລະບອບ​ພື້ນຖານ​ຂອງ ສ.ປ ຈີນ. ບັດ​ນີ້​ມາ​ເວົ້າ​ເຖິງລັດຖະທຳ​ມະນູນ, ລັດ​ຖະທຳ​ມະ​ນູນ​ເປັນ​ກົດໝາຍ​ພື້ນຖານ​ຂອງ​ລັດ ​ໂດຍ​ທົ່ວ​ໄປ​ຈະ​ລະບຸ​​ແຈ້ງ ກ່ຽວ​ກັບ​ລະບອບ​ສັງຄົມ​ຂອງ​ລັດ​ໃດ​ລັດ​ໜຶ່ງ ​ແລະ ຫຼັກການ​ພື້ນຖານ​ກ່ຽວ​ກັບ​ລະບອບ​ຂອງ​ລັດ ຫຼັກການ​ພື້ນຖານ​ກ່ຽວ​ກັບ​ການຈັດຕັ້ງ ​ແລະ​ການ​ເຄື່ອນ​ໄຫວ​ຂອງ​ໜ່ວຍ​ງານ​ລັດຖະບານ ສິດ​ແລະ​ໜ້າ​ທີ່​ພື້ນຖານ​ຂອງ​ພົນລະ​ເມື​ອງ ​ແລະ ​ເລື່ອງ​ສຳຄັນ​ອື່ນໆ ທີ່​ມີ​ສ່ວນ​ກ່ຽວຂ້ອງ​ດ້ານ​ຕ່າງໆ​ຂອງ​ຊີວິດ​ຂອງ​ລັດ. ລັດ​ຖະທຳ​ມະນູນ​ບາງ​ສະບັບ ຍັງ​ໄດ້​ກຳນົດ​ທຸງຊາດ,​ ​ເພງ​ຊາດ, ກາ​ໝາຍ​ຊາດ, ນະຄອນຫຼວງ ​ແລະ ລະບອບ​ອື່ນໆ​ທີ່​ຊົນ​ຊັ້ນປົກຄອງ​ເຫັນ​ວ່າ​ເປັນ​ເລື່ອງ​ສຳຄັນ ທີ່​ມີ​ສ່ວນ​ກ່ຽວຂ້ອງ​ເຖິງ​ດ້ານ​ຕ່າງໆ​ທາງ​ຊີວິດ​ຂອງ​ລັດ. ລັດ​ຖະທຳ​ມະນູນ​ມີ​ອຳນາດ​ເ​ປັນ​ກົດໝາຍ​ສູງ​ສຸດ ​ເປັນ​ຂໍ້​ອ້າງ​ອີງ​ໃນ​ການ​ບັນຍັດ​ກົດໝາຍ​ອື່ນໆ ສະນັ້ນກົດໝາຍ ຫຼື ຂໍ້​ກຳນົດລະບົບ​ມະ​ຕິ​ຄຳ​ສັ່ງ​ຕ່າງໆ ຈະ​ຂັດ​ກັບ​ລັດຖະບານ​ບໍ່​ໄດ້. ອັນ​ນີ້​ກໍ່​ຖື​ວ່າ​ເປັນຄວາມ​ຮູ້​ລວມກ່ຽວ​ກັບ​ຄຳ​ວ່າ​ລັດຖະທຳ​ມະນູນ​ເນາະທ່ານ​ຜູ້​ຟັງ! ຫຼາຍ​ຄົນ​ໄດ໋ມີ​ແຕ່​ໄດ້​ຍິນ​ວ່າ​ລັດ​ຖະທຳ​ມະນູນ! ​ແຕ່​ມັນ​ແມ່ນ​ຫຍັງ​ແທ້​ຊ້ຳພັດ​ບໍ່​ຮູ້ ໜຸ່ມ​ໃຫຍ່​ກໍ່​ຕອ​ບ​ໃຫ້​ຟັງ​ຜ່ານ​ໄປ​ແລ້ວ! ​ເອົາ, ຟັງ​ເພງ​ກ່ອນ​ແລ້ວ​ຈະ​ມາ​ລົງ​ເລິກ​ກ່ຽວ​ກັບ​ລັດ​ຖະທຳ​ມະນູນ​ຂອງ​ຈີນ

ເພງ

ມື້​ກີ້​ກໍ່​ເວົ້າລວມສູ່​ຟັງ​ແລ້ວ​ວ່າ ລັດຖະທຳ​ມະນູນ​ແມ່ນ​ຫຍັງ?​ ບັດນີ້​ຈະ​ລົງ​ເລິ​ກ​ເຖິງ​ລັດຖະທຳ​ມະນູນ​ຂອງ​ຈີນ, ຫຼັກການ​ແລະ​ນະ​ໂຍບາຍ​ຮ່ວມ​ກັນ​ຂອງ​ສະພາ​ປຶກ​ສາ​ການ​ເມືອງ​ປະຊາຊົນ​ຈີນ ທີ່​ໄດ້​ປະກາ​ດອອກ​ມາ​ກ່ອນ​ທີ່ ສ.ປ ຈີນ ຈະ​ສະຖາປະນາ​ຂື້ນ​ນັ້ນ ບໍ່​ພຽງ​ແຕ່​ເປັນ​ຫຼັກ​ນະ​ໂຍບາຍ​ຂອງ​ແນວ​ໂຮມ​ປະຊາທິປະ​​ໄຕ​ປະຊາຊົນ​ຈີນ​ເທົ່າ​ນັ້ນ​ໄດ໋ທ່ານ​ຜູ້​ຟັງ!​​ ແຕ່ມັນ​ຍັງ​ໄດ້​ຂະຫຍາ​ຍບົດບາດ​ກາຍ​ມາ​ເປັນລັດຖະທຳ​ມະນູນ​ຊົ່ວ​ຄາວ​ຂອງ​ຈີນ​ອີກ! ຫຼັກ​ນະ​ໂຍບາຍ​ຮ່ວມ​ກັນ​ໄດ້​ລົງມະຕິ​ຮັບຮອງ​ໃນ​ກອງ​ປະຊຸມ​ໃຫຍ່​ຄັ້ງທຳ​ອິດ​ຂອງ​ສະພາ​ປຶກ​ສາ​ການ​ເມືອງ​ປະຊາຊົນ ​ແລະ ປະກາດ​ອອກ​ໃນ​ວັນ​ທີ 29 ກັນຍາ 1949​ ​ແລະ​ໄດ້​ກາຍ​ເປັນ​ລັດ​ຖະທຳ​ມະນູນ​ຊົ່ວຄາວ​ຂອງ​ຈີນ! ຫຼັງ​ຈາກ​ສະຖາປະນາ ສ.ປ ຈີນ ​ໃນ​ວັນ​ທີ 1 ຕຸລາ 1949 ​ແລ້ວ ​ໃນ​ປີ 1954 ຈຶ່ງ​ໄດ້​ບັນຍັດ​ແລະ​ປະກາດ​ລັດຖະທຳ​ມະນູນ​ສະບັບ​ທຳ​ອິດ​ຂອງ​ຈີນ ຈາກ​ນັ້ນມາ​ກໍ່​ມີ​ການ​ປັບ​ປຸງ 3 ​ເທື່ອ ຄື​ໃນ​ປີ 1975, 1978, 1982 ຖື​ວ່າ​ສະບັບ​ລ່າ​ສຸດ​ປະກາດ​ໃຊ້​ເມື່ອ​ວັນທີ 4 ທັນວາ 1982 ນັ້ນກໍ່​ແມ່ນ​ການ​ສື​ບທອດ​ແລະ​ພັດທະນາ​ຫຼັກການ​ພື້ນຖານ​ຂອງ​ລັດຖະທຳ​ມະນູນ​ຈີນ​ທຳ​ອິດ​ໃນ​ປີ 1954 ນັ້ນ​ເອງ. ​ໂດຍ​ໄດ້​ສະຫຼຸບ​ບົດຮຽນ​ປະສົບ​ການ​ຂອງ​ຈີນ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ ທັງ​ໄດ້​ຮັບ​ເອົາ​ປະສົບ​ການ​ຂອງ​ປະ​ເທດ​ຕ່າງໆ ​ຈຶ່ງ​ນັບ​ວ່າ​ເປັນ​ກົດໝາຍພື້ນຖານ​ທີ່​ມີ​ເອກ​ກະ​ລັກ​ຂອງ​ຈີນ​ແລະ​ສອດຄ່ອງ​ກັບ​ຄວາມ​ຕ້ອງການ​ຂອງ​ຈີນ​ໃນ​ການ​ສ້າງ​ເສດ​ຖະກິດ-ສັງຄົມ​ທີ່​ທັນ​ສະ​ໄໝ, ​ເຊິ່ງລັດຖະທຳ​ມະນູນ​ສະບັບ​ນີ້​ໄດ້​ລະບຸ​ໄວ້​ຢ່າງ​ຈະ​ແຈ້ງ​ເຖິງ ລະບອບ​ການ​ເມືອງ ລະບອບ​ເສ​ດຖະກິດ ສິດ​ແລະ​ໜ້າ​ທີ່​ຂອງ​ພົນລະ​ເມືອງ ການຈັດຕັ້ງ​ແລະ​ຂອບ​ເຂດ​ອຳນາດ​ໜ້າ​ທີ່​ຂອງ​ໜ່ວຍ​ງານ​ລັດຖະບາ​ນ ຕະຫຼອດ​ຮອດ​ເຈົ້າໜ້າ​ທີ່​ພື້ນຖານ​ຂອງ​ຈີນ​ໃນ​ອະນາຄົດ​ແລະ​ອື່ນໆ​. ລັກສະນະ​ພິ​ເສດ​ຂອງ​ລັດຖະທຳ​ມະນູນ​ສະບັບ​ນີ້​ແມ່ນ​ໄດ້​ລະບຸ​ເຖິງ​ລະບອບ ​ແລະ ໜ້າ​ທີ່​ພື້ນຖານຂອງ​ຈີນ ​ໄດ້ກຳນົດ​ຫຼັກການ​ພື້ນຖານ 4 ປະການ ​ແລະ​ຫຼັກການ​ພື້ນຖານ​ວ່າ​ດ້ວຍ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ ​ໂດຍ​ກຳນົດ​ວ່າ: ປະຊາຊົນ​ເຜົ່າ​ຕ່າງໆ​ແລະ​ທຸກ​ອົງການ​ຕ່າງໆ​ທົ່ວ​ປະ​ເທດ ຕ້ອງ​ຖື​ລັດຖະທຳ​ມະນູນ​ເປັນຫຼັກການ​ໃນ​ການ​ເຄື່ອນ​ໄຫວ ບໍ່​ວ່າອົງການ​ຫຼື​ບຸກຄົນ​ໃດ ກໍ່​ບໍ່​ມີ​ສິດ​ອຳນາດ​ພິ​ເສດ​ເໜື​ອລັດຖະທຳ​ມະນູນ​ໄດ້! ​ເອົາ, ຟັງ​ເພງ​ກ່ອນ​ແລ້ວ​ຈະ​ກັບ​ມາ​ເວົ້າສູ່​ຟັງ​ວ່າ​ລັດຖະທຳ​ມະນູນ​ຈີນ​ສະບັບ​ປະຈຸ​ບັນ​ນີ້​ມີ​ຈັກ​ໝວດ? ຈັກ​ມາດຕາ?

ເພງ

ລັດຖະທຳ​ມະນູນ​ນີ້​ແບ່ງ​ອອກ​ເປັນ 5 ໝວດ​ຄື: ໝວດ​ຄຳ​ນຳ​ທົ່ວ​ໄປ​, ສິດ​ແລະ​ໜ້າ​ທີ່​ພື້ນຖານ​ຂອງ​ພົນລະ​ເມືອງ, ອົງ​ກອນ​ຂອງ​ລັດ, ທຸງຊາດ, ກາ​ໝາຍ​ຊາດ ​ແລະ ນະຄອນຫຼວງ ລວມມີ 4 ບົດ 138 ມາດຕາ. ມາ​ເບິ່ງ​ລະບອບ​ສະພາ​ປະຊາຊົນ​ບາດ​ນິ! ມັນ​ເປັນ​ລະບອບ​ການ​ເມືອງ​ພື້ນຖານ​ຂອງ​ຈີນ ​ເປັນ​ຮູບ​​ແບບ​ການຈັດຕັ້ງອຳນາດ​ລັດ ​ແບບ​ຜະ​ເດັດ​ການ​ປະຊາທິປະ​ໄຕ​ ປະຊາຊົນ ​ແລ​ະ ກໍ່​ເປັນ​ລະບອບ​ຂອງ​ລັດ​ຈີນ ມັນ​ມີ​ອັນ​ແຕກ​ຕ່າງ​ກັບ​ລະບອບ​ຂອງ​ລັດຖະສະພາ​ຕາ​ເວັນ​ຕົກ ທີ່ຢູ່​ພາຍ​ໃຕ້​ລະບົບ​ທີ່​ແຍກ​ອຳນາດ​ນິຕິບັນຍັດ ອຳນາດ​ປະຕິ​ບັດ​ກົດໝາຍ ​ແລະ ອຳນາດ​ການ​ບໍລິຫານ​ອອກ​ຈາກ​ກັນ, ລັດຖະບານ​ຈີນ​ກຳນົດ​ວ່າ: ສະພາ​ປະຊາຊົນ​ແຫ່ງ​ຊາດ ​ເປັນ​ອົງການ​ອຳນາດ​ສູງ​ສຸດ​ຂອງ​ລັດ ພົນລະ​ເມືອງ​ຈີນ​ທີ່​ມີ​ອາຍຸ 18 ປີ​ຂື້ນ​ໄປ ​ເປັນ​ຜູ້​ແທນ​ປະຊາຊົນ​ໃນ​ສະພາ​ລະດັບ​ຕ່າງໆ​ໃນ​ທົ່ວ​ປະ​ເທດ, ຜູ້​ແທນ​ປະຊາຊົນ​ລະດັບ​ຕາ​ແສງ, ​ເມືອງ ​ແມ່ນ​ມາ​ຈາກ​ການ​ເລືອກ​ຕັ້ງ​ໂດຍ​ກົງ ນອກ​ນັ້ນມາ​ຈາກ​ວິທີ​ການ​ເລືອກ​ຕັ້ງທາງ​ອອ້ມ, ສະພາ​ປະຊາຊົນ​ແຫ່ງ​ຊາດ​ປະກອບ​ດ້ວຍ​ຜູ້​ແທນ​ທີ່​ເລືອກ​ຕັ້ງມາ​ຈາກ​​ເຂດ​ແຂວງ​ປົກຄອງ​ຂອງ​ຕົນ. ນະຄອນ​ທີ່​ຂື້ນ​ກັບ​ລັດຖະບານ​​ໂດຍ​ກົງ​ແລະ​ຈາກ​ກອງ​ທັບ. ອັນ​ນັ້ນ​ແມ່ນ​ລະບອບ​ສະພາ​ປະຊາຊົນ​ແຫ່ງ​ຊາດ, ບັດ​ນີ້​ລະບອບ​ການ​ຮ່ວ​ມມື​ກັບ​ຫຼາຍ​ພັກ ​ແລະ ການ​ປຶກ​ສາ​ຫາລື​ທາງ​ການ​ເມື​ອງພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ອິນດູ​ຈີນ. ​ເປັນ​ລະບອບ​ການ​ເມືອງ​ຂັ້ນພື້ນຖານ​ອີກ​ອັນ​ໜຶ່ງ​ຂອງ​ຈີນ, ສ່ວນ​ລາຍ​ລະອຽດ​ກ່ຽວກັບ 8 ພັກ ​ແລະ​ກຸ່ມ​ປະຊາທິປະ​ໄຕ​ທີ່​ຮ່ວມ​ມື​ກັບ​ພັກ​ກອມ​ມູນິດ​ອິນດູ​ຈີນ ​ແລະ ສະໜັບສະໜູນ​ການ​ສ້າງ​ຕັ້ງສັງ​ຄົມ​ນິຍົມ​ທັນ​ສະ​ໄໝຂອງ​ຈີນ ໜຸ່ມ​ໃຫຍ່ ກໍ່​ສະ​ເໜີ​ໃຫ້​ຟັງ​ລະອຽດ​ແລ້ວ​ໃນ​ລາຍການ​ຄືນ​ວານ​ນີ້!​ ກໍ່​ຄື​ເວົ້າ​ຫັ້ນລະ​ວ່າ 8 ພັກ ​ແລະ ກຸ່ມ​ປະຊາທິປະ​ໄຕ​ຂອງ​ຈີນ ບໍ່​ແມ່ນ​ພັກ​ນອກ​ລັດຖະບານ ລະ​ກະ​ບໍ່​ແມ່ນ​ພັກ​ຝ່າຍ​ຄ້ານ ​ແຕ່​ເປັນ​ພັກ​ທີ່​ມີ​ສ່ວນ​ຮ່ວມ​ໃນ​ການ​ປຶ​ກສາ​ຫາລື​ແນວທາງ ​ແຜນການ​ນະ​ໂຍບາຍ​ສຳຄັນ​ຕ່າງໆ​ຂອງ​ລັດ ​ແລະ​ການ​ເລືອກ​ຕັ້ງຂອງ​ຜູ້ນຳ​ລັດ ມີ​ສ່ວນ​ຮ່ວມ​ໃນ​ການ​ບໍລິຫານ​ບ້ານ​ເມືອງ ​ແລະ​ມີ​ສ່ວນ​ຮ່ວມ​ໃນ​ການ​ຕົກລົງ ຫຼື ປະຕິບັດ​ຕາມ​ຫຼັກ​ຍະ​​ໂຍບາຍກົດໝາຍ ຂໍ້​ກຳນົດ ກົດ​ລະບຽບ ມະຕິ​ຄຳ​ສັ່ງ​ຕ່າງໆ ​ໃນ​ເວລາ​ທີ່​ລັດຖະບານ​ໃຊ້​ມາດ​ຕະການ​ສຳຄັນ ຫຼື ຕົກລົງ​ເລື່ອງ​ສຳຄັນ​ທີ່​ມີ​ສ່ວນ​ກ່ຽວຂ້ອງ​ກັບ​ການ​ເມືອງ​ຂອງ​ລັດ ​ແລະ ຊີ​ວິດ​ການ​ເປັນ​ຢູ່​ຂ​ອງປະຊາຊົນ ພັກ​ກອມ​ມູນິດ​ອິນດູຈີນ ຈະ​ປຶ​ກສາ​ຫາລື​ກັບ​ພັກ ​ແລະ ກຸ່ມ​ປະ​ຊາ​ທິປະ​ໄຕ ຫຼື​ບຸກຄົນ​ທີ່​ບໍ່​ສັງກັດ​ພັກ​ກ່ອນ ​ເ​ພື່ອຮັບ​ຟັງ​ຄວາມ​ຄິດ​ເຫັນ ຫຼື ຂໍ້​ສະ​ເໜີ​ຢ່າງ​ກ້ວາງ​ຂວາງ ​ແລ້ວຈຶ່ງ​ຕັດສິນ​ໃຈ. ຟັງ​ເພງ​ກ່ອນ​ເນາະ! ຈັກ​ໜ້ອຍ​ຈະ​ກັບ​ມາ​ເວົ້າ​ເຖິງ​ຮູບ​ແບບ​ວິທີ​ການ​ຮ່ວມ​ມື​ກັນ​ຫຼາຍ​ພັກ ​ແລະ ການ​ປຶກສາ​ຫາລື​ກັນ​ທາງ​ການ​ເມືອງ!

ເພງ

ເວົ້າ​ເຖິງ​ຮູບ​ແບບ​ການ​ຮ່ວມ​ມື​ກັນ​ຫຼາຍ​ພັກ ​ແລະ​ ການ​ປຶກສາ​ຫາລື​ກັນ​ທາງ​ດ້ານ​ການ​ເມືອງ​ຂອງ​ຈີນ​ແລ້ວ​ກໍ່​ມີ 5 ຮູບ​ແບບ​ນຳ​ກັນ. ອັນ​ທີ 1: ກໍ່​ແມ່ນ​ຜ່ານ​ສະພາ​ປຶກສາ​ການ​ເມືອງ​ປະ​ຊາ​ຊົນ​ຈີນ​ນັ້ນ​ເອງ ​ເປັນ​ເວ​ທີ​ສຳຄັນ​ທີ່ 8 ພັກ​ແລະ​ກຸ່ມ​ປະຊາທິປະ​​ໄຕ, ອົງການ​ຕ່າງໆ​ຂອງ​ປະຊາຊົນ ບຸກຄົນ​ທີ່​ເປັນ​ຕົວ​​ແທນ​ຂອງ​ອົງການ​ຕ່າງໆ ​ເຂົ້າຮ່ວມ​ບໍລິຫານ​ແລະ​ເຂົ້າຮ່ວມ​ປຶກສາ​ຫາລື​ກິດຈະ​ການບ້ານ​ເມືອງ, ຮູ​ບ​ແບບ​ທີ 2: ​ແມ່ນ​ການປະຊຸມ​ສຳ​ມະ​ນາ​ລະ​ຫ່ວາງ 8 ພັກ ​ແລະ​ກຸ່ມ​ປະຊາທິປະ​ໄຕ ​ແລະ ບຸກຄົນ​ທີ່​ບໍ່​ສັງກັດ​ພັກ ທີ່​ຈັດ​ຂື້ນ​ໂດຍຄະນະ​ກຳມະການ​ສູນ​ກາງ​ພັກກອມ​ມູນິດ​ອິນດູ​ຈີນ ​ແລະ ຄະນະ​ພັກ​ລະດັບ​ທ້ອງ​ຖິ່ນ​ເພື່ອ​ແຈ້ງ​ເລື່ອງ​ສຳຄັນ​ໃຫ້​ຊາບ ທັງ​ໃຫ້​ປຶກສາ​ຫາລື​ກັບ​ພັກ​ຝ່າຍ​ຕ່າງໆ ກ່ຽວ​ກັບ​ບັນຫາ​ສຳຄັນ ກ່ຽວ​ກັບ​ລາຍ​ຊື່​ສະໝັກ​​ເລືອກ​ຕັ້ງ​ເປັນ​ຜູ້ນຳ​ຂອງ​ລັດ​ຖະບານ ​ແລະ ອົງການ​ປົກຄອງ​ທ້ອງ​ຖິ່ນ ​ແລະ ລາຍ​ຊື່​ຜູ້​ທີ່​ສະ​ໝັກ​ເປັນ​ຜູ້​ແທນ​ປະຊາຊົນ ​ແລະ​ຄະນະ​ກຳມະການ​ສະພາ​ປຶກສາ​ການ​ເມືອງ ​ເພື່ອ​ຮັບ​ຟັງຄຳ​ເຫັນ​ແລະ​ຂໍ້​ສະ​ເໜີ! ຮູບ​ການ​ທີ 3: ​ແມ່ນ​ຜູ້​ແທນ​ປະຊາຊົນ​ທີ່​ເປັນ​ສະມາຊິກ​ພັກ​ແລະ​ກຸ່ມ​ປະຊາທິປະ​​ໄຕ​ໃນ​ຖານະ​ທີ່​ເປັນ​ຜູ້​ແທນ​ປະຊາຊົນ ​ເຂົ້າຮ່ວມ​ການ​ບໍລິຫານ​ແລະ​ຮ່ວມ​ກັນ​ປຶກສາ​ກິດຈະການ​ບ້ານ​ເມືອງ​ທັງ​ມີ​ບົດບາດ​ການ​ຕິດຕາມ​ກວດກາ​ໃນ​ສະພາ​ປະຊາຊົນລະດັບ​ຕ່າງໆ, ຮູບ​ແບບ​ທີ 4: ​ແມ່ນ​ເລື​ອກຕັ້ງສະມາ​ຊິກ​ພັກ​ແລະກຸ່ມ​ປະຊາທິປະ​ໄຕ​​ ​ໃຫ້ດຳລົງ​ຕຳ​ແໜ່​ງຂັ້ນນຳ​ໃນ​ຄະນະ​ລັດຖະມົນຕີ​ກະຊວງ ຫຼື ຄະນະ​ກຳມະການ​ຕ່າງໆ ​ແລະ ​ໃນ​ອົງການ​ປົກຄອງ​ທ້ອງ​ຖິ່ນ​ລະດັບ​ເມືອງຂື້ນ​ໄປ ​ແລະ​ໜ່ວຍ​ງານ​ທີ່​ກ່ຽວຂ້ອງ, ຮູບ​ແບບ​ສຸດ​ທ້າຍ ​ແມ່ນ​ການສະ​ເໜີ​ຊື່​ຂອງ​ສະມາ​ຊິກພັກ​ແລະ​ກຸ່ມ​ປະຊາທິປະ​ໄຕທີ່​ມີ​ຄຸນ​ວຸດ​ທິ ​ໃຫ້​ດຳລົງ​ຕຳ​ແໜ່​ງຂັ້ນນຳ​ໃນ​ອົງການ​ປົກຄອງ​ລະດັບ​ຕ່າງໆ ​ໃນ​ສານ​ຫຼື​ໃນ​ໄອ​ຍະ​ການ! ອັນ​ນີ້​ກໍ່​ແມ່ນ 5 ຮູບ​ແບບ​ຂອງ​ການ​ຮ່ວ​​ມມື​ກັນ​ຫຼາຍ ຫຼາຍພັກ​ຫຼາຍການ​ປຶກສາ​ຫາລື​ທາງ​ດ້ານ​ການ​ເມືອງ ​ເພື່ອ​ຊ່ວຍ​ກັນ​ພັດທະນາ​ຊາດ​ຂອງ​ຈີນ! ​ເອົາ, ກໍ​ຫັວງວ່າ​ຈາກ​ການ​ຟັງ​ລາຍການ​ຄືນ​ນີ້​ມິດ​ລາຍການ​ທີ່​ສົນ​ໃຈ ຊອກ​ຮູ້​ລະບົບ​ການ​ເມືອງ​ຂອງ​ຕ່າງປະ​ເທດ ກໍ່​ໄດ້ຮູ້​ລະບົບ​ການ​ເມືອງ​ຂອງ​ຈີນ​ຈະ​ແຈ້ງ​ພໍ​ສົມຄວນ! ໜຸ່ມ​ໃຫຍ່​ເອົາ​ມາ​ເວົ້າສູ່​ຟັງ​ກໍ່​ແມ່ນ​ໃນ​ໂອ​ກາດ​ໄຂ​ກອງ​ປະຊຸມ​ສະພາ​ປຶກສາ​ການ​ເມືອງ​ຂອງ​ຈີນ ທີ່​ດຳ​ເນີນ​ມາ​ເປັນ​ມື້​ທີ 2 ​ແລ້ວ. ​ແລະ​ມື້​ອື່ນ​ກອງ​ປະຊຸມ​ສະພາ​ແຫ່ງ​ຊາດ​ຂອງ​ຈີນ​ກໍ່​ຈະ​ໄຂ​ຂື້ນ​ຕິດຕາມ​ກັນ. ຊື່​ງທັງ​ສອງ​ສະພາ​ນີ້​ແມ່ນ​ມີໜ້າ​ທີ່​ປຶກ​ສາ​ຫາລື ທົບ​ທວນ ຄົ້ນຄ້ວາ​ພິຈາລະນາ ຮັບຮອງ​ເອົາ​ວຽກ​ງານ​ສຳຄັນ​ຕ່າງໆ​ຂອງ​ລັດ! ​ເພິ​ນປຶ​ກສາຄົ້ນຄ້ວາ​ບັນຫາ​ສຳຄັນ​ໜ້າ​ສົນ​ໃຈ​ຫຍັງ​ໜຸ່ມ​ໃຫຍ່​ກໍ່​ຈະ​ເອົາ​ມາ​ເວົ້າສູ່​ຟັງ​ໃນ​ມື້​ຕໍ່​ໄປ.
ເພງ
ຈົບ