ລັດຖະບານ-ສັງຄົມ​ຊ່ວຍ​ທຶນ​ນັກຮຽນ​ທຸກ​/​ລົດ​ໄຟ​ຄວາມ​ໄວ​ສູງ

(GMT+08:00) 2012-04-26 15:18:43     cri
ສະບາຍດີ​ມິດ​ລາຍການ​ທຸກ​ທ່ານ!​ ຫຼັງ​ຂ່າວ​ກິລາ​ກໍ່​ມາ​ພົບ​ກັບ​ໜຸ່ມ​ໃຫຍ່​ອາລົມ​ດີ​ໃນ​ລາຍການ​ເບິ່ງ​ເມື​ອງຈີນ​ໂລດ!​ ​ເປັນ​ປະຈຳ​ທຸກ​ມື້​ໃນ​ເວລາ 19 ​ໂມງ! ມາ​ເບິ່ງ​ສະພາບ​ການ​ສັນຈອນ​ໃນ​ນະຄອນຫຼວງ​ວຽງ​ຈັນ​ດຽວ​ນີ້​ກໍ​ສັບສົນຫຼາຍ​ກໍ່​ຄື​ເຫັນ​ນຳ​ກັນຫັ້ນລະ​ເນາະທ່ານ​ຜູ້​ຟັງ! ຖະໜົນ​ກໍ່​​ແຄບ​ບາງ​ເສັ້ນ​ແຖວ​ຊານ​ເມືອງ​ສະພາບ​ກໍ່​ບໍ່​ດີ ລົດ​ກໍ່​ຕິດ​ຫຼາຍຍາມ​ເຊົ້າ​ແລ​ງ ດີ​ບໍ່​ດີ​ຕອນ​ທ່ຽງ​ດຽວ​ນີ້​ລົດ​ກໍ່​ຕິດ​ອຶກ​ກະ​ທຶກ​ຢູ່​ຕາມ​ເສັ້ນ​ໃຈກາງ​ເມືອງ ບວກ​ກັບ​ຜູ້​ຂັບ​ຂີ່​ບາງ​ຄົນ​ບໍ່​ປະຕິບັດ​ກົດ​ລະບຽບ​ຈາລະ​ຈອນ ຟ້າ​ວ​ໄປ​ລະ​ກະໝົ້ນ​ໄປ​ອີກ​ແຫ່ງ​ສັບສົນ!​​ ​ແລ້ວ​ປະ​ກົດ​ການ​ໜຶ່ງ​ທີ່​ທ່ານ​ຜູ້​ຟັງ​ຫຼາຍ​ທ່ານ​ກໍ່​ອາດ​ຈະ​ເຫັນ​ເດັກນ້ອຍ​ເຍົາວະ​ຊົນ​ທີ່​ອາຍຸ​ບໍ່​ເຖິງ​ກະ​ສຽນ​ແລ້ວ​ຂັບ​ຂີ່​ລົດ​ໃຫຍ່ ອັນ​ນີ້​ອັນຕະລາຍ​ຫຼາຍ, ບາງ​ເທື່ອ​ກໍ່​ເຫັນ​ເປັນກຸ່ມ​ລົດຈັກ 5-6 ຄັນ​ຂັບ​ຂີ່​ແຂ່ງ​ກັນ​ບັກ​ໄວໆ ຊ້ອນ​ກັນ​ກໍ່​ມີ ຂີ່​ຄົນ​ດຽວ​ກໍ່​ມີ ບາດ​ເບິ່ງ​ໜ້າ​ແລ້ວ​ຄື​ຊິ​ບໍ່​ຮອດ 15 ປີ​ແນ່ນອນ ອາດ​ຈະ 13-14 ຫຼື ອາດ​ຈະ 12 ປີ​ກໍ່​ມີ ຮ້າຍ​ກ່ວານັ້ນບາງ​ເທື່ອ​ຍັງ​ເຫັນ​​ເດັກນ້ອຍ 14-15 ປີ ຂັບ​ຂີ່​ລົດ​ໃຫຍ່​ແລ້ວ​ກໍ່​ຍັງ​ມີ ​ໂດຍ​ສະ​ເພາະ​​ແມ່ນ​ຜູ້​ຊາຍ!​​ ​ໂອ, ອັນ​ນີ້​ເບິ່ງ​ແລ້ວ​ອັນຕະລາຍ​ຫຼາຍ​ແມ່ນ​ລັກ​ລົດ​ພໍ່-​ແມ່ອອກ​ມາ​ຂັບ​ຂີ່​ບໍ? ຫຼື​ວ່າ​ພໍ່​​ແມ່ຕັ້ງຮູ້​ເຫັນ​ເປັນ​ໃຈ ຍ້ອນ​ຮັກ​ລູກ​ໂພດ​ຈົນ​ບໍ່​ຮູ້​ອັນ​​ໃດ​ຖືກ ອັນ​ໃດ​ຜິດ ອັນ​ໃດ​ອັນ​ຕະລາຍ ອັນ​ໃດ​ບໍ່​ອັນຕະລາຍ!​ ດຽວ​ນີ້​ຜູ້​ເພິ່ນ​ອ່າວ​ມີ​ເງິນ​ແດ່​ຢູ່​ເຮືອນ​ມີ​ລົດ​ໃຫຍ່​ຫຼາຍຄັນ ບາງ​ຄົນ​ລູ​ກຊາຍ​ມັນ​ຂີ້​ດື້ ຫ້າວ​ວອງ 11-12 ປີ ກໍ່​ຂັດ​ກໍ່​ວົນ​ພໍ່​ແມ່​ຢາກ​ຮຽນ​ຂັບ​ລົດ​ໃຫຍ່​ກໍ່​ມີ​ກໍ້! ພໍ່-​ແມ່​ບາງ​ຄົນ​ແທນ​ທີ່​ຈະ​ອະທິ​ບາຍ​ໃຫ້​ລູກຟັງ​ວ່າ​ມັນ​ອັນ​ຕະລາຍ​ມັນ​ຍັງ​ບໍ່​ເຖິງ​ເວລາ​ເທື່ອ!​ ຊ້ຳພັດ​ໄປ​ຕາມ​ໃຈ​ລູກ​ຫຼື​ພັດ​ວ່າ​ອາທິດ​ນີ້​ອາທິດ​ໜ້າ​ຊິ​ແອບ​ໃຫ້ ​ແບບ​ໃຫ້​ຄວາມ​ຫວັງ​ລູກ​​ໂພດ​ຍ້ອນ​ຮັກ​ລູກຫຼາຍຫັ້ນນະ! ລະວັງ​ຄວາມ​ຮັກ​ເກີນ​ໄປ​ຈະ​ເຮັດ​ໃຫ້​ທ່ານ​ກິນ​ແໜງ​ໃຈ​ໜັກ​ບໍ່​ມີ​ມື້​ໃດ​ກໍ່​ມື້ໜຶ່ງ​ລະ ຄັນ​ສະໜັບສະໜູ​ນລູກ​ຂັບ​ລົດຈັກ​ລົດ​ໃຫຍ່​ກ່ອນ​ໄວ​ອັນ​ຄວນ​ນະ​! ​ເອົາ, ​ເຕືອນ​ກັນ​ມາ​ດ້ວຍ​ຄວາມ​ຫວັງ​ດີ​ເນາະ! ​ແລ້ວ​ຫຼັງ​ຈາກ​ນັ້ນຈະ​ເອົາ​ເລື່ອງ​ລັດຖະບານ​ຈີນ​ຊ່ວຍ​ເຫຼືອ​ນັກຮຽນ​ ນັກ​ສຶກສາ​ທີ່​ທຸກ​ຍາກ​​ແນວ​ໃດ?

ເພງ

ສອງ​ເພງ​ຜ່ານ​ໄປ………….711477, 9300 ຢາກຮູ້​ເລື່ອງ​ຢາກ​ມີ​ຄຳ​ຄິ​ດ​ເຫັນ! ບັດ​ນີ້​ຈະ​ລົມ​ສູ່​ຟັງ​ວ່າ​ລັດຖະບານ​ຈີນ​ເພິ່ນ​ໃຊ້​ງົບ​ຫຼາຍ​ໜ້ອຍ​ຊ່ຳ​ໃດ​ໃນ​ການ​ຊ່ວຍ​ເຫຼືອ​ນັກຮຽນ​ທີ່​ທຸກ​ຍາກ, ປີ​ກາຍ​ນີ້​ເພິ່ນ​ໃຊ້​ງົບ​ຮອດ 90 ຕື້​ຢວນພຸ້ນ​ໄດ໋​ເພື່ອ​ຊ່ວຍ​ນັກຮຽນ​ທຸກ​ຍາກ​ໃນ​ທົ່ວ​ປະ​ເທດ​ຈີນ!​ ​ເຮັດ​ໃຫ້​ນັກຮຽນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຫຼາຍກ່ວາ 79 ລ້ານ​ຄົນ​ພຸ້ນ​ລະ!​​ ໃນ 90 ຕື້​ຢວນນີ້​ເພິ່ນ​ໃຊ້ 73 ຕື້ 200 ລ້ານ​ຢວນ ​ເພື່ອ​ເປັນ​ຄ່າ​ຮຽນ​ໃຫ້​ນັກຮຽນ​ທຸກ​ຍາກ ​ເພີ່ມ​ຂື້ນ​ຈາກ​ປີ 2010 ຮອດ 5.6% ​ໃນ​ນີ້​ເພິ່ນ​ຍັງ​​ໃຊ້ 3 ຕື້ 500 ລ້ານ​ຢວນ ​ເພື່ອ​ໃຫ້​ລາງວັນ​​ແກ່​ນັກຮຽນ​ດີ​ເດັ່ນອີກ! ສ່ວນ​ທຶນ​ຂອງ​ເຂດ​​ແຂ​ວງ, ​ຂອງ​ໂຮງຮຽນ, ຂອງ​ອົງການ​ຈັດຕັ້ງທາງ​ສັງຄົມ ລວມທັງ​ທຶນ​ຂອງ​ບຸກຄົນ​ເພື່ອ​ຊ່ວຍ​ເຫຼືອ​ນັກຮຽນ​ທຸກ​ຍາກ​​ໃນ​ປີ​ກາຍ​ນີ້​ກໍ່​ມີ​ຮອດ 16 ຕື້ 800 ລ້ານ​ພຸ້ນ​ໄດ໋! ນອກຈາກ​ໃຫ້​ທຶນ​ແລ້ວ​ທາງ​ລັດຖະບານ​ຈີນ​ກໍ່​ມີ​ນະ​ໂຍບາຍ​ໃຫ້​ນັກ​ສຶກສາ​ກູ້​ຢືມ​ເງິນ​ເພື່ອ​ຮຽນ​ອີກ 1 ຕື້ 170 ລ້ານ​ຢວນ. ​ເບິ່ງ​ແລ້ວ​ກໍ່ຮູ້​ໂລດ​ວ່າ​ທັງ​ສູນ​ກາງ​ທັງ​ທ້ອງຖິ່ນ​ທັງ​ສັງຄົມ ກໍ່ຄື​ບຸກຄົນ​ຊ່ວຍ​ເຫຼືອ​ເອົາ​ໃຈ​ໃສ່​ສ້າງ​ຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບ ​ແລະ​ໃຫ້​ໂອກາດ​ແກ່​ນັກຮຽນ​ຜູ້​ທີ່​ດ້ອຍ​ໂອກາດ ​ແຕ່​ເປັນ​ຄົນ​ດີ ຮຽນ​ດີ​ແນວ​ໃດ? ສຳລັບ​ຜູ້​ຢືມ​ເງິນ​ທະນາຄານ​ໄປ​ຮຽນ​ນັ້ນ ຈົບ​ຮຽນ​ແລ້ວ​ກໍ່​ຄ່ອຍ​ຊຳລະ​ຄືນ, ​ເພິ່ນ​ຍັງ​ອຳ​ນວຍ​ຄວາ​ມສະດວກ​ໃຫ້​ນັກຮຽນ​ຢູ່​ຊົນນະບົດ​ຕ່າງ​ແຂວງ​ສາມາດ​ຢືມ​ເງິນ​ທະນາຄານ​ໃນ​ແຂວງ​, ​ເ​ມື​ອງ ​ໂຕ​ເອງ​ໄດ້ ບໍ່​ຕ້ອງ​ເຂົ້າ​ໄປ​ໃນ​ເມືອງ​ໃຫຍ່! ປີ​ກາຍ​ນີ້​ນັກ​ສຶກສາ​ທີ່​ຮຽນ​ຈົບ​ກໍ່​ມີ​ຫຼາຍ​ກ່ວາ 2 ໝື່ນ​ຄົນ​ພຸ້ນ​ໄດ໋!​ ທີ່​ເລືອກ​ໄປ​ເຮັດ​ວຽກ​ຢູ່​ຊົນນະບົດ ພູດ​ອຍຫ່າງ​ໄກ​ສອກຫຼີກ​ຢູ່​ພາກ​ກາງ ​ແລ​ະ ພາກ​ຕາ​ເວັນ​ຕົກ​ຂ​ອງຈີນ! ກໍ່​ຖື​ວ່າ​ເປັນ​ວິທີ​ການ​ເປັນ​ນະ​ໂຍບາຍ​ທີ່​ດີ​ຫຼາຍ​ເນາະທ່ານ​ຜູ້​ຟັງ! ​ເດັກ​ດີ​ ເດັກ​ມັກຮຽນ​ແຕ່​ບໍ່​ມີ​ທຶນ​ນິ ​ໂອ່, ​ເສຍດາຍ​ຫຼາຍ ທັງ​ພາກ​ລັດ ພາກ​ເອກ​ະຊົນ ສັງຄົມຫຼື​ບຸກຄົນ​ແນວ​ນີ້​ຄວນ​ຊ່ວຍ​ເຫຼືອ​ໃຫ້​ໂອກາດ​ແກ່​ເຂົາ​ເຈົ້າ​ແດ່ ຈະ​ໄດ້​ບຸນ​ກຸສົນ​ຫຼາຍ​ໄດ໋ ສ້າງ​ຄົນ​ຜູ້​ໜຶ່ງ​ໃຫ້​ເປັນ​ຄົນ​ທີ່​ມີ​ຄວາມ​ຮູ້​ຄວາມ​ສາມາດ ມີ​ອະນ​າຄົດ​ທີ່​ດີ​ນິ ​ໂອ່, ​ເປັນຜົນ​ບຸນ​ທີ່​ຍິ່ງ​ໃຫຍ່​ຫຼາຍ!​ ຜູ້​ໃດ​ເງິນ​ເຫຼື​ອຖົງ​ຊື້​ວິ​ສະ​ກີ​ແກ້ວ​ໜຶ່ງ​ເປັນ​ລ້ານໆ​ເອົາ​ມາ​ໃຫ້​ທຶນ​ການ​ສຶກສາ​ແກ່​ນັກຮຽນ​ ນັກ​ສຶກສາທີ່​ທຸກ​ຍາກ​ດ້ອຍ​ໂອກາດ​ໃຈ​ຊິ​ບໍ່​ອີ່ມ​ບຸນ​ດີ​ກ່ວາ​ບໍ່​ນໍ້? ​ເອົາ​​ເງິນ​ໄປ​ສ້າງ​ວັດ ສ້າງ​ໂຮງຮຽນ ​ໂຮງໝໍ ກໍ່ດີຢູ່​ແຕ່​ເອົາ​ມາ​ເປັນ​ທຶນ​ສ້າງ​ຄົນ​ດີ​ຊ່ວຍ​ສັງຄົມ​ນີ້​ແຮ່ງ​ດີ ​ແຮ່ງ​ໄດ້​ບຸນ​ກຸສົນ​ຢ່າງ​ໃຫຍ່​ຫຼວງ​ລະ! ​ເອົາ, ປ່ຽນ​ບັນຍາກາດ​ຟັງ​ເພງ​ກ່ອນ​​ແລ້ວ​ລົມ​ເລື່ອງ​ໂຄງການ​ລົດ​ໄຟ​ຄວາມ​ໄວ​ສູງ​ຂອງ​ຈີນ​ສູ່​ຟັງ!

ເພງ

ເອົາ, ບັດ​ນີ້​ຈະ​ມາ​ລົມ​ເລື່ອງ​ແຜນການ​ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູ​ງສູ່​ຟັງ ​ເພາະວ່າ​ເປັນ​ໂຄງການ​ໃຫຍ່ທັນ​ສະ​ໄໝ​ຫຼາຍຂອງ​ຈີນ ​ເພື່ອ​​ເຊື່​ອມຕໍ່​ພາກ​ເໜືອ​ຫາ​ພາກ​ໃຕ້! ປີ​ນີ້​ກະຊວງ​ທາງ​ລົດ​ໄຟ​ຈີນ​ເພິ່ນ​ຕັ້ງ​ເປົ້າວ່າ: ຕ້ອງ​ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ໃຫ້​ສຳ​ເລັດ 3.500 ກິ​ໂລ​​ແມັດ, ອັນ​ນີ້​ຄັນ​ສຳ​ເລັດ​ແລ້ວ​ກໍ່​ຈະ​ເຮັດ​ໃຫ້​ຈີນ​ມີ​ເສັ້ນທາງ​ລົດ​ໄຟ​ຄວາມ​ໄວສູງ​ທັງ​ໝົດ​ຫຼາຍ​ກ່ວາ 1 ໝື່ນກິ​ໂລ​ແມັດ​ພຸ້ນ​ລະ!​ ຜ່ານ​ມາ​ໂຄງການ​ຂະຫຍາຍທາງ​ລົດ​ໄຟ​ຄວາມ​ໄວ​ສູ​ງຂອງ​ຈີນ​ກໍ່​ຢຸດ​ສະ​ງັກ​ໄປ​ໄລຍະ​ໜຶ່ງ​ຍ້ອນ​ບັນຫາ​ງົບປະມານ! ​ແຕ່​ມາ​ປີ​ນີ້​ເພິ່ນ​ກໍ່​ຟື້ນ​ຟູ​ແຜນການ​ຄືນ ​ເພາະວ່າ​ແຜນການ​ນີ້​ມັນ​ກໍ່​ປຽບຄື​ກັບ​ກາ​ນຕໍ່​ເສັ້ນ​ເລືອດ​ຈີນ​ໃຫ້​ສຳ​ເລັດ 4 ​ເສັ້ນ! ​ເສັ້ນທຳ​ອິດ​ແຕ່​ປັກ​ກິ່ງ-ຊຽງ​ໄຮ ກໍ່​ແລ້ວ​ແຕ່​ເດືອນ​ມິຖຸນາ​ປີ​ກາຍ​ນີ້​ແລ້ວ, ສ່ວນ​ອີກ 3 ​ເສັ້ນຄື: ຈາກ​ປັກ​ກິ່ງ-ກວາງ​ໂຈ່​ວ, ປັກ​ກິ່ງ-ຮ່າ​ປິ່ນ​ ​ແລະ ຮ່າ​ປິ່ນ-ພາກ​ຕາ​ເວັນ​ອອກສຽງ​ເໜືອ ​ເຊື່ອມ​ໃສ່​ບັນດາ​ເມືອງ​ໃຫຍ່ໆ​ແຄມ​ທະ​ເລ​ຕາ​ເວັນ​ອອກ​ສຽງ​ໃຕ້​ກໍ່​ຈະ​ຂຸ້ນ​ຂ້ຽວ​ເຮັດ​ແລ້ວ​ລະ! ​ເຖິງ​ວ່າການ​ສ້າງ​ແຕ່​ເຊ້ຍ​ເໝິນ-​ເສິນ​ເຈິ້ນ ບໍ່​ທັນ​ແລ້ວ​ໃນ​ປີ​ນີ້​ແຕ່ວ່າ 4 ​ເສັ້ນທີ່​ເວົ້າມາ​ຫັ້ນກໍ່​ເລີ່​ມ​ເຮັດ​ໂລດ ​ເພາະວ່າ​ມັນ​ມີ​ປະ​ໂຫຍດ​ໃຫ້​ແກ່​ການ​ຫຼຸດ​ເວລາ​ເດີນທາງ ລະ​ຫ່ວາ​ງຕົວ​ເມືອງ​ໃຫຍ່​ຕ່າ​ງໆ​ລົງ​ໄດ້​ຫຼາຍ! ຕົວຢ່າ​ງວ່າ: ຈາກ​ປັກ​ກິ່ງ​ໄປ​ຫາ​ເສິນ​ເຈິ່ນກໍ່​ຈະ​ໃຊ້​ເວ​ລາ​ແຕ່ 8 ຊົ່ວ​ໂມງ, ດຽວ​ນີ້​ລົດ​ໄຟ​ທຳ​ມະ​ດາ​ໃຊ້​​ເວລາ​ມື້ໜຶ່ງ​ເຕັມໆ​ລະ! ຈາກ​ປັກ​ກິ່ງ​ໄປ​ຮ່າ​ປິ່ນ​ກໍ່​ຈະ​ຫຼຸດ​ຈາກ 9 ຊົ່ວ​ໂມງ​ເຫຼື​ອ​ແຕ່ 5 ຊົ່ວ​ໂມງ. ທ່ານ ຫວາງ ​ເໜິງສູ່ ຜູ້​ຊ່ຽວຊານ​ດ້ານ​ການ​ຂຸດ​ເຈາະ​ອຸ​ໂມງ​ບອກ​ວ່າ: ​ເສັ້ນທາງ 6 ພັນ​ກິ​ໂລ​ແມັດທີ່​ເຄີຍ​ຢຸດ​ສະ​ງັກຍ້ອນ​ບັນຫາ​ການ​ເງິນ​ຈະ​ມີ​ການ​ເລັ່ງຟື້ນ​ຟູ​ຄື​ໃນ​ປີ​ນີ້ ສ່ວນ​ງົບປະມານ​ນັ້ນກໍ່​ຈະ​ຄ່ອຍໆ​ຊອກ​ມາ​ເທື່ອ​ລະ​ໜ້ອຍ. ສ່ວນ ທ່ານ ຫຼູ ຕົງ​ຝູ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ລົດ​ໄຟ​ຂອງ​ຈີນ​ກໍ່​ບອກ​ວ່າ​ໃນ​ທ້າຍ​ປີ​ກາຍ​ນີ້​ວ່າ: ກະຊວງ​ມີ​ແຜນ​ໃຊ້​ງົບ 406 ຕື້​ຢວນ ​ໃນ​ໂຄງການ​ສ້າງ​ພື້ນຖານ​ໂຄງ​ລ່າງ​ຈຳນວນ 249 ​ໂຄງການ​ໃນ​ປີ​ນີ້! ​ແລະ​ງົບ​ຮ່ວງ​ນີ້​ລະ​ຈະ​ເອົາ​ມາ​ສຸມ​ໃສ່ສ້າງ​ລົດ​ໄຟ 63 ​ໂຄງການ​ໃຫ້​ແລ້ວ​ສົມບູນ ​ແລະ ​ໂຄງການ​ອື່ນ​ໆ​ອີກ 177 ​ໂຄງການ ລວມທັງ​​ເສັ້ນທາງ​ລົດ​ໄຟ​ທຳ​ມະ​ດາ​ໃໝ່ 9 ​ໂຄງການ​ນຳ. ​ແລ້ວ​ສະ​ເພາະ​ປີ​ນີ້​ທາງ​ກະຊວງ​ລົດ​ໄຟ​ຈີນ​ກໍ່​ມີ​ໂຄງການ​ໃໝ່​ອີກ 53 ​ໂຄງການ. ຟັງ​ເພງ​ກ່ອນ​ເນາະ​ແລ້ວ​ຈະ​ເວົ້າສູ່​ຟັງ

ເພງ

ກ່ອນ​ເປີ​ດ​ເພງ​ກໍ​ເວົ້າ​ເຖິງ​ວ່າ​ກະຊວງ​ທາງ​ລົດ​ໄຟ​ຈີນ​ມີ​ໂຄງການ​ໃໝ່​ໃນ​ປີ​ນີ້​ເຖິງ 53 ​ໂຄງການ ທ່ານ ຢາງ ຫາວ ສາດສະດາຈານ​ດ້ານ​ເສັ້ນທາ​ງລົດ​ໄຟ​ຂອງ​ມະຫາວິທະຍາ​ໄລ ​ເປີ​ຍຈິ່ງ ຈຽວ​ທົ່ງ ບອກ​ວ່າ: 53 ​ໂຄງການ​ໃໝ່​ນີ້​ຕ້ອງ​ໄດ້​ຮັບ​ອະນຸມັດ​ຈາ​ກຄະນະ​ກຳມະການ​ປະຕິ​ຮູບ​ແລະ​ພັດທະນາ​ແຫ່ງ​ຊາດ​ກ່ອນ​ຈຶ່ງ​ຈະ​ລົງ​ມື​ໄດ້, ສຳ​ຄັນ​ກໍ່​ແມ່ນ​ເລື່ອ​ງົບປະມານ​ນິລະ! ສ່ວນ​ສາດສະດາຈານ ຈ້າວ ຈ້ຽນ ຂອງ​ມະຫາວິທະຍາ​ໄລ ​ເປີ​ຍຈິງ ຈ່ຽນທົ່ງ ກໍ່​ບ​ອກວ່າ: ຂະນະ​ນີ້​ຍັງ​ບໍ່​ແນນ​ອນ​ເທື່ອ​ວ່າ​ກະຊວງ​ລົດ​ໄຟ​ຈະ​ເອົາ​​ເງິນ 4 ຕື້​ຢວນມາ​ແຕ່​ໃສ? ​ເພາະວ່າ​ຈະ​ຫາ​ໄດ້​ຈາກ​ກອງ​ທຶນ​ກໍ່ສ້າງ​ທາງ​ລົດ​ໄຟ​ໄດ້​ພຽງ 80 ຕື້​ຢວນ​ແລະ​ແຫຼ່ງອື່ນໆ​ອີກ!​ ​ໂຄງການ​ໃຫຍ່​ໂຕ​ຊ່ຳນີ້​ຕ້ອງ​ໃຊ້​ງົບປະມານ​ສູງ​ແທ້​ໄດ໋​ເນາະທ່ານ​ຜູ້​ຟັງ! ​ໄລ​ຍະ​ທາງ​ກໍ່​ບໍ່​ແມ່ນ​ດ້າມ​ພັນ, ສອງ​ພັນ​ກິ​ໂລ​ແມັດ​ໄດ໋!​ ຄັນ​ເວົ້າ​ເຖິງ​ການ​ສ້າງ​ຕາ​ໜ່າງທາງ​ລົດ​ໄຟ​ທຸກ​ປະ​ເພດ​ໃນ​ທົ່ວ​ປະ​ເທດ​ຈີນ​ແລ້ວ​ໃນ​ປີ 2015 ​ເພິ່ນ​ຈະ​ໄດ້​ທັງ​ໝົດ 120.000 ກິ​ໂລ​ແມັດ​ພຸ້ນ​ໄດ໋, ສະ​ເພາະ​ເສັ້ນທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ກໍ່​ໃຫ້​ໄດ້ຢ່າງ​ໜ້ອຍ 16.000 ກິ​ໂລ​ແມັດ! ​ໂອ, ຕ້ອງ​ໃຊ້​ທຶນ​ຢ່າງ​ມະຫາສານ​ອີ່ຫຼີ​ເນາະ!

ເພງ

ຂະນະ​ນີ້! ມື້​ນີ້​ໜຸ່ມ​ໃຫຍ່​ພວມ​ລົມ​ເລື່ອງ​ປີ​ນີ້​ຈີນ​ຈະ​ເລັ່ງສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຢູ່! ສະ​ເພາະ​ໜຸ່ມ​ໃຫຍ່​ກໍ່​ໄດ້​ໄປ​ສຳຜັດ​ມາ​ແລ້ວ​ອັນ​ລົດ​ໄຟ​ຄວາມ​ໄວ​ສູງ​ຫົວ​ແຫຼມ​ໆ​ຄື​ຫົວ​ຈະ​ຫຼວດນິ ​ເຕັກນິກ​ຂອງ​ຈີນ​ທັນ​ສະ​ໄໝ​ຫຼາຍ ທຽບ​ເທົ່າຫຼື​ທັນ​ສະ​ໄໝ​ກ່ວາ​ຂອງ​ໂລກ​ພຸ້ນ​ລະ! ລົດກໍ່​ງາມ ​ແລ່ນ​ກໍ່​ໄວ ຫ້​ອງກໍ່​ສະ​ອາດ ​ໂອ້​ໂຖງ ຕັ່ງ​ນອນ​ເທີ້ງ​ໄດ້ ໜຸ້ມສະອາດ​ດີ​ຫຼາຍ ການ​ບໍລິການ​ປານ​ຢູ່​ເທິງ​ຍົນ​ພຸ້ນ​ແລ້ວ ການ​ນຸ່ງ​ຖື​ຂອງ​ສາວ​ບໍລິການ​ກໍ່​ປານ​ສາວ​ອາກາດ​ພຸ້ນ​ລະ! ຄວາມ​ໜຸ້ມນີ້​ພິລຶກ​ຫຼາຍ! ​ໃນ​ປີ 2009-2010 ໜຸ່ມ​ໃຫຍ່​ຂີ່​ຈາກ​ປັກ​ກິ່ງ​ໄປ​ນະຄອນ​ທຽນ​ສິນ​ກໍ່​ມີ​ແຕ່ 30 ນາທີ​ກໍ່​ຮອດ​ແລ້ວ! ​ແລ່ນ​ໄວ​ແທ້ໆ ກໍ່ 300 ກວ່າ​ກິ​ໂລ​ແມັດ/ຊົ່ວ​ໂມງ​ພຸ້ນ​ແລ້ວ! ຄັນ​ລົດ​ໄຟ​ທຳ​ມະ​ດາ​ກໍ່​ເກື​ອບປະມານ 3 ຊົ່ວ​ໂມງ​ພຸ້ນ​ແລ້ວ​ຈຶ່ງ​ຮອດ! ຕອນ​ຂີ່​ຈາກ​ຊຽງ​ໄຮ​ໄປ​ຫາ​ປັກ​ກິ່ງກໍ່​ມີ​ແຕ່ 10 ຊົ່ວ​ໂມງ ຄັນ​ລົດ​ໄຟ​ທຳ​ມະ​ດາ​ກໍ່​ລື່ນ​ກັນ​ກາຍ​ເຄີ່ງ​ພຸ້ນ​ແລ້ວ​ຄວາມ​ໜຸ້ມນິຍົກ​ໂປ້​ໃຫ້​ເລີຍ, ​ໂຕະ​ກິນ​ເຂົ້າຢູ່​ທາງ​ໜ້າ​ເຮົາ​ຫັ້ນນະ​ໜຸ່ມ​ໃຫຍ່​ລອງ​ເອົາ​ແກ້ວ​ນ້ຳດື່ມ​ເອົາ​ຫົວຕັ້ງລົງ​ບໍ່​ລົ້ມ​ເລີຍ! ພິລຶກ​ບໍ່? ​ແລ້ວ​ສຽງ​ຢູ່​ໃນ​​ເກືອບ​ວ່າ​ບໍ່​ໄດ້ຍິນ​ຈັກ​ສຽ​ງ​ເລີຍ! ມີ​ໂຕ​ໜັງສື​ຈີນ-ອັງ​ກິດ ບອກ​ອາກາດ​ພາຍ​ນອກ​ພາຍ​ໃນ​ອີກ​ໄດ໋! ​ໃນ​ຂະນະ​ທີ່​ແລ່ນ​ຢູ່​ຊ້າ​ຫຼື​ໄວ​ຊ່ຳ​ໃດ​ກໍ່​ບອກ​ໝົດ, ​ໂອ່! ສະດວກ​ສະອາດ​ທັນ​ສະ​ໄໝ​ຫຼາຍ​ບໍ່​​ແອ​ອັດ​ຍັດ​ແຍ້​ກັນ​ອີກ! ມີ​ແຕ່​ລາຄາ​ຫັ້ນ​ແພງ​ເຕີບ​ເກືອບ​ຊ່ຳປີ້​ຍົນພຸ້ນ​ລະ! ຖື​ວ່າ​ລົດ​ໄຟ​ຄວາມ​ໄວ​ສູງ​ນິລ​ະ​ເປັນ​ຄູ່​ແຂ່ງທີ່​ເປັນຕາ​ຢ້ານ​ຂອງ​ສາຍ​ການບິນ​ຕ່າງໆ ​ເພາະ​ມັນ​ໄວ​ເກືອ​ບທໍ່​ກັບ​ຍົນ​ພຸ້ນ​ເດ! ຫຼ້າ​ສຸດ​ຈີນ​ພັດທະນາ​ໄວ​ຂື້ນ​ອີກ​ປະມານ 500 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ​ພຸ້ນ​ແລ້ວ! ​ແຕ່​ບາດ​ແລ່ນ​ຮັບ-ສົ່ງ​ຜູ້​ໂດຍສານ​​ແທ້ໆ​ແລ້ວ​ເພິ່ນ​ກໍ່​ບໍ່​ໄດ້​ແລ່ນ​ໄວ​ປານ​ໃດ​ດັອກ​ເພື່ອ​ປ້ອງ​ກັນ​ຄວາມ​ປອດ​ໄພ!
​ເພງ
ຈົບ