ຈຳກັດ​ຄວາມ​ຍາວ​ຂອງ​ຄຳ​ປາ​ໄສ​/​ຈຳ​ກັດ​ການ​ໃຊ້​ລົດ​ລັດ​ເພື່ອ​ຫຼຸດ​ມົນ​ລະ​ພິດ

(GMT+08:00) 2012-04-26 15:20:02     cri
ສະບາຍ​ດີ​ມິດ​ລາຍການ​ທີ່​ເຄົາລົບ​ຮັກ​ແພງ​ທຸ​ກໆ​ທ່ານ! 19 ​ໂມງ ທຸກ​ມື້​ໜຸ່ມ​ໃຫຍ່​ອາລົມ​ດີ​ຂໍ​ຕ້ອນຮັບ​ທ່ານ​ເຂົ້າສູ່​ບັນຍາກາດ​ຂອງ​ລາຍການ​ເບິ່ງ​ເມືອງ​ຈີນ!​ ພັບ​ກັນ​ມື້​ນີ້​ກໍ່​ແມ່ນ​ວັນ​ພະຫັດ, ທີ 23 ກຸມພາ 2012! ​ໃນ​ລາຍການ​ມື້​ນີ້​ໜຸ່ມ​ໃຫຍ່​ຈະ​ເອົາ​ເລື່ອງ​ເມືອງ​ຈີນ​ຈັກ 2-3 ​ເລື່ອງ​ມາ​ເວົ້າສູ່​ຟັງ​ກ່​ຽວກັບ​ພະນັກງານ​ລັດ​ໝົດ! ຄັນ​ມິດ​ລາຍ​ການ​ທ່ານ​ໃດ​ຕິດຕາມ​ລາຍການ​ນີ້​ເລື້ອຍໆ​ກໍ່​ອາດ​ເຄີຍ​ໄດ້​ຍິນ​ໜຸ່ມ​ໃຫຍ່​ເວົ້າສູ່​ຟັງ​ກ່ຽວ​ກັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ພະນັກງານ​ລັດ​ຢູ່​ຈີນ​ດີ​ຫຼາຍ ​ເງິນ​ເດືອນ​ກໍ່​ສູງ​ສົມ​ຄວນ ມີ​ນະ​ໂຍບາຍ ມີ​ສະຫວັດ​ດີກາ​ນຕ່າງໆ​ຫຼາຍ ຖ້າ​ບໍ່​ໃຊ້​ຈ່າຍ​ຫຼາຍ​ກໍ່​ສະບາຍ​ລະ ການ​ປິ່ນປົວ​ສຸຂະພາບ​ລັດ​ກໍ່​ເບິ່ງ​ແຍງ​ຄ່າ​ປິ່ນປົວ​​ເກືອບ​ໝົດ​ແລະ​ອື່ນໆ! ນັກ​ສຶກສາ​ຈີນ​ທີ່​ຮຽນ​ຈົບ​ໃໝ່ໆ​ໃນ​​ແຕ່ລະ​ປີ​ຫຼຸ​ຫຼັ່ງ​ທັ່ງ​ເທ​ກັນ​ໄປ​ສະໝັກ​ເປັນ​ພະນັກງານ​ລັດ ​ແຕ່​ໂຄ​ຕາ​ມັນ​ກໍ່​ຈຳກັດ​​​ແດ່! ​ໃຜ​ກໍ່​ຢາກ​ເປັນ​ລະ​ເນາະ​ເພາະ​ເປັນ​ອາ​ຊີບ​ທີ່​ໝັ້ນຄົງ ລ້ຽງ​ໂຕ​ເອງ​ໄດ້​ຢ່າງ​ສະບາຍ ມີ​ສະຫວັດດີ​ການ​ອີກ​ໃຜ​ຊິ​ບໍ່​ຢາກ​ເຮັດ​ເນາະ! ​ແ​ຕ່ວ່າ​ເລື່ອງ​ທີ່​ຈະ​ເວົ້າສູ່​ຟັງ​ຄືນ​ນີ້​ບໍ່​ແມ່ນ​ເລື່ອງ​ກ່ຽວ​ກັບ​ເງິນ​ເດືອນ​ຂອງ​ພະນັກງານ​ລັດ​ດັອກ! ​ແ​ຕ່ຈະ​​ເວົ້າ​ເຖິງ​ແນວ​ຄິດ​ລິ​ເລີ່​ມຂອງ​ນະຄອນ​ກວາງ​ໂຈ່​ວ ທີ່​ຕັ້ງຢູ່​ທາງ​ພາກ​ໃຕ້​ຂອງ​ຈີນ ຄື​ເພິ່ນ​ມີ​ແນວ​ຄິດ​ຈະ​ກຳຈັດ​ຄວາມ​ຍາວ​ຂອງ​ການ​ກ່າວ​ຄຳ​ປາ​ໄສ ຫຼື ກ່າວ​ຄຳ​ເຫັນ​ຂອງ​ເຈົ້າໜ້າ​ທີ່​ລັດ​ໃຫ້​ສັ້ນ​ເຂົ້າ! ​ແຕ່​ຕອນ​ນີ້​ຟັງ​ເພງ​ຊຸດ​ທຳ​ອິດ​ຈາກ​ລາຍການ​ກ່ອນ ​ເນ​າະ!

ເພງ

    ຜ່ານ​ໄປ​ສອງ​ເພງ 711477, 9300 ບັດ​ນີ້​ມາ​ເຂົ້າ​ເລື່ອງ​ທີ່​ຈະ​ລົມ​ສູ່​ຟັງ​ເລື່ອງ​ທຳ​ອິດ​ຄືນ​ນີ້​ແມ່ນ​ກ່ຽວ​ກັບ​ນະຄອນ​ກວາງ​ໂຈ່​ວຂອງຈີນ ​ເພິ່ນ​ມີ​ຄວາມ​ຄິດ​ລິ​ເລີ່​ມວ່າ: ບໍ່​ໃຫ້​ເຈົ້າໜ້າ​ທີ່​ລັດ​ກ່າວ​ຄຳ​ປາ​ໄສ ຫຼື ມີ​ຄຳ​ເຫັນ​ໃນ​ກອງ​ປະຊຸມ​ຍາວ​ເກີນ​​ໄປ​ມັນ​ໜ້າ​ເບື່ອ​ທັງ​ເມື່ອຍ​ພ້ອມ! ຢູ່​​ໃນ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງທີ 12 ຂອງ​ຄະນະ​ພັກ​ນະຄອນ​ກວາງ​ໂຈ່​ວ​ໃນຕົ້ນ​ເດືອນ​ນີ້ ທ່ານ ຫວານ ຊິ່ງຫຼຽງ ​ເລຂາ​ພັກ​ກວາງ​ໂຈ່​ວບອກ​ວ່າ: ​ເຈົ້າໜ້າ​ທີ່​ລັດ​ຄວນ​ຈຳກັດ​ຄຳ​ປາ​ໄສ​ຂອງ​ຕົນ​ເອງ​ຢ່າ​ໃຫ້​ມັນ​ຍາວ​ໂພດ ຄັນ​ກອງ​ປະຊຸມ​ໃຫຍ່​ສຳຄັນ​ກໍ່​ບໍ່​ຄວນ​ຮອດ 1 ຊົ່ວ​ໂມງ, ຄັນ​ກອງ​ປະຊຸມ​ທີ່​ມີ​ຄວາ​ມສຳຄັນ​ຫຼຸດ​ລົງ​ມາ​ກໍ່​ບໍ່​ຄວນ​ໃຫ້​ຮອດ 30 ນາທີ, ​ເພິ່ນ​ວ່າ: ດຽວ​ນີ້​ຂ້າພະ​ເຈົ້າກໍ່​ເປັນ​ແບບຢ່າງ​ຄົນ​ທຳ​ອິດ​ແລ້ວ​ເພາະວ່າ​ການ​ກ່າວ​ຄຳ​ປາ​ໄສ​ມີ​ແຕ່ 58 ນາທີວ່າ​ຊັ້ນ, ​ເພິ່ນ​ວ່າ​ບາງ​ເທື່ອ​ກ​ອງປະຊຸມ​ໜ້າ​ເບື່ອ​ແລະ​ເມື່ອຍ​ຂະໜາດຍ້ອນ​ເຈົ້າໜ້າ​ທີ່​ບາງ​ຄົນ​​ເວົ້າຍາວ​ໂພດ ​ເຫຼືອ​ເວລາ​ໄວ້​ໃຫ້ການ​ປຶກສາ​ຫາລື​ແກ້​ໄຂ​ບັນຫາ ຫຼື ຕັດສິນ​ໃຈ​ຮ່ວມ​ກັນ ​ເຫຼືອ​ເວລາ​ໄວ້​ໃຫ້​ໜ້ອຍ​ດຽວ! ກໍ່​ຖື​ວ່າ​ເປັນ​ກອງ​ປະຊຸມ​ທີ່​ບໍ່​ມີ​ປະສິດ​ທິພາ​ບ! ຕ້ອງ​ເວົ້າໜ້ອຍ ຫຼື ມີ​ຄຳ​ເຫັນ​ກ່າວ​ຄຳ​ປາ​ໄສ​ໃຫ້​ສັ້ນ​ເຂົ້າ ​ເພື່ອ​ຈົ່ງ​ເວລາ​ໄວ້​ໃຫ້​ແກ່​ການ​ອອກ​ຄຳ​ເຫັນ ປຶກສາ​ຫາລື ຕັດສິນ​ບັນຫາ​ໃຫ້​ຫຼາຍ! ຄື​ເປັນຄວາມ​ຄິດ​ລິ​ເລີ່​ມທີ່​ດີ​ໄດ​ເນາ​ະທ່ານ​ຜູ້​ຟັງ! ໜຸ່ມ​ໃຫຍ່​ກໍ່ຜູ້​ໜຶ່ງ​ລະ​ທີ່​ບໍ່​ມັກ​ຄົນ​ເວົ້ານ້ຳຖ້ວມ​ທົ່ງ ຫຼື ​ເວົ້າບໍ່​ເຊົາ​ຫາ​ບ່ອນ​ເອົາ​ບໍ່​ມີ​ມາ​ຫັ້ນນະ! ບາງ​ຄົນ​ເພິ່ນ​ດີ​ໃຈ​ໄດ​ວ່າ​ຕົນ​ເອງ​ສາມາດ​ເວົ້າ​ໄດ້​ດົນ​ໄດ້ຍາວ ວິ​ໄສ​ທັດ​ກ້ວາງ​ໄກວ່າ​ຊັ້ນ​ເດ່ ຄັັນ​ເວົ້າສັ້ນໝູ່​ຊິ​ວ່າ​ໂຕ​ເອງ​ບໍ່​ມີ​ຄວາມ​ຮູ້ ບໍ່​ມີ​ທິດ​ສະ​ດີ​ຫຼາຍ ຕັ້ງຂີ່​ແທ້​ຜູ້​ນັ່ງ​ຟັງ​ເບື່ອ​​ເກືອບ​ຕາຍ​ແລ້ວ! ບາງ​ຄົນ​ກໍ່​ເປັນຕາ​ຫົວ​ໄດ໋ ຄັນ​ໄດ້​ຂື້ນວ່າ​ຫຼື​ກ່າ​ວຄຳ​ປາ​ໄສ​ແລ້ວ​ເພິ່ນ​ບໍ່​ໄດ້​ສົນ​ໄດ​ວ່າ​ຜູ້​ຮ່ວມ​ປະຊຸມ​ສົນ​ໃຈ​ເລື່ອງທີ່​ເພິ່ນ​ເວົ້າຫຼືບໍ່? ກົ້ມໜ້າ​ເວົ້າງຸບໆ​ຢູ່​ແລ້ວ​ຊອກ​ບ່ອນ​ລົງ​ບ່ອນ​ສະຫຼຸບ​ບໍ່​ພໍ້ ​ເວົ້າ​ກ້ຽວ​ໄປ​ກ້ຽວ​ມາ​ຢູ່​ຫັ້ນ​ແລ້ວ ບາດ​ຜູ້​ປະຊຸມ​ຢູ່​ທາງ​ໜ້າ​ກໍ່​ລຳ​ຄານ​​ເກືອ​ບຕາຍ​ແລ້ວ ຜູ້ນັ່ງຢູ່​ທາງ​ຫຼັງ​ກໍ່​ລົມ​ກັນ​​ເສີຍ! ບັນຍາກາດ​ນີ້​ໜ້າ​ເບື່ອ​ອີ່ຫຼີ​ໄດ໋​ເນາະທ່ານ​ຜູ້​ຟັງ! ການ​ເວົ້າມັນ​ກໍ່​ຄວນ​ເວົ້າສັ້ນກະ​ທັດ​ຮັດ​ແຕ່​ໄດ້​ເນື້ອ​ໃນ ຜູ້​ຟັງ​ກໍ່​ສາມາດ​ຈັບ​ເອົາ​ຈຸດ​ສຳຄັນ​ໄດ້ ​ເພິ່ນ​ຈັ່ງ​ວ່າ​ເປັນ​ນັກ​ເວົ້າ​ເກັ່ງ! ​ເວົ້າ​ເລື່ອງ​ນີ້​ແລ້ວ​ຈົນ​ມີ​ເລື່ອງ​ຕະຫຼົກ​ໄດ໋ຢູ່​ລາວ​ເຮົາ​ແຕ່​ກີ້​ເຊີນ​ນາຍ​ບ້ານ​ຂື້ນ​ມີ​ຄຳ​ເຫັນ​ໃຫ້​ຄຳ​ໂອວາດ​ຕັກ​ເຕືອນ​ແກ່​ຄູ່​ບ່າວ-ສາວ, ນາຍບ້ານ​ໄດ້​ເວົ້າ​ໃສ່​ໄມ​ແລ້ວ​ບໍ່​ລົງ​ຈັກ​ເທື່ອ ບ່າວ​ສາວ​ເຈົ້າ​ໂຄດ​ລຸງ​ຕາ​ກໍ່​ຢືນ​ຢູ່​ກາງ​ເວທີ​ຈົນ​ປວດ​ຂາ ຜູ້​ມາ​ຮ່ວມ​ງານ​ດອງ​ກໍ່​ຈົນ​ລຳ​ຄານ ອາຫານ​ກໍ່​ຈົນ​ບູດ! ຍຸກ​ນີ້​ບໍ່​ຄວນ​ແລ້ວ​ບໍ່​ວ່າ​ໃຜ​ຄື​ກັນ ພະນັກງານ​ເຈົ້າໜ້າ​ທີ່​ລັດ​ທັງ​ສູນ​ກາງ​ກໍ່​ຄື​ທ້ອງ​ຖິ່ນ​ຕ້ອງ​ໄດ້​ພັດທະນາ​ການ​ເວົ້າ ການ​ກ່າວ​ຄຳ​ປາ​ໄສ​ໃຫ້​ກະທັດ​ຮັດ ​ເຂົ້າ​ໃຈງ່າຍ​ໄດ້​ເນື້ອ​ໃນ ມັນ​ຈັ່ງ​ຊິ​ແມ່ນ! ​ເອົາ, ຟັງ​ເພງ​ແລ້ວ​ຈະ​ກັບ​ມາ​ເວົ້າ​ເລື່ອງ​ການ​ຈຳ​ກັດ​ການ​ໃຊ້​ລົດ​ລັດ​ເພື່ອ​ຊ່ວຍຮັກສາ​ສະພາບ​​ແວດ​ລ້ອມ​ ຊ່ວຍ​ຫຼຸດ​ມົນ​ລະ​ພິດ​ທາງ​ອາກ​າດ!

ເພງ

ບັດ​ນີ້ຈະ​ລົມ​ເລື່ອງ​ທີ​ສອງ​ຂອງ​ຄືນ​ນີ້​ສູ່​ຟັງ​ກ່ຽວ​ກັບ​ຈີນຈຳກັດ​ການ​ນຳ​ໃຊ້​ລົດ​ລັດ​ນິລະ! ສຳນັກງານ​ອົງ​ການ ໜ່ວຍ​ງານ​ຂອງ​ລັດ​ຢູ່​ຈີນ​ດຽວ​ນີ້​ມີ​ການ​ຊຸກຍູ້​ໃຫ້​ຫຼຸດ​ໃຊ້​ລົດ​ລັດ​ໜຶ່ງ​ມື້​ຕໍ່​ອາທິດ ​ໂດ​ຍປ່ຽນ​ໝູນ​ໄປ​ຕາມ​ປ້າຍ​ທະບຽນ​ລົດ​ຫັ້ນລະ! ​ເພື່ອ​ເປັນ​ການ​ປະ​ຢັດ​ພະລັງງານ ທັງ​ຊ່ວຍ​ໂຄງການ​ຫຼຸດຜ່ອນ​ການ​ລະບາຍ​ມົນ​ລະ​ພິດ ທີ່​ຖືກ​ນຳ​ໃຊ້​ໃນ​ທົ່ວ​ຈີນ. ຜ່ານ​ມາ​ນີ້​ຫຼາຍ​ເມືອງ​ໃຫຍ່​ຢູ່​ຈີນມີ​ແຕ່​ຈຳກັດ​ການ​ແລ່ນ​ລົດ​ຂອງ​ລົດ​ເອກ​ກະ​ຊົນ ລົດ​ສ່ວນ​ຕົວ​ຕາມ​ປ້າຍ​ທະບຽນ ​ເພື່ອ​ຫຼຸດຜ່ອນ​ລົດ​ຕິດ ​ແລະ ມົນ​ລະ​ພິດ​ທາງ​ອາກາດ, ​​ແຕ່​ໂຄງການ​ໃໝ່​ນີ້​ແມ່ນ​ຄວາມ​ພະຍາຍາມ​ຂອງ​ລັດ​ຖະບານ​ຈີນ​ທີ່​ຕ້ອງການ​ປົກ​ປ້ອງ​ສະພາບ​ແວດ​ລ້ອມ ທັງ​ສົ່ງ​ເສີມ​ການ​ພັດທະນາ​ທີ່​ຍືນ​ຍົງ ສະນັ້ນຈຶ່ງ​ບໍ່​ຈຳ​ແນ​ກວ່າ​ລົດ​ລັດ ລົດ​ເອກ​ກະ​ຊົນ​ຕ້ອງ​ເຮັດຄືກັນ​ໝົດ ບໍ່​ແມ່ນ​ລົດ​ລັດ​ແລ້ວ​ຈະ​ບໍ່​ມີ​ອະພິສິດ​ອິກບໍ່​ໄດ້​ແລ້ວ​ຢູ່​ຈີນ​ນະ ​ແລະ​ເພິ່ນ​ວ່າ​ມັນ​ກໍ່​ເຖິງ​ເວລາ​ແລ້ວ ທີ່​ຕ້ອງ​ສ້າງ​ຄວາມ​ຖືກຕ້ອງ​ບໍ່​ແມ່​ນຊິ​ປ່​ອຍ​ໃຫ້​ລົດ​ລັດ​ມີ​ອະພິສິດ​ຢູ່​ຕະຫຼອດ, ​ເພາະວ່າ​ຄັນ​ຈຳ​ກັດ​ຈຳນວນ​ລົດ​ລັດ​ທີ່​ແລ້ວ​ຕາມ​ທ້ອງ​ຖະໜົນ​ແລ້ວ​ກໍ່​ຈະ​ຊ່ວຍ​ໄດ້​ຫຼາຍ! ​ເພາະວ່າ​ລົດ​ລັດ​ກໍ່​ມີ​ບັກ​ຫຼາຍໆ​ໄດ໋ທ່ານ​ຜູ້​ຟັງ! ​ແຕ່​ວ່າ​ຈຳນວນ​ທີ່​ຊັດ​ເຈນ​ກໍ່​ບໍ່​ຮູ້​ວ່າ​ດຽວ​ນີ້​ຢູ່​ຈີນ​ລົດ​ລັດ​ມີ​ຫຼາຍ​ໜ້ອຍ​ຊ່ຳ​ໃດ? ​ເອົາ, ຟັງ​ເພງ​ກ່ອນ​ແລ້ວ​ຈະ​ກັບ​ມາ​ລົມ​ຕໍ່.
​ເພງ
ຈົບ