ເຂດແຂວງທີ່ຍັງທຸກຍາກຂອງຈີນ

(GMT+08:00) 2012-04-26 15:32:29     cri
ສະບາຍດີມິດລາຍການທຸກ​ທ່ານ!​ພໍ​ຮອດ​ເວລາ​ນີ້​ໜຸ່ມ​ໃຫຍ່​ອາ​ລົມດີ​ກໍຂໍ​ນໍາພາ​ທ່ານ​ເຂົ້າສູ່​ບັນຍາກາດ​ຂອງ​ລາຍການ​ເບິ່ງເມືອງ​ຈີນ​ຂອງ CRI FM 93Mhzທຸກຄືນ​ພົບກັນ​ຢູ່​ທີ່​ນີ້​ເວລາ 19 ໂມງ!ຄັນເວົ້າ​ເລື່ອງ​ການ​ພັດທະນາ​ຂອງ​ປະເທດ​ຈີນ​ແລ້ວ ຜົນ​ສຳເລັດ​ກໍ່ສູງ​ຫຼາຍແບບ​ກ້າວກະໂດດ​ພຸ້ນລະ​ໃນ 30 ປິ​ຜ່ານມານີ້. ໂດຍ​ສະເພາະ 10 ປີຫຼັງ​ຜ່ານມາ​ນີ້​ແຮ່ງ​ໄປ​ແຮງ ຈົນ​ດຽວນີ້​ກໍ່​ກາຍ​ເປັນ​ປະເທດ​ທີ່​ມີ​ຂະໜາດ​ເສດຖະກິດ​ໃຫຍ່​ທີ່ສຸດ​ອັນດັບ 2 ຂອງ​ໂລກ​ແລ້ວ ຮອງຈາກ​ອາ​ເມລິກາ​ເທົ່າ​ນັ້ນ. ສະນັ້ນ​ລະ​ຈຶ່ງມີ​ຫຼາຍປະເທດ​ໂດຍ​ສະ​ເພາະ​ປະເທດ​ຕາ​ເວັນຕົກ ຕັ້ງ​ຄຳຖາມ​ຂື້ນ​ມາວ່າ: ເສດຖະກິດ​ຈີນ​ເຕີບ​ໂຕ​ໄວ​ປານ​ນີ້ ຍັງ​ຈະ​ຈັດ​ຈີນ​ຢູ່​ໃນປະເທດ​ພວມ​ພັດ​ທະ​ນາ​ຢູ່ຫວາ?​ ຄວນ​ເລື່ອນ​ຈີນ​ໄປ​ເປັນ​ປະເທດ​ທີ່​ພັດທະນາ​ແລ້ວ​ບໍ່? ​ເພື່ອ​ຈະ​ໄດ້​ແບບ​ຫາບພາລະ​ຂອງ​ໂລກ​ຊ່ວຍ​ກັນ​ຫຼາຍຂື້ນ! ແຕ່​ສະ​ພາບ​ຕົວຈິງ​ແລ້ວ​ເປັນ​ແນວໃດ​ແມ່ນ​ຢູ່​ວ່າ​ບັນດາ​ເຂດແຂວງ​ທາງດ້ານ​ຕາເວັນອອກ ດ້ານໃຕ້ ທີ່ຕິດ​ກັບ​ທະເລ ແລະຈະ​ເລີນໄວ​ຫຼາຍ ແຕ່ວ່າ​ບັນດາ​ເຂດແຂວງ​ທາງ​ດ້ານ​ຕາເວັນຕົກ​ຂອງ​ປະເທດ​ກໍ່​ຍັງຢາກ​ທຸກຫຼາຍ​ດ້ອຍ​ພັດທະນາ​ຫຼາຍ​ຄືກັນ ສະນັ້ນ​ລະ​ຈີນ​ຈຶ່ງບໍ່​ສາມາດ​ຮັບວ່າ​ຕົນເອງ​ເປັນ​ປະເທດ​ທີ່​ພັດທະນາ​ແລ້ວໄດ້! ແລະວຽກ​ບຸລິ​ມະສິດ​ຂອງ​ລັດຖະບານ​ຈີນ​ດຽວນີ້​ກໍ່​ແມ່ນ​ເລັ່ງ​ພັດທະນາ​ພາກຕາເວັນ​ຕົກ​ໃຫ້​ໄວ​ຂື້ນ!​ ກໍ່​ຄືຄໍາ​ແນະນໍາ​ຂອງ​ທ່ານ ເຕີ້ງ ສ້ຽວຜິງ ໃນອະດີດ​ທີ່​ບອກ​ວ່າ: ການ​ປະຕິຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ ຈຳເປັນ​ຕ້ອງປ່ອຍ​ໃຫ້​ບາງຄົນ ບາງເຂດ​ຮັ່ງມີ​ຂື້ນ​ກ່ອນ ແລ້ວ​ຈຶ່ງເອົາ​ທຶນຮອນ​ນຳ​ບ່ອນຮັ່ງ​ກ່ວານັ້ນ​ມາ​ຊ່ວຍ​ພັດທະນາ​ເຂດ​ທີ່​ທຸກຍາກ​ຫຼາຍ! ເຂດທີ່​ຍັງ​ທຸກຍາກ​ຫຼາຍ​ກໍ່​ໝາຍ​ເຖິງ​ເຂດ​ພາກຕາ​ເວັນຕົກ​ນີ້ລະ​ທ່ານຜູ້ຟັງ!​ ພາກຕາ​ເວັນຕົກ​ຂອງຈີນ​ກໍ່​ກວມ​ເອົາ 12 ເຂດແຂວງຄື: ຊິ່ນຈ່ຽງ, ຕິເບດ, ມົງໂກນ, ກວາງຊີ, ໝິງເຊຍ, ກ່ານຊູ, ຊິ່ງຫາຍ, ເສສວນ, ຈຸ່ງກິ່ງ, ສານຊີ່, ກຸ້ຍໂຈ່ວ ແລະ ຢູນນານ. ເພິ່ນຈະເລັ່ງ​ພັດທະນາ​ແນວໃດ? ຟັງເພງ​ຊຸດທຳອິດກ່ອນ​ເນາະ​ແລ້ວ​ຈະ​ກັບມາ​ເວົ້າສູ່ຟັງ!

ເພງ

ສອງເພງ​ທຳອິດ​ຈາກ​ລາຍການ​ເບິ່ງເມືອງ​ຈີນ​ຜ່ານໄປ!​ ຢາກຮູ້​ເລື່ອງ​ຫຍັງ​ກ່ຽວກັບ​ຈີນ ຫຼື ມີ​ຄຳຄິດ​ເຫັນຫຍັງ​ໂທ​ເຂົ້າ​ມາ​ຕັ້ງໂຕະ 711477 ເດີ້ທ່ານຜູ້ຟັງ ຂໍ້​ຄວາມສັ້ນ........................,ບັດນີ້​ໜຸ່ມໃຫຍ່​ຈະມາ​ເວົ້າ​ສູ່ຟັງວ່າ​ລັດຖະບານ​ຈີນເພິ່ນ​ຈະເລັ່ງ​ພັດທະນາເຂດ​ທີ່​ຍັງ​ທຸກຍາກ​ຄື​ພາກ​ຕາເວັນຕົກ​ຂອງ​ຈີນ​ແນວໃດ? ​ໃນ​ທ້າຍ​ເດືອນ ກຸມພາ ປີນີ້​ສະພາ​ລັດຖະ​ມົນຕີ​ຂອງ​ຈີນ ເພິ່ນ​ກໍ່ໄດ້​ຮັບ​ຮອງ​ເອົາ​ແຜນເລັ່ງ​ພັດທະນາ​ພາກຕາເວັນຕົກ​ແຕ່​ນີ້​ຮອດ​ປີ 2015 ເພື່ອ​ຫຼຸດ​ຊ່ອງຫ່ວາງ​ຂອງ​ການ​ພັດທະນາ ລະຫວ່າງ​ຕົວເມືອງ​ກັບ​ຊົນ​ນະບົດ ແລະ ລະຫ່ວາງ​ເຂດແຂວງ​ຕ່າງໆ! ​ເປົ້າໝາຍ​ທີ່​ເພິ່ນ​ຕັ້ງໄວ້​ກໍ່​ແມ່ນ ເນັ້ນການ​ເຕີບໂຕ​ທາງ​ດ້ານ​ເສດຖະກິດ, ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ຮັກສາ​ສະພາບ​ແວດລ້ອມ, ການ​ບໍລິໂພກ​ປະຊາຊົນ ແລະ​ຍົກ​ລະດັບ​ຊີວິດ​ການເປັນຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂື້ນ​ໂດຍ​ໄວ ເພາະ​ວ່າດຽວ​ນີ້​ມັນ​ຍັງຫ່າງ​ໄກ​ກັບ​ເຂດແຄມ​ທະເລ ແລະ ພາກ​ຕາເວັນ​ອອກຫຼາຍ. ແຜນເລັ່ງ​ການ​ພັດທະນາ​ນີ້ ເພິ່ນ​ຈະເຮັດ​ໃຫ້ລາຍ​ໄດ້​ຂອງ​ປະຊາຊົນ ແລະ ການເຕີບ​ໂຕ​ທາງ​ເສດຖະກິດ​ຂອງ​ພາກຕາເວັນຕົກ​ໃຫ້ສູງ​ຂື້ນ​ກ່ວາ​ເຂດອື່ນ​ຂອງ​ປະເທດ!​ ທາງລົດ​ໄຟ​ປະມານ 15,000 ກິໂລແມັດ ກໍ່ຈະເລີ່ມ​ນຳໃຊ້. ​ຈຳນວນ​ປະຊາຊົນ​ທີ່ອາໄສ​ຢູ່​ຕົວເມືອງ​ນ້ອຍໃຫຍ່ ກໍ່ຈະກວມ 45% ຂອງ​ພົນລະ​ເມືອງ​ທັງໝົດ​ຂອງ​ພາກ​ຕາເວັນຕົກ! ການເລັ່ງ​ພັດທະນາ​ເທື່ອນີ້​ກໍ່​ກ່ຽວພັນ​ໄປ​ເຖິງ​ການ​ຮັກສາ​ສະພາບ​ແວດລ້ອມ ປະຢັດ​ການ​ໃຊ້​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ນຳ​ໄດ໋! ຄື​ແຕ່​ປີ 2010 ມາ​ນີ້​ພາກ​ຕ​າ​ເວັນ​ຕົກ​ກໍ່​ໄດ້​ຫຼຸ​ດການ​ນຳ​ໃຊ້​ພະລັງງານນຕໍ່ຫົວ​ຄົນ​ລົງ​ໄດ້ 15% ​ແລະ​ຈະ​ສືບ​ຕໍ່​ຫຼຸດ​ລົງ​ໄປ​ອີກ. ສ່ວນ​ການ​ນຳ​ໃຊ້​ນ້ຳກໍ່​ຈະ​ພາ​ຍາ​ຍາມ​ໃຫ້​ຫຼຸດ​ການ​ນຳ​ໃຊ້​ລົງ​ໃຫ້​ໄດ້ 30% ຮອດ​ປີ 2015 ​ເພິ່ນ​ກໍ່ຕັ້ງ​ເປົ້າວ່າ​ໃຫ້​ປ່າ​ໄມ້​ປົກ​ຄຸມ​ພາກ​ຕາ​ເວັນ​ຕົກ​ໃຫ້​ໄດ້​ເກືອບ 1/5 ຂອງ​ເນື້ອ​ທີ່​ທັງ​ໝົດ. ​ເວົ້າ​ແທ້​ຈີນ​ເລີ່​ມ​ເອົາ​ໃຈ​ໃສ່​ພັດທະນາ​ພາກ​ຕາ​ເວັນ​ຕົກ​ຢ່າງ​ຈິງ​ຈັງ ກໍ່​ເລີ່ມມາ​ແຕ່​ປີ 2000 ພຸ້ນ​ລະ ​ເພາະວ່າ​ເລີ່​ມມີ​ທຶນຮອນ​ຫຼາຍ​ລະ​ເດ! ​ເງິນ​ເຂົ້າຄັງ​ລັດຖະບານ​ດີ ບໍ່​ຮົ່ວ​ບໍ່​ໄຫຼ ລັດຖະບານ​ກໍ່​ຮັ່ງມີ. ​ແລ້ວ​ກໍ່​ມີ​ເງິນ​ໄປ​ພັດທະນາ​ບ່ອນ​ທຸກ! ຄັນ​​ເງິນ​ຮົ່ວ​ໄຫຼ​ເຂົ້າຖົງ​ສ່ວນ​ຕົວ​ຫຼາຍ ລັດຖະບານ​ກໍ່​ທຸກ​ແລ້ວ​ຊິ​ເອົາ​ເງິນ​ໃສ​ໄປ​ພັດທະນາ​ລະ​ເນາະ? ຢາກ​ສ້າງ​ກໍ່​ມີ​ແຕ່​ຂໍ​ຄວາ​ມຊ່ວຍ​ເຫຼືອ​ລ້າ ຫຼື ກູ້​ຢືມ ສ້າງ​ໜີ້​ສິນ​ໄລຍະ​ຍາວ​ໃຫ້​ປະຊາຊົນ​ທໍ່​ນັ້ນ​ແລ້ວ!​ ມືນ​ຕາ​ເບິ່ງ​ໂລກ​ປັບ ຍັງ​ບໍ່​ຮູ້​ອີ້​ໂນ​ອີ້​ເນ​ຫຍັງ ມີ​ໜີ້​​​ແລ້ວ! ​ເຮັດ​ແນວ​ນັ້ນບໍ່​ເປັນ​ໄດ​ເນາະ! ​ເອົາ, ​ຟັງ​ເພງ​ກ່ອນ​ເນາະ​ແລ້ວ​ຈຶ່ງ​ມາ​ລົມ​ກັນ​ຕໍ່​ເລື່ອງ​ການ​ເລັ່ງພັດທະນາ​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ​ຕໍ່!

ເພງ

ຂະນະ​ນີ້​ທ່ານ​ພວມຟັງ​ລາຍການ​ເບິ່ງ​ເມືອງ​ຈີ​ນທີ່​ໜຸ່ມ​ໃຫຍ່​ອາລົມ​ດີ​ເປັນຄົນ​ຈັດ​ໃຫ້​ຟັງຢູ່! ຄືນ​ນີ້​ໜຸ່ມ​ໃຫຍ່​ພວມ​ລົມ​ເລື່ອງ​ການ​ເລັ່ງພັດທະນາ​ພາກ​ຕ​າ​ເວັນ​ຕົກ​ຂອງ​ຈີນ​ຢູ່! ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ​ອຸດົມສົມ​ບູນ​ໄປ​ດ້ວຍ​ຊັບ​ພະຍາກອນ​ທຳ​ມະ​ຊາດ​ໄດ໋ທ່ານ​ຜູ້​ຟັງ!​ ​ແຕ່​ພັດທະນາ​ຊ້າ​ກ່ວາ​ເຂດ​​ແຄມ​ທະ​ເລ ​ແລະ ພາກ​ຕ​ເວັນ​ອອກ​ຫຼາຍ. ຊ່ອງ​ຫວ່າງ​ການ​ພັດທະນາ​ຫ່າງ​ໄກ​ກັນຄົນ​ລະ​ເລື່ອງ​ເລີຍ​ລະ! ​ໃນ​ລະຫວ່າງ 2006-2010 ​ເສດຖະກິດ​ຂອງ​ພາກ​ຕາ​ເວັນ​ຕົກ​ຂະຫຍາຍຕົວ​ສະ​ເລ່ຍ 13.6% ມີ​ຖະໜົນ​ຫົນທາງ 365.000 km, ທາງ​ລົ​ດ​ໄຟ 8000 km, ​ແຕ່​ວ່າ​ຮອດ​ປີ 2015 ​ເພິ່ນ​ຈະ​ໃຫ້​ທາງ​ລົດ​ໄຟ​ມີ 15.000 km ພຸ້ນ​ໄດ໋! ບັດ​ນີ້​ຈະ​ພາ​ລົງ​ເລິກ​ໄປ​ເບິ່ງ​ການ​ພັດທະນາ​ຂອງ​ແຂວງ ກຸ້ຍ​ໂຈ່​ວ ທີ່ຢູ່​ພາກ​ຕ​າ​ເວັນ​ຕົກ​ສ່ຽວ​ໃຕ້​ຂອງ​ຈີນ ທີ່​ເປັນ​ແຂວງ​ໜຶ່ງ​ທີ່​ທຸກ​ຍາກ​ທີ່​ສຸດ​ຂອງ​ຈີນ. ລັດຖະບານ​ຈີນ​ວາງ​ແຜນ​ພັດທະນາ​ແຂວງ​ນີ້​ເພື່ອ​ໃຫ້​ປະຊາຊົນ​ຫຼຸດ​ພົ້ນຄວາມ​ທຸ​ກຍາກ​ໃຫ້​ໄດ້ຫຼາຍ​ລ້ານ​ຄົນ! ບັນ​ຫາ​ຕົ້ນຕໍ​ຂອງ​ກຸ້ຍ​ໂຈ່​ວມີ 2 ອັນ​ຄື: ຄວາມທຸກ​ຍາກ ກັບ ຄວາມ​ດ້ອຍ​ພັດທະນາ, ສະນັ້ນຈຶ່ງ​ຕ້ອງ​ໄດ້​ພັດທະນາ​ຢ່າງ​ຈິງ​ຈັງ​ເພື່ອ​ຄວາມ​ຜາ​ສຸກ​ລວມຂອງ​ຊາດ! ອັນ​ນີ້​ແມ່ນ​ຄຳ​ເວົ້າຂອງ​ທ່ານ ຕູ້​ຍິງ, ຮອງ​ປະທານ​ຄະນະ​ກຳມະການ​ປະຕິ​ຮູບ​ແລະ​ພັດທະນາ​ແຫ່ງ​ຊາດ! ລັດ​ຖະບານ​ຈີນຈະ​ສຸມ​ໃສ່​ພັດທະນາ ກຸ້ຍ​ໂຈ່​ວດ້ວຍ 176 ​ໂຄງການ​ກໍ່ສ້າງ​ໃຫຍ່, ທັງ​ເພີ່ມ​ການ​ລົງທຶນ, ຫຼຸ​ດພາສີ​ໃຫ້​ພາກ​ທຸລະ​ກິດ​ເພື່ອ​ຊ່ວຍ​ລັດ​ພັດທະນາ! ປີ​ນີ້​ລາຍ​ຮັບ​ສະ​ເລ່ຍຕໍ່​ຫົວ​ຄົນ​ຂອງ​ແຂວງ​ກຸ້ຍ​ໂຈ່​ວ​ແມ່ນ​ຕ່ຳ​ກ່ວາ 2000 ​ໂດ​ລາ. ປະມານ 16 ລ້ານ​ກີ​ບ, ຮອດ​ປີ 2015 ຕ້ອງ​ໃຫ້​ໄດ້ປະມານ 5000 ​ໂດ​ລາ​ຕໍ່​ຄົນ​ຕໍ່​ປີ! ຫຼື​ປະມານ 40 ລ້ານ​ກີບ! ທ່ານ ຈາວ​ເຄີ້ຊີ່ ​ເຈົ້າ​ແຂວງ ​ກຸ້ຍ​​ໂຈ່ວ ບອກ​ວ່າ ກຸ້ຍ​ໂຈ່​ວ ບອກ​ວ່າ ​ແຂວງ​ເພິ່ນ​ພັດທະນາ​ຊ້າ​ກ່ວາ​ແຂວງ​ອື່ນ​ໃນປະ​ເທດ​ປະມານ 8 ປີ! ​ລາຍຮັບ​ສະ​ເລ່ຍຂອງ​ປະຊາຊົນ​ກຸ້ຍ​​ໂຈ່​ວ ຄັນ​ທຽບ​ໃສ່​ກັບ​ຊຽງ​ໄຮ​ແລ້ວ​ມີ​ແຕ່ 1/6 ​ເອົາ, ຟັງ​ເພງ​ກ່ອນ​ແລ້ວ​ຈະ​ມາ​ລົມ​ສູ່​ຟັງ​ວ່າ​ຕື່ມ​ກ່ຽວ​ກັບ​ສະພາບ​ຄວາມ​ທຸກ​ຍາກ​ຂອງ​ແຂວງ​ກຸ້ຍ​​ໂຈ່​ວຕື່ມ! ​ແຂວງ​ນີ້​ປີ 2009 ໜຸ່ມ​ໃຫຍ່​ກໍ່​ເຄີຍ​ໄປມາ​ແລ້ວ, ​ເມືອງ​ເອກ​ເພິ່ນ​ກໍ່​ແມ່ນ ກຸ້ຍ​ຢ້າງ! ຟັງ​ເພງ​ກ່ອນ​ເນາະ!

ເພງ

ບັດ​ນີ້​ມາ​ຮູ້​ສະພາບ​ຄວາມທຸກ​ຍາກ​ຂອງ​ແຂວງ​ກຸ້ຍ​ໂຈ່​ວຕໍ່​ເນາະ! ​ແຂວງ​ນີ້​ຄັນ​ເວົ້າ​ເຖິງ​ເນື້ອ​ທີ່​ກໍ່​ບໍ່​ໃຫຍ່​ທໍ່​ລາວ​ດັອກ! ຄື​ມີ​ເນື້ອ​ທີ່ 170.000km, ​ແຕ່​ພົນລະ​ເມືອງ​ດຽວ​ນີ້​ເກືອບ 40 ລ້ານ​ຄົນ​ພຸ້ນ​ໄດ໋! ​ແຕ່​ວ່າ​ໃນ​ຫັ້ນປະມານ 15 ລ້ານ​ຄົນ​ຍັງ​ດຳລົງ​ຊີວິດ​ຢູ່​ກ້ອງ​ເສັ້ນທຸກ​ຍາກ​ຂອງ​ປະ​ເທດ ​ເພາະວ່າ​ປີ​ກາຍ​ນີ້​ຈີນ​ໄດ້​ຍົກ​ລະດັບ​ເສັ້ນຄວາມທຸກ​ຍາກ​ຂື້ນ​ສູງ​ອີກ​ຄື​ຈາກ​ລາຍ​ຮັບ​ຕໍ່​ປີ 1.274 ຢວນ ​ໃນ​ປີ 2010 ຂື້ນ​ມາ​ເປັນ 2.300ຢວນ ຕໍ່ປີ ຫຼື ປະມານ 356 ​ໂດ​ລາຕໍ່​ປີ! ຄັນ​​ໃຜ​ໄດ້​ຕ່ຳ​ກ່ວາ​ນີ້​ຖື​ວ່າ​ຍັງ​ທຸກ​ຍາກ​ຢູ່!​ 2.300% ກໍ່​ປະມານ 2 ລ້ານ 7 ​ແສນ​ກ່ວາ​ກີບ​ນິລະ!​ ທ່ານ ຕູ່​ຢິງ ຮອງ​ປະທານ​ຄະນະ​ກຳມາ​ທິການປະຕິ​ຮູບ​ແລະ​ພັດທະນາ​ຂອງ​ຈີນ​ບອກ​ວ່າ: ຄັນ​ກຸ້ຍ​ໂຈ່​ວ ​ເຮັດ​ໃຫ້​ປະຊາຊົນ​ຫຼຸດ​ພົ້ນຈາກ​ຄວາມ​ທຸກຍາກ​ບໍ່​ໄດ້ ມັນ​ກໍ່​ຄື​ຈີນ​ບໍ່​ປະສົບ​ຜົນສຳ​ເລັດ​ຄື​ກັນ! ອື່, ​ເປັນ​ຄຳ​ເວົ້າທີ່​ໜ້າ​ຟັງ​ຫຼາຍ ສະ​ແດງ​ເຖິງ​ຄວາມ​ຫ່ວງ​ໄຍຂອງ​ພັກ ຂອງ​ລັດ​ຕໍ່​ທຸກ​ເຂດ​ແຂວງ ບໍ່​ພັດທະນາ​ບາງ​ແຂວງ ​ແລ້ວ​ຖິ້ມບາງ​ແຂວງ!​ ທ່ານ ຕູ້​ຢິງ ບອກ​ວ່າ ກຸ້ຍ​ໂຈ່​ວມີ​ຊັບພະຍາກອນທຳ​ມະ​ຊາດ​ຫຼາຍ​ຢູ່ ​ເປັນ​ທ່າ​ແຮງ​ໃຫ້ການ​ພັດທະນາ, ການ​ເລັງ​ພັດທະນາ​ແຂວງກຸ້ຍ​ໂຈ່​ວ ​ເປັນ​ວຽກ​ທີ່​ສຳຄັນ​ຫຼາຍ​ເພື່ອ​ຮັກ​ສາ​ຄວາມ​ເອກະ​ພາບ​ເຜົ່າ​ຕ່າງໆ ​ແລະ​ຮັກສາ​ຄວາມ​ປອງ​ດອງ​ກົມກຽວ​ກັນ​ຂອງ​ສັງຄົມ. ​ເພາະວ່າ​ຢູ່​ແຂວງ​ນີ້​ປະຊາຊົນ​ຫຼາຍ​ກ່ວາ 1/3 ​ແມ່ນ​ເປັນ​ເຜົ່າ​ສ່ວນ​ໜ້ອຍ ບໍ່​ແມ່ນ​ເຜົ່າ​ຮັ້ນ. ​ເຜົ່າ​ຮັ້ນກໍ່​ແມ່ນ​ຄົນ​ຈີນ​ນິລະ​ທ່ານ​ຜູ້​ຟັງ! ນອກ​ນັ້ນຢູ່​ຈີນ​ເພິ່ນ​ເອີ້ນ​ວ່າ ຊົນ​ເຜົ່າ​ສ່ວນ​ໜ້ອຍ! ​ເຜົ່າ​ມົ້ງ, ​ເຜົ່າ​ໄຕ, ​ເຜົ່າ​ອີ, ​ເຜົ່າ​ເຕີ​ອາງ ຫຼື ​ເຜົ່າ​ອື່ນໆ​ເອີ້ນ​ວ່າ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ໝົດ​ລະຢູ່​ຈີນ​ນະ! ​ເພື່ອ​ເລັ່ງພັດທະນາ​ໃຫ້​ຫຼຸດຜ່ອນ​ຄວາມທຸກ​ຍາກ​ຕາມ​​ແຜນການ​ນີ້ ປີ​ນີ້​ແຂວງ​ກຸ້ຍ​ໂຈ່​ວ ຈະ​ລົງ​ທຶນ 1 ຕື້ 200 ລ້ານ​ຢວນ​ເພື່ອດຳ​ເນີນ​ໂຄງການ​ຈັດ​ສັນພູ​ມລຳ​ເນົາ ທີ່​ຢູ່​ອາ​ໄສ​ໃຫ້​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຄືນ​ໃໝ່, ​ໂດຍ​ສະ​ເພາະ​ໃຫ້​ເຂົາ​​ເຈົ້າຍ້າຍ​ຈາກ​ບ່ອນ​ທຳ​ການ​ຜະລິດ​ຍາກ ​ໄປສູ່​ບ່ອນ​ທີ່​ສະດວກ​ເໝາະ​ສົມ! ຍ້າຍ​ມາ​ກໍ່​ຈະ​ມີ​ເງິນ​ປະກັນ​ໄພ​ໃຫ້, ຜູ້​ອາຍຸ​ລະ​ຫ່ວາງ 40-50 ປີ ກໍ່​ຈະ​ຊອກ​ອາຊີບ​ໃຫ້ ພ້ອມ​ທັງ​ຝຶກ​ອາຊີ​ບຝຶກ​ສີ​ໄມ້​ລາຍ​ມື​ໃຫ້​ຊາວ​ໜຸ່ມ​ພ້ອ​ມ! ​ເອົາ, ຟັງ​ເພງ​ມ່ວນໆ​ອີກ​ກ່ອນ​ແລ້ວຈະ​ມາ​ເວົ້າ​ເລື່ອງ​ການ​ສ້າງ​ທາງ​ລົດ, ທາງ​ລົດ​ໄຟ​ເຊື່​ອມຕໍ່​ຊົນນະບົດກັບ​ຕົວ​ເມືອງ​ຢູ່​ແຂວງ​ກຸ້ຍ​ໂຈ່​ວ! ທີ່​ເປັນ​ໂຄງການ​ໜຶ່ງ​ເພື່ອ​ຫຼຸດຜ່ອນ​ຄວາ​ມທຸກ​ຍາກ​ຂອງປະຊາຊົນ

ເພງ

 ບັດ​ນີ້​ຈະ​ລົມ​ສູ່​ຟັງ​ໂຄງການ​ໃຫຍ່​ສ້າງ​ທາງ​ລົດ​ໄຟ​ສາຍ​ດ່ວນ ​ເ​ຊື່​ອມຕໍ່​ຕົວ​ເມືອງ​ກັບ​ຊົນນະບົດ​ໃນ​ແຂວງ​ກຸ້ຍ​​ໂຈ່​ວ ທີ່​ຈະ​ຊ່ວຍ​ພັດທະນາ​ແຂວງ​ນີ້​ໃຫ້​ໄວ​ຂື້ນ! ດຽວ​ນີ້​ເພິ່ນ​ພວມ​ສ້າງ​ທາງ​ລົດ​ໄຟ​ດ່ວນ ຈາກ​ກຸ້ຍ​ຢ້າງ ​ເມືອງ​ເອກ​ຂ​ອງ​ແຂວງ​ກຸ້ຍ​ໂຈ່​ວ ​ໄປ​ຫາ ກວາງ​ໂຈ່​ວ ທີ່​ເປັນ​ເມືອງ​ເອກ​ຂອງ​ແຂວງ ກວາງ​ຕຸ້ງ ຍາວ 857 km ຖື​ວ່າ​ເຊື່​ອມ​ແຂວງ​ທຸກ​ກັບ​ແຂວງ​ເສດຖະກິດ​ພັດທະນາ​ໄວ​ເຂົ້າກັນ ​ເພື່ອ​ຊ່ວຍ​ແຂວງ​ກຸ້ຍ​​ໂຈ່ວ ​ໃຫ້​ພັດທະນາ​ໄວ​ທັນ​ກັບ​ແຂວງ​ອື່ນ! ຮອດ​ປີ 2014 ກໍ່ຈະ​ສຳ​ເລັດ​ແລ້ວ ລົງທຶນ​ເກື​ອບ 86 ຕື້​ຢວນ ຫຼື ປະມານ​ເກື​ອບ 13 ຕື້​ໂດ​ລາ​ພຸ້ນລະ! ຄວາມ​ໄວ​ຂອງ​ລົດ​ໄຟ​ສາຍ​ນີ້ 200km/h ຫຼຸດ​ລົດ​​ໄຟ​ຄວາມ​ໄວ​ສູ​ງໜ້ອຍ​ດຽວ​​ເນາະ! ​ເບິ່ງ​ແລ້ວ​ແຂວງ​ກຸ້ຍ​​ໂຈ່​ວຂອງ​ຈີນ​ກໍ່​ມີ​ສະພາບ​ພູມ​ມີ​ປະ​ເທດ​ຄ້າຍໆ​ຄື​ກັບ​ລາວ​ນິລະ!​​ ຊົນ​ເຜົ່າ​ສ່ວນ​ໜ້ອຍ​ກໍ່​ຫຼາຍ ​ເປັນ​ເຂດ​ພູດ​ອຍຫ່າງ​ໄກ​ສອກຫຼີກ ບັນຫາ​ຕົ້ນຕໍ​ກໍ່​ແມ່ນ​​ເສັ້ນທາງ​ຄົມມະ​ນາ​ຄົມ​ບໍ່​ລຸ​ໂລ່ງ​​ໄປ​ຫາ​ຊົນນະບົດ​ນິລະ! ຈຶ່ງ​ເຮັດ​ໃຫ້ການ​ພັດທະນາ​ຍາກ​ຫຼາຍ ປະຊາຊົນ​ກໍ່​ເລີຍ​ຍັງ​ທຸກ​ຫຼາຍຢູ່ ​ແຂວງ​ກຸ້ຍ​ໂຈ່​ວ ດ້ານ​ຕາ​ເວັນ​ອອກ​ຕິດ​ກັບ​ແຂວງ ຫູ​ໝານ, ຕ້ານ​ໃຕ້​ຕິດ​ກັບ​ເຂດ​ປົກຄອງ​ຕົນ​ເອງ ​ເຜົ່າ​ຈ້ວງ​ກວາງຊີ, ທິດຕາ​ເວັນ​ຕົກ​ຕິດ​ກັບ​ແຂວງ ຢູນນານ ​ແລະ​ທິດ​ເໜືອ​ຕິດ​ກັບ​ແຂວງ ​ເສ​ສວນ ​ແ​ລະກຳ​ແພງ​ນະຄອນ​ຈຸ່ງ​ກິ່ງ. ດຽວ​ນີ້​ລັດຖະບານ​ຈີນ​ເນັ້ນການ​ກໍ່ສ້າງ​ເຄືອ​ຄ່າ​ຍ​ເສັ້ນທາງ​ລົດ​​ໄຟ​ຫຼາຍ​ທີ່​ສຸດ! ລົງທຶນ​ໃສ່​ຫຼາຍທີ່​ສຸດ ​ໂດຍ​ສະ​ເພາະ​ແມ່ນ​ເຊື່ອມ​ຕໍ່​ເຂດ​ແຂວງ​ທຸກ​ເຂົ້າກັບ​ແຂວງ​ຮັ່ງມີ​ນິລະ! ​ເຮັດ​ແນວ​ນີ້​ກໍ່​ເພື່ອ​ເມື່ອ​ມີ​ລົດ​ໄຟ​ແລ້ວ ​ແຂວງ​ຈະ​ເລີ​ນກັບ​ແຂວງ​ທີ່​ຍັງ​ທຸກ​ຍາກ​ກໍ່​ໄປມາຫາສູ່​ກັນ ຄ້າຂາຍ ​ເຮັດທຸລະ​ກິດ ສົ່ງ​ຜົນ​ຜະລິດ​ແລກ​ປ່ຽນ​ແຮງ​ງານ ​ແລກ​ປ່ຽນ​ວັດຖຸ​ດິບ ​ແລກປ່ຽນ​ສິນຄ້າ ບໍ່​ດົນ​ແຂວງ​ທຸກ​ຍາກ​ກໍ່​ພົ້ນທຸກ​ໂລດ​ແລ້ວ! ການ​ຫຼຸດ​ຊ່ອງ​ຫວ່າງ​ລະຫວ່າງ​ຄວາມທຸກ​ຍາກ​ກັບ​ຄວາມ​ຮັ່ງ ລະ​ຫວ່າງ​ຊົນນະບົດ​ກັບ​ຕົວ​ເມືອງ​​ແຮ່ງ​ເປັນ​ນ​ະ​ໂຍບາຍ​ບຸລິມະສິດ​ຂ​ອງພັກ-ລັດຖະບານ​ຈີນ​ໃນ​ປະຈຸ​ບັນນີ້​ຢູ່​ແລ້ວ!​ ​ເພາະວ່າ​ຄັນ​ການ​ພັດທະນາ​ຫຼຸດ​ໂຕນ​ກັນ​ຫຼາຍ ​ແກ່ຍາວ​ຫຼາຍ​ບໍ່​ແກ້​ໄຂ​ຈັກ​ເທື່ອ ອ້າງນັ້ນອ້າງ​ນີ້​ຄັນ​ເປັນ​ແນວ​ນັ້ນບໍ່​ດົນ ຄົນທຸກ​ທີ່​ເປັນ​ຄົນ​ກຸ່ມ​ໃຫຍ່ ຫຼື ​ໃນ​ເຂດ​ແຂວງ​ທີ່​ທຸກ​ຍາກ​ໜັກ​ໆ ມີ​ບັນຫາ​ແນ່ນອນ! ສັດຕູ​ຝ່າຍ​ກົງກັນ​ຂ້າມ​ຝ່າຍ​ປໍ​ລະ​ປັກ​ກໍ່​ມັກ​ສວຍ​ໃຊ້​ເພື່ອ​ໂຈມ​ຕີ​ແທ້ໆ​ໄດ໋!​ຄັນ​ບໍ່​ຂ້ຽວ​ພັດທະນາ​​ເຂດ​ທຸກ ຄົນ​ທຸກ​ຢ່າງ​ຈິງ​ຈັງ​ນະ​ເນາະ!
​ເພງ
ຈົບ