ສວນ​ອຸດ​ສະຫະ​ກຳ​ມຽນຢາງ ​ແລະ ຕຶກ​ທີ່​ສູ​ງອັນ​ດັບ 2 ຂອງ​ຈີນ

(GMT+08:00) 2012-04-26 15:33:52     cri
ສະບາຍດີ​ມິດ​ລາຍການ​ທີ່ຮັກ​ແພງ!​ ພໍ​ເຖິງ​ເວລາ​ນີ້​ໜຸ່ມ​ໃຫຍ່​ຍິນ​ດີ​ຕ້ອນຮັບ​ທ່ານ​ເຂົ້າສູ່​ລາຍການ​ເບິ່ງ​ເມືອງ​ຈີນ​ຂອງ CRI FM 93Mhz​. ​ເປັນ​ປະຈຳ​ທຸກ​ມື້​ໃນ​ເວລາ​ 19 ​ໂມງ!​ ຄັນ​ເວົ້າ​ເຖິງ​ເລື່ອງ​ການ​ພັດທະນາ​ທາງ​ດ້ານ​ຕ່າງໆ​ຂອງ​ຈີນ​ດຽວ​ນີ້​ຄົງ​ຈະ​ບໍ່​ມີ​ໃຜ​ປະຕິ​ເສດ​ໄດ້ລະ​ວ່າ​ໄປ​ໄວ​ຫຼາຍ​ຈົນ​ໂລກ​ງຶດ​ງໍ້​ພຸ້ນ​ລະ!​ ​ໂດຍສ​ະ​ເພາະ​ຈີນ​ເນັ້ນການ​ພັດທະນາ​ສັງຄົມ​ນິຍົມ​ນິຍົມ​ທີ່​ທັນ​ສະ​ໄໝ​ນິລະ! ການ​ພັດທະນາ​ດ້ານ​ວິທະຍາ​ເຕັກ​ໂນ​ໂລ​ຊີ​ກໍ່​ໄປ​​ໄວ​ຫຼາຍ​ອີ່ຫຼີ, ສວນ​ອຸດ​ສະຫະ​ກຳ​ທີ່​ໄປ​ຄຽງ​ຄູ່​ກັບ​ການ​ອະນຸ​ຮັກ​ສະພາບ​ແວດ​ລ້ອມ​ກໍ່​ເກີດ​ຂື້ນ​ຫຼາຍ ຕຶກ​ອາຄ​ານທີ່​ຍິ່ງ​ໃຫຍ່​ສູງ​ເດັ່ນ​ທັນ​ສະ​ໄໝລະດັບ​ໂລກ ກໍ່​ແຂ່ງຂັນ​ກັນ​ສ້າງ​ຂື້ນ​ປົ່ງ​ຂື້ນ​ປ​ານດອກ​ເຫັດ ຄັນ​ເສດຖະກິດ​ບໍ່​ປະສົບ​ຜົນສຳ​ເລັດ​ສິ່ງ​ຂອງ​ຕ່າງໆ​ທີ່​ວ່າ​ມາ​ນີ້​ກໍ່​ເກີດ​ຂື້ນ​ບໍ່​ໄດ້​ດັອກ​ເນາະທ່ານ​ຜູ້​ຟັງ!​ ສະນັ້ນຄືນ​ນີ້​ໜຸ່ມ​ໃຫຍ່​ຈະ​ພາ​ມິດ​ລາຍການ​ລາວ​ທີ່​ຮັກ​ແພງ​ທັງຫຼາຍ​ໄປ​ເບິ່ງ 2 ຕົວຢ່າງ​ຂອງ​ຜົນສຳ​ເລັດ​ໃນ​ການ​ພັດທະນາ​ເສດ​ຖະກິດ​ທີ່​ທັນ​ສະ​ໄໝ​ຂອງ​ຈີນ ນັ້ນກໍ່​ຄື​ສວນ​ວິທະຍາສາດ​ແລະ​​ເຕັກ​ໂນ​ໂລ​ຊີ​ຢູ່​​ເມືອງ​ມຽນຢາງ ​ແຂວງ ​ເສ​ສວນ ຫຼັງ​ຈາກ​ນັ້ນກໍ່​ຈະ​ເວົ້າ​ເຖິງ​ໂຄງການ​ສ້າງ​ຕຶກ​ທີ່​ສູງ​ອັນ​ດັບ 2 ຂອງ​ຈີນ ​ແລະ ສູງ​ອັນ​ດັບ 3 ຂ​​ອງ​ໂລກຢູ່​ແຂວງ ຫູ​ເປີ​ຍ ສູ່​ຟັງ!​ ​ແຕ່ວ່າ​ຕອນ​ນີ້​ຟັງ​ເພງ​ມ່ວນໆ​ຈາກ​ລາຍການ​ຈັກສອງ​ເພງ​ສາກ່ອນ!

ເພງ

   ສອງ​ເພງ​ຈາກ​ລາຍການ​ຜ່ານ​ໄປ ກໍ່​ຫັວງວ່າ​ຈະ​ສ້າງ​ຄວາມ​ເບີກບານ​ມ່ວນ​ຊື່ນ ​ເຮັດ​ໃຫ້​ມິດ​ລາຍການ​ໄດ້​ພັກຜ່ອນ​ຢ່ອນ​ໃຈ​ຫຼັງ​ວຽກ​ງານ​ໃນ​ຕອນ​ຫົວ​ຄ່ຳ​ແນວ​ນີ້​ໄດ້​ດີ​ສົມຄວນ​ເນາະ!​ ກໍ່​ຢ່າ​ລືມ​ຢາກ​ຮູ້​ເລື່ອງ​ໃດ​ກ່ຽວ​ກັບ​ເມືອງ​ຈີນ​ກໍ່​ໂທ​ເຂົ້າມາ 711477,………………. ຕຳ​ນິສົ່ງ​ຂ່າວ​ມາ​ແດ່​ກະດີ​ຄື​ກັນ! ຟັງ​ເພງ​ແລ້ວ​ບັດ​ນີ້​ໜຸ່ມ​ໃຫຍ່​ກໍ່​ຈະ​ພາ​ໄປ​ເບິ່ງ​ຜົນສຳ​ເລັດ​ຂອງ​ສວນ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ຢູ່​ເມືອ​ງ ມຽນຢາງ ​ແຂວງ ​ເສ​ສວນ ທີ່ຕັ້ງຢູ່​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ! ຄັນ​ເວົ້າ​ແລ້ວ​​ແຂວງ​ເສ​ສວນ​ກໍ່​ເປັນ​ແຂວງ​ໜຶ່ງ​​ໄດ໋ທີ່​ຍັງ​ທຸກ​ຍາກ​ດ້ອຍ​ພັດທະນາ​ຂອງ​ຈີນ, ອັນ​ນີ້​ລະ​ຄື​ຄວາມ​ພະຍາຍາມ​ຂອງ​ພັກ-ລັດ​ຖະບານ​ຈີນ ​ເພື່ອ​ຫຼຸດ​ຊ່ອງ​ຫວ່າງ​ຂອງ​ການ​ພັດທະນາ​ລະ​ຫ່ວາງຕົວ​ເມືອງ​ກັບ​ຊົນນະບົດ, ລະຫວ່າງ​ເຂດ​ແຂວງ​ຂອງ​ປະ​ເທດ​ໃຫ້​ຫຍັບ​ເຂົ້າ​ໃກ້​ກັນ! ບໍ່​ໃຫ້​ຫ່າງ​ກັນ​ຫຼາຍ​ຄື​ຜ່ານ​ມາ! ​ເລື່ອງ​ການ​ຫຼຸດ​ຊ່​ອງຫວ່າງ​ລະຫວ່າງ​ຕົວ​ເມືອງ​ແລະ​ຊົນນະບົດ, ລະຫວ່າ​ງຄວາມທຸກ​ກັບ​ຄວາມ​ຮັ່ງ​ນີ້ ​ເປັນ​ເລື່ອງ​ສຳຄັນ​ໄດ໋ທ່ານ​ຜູ້ຟັງ ຄັນ​ລັດຖະບານ​ປະ​ເທດ​ໃດ​ເມີນ​ເສີຍ​ແລະ​ປ່ອຍ​ໃຫ້​ຊ່ອງ​ຫວ່າງ​ນັບ​ມື້​ນັບ​ກ້ວາງ​ອອກ​ແລ້ວ ບໍ່​ດົນ​ສິ່ງ​ທີ່​ຈະ​ຕາມ​ມາ​ກໍ່​ແມ່ນ​​ເລື່ອງ​ຄວາມ​ບໍ່​ກົມກຽວ​ປອງ​ດອງ​ກັນ​ໃນ​ສັງຄົມ​ນິ​ແລ້ວ! ທີ່​ຈະ​ນຳ​ໄປ​ສູ່​ຄວາມ​ສັບສົນ​ວຸ້ນວາຍ​ຂາດ​ສະຖຽນ​ລະ​ພາບ​ໃນ​ສັງຄົມ​ຈະ​ເກີດ​ຂື້ນ​ແນ່ນອນ ບໍ່​ໄວ​ກໍ່​ຊ້າ!​ ສະນັ້ນລັດຖະບານ​ຈີນ​ເພິ່ນ​ກໍ່​ທຸ້ມ​ເທ​ທຶນ​ຮອນ​ເຂົ້າພັດທະນາ​ເຂດ​ທີ່​ດ້ອຍ​ກ່ວາ ນັບ​ມື້​ນັບ​ຫຼາຍ​ຂື້ນ, ​ເສ​ສວນ​ກໍ່​ຍັງ​ເປັນ​ແຂວງ​ທຸກ​ຄື​ເວົ້າຫັ້ນລະ ​ແລະ ​ເສ​ສວນ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ມຽນຢາງນີ້​ກໍ່​ແມ່ນ​ຕົວຢ່າງ​ໜຶ່ງ​ຂ​ອງຜົນສຳ​ເລັດ​ທີ່​ດຶງ​ການ​ພັດທະນາ​ໄປ​ສູ່​ຊົນນະບົດ, ບໍ່​ແມ່ນ​ໃຫ້​ມາ​ຈຸກ​ຕົວ​ກັນ ຫຸ້ມ​ກັນ ​ແຫຍ້​ກັນ ​ແຕ່​ຢູ່​ໃນ​ຕົວ​ເມື​ອງ! ລັດຖະບານ​ຈີນ​ເພິ່ນ​ມີ​ຈຸດປະສົງ​ສ້າງ​ເມືອງ​ມຽນຢາງ ​ໃຫ້​ກາຍ​ເປັນສູນ​ກາງ​ແຫ່ງ​ກາ​ນພັດທະນາ ​ແຫ່ງ​ການ​ປ່ຽນ​ແປງ​ດ້ານ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີລະດັບ​ສາກົນ​ພຸ້ນ​ໄດ໋! ມຽນຢາງ​ແມ່ນ​ເປັນ​ບ້ານ​ຂ​ອງສູນ​ຄົ້ນຄວ້າ​ແລະ​ສະ​ຖາ​ບັນ​ທາງ​ດ້ານ​ການ​ປ້ອງ​ກັນຊາ​ດມາ​ແຕ່​ຊຸມ​ປີ 1950 ພຸ້ນ​ໄດ໋! ບໍ່​ແມ່ນ​ຫາ​ກໍ່ຕັ້ງຂື້ນ​ໄດ໋! ​ແຕ່​ເກືອບ 50 ປິ ກໍ່​ຍັງ​ເປັນ​ເມື​ອງນ້ອຍໆ​ທີ່​ດ້ອຍ​ພັດທະນາ​ຄື​ເກົ່າ ຍ້ອນ​ບໍ່​ມີ​ທຶນຮອນ​ນິລະ! ຈົນ​ມາ​ຮອດ​ປີ 2000 ລັດຖະບານ​ຈຶ່ງ​ຕັດສິນ​ໃຈ​ສ້າງ​ເມືອງ​ນີ້​ໃຫ້​ເປັນ​ເມືອ​ງທີ່​ອຸດົມສົມບູນ​ໄປ​ດ້ວຍ​ຊັບພະຍາກອນ​ທຳ​ມະ​ຊາດ ທາງ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ ​ແລະ​ສ້າງ​​ໃຫ້​ເປັນ​ແຫຼ່ງຜະ​ລິດ ​ແຫຼ່ງຕະຫຼາດ! 11 ປີ​ຫຼັງ​ມາ​ນີ້​ທີ່​ທຸ້ມ​ເທ​ທັງທຶນຮອນ ສະຕິ​ປັນຍາ ຈຶ່ງ​ພົບ​ຫົນທາງ​ແຫ່ງ​ຄວາມ​ສຳ​ເລັດ​ຂອງ​ການ​ພັດທະນາ​ນັ້ນກໍ່​ຄື​ການ​ຫັນ​ເຕັກ​ໂນ​ໂລ​ຊີ​ທາງ​ການ​ທະຫານ​ອອກ​ມາ​ນຳ​​ໃຊ້​ອຸດ​ສະຫະ​ກຳ​ດ້ານ​ພົນລະ​ເຮືອນ, ທ່ານ ຫຼິວ​ເຈ ຮອງ​ເຈົ້າ​ແຂວງ​ເສ​ສວນ​ບອ​ກວ່າ: ນັບ​ແຕ່​ປີ 2009 ​ເປັນຕົ້ນມາ​ລັດຖະບານ​ໄດ້​ລົງທຶນ​ຫຼາຍ 10 ຕື້​ຢວນ ​ເຂົ້າ​ໃສ່​ຫຼາຍ​ກ່ວາ​ພັນ​​ໂຄງການ​ໃນ​ເມືອງ​ນີ້ ​ແລະ​ໃນ 10 ປີ​ກ່ວາ​ມາ​ນີ້​ມັນ​ກໍ່​ໄດ້ກາຍ​ເປັນ​ສວນ​ອຸດ​ສະຫະ​ກຳ​ທີ່​ນຳ​​ໃຊ້​ເຕັກ​ໂນ​ໂລ​ຊີ​ທີ່​ທັນ​ສະ​ໄໝ​ລ້ຳຍຸກ. ການ​ເຕີບ​ໂຕ​ໂດ​ຍສະ​ເລ່ຍຂອງ​ການ​ລົງທຶນ​ກໍ່​ແມ່ນ 30.3% ຕໍ່​ປີ​ພຸ້ນ​ລະ! ຟັງ​​ເພງ​ກ່ອນ​ເນາະ​ແລ້ວ​ຈະ​ລົມ​ສູ່​ຟັງ​ຕໍ່!

ເພງ

    ມາ​ລົມ​ເຖິງ​ສວນ​ອຸດ​ສະຫະ​ກຳ​ໄຮ-​ເທັກຂ​ອງ​ເມື​ອງ ມຽນຢາງ ​ແຂວງ ​ເສ​ສວນ​ຕໍ່​ເນາະ! ດຽວ​ນີ້​ຈຳນວນ​ວິ​ສະຫະ​ກິດ ​ໂຮງ​ຈັກ​ໂຮງງານ​ທັງ​ຂອງ​ຈີນ​ເອງ ທັງ​ຂອງ​ທົ່ວ​ໂລກ​ທີ່​ມາຕັ້ງ​ໂຮງງານ​ຢູ່​ທີ່​ແຂວງ ມຽນຢາງ ​ແຂ່ງຂັນ​ກັນ​ປົ່ງ​ຂື້ນ ອັນ​ນີ້​ກໍ່​ເປັນ​ຜົນ​ດີ​ແກ່​ການ​ສ້າງ​ວຽກ​ເຮັດງານ​ທຳ​ໃຫ້​ຄົນ​ທ້ອງ​ຖິ່ນເສດ ຖະກິດ​ທ້ອງ​ຖິ່ນ​ກໍ່​ດີ​ຂື້ນ​ນຳ​ຢ່າງ​ວ່ອງ​ໄວ! ​ໂດຍ​ສະ​ເພາະ​ຫຼັງ​ປີ 2008 ທີ່​ເກີດ​ແຜ່ນດິນ​ໄຫວ​ຂະໜາ​ດ​ໃຫຍ່​ຢູ່​​ເມືອງ ​ເວີນສ່ວນ ​ແຂວງ ​ເສ​ສວນ; ສວນ​ອຸດ​ສະຫະ​ກຳ​ມຽນຢາງ​ກໍ່​ໄດ້ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ໃນ​ການ​ຟື້ນ​ຟູ​ຫຼັງ​ນ້ຳຖ້ວມ! ບໍລິສັດ​ຜະລິດ​ເຄື່ອງ​ໃຊ້​ໄຟຟ້າ Emeson ຂອງ USA ກໍ່​ເຂົ້າມາ​ລົງທຶນ​ຂະໜາ​ດ​ໃຫຍ່​ຢູ່​ນີ້​ມາ​ແຕ່​ປີ 2009 ພຸ້ນ. ບໍລິສັດ Foxconn, ບໍລິສັດ Pulse Electronics, Sinotruck ​ແລະ BMW ທີ່​ລ້ວນ​ແຕ່​ເປັນ​ບໍລິສັ​ດ​ໃຫຍ່​ລະດັບ​ໂລກ​ກໍ່​ມາ​ລົງທຶນ​ຢູ່​ນີ້. ບໍລິສັດ​ຜະລິດ​ເຄື່ອງ​ໃຊ້​ໄຟຟ້າ ຈ່າງ​ຫົງ ຂອງ​ເສ​ສວນ​ເອງ​ກໍ່​ຈ້າງ​ຄົນ​ງານ​ທັງ​ພາຍ​ໃນ​ແລະ​ຕ່າງປະ​ເທດ​ຕັ້ງວ່າ 8 ໝື່ນ​ຄົນ ​ໃນ​ນີ້​ເຄິ່ງໜຶ່ງ​ແມ່ນ​ຄົນ​ມຽນຢາງ​ເອງ. ປີ 2011 ບໍລິສັດ​ນີ້​ຂາຍ​ຜະລິດ​ຕະພັນ​ໄດ້ຮອດ 11 ຕື້​ກ່ວາ​ໂດ​ລ​າ! ນີ້​ກໍ່​ເປັນ​ຕົວຢ່າງ​ໜຶ່ງ​ທີ່​ດີ ທີ່​ທັງ​ຊ່ວຍ​ສ້າງ​ເສດຖະກິດ​ທ້ອງ​ຖິ່ນ​ແລະ​ທັງ​ສ້າງ​ວຽກ​ເຮັດງານ​ທຳ​ໃຫ້​ຄົນທ້ອງ​ຖິ່ນ​ໄດ້​ຢ່າງ​ຫຼວງ​ຫຼາຍ​ອີກ! ມັນ​ກໍ່​ຄວນ​ເປັນ​ແນວ​ນີ້​ເ​ນາະທ່ານ​ຜູ້ຟັງ! ​ໄປ​ລົງ​ທຶນ​ຢູ່​ໃສ? ​ເຮັດ​​ໂຮງ​ງານ​ຢູ່​ໃສ? ຄົນ​ທ້ອງ​ຖິ່ນ​ກໍ່​ຄວນ​ໄດ້​ຮັບ​ຜົນ​ປະ​ໂຫຍດ ​ເຂົາ​ຈັ່ງ​ດີ​ໃຈ. ບໍ່​ແມ່ນ​ຊິ​ຫອບ​ເອົາ​ຄົນ​ໂຕ​ມາ​ເຮັດ​ໝົດ ​ແລ້ວ​ຊິ​ໄດ້​ຮັບ​ການ​ຮ່ວມ​ໄມ້​ຮ່ວມ​ມື ອຳນວຍ​ຄວາມ​ສະ​ດວກ​ທີ່​ດີ​ຈາກ​ຄົນ​ທ້ອງ​ຖິ່ນ​ບໍ່​ລະ? ລຸງ ຈີ​ສຽວ​ປິງ ທີ່​ເປັນ​ຄົນ​ທ້ອງ​ຖິ່ນ​ຂອງ​ເມືອງ ມຽນຢາງ​ເກືອບ 50 ປີ​ແລ້ວ ບອກ​ວ່າ: ​ໃນ​ຊຸມ​ປີ 1990 ມຽນຢາງ​ຂາ​ດ​ເຂີນ​ສິ່ງ​ອຳ​ນວຍ​ຄວາມ​ສະດວກ​ໃຫ້​ປະຊາຊົນ​ຫຼາຍ​ອີ່ຫຼີ ​ເຂດ​ສີຂຽວ​ງາມ​ໆ​ກໍ່​ບໍ່​ມີ, ປະຊາຊົນ​ສ່ວນ​ຫຼາຍ​ກໍ່​ທຸກ​ຍາກ ​ແຕ່​ຍ້ອນ​ມີ​ສວນ​ອາກາດ​ນີ້​ເຂົ້າມາ​ກໍ່​ຈຶ່ງ​ເຮັດ​ໃຫ້​ມຽນຢາ​ງພັດທະນາ​ໄວ​ຫຼາຍ ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ກໍ່​ດີ​ຂື້ນ​ຫຼາຍ ຖະໜົນ​ຫົນທາງ ຕຶກ​ອາຄານ​ກໍ່​ມີ​ບ່ອນ​ງາມ​ໆ ທັນ​ສະ​ໄໝ ສະອາດ​ງາມ​ຕາ, ຄົນ​ທ້ອງ​ຖິ່ນ​ພູມ​ໃຈ​ຫຼາຍ​ທີ່​ມຽນຢາງ​ແມ່ນ​ເມືອງ​ທີ່​ເປັນສວນ​ແຫ່ງ​ຊາດ ​ແຫ່ງ​ທຳ​ອິດ​ຢູ່​ພາກ​ຕາ​ເວັນ​ຕົກ​ທີ່​ດ້ອຍ​ພັດທະນາ​ຂ​ອງຈີນ, ດຽວ​ນີ້​ 40% ຂອງ​ເຂດ​ໃນ​ເມືອງ​ກໍ່​ປົກຄຸມ​ໄປ​ດ້ວຍ​ສີຂຽວ​ຂອງຕົ້ນ​ໄມ້​ໃບ​ຫຍ້າ ດຽວ​ນີ້​ທັງ​ເປັນ​ສວນ​ອາກາດ​ທີ່​ທັນ​ສະ​ໄໝ ທັງ​ເປັນ​ເມືອງ​ທີ່​ສວຍ​ງາມ​ດ້ວຍ​ທຳ​ມະ​ຊາດ​ກໍ່​ເລີ​ຍດຶງ​ດູດ​ນັກ​ທ່ອງ​ທ່ຽວ​ໄດ້ຫຼາຍ​ອີກ! ຫໍພິພິທະ​ພັນ​ຂອງ​ເມືອງ​ທີ່​ລົງທຶນ​ສ້າງ 250 ລ້ານ​ຢວນ ທີ່​ເປັນບ່ອນ​ສະ​ແດງ​ການ​ປ້ອງ​ກັນຊາ​ດ, ລະ​ເບີດ​ອາ​ຕອມ, ລະ​ເບີ​ດ​ເຄມີ, ດາວ​ທຽມ ​ແລະ ອື່ນ​ໆ​ທີ່​ເປີດ​ໃນ​ປີ 2006 ກໍ່​ໄດ້​ຮັບ​ຄວາມ​ນິຍົມ​ຈາກ​ນັກ​ທ່ອງ​ທ່ຽວ​ຈາກ​ເຂດ​ແຂວງ​ອື່ນ​ຂອງ​ຈີນ​ຫຼາຍ! ​ເອີ, ຟັງ​ແລ້ວ​ກໍ່​ດີ​ໃຈ​ນຳ​ປະຊາຊົນ​ເມືອງ ມຽນຢາງ​ເນາະ ຈາກ​ທີ່​ເຄີຍ​ເປັນ​ເມືອງ​ນ້ອຍໆ​ດ້ອຍ​ພັດທະນາ ກາຍ​ເປັນ​ເມືອງ​ທີ່​ທັນ​ສະ​ໄໝ ຮັ່ງມີ​ຍ້ອນ​ສວນ​ອາກາດ​ໄຮ​ເທັກ

ເພງ

​    ເລື່ອ​ງທີ​ສອງ​ຂອງ​ຄືນ​ນີ້​ຈະ​ພາ​ໄປ​ຮູ້​ກ່ຽວ​ກັບ​ຕຶກ​ທີ່​ກາຍ​ເປັນ​ຕຶກ​ທີ່​ສູງ​ອັນ​ດັບ​ 2​ ຂອງ​ຈີນ ​ແລະ​ເປັນອັນ​ດັບ 3 ຂອງ​ໂລກ​ທີ່ພວມ​ສ້າງ​ຢູ່​ແຄມ​ແມ່ນ້ຳ ຢັງ​ຊີ​ກຽງ ​ແຂວງ ຫູ​ເປີ​ຍ ປີ 2017 ກໍ່​ຈະ​ສຳ​ເລັດ​ແລ້ວ; ບາງ​ທ່ານ​ກໍ່​ອາດ​ຈະ​ສົນ​ໃຈ​ວ່າ​ເປັນ​ຫຍັງ​ຫຼາຍ​ປະ​ເທດ​ມັກ​ສ້າງ​ຕຶກ​ສູງ​ແຂ່ງ​ກັນ? ຄຳ​ຕອບ​ກໍ່​ບໍ່​ຍາກ​ດັອກທ່ານ​ຜູ້​ຟັງ! ມັນ​ແມ່ນ​ສັນຍາ​ລັກຂ​ອງຜົນສຳ​ເລັດ​ຂອງ​ການ​ພັດທະນາ​ຂອງ​ປະ​ເທດ​ນັ້ນໆ! ປະ​ເທດ​ທຸກ​ຊິ​ປຸກ​ຕຶກ​ສູ​ງໆ​ຈັກ​ເທື່ອ​ເນາະ! ກໍ່​ມີ​ປະ​ເທດ​ຫຼື​ນະຄອນ​ທີ່​ຮັ່ງມີ​​ແລ້ວ​ທໍ່​ນັ້ນລະ​ຈຶ່ງ​ປຸກ ບໍ​ລິສັດ ຫຼີຕີ້​ຖວນ ອຸ​ຮັ້ນ ຖະ​ແຫຼ​ງ​ໃນ​ເດືອນ​ກຸມພາ​ຜ່ານ​ມາ​ນີ້​ວ່າ: ທາງ​ບໍລິສັດ​ພວມ​ສ້າງ​ຕຶກ​ສູງ 606 ​ແມັດ ​ໄລຍະ​ນີ້​ວິສະວະກອນ​ພວມ​ປັບ​ປ່ຽນ​ຂະໜາດ​ຂອງ​ຕຶກ​ຫຼັງ​ນີ້​ໃຫ້​ສູງ​ກ່າວ​ຕຶກ​ທີ່​ຕັ້ງຢູ່​​ໃຈກາງ​ເມືອງ​ຊຽງ​ໄຮ​ທີ່​ສູງ 632 ​ແມັດ. ​ແລະ​ກໍ່​ອາດ​ຈະ​ກາຍ​ເປັນ​ຕຶກ​ທີ່​ສູງ​ທີ່​ສຸດ​ໃນ​ຈີນ​ເລີຍ! ຕຶກ​ທີ່​ພວມ​ສ້າງ​ໃໝ່​ຢູ່​ແຂ​ວງ ຫູ​ເປີ​ຍ ມີ​ຊື່ວ່າ: ອູ​ຮ້ານ​ຫຼິວຕີ້ ​ເຊັນ​ເຕີ້! ຈົ່ງ​ຊິ່ນ ກໍ່​​ແປວ່າ ​ເຊັນ​ເຕີ້ ຫັ້ນລະ! ​ແຂວງ​ຫູ​ເປີ​ຍ​ແມ່ນ​ຕັ້ງຢູ່​ທາງ​ພາກ​ກາງຂອງ​ຈີນ ຄັນ​ຕຶກ​ນີ້​ສ້າງ​ແລ້ວ​ກໍ່​ຈະ​ສູງ​ທີ່​ສຸກ​ໃນ​ພາກ​ກາງ ດຽວ​ນີ້​ຢູ່​ໃນ​ຂັ້ນຕອນ​ຂອງ​ການ​ຂຸດ​ເຈາະ​ຖານ​ຂອງ​ຕຶກ​ຢູ່, ການ​ສ້າງ​ຕຶກ​ນີ້​ເພື່ອ​ໃຫ້​ຄົງ​ທົນ​ແຂງ​ແຮງ ຕ້ອງ​ໄດ້​ຂຸດ​ຂຸມ​ຂອງ​ຖານ​ຂະໜາດ​ໃຫຍ່​ທີ່​ສຸດ​ໃນ​ອາຊີ ທີ່​ກ້ວາງ​ເຖິງ 36.000 ຕາລາງ​ແມັດ. ​ໃຫຍ່​ກວ່າ​ເດີ່ນ​ເຕະບານ 5 ​ເດີ່ນ​ພຸ້ນ​ແລ້ວ ຄວາມ​ເລິກ​ຂອງ​ຂຸມ 30 ​ແມັດ. ຝາ​ແລະ​ເສົາ​ເຂັມ​ກໍ່​ຕ້ອງ​ຝັງ​ເລິກ​ລົງ​ໄປ​ໃນ​ດິນ 50 ກວ່າ​ແມັດ​ທັງ​ຕ້ອງ​ເສີມ​ສິ່ງ​ປ້ອງ​ກັນນ້ຳຖ້ວມ​ອີກ ທີ່​ຖື​ວ່າ​ເປັນ​ວຽກ​ກໍ່ສ້າງ​ຂຸມ​ຂອງ​ຖານ​ຕຶກ​ທີ່​ຍາກ​ທີ່​ສຸດ​ບ່ອນ​ໜຶ່ງ​ຂອງ​ໂລກ​ເລີຍ​ລະ! ຕຶກ​ນີ້​ຈະ​ມີ​ທັງ​ໝົດ 119 ຊັ້ນ ​ແລະ​ຢູ່​ໃຕ້​ດິນອີກ 6 ຊັ້ນ! ​ເວົ້າ​ແລ້ວ​ໃນ​ໄລຍະ​ຫຼັງ​ໆ​ມາ​ນີ້ ຍ້ອນ​ວ່າ​ຈີນ​ປະສົບ​ຜົນສຳ​ເລັດ​ໃນ​ການ​ພັດທະນາ​ຫຼາຍ ຈຶ່ງ​ມີ​ຫຼາຍນະຄອນ​ແຂ່ງຂັນ​ກັນ​ສ້າງ​ຕຶກ​ສູງໆ; ​ເພື່ອ​ເປັນ​ເອກະລັກ​ແຫ່ງ​ຜົນສຳ​ເລັດ​ໃນ​ໂລກ​ນີ້​ມີ​ຕຶກ​ສູງທີ່​ສຸດ 15 ຕຶກ​ໃນ​ນີ້ 9 ຕຶກ​ແມ່ນ​ຢູ່​ຈີນ!​ ດຽວນີ້​ຕຶກ​ທີ່​ສູງ​ທີ່​ສຸດ​ໃນ​ໂລກ​ກໍ່​ແມ່ນ​ຕຶກ ​ເບີກາລີ​ຟາ ທາວ​ເວີ ຢູ່​ປະ​ເທດ…………..ສູງ 800 ​ແມັດ, ຮອງ​ລົງ​ມາ​ກໍ່​ແມ່ນ​ຕຶກ​ ຊຽງ​ໄຮ​ເຊັນ​ເຕີ ​ສູງ 632 ​ແມັດ. ຕຶກ​ນີ້​ໜຸ່ມ​ໃຫຍ່ກໍ່​ໄປ​ເຫັນ​ມາ​ແລ້ວ ຕັ້ງຢູ່​ແຄມ​ແມ່ນ້ຳ ຫວງ​ຜູ ທີ່​ແບ່ງ​ຊຽງ​ໄຮອອກ​ເປັນ 2 ​ເຂດ! ​ເປັນ​ຕຶກ​ທີ່​ສູງ​ຂື້ນ​ໄປ​ຮອດ​ປາຍ​ກໍ່​ເປັນ​ຮູ​ຢູ່​ກາງ ​ເບິ່ງ​ແລ້ວ​ຄື​ເຫຼັກ​ໄຂ​ແກ້ວ​ເບຍ​ນິລະ ທັນ​ສະ​ໄໝ​ຫຼາຍ!
​ເພງ
ຈົບ