ຕາ​ເວັນ​ຕົກ​ໃສ່​ຮ້າຍ​ຈີນ​ເລື່ອງ​ສິດ​ທິມະນຸດ

(GMT+08:00) 2012-04-26 15:35:33     cri
ສະບາຍດີ​ມິດ​ລາຍການ​ເບິ່ງ​ເມືອງ​ຈີນ​ຂອງ CRI FM 93Mhz. ທຸກ​ທ່ານ! ພໍ​ຮອດ 19 ​ໂມງ​ທຸກ​ມື້​ໜຸ່ມ​ໃຫຍ່​ອາລົມ​ດີ​ກໍ່​ນຳ​ເອົາ​ລາຍການ​ນີ້​ມາ​ພົບ​ກັບ​ທ່ານ​ເປັນ​ປະຈຳ​ບໍ່​ໄດ້​ຂາດ ສ່ວນຫຼາຍ​ກໍ່​ຈັດ​ສົດ ມື້​ໃດຄາ​ວຽກ​ກໍ່​ຈຳ​ເປັນ​ແທ້ໆ​ ຫຼື ບໍ່​ໄດ້​ຢູ່​ວຽງ​ຈັນ​ນິກໍ່​ຈຶ່ງ​ເປີດ​ລາຍການ​ທີ່​ອັດ​ໄວ້​ລ່ວງ​ໜ້າ! ​ແຕ່​ຮັບຮອງ​ວ່າ​ທັງ​ລາຍການ​ສົດ​ຫຼື​ລາຍການ​ທີ່​ອັດ​ໄວ້ ກໍ່​ຈະ​ເຕັມ​ໄປ​ດ້ວຍ​ສາລະ​ຄວາມ​ຮູ້​ດ້ານ​ຕ່າງໆ​ທີ່​ໜ້າ​ສົນ​ໃຈ​ກ່ຽວ​ກັບປະ​ເທດ​ຈີນ ບວກ​ກັບ​ເພງ​ຈີນ​ມ່ວນໆ​ໄວ້​ຄອຍ​ຮັບ​ໃຊ້​ທ່ານ​ທຸກ​ຄືນ​ໃນ​ເວລາ​ນີ້​ໄປ​ຈົນ​ຮອດ 19:50! ບອກ​ຕາມ​ຊື່ວ່າລາຍການ​ນີ້​ກໍ່​ແມ່​ນລາຍການ​ອັດ ​ເພາະວ່າ​ໜຸ່ມ​ໃຫຍ່​ຕິດ​ທຸລະ ​ແຕ່​ວ່າ​ຄັນ​ມິດ​ລາຍການ​​ໂທ​ເຂົ້າມາ​ຫຼື​ສົ່ງ​ຂໍ້ຄວາມ​ສັ້ນ​ເຂົ້າມາ ພວກ​ເຮົາ​ກໍ່​ມີ​ນ້ອງ​ໜຸ່ງທີ​ມງານ CRI ຫຼາຍ​ຄົນ​ຮັບ​ໄວ້​ໃຫ້​ໜຸ່ມ​ໃຫຍ່​ຢູ່. ​ໂທ​ເຂົ້າມາ​ໂລດ​ເດີ້​ຢາກ​ມີ​ຄຳ​ຄິດ​ເຫັນ ຢາກ​ຮູ້​ເລື່ອງ​ຫຍັງ​ກ່ຽວ​ກັບປະ​ເທດ​ຈີນ 711477,…………….​ໄປ​ອ່ານ​ພໍ້​ບົດ​ຂຽນ​ຂອງ ​ເສິງ​ຊີ່​ເວິນ ຜູ້​ຊ່ຽວຊານ​ດ້ານ​ຄວາມ​ສຳພັນ​ສາກົນ ທີ່​ໂຕ້​ຕອບ​ການ​ບິດ​ເບື່ອ​ນ​ໃສ່​ຮ້າ​ຍປ້າຍ​ສີ​ຕາ​ເວັນ​ຕົກ ທີ່​ມີ​ຕໍ່​ສະພ​າບສິດທິ​ມະນຸດ​ໃນ​ຈີນ​ໃນ​ໄລຍະ​ຕົ້ນປີ​ນີ້! ​ເອົາ, ຈັກ​ໜ້ອຍ​ຈັ່ງ​ມາ​ຟັງ​ວ່າ​ປະ​ເທດ​ຕາ​ເວັນ​ຕົກ​ມັກ​ໂຈ​ມຕີ​ດ້ານ​ສິດທິ​ມະນຸດ​ແນວ​ໃດ? ​ແລະ​ທ່ານ ​ເສິງ​ຊີ່​ເວິນ ​ເພິ່ນ​ຂຽນ​ບົດ​ຊີ້​ແຈງ​ອະທິບາຍ​ເຫດຜົນ​ແລະ​ຕອບ​ໂຕ້​ຕາ​ເວັນ​ຕົກ​ຄື​ແນ​ວ​ໃດ?

ເພງ

ຟັງ​ເພງ​ມ່ວນໆ​ແລ້ວ​ບັດ​ນີ້​ກໍ່​ກັບ​ເຂົ້າສູ່​ເລື່ອງ​ທີ່​ປະ​ເທດ​ຕ​າ​ເວັນ​ຕົກ​ບາງ​ປະ​ເທດ​ມັກ​ໂຈມ​ຕີ​ບັນຫາ​ສິດທິ​ມະນຸດ​ໃນ​ຈີນ. ທ່ານ ​ເສິງ​ຊີ່​ເວິນ ຜູ້​ຊ່ຽວຊານ​ດ້ານ​ການ​ພົວພັນ​ສາກົນ​ຂອງ​ຈີນ​​ເພິ່ນ​ຂຽນ​ວ່າ: " ຄົນ 1 ຕື້ 3 ຮ້ອຍ​ລ້ານ​ຄົນ ຍ່ອມ​ສຳຄັນ​ກ່ວາ​ຄົນ 13 ຄົນ​ແນ່ນອນ " ຄົນ​ທຳ​ມະ​ດາ​ສາມັນ​ທົ່ວ​ໄປ​ກໍ່​ບໍ່​ຍອມ​ເຫັນ​ດີ​ກ່ຽວ​ກັບ​ເລື່ອງ​ນີ້! ​ແຕ່​ຕໍ່ສູ້​ສິດທິ​ມະນຸດ​ບາງ​ຄົນ​ເພິ່ນ​ບໍ​ເຫັນ​ດີ​ກັບ​ຄຳ​ເວົ້ານີ້ ​ເພາະ​ວ່າ​ນັບ​ແຕ່​ຕົ້ນປີ 2012 ນີ້​ມາ ມີ​ນັກ​ການ​ເມືອງ​, ນັກ​ການ​ທູດ ​ແລະ ຜູ້​ສັງ​ເກ​ດກາ​ນຂອງ​ບາງ​ປະ​ເທດຕາ​ເວັນ​ຕົກ​ໄດ້​ອອກ​ບົດ​ລາຍ​ງານ​ກ່ຽວ​ກັບ​ຄົນ​ຈີນ​ບາງ​ຄົນ​ທີ່​ໄດ້​ຮັບ​ຜົນ​ກະທົບ. ​ແລະ​ສະພາບ​ສິດທິ​ມະນຸດ​ໃນ​ຈີນ, ພວກ​ເພິ່ນ​ພາ​ກັນ​ເດົາ ພາກັນ​ສັນ​ນິຖານ​ແບບ​ສຸມ 4 ສຸມ 5 ​ເອົາ​ວ່າ: ດຽວ​ນີ້​ຄົນ​ຈີນ​ສ່ວນ​ຫຼາຍ​ດຳລົງ​ຊີວິດ​ແບບ​ທຸກ​ຍາກ​ລຳບາກ ​ແລະ ສຽງ​ຮ້ອງ​ໄຫ້​ທຸກ​ໂສກ​ສາມາດ​ໄດ້​ຍິນ​ຢູ່​ທົ່ວ​ທຸກ​ແຫ່ງ​ວ່າ​ຊັ້ນ. ​ເຊິ່ງຕາມ​ການ​ກ່າວ​ຫາ​ຄາດ​ເດົາ​ຂອງ​ພວກ​ເຂົາ​ນີ້​ມັນ​ບໍ່​ມີນ້ຳໜັກ​ຫຍັງ​ເລີຍ ​ແລະ ຫ່າງ​​ໄກ​ຈາກ​ຄວາມ​ເປັນ​ຈິງ​ຂອງ​ຊີວິດ​ຄົນ​ຈີນ 1 ຕື້ 300 ລ້ານ​ຄົນ​ຢ່າງ​ຫຼວງ​ຫຼາຍ! ການ​ຂຽນບົດ​ລາຍ​ງານ​ນີ້​ຂອງ​ພວກ​ຕາ​ເວັນ​ຕົກ​ນີ້ ຂຽນ​ຂື້ນ​ໂດຍ​ລືມ​ຄວາ​ມຮູ້ສຶກ​ທີ່​ແທ້​ຈິງຂອງ​ຄົນ​ຈີນ​ແທ້​ໆ ສ່ວນ​ໃຫຍ່​ໄປ​ເລີຍ​ແລ້ວ​ມາ​ຄາດ​ເດົາ​ຕັດສິນ​ຕາມ​ລຳພັງ​​ໃຈ​ວ່າ​ຄົນ​ຈີນ​ມີ​ຄວາມ​ສຸກ​ຫຼື​ບໍ່? ທ່ານ ​ເສິງ​ຊີ່​ເວິນ ​ໄດ້​ຍົກ​ເອົາ​ຜົນ​ການ​ສຳ​ຫຼວດຂອງ​ສູນ​ສຳ​ຫຼວດພິວທີ່​ເຮັດ​ຫວ່າງບໍ່​ດົນ​ມາ​ນີ້​ຂື້ນ​ມາ​ອ້າງອີງ​ວ່າ: ຄົນ​ຈີນ 87% ຕອບ​ວ່າ ​ເຂົາ​​ເຈົ້າພໍ​ໃຈ​ກັບ​ທິດ​ທາງ​ເດີນ​ຂອງ​ຈີນ, ​ເກືອບ 2/3 ບອກ​ວ່ວາ ຊີວິດ​ຂອງ​ເຂົາ​​ເຈົ້າດຽວ​ນີ້​ດີ​ກ່ວາ 5 ປີ​ກ່ອນ​ຫຼາຍ ​ແລະ 74% ບອກ​ວ່າ​ເຂົາ​ເຈົ້າ​ເຫັນ​ໄປ​ໃນ​ແງ່​ດີ​ອະນາຄົດ! ​ເວົ້າ​ແລ້ວ​ມັນ​ກໍ່​ຄ້າຍຄື​ກັບ​ການ​ສຳ​ຫຼວດຫຼື​ການ​ຢັ່ງ​ຄວາມ​ເຫັນ​ອື່ນໆ​ຫັ້ນລະ! ຜົນ​ອອກ​ມາ​ມັນ​ກໍ່​ບໍ່​ສາມາດ​ຕາງໜ້າ​ຄວາມ​ຄິດ​ເຫັນຄົນ​ຈີນທຸກ​ຄົນ​ໄດ້​ດັອກ, ​ແຕ່​ຢ່າງ​ໜ້ອຍ​ເບິ່ງ​ແລ້ວ​ຄົນ​ຈີນ​ກໍ່​ຍັງ​ຮູ້ສຶກ​ດີ​ຕໍ່​ຊີວິດ​ຕໍ່​ປະ​ເທດ​ຫຼາຍ​ກ່ວາຄົນ​ອາ​ເມ​ລິ​ກາ ​ແລະ ຄົນ​​ເອີ​ຣົບ ​ໃນ​ການ​ສຳ​ຫຼວດອັນ​ດຽວ​ກັນ​ນີ້. ​ແລະ​ມັນ​ເປັນ​ຂອງ​ທຳ​ມະ​ດາ​ວ່າ​ໃນ​ຈຳນວນ​ພົນລະ​ເມືອງ​ຈີນ 1 ຕື້ 300 ລ້ານ​ຄົນ​ມັນ​ກໍ່​ຕ້ອງ​ມີ​ຜູ້​ໃດ​ຜູ້​ໜຶ່ງບໍ່​ມີ​ຄວາ​ມສຸກ ​ແລະ​ຈົ່ມ​ວ່າ​ກ່ຽວ​ກັບ​ຊີ​ວິດ​ການ​ເປັນ​ຢູ່, ລັດຖະບານ​ຈີນ​ກໍ່​ຫວັງ​ຢາກ​ໃຫ້​ຄົນ​ຈີນ​ມີ​ຊີ​ວິດ​ທີ່​ມີ​ຄວາມສຸກ ​ແລະ ກໍ່​ພວມ​ພະຍາຍາມ​ຢູ່​ເພື່ອ​ໃຫ້​ໄກ​ກ່ວາ​ຈະ​​ໄປ​ຮອ​​ດ​ເປົ້າໝາຍ​ນັ້ນ! ​ເອົາ, ຟັງ​ເພງ​ປ່ຽນ​ບັນຍາກາ​ດກ່ອນ​ແລ້ວ​ຈັ່ງ​ກັບ​ມາ​ຟັງ​ບົດ​ຄວາມ​ຂອງ​ ທ່ານ ​ເສິງຊີ່​ເວິນ ທີ່​ເພິ່ນ​ຈະ​ຍົກ​ສະພາບ​ຕົວ​ຈິງ​ບາງ​ອັນ​ຂອງ​ປະ​ເທດ​ຕ​າ​ເວັນ​ຕົກ​ບາງ​ປະ​ເທດ​ມາ​ສົມ​ທຽບ​ວ່າ ​ເຖິງ​ວ່າ​ເຂົາ​ເຈົ້າ​ເປັນ​ປະ​ເທດ​ທີ່​ພັດທະນາ​ແລ້ວ ປະຊາຊົນ​ເຂົາ​ເຈົ້າຄວາມສຸກ​ໝົດ​ບໍ່?

ເພງ

ບັດ​ນີ້​ກໍ່​ມາ​ຟັງ ທ່ານ ​ເສິງ​ຊີ່​ເວິນ ​ເພິ່ນ​ຍົກ​ເອົາ​ບາ​ງສະພາບ​ຂອງ​ປະ​ເທດ​ຕາ​ເວັນ​ຕົກວ່າ ​ເຂົາ​​ເຈົ້າ​ເປັນ​ປະ​ເທດ​ທີ່​ພັດທະນາ​ແລ້ວ ປະຊາຊົນ​ຂອງ​ເຂົາ​ເຈົ້າມີຄວາມສຸກ​ໝົດ​ບໍ່?​ ​ເພິ່ນ​ວ່າ​ຫຼາຍ​ປະ​ເທດ​ພັດທະນາ​ແລ້ວ ພົນລະ​ເມືອງ​ກໍ່​ໜ້ອຍ​ກ່ວາ​ຈີນ​ອີກ ຮັ່ງມີ​ຫຼາຍ​ອີກ ​ແຕ່​ປານ​ນັ້ນກໍ່​ຍັງ​ມີ​ຫຼາຍ​ບັນຫາ​ຕ້ອງ​ແກ້, ບັນ​ຫາ​ສັງຄົມ​ບໍ່​ຍຸດຕິ​ທຳ​ກໍ່​ປະກົດ​ອອກ​ມາ​ໃຫ້​ເຫັນ​ໃນ​ສັງຄົມ​ຕາ​ເວັນ​ຕົກ ​ເ​ມື່ອກຳມະກອນ​ຝຣັ່ງປະ​ທ້ວງ, ​ເມື່ອ​ຕາມ​ທ້ອງ​ຖະໜົນ​ຂອງ​ນະຄອນຫຼວງ​ລອນ​ດອນ ຂອງ​ອັງກິດ ​ເກີດມີ​ການ​ຈາລະ​ຈົນ ​ແລະ ​ເມື່ອປ້າຍ​ແລະ​ສຽງ​ຮ້ອງ 99% ຕໍ່ 1% ດັງ​ຂື້ນ​ໃນ​ການ​ປະ​ທ້ວງ​ຢູ່ ວໍ​ສະຕຣີດ ​ໃນ​ອາ​ເມ​ລິ​ກາ, ອັນ​ນີ້​ເປັນ​ບາງ​ປະກົດ​ການ​ເລັກ​ໜ້ອຍ​ທີ່​ຍົກ​ຂື້ນ​ມາ​ໃຫ້​ເຫັນ​ຊື່ໆ ຕົວ​ຈິງ​ມັນ​ມີ​ຫຼາຍ​ກ່ວານັ້ນ. ບັດ​ນີ້​ມາ​ເບິ່ງ​ຢູ່​ຈີນ​ມີ​ເຫດການ​ໜຶ່ງ ​ເມື່ອ​ເກີດ​ຄວາມ​ຂັດ​ແຍ່ງ​ດ້ານ​ຜົນ​ປະ​ໂຫຍ​ດທີ່​ມີ​ພຽງ 13 ຄົນ​ເທົ່າ​ນັ້ນ. ຄັນ​ມາ​ທຽບ​ກັບຄົນ 1 ຕື້ 300 ລ້ານ​ຄົນ​ມັນ​ກໍ່​ປຽບ​ເໝືອນ 0.1% ຕໍ່ 99.9% ຫຼື ທຽບ​ເທົ່າ​ຄົນ​ກຸ່ມ​ນ້ອຍໆ ຕໍ່ຄົນ​ສ່ວນ​ຫຼາຍ​ຂອງ​ປະ​ເທດ ​ເພາະວ່າ​ຈີນ​ເປັນ​ປະ​ເທດ​ທີ່​ໃຫຍ່​ແລະ​ມີ​ພົນລະ​ເມືອງ​ຫຼາຍ​ມະຫາສານ ​ແຕ່​ກ່ອນ​ບໍ່​ເຄີ​ຍຍອມຮັບ​ການ​ສົ່ງ​ເສີມ​ໂຄງການ​ໃຫຍ່​ທີ່​ທັນ​ສະ​ໄໝ ​ເມື່ອມາ​ເຮັດ​ແລ້ວ​ກໍ່​ເຮັດ​ໃຫ້​ປະຊາຊົນ​ຫຼາຍ​ຮ້ອຍ​ລ້ານຄົນ​ຫຼຸດ​ພົ້ນຈາກ​ຄວາມທຸກ​ຍາກ ​ແລະ ການ​ເຮັດ​ໂຄງການ​ທັນ​ສະ​ໄໝ​ແລະ​ໃຫຍ່​ໂຕ​ແນວ​ນີ້ ມັນ​ກໍ່​ຍາກ​ທີ່​ຈະ​ຖືກ​ໃຈ​ຂອງ​ທຸກໆ​ຄົນ ມີ​ບາງ​ອັນ​ກໍ່​ອາດ​ຈະ​ແຕະຕ້ອງ​ສິດຜົນປະ​ໂຫຍ​ດຂອງ​ບາງ​ຄົນ​​ແດ່! ການ​ເຮັດ​ໃຫ້​ປະຊາຊົນ 1 ຕື້ 300 ລ້ານ​ຄົນ​ມີ​ຊີ​ວິດ​ທີ່​ມີ​ຄວາມສຸກ​ນັ້ນຄື​ເປົ້າໝາຍ​ສຸດ​ທ້າຍ​ຂອງ​ຈີນ ​ແລະ ຖ້າ​ສິ່ງ​ນັ້ນມັນ​ເປັນ​ການ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ທີ່​ສຸດ​ຕໍ່​ສັນຕິ​ພາບ​ແລະ​ການ​ພັດທະນາ​ຂອງ​ໂລກ​ໃນ 30 ກ່ວາປີ​ມາ​ນີ້, ​ເພາະວ່າ​ຈີນ​ໄດ້​ຮັບ​ຜົນສຳ​ເລັດ​ສູງ​ເປັນ​ປະ​ຫວັດ​ການ​ແຕ່​ກໍ່​ຕ້ອງ​ຈ່າຍ​ທົດ​ແທນ​ຜົນສຳ​ເລັດດ້ວຍ​ລາຄາ​ແພງ ບໍ່​ວ່າ​ຈະ​ເປັນ​ການ​ເກີດ​ມົນ​ລະ​ພິດ​ທາງ​ສະພາບ​ແວດ​ລ້ອມ, ສິ້ນ​ເປືອງ​ຊັບພະຍາກອນ ລວມທັງ​​ເກີ​ດຜົນ​ກະທົບ​ດ້ານ​ລົບ​ຕໍ່​ສິດທິ​ຜົນ​ປະ​ໂຫຍ​ດຕໍ່​ບາງ​ຄົນ ​ເຊິ່ງສິ່ງ​ເຫຼົ່າ​ນີ້​ບັນຫາ​​ເຫຼົ່ານີ້​ມັນ​ກໍ່​ເປັນ​ເລື່ອງ​ທຳ​ມະ​ດາ​ທີ່​ຕ້ອງ​ເກີດ​ຂື້ນ ​ເມື່ອ​ມີ​ການ​ພັດທະນາ. ​ແຕ່​ວ່າ​ສິ່ງ​ໜຶ່ງ​ທີ່​ບໍ່​ຄວນ​ລືມ​ກໍ່​ແມ່ນ ​ໃນ​ປະຫວັດສາດ​ແຫ່ງ​ການ​ພັດທະນາ​ຕົວ​ເອງ​ຂອງ​ຈີນ ​ແມ່ນ​ຂາວ​ສະອາດ ຄື​ຈີນ​ບໍ່​ໄດ້​ໄປ​ລັກ​ປຸ້ນ​ຈີ້​ສະດົມ​ຫຼື​ຍາດ​ຊິງ​ເອົາ​ຂອງ​ປະ​ເທ​ດອື່ນ ຫຼື ​ເຂົ້າຍຶດຄອງ​ດິນ​​ແດນຂອງ​ປະ​ເທດ​ອື່ນ​ເປັນ​ຫົວ​ເມືອງ​ຂື້ນ. ລະ​ກະ​ບໍ່​ເຄີຍ​ໄດ້​ເຮັດ​ການ​ຄ້າ​ທີ່​ເອົາ​ຄົນ​ອະ​ຟຣິກາ​ມ​າ​ເປັນ​ຂ້າ​ທ​າດ ລະ​ກະ​ບໍ່​​ເຄີຍ​ເຂັນ​ຂ້າ​ຄົນອິນ​ເດຍ​ແດງ, ​ເມື່ອຈີນ​ກ້າວ​ຂື້ນ​ມາ​ທຽບ​ທັນ​ໃນ​ລະດັບ​ດຽວ​ກັນ​ໃນ​ການ​ພັດທະນາ​ກັບ​ປະ​ເທດ​ຕາ​ເວັນ​ຕົກ​ແລ້ວ ​ແຕ່ຈີນກໍ່​ເຮັດ​ໃຫ້​ດີ​ກ່ວາ ທັງ​ຈະ​ເຮັດ​ໃຫ້​ເຫັນ​ວ່າ​ຈີນ​ເຄົາລົບຕໍ່​ສິດທິ​ມະ​ນຸດ​ດີ​ກ່ວາ​ປະ​ເທດ​ຕ​າ​ເວັນ​ຕົກ. ​ເອີ, ຟັງ​ເຫດຜົນ ຟັງ​ສິ່ງ​ອ້າງ​ອີງ​ຂອງ​ ທ່ານ ​ເສິງ​ຊີ່​ເວິນ ​ແລ້ວ​ກໍ່​ໜ້າ​ຟັງ​ໄດ​ເນາະທ່ານ​ຜູ້​ຟັງ!​ ບໍ່​ທັນ​ໝົດ​ໄດ໋ຍັງ​ມີ​ຫຼາຍ​ອັນ​ເປັນຕາ​ຟັງ​ອີກ ​ໂດຍ​ສະ​ເພາະ​ສະພາບ​ຂອງ​ຄົນ​ຈີນ​ຕອນ​ຍັງ​ທຸກໆ​ໃນ​ອະ​ດີດ ຕອນ​ນັ້ນປະ​ເທດ​ຕ​າ​ເວັນ​ຕົກ​ເຄີຍ​ເອີ່ຍ​ເຖິງ​ສິດທິ​ມະນຸດ​ຂອງ​ຈີນ​ບໍ່? ຈັກ​ໜ້ອຍ​ກັບ​ມາ​ຟັງ!

ເພງ

ທ່ານ ​ເສິງ​ຊີ່​ເວິນ ​ໄດ້​ຍົກ​ເອົາ​ເລື່ອງ​ຂອງ​ຈີນ​ໃນ​ອະດີດ​ຂື້ນ​ມາ​ອ້າງ​ເຫດ​ອ້າງ​ຜົນ​ເລື່ອງ​ສິດທິ​ມະນຸດ! ​ເພິ່ນ​ວ່າ: ​ໃນ​ອະດີດ​ຕອນ​ທີ່​ປະ​ເທດ​ຈີນ​ຕົກທຸກ​ໄດ້​ຍາກ ປະຊາຊົນ​ເກືອບ​ທຸກ​ຄົນ​ບໍ່​ມີ​ຮອ​ດ​ເຮືອນ​ຊິ​ຢູ່ ບໍ່​ມີ​ເຄື່ອງ​ຊິນຸ່ງ ຫຼາຍ​ຄົນ​ກໍ່ຕາຍ​ຍ້ອນ​ຄວາມ​ອຶດຫິວ ຍ້ອນ​ເຈັບ​ປ່ວຍ​ຈາກ​ໂລກ​ພະຍາດ ຕອນ​ນັ້ນສິດ​ພື້ນຖານ​ໃນ​ການ​ຢູ່​ລອດ​ຂອງ​ປະຊາຊົນ​ຈີນ​ກໍ່​ບໍ່​ໄດ້​ຮັບ​ການ​ປົກ​ປ້ອງ​ເລີຍ ​ແລ້ວ​ເປັນ​ຫຍັງ​ຕອນ​ນັ້ນບັນ​ດາ​ປະ​ເທດ​ຕາ​ເວັນ​ຕົກ​ຈຶ່ງ​ບໍ່​ສະ​ແດ​ງຄວາມ​ເຫັນ​ໃຈ ອີ່​ຕົນ​ສົງສານ ຫຼື ​ໃຫ້​ຄວາມ​ສົນ​ໃຈ​ເລີຍ! ບາດ​ດຽວ​ນີ້​ຄົນ​ຈີນ​ພວມ​ຮັ່ງມີ ຢູ່ດີ ຊີວິດ​ການ​ເປັນ​ຢູ່​ພວມ​ດີ​ຂື້ນ ດີ​ຂື້ນ ຄົນ​ຕາ​ເວັນ​ຕົກ​ບາງ​ຄົນ​ຊ້ຳພັດ​ອອກ​ມາ​ທຳ​ທ່າ​ສັງ​ແດງ​ຄວາມ​ວິຕົກ​ກັງວົນ​ຕໍ່​ເລື່ອງ​ສິດ​ທິມະນຸດ​ຂອງ​ຈີນ ບໍ່ພໍ​ທໍ່​ໃດ​ຄົນ​​ແບບ​ຄື​ວ່າ: " ອີ​ຕົນ​ສົງສານ ​ເປັນ​ຫ່ວງ​ເອົາ​ແທ້​ເອົາ​ວ່າ " ​​ເບິ່ງ​ແລ້ວ​ເປັນ​ການ​ກະທຳ​ທີ່​​ເຂົ້າ​ໃຈ​ຍາກ​ຫຼາຍ​ວ່າ​ຄົນ​ຕາ​ເວັນ​ຕົກ​ບາງ​ຄົນ​ພວມ​ຄິດ​ຫຍັງ​ຢູ່? ຄັນ​ປະ​ເທດ​ຕາ​ເວັນ​ຕົກ​ໃຫ້​ຄວາມ​ສົນ​ອົກ​ສົນ​ໃຈ​ກ່ຽວ​ກັບ​ເລື່ອງ​ສິດທິ​ມະນຸດ​ແທ້​ກໍ່​ຄວນ​ຈັດການ​ກັບ​ບັນຫາ​ຂອງ​ປະ​ເທດ​ຕົນ​ເອງ​ໃຫ້​ໄດ້​ດີ​ກ່ອນ ສະ​ແດງ​ໃຫ້​ເຫັນ​ແຈ້ງ​ຂື້ນ​ເບິ່ງ​ດຸ​ວ່າ ​ເປັນ​ຫ່ວງ​ສິດ ​ແລ​ະ ຜົນ​ປະ​ໂຫຍ​ດຂອງ​ຜູ້​ປະ​ທ້ວງ​ໃນ​ຝຣັ່ງ ຫຼື ຄວາມທຸກ​ທໍລະມານ​ຂອງ​ຄົນ​ລອນ​ດອນ ​ແລະ ​ໄປ​ຊ່ວຍ​ສົມ​ກັບ​ປະ​ເທດ​ມະຫາ​ອຳນາດ​ໃຫຍ່​ກ່ວານັ້ນ​ແດ່ວ່າ ​ເຊົາ​ສະ​ທີ່​ໄປ​ເລາະ​ໃຊ້​ຄວາມ​ຮຸນ​ແຮງ​ເຂັ່ນຂ້າ​ປະຊາຊົນ​ຕາ​ດຳໆ​ຂອງ​ປະ​ເທດ​ອື່ນ. ຄັນ​ປະ​ເທດ​ຕາ​ເວັນ​ຕົກ​ບາງ​ປະ​ເທດ​ເປັນ​ຫ່ວງ​ສົນ​ໃຈ​ກ່ຽວ​ກັບ​ບັນຫາ​ສິດທິ​ມະນຸດ​ຢູ່​ຈີນ​ແທ້ ກໍ່​ຄວນ​ສັງ​ເກ​ດ​ເບິ່ງ​ຢ່າ​ງລະມັດລະວັງ​ກວ່າ​ເກົ່າ​ກ່ຽວ​ກັບ​ຊີວິດ​ຕົວ​ຈິງ​ຂອງ​ຄົນ​ຈີນ 1 ຕື້ 300 ລ້ານ​ຄົນ. ​ແລະ​ເວລາ​ເວົ້າ​ເຖິງ ​ເລື່ອງ​ສິດທິ​ມະນຸດ​ຢູ່​ຈີນ ກໍ່​ຄວນ​ເວົ້າດ້ວຍ​ທ່າທີ​ສ້າງສັນ​ແລະ​ຮ່ວມ​ມື​ກັນ​ຂື້ນ​ກ່ວາ​ນີ້ ມີ​ແຕ່​ເຮັດ​ແບບ​ນີ້​ປະ​ເທດ​ຕາ​ເວັນ​ຕົກ​ຈຶ່ງ​ຈະ​ເຮັດ​ໃຫ້​ຄົນ​ຈີນ​ສ່ວນ​ໃຫຍ່​ເຄົາລົບ ​ແລະ ​ເປັນ​ມິດ​ກັບ​ຈີນ​ແທ້ໆ ​ແລະ​ຈີ​ນກໍ່​ບໍ່​ເຄີຍ​ຢ້ານ​ທີ່​ຈະ​ລົມ​ເຖິງ​ເລື່ອງ​ສິດທິ​ມະນຸດ ​ແຕ່ການ​ເວົ້າ​ລົມ​ປຶກສາ​ຫາລື​ກັນ​ຈະ​ເກີດ​ຂື້ນ​ໄດ້​ກໍ​ຕໍ່​ເມື່ອ​ຕ່າງ​ຝ່າຍ​ຕ່າງ​ເຄົາລົບ​ເຊິ່ງກັນ​ແລະ​ກັນ! ​ເອົາ, ອັນ​ນີ້​ແມ່ນ​ໜຸ່ມ​ໃຫຍ່​ຄັດ​ຈ້ອນ​ເອົາ​ເນື້ອ​ໃນ​ບົດ​ຂຽນ​ຂອງ​ທ່ານ ​ເສິງ​ຊີ່​ເວິນ ຜູ້​ຊ່ຽວຊານ​ດ້ານ​ຄວາມ​ສຳ​ພັນ​ສາກົນ​ທີ່​ພິມ​ລົງ​​ໃນ​ໜັງ​ສື​ພິມ​ຈີນ​ລາຍ​ວັນ​ ກ່ຽວ​ກັບກໍລະນີ​ທີ່​ມີ​ນັກ​ການ​ເມືອງ ນັກການ​ທູດ ນັກ​ສັງ​​ເກດ​ການ ຂອງ​ຕາ​ເວັນ​ຕົກ​ບາງ​ຄົນ​ທີ່​ເຜີຍ​ແຜ່​ບົດ​ລາຍ​ງານ ຫຼື ມີຄຳ​ເຫັນ​ວິພາກ​ວິຈານ​ກ່ຽວ​ກັບ​ເລື່ອງ​ສິດທິ​ມະນຸດ​ຢູ່ຈີນ​ໃນຕົ້ນປີ​ນີ້! ກໍ່​ເປັນ​ການ​ຂຽນ​ບົດ​ແບບ​ລັກສະນະ​ຊີ້​ແຈງ​ອະທິບາຍ ຍົກ​ເຫດ​ຍົກ​ຜົນ​ຂື້ນ​ມາ​ອ້າງ​ອີງ ທີ່​​ເປັນຕາ​ຟັງ​ໄດ໋​ເນາະທ່ານ​ຜູ້​ຟັງ! ​ເອົາ, ຟັງ​ເພງ​ປ່ຽນ​ບັນຍາກາດ​ກ່ອນ​ບັດ​ນີ້!

ເພງ

ຕາມ​ທັດສະ​ນາ​ສ່ວນ​ຕົວ​ຂອງ​ໜຸ່ມ​ໃຫຍ່​​ແລ້ວ ​ເວົ້າ​ເຖິງ​ເລື່ອງ​ສິດທິ​ມະນຸດ ​ເວົ້າ​ເຖິງ​ເລື່ອງ​ປະຊາທິປະ​​ໄຕ​ແລ້ວ ໝົດ​ໂລກ​ຈະ​ເອົາ​ມາດ​ຕະການ​ດຽວ​ກັນ​ມາ​ນຳ​ໃຊ້​ໃນ​ທຸກໆ​ປະ​ເທດ​ມັນ​ເປັນ​ໄປ​ບໍ່​ໄດ້​ດັອກ​ແມ່ນ​ບໍ່​ທ່ານ​ຜູ້​ຟັງ? ​ເພາະວ່າ​ແຕ່ລະ​ປະ​ເທດ​ມັນ​ກໍ່​ມີ​ປະຫວັດສາດ​ທີ່​ມີ​ມາ ມີ​ວັດທະນະທຳ​ຮີດຄອງ​ປະ​ເພ​ນີ ມີ​ສາສະໜາ ມີ​ຄວາມ​ເຊື່ອ​ຖື ມີ​ຄວາ​ມຄິດ ມີ​ສະພາບ​ແວດ​ລ້ອມ​ຕົວ​ຈິງ​ແຕກ​ຕ່າງ​ກັນ ຕັ້ງຢູ່​ໄກ​ກັນ​ທໍ່​ໃດ​ຍິ່ງ​ຕ່າງ​ກັນຫຼາຍ​ເທົ່າ​ນັ້ນ ​ແລ້ວ​ຈະ​ເອົາ​ມາ​ດຕະຖານ​ດຽວ​ຂອງ​ສິດທິ​ມະນຸດ ຫຼື ປະຊາ​ທິປະ​​ໄຕ​ມາ​ໃຊ້​ໃຫ້​ມັນ​ຄືກັນໝົດ​ກໍ່​ບໍ່​ໄດ້​​ແລ້ວ, ກໍ່​ຍ້ອນ​ວ່າ​ມີ​ບາງ​ປະ​ເທດ​ໃຫຍ່ ມີ​ຄວາມ​ເຂັ້ມ​ແຂງ ມີ​ອຳນາດ​ຫຼາຍ​ກ່ວາ​ຜູ້​ອື່ນ ​ແລ້ວ ຄິດ​ວ່າ ສິດທິ​ມະນຸດ​ຫຼື​ປະຊາທິປະ​​ໄຕ​ຂອງ​ບ້ານ​ຕົນ​ເອງ​ຖືກ​ໝົດ ​ແລ້ວກໍ່​ໄປ​ເລາະ​ຍັດ​​ໃຫ້​ປະ​ເທດ​ນັ້ນປະ​ເທດນີ້​ທີ່​ນ້ອຍ​ກ່າວ ອອ່ນ​ແອ​ກ່ວາ​ເຮັດຕາມ ຄັນ​ເຂົາ​​ເຈົ້າບໍ່​ເຫັນ​ດີ​ບໍ່​ຍອມ ກໍ່​ວ່າ​ປະ​ເທດ​ນັ້ນບໍ່​ມີ​ສິດທິ​ມະນຸດ ບໍ່​ມີ​ປະຊາທິປະ​ໄຕ ​ແລ້ວ​ກໍ່​ຫາ​ວິທີ​ແຊກ​​ແຊງ​ໂຄ່ນ​ລົ້ມ​ໄດ໋ບາດ​ນິ! ອັນ​ນີ້​ລະ​ເປັນສາ​ເຫດ​ທີ່​ເຮັດ​ໃຫ້​ໂລກ​ບໍ່​ມີ​ຄວາມ​ສະຫງົບ​​ແຕ່​ອະ​ດີດ ຈົນ​ຮອດ​ດຽວ​ນີ້ ​ແລະ​ຍັງ​ຈະ​ສືບ​ຕໍ່​ມີ​ຄວາມ​ຂັດ​ແຍ່ງ ມີ​ສົງຄາມ​ກັນ​ຕໍ່​ໄປ​ອີກດົນ! ໜຸ່ມ​ໃຫຍ່​ຄິດວ່າ​ ຄັນ​ໂລກ​ນີ້​ຢູ້ຮ່ວມ​ກັນ​ໂດຍ​ການ​ຮູ້​ຍອມຮັບ ​ແລະ ​ເຄົາລົບ​ຄວາມ​ແຕກ​ຕ່າງ​ຂອງ​ກັນ​ແລະ​ກັນ​ແລ້ວ ​ໂລກ​ນີ້​ຈະ​ມີ​ຄວາມສະຫງົບ​ຜາ​ສຸກ​ກ່ວາ​ນີ້​ຫຼາຍ​ເທົ່າ, ກໍ່​ໄດ້​ແຕ່​ຫັວງວ່າ​ຜູ້ນຳ​ຫຼື​ນັກ​ການ​ເມືອງ​ຂອງ​ປະ​ເທ​ດ​ໃຫ່ຍໆ​ຈະ​ເຂົ້າ​ໃຈ​ແລະ​ຍອມຮັບ​ຈຸດ​ນີ້​ໃນ​ມື້​ໃດ​ມື້ໜຶ່ງ​ທໍ່​ນັ້ນລະ!
​ເພງ
ຈົບ