ຈີນ​ທ່ຽວ​ລາວ

(GMT+08:00) 2012-04-26 15:36:42     cri
ສະບາຍດີ​ມິດ​ລາຍການ​ທຸກ​ທ່ານ! ມື້​ນີ້​ແມ່ນ​ວັນ​ເສົາ ໜຸ່ມ​ໃຫຍ່​ອາລົມ​ດີ​ຍິນ​ດີ​ຕ້ອນຮັບ​ທຸກ​ທ່ານ​ເຂົ້າສູ່​ລາຍການ​ເບິ່ງ​ເມື​ອງຈີນ​ຂອງ CRI FM 93Mhz. ວັນ​ເສົາ​ແນວ​ນີ້​ຫຼາຍ​ຄອບ​ຄົວ​ຄົງ​ຈະ​ມີ​ຄວາມສຸກ​ທີ່​ໄດ້​ຢູ່​ພ້ອ​ມໜ້າ​ພ້ອມ​ຕາ​ກັນ​ເນາະ! ພໍ່-​ແມ່, ອ້າຍ ​ເອື້​ອຍນ້ອງ ​ເຖິງ​ຈະ​ເຮັດ​ກິດຈະກຳ​ຫຍັງ​ຮ່ວມ​ກັນ​ກໍ່​ແລ້ວ​ແຕ່. ​ໃນ​ເຮືອນ ນອກ​ເຮືອ​ນກໍ່​ລ້ວນ​ແຕ່​ມີ​ຄວາມສຸກ​ກັນ​ໝົດ​ລະ​ເນາະ!​​ ​ເຮັດ​ວຽກ​ເຮືອນ​ການ​ຊານ​ ອະນາ​ໄມ​ຮ່ວມ​ກັນ ຍາມ​ທ່ຽງ ຍາ​ມ​ແລງ​ແນວ​ນີ້ ​ແຕ່ງ​ຢູ່​ຄົວກິນ​ຊ່ວຍ​ກັນ ​ເວົ້ານົວ ຫົວ​ມ່ວນ ຢອກ​ໄຍກັນ ຢາກ​ໃຫ້​ທຸກຄອບ​ຄົວ​ເປັນ​ແນວ​ນີ້​ໝົດ​ຄືຊິ​ດີ​ເນາະ! ​ເພາະວ່າ​ທຸກ​ຄອບຄົວ​ມີ​ຄວາມສຸກ ຄວາມ​ຮັກ ຄວາມ​ອົບ​ອຸ່ນ ຄວາມ​ເຂົ້າ​ໃຈ ມັນ​ກໍ່​ສົ່ງ​ຜົນ​ເຖິງ​ສັງຄົມ​ສ່ວນ​ລວມ​ເປັນ​ສັງຄົມ​ທີ່​ມີ​ຄວາມ​ສຸກຄື​ກັນ​ໄດ໋​ເນາະ! ​ແຕ່​ຄວາມ​ຈິງ​ທຸກຄອບ​ຄົວ​ມັນ​ກໍ່​ມີ​ບາງສິ່ງ​ບາງ​ຢ່າງບໍ່​ເຂົ້າ​ໃຈ​ກັນ, ຂັດ​ແຍ່ງ​ກັນ ບໍ​ຫຼາຍ​ກໍ່​ໜ້ອຍ​ສຳ​ຄັນວ່າ​ສະມາຊິກ​ໃນ​ຄອບຄົວ​ຈິງ​ໃຈ ​ແລະ​ຕ້ອງການ​ທີ່​ຢາກ​ແກ້​ໄຂ​ຊ່ວຍ​ກັນ​ບໍ່? ຄັນ​ໜ້າ​ບູດ​ໃສ່​ກັນ ​ເວົ້າ​ບໍ່​ມ່ວນ​ໃສ່​ກັນ ຫຼື ​ເຖິງ​ຂັ້ນຫັນ​ຫຼັງ​ໃຫ້​ກັນ​ ເບິ່ງໜ້າ​ກໍ່​ບໍ່​ຕິດ ມັນ​ກໍ່​ແກ້​ບໍ່​ຕົກ​ໄດ​ເນາະ! ດົນ​ໄປ ດີ​ບໍ່​ດີ ​ເຮັດ​ສຽ​ດ​ເຮັດ​ສີ​ກັນ​ອີກ. ​ແຮ່ງ​ເຮັດ​ໃຫ້​ເລື່ອງ​ນ້ອຍ​ກາຍ​ເປັນ​ເລື່ອງ​ໃຫຍ່ ​ເລື່ອງ​ງ່າຍ​ກາຍ​ເປັນ​ເລື່ອງ​ຍາກ​ໄດ໋ທ່ານ​ຜູ້​ຟັງ​ເອີຍ! ດີ​ບໍ່​ດີ​ກ້າວ​ໄປ​ຮອດ​ທາງ​ຕັນ​ຊ້ຳ​ໄດ໋! ສະນັ້ນກ່​ອນທີ່​ສິ່ງ​ບໍ່​ດີ​ມັນ​ຈະ​ເກີດ​ໃນ​ຄອບຄົວ​ເຮົາ, ຫັນ​ໜ້າ​ເຂົ້າຫາ​ກັນ​ດີ​ກ່ວາ ຜົວ-​ເມຍ, ພໍ່​-​ແມ່ ລູກ ຄ່ອຍ​ເວົ້າຄ່ອຍ​ວ່າ​ກັນ ບໍ່​ໃຊ້​ອາລົມຫາ​ວິທີ​ອອກ​ຊ່ວຍ​ກັນ ຄັນ​ເຮັດ​​ແນວ​ນີ້​ບັນຫາ​ນ້ອຍ​​ໃຫຍ່​ມັນ​ກໍ່​ແກ້​ຕົກ​ໝົດ, ​ເອົາ, ຊ່ວຍກັນ​ເນາະ​ເພື່ອ​ຄອບຄົວທີ່​ຮັກ​ຂອງ​ເຮົາ​ທຸກ​ຄົນ ​ເຮັດ​ໃຫ້​ຄອບຄົວ​ອື່ນ​ເຫັນ​ແລ້ວ​ອິດສາ​ພຸ້ນ​ເປັນ​ຫຍັງ​ເນາະ? ​ເອົາ, ພົບ​ກັນວັນ​ເສົາ​ກໍ່​ເລີຍ​​ໄດ້​ໂອກາດ​ລົມ​ເລື່ອງ​ຄອບຄົວ​ຍາວ​ເຕີບ​ເນາະ! ມື້​ນີ້​ວັນ​ເສົາ​ເລື່ອງ​ທີ່​ໜຸ່ມ​ໃຫຍ່​ຈະ​ເອົາ​ມາ​ເວົ້າສູ່​ຟັງ​ກໍ່​ແມ່ນ​ເລື່ອງ​ເບົາໆ​ຄືກັນ! ຈະ​ລົມ​ສູ່​ຟັງ​ເລື່ອງ​ດຽວ​ນີ້​ນັກ​ທ່ອງ​ທ່ຽວ​ຈີນ​ເຂົ້າມາລາ​ວຫຼາຍຂື້ນ​ເລື່ອງລາວ​ລະອຽດ​ຈະ​ເປັນ​ແນວ​ໃດ ​ຟັງ​ເພງ​ຊຸດ​ທຳ​ອິດ​ກ່ອນ​ເນາະ!          
                         ​
ເພງ

ປີ​ນີ້​ແມ່ນ​ປີ​ທ່ອງ​ທ່ຽວ​ລາວ​ໄດ໋ທ່ານ​ຜູ້​ຟັງ! ຫວັງ​ວ່າ​ຄົນ​ລາວ​ທຸກຄົນ​ຈະ​ຮູ້​ດີ ​ເພື່ອ​ທຳ​ຕົວ​ເປັນ​ເຈົ້າຂ​​ອງບ້າ​ນທີ່​ດີ​ຊ່ວຍ​ກັນຫັ້ນລະ​ເນະ! ປີ​ນີ້​ມີ​ແຕ່​ເຫດການ​ໃຫຍ່​ໆ​ເລີຍ​ຢູ່​ລາວ ​ເປັນ​ປີ​ທ່ອງທ່ຽວ. ​ເດືອນ ພະຈິກ​ກໍ່​ແມ່ນ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊີ-​ເອີຣົບ ຫຼື ອ​າ​ເຊັມ. ຮອ​ດ​ເດືອນ​ທັນ​ວາ​ກໍ່​ມີ​ງານ​ມະຫາ​ກຳ​ກິລາ ມະຫາ​ວິທະຍາ​ໄລ​ອາ​ຊຽນອີກ. ມີ​ແຕ່​ເຫດການ​ໃຫຍ່ໆ​ແນວ​ນີ້​ລະ ຈຶ່ງ​ຮຽກຮ້ອງ​ໃຫ້​ຄົນລາວ​ທຸກຄົນ​ເປັນ​ເຈົ້າຂ​ອງ​ເຮືອນ ​ເປັນ​ເຈົ້າພາບ​ທີ່​ດີ​ຊ່ວຍ​ກັນ​ແທ້ໆ ອັນ​ເລື່ອງ​ຮອຍ​ຍິ້ມສຽງ​ຫົວ​ຄວາມ​ສຸພາບ​ອ່ອນ​ໂຍນ ຮັກ​ແຂກ​ແພງ​ຄົນຫັ້ນບໍ່​ຫ່ວງ​ດັອກ ​ເພາະ​ມັນ​ເປັນ​ມູນ​ເຊື້ອ​ຂອງ​ຄົນ​ລາວ​ແທ້ໆ​ຢູ່​ແລ້ວ! ​ແຕ່​ເປັນ​ຫວ່ງ   ​ເລື່​ອງປະ​ກົດ​ການ​ຫຍໍ້​ທໍ້​ໃນ​ສັງຄົມ​ບາງ​ອັນ​ນິລະທີ່​ນັບ​ມື້​ນັບ​ແຮງ​ນິນະ! ​ໂດຍ​ສະ​ເພາະ​ພວກ​ຂີ້ລັກ​ມັກ​ຈົກ ດຶງ​ກະ​ເປົາ ງັດ​ແງະ ຈີ້​ເຈົ້າ​ເອົາ​ຂ​ອງ ນັກ​ເລງ​ອັນ​ຕະພານ ​ແລະ ພວກ​ຢາ​ເສບ​ຕິດ​ໝູ່​ນີ້​ນະ! ​ໂອ່, ດຽວ​ນີ້​ກ້າ​ເວົ້າ​ເລີຍ​ວ່າ​ໜ້າ​ເປັນ​ຫ່ວງ​ຫຼາຍ. ສູ່​ມື້​ນີ້​ສັງຄົມ ​ເຄືອ​ຄ່າ​ຍສັງຄົມ​ອອນ​ລາຍ​ຜ່ານ​ອິນ​ເຕີ​ເນັດ ມັນ​ແຮງ​ໄວ​ແຮງ​ກ້ວາງ ຈັກ E-mail, Facebook, Twitter, Skype, MSM ມັນ​ໄປທົ່ວ​ໂລກ​ດຽວ​ນີ້. ຄັນ​ສົມມຸດ​ວ່າ​ນັກ​ທ່ອງ​ທ່ຽວ​ຜູ້​ໜຶ່ງ​ມາ​ທ່ຽວ​ວຽງ​ຈັນ, ຫຼວງ​ພະ​ບາງ ຫຼື ບ່ອນ​ອື່ນໆ ​ແລ້ວ​ດຶງ​ກະ​ເປົາ ​ເງິນ​ກະ​ເສຍ ບັດ​ເຄຼດິດກໍ່​ເສຍ ພາສປອດ ກໍ່​ເສຍ ​ເອກະສານ​ສຳຄັນ​ອື່ນໆ​ກໍ່​ເສຍ ​ແລ້ວ​ເຂົາ​ໄປ​ຈົ່ມ​ຢູ່ Social Network ພວກ​ນີ້​ປະນາມ​ລາວ​ວ່າ​ບໍ່ປອດ​ໄພ ມື​ຕໍ່​ມື ປາກ​ຕໍ່ປາກ ມັນ​ໄວ​ມັນ​ກ້ວາງ ປາ​ໂຕ​ດຽວ​ເໝັນ​ຄັບ​ຂ້ອງ ມີ​ດ້າມ​ຄົນ​ດ້າມ​ກຸ່ມ​ມັນ​ໄປ​ເຮັດ ພັດ​ເຮັດ​ໃຫ້​ຄົນ​ລາວ, ປະ​ເທດ​ລາວໝົດ​ປະ​ເທດຂາຍໜ້າ ຂາດ​ຄວາມ​ເຊື່ອ​ໝັ້ນ ​ເສຍ​ທັງ​ສື່ ​ເສ​ຍທັງ​ການທ່ອງທ່ຽວ​ໄດ໋!​​ ເອົາ, ຄັນຊັ້ນ​ເຈົ້າໜ້າ​ທີ່​ທຸກ​ຄົນ​ນີ້​ລະ​ຊ່ວຍ​ກັນ​ປາບ ຊ່ວຍ​ກັນ​ຈັດ​ພວກ​ມານ​ສັງຄົມ​ພວກ​ນີ້​ໃຫ້​ສິ້ນຊາກ​ໄປ​​ໄວໆ ມັນ​ມີ​ບໍ່​ຫຼາຍ​ພໍ​ເທົ່າ​ໃດ​ດັອກຄັນ​ເຮັດ​ແນວ​ນີ້​ແທ້​ນະ! ຄັນ​ຖືກ​ລູກ​ຫຼານ​ຜູ້​ມີ​ສິດ​ອຳນາດ ຫຼື ລູກ​ຄົນ​ຮັ່ງມີ​ແລ້ວ​ອອກ​ມາ​ປົກ​ປ້ອງ​ເອົາ​ລູກ​ຫຼານ​ໂຕ​ເອງ ຜູ້ນັ້ນລະ​ເປັນ​ຄົນ​ເຫັນ​ແກ່​ໂຕ ​ເຫັນ​ແກ່​ຄອບ​ຄົວ ບໍ່​ເຫັນ​ຕໍ່​ປະ​ເທດ​ຊາດ! ​ເອົາ, ທຸກ​ຄົນ​ຊ່ວຍ​ກັນ​ເປັນ​ຫູ​ເປັນຕາ​ຊ່ວຍ​ເຈົ້າໜ້າ​ທີ່​ເນາະ!​ ປາບ​ບໍ່​ໝົດ​ແທ້​ກໍ່​ໃຫ້​ມັນ​ຫຼຸດ​ນ້ອຍ​ຖອຍ​ລົງ​ເຫຼືອ​ໜ້ອຍ​ທີ່​ສຸດ​ກໍ່​ຍັງ​ດີ​ກ່ວາ​ທີ່​ຈະ​ປ່ອຍ​ໃຫ້​ພວກ​ຂີ້ລັກ​ມັກ​ຈົກ ອັນ​ຕະພານ​ກວນ​ເມືອງນັບ​ມື້​ນັບ​ເຕີບ​ໃຫຍ່​ຈັກ​ໜ້ອຍ​ເອົາ​ບໍ່​ຢູ່​ໄດ໋! ​ແຕ່​ດຽວ​ນີ້​ກໍ່​ຍັງ​ຄຸມ​ຍາກ​ແລ້ວ! ​ເອົາ, ຟັງ​​ເພງ​ອີກ​ຊຸດ​ໜຶ່ງ​ກ່ອນ​ເນາະ​ແລ້ວ​ຈະ​ກັບ​ມາ​ເວົ້າ​ເລື່ອງ​ນັກ​ທ່ອງທ່ຽວ​ຈີນ​ເຂົ້າມາລາ​ວຫຼາຍ​ຂືນສູ່​ຟັງ!

ເພງ

711477,………………ຄັນ​ເວົ້າ​ເຖິງ​ນັນ​ທ່ອງ​ທ່ຽວ​ຕ່າງປະ​ເທດທີ່​​ເຂົ້າມາລາ​ວຫຼາຍ​ຜ່ານ​ມາ​ນີ້​ກໍ່​ແມ່ນ​ໄທ, ຍີ່ປຸ່ນ, ​ເອີຣົບ​ ​ແລະ​ບ່ອນ​ອື່ນໆ​ອີກ ​ແຕ່​ວ່າ​ຄົນ​ຈີນ​ບໍ່​ຄ່ອຍ​ມາ​ທ່ຽວ​ລາວ​ຫຼາຍ​ປານ​ໃດ! ​ແຕ່ວ່າ​ມາ​ເບິ່ງ​ຕົວ​ເລກ​ຈາກ​ຂ່າວ​ແລ້ວ​ປີ​ກາຍ​ນີ້​ເປັນ​ໜ້າ​ດີ​ໃຈ​ຫຼາຍ ​ເພາະ​ປະກົດ​ວ່າ​ນັກ​ທ່ອງ​ທ່ຽວ​ຈີນ​ເລີ່​ມ​ເຂົ້າມາລາ​ວຫຼາຍ​ຂື້ນ! ​ເປັນ​ຫຍັງ​ຈຶ່ງ​ວ່າ​ເປັນ​ໜ້າ​ດີ​ໃຈ​ນຳ? ​ເພາະວ່າ​ຖ້າ​ລາວ​ຕີ​ຕະຫຼາດ​ທ່ອງ​ທ່ຽວ​ເຈົ້າ​ເຂົ້ານັກ​ທ່ອງ​ທ່ຽວ ​ດຶງ​ດູດ​ເຂົາ​ເຈົ້າມາ​ທ່ຽວ​ລາວ​ໄດ້​ເປັນ​ເລື່​ອງດີ​ທີ່​ສຸດ ​ເພາະວ່າ​ຈີນ​ເປັນ​ຕະຫຼາດ​ໃຫຍ່​ຫຼາຍ ​ໃກ້​ກັບ​ລາວ​ອີກ ​ແລະ ທີ່​ສຳຄັນ​ນັກ​ທ່ອງ​ທ່ຽວ​ຈີນ​ດຽວ​ນີ້​ບໍ່​ຄື​ນັກ​ 10-20 ປີ​ກ່​ອນ​ໄດ໋ທ່ານ​ຜູ້​ຟັງ! ດຽວ​ນີ້​ກຳລັງ​ຊື້​ຂອງ​ຄົນ​ຈີນ​ສູງ​ຫຼາຍ! 10-20 ປີ​ກ່ອນ​ຕະຫຼາດ​ ຮ້ານຂາຍ​ເຄື່ອງ​ແພງໆ ​ໄຮ​ໂຊ ມີ​ລະດັບ​ຢູ່​ເອີຣົບ ອາ​ເມ​ລິ​ກາ ​ເຫັນ​ວ່າ​ນັກ​ທ່ອງ​ທ່ຽວ​ຈີນ​ຍ່າງ​​ເຂົ້າ​ໄປ​ເລາະ​ເບິ່ງ​ສິນຄ້າ ​ເຈົ້າຂອງ​ຮ້ານ​ບໍ່​ສົນ​ໃຈ​ດັອກ! ​ເພາະວ່າ​ນັກ​ທ່ອງ​ທ່ຽວ​ຈີນ​ບໍ່​ມີ​ເງິນ! ​ແຕ່​ວ່າ​ດຽວ​ນີ້​ມັນ​ປີ້ນ​ກັບ​ແລ້ວ ຕະຫຼາດ​ຮ້ານ​ຄ້າ​ທີ່​ຂາຍ​ສິນ​ຄ້າ​ຫຼູຫຼາ ຟຸມ​ເຟືອຍ ຢູ່​ເອີຣົບ ອາ​ເມ​ລິ​ກາ​ເຫັນ​ນັກ​ທ່ອງ​ທ່ຽວ​ຈີນ ສະອອນ​ຫອມ​ປານ​ເຂົ້າ​ເໝົ້າ​ພຸ້ນ​ຕວະ! ​ເພາະວ່າ​​ເຂົາ​ເຈົ້າຈ່າຍ​ຊື້​ບໍ່​ອັ້ນ ຈົນ​ກຸດ​ຈີນ​ຜ່ານ​ມາ​ນີ້ ​ຕະຫຼາດ​ສິນຄ້າ​ຫຼູຫຼາຢູ່​ເອີຣົບທີ່​ຄໍ​ເຕືີ່ອຍ​ເຕະ​ເຊະ​ຍ້ອນ​ວິ​ກິດ​ການ​ຂອງ​​ເສ​ດຖະກິດຈົນ​ສາມາດ​ລຸກ​ໂປ່​ງ​ໂງ່ງ ​ເປັ່ງ​​ເງັ່ງຂື້ນ​ມາ​ສົດ​ຊື່ນ​ໄດ້​ກໍ່​ຍ້ອນ​ນັກ​ທ່ອງ​ທ່ຽວ​ຈີນ​ນິລະ​ບິນ​ໄປ​ຊື້​ໃຫ້​ນະ! ຄົນ​ຈີນ​ດຽວ​ນີ້​ມີ​ລາຍ​ຮັບ​ສູ​ງ ກຳລັງ​ຊື້​ສູງ ຄົນ​ເຮົາ​ມີ​ເງິນສົດ ມີ​ເງິນ​ທ້ອນ​ສະ​ສົມ ມີ​ປະກັນ​ຊີວິດ​ດີ​ແລ້ວ​ຊິ​ມີ​ຫຍັງ ກໍ່​ໄປ​ຊອກ​ທ່ຽວ​ທໍ່​ນັ້ນຕວະ​ເນາະ! ທ່ຽວ​ບ້ານ​ຕົນ​ເອງ​ຫຼາຍ​ແລ້ວ​ກໍ່​ຢາກ​ໄປ​ທ່ຽວ​ບ້ານ​ເພິ່ນ​ເມືອງ​ເຂົາ, ຕ່າງ​ບ້ານ​ຕ່າງ​ເມືອງຊັ້ນ​ແລ້ວ​ບັດ​ນີ້! ສະນັ້ນລະ​ຈຶ່ງ​ວ່າ​ຄັນ​ເຈາະ​ຕະຫຼາດ​ນັກ​ທ່ອງ​ທ່ຽວ​ຈີນ​ໄດ້ ລາຍ​ຮັບ​ຈາກ​ການທ່ອງທ່ຽວ​ຂອງ​ລາວ​ຈະ​ເພີ່ມ​ຂື້ນ​ຢ່າງ​ໃຫຍ່​ໂລດ​ລະ! ດຽວ​ນີ້​ມີ​ແວວ ​ເລີ່​ມດີ​ຂື້ນ​ແລ້ວ​ຈັກ​ໜ້ອຍ​ລົມ​ກັນ​ຕໍ່!

ເພງ

ຟັງ​ຕົວ​​ເລກ​ຂອງ​ພະ​ແນ​ກຖະ​ແຫຼ​ງຂ່າວ-ວັດທະນະ​ທຳ ຂອງ​ແຂວງ​ຫຼວງ​ພະ​ບາງ​ແລ້ວ​ເປັນຕາ​ດີ​ໃຈ​ນຳ​ໄດ໋ທ່ານ​ຜູ້​ຟັງ! ​ເພາະ​ວ່າ​ປີ 2011 ຜ່ານ​ມາ​ນີ້​ມີ​ນັກ​ທ່ອງ​ທ່ຽວ​ຈີນ​ເຂົ້າມາ​ທ່ອງ​ທ່ຽວ​ຫຼວງ​ພະ​ບາງ​ຕັ້ງວ່າ 16.200 ຄົນ, ສະ​ເພາະ​ຫຼວງພະ​ບາງ​ໄດ໋ນິ! ຍັງ​ບໍ່​ໄດ້​ເວົ້າທົ່ວ​ປະ​ເທ​ດ ທຽບ​ກັບ​ປີ 2010 ​ເພີ່ມຂື້ນ​ຕັງວ່າ 80% ດຽວ​ນີ້​ຄົນ​ຈີນ​ເຂົ້າມາ​ທ່ຽວ​ລາວ​ຫຼາຍ​ຂື້ນ ກໍ່​ຍ້ອນ​ຢາກ​ມາ​ເຫັນ​ແຫຼ່ງທ່ອງ​ທ່ຽວ​ທຳ​ມະ​ຊາດ ​ແລະ​ວັດທະນະທຳ ຢູ່​ພາກ​ເໜືອ​ຂອງ​ລາວ​ເປັນ​ສ່ວນ​ໃຫຍ່! ​ເປັນ​ຫຍັງ​ປີ​ກາຍນີ້​ຈຶ່ງ​ເພີ່ມ​ຂື້ນ​ໄວ​​ແທ້? ກໍ່​ຍ້ອນ​ວ່າ​ດຽວ​ນີ້​ເສັ້ນທາງ​ເຊື່ອມ​ຕໍ່​ກັນ​ລະຫວ່າງ​ອະນຸ​ພາກ​ພື້ນ​ມັນ​ສະດວກ​ຂື້ນ. ​ໂດຍ​ສະ​ເພາະຖະໜົນ R3 ຈາກ​ຄຸນ​ໝິງ ​ເມືອງ​ເອກ​ຂອງ​ແຂວງ ຢູນນານ ​ເນັ່ງ​ມາ​ຜ່ານ​ຊາຍ​​ແດນ ບໍ່​ເຕັນ-ບໍ່​ຫານ ຜ່ານ​ຫຼວງ​ນ້ຳທາ​ເຂົ້າບໍ່​ແກ້ວ ​ເມືອງຫ້ວຍ​ຊາຍ​ໄປ​ສຸດ​ແຄມ​ຂອງ ຈັກ​ໜ້ອຍ​ຂົວ​ຂ້າມ​ນ້ຳຂອງ​ລະ​ຫ່ວາງ​ຫ້ວຍ​ຊາຍ​ຂອງ​ລາວ​ກັບ​ຊຽງ​ຂອງ ຂອງ​ຈັງຫວັດ​ຊຽງ​ລາຍ​ຂອງ​ໄທ​ສຳ​ເລັດ​ແຮ່ງ​ຊິ​ສະດວກ! ​ເສັ້ນທາງ​ເລກທີ 13 ລົງ​ມາ​ຫາ​ຫຼວງ​ພະ​ບາງ​ກໍ່​ສະດວກ ສະນັ້ນນັກ​ທ່ອງ​ທ່ຽວ​ຈີນ​ຈຶ່ງ​ລົງ​ມາ​ທ່ຽວ​ຫຼວງ​ພະ​ບາງ​ຫຼາຍ​ຂື້ນ ດ້ວຍ​ລົດ​ສ່ວນ​ຕົວ​ຈາກ​ຄຸນ​ໝິ​ງ ລົດ​ໂດຍສານ​ໂດຍ​ກົງ​ຈາກ​ຫຼວງ​ພະ​ບາງ ບັດ​ນີ້​ໄປ​ເບິ່ງ​ຢູ່​ແຂວງ​ບໍ່​ແກ້ວ ປີ​ກາຍ​ນີ້​ມີ​ນັກ​ທ່ອງ​ທ່ຽວ​ຈີນ​​ເດີນທາງ​ເຂົ້າມາ​ຫຼາຍ​ກ່ວາ 7.300 ຄົນ. ​ເພີ່ມ​ຂື້ນ​ຈາກ 2010 30% ນັບ​ແຕ່​ຕົ້ນປີ​ມາ​ພາກສ່ວນ​ທ່ອງ​ທ່ຽວ​ແລະ​ບໍ​ລິ​ສັດ​ທ່ອງ​ທ່ຽວ​ຂອງ​ລາວ​ໄດ້​ສໍາຫຼວດ​ເບິ່ງ​ກໍ່​ພົບ​ວ່າ​ນັກ​ທ່ອງ​ທ່ຽວ​ຈີນ​ຍັງ​ສືບ​ຕໍ່​ເພີ່ມ​ຂື້ນ, ​ເອົາ, ຄັນ​ຮັບ​ຕ້ອນ​ດີ ຄັນ​ບໍລິການ​ດີ ໜ້າ​ປະ​ທັບ​ໃຈ​ ແຫຼ່ງທ່ອງ​ທ່ຽວ​ທັງ​ງາມ ທັງ​ສະ​ອາດ ​ແນ່ນອນ​ກໍ່​ຈະ​ສືບ​ຕໍ່​ເພີ່ມ​ຂື້ນ​ລະ​ເນາະທ່ານ​ຜູ້​ຟັງ! ​ເອົາ, ຟັງ​ເພງ​ອີກ​ກ່ອນ​ເນາະ​ແລ້ວ​ຈັ່ງ​ລົມ​ກັນ​ຕໍ່!

ເພງ

​ເວົ້າ​ແທ້​ຄັນ​ພາກ​ສ່ວນກ່ຽວຂ້ອງ​ບໍລິຫານ​ຈັດການ​​ໄດ້​ດີ ​ແນ່ນອນ​ລະ​ນັກ​ທ່ອງ​ທ່ຽວ​ຈີນ​ຈະ​ນັບ​ມື້​ນັບ​ເຂົ້າ​ມາລາ​ວ ມາ​ທ່ຽວ ມາ​ພັກ ມາ​ຊື້ ມາ​ຈ່າຍ ຫຼາຍ​ຂື້ນ ​ໂດຍ​ສະ​ເພາະ​ພາກ​ເໜືອ​ຂອງ​ລາວ​ທີ່​ນັກ​ທ່ອງ​ທ່ຽວ​ຈີນ​ເຂົ້າມາ​ມັນ​ກໍ່​ຫຼາຍ​ແຂວງ​ທີ່​ໜ້າ​ສົນ​ໃຈ​ເດ! ຫຼວງ​ນ້ຳທາ ທຳ​ມະ​ຊາດ​ງາມ ຊົນ​ເຜົ່າ​ຫຼາຍ, ອຸດົມ​ໄຊ​ກໍ່​ຄື​ກັນ ມາ​ຫຼວງ​ພະ​ບາງ​ເມືອງ​ມໍລະດົກ​ໂລກ​ສະບາຍ ​ແລ້ວ​ເລີຍ​ໄປ​ທ່ຽວ​ບັນດາ​ແຂວງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ລາວ ຊຽງ​ຂວາງ, ຫົວພັນ ກໍ່​ມີ​ແຕ່​ບ່ອນ​ທ່ອງ​ທ່ຽວ​ງາມ​ໆ ທັງ​ທ່ຽວ​ທຳ​ມະ​ຊາດ, ປະຫວັດສາ, ວັດຖຸ​ບູຮານ, ວັດທະນະທຳ​ຂະໜົບ​ທຳນຽມ​ຮີດຄອງ​ປະ​ເພນີ​ມີ​ໝົດ,!, ດຽວ​ນີ້​ຂະ​ແໜງ​ການທ່ອງທ່ຽວ ລາວ-​ໄທ​ກໍ່​ຮ່ວມ​ມື​ກັນ​ເດ​ເນາະ! ຄົນ​ຈີນ​ກໍ່​ມັກ​ໄປ​ທ່ຽວ​ຊຽງ​ໃໝ່​ເຫັນ​ບໍ່? ຜ່ານ​ຊາຍ​​ແດນ​ບໍ່​ເຕັນ-ບໍ່​ຫານ ຫຼວງ​ນ້ຳທາ ​ເຂົ້າອຸດົມ​ໄຊ ​ໄປ​ຫ້ວຍ​ຊາຍ ຂ້າມ​ເຮືອ​ໄປ​ຊຽງ​ຂອງ ຊຽງ​ລາຍ ​ໄປ​ທ່ຽວ 3 ລ່ຽມ​ທອງຄຳ ຕໍ່​ໄປ​ທ່ຽວ​ຊຽງ​​ໃໝ່ ກັບ​ມາ​ເຂົ້າບໍ່​ແກ້ວ ຜ່ານ​ຫຼວງ​ນ້ຳທາ ລົງ​ໄປ​ອຸດົມ​​ໄຊ ລົງ​ທ່ຽວ​ຫຼວງ​ພະ​ບາງ ​ເຮັດ​ເປັນ​ອົງການ​ທ່ອງ​ທ່ຽວ​ຮ່ວມ​ກັນ​ລະ​ຫ່ວາງ​ ລາວ-​ໄທ-ຈີນ ​ແນວ​ນີ້​ຮັບຮອງ​ວ່ານັກ​ທ່ອງ​ທ່ຽວ​ຈີນ​ຈະ​ນັບ​ມື້​ນັບ​ຫຼາຍ​ຂື້ນ​ລະ ​ເດີນທາງ​ມາ​​ເທື່ອ​ດຽວ​ໄດ້​ທ່ຽວ​ເມືອງ​ທ່ອງ​ທ່ຽວທີ່​ມີ​ຊື່​ສຽງ​ຂອງ​ໂລກ​ຄື ຫຼວງ​ພະ​ບາງ​ຂອງ​ລາວ ກັບ ຊຽງ​ໃໝ່​ຂອງ​ໄທ ​ໃຜ​ຊິ​ບໍ່​ຢາກ​ໄປ​ເນາະທ່ານ​ຜູ້​ຟັງ!​ ຕໍ່​ໄປ​ເວົ້າບໍ່​ໄດ້​ເນາະ ຄັນ​ໄປມາຫາສູ່​ລະຫວ່າງ​ຄົນ​ຈີນ ຄົນ​ລາວ​ຫຼາຍ​ຂື້ນ ນັກ​ທ່ອງ​ທ່ຽວ​ຈີນ​ສົນ​ໃຈ​ປະ​ເທດ​ລາວ​ຫຼາຍ​ຂື້ນ​ດຽວ​ນີ້​ມີ​ຖ້ຽວ​ບິນ ຄຸນ​ໝິງ-ວຽງຈັນ ຕໍ່​ໄປ​ກໍ່​ອາດ​ຈະ​ມີ​ການ​ເປີດ ຄຸນ​ໝິງ-ຫຼວງ​ພະ​ບາງ, ຄຸ​ນໝິງ-ສະຫັວນນະ​ເຂດ, ຂີ່​ລົດ​ຂື້ນ​ມາ​ຄຳ​ມ່ວນ​ໜ້ອຍ​ດຽວ 2 ຊົ່ວ​ໂມງ​ກໍ່​ຮອດ ​ແຫຼ່ງທ່ອງ​ທ່ຽວ​ໃໝ່ໆ​ໜ້າ​ສົນ​ໃຈ​ມະ​ຫັດສະ​ຈັນ​ເຕັມ ຢູ່​ແຂວງ​ຄຳ​ມ່ວນດຽວ​ນີ້! ຄັນ​ລົງ​ໄປ​ຈຳປາ​ສັກ ​ແຮ່ງ​ບໍ່​ອຶດ​ບ່ອນ​ທ່ຽວ, ​ເອົາ, ຊ່ວຍ​ກັນ​ບໍລິຫານ​ຄຸ້ມ​ຄອງ​ດີໆ​ແລ້ວ ນັກ​ທ່ອງ​ທ່ຽວ​ຈີນ​ຈະ​ນັບ​ມື້​ນັບ​ເຂົ້າມາ​ທ່ຽວ​ປະ​ເທດ​ລາວ​ຫຼາຍ​ຂື້ນ​ແນ່ນອນ!
​ເພງ
ຈົບ