ຄົນ​ຈີນ​ໄປ​ທ່ຽວ​ຊື້​ສິນຄ້າ​ຫຼູຫຼາຟູມ​ເຟືອຍ​ຢູ່​ຕ່າງປະ​ເທດ

(GMT+08:00) 2012-04-26 15:38:17     cri
ສະບາຍດີ​ມິດ​ລາຍການ​ເບິ່ງ​ເມືອງ​ຈີນ​ທຸກ​ທ່ານ! ຫຼັງ​ລາຍການ​ກິລາກໍ່​ພົບ​ພໍ້​ກັນ​ປະຈຳ​ກັບ​ໜຸ່ມ​ໃຫຍ່​ອາລົມ​ດີ ທາງ CRI FM 93Mhz ມື້ນີ້​ແມ່ນ​ວັນ​ພະຫັດ, ທີ 9 ກຸມພາ​ແລ້ວ! ມື້ວານ​ນີ້​ຄັນ​ທ່ານ​ໃດ​ໄດ້​ຟັງ​ລາຍການ​ນີ້​ກໍ່​ຄົງ​ຈະ​ຍັງ​ຈື່​ຢູ່​ເນາະ, ໜຸ່ມ​ໃຫຍ່​ເອົາ​ເລື່ອງ​ຄົນ​ຈີນ​ໄປ​ທ່ຽວ​ແລະ​ຊື້​ເຄື່ອງ​ລາຄາ​ແພງໆ​ຢູ່​ຕ່າງປະ​ເທດ​ໃນ​ໄລຍະ 7 ມື້​ຂອງ​ບຸນ​ກຸດ​ຈີນ​ຄື​ແຕ່​ວັນ​ທີ 22 ຫາ 28 ​ເດືືອ​ນ​ແລ້ວນີ້​ຢ່າງ​ມັນ​ມື! ມື້​ນີ້​ໜຸ່ມ​​​ໃຫຍ່​ກໍ່​ອ່ານ​ພໍ້​ບົດ​ໜຶ່ງ​ທີ່​ວິຈານ​ກ່ຽວ​ກັບ​ເລື່ອງ​ນີ້​ຈາກ​ຂ່າວສານ​ຊິນ​ຮວາ ກໍ່​ເລີຍ​ຄັດ​ຈ້ອນ​ເອົາ​ມາ​ເວົ້າສູ່​ຟັງວ່າ: ການ​ກະທຳ​ແນ​ວນັ້ນມັນ​ເປັນ​ສິດທິ​ສ່ວນ​ບຸກຄົນ​ຢູ່ ​ແຕ່​ວ່າ​ມັນ​ມີ​ຜົນ​ສະທ້ອນ​ດ້ານ​​ແນວ​ຄິດ ດ້ານ​ການ​ປຽບທຽບລະຫວ່າງ​ຄວາມ​ຮັ່ງ​ກັບ​ຄວາມທຸກ​ແນວ​ໃດ​ແດ່​ໃນ​ສັງຄົມ​ຈີນ? ບົດ​ນີ້​ກໍ່​ແມ່ນ​ຂຽນ​ໂດຍ​ຜູ້ອຳ​ນວຍ​ສະ​ຖາ​ບັນ​ການ​ສຶກສາ​ສາກົນ CAPA ຮ່ວມ​ກັບ​ມະຫາວິທະຍາ​ໄລ​ນະຄອນຫຼວງ ​ແລະ ມະຫາວິທະຍາ​ໄລ​ສຶກສາ​ສາກົນ​ຂອງ​ນະຄອນ​ຊຽງ​ໄຮ! ​ໃນ​ບົດ​ນີ້​ອ່ານ​ເບິ່ງ​ແລ້ວ​ມີ​ຫຼາຍອັນ​ທີ່​ໜ້າ​ສົນ​ໃຈ​ແລະ​ງຶດ​ຫງຳກ່ຽວ​ກັບ​ເລື່ອງ​ຊ່ອງ​ຫວ່າງ​ໃນ​ສັງຄົມ​ຈີນ​ໃນ​ປະຈຸ​ບັນ! ​ເອົາ, ຈະ​ໜ້າ​ສົນ​ໃຈ​ແລະ​ໜ້າ​ຄຶດ​ແນ​ວ​ໃດ​ນັ້ນຟັງ​ເພງ​ຊຸດ​ທຳ​ອິດ​ຈາກ​ລາຍການ​ກ່ອນ​ແລ້ວ​ໜຸ່ມ​ໃຫຍ່​ຈະ​ເວົ້າສູ່​ຟັງ!

ເພງ

​ເອົາ, ສອງ​ເພງ​ຈີ​ນມ່ວນໆ​ຜ່ານ​ໄປ​ແລ້ວ ຂໍ​ຕ້ອນຮັບ​ທ່ານ​ກັບ​ຄືນ​ສູ່​ເນື້ອ​ໃນ​ຂອງ​ລາຍການ​ເບິ່ງ​ເມືອງ​ຈີນ​ທີ່​ມີ​ໃຫ້​ທ່ານ​ຟັງ​ທຸກຄືນ​ແຕ່​ເວລາ 19​ໂມງ ຫາ 19:50 ນາທີ! ຄື​ເວົ້າ​ໄວ້​ແຕ່​ຕອນ​ກ່​ອນ​ເປີ​ດ​ເພງ​ວ່າ​ເນື້ອ​ໃນ​ລາຍການ​ຄືນ​ນີ້​ຕໍ່​ເນື່ອງ​ຈາກ​ຄືນ​ຜ່ານ​ມາ​ກ່ຽວ​ກັບ​ເລື່ອງ​ຄົນ​ຈີນ​ໄປ​ເດີນທາງ​ທ່ອງ​ທ່ຽວ ​ແລະ ຊື້​ສິນຄ້າ​ຫຼູຫຼາຢູ່​ຕ່າງ​ປະ​ເທດ​ໃນ​ໄລຍະ 7 ມື້​ພັກ​ຂອງ​ບຸ​ນກຸດ​ຈີນ​ຜ່ານ​ມາ ອັນ​ເຮັດ​ໃຫ້​ເກີດ​ຫາງ​ສຽງ​ກ່ຽວ​ກັບ​ຄວາມ​ເລື່ອມ​ລ້ຳຕ່ຳ​ສູງ​ໃນ​ສັງຄົມ​ຈີນ​ປະຈຸ​ບັນ. ​ແລະ​ກໍ່​ມີ​ບົດ​ຂຽນ​ຂອງ​ສະ​ຖາ​ບັນການ​ສຶກສາ​ແລະ​ມະຫາວິທະຍາ​ໄລ​ອອກ​ມາ​ທາງ​ຂ່າວສານ​ຊິນ​ຮວາ​ຂອງ​ຈີນ! ໜຸ່ມ​ໃຫຍ່​ກໍ່​ເລີຍ​ຄັດ​ຈ້ອນ​ເອົາ​ມາ​ເວົ້າສູ່​ຟັງ​ຄືນ​ນີ້ວ່າ ນັກ​ວິສະວະກອນ​ລະດັບ​ຜູ້ອຳ​ນວຍ​ການ​ຂອງ​ສະ​ຖາ​ບັນ​ການ​ສຶກສາ​ຂອງ​ຕ່າງປະ​ເທດ​ແລະ​ຂອງ​ຈີນ ທີ່​ຮ່ວມ​ມື​ກັນ​ວິ​ເຄາະ​ວິ​ໄຈ​ອອກ​ມາ​ເປັນ​ບົດ​ນັ້ນ ​ເພິ່ນ​ມີ​ຄວາມ​ເຫັນ​ຕໍ່​ເລື່ອງ​ນີ້​ແນວ​ໃດ? ​ເພິ່ນ​ວ່າ​ພຽງ​ແຕ່ 7 ມື້​ພັກ​ປີ​ໃໝ່​ກຸດ​ຈີນ ຄົນ​ຈີນ​ໄປ​ຈ່າຍ​ເງິນ​ຢູ່​ຕ່າງປະ​ເທດ​ເຖິງ 7 ຕື້ 200 ລ້ານ​ໂດ​ລາ​ສະຫະລັດ, ກາຍ​ເປັນ​ກຸ່ມ​ນັກ​ຊື້​ທີ່ຊົງ​ພະ​ລັງ​ທີ່​ສຸດ​ໃນ​ໂລກ​ໄປ​ເລີຍ. ​ແຕ່​ມາ​ເບິ່ງ​ທຽບ​ໃສ່​ກັບ​ກຳມະກອນ​ເຄື່ອນ​ຍ້າຍ​ຂອງ​ຈີນ​ໃນ​​ໄລຍະ​ປີ​ໃໝ່​ຫາ​ວິທີ​ກັບ​ບ້ານ​ເກີ​ດຊື່​ໆ​ກໍ່​ຍັງ​ຍາກ​ແລ້ວ ບາງ​ຄົນ​ຍັງ​ບໍ່​ໄດ້​ປີ້​ລົດຊ້ຳ, ບາງ​ຄົນ​ຍັງ​ຂີ່​ລົດຈັກ​ກັບ​ບ້ານ ​ແລະ ກັບ​ຕົວ​ເມືອງ​ໄລຍະ​ທາງ​ເປັນ​ຫຼາຍຮ້ອຍ​ກິ​ໂລ​ແມັດ ​ເພື່ອ​ປະ​ຫຍັດ​ເງິນ​. ​ໃນ 4-5 ປີ​ຫຼັງໆ​ມາ​ນີ້​ເກີ​ດກະ​ແສ​ນິຍົມ​ໄປ​ທ່ຽວ​ຊື້​ສິນຄ້າ​Brand Name ລາຄາ​ສູງໆ ຫຼູຫຼາ​ຟຸມ​ເຟືອຍ​ຂອງ​ຄົນຈີນ​ທີ່​ມີ​ຖານະ​ການ​ເງິນ​ດີ​ນັບ​ມື້​ນັບ​ແຮງ​ຂື້ນ​ໃນ​ໄລຍະ​ປີ​ໃໝ່! ສຳລັບ​ຄົນ​ປະ​ເທດ​ຕາ​ເວັນ​ຕົກ​ທີ່​ມີ​ລາຍ​ຮັບ​ສູງ​ແລ້ວ ການ​ໃຊ້​ຈ່າຍ​ຂອງ​ເຂົາ​ເຈົ້າທຳ​ອິດ​ກໍ​ແມ່ນ​ການ​ເລີ່​ມຊື້​ເຮືອນ​ຫຼັງ​ງາມ​ໆ, ​ເຄື່ອງ​ເຟີ​ນີ​ເຈີ້​ຫຼູໆ, ລົດ​ຄັນ​ແພງໆ ​ແລ້ວ​ກໍ່ຕາມ​ໄປ​ດ້ວຍ​ການ​ໄປ​ທ່ຽວ​ໃນ​ຍາມ​ພັກ. ຄັນ​ໄປ​ອາບ​ແດດ​ອຸ່ນໆ​ຢູ່​ປະ​ເທດ​ເຂດ​ຮ້ອນ​ບໍ່​ໄດ້ ​ເຂົາ​ເຈົ້າກໍ່​ຈະ​ໄປ​ພັກ​ຢູ່​ເຮືອນ​ພັກ​ຕາກ​ອາກາດ​ທີ່​ຫຼູໆ ​ເພື່ອ​ຫຼິ້ນສະ​ກີ​ໃນ​ຍາມໜາວ. ນີ້​ຄື​ຄວາມ​ຝັນ​ຂອງ​ຄົນ​ຕາ​ເວັນ​ຕົກ​ທີ່​ມີ​ລາຍ​ຮັບ​ສູງ! ​ແຕ່​ໃນ​ປີ 2 ປີ​ມາ​ນີ້​ວິ​ກິດ​ການ​ເສດຖະກິດ​​ໂຈມ​ຕີ​ປະ​ເທດ​ທີ່​ພັດທະນາ​​ແລ້ວ​ຢ່າງ​ໜັກ; ບໍ່​ວ່າ​ຈະ​ເປັນ ອາ​ເມ​ລິ​ກາ ຫຼື ​ເອີຣົບ ທີ່​ພວມ​ປະ​ເຊີນ​ຢູ່​ໃນ​ຂະນະ​ນີ້, ສະນັ້ນຄົນ​ຕາ​ເວັນ​ຕົກ​ສ່ວນ​ໃຫຍ່​ຈຶ່ງ​ຕ້ອງ​ໄດ້​ຮັດ​ສາຍ​​ແອວ​ຢ່າງ​ໜັກ, ​ແຕ່​ກົງກັນຂ້າມຈຳນວນ​ຄົນ​ຈີນທີ່​ຮັບ​ເອົາ​ວິທີ​ທ່ຽວຫຼິ້ນ ວິທີຊື້​ທີ່​ຫຼູຫຼາ​ຂອງ​ຄົນ​ຕາ​ເວັນ​ຕົກ​ມາ ຊ້ຳພັດ​ນັບ​ມື້​ນັບ​ເພີ່ມ​ຂື້ນ, ຫຼາຍຄົນ​ໜີ​ຈາ​ກການ​ຈາລະຈອນທີ່​ຄັບຄາ​ໜາ​ແໜ້ນ​ຢູ່​ຈີນ​ໃນ​ຍາມ​ບຸນ​ກຸດ​ຈີນ​ໄປ​ຈັບ​ຈ່າຍ​ຢູ່​ປະ​ເທດ​ອື່ນ​ຢ່າ​ງ​ເມົາ​ມັນ​ເພີດ​ເພີນ ປານ​ເງິນ​ເປັນ​ໃບ​ໄມ້! ລະ​ກະ​ໄປ​ຊ່ວຍ​ກະ​ຕຸ້ນ​ໃຫ້​ສິນຄ້າ Brand Name ​ໃນ​ເອີຣົບ ອາ​ເມ​ລິ​ກາ ທີ​ພວມ​ໝູບ​ອາບຟາບ​ຢູ່​ນັ້ນ ຖືກ​ຊຸບ​ຊີວິດ​ຄືນ​ມາ​ອີກ​ເທື່ອ​ໜຶ່ງ. ​ເພາະວ່າ​ຄົນ​ຈີນ​ທີ່​ມີ​ເງິນ​ຫຼາຍ​ບອກ​ວ່າ: ​ໄປ​ຊື້​ຢູ່​ຕ່າງປະ​ເທດ​ທັງ​ໄດ້ທ່ຽວ​ພ້ອມ! ຖ້າ​ຊື້​ຍີ່​ຫໍ້​ດຽວ​ກັນ​ຢູ່​ໃນ​ປະ​ເທດ​ພາສີ​ນຳ​ເຂົ້າສູງ​ຫຼາຍ ຈຶ່ງ​ເຮັດ​ໃຫ້​ລາຄາ​ແພງ​ຫຼາຍ! ​ເປັນຕາ​ຢາ​ກຫົວ​ເນາະທ່ານ​ຜູ້​ຟັງ ​ເພິ່ນ​ວ່າ​ຊື້​ຢູ່​ໃນ​ປະ​ເ​ທດ​ແພງ​ຫຼາຍ ຄັນ​ໄລ່​ຄ່າ​ເດີນທາງ, ຄ່າ​ພັກ, ຄ່າ​ກິນ ຢູ່​ຕ່າງປະ​ເທດ​ເຂົ້າ​ໄປ​ອັນ​ໃດ​ຊິ​ແພງ​ກ່ອນ​ກັນ​ບາດ​ນີ້​ເນາະ! ຢູ່​ລາວ​ນິຄື​ກັນ​ກໍ່​ເກີ​ດກະ​ແສ​ເຫີ່​ກັນ​ໄປ​ຊື້​ສິນຄ້າ​ຢູ່​ປະ​ເທດ​ໃກ້​ຄຽງ ລົດ​ໄຫຼ​ຂ້າ​ມຂອງ​ໄປ​ລຶດໆ​ໃນ​ແຕ່​ລະ​ມື້ ດີ​ໃຈ​ວ່າ​ຢູ່​ພຸ້ນ​ຖືກ ກະ​ຄື​ເວົ້າຫັ້ນ​ລະ​ວ່າ ຄັນ​ໄລ່​ຄ່າ​ລົດ ຄ່າ​ນ້ຳມັນ ຄ່າ​ກິນ ຄ່າ​ທ່ຽວ​ແລ້ວ​ຢູ່​ໃສ​ມັນ​ສິຖືກ​ກ່ວາ​ກັນ​ເນາະ! ​ເອີ, ຄົນ​ເຮົ​ານິກໍ່​ແປກ ​ແທນ​ທີ່​ຈະ​ສົ່ງ​ເສີມ​ສະໜັບສະໜູນ​ສິນຄ້າ​​ເສດ​ຖະກິດ​ບ້ານ​ໂຕ ພັດ​ໄປ​ເຫີ່​ຈ່າຍ​ເງິນ​ຢູ່​ປະ​ເທດ​ອື່ນ! ​ເອົາ, ຟັງ​ເພງ​ກ່ອນ​ເນາະ​ແລ້ວ​ຈັ່ງ​ລົມ​ກັນ​ຕໍ່!

ເພງ

ຂະນະ​ນີ້………….. ຄຳ​ເຫັນ…. ຢາກ​ຟັງ​ເພງ 711477, 9300 ບັດ​ນີ້​ມາ​ລົມ​ເລື່ອງ​ຄົນ​ຈີນ​ເຫີ່​ໄປ​ທ່ຽວ​ຊື້​ສິນຄ້າ​ຫຼູຫຼາ​ຟຸມ​ເຟືອຍ​ຢູ່​ຕ່າງປະ​ເທດ​ໃນ 7 ມື້​ພັກ​ບຸນ​ກຸດ​ຈີນ​ຕໍ່​ເນາະ! ​ໃນ​ບົດ​ທີ່​ເພິ່ນ​ຂຽນ​ພິມ​ລົງ​ຂ່າວສານ​ຊິນ​ຮວາ ກໍ່​ຄື​ໜັງສືພິມ​ອື່ນ​ໆ​ຂອງ​ຈີນ​ນິ ​ເພິ່ນ​ຍັງ​ວ່າ​ໃນ​ຂະນະ​ທີ່​ຈີນ​ຍັງ​ເປັນ​ປະ​ເທດ​ພວມ​ພັດທະນາ​ທີ່​ມີ​ລາຍ​ຮັບ​ລະດັບ​ກາງຄື 4.500 ​ໂດ​ລາ​ຕໍ່​ຄົນ​ຕໍ່​ປີ ​ແຕ່​ຄົນ​ຈີນ​ຈຳນວນ​ບໍ່​ໜ້ອຍ​ຊ້ຳພັດ​ໄປຕ່າງປະ​ເທດ​ໃຊ້​ຈ່າຍ​ຢ່າງ​ຟຸມ​ເຟືອຍ ມັນ​ກໍ່​ສາມາດ​ສະທ້ອນ​ເຖິງ​ຄວາມ​ຮັ່ງມີ​ຂອງ​ຈີນ​ຕໍ່​ສາຍຕາ​ຊາວ​ໂລກ​ໄດ້​ຄື​ກັນ. ​ແຕ່​ຢ່າ​ລືມ​ວ່າ​ຊາວ​ຕາ​ເວັນ​ຕົກ​ດີ​ໃຈ​ທີ່​ຄົນ​ຈີນ​ເງິນ​ເຫຼືອ​ຖົງ​ຈຳນວນ​ໜຶ່ງ​ບິນ​ໄປ​ຊື້​ເຄື່​ອງລາຄາ​ແພງໆ​ຂອງ​ເຂົາ​ເຈົ້ານັ້ນ ປະຊາຊົນ​ໃນ​ຊົນນະບົດ​ຂອງ​ຈີນ​ສະ​ເລ່ຍ​ແລ້ວມີ​ລາຍ​ຮັບ​ໜ້ອຍ​ກ່ວາ 7 ພັນ​ຢວນຕໍ່​ປີ, ປະມານ 1.100 ​ໂດ​ລາ ຫຼື ປະມານ 8 ລ້ານ​ກ່ວາ​ກີບ​ຕໍ່​ປີ​ເທົ່າ​ນັ້ນ. ​ແລະ​ຄົນ​ຈີນ​ທີ່​ຍັງ​ຈັດ​ວ່າ​ເປັນ​ຜູ້​ທຸກ​ຍາກ​ຄື​ມີ​ລາຍ​ໄດ້​ປະມານ 6 ຢວນຕໍ່​ມື້​ຫຼື​ປະມານ​ເກືອບ 8 ພັນ​ກີບ​ຕໍ່​ມື້ ກໍ່​ຍັງ​ມີ​ຕັ້ງວ່າ​ຫຼາຍກ່ວາ120 ລ້ານ​ຄົນ​ພຸ້ນ​ໄດ໋ທ່ານ​ຜູ້​ຟັງ! ​ແລະ​ບໍ່ພໍ​ທໍ່​ໃດ​ມື້​ຜ່ານ​ມາ​ນີ້​ສື່​ມວນ​ຊົນ​ຈີນ​ກໍ່​ລາຍ​ງານຂ່າວ​ທີ່​ເຮັດ​ໃຫ້​ສະ​ເທືອ​ນ​ໃຈ​ຫຼາຍ​ ​ແລະ ​ເຮັດ​ສະທ້ອນ​ໃຫ້​ເຫັນ​ວ່າ​ຄົນ​ຈີນ​ຈຳນວນ​ບໍ່​ໜ້ອຍ​ຍັງ​ທຸກ​ຍາກ​ຫຼາຍຢູ່! ຄືຂ່າວ ລຸງ ພານ ຈີ​ໂຫ ຊາວ​ກະສິກອນ​ອາຍຸ 60 ປີ​ປາຍ ຢູ່​ເມືອ​ງນ້ອຍ ຊ່ຽນ​ເຟິ່ງ ​ແຂວງ ຫູ​ເປີ​ຍ ຂ້າ​ຕົວ​ຕາຍ ຫຼັງ​ຈາກ​ທີ່​ເຈັບ​ໂຊ​ມາ​ໄດ້ 3 ປີ​ແລ້ວ, ​ເຈັບ​ໂຊນັ້ນກໍ່​ແມ່ນ​ຍ້ອນ​ອົດ​ຢູ່​ ອົດ​ກິນ ​ເພື່ອ​ປະ​ຫຍັດ​ເງິນ​ໄວ້​ໃຫ້​ຄ່າ​ຮຽນ​ຫຼານ​ສາວ 2 ຄົນ. ຂ່າວ​ນີ້​ມັນ​ກໍ່​ສະທ້ອນ​ໃຫ້​ຄົນ​ຈີນ ​ແລະ ​ເຕືອນ​ຄົນ​ຈີນ​ໃຫ້​ຮູ້​ເຖິງ​ຊ່ອງ​ຫວ່າງ ລະ​ຫ່ວາງ​ຄວາມ​ຮັ່ງ ກັບ​ຄວາມທຸກຢູ່​ຈີນ​ຍັງ​ກ້ວາງ​ໃຫຍ່​ຫຼາຍ​ຢູ່! ຜູ້​ໜຶ່ງ​ອົດ​ຢູ່​ອົດກິນ​ຈົນ​ປ່ວຍ​ໂຊ, ​ແຕ່​ຜູ້​ໜຶ່ງ​ບິນ​ໄປ​ຕ່າງປະ​ເທດ​ເພື່ອ​ໄປ​ຊື້​ສິນຄ້າ​ຟຸມ​ເຟືອຍ​ຢ່າງ​ບໍ່​ຢັ້ງມື, ກໍ່​ແມ່ນ​ຢູ່​ວ່າ​ຈີນ​ບໍ່​ແມ່ນ​ປະ​ເທດ​ດຽວ​ດັອກທີ່​ຊ່ອງ​ຫ່ວາງ​ມັນ​ກ້ວາງ​ຫຼາຍ​ແນວ​ນີ້, ປີ​ນີ້​ຫຼາຍ​ປະ​ເທດ​ຕາ​ເວັນ​ຕົກ​ກໍ່​ປະ​ເຊີນ​ກັບ​ຄວາມຫຍຸ້ງຍາກ​ໜັກ ຄວາມ​ບໍ່​ສະ​ເໝີ​ພາບ​ທາງ​ດ້ານ​ເສດຖະກິດ​ການ​ເງິນ ກໍ່​ເປັນ​ໄພ​ຂົ່ມຂູ່​ເຮັດ​ໃຫ້​ຜູ້​ມີ​ລາຍ​ຮັບ​ຕ່ຳ​ເດືອດຮ້ອນ​ໄປ​ຕາມໆ​ກັນ!​ ​ແຕ່​ຄົນ​ຢູ່​ໃນ​ເຮືອລຳ​ດຽວ​ກັນ ຢ່າ​ໃຫ້​ມັນລ້ຳ​ເລື່ອມ​ຕ່ຳ​ສູງ​ກັນ​ເກີ​ນ​ໄປ​ຫຼາຍ ມັນ​ອາດ​ຈະ​ສົ່ງ​ຜົນ​ສະທ້ອນ​ຕໍ່​ສະຖຽນ​ລະ​ພາບ​ທາງ​ສັງຄົມ​ໄດ້! ບົດ​ຂຽນ​ເພິ່ນ​ວ່າ​ຊັ້ນ! ​ເອົາ, ຟັງ​ເພງ​ກ່ອນ​​ເນາະ​ແລ້ວ​ຈະ​ມາ​ເວົ້າສູ່​ຟັງ​ວ່າ​ວິ​ກິດ​ການ​ເສດ​ຖະກິດ​ພວມ​ໂຈມ​ຕີ​ປະ​ເທດ​ໃນ​ໂລກ​ແລ້ວ ​ເຂົາ​ເຈົ້າຈະ​ປຸກ​ລະດົມ​ຄົນ​ເຂົາ​ເຈົ້າ​ແນວ​ໃດ?

ເພງ

ຂໍ​ຂອບ​ໃຈ…………..ບັດ​ນີ້​ມາ​ລົມ​ກັນ​ຕໍ່​ກ່ຽວ​ກັບ​ບົດ​ຂຽນ​ຂອງ​ຜູ້​ອໍາ​ນວຍ​ການ​ສະ​ຖາ​ບັນ​ການ​ສຶກສາ​ສາກົນ CAPA ຮ່ວມ​ມື​ກັບ ມະຫາວິທະຍາ​ໄລ​ນະຄອນຫຼວງ​ແລະ​ມະຫາວິທະຍາ​ໄລ​ສຶກສາ​ສາກົນ​ຊຽງ​ໄຮ! ​ໃນ​ຫຼາຍ​ປະ​ເທດ​ທີ່​ພວມປະ​ເຊີນ​ກັບ​ວິ​ກິດ​ການ​ເສດ​ຖະກິດ ​ເຂົາ​ເຈົ້າວ່າ​ທຸກຄົນ​ໃນ​ປະ​ເທດ​ດຽວ​ກັນ ​ແມ່ນ​ຢູ່​ໃນ​ເຮືອລຳ​ດຽວ​ກັນ​ຄວນ​ຊ່ວຍ​ຊູ​ຍູ້​ໝູນ​ກັນ ບໍ່​ຄວນ​ເຫັນ​ແກ່​ຕົວ ​ເອົາ​ໂຕ​ລອຍ​ຫຼື​ສະ​ເຫວີຍ​ສຸກ​ແຕ່​ຕົວ​ເອງ ຄວນ​ຄິດ​ເຫັນ​ພີ່​ນ້ອງ​ຮ່ວມຊາດ​ທີ່​ຍັງ​ທຸກ​ຍາກ​ຫຼາຍ​ແດ່. ຢູ່​ອັງ​ກິດ​ບັນດາ​ນັກ​ທະນາຄານ ຖືກ​ສັ່ງ​ບໍ່​ໃຫ້​ເອົາ​ເງິນ​ໂບນັສ​ໃນ​ເດືອນ​ນີ້​ເຖິງ 1 ລ້ານ​ຄົນ​ເພື່ອ​ຊ່ວຍ​ຊາດ. ສ່ວນ​ປະທານາທິບໍດີ ບາ​ຣັກ ​ໂອ​ບາ​ມາ ຂອງ​ອາ​ເມ​ລິ​ກາ ກໍ່​ຫາ​ຫາງ​ສຽງ​ເລືອກ​ຕັ້ງ​ເປັນ​ປະທາ​ນາ​ທິບໍດີ​ຊຸດ​ຕໍ່​ໄປ ​ໂດຍ​ຍົກ​ເອົາ​ເລື່ອງ​ຄວາມ​ເລື້ອມລ່ຳ​ຕ່ຳ​ສູງ​ທາງ​ເສດຖະກິດ​ຂື້ນ​ມາ​ຫາ​ສຽງ​ຄື​ກັນ! ​ໂດຍ​ກ່າວ​ວ່າ​ຈະ​ພະຍາຍາມ​ເຮັດ​ໃຫ້​ທຸກ​ຄົນ​ມີ​ລາຍ​ຮັບ​ສະ​ເໝີ​ພາບ ​ແລະ ຮັກສາ​ຄວາມ​ຝັນ​ຂອງ​ຄົນ​ອາ​ເມ​ລິ​ກາ​ທີ່​ຈະ​ມີ​ຊີ​ວິດ​ທີ່​ດີ​ຂື້ນ​ໃນ​ສະ​ໄໝ​ຂອງ​ທ່ານ! ຢູ່ ສ.​ເກົາຫຼີ, ທ່ານ ລີ​ພຽງ​ບັກ, ປະທານາທິບໍ​ດີ ກໍ່​ຖືກ​ຫາງ​ສຽງ​ສັງຄົມ​ຕຳນິຫຼານ​ສາວ​ຂອງ​ທ່ານ​ທີ່​ໃຊ້​ຈ່າຍ​ຊື້​ເຄື່ອງ​ແພງ​ຫຼາຍ ຄື​ຊື້​ເສື້ອ​ແຈັກ​ເກັດ​ສີຂາວ​ຍີ່​ຫໍ້​ມົງ​ເລີ ທີ່​ລາຄາ 1.700 ​ໂດ​ລາ ​ເທົ່າ​ກັບ 13 ລ້ານ​ກີບ. ​ເຖິງ​ແມ່ນ​ວ່າຄວາມ​ເລື້ອມລ້ຳຕ່ຳ​ສູງ​ມີ​ຢູ່​ເກືອບ​ໝົດ​ທຸກ​ບ່ອນ ​ແຕ່​ມັນ​ກໍ່​ບໍ່​ເປັນ​ສິ່ງ​ທີ່​ດີ​ເລີຍ​ສຳລັບ​ສັງຄົມ​ຈີນ​ທີ່​ເຮັດ​ແບບ​​ເອົາ​ຫູ​ໄປ​ນາ ​ເອົາ​ຕາ​ໄປ​ໄຮ່ ລຸຍ​ຊື້​ສິນຄ້າ​ແບບ​ຟຸມ​ເຟືອຍ​ໂດຍ​ບໍ່​ສົນ​ຄວາມ​ຮູ້ສຶກ​ຂອງ​ຄົນ​ທຸກ​ສ່ວນ​ໃຫຍ່​ຂອງ​ປະ​ເທດ​ເລີຍ ບົດ​ຂຽນ​ຂອງ​ຜູ້ອຳ​ນວຍ​ການ​ສະ​ຖາ​ບັນ​ສຶກສາ​ສາກົນ​ຝາກ​ແນວ​ຄິດ​ໄວ້​ແນວ​ນັ້ນ!​​ ​ເພາະວ່າ​ມາ​ເບິ່ງ​ຈຳ​ນວນ​ຄົນ​ຮັ່ງ​ຢູ່​ຈີນ​ຕາມ​ຕົວ​ເມືອງ​ໃຫຍ່​ ທຽບ​ໃສ່​ທຸກ​ຄົນ​ຈຳນວນຄົນ​ຮັ່ງ​ແມ່ນ​ກຸ່​ມຄົນ​ໜ້ອຍ​ເທົ່າ​ນັ້ນ! ​ແຕ່​ສະ​ເລ່ຍລາຍ​ຮັບ​ຕໍ່​ປີ ລະ​ຫ່ວາງ​ຄົນ​ໃນ​ເມືອງ​ກັບ​ຄົນ​ຊົນນະບົດ​ຕ່າງ​ກັນ​ຕັ້ງວ່າ 17.000 ຢວນ. ປະມານ 20 ລ້ານ​ກ່ວາ​ກີບ. ສະນັ້ນ​ໃນ​ຕໍ່ໜ້າ​ນີ້​ຄວາມ​ຫຼຸດ​ໂຕນ​ກັນ​ແນວ​ນີ້​ຄວນ​ໃຫ້​ມັນ​ຊ້າ​ລົງ, ຄວາມ​ບໍ່​ສະ​ເໝີ​ພາບ​ລະ​ຫ່ວາງ​ລາຍ​ຮັບ​ຕົວ​ເມືອງ​ກັບ​ຊົນນະບົດ​ຄວນ​ໃຫ້​ໜ້ອຍ​ລົງ​ຄື​ກັນ! ຂຽນ​ບົດ​ວິ​ເຄາະ​ວ່າ​ໃນ​ປີ​ທີ່​ເສດຖະກິດ​ຂອງ​ໂລກ​ພວມ​ປະສົບ​ບັນຫາ​ຫຍຸ້ງຍາກ​ໜັກ​ນີ້ ຖ້າ​ຈີນ​ຕ້ອງການ​ກະ​ຕຸ້ນ​ການ​ບໍລິ​ໂພ​ກ​ແທ້ໆ ກໍ່​ຕ້ອງ​ຫາ​ວິທີ​ເພີ່ມ​ລາຍ​ໄດ້​ໃຫ້​ຜູ້​ທີ່​ມີ​ລາຍ​ໄດ້​ຕ່ຳ ​ແລະ​ລົງທຶນ​ພັດທະນາ​ຊົນນະບົດ​ໃຫ້​ຫຼາຍ​ກ່ວາ​ເກົ່າ ​ເພື່ອ​ຫຼຸດ​ຊ່ອງ​ຫ່ວາງ​ລະ​ຫ່ວາງ​ຕົວ​ເມືອງ​ກັບ​ຊົນນະບົດ​ໃຫ້​ແຄບ​ເຂົ້າ! ​ເປັນ​ຈັ່ງ​ໃດ​ທ່ານ​ຜູ້​ຟັງ ອັນ​ນີ້​ກະ​ເອົາ​ມ​າ​ເວົ້າສູ່​ກັນ​ຟັງ ສະພາບ​ຊ່ອງ​ຫ່ວາງ​ລະ​ຫ່ວາງ​ຄວາມ​ຮັ່ງ​ກັບ​ຄວາ​ມທຸກ​ຢູ່​ຈີນ​ໃນ​ບຸນ​ກຸດ​ຈີນ! ຟັງ​ເພງ​ກ່ອນ​ເນາະ ຈັກ​ໜ້ອຍຈະ​ເອົາ​ເລື່ອງ​ຜົນ​ການ​ສຳ​ຫຼວດຄວາມ​ເຫັນ​ຂອງ​ຈີນ​ຕໍ່​ການ​ອະນຸລັກ ຮັກສາ​ປະ​ເພນີ​ບຸນ​ກຸດ​ຈີນ​ມາ​ເວົ້າ​ໃຫ້​ຟັງ!

ເພງ

ໜັງສືພິມ​ຊາວ​ໜຸ່ມ​ລາຍ​ວັນ​ຂອງ​ຈີນ​​ໄດ້​ສຳ​ຫຼວດຄວາມ​ເຫັນ​ຂອງ​ຄົນ​ຈີນ​ທາງ​ເວັບ​ໄຊ 7.012 ຄົນ ກ່ຽວ​ກັບ​ການ​ອະນຸລັກ​ບຸນ​ກຸດ​ຈີນ 88% ຂອງ​ຜູ້​ຕອບ​ບອກ​ວ່າ: ​ໃນ​ໄລຍະ​ບຸນ​ກຸດ​ຈີນ​ແມ່ນ​ການ​ເຕົ້າ​ໂຮມ​ຄອບຄົວ​ທີ່​ສຳຄັນ​ທີ່​ສຸດ​ຂອງ​ບຸນ​ນີ້, ທ້າວ ສູຈ່ຽງ​ໂກ່ວ, ນາຍ​ຄູ​ໂຮງຮຽນ​ມັດທະຍົມ​ຕອນ​ຕົ້ນຢູ່​ໂຮງຮຽນ ກຸ້ຍ​ຫຼິນ ຕອບ​ວ່າ: ບາ​ງກິດຈະກຳ​ທີ່​ດີໆ​ເກົ່າໆ​ຫາຍ​ໄປ​ແລ້ວ, ບັນຍາກາດ​ບາງ​ອັນ​ບໍ່​ຍາກ​ຄື​ແຕ່​ກ່ອນ​ແລ້ວ​ເຊັ່ນ​ວ່າ: ການ​ເຕົ້າ​ໂຮມ​ຄອບຄົວ​ນັບ​ຖອຍຫຼັງ ​ແລະ​ກິດຈະກຳ​ບາງ​ອັນ​ອີກ​ບໍ່​ມີ​ແລ້ວ! 78.6% ຂອງ​ຜູ້​ຕອບ​ເຫັນ​ວ່າ: ບຸນ​ກຸດ​ຈີນ​ແມ່ນ​ໂອກາດ​​ເພື່ອ​ຢື້​ຢາມ​ຖາມ​ຂ່າວ​ກັນ​ຂອງ​ຍາດ​ພີ່ນ້ອງ​ທີ່ຢູ່​ຫ່າງ​​ໄກ​ກັນ, 54.1% ​ເຊື່ອ​ວ່າ​ເປັນ​ປະ​ເພນີ​ທີ່​ດີ​ຫຼາຍ ​ໂດຍ​ສະ​ເພາະ​ແມ່ນ​ການ​ເຄົາລົບ​ຜູ້​ເຖົ້າຜູ້​ອາວຸ​ໂສ, ​ເຕົ້າ​ໂຮມຄອບຄົວ​ແລະ​ຈູດ​ໝາກກະ​ໂພ​ກສະຫຼອງ​ຮ່ວມ​ກັນ. ຊຶ່ງ​ສ່ວນ​ໃຫຍ່​ກໍ່​ຍັງ​ຄົງ​ຮັກສາ​ໄວ້​ໄດ້​ຢູ່ ​ແຕ່​ບາ​ງກິດຈະກຳ​ກໍ່​ຫຼາຍ​ໄປ​ແທ້! ທ່ານ ຫວານ ບອກ​ວ່າ ​ເມື່ອ​ມັນ​ເປັນ​ປະ​ເພນີ​ທີ່​ດີງາມ​ແນວ​ນີ້ ລັດຖະບານ, ​ແລະ​ສັງຄົມ​ກໍ່​ຄວນ​ຊ່ວຍ​ກັນ ສ້າງ​ສິ່ງ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ປະຊາຊົນ ​ໂດຍ​ສະ​ເພ​າະການ​ເດີນທາງ​ນິລະ! ​ເພື່ອ​ໃຫ້​ຄອບຄົວ​ໄດ້​ເຕົ້າ​ໂຮມ​ກັນ ຮ່ວມ​ກັນ​ສະຫຼອງ ​ເພື່ອ​ອະນຸລັກ​ຮີດຄອງ​ປະ​ເພນີ​ນີ້​ໃຫ້​ຢູ່​ຄຽງ​ຄູ່​ໄປ​ກັບປະ​ເທດ​ຈີນ​ຕະຫຼອດ​ໄປ: ນອກຈາກ​ຈັດ​ກິດຈະ​ກຳ​ສະ​ຫຼອງ​ໃນ​ຄອບຄົວ​ແລ້ວ ຄວນ​ຈັດ​ໃນ​ຊຸມ​ຊົນ​ອີກ! ​ເພິ່ນ​ວ່າ​ຈັ່ງ​ຊັ້ນ! ບຸນ​ປີ​ໃໝ່​ລາວ​ຄືກັນຫັ້ນລະ ບໍ່​ແມ່ນ​ແຕ່​ໄປ​ຫົດ​ນ້ຳກັນ​ຈົນ​ປຽກ​ແຕ່​ຫົວ​ຮອດ​ຕີນ ຫຼື​ຊຸມ​ເຫຼົ້າຈົນ​ເມົາ​​ໄປ​ບໍ່​ເປັນ​ເດີ້! ຄວາມ​ໝາຍ​ຂອງ​ມັນ​ມີ​ຫຼາຍ​ອັນ​ທີ່​ດີໆ! ຂໍ​ຂະ​ມາ ພໍ່-​ແມ່ ພໍ່​ຕູ້-​ແມ່ຕູ້ ຂໍ​ພອນ​ຈາກ​ເພິ່ນ ​ເຮັດ​ນ້ຳອົບນ້ຳຫອມ​ດີໆ​ງາມ​ໆ ຫົດສົງ​ເພິ່ນ ສົງ​ວັດ ສົງ​ພະ ​ເຮັດບຸນ​ຊັ້ນຕວະ! ບາສີສູ່​ຂັວນ ມັດ​ຂໍ່ຕໍ່​ແຂນ​ອວຍພອນ​ໃຫ້ກັນຈັ່ງຊັ້ນ​ແລ້ວ
​ເພງ